Wednesday, February 24, 2016

ການຂະຫຍາຍພັນພືດຕາມວິທີແບບດັ້ງເດີມ

ການຂະຫຍາຍພັນພືດຕາມວິທີການຂະຫຍາຍພັນພືດຕາມວິທີແບບດັ້ງເດີມ ສິ່ງທີ່ມີຊີວິດປະກອບມີສ່ວນໜ້ອຍໆທີ່ເອີ້ນວ່າ ພັນທຸກຳ “Genes”. ພັນທຸກຳແມ່ນເປັນສິ່ງທີ່ສາມາດຕັດສິນວ່

ການຂະຫຍາຍພັນພືດຕາມວິທີແບບດັ້ງເດີມ

ສິ່ງທີ່ມີຊີວິດປະກອບມີສ່ວນໜ້ອຍໆທີ່ເອີ້ນວ່າ ພັນທຸກຳ “Genes”. ພັນທຸກຳແມ່ນເປັນສິ່ງທີ່ສາມາດຕັດສິນວ່າ ພືດແຕ່ລະຊະນິດ, ສັດ ຫຼື ຄົນມີການເຕີບໃຫຍ່ ແລະ ຂະຫຍາຍຕົວຄືແນວໃດ ເຊັ່ນຈາກແກ່ນພືດກາຍເປັນຕົ້ນໄມ້ ,ຈາກໄຂ່ເປັນໄກ່, ຈາກເດັກເປັນຜູ້ໃຫຍ່.ເມື່ອພວກມັນໄປພົບກັບສະພາບຕ່າງໆ ເຊັ່ນ: ຄວາມຮອ້ນ,ໜາວ, ລົມ, ຄຸນນະພາບຂອງດິນ ແລະ ອື່ນໆອີກ, ພັນທຸກຳໃນພືດສາມາດຕັດສິນວ່າ ພືດຈະສາມາດເຕີບໃຫຍ່ຄືແນວໃດ. ຄຸນນະພາບຕ່າງໆ ເຊັ່ນ: ສີ, ຮູບຮ່າງ ແລະ ຂະໜາດຂອງພືດພັນ. ຖ້າວ່າພວກມັນມີພັດທະນາການໃນການເຕີບໃຫຍ່ຂະຫຍາຍຕົວຊ້າ ຫຼື ໄວ, ເມື່ອພວກມັນອອກດອກ ແລະ ໃຫ້ຜົນ, ຫຼື ໃຫ້ທາດບຳລຸງຫຍັງແມ່ນພວກມັນຂຶ້ນກັບພັນທຸກຳຂອງພືດແຕ່ລະຊະນິດ.
        ເມື່ອຊາວນາເລືອກແກ່ນພືດ ແລະ ຮັກສາແກ່ນພືດທີ່ໃຫຍ່ໄວ້ຫຼັງຈາກການເກັບກ່ຽວແຕ່ລະລະດູການສໍາລັບປູກໃນປີຕໍ່ໄປ, ພັນທຸກຳທີ່ຢູ່ນຳແກ່ນພືດຂະໜາດໃຫຍ່ໄດ້ຖ່າຍທອດຈາກພືດໃນປີນີ້ໄປໃນຫຼາຍໆປີໃນຕໍ່ໍ່ໜ້າ ແລະ ພັນທະກຳຂອງແກ່ນພືດຂະໜາດໃຫຍ່ແມ່ນຈະໝົດໄປ. ນີ້ແມ່ນວິທີການຂະຫຍາຍພັນພືດ. ເຖິງແມ່ນຂັ້ນຕອນໃນການເລືອກ ແລະ ການເຮັດຄືແນວນີ້ແມ່ນຕ້ອງຜ່ານການພັດທະນາການຂອງຄຸນລັກສະນະຕ່າງໆໃນພືດທີ່ຊາວນາຕ້ອງການ.

ການຮັບປະກັນສານອາຫານ ແລະ ອາຫານ

ການຮັບປະກັນສານອາຫານ ແລະ ອາຫານ
ເມື່ອຜູ້ຄົນເກີດເຈັບເປັນ ຫຼື ຂາດສານອາຫານ, ພວກເຂົາບໍ່ຫ້າວຫັນ ແລະ ສາມາດຜະລິດ ອາຫານໜ້ອຍລົງ, ບໍ່ສາ ມາດໄປຕັກນໍ້າ, ແລະ ອານາໄມເຮືອນຊານໃຫ້ສະອາດ ແລະ ສະພາບແວດລ້ວມທີ່ດີ. ແຕ່ວ່າເມື່ອອາຫານການກິນທີ່ດີສາມາດຜະລິດໃນວິທີການແບບຍືນຍົງ ແລະ ຫາໄດ້ຕາມຕະຫຼາດຕ່າງໆໃນທ້ອງຖິ່ນຂອງພວກທ່ານ ແລະ ຄົນເຮົາໄດ້ເຂົ້າເຖິງອາຫານທີ່ດີຕໍ່ສຸຂະພາບ ແລະ ຫຼາກຫຼາຍ.
ກິນອາຫານບໍ່ມີຄຸນຄ່າສາມາດເຮັດໃຫ້ຮ່າງກາຍອ່ອນແອ ແລະ ເປັນສາເຫດ:

  • ຖອກທ້ອງຢ່າງຮຸນແຮງໂດຍສະເພາະແມ່ນເດັກນ້ອຍ. 
  • ໂລກຫັດໃນເດັກແມ່ນມີອັນຕະລາຍຫຼາຍຂຶ້ນກວ່າເກົ່າ.
  • ການຕັ້ງຄັນ ແລະ ການເກີດລູກທີ່ເປັນອັນຕະລາຍ, ແລະ ເດັກນ້ອຍສາມາດຕົນໂຕນ້ອຍເກີນໄປ ຫຼື ອາ ການ ພິການຕ່າງໆເຊັ່ນການພັດທະນາການທາງດ້ານມັນສະໝອງຊ້າ.
  • ໂລດເລືອດຈາງໂດຍສະເພາະແມ່ນໃນແມ່ຍິງ.
  • ມັກເປັນວັນນະໂລກ ແລະ ມີອາການຮ້າຍແຮງຢ່າງໄວວາ.
  • ມັກເປັນໂລກເບົາຫວານເພາະວ່າຮ່າງກາຍບໍ່ສາມາດໃຊ້ນໍ້າຕານຢ່າງເໝາະສົມ.
  • ບັນຫາເລັກນ້ອຍເຊັ່ນເປັນຫວັດເລື້ອຍໆ ແລະ ອາດຈະຮຸນແຮງ ແລະ ສາມາດນໍາໄປສູ່ໂລກປອດອັກເສບ ແລະ ຫຼອດລົມອັກເສບ.
  • ຄົນທີ່ຕິດເຊື້ອໂລກເອດ (HIV) ຫຼື ໂລກເອດ (AIDS) ເຮັດໃຫ້ຜູ້ເຈັບເປັນມີການເຈັບເປັນຮຸນແຮງຂຶ້ນໄວກວ່າ, ແລະ ຢາທີ່ໃຊ້ປິ່ນປົວແມ່ນໃຊ້ບໍ່ໄດ້ຜົນດີ.
  • ໂລກປອດເກີດຈາກທ່ານຫາຍໃຈເອົາຝຸ່ນຊີລີກ້າເຂົ້າໄປ, ຫຶດ, ສານພິດຂະໜາດແຮງ ແລະ ບັນຫາຕ່າງໆທີ່ເກີດຈາກການສໍາພັດສານເຄມີ (ເບິ່ງພາກທີ 16 ແລະ 20) ແມ່ນມັກເກີດ ແລະຮຸນແຮງຂຶ້ນ.ເດັກຂາດອາຫານມີການພັດທະນາຊ້າ ແລະ ຮຽນຊ້າກວ່າຄົນອຶ່ນໆໃນໂຮງຮຽນ ແລະ ມີຄວາມອ່ອນເພຍບໍ່ຢາກໄປໂຮງຮຽນ.

           ເດັກຂາດອາຫານມີການພັດທະນາຊ້າ ແລະ ຮຽນຊ້າກວ່າຄົນອຶ່ນໆໃນໂຮງຮຽນ ແລະ ມີຄວາມອ່ອນເພຍບໍ່ຢາກໄປໂຮງຮຽນ.
          ໂລກຂາດອາຫານແມ່ນບັນຫາຂອງເດັກນ້ອຍໂດຍສະເພາະ ແລະ ຄວນຈະໄດ້ຮັບການປິ່ນປົວທັນທີ ທັນ ໃດ. ຮຽນ ຮູ້ກ່ຽວກັບບັນຫາສຸຂະພາບ ແລະ ອາຫານທີ່ມີທາດບໍາລຸງສາມາດຊ່ວຍປ້ອງກັນພວກເດັກນ້ອຍຈາກໂລກ ຂາດອາຫານໄດ້. ທ່ານສາມາດອ່ານຂໍ້ມູນກ່ຽວກັບຢາໃນປື້ມຢູ່ໄກແພດ

ອະນຸລັກປ່າໄມ້

ອະນຸລັກປ່າໄມ້
         ສ້າງປ່າສະຫງວນສາມາດເປັນວິທີທາງໜຶ່ງ ທີ່ຈະໄດ້ຮັບການສະໜັບສະໜູນຈາກລັດຖະບານແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອປົກປັກຮັກສາປ່າ ແລະ ສົ່ງເສີມການທ່ອງທ່ຽວ ເພື່ອອານຸລັກສິ່ງແວດລ້ອມ. ແຕ່ວ່າລັດ ຖະບານ ແລະ ກຸ່ມອະນຸລັກນິຍົມບາງຄັ້ງຄິດພຽງແຕ່ວ່າ ມີພຽງວິທີດຽວທີ່ສາມາດປັກປັກຮັກສາ ແລະ ອະນຸລັກປ່າໄມ້ ແມ່ນເອົາຄົນອອກໄກຈາກ ປ່າໃນຫຼາຍໆກໍລະນີ, ພວກເຂົາຄິດຜິດ ເພາະວ່າຄົນທີ່ອາໄສຢູ່ໃນປ່າໄມ້ຮູ້ດີວ່າ ພວກເຂົາຈະ ຊົມໃຊ້ ແລະ ດູແລຮັກສາປ່າຄືແນວໃດ. ໂດຍການທີ່ອາໄສຢູ່ໃນປ່າສະຫງວນ. ຄົນທ້ອງຖິ່ນອາດຈະປົກປັກຮັກສາປ່າໄມ້ໄດ້ດີກວ່າລັດຖະບານ ແລະ ກຸ່ມອະນຸລັກນິຍົມຕ່າງໆ.


         ບາງຊຸມຊົນສືບຕໍ່ຊົມໃຊ້ຊັບພະຍາກອນໃນປ່າສະຫງວນ ໂດຍການເຮັດສັນຍາກັບລັດຖະບານ ແລະ ຊຸມຊົນທ້ອງຖິ່ນຕ່າງໆ ເພື່ອດຳເນີນການບໍລິຫານຊັບພະຍາກອນຮ່ວມກັນນີ້ເອີ້ນວ່າ: ແບບແຜນຮ່ວມມືກັນ.
       ການບໍລິຫານຮ່ວມກັນແບບຫຸ້ນສ່ວນແມ່ນປ່ອຍໃຫ້ຜູ້ຄົນສືບຕໍ່ຊົມໃຊ້ຊັບພະຍາກອນ ແລະ ຜົນຜະລິດຂອງປ່າໄມ້ແບບທີ່ເຂົາເຄີຍໃຊ້ນັ້ນ ຄືການຊົມໃຊ້ແບບຢືນຢົງ. ຊຸມຊົນທີ່ບໍລິຫານປ່າສະຫງວນຍັງສາມາດສຶກສາອົບຮົມຊຸມຊົນອື່ນໆ ກ່ຽວກັບຄວາມສຳຄັນຂອງການປົກປັກຮັກສາປ່າໄມ້.

ການປູກປ່າຄືນໃໝ່
          ປ່າໄມ້ແຕ່ດັ້ງເດີມ (ປ່າໄມ້ທີ່ມີມາແຕ່ປະຖົມບູຮານ ແລະ ຍັງບໍ່ທັນເຄີຍຖືກບຸກລຸກ ແລະທໍາລາຍໂດຍການຕັດຕົ້ນໄມ້ ແລະ ອື່ນໆ) ແມ່ນພົບເຫັນໄດ້ຍາກຫຼາຍ. ເມື່ອປ່າໄມ້ດັ້ງເດີມ ສູນຫາຍໄປ, ມັນກໍ່ຈະບໍ່ກັບຄືນມາຄືດັ່ງເດີມ ເຊັ່ນວ່າຈະບໍ່ມີຕົ້ນໄມ້ທີ່ຫຼາກຫຼາຍ, ສັດປ່າ ແລະ ອື່ນໆ ດັ່ງທີ່ມີມາໃນເມື່ອກ່ອນ. ແຕ່ວ່າປ່າໄມ້ທີ່ຟື້ນຄືນ (ປ່າໄມ້ທີ່ຖືກທໍາລາຍແຕ່ວ່າສາມາດກັບມາເປັນຄືເກົ່າ) ສາມາດຕອບສະໜອງຊັບພະຍາກອນຕ່າງໆຄືກັບປ່າໄມ້ແຕ່ດັ້ງເດີມ ຖ້າພວກມັນສາມາດເຕີບໃຫຍ່ ແລະ ຮັກສາທາງຊີວະວິທະຍາ. ອີກຢ່າງໜຶ່ງປ່າທີ່ຄົນເຮົາປູກເອົາ ແລະ ຄຸ້ມຄອງເປັນຢ່າງດີສາມາດຕອບສະໜອງຊັບພະຍາກອນທໍາມະຊາດຫຼາຍຢ່າງເພື່ອຊຸກຍູ້ສຸຂະພາບຂອງຊຸມຊົນ.
         ປ່າໄມ້ທີ່ອຸດົມສົມບູນແມ່ນຕ້ອງໃຊ້ເວລາດົນໃນການເຕີບໃຫຍ່, ແຕ່ວ່າມີຫຼາຍຢ່າງທີ່ພວກເຮົາສາມາດເຮັດເພື່ອເປັນການເລີ່ມຕົ້ນທີ່ດີ ເຊັ່ນການຄຸ້ມຄອງການເຊາະເຈື່ອນຂອງດິນ, ການກະກຽມດິນ, ການປູກຕົ້ນໄມ້ພື້ນເມືອງ ແລະ ຕົ້ນໄມ້ທີ່ເໝາະສົມສໍາລັບຂົງເຂດຂອງທ່ານຈະສາມາດຊ່ວຍໃຫ້ປ່າມີການເຕີບໃຫຍ່ຢ່າງໄວວາ. ປະຕິບັດຕາມທໍາມະຊາດຂອງການເຕີບໃຫຍ່ຂອງຕົ້ນໄມ້ແມ່ນວິທີທາງໜຶ່ງຈະຊ່ວຍໃຫ້ປ່າອຸດົມສົມບູນ



ການປູກຕົ້ນໄມ້ມີປະໂຫຍດບໍ?
           ກ່ອນເລີ່ມມີໂຄງການປູກຕົ້ນໄມ້ຄືນໃໝ່, ຕ້ອງໃຫ້ແນ່ໃຈວ່າ ໂຄງການນີ້ສາມາດຕອບສະໜອງຕາມຄວາມຕ້ອງ ການຂອງຊຸມຊົນ ແລະ ສະພາບແວດລ້ອມໃນທ້ອງຖິ່ນຂອງພວກເຂົາ.ຕົ້ນໄມ້ແມ່ນຕ້ອງຕໍ່ສູ້ກັບພືດພັນທັນຍາ ຫານໃນເມື່ອມີຈໍານວນຈໍາກັດຂອງນໍ້າ ແລະ ດິນ. ບາງຄັ້ງເບິ່ງຄືວ່າມັນເປັນວຽກທີ່ໜັກ ທີ່ຈະຕ້ອງດູແລຕົ້ນໄມ້ທີ່ຍັງນ້ອຍໃນສະພາບແວດລ້ອມທີ່ບໍ່ດີ. ການປູກຕົ້ນໄມ້ບ່ອນທີ່ພວກເຈົ້າບໍ່ສາມາດປູກ ຫຼື ບໍ່ສົນໃຈວ່າມັນຈະນໍາໄປສູ່ຄວາມລົ້ມເຫຼວຂອງໂຄງການ ແລະ ຕົ້ນໄມ້ຕາຍ.ຖ້າວ່າຊຸມຊົນອາໄສຜະລິດຕະພັນຈາກປ່າໄມ້ ເຊັ່ນວ່າ: ໄມ້ທ່ອນ ຫຼື ໝາກໄມ້,ການປູກຕົ້ນໄມ້ແມ່ນວິທີທາງທີ່ດີ ທີ່ຈະສາມາດເຮັດໃຫ້ຊັບພະຍາກອນປ່າໄມ້ກັບຄືນມາຢ່າງໄວວາ. ຖ້າວ່າຊຸມຊົນພຽງແຕ່ອາໄສປ່າໄມ້ເປັນບ່ອນລ່າສັດ ຫຼື ການປົກປັກຮັກສາທີ່ດິນ, ອາກາດ ແລະ ນໍ້າ, ພວກທ່ານອາດຈະໄດ້ຮັບຜົນປະໂຫຍດເພີ່ມເຕີມ ໂດຍການປົກປັກຮັກສາເນື້ອທີ່ດິນຈາກການໃຊ້ສອຍໃນຂະນະທີ່ຕົ້ນໄມ້ກໍາລັງເຕີບໃຫຍ່ກັບຄືນມາເປັນປ່າຄືເກົ່າ.
         ບໍ່ແມ່ນວ່າພວກເຮົາຈະສາມາດປູກຕົ້ນໄມ້ໄດ້ໝົດທຸກບ່ອນ. ຕົ້ນໄມ້ບາງຊະນິດ ແມ່ນສາມາດເຕີບໃຫຍ່ຢູ່ທະເລຊາຍ, ຂີ້ຕົມ, ຫຼື ທົ່ງຫຍ້າ. ຖ້າວ່າຜູ້ຄົນເຮົາພະຍາຍາມປູກ ຕົ້ນໄມ້ໃສ່ໃນບ່ອນຕ່າງໆເຫຼົ່ານີ້ ແມ່ນຈະເຮັດໃຫ້ເສຍສົມດູນທາງທໍາມະຊາດ ໂດຍສະເພາະເລື່ອງປ່າໄມ້ ແລະ ສັດສາວາສິ່ງຕ່າງໆ. ແຕ່ວ່າຢູ່ໃນສະຖານທີ່ອື່ນໆອີກ ເຊັ່ນ: ໃນຕົວເມືອງຕ່າງໆ ທີ່ມີຕົ້ນໄມ້ໜ້ອຍແມ່ນສາມາດປູກຕົ້ນໄມ້ໃສ່ຕາມແຄມຖະໜົນຫົນທາງ, ໃກ້ໂຮງຈັກ
ໂຮງງານ, ໃນສວນສາທາລະນະນີ້ອາດຈະສາມາດປັບປຸງສຸຂະພາບ ແລະ ສ້າງຄວາມໝັ້ນ ຄົງຢູ່ໃນຊຸມຊົນ.
ໃຜເປັນເຈົ້າຂອງທີ່ດິນ ແລະ ມີຂໍ້ກົດໝາຍຄືແນວໃດ?
ຖ້າພວກທ່ານຕ້ອງການສ້າງປ່າກັບຄືນມາເຊັ່ນເດີມ ແລະ ສາມາດໃຊ້ຜະລິດຕະພັນຈາກປ່າພາຍຫຼັງ, ຕ້ອງແນ່ໃຈວ່າ ທ່ານຈະສາມາດຊົມໃຊ້ປ່າເຫຼົ່ານັ້ນເມື່ອຕົ້ນໄມ້ເຕີບໃຫຍ່ຄືເກົ່າ.ຕ້ອງຮູ້ວ່າ ເຈົ້າຂອງທີ່ດິນແມ່ນໃຜ ແລະ ໄດ້ຮັບອະນຸຍາດກ່ອນປູກຕົ້ນໄມ້ນີ້ຈະສາມາດຊ່ວຍຫຼີກເວັ້ນບັນຫາໃນພາຍຫຼັງ. ດິນທີ່ບໍ່ດີ ແລະ ແຫ້ງແລ້ງ ສາມາດກາຍເປັນດິນທີ່ມີຄຸນຄ່າໃນເມື່ອມັນປົກຫຸ້ມດ້ວຍປ່າໄມ້ທີ່ອຸດົມສົມບູນ. ອີກຢ່າງໜຶ່ງມັນມີກົດໝາຍທີ່ບໍ່ໃຫ້ຜູ້ຄົນປູກ ຕົ້ນໄມ້ ເຖິງແມ່ນວ່າຈະເປັນຕົ້ນໄມ້ທີ່ພວກເຂົາປູກຂຶ້ນມາເອງກໍ່ຕາມ. ສະນັ້ນພວກທ່ານຄວນຈະຊອກຮູ້ວ່າ ມັນມີກົດໝາຍຄືແນວນັ້ນຢູ່ໃນເຂດທີ່ທ່ານອາໄສຢູ່ ຫຼື ບໍ່.
ຕົ້ນໄມ້ຊະນິດທີ່ແຕກຕ່າງກັນກໍ່ສາມາດຕອບສະໜອງຄວາມຕ້ອງການທີ່ແຕກຕ່າງກັນ
ການເລືອກຊະນິດຂອງຕົ້ນໄມ້ໄປປູກແມ່ນຂຶ້ນກັບຄວາມຕ້ອງການຂອງຄົນຢູ່ໃນແຕ່ລະຊຸມຊົນ.

ການຊົມໃຊ້ປ່າໄມ້ແບບຍືນຍົງ


           ການຄຸ້ມຄອງປ່າໄມ້ແບບຢືນຍົງໝາຍຄວາມວ່າ ການຊົມໃຊ້ ແລະ ການດູແລປ່າໄມ້ໃນວິທີທາງທີ່ສາມາດຕອບສະໜອງຕາມຄວາມຕ້ອງການໃນຊີວິດປະຈຳວັນ. ໃນຂະນະທີ່ປົກປັກຮັກສາປ່າໄມ້ເພື່ອອະນາຄົດ. ວິທີການແບບຢືນຢົງແມ່ນບໍ່ຄືກັນໝົດທຸກບ່ອນ. ແຕ່ລະຊຸມຊົນຕ້ອງການຊອກຫາວິທີການທີ່ດີທີ່ສຸດລຳລັບພວກເຂົາ ແລະ ສຳລັບປ່າຂອງພວກເຂົາເຊັ່ນ ກັນ.
         ການວາງແຜນການຄຸ້ມຄອງປ່າໄມ້ແບບຢືນຍົງຊ່ວຍຊຸມຊົນຕັດສິນວິທີທີ່ດີທີ່ສຸດໃຊ້ກັບປ່າຂອງພວກເຂົາ. ມັນສາມາດຊ່ວຍ ຫຼື ກໍ່ຫຼີກເວັ້ນໄພອັນຕະລາຍຈາກອຸດສະຫະກຳ ຫຼື ລັດຖະບານໃຫ້ແກ່ຊຸມຊົນ. ບາງຄັ້ງພວກເຈົ້າສາມາດໄດ້ລາຄາດີຂຶ້ນ ຖ້າວ່າພວກເຈົ້າສາມາດສະແດງໃຫ້ເຫັນວ່າພວກມັນສາມາດຜະລິດໄດ້ຍ່າງຍືນຍົງແມ່ນມັນຊ່ວຍຄົນທ້ອງຖິ່ນເຮັດວຽກຮ່ວມກັນໃນການຊົມໃຊ້ ແລະ ປົກປັກຮັກສາປ່າໄມ້.
ບາງວິທີເພື່ອຊົມໃຊ້ ແລະ ປົກປັກຮັກສາປ່າໄມ້ໃນເວລາດຽວກັນປະກອບມີ:

  • ເຮັດໃຫ້ຕົ້ນໄມ້ບໍ່ໃຫ້ຖີ່ກັນເກີນໄປ ເພື່ອໃຫ້ແສງແດດສາມາດສ່ອງໃສ່ຕົ້ນໄມ້, ສະນັ້ນພືດພັນທີ່ເຈົ້າຕ້ອງການຈຶ່ງສາມາດເຕີບໃຫ່ຍຂະຫຍາຍຕົວໄດ້.
  • ການພັດທະນາການປູກຝັງ ໝາຍເຖິງການປູກຕົ້ນໄມ້ໃໝ່ໃສ່ກ້ອງຕົ້ນໄມ້ເກົ່າ ຫຼື ປູກໃສ່ບ່ອນທີ່ຕົ້ນໄມ້ມີການເຕີບໃຫຍ່ຂະຫຍາຍຕົວດ້ວຍຕົວມັນເອງ.
  • ປູກຕົ້ນໄມ້ຄືນໃໝ່ຫຼັງຈາກຕັດຕົ້ນໄມ້ ແມ່ນເພື່ອສ້າງຄວາມໝັ້ນໃຈວ່າມັນຈະມີຕົ້ນໄມໃໝ່ເກີດຂຶ້ນແທນແມ່ນປູກຕົ້ນໃໝ່ໃສ່ແທນ ແລະ ເອົາແກ່ນໄມ້ໃສ່ແທນບ່ອນທີ່ໄດ້ຕັດຕົ້ນໄມ້ອອກ.
  • ຄວບຄຸມການຈູດປ່າ ສາມາດຫຼຸດຜ່ອນຕົ້ນໄມ້ນ້ອຍໆທີ່ເຕີບໃຫຍ່ຢູ່ກ້ອງຕົ້ນໄມ້. ນີ້ມັນ ປ່ອຍທາດບຳລຸງລົງສູ່ດິນ ແລະ ຂ້າແມງໄມ້ທີ່ທຳລາຍຕົ້ນໄມ້. ການຄວບຄຸມການຈູດປ່າຕ້ອງການການວາງແຜນຢ່າງລະມັດລະວັງເພາະໄຟສາມາດເຜົາຜານຢ່າງງ່າຍດາຍ ຖ້າບໍ່ມີການຄວບຄຸມ.
  • ເລືອກທີ່ຈະຕັດຕົ້ນໄມ້ ໝາຍຄວາມວ່າຕັດແຕ່ຕົ້ນໄມ້ບາງຕົ້ນ, ເພາະວ່າເຮົາສາມາດຮັກສາຕົ້ນໄມ້ນ້ອຍ ແລະ ຕົ້ນໄມ້ທີ່ມີສຸຂະພາບດີ ແລະ ຂາຍຕົ້ນໄມ້ທີ່ແກ່ແລ້ວເພາະຕົ້ນໄມ້ສາມາດຮັກສາດິນ ແລະ ໃຫ້ແນວພັນໃນອະນາຄົດ.

  • ທ້ອນໂຮມ ແລະ ຂາຍຜະລິດຕະພັນຈາກປ່າໄມ້ ດີກວ່າທີ່ຈະຂາຍໄມ້ວິທີນີ້ແມ່ນສາມາດຊ່ວຍຮັກສາປ່າໄມ້ໃນຂະນະດຽວກັນກໍ່ສາມາດຫາລາຍໄດ້ນຳພ້ອມ.
  • ຈ່າຍເງິນໃຫ້ເຈົ້າຂອງຟາມບໍ່ໃຫ້ເອົາສັດລ້ຽງໄປລ້ຽງໃນປ່າໄມ້. ຈ່າຍເງິນໃຫ້ຊາວນາບໍ່ໃຫ້ພວກເຂົາຕັດຕົ້ນໄມ້ໃນເຂດດິນຂອງພວກເຂົາ. ສິ່ງເຫຼົ່ານີ້ສາມາດສົ່ງເສີມຄວາມອຸດົມສົມບູນຂອງປ່າໄມ້ ແລະ ປ້ອງກັນຄວາມຂັດແຍ່ງເລື່ອງປ່າໄມ້ອີກດ້ວຍ.
  • ອານຸລັກອານາເຂດຂອງສັດປ່າ (ບໍລິເວນປ່າໄມ້ ຫຼື ເນື້ອທີ່ດິນທີ່ປົກຄຸມດ້ວຍປ່າ) ປ່ອຍໃຫ້ສັດປ່າສາມາດອາໄສຢູ່ ແລະ ເຄື່ອນຍ້າຍຜ່ານບໍລິເວນນັ້ນ.
  • ປູກຕົ້ນໄມ້ໃຫ້ເປັນພື້ນທີ່ສີຂຽວ, ປູກຕົ້ນໄມ້ໃສ່ບໍລິເວນທີ່ຕົ້ນໄມ້ຖືກຕັດ ຫຼື ບ່ອນທີ່ປ່າໄມ້ສູນເສຍໄປແມ່ນວິທີທາງທີ່ປັບປຸງດິນ, ນ້ຳ ແລະ ອາກາດໃນຕົວເມືອງໃຫຍ່ ແລະ ເມືອງຕ່າງໆທີ່ເຕັມໄປດ້ວຍມົນລະພິດ.
  • ສະໜັບສະໜູນການເຕີບໃຫຍ່ຂະຫຍາຍຕົວແບບທຳມະຊາດຂອງປ່າໄມ້ ໂດຍການກຳນົດການໝູນໃຊ້ບໍລິເວນທີ່ມີຕົ້ນໄມ້ຈຳນວນຫຼວງຫຼາຍຖືກຕັດ ແລະ ຊ່ວຍໃຫ້ຟື້ນຟູປ່າ ໄມ້ໄດ້.
  • ໃຊ້ສັດໃນການລາກແກ່ ເປັນຕົ້ນເຫດໃນການທຳລາຍປ່າໄມ້ໜ້ອຍກວ່າໃຊ້ລົດ ຫຼື ເຄື່ອງຈັກໜັກຕ່າງໆ.

  • ການຕັດເອົາກິ່ງ ກ້ານອອກກ່ອນທີ່ຈະລາກອອກຈາກປ່າແມ່ນເຮັດໃຫ້ເປັນອັນຕະລາຍຕໍ່ພືດພັນ ເພາະວ່າກິ່ງກ້ານມີ່ເນົ່າເປື່ອຍເຮັດໃຫ້ດິນດີ.
  • ການທ່ອງທ່ຽວແບບອານຸລັກສິ່ງແວດລ້ອມ ສາມາດຫາລາຍໄດ້ໂດຍການສະແດງໃຫ້ເຫັນທຳມະຊາດທີ່ສວຍງາມ ຫຼື ຄວາມງາມຂອງປ່າໄມ້, ໂດຍປາສາຈາກການຕັດຕົ້ນໄມ້ ຫຼື ການທຳລາຍສິ່ງແວດລ້ອມ.

ສ້າງແຜນການບໍລິຫານປ່າໄມ້
  • ປ່າໄມ້ໄດ້ໃຫ້ຜົນປະໂຫຍດ ແລະ ຊັບພະຍາກອນຫຍັງແດ່ແກ່ພວກເຂົາ? ຕົ້ນໄມ້, ພືດພັນ ແລະ ສັດຕ່າງໆຖືກໃຊ້ຄືແນວໃດ? ມັນໄດ້ຖືກໃຊ້ແຕ່ລະລະດູການຫຼາຍປານໃດ? ມີພື້ນທີ່ໃດບໍ່ທີ່ມີຊັບພະຍາກອນຫຼຸດໜ້ອຍລົງຈົນເກືອບບໍ່ມີ ຫຼື ສູນຫາຍໄປ?
  • ພວກເຈົ້າມີການສົ່ງເສີມປ່າໄມ້ຄືແນວໃດ? ຊຸມຊົນໄດ້ມີການປູກຕົ້ນໄມ້, ປົກປັກຮັກ ສາບາງພື້ນທີ່ ຫຼື ມີວິທີທາງອື່ນໆເພື່ອສ້າງຄວາມໝັ້ນໃຈວ່າຈະເຮັດໃຫ້ປ່າໄມ້ອຸດົມສົມບູນບໍ່?
  • ຄວນຈະປົກປັກຮັກສາບາງພາກສ່ວນຂອງປ່າຈາກການຊົມໃຊ້? ຊຸມຊົນມີຄວາມຮູ້ກ່ຽວກັບການດູແລຮັກສາປ່າໄມ້ທີ່ສາມາດຊ່ວຍໃຫ້ມີການປ່ຽນແປງຕ່າງໆບໍ?
  • ພວກເຮົາຕ້ອງການທັກສະຫຍັງ ເພື່ອປະສົບຜົນສຳເລັດໃນການບໍລິຫານປ່າໄມ້ແບບຢືນຢົງ? ຖ້າວ່າພວກເຮົາບໍ່ມີທັກສະເຫຼົ່ານີ້, ພວກເຮົາຈະຕ້ອງອາໄສອົງການຈັດຕັ້ງອື່ນໆບໍ?
  • ຊຸມຊົນຂອງພວກເຮົາສາມາດຄຸ້ມຄອງໂຄງການປ່າໄມ້ຄືແນວໃດ? ຊຸມຊົນທີ່ມີການຈັດຕັ້ງດີສາມາດສື່ສານໃຫ້ພາຍນອກຮູ້ວ່າ ພວກເຂົາຈະໄດ້ຮັບຜົນປະໂຫຍດຢ່າງໃຫຍ່ຫຼວງກວ່າໂຄງການປ່າໄມ້ແບບຢືນຢົງ.
  • ເຮັດແນວໃດພວກເຂົາຈະເອົາຜົນຜະລິດໄປຂາຍໃນຕະຫຼາດໄດ້? ຈະນຳເອົາຜະລິດຕະພັນໄປຂາຍໃນຕະຫຼາດລະດັບຊາດ ຫຼື ຕະຫຼາດຕ່າງປະເທດແມ່ນແພງກວ່າຂາຍຢູ່ຕະ ຫຼາດທ້ອງຖິ່ນ. ຂາຍຢູ່ທ້ອງຖິ່ນໄດ້ລາຄາຕ່ຳ, ແຕ່ວ່າຄ່າໃຊ້ຈ່າຍໃນການຂາຍກໍ່ໜ້ອຍເຊັ່ນກັນ.
  • ຜະລິດຕະພັນຂອງພວກເຮົາຄວນຈະມີລາຄາເທົ່າໃດ? ຖ້າວ່າເຈົ້າສົງໄສວ່າລາຄາທີ່ເຈົ້າໄດ້ຮັບແມ່ນຍຸຕິທຳແລ້ວ ຫຼື ບໍ່ສຳລັບຜະລິດຕະພັນຈາກປ່າ, ພວກເຈົ້າອາດຕ້ອງການ ຕິດຕໍ່ພົວພັນກັບອົງການການຄ້າ (ເບິ່ງຂໍ້ມູນຢູ່ພາກທີ່ເວົ້າກ່ຽວກັບຊັບພະຍາກອນຕ່າງໆ).
  • ແຜນການໃໝ່ໄດ້ນຳການປ່ຽນແປງຫຍັງແດ່? ແຜນການບໍລິຫານໃຫຍ່ຈະສາມາດຄຸ້ມຄອງຄວາມສາມາດຂອງບາງຄົນໃນການຊົມໃຊ້ປ່າໄມ້ບໍ່? ຊຸມຊົນຈະສາມາດຊ່ວຍພວກເຂົາແນວໃດເປັນການຕອບແທນ.

ຫຸ້ນສ່ວນເພື່ອປົກປັກຮັກສາປ່າ
ການສ້າງຫຸ້ນສ່ວນກັບຫຼາຍກຸ່ມທີ່ໄດ້ຮັບຜົນປະໂຫຍດຈາກປ່າໄມ້ແມ່ນຊ່ວຍສ້າງຄວາມໝັ້ນໃຈວ່າ ປ່າໄມ້ຖືກຊົມໃຊ້ໃນວິທີທາງທີ່ຖືກກັບຄວາມຮຽກຮ້ອງຕ້ອງການຂອງທຸກໆຄົນ. ຫຸ້ນສ່ວນກັບຜູ້ຄົນທ້ອງຖິ່ນອື່ນສາມາດຊ່ວຍປົກປັກຮັກສາສິດທິຂອງພວກເຈົ້າເອງ.

ຄວາມຫຼາກຫຼາຍຂອງປ່າໄມ້

ຄວາມຫຼາກຫຼາຍຂອງປ່າໄມ້ ແລະ ສຸຂະພາບ
         ມັນເປັນການງ່າຍທີ່ຈະສາມາດເບິ່ງເຫັນວົງຈອນຊີວິດໄດ້ງ່າຍຢູ່ໃນປ່າເພາະວ່າປ່າໄມ້ທີ່ອຸດົມສົມບູນປະ ກອບດ້ວຍຫຼາຍຢ່າງທີ່ແຕກຕ່າງກັນເຊັ່ນຊະນິດຂອງພືດພັນ ແລະ ສັດຕ່າງໆ. ສິ່ງນີ້ແມ່ນສາມາດປົກປັກຮັກສາຊີວິດຂອງຜູ້ຄົນຕັ້ງເປັນຫຼາຍໆປີ. ແມງເຜີ້ງ ແລະ ແມງໄມ້ຊະນິດຕ່າງໆແມ່ນອາໄສຢູ່ນໍາຕົ້ນໄມ້ເພື່ອປະສົມເກ
ສອນດອກໄມ້ໃຫ້ກັບພືດພັນ ສະນັ້ນ ພວກມັນເກີດດອກອອກຜົນ. ຕໍ່ ແລະ ມົດກິນແມງໄມ້ທີ່ໂຈມຕີພືດພັນຕ່າງໆ. ເຈຍ ແລະ ນົກກິນຍຸງທີ່ເປັນພາຫະໃນການແຜ່ຂະຫຍາຍໂລກມາເລເລັຍ, ໄຂ້ໝາກເຫຼືອງ ແລະ ໂລກຕ່າງໆ. ສັດປ່າຕ່າງໆແມ່ນສາມາດຄອບຄຸມປະລິມານສັດຕ່າງໆເຊັ່ນ: ໜູ, ໝັດ, ແມງວັນ ແລະ ໂຕເຫັບ.ໂດຍການລ່າເປັນ
ອາຫານຂອງພວກມັນ ແລະ ນີ້ກໍ່ເພື່ອເປັນການປ້ອງກັນຈາກການແຜ່ລາມ ເຊື້ອພະຍາດ ຫຼື ໂລກຕ່າງໆ.
         ເມື່ອທີ່ພັກຂອງຄົນຖືກສ້າງຂຶ້ນໃນ ຫຼື ໃກ້ໆກັບປ່າເສື່ອມໂຊມ, ຈໍານວນ ແລະ ຊະນິດຂອງສັດຕ່າງໆຖືກຫຼຸດລົງ ເພາະວ່າບ່ອນອາໄສຂອງພວກມັນກໍ່ຫຼຸດລົງ ແລະ ຫາຍາກ. ອີກຢ່າງໜຶ່ງສັດທີ່ຍັງອາໃສແມ່ນຖືກບັງຄັບໃຫ້ຢູ່ໃກ້ກັບຜູ້ຄົນ. ນີ້ແມ່ນນໍາໄປເຖິງຄວາມສ່ຽງທີ່ວ່າພະຍາດຈາກສັດສາມາດຕິດໃສ່ຄົນ. ໂດຍການຮັກສາໃຫ້ມີ
ປະລິມານປ່າໄມ້ພຽງພໍເພື່ອຕອບສະໜອງການປູກຕົ້ນໄມ້ຊະນິດຕ່າງໆ ແລະ ສັດຊະນິດຕ່າງໆ, ພວກເຮົາປົກປັກຮັກສາສຸຂະພາບຂອງຄົນເຮົາ.

ປ່າໄມ້, ອາຫານ, ເຊື້ອໄຟ ແລະ ຢາປົວພະຍາດ
          ຢູ່ໃນປ່າມີໝາກໄມ້ຫຼາຍຊະນິດ, ໝາກຖົ່ວເປືອກແຂງ, ໝາກໄມ້ເປືອກແຂງ, ຮາກໄມ້, ແມງໄມ້ ແລະ ສັດຊະນິດຕ່າງໆທີ່ໃຊ້ໄວ້ເປັນອາຫານ ແລະ ຢາປິ່ນປົວພະຍາດສໍາລັບຄົນ. ຜົນຂອງການທີ່ປ່າ ໄມ້ຖືກທໍາລາຍແມ່ນຄວາມອຶດຫີວ, ການຂາດອາ ຫານ ແລະ ເຈັບປ່ວຍ. ຜູ້ຄົນທີ່ອາໄສແຫຼ່ງຊັບພະຍາກອນທໍາມະຊາດເຫຼົ່ານີ້ຈະຕ້ອງຫາວິທີທາງອື່ນເພື່ອມີຊີວິດຢູ່ລອດ. ເມື່ອອາຫານ ແລະ ຢາປິ່ນ ປົວພະຍາດສູນຫາຍໄປ, ຄວາມຮູ້ກ່ຽວກັບການກະກຽມ ແລະ ໃຊ້ສິ່ງເຫຼົ່ານີ້ກໍ່ສູນຫາຍໄປເຊັ່ນກັນ. ຈະສາມາດເວົ້າອີກຢ່າງໜຶ່ງວ່າ ການສູນເສຍປ່າແມ່ນນໍາໄປສູ່ການສູນເສຍຄວາມສໍາຄັນຂອງຄວາມຮູ້ ແລະ ປະເພນີທີ່ເຄີຍປະຕິບັດກັນມາ.
            ຢູ່ໃນບ່ອນທີ່ມີຊັບພະຍາກອນຂາດແຄນ, ຜູ້ຄົນບາງຄັ້ງຮູ້ສຶກວ່າຖືກບັງຄັບໃຫ້ເລືອກລະຫວ່າງການຮັກສາຕົ້ນໄມ້ໄວ້ ແລະ ການຕັດຕົ້ນໄມ້ເພື່ອປູກພືດພັນທັນຍາຫານຕ່າງໆເພື່ອເປັນອາຫານ. ແຕ່ແນວໃດກໍ່ຕາມຊາວກະເສດຕະກອນຄວນເຫັນໄດ້ເຖິງຄວາມສໍາຄັນຂອງຕົ້ນໄມ້ຢູ່ໃນບໍລິເວນທີ່ທ່ານເຮັດກະເສດ, ເພາະວ່າຕົ້ນໄມ້ມັນມີຄວາມສໍາຄັນໃນການຮັກສາສົມດູນຂອງທໍາມະຊາດ ສະນັ້ນການຮັກສາສົມດູນລະຫວ່າງການຕັດຕົ້ນໄມ້ ແລະ ປູກຕົ້ນໄມ້ແມ່ນມີຄວາມສໍາຄັນ
ປ່າໄມ້ ແລະ ການດໍາລົງຊີວິດ
         ປ່າໄມ້ຕ່າງໆແມ່ນມີຄວາມສໍາຄັນສໍາລັບການດໍາລົງຊີວິດ. ບາງລັດຖະບານ ແລະ ອົງການຈັດຕັ້ງຕ່າງໆກ່າວວ່າ ການທໍາລາຍຢ່າງຮ້າຍແຮງທີ່ສຸດໃຫ້ແກ່ປ່າໄມ້ມີສາເຫດມາຈາກຄົນທຸກຍາກພວກເຂົາໄດ້ຕັດໄມ້ທໍາລາຍປ່າ ເພື່ອເປັນບ່ອນທໍາມາຫາກິນເຊັ່ນ: ເຮັດໄຮ່, ເຮັດນາແລະ ອື່ນໆ. ແຕ່ວ່າເມື່ອຜູ້ຄົນບໍ່ມີອາຫານພຽງພໍ ແລະ ບໍ່ມີລາຍໄດ້ ຫຼື ຄວາມຕ້ອງການພື້ນຖານຕ່າງໆ, ມັນຈຶ່ງເຮັດໃຫ້ບັນຫາເຫຼົ່ານີ້ຖືເປັນບັນຫາສໍາຄັນຫຼາຍກວ່າການອະນຸລັກປ່າ.ບາງຄົນແມ່ນບໍ່ມີທາງເລືອກ ພວກເຂົາຈໍາຕ້ອງຕັດໄມ້ເພື່ອເຮັດເປັນດິນນາ ຫຼື ຕັດເພື່ອເປັນຟືນ ແລະ ໄມ້ທ່ອນເພື່ອຂາຍ. ຂໍ້ກ່າວຫານີ້ແມ່ນບໍ່ໄດ້ຕໍານິພາກສ່ວນອຸດສະຫະກໍາທີ່ຊົມໃຊ້ໄມ້ຈໍານວນຫຼວງຫຼາຍ ຫຼື ຕັດໄມ້ເພື່ອການຂຸດຄົ້ນບໍ່ແຮ່, ບໍ່ນໍ້າມັນ, ຫຼື ອຸດສາຫະກໍາໄຮ່ຢາສູບ ແລະ ສວນຢາງຕ່າງໆ.
           ເມື່ອຄວາມຕ້ອງການຂອງຄົນໃນການດໍາລົງຊີວິດໃນແຕ່ລະມື້ໄດ້ຮັບການຕອບສະໜອງ, ພວກເຂົາກໍສາມາດໄປເຖິງອະນາຄົດຂອງພວກເຂົາ, ນີ້ລວມທັງຈະເຮັດແນວໃດ ເພື່ອດູແລສຸຂະພາບແວດລ້ອມ. ຜູ້ຄົນທີ່ອາໄສຢູ່ໃນປ່າ ແລະ ຮັກສາປ່າໄມ້ຕ່າງໆຮູ້ວ່າມີ ຫຼາຍວິທີທາງ ເພື່ອຫາລາຍໄດ້ຈາກປ່າໄມ້ໂດຍປາສະຈາກການເຮັດອັນຕະລາຍປ່າໄມ້ຫຼາຍເກີນໄປ. ຢູ່ໃນຫຼາຍກໍລະນີການທໍາລາຍປ່າແມ່ນມີສາເຫດມາຈາກຄວາມຕ້ອງການຂອງອຸດສະຫະກໍາ ແລະ ຄວາມກົດດັນຈາກຄວາມທຸກຍາກ.


ການທ່ອງທ່ຽວເພື່ອອະນຸລັກສິ່ງແວດລ້ອມ
           ການທ່ອງທ່ຽວເພື່ອອະນຸລັກສິ່ງແວດລ້ອມແມ່ນວິທີທາງໜຶ່ງທີ່ສາມາດຫາລາຍໄດ້ມາຈາກນັກທ່ອງທ່ຽວທີ່ມັກການທ່ຽວເບິ່ງຄວາມສວຍງາມຂອງທໍາມະຊາດ ຫຼື ເພື່ອຮຽນກ່ຽວກັບການປູກຝັງ ແລະ ລ້ຽງສັດຂອງບໍລິເວນນັ້ນໆ. ບາງໂຄງການທ່ອງທ່ຽວແບບອະນຸລັກທໍາມະຊາດນໍາພາຜູ້ຄົນມ່ວນຊື່ນກັບທໍາມະຊາດທີ່ສວຍງາມ. ໂຄງການອື່ນໆແມ່ນເຊື້ອເຊີນໃຫ້ຜູ້ຄົນໄປຢູ່ກັບຜູ້ຄົນໄປອາໄສຢູ່ນໍາຊຸມຊົນຂອງພວກເຂົາເພື່ອໃຫ້ພວກເຂົາໄດ້ຮຽນຮູ້ວິທີການປົກປັກຮັກສາສິ່ງ ແວດລ້ອມ. ຍັງມີໂຄງການອື່ນໆອີກເພື່ອເຊີນຊວນນັກທ່ອງທ່ຽວປະກອບສ່ວນໃນການເຮັດວຽກຕົວຈິງຂອງໂຄງການໃນການປົກປັກຮັກສາສິ່ງແວດລ້ອມຢ່າງຫ້າວຫັນ.

                 
             







             ການທ່ອງທ່ຽວເພື່ອອະນຸລັກສິ່ງແວດລ້ອມບໍ່ແມ່ນວິທີການອະນຸລັກສິ່ງແວດລ້ອມ ແບບຍຶນຍົງສະເໝີໄປ. ແຕ່ວ່າການກະກຽມ ແລະ ດໍາເນີນໂຄງການແມ່ນຕ້ອງການເງິນ ທຶນຫຼາຍພໍສົມຄວນ ແລະ ຕ້ອງການການວາງແຜນການຢ່າງລະມັດລະວັງ. ນັກທ່ອງທ່ຽວ ຕ້ອງການອາຫານ, ຄວາມສະດວກສະບາຍ, ທີ່ພັກ, ຄໍາແນະນໍາ ແລະ ຄວາມອົດທົນຫຼາຍໃນການຈັດການກັບຄວາມແຕກຕ່າງທາງຮີດຄອງປະເພນີ. ພວກເຂົາອາດຈະເກີດອຸບັດເຫດ ຫຼື ເຂົາຕ້ອງດູແລຮັກສາສຸຂະພາບ. ເພື່ອຢາກໃຫ້ນັກທ່ອງທ່ຽວມາຢ້ຽມຢາມແມ່ນຮຽກຮ້ອງ ໃຫ້ມີການໂຄສະນາທັງວາລະສານຕ່າງໆ ຫຼື ທາງອິນເຕີເນັດ, ພິມແຜ່ນພັບເພື່ອເປັນການປະຊາສໍາພັນກ່ຽວກັບການທ່ອງທ່ຽວ ແລະ ເຮັດເປັນຮູບແບບຕ່າງໆໃຫ້ສາທາລະນະຊົນຮັບຮູ້.
            ໂຄງການທ່ອງທ່ຽວເພື່ອອະນຸລັກສິ່ງແວດລ້ອມຈໍາຕ້ອງມີການຈັດຕັ້ງຢ່າງລະມັດລະວັງ ເພາະວ່າຜົນປະໂຫຍດແມ່ນບໍ່ໄດ້ໃຫ້ພຽງແຕ່ຊຸມຊົນ, ຕົວແທນ ຫຼື ທຸລະກິດພາຍນອກ, ຫຼື ບາງຄອບຄົວເທົ່ານັ້ນ. ໂຄງການການທ່ອງທ່ຽວເພື່ອອະນຸລັກສິ່ງແວດລ້ອມທີ່ປະສົບຜົນສໍາເລັດແມ່ນຈໍາກັດປະລິມານຂອງນັກທ່ອງທ່ຽວນີ້ກໍ່ເພື່ອຫຼຸດຜ່ອນຄວາມກົດດັນໃຫ້ແກ່ຊຸມຊົນ ແລະ ຫຼຸດຜ່ອນການທໍາລາຍສິ່ງແວດລ້ວມ.

ບົດບາດຂອງປະໄມ້

ປ່າໄມ້ ແລະ ສຸຂະພາບ
ປ່າໄມ້ຄໍ້າຊູສຸຂະພາບຂອງຄົນເຮົາຢູ່ທຸກໆບ່ອນ ບໍ່ວ່າຈະແມ່ນຜູ້ຄົນທີ່ອາໄສຢູ່ໄກຈາກປ່າ ຫຼື ບໍລິເວນທີ່ປ່າຖືກທໍາລາຍຢ່າງໜັກ, ນີ້ແມ່ນຂຶ້ນຢູ່ກັບສິ່ງທີ່ປ່າສາມາດໃຫ້ໄດ້. ເມື່ອປ່າຖືກ ລົດຄ່າ ແລະ ຖືກທໍາລາຍຢ່າງໜັກໜ່ວງ, ສຸຂະພາບຂອງຊຸມຊົນແມ່ນຖືກນາບຂູ່ ເພາະວ່າ ຂັ້ນຕອນ ແລະ ບົດບາດທີ່ຕົ້ນໄມ້ ແລະ ປ່າທີ່ເຮັດໜ້າທີ່ໃນການຄໍ້າຊູສຸຂະພາບບໍ່ໄດ້ຖືກປະຕິບັດ.


ປ່າໄມ້ ແລະ ນໍ້າ
         ບາງຄົນເຊື່ອວ່າຕົ້ນໄມ້ດຶງດູດຝົນ ແລະ ເກັບນໍ້າໄວ້ພື້ນດິນ. ຜູ້ອື່ນໆເຊື່ອວ່າຕົ້ນໄມ້ໃຊ້ນໍ້າຫຼາຍກວ່າພືດພັນຊະນິດອື່ນໆ. ນີ້ແມ່ນຂຶ້ນກັບຕົ້ນໄມ້ແຕ່ລະຊະນິດ ວ່າພວກມັນເຕີບໃຫຍ່ຢູ່ບ່ອນ ໃດ ແລະ ເງື່ອນໄຂອື່ນໆອີກ, ເວົ້າແລ້ວຄວາມເຊື່ອທັງສອງຢ່າງແມ່ນສາມາດເປັນຄວາມຈິງໄດ້. ປ່າໄມ້ທີ່ມີດິນອຸດົມສົມບູນ ແລະ ຮາກທີ່ຢັ່ງລົງເລິກ ມີໜ້າທີ່ຄືກັນກັບເຄື່ອງກອງນໍ້າ. ເມື່ອຢາຂ້າແມງໄມ້, ທາດໂລຫະໜັກ, ແລະ ສານເຄມີຕ່າງໆເຮັດໃຫ້ນໍ້າມີມົນລະພິດ, ຮາກຂອງຕົ້ນໄມ້ ຊ່ວຍກັນຕອງສິ່ງເຫຼົ່ານັ້ນ. ນໍ້າທີ່ຖືກກັ່ນຕອງໄດ້ລົງສູ່ນໍ້າສ້າງ, ສາຍນໍ້າ, ທະເລສາບຕ່າງໆ ແລະ ຍັງຮັກສາອ່າງໂຕ່ງ ແລະ ເຮັດໃຫ້ຄົນທີ່ອາໄສຢູ່ທີ່ນັ້ນມີສຸຂະພາບແຂງແຮງ. ເມື່ອປາສະຈາກປ່າເພື່ອປົກປ້ອງແຫຼ່ງນໍ້າ, ມັນບໍ່ມີນໍ້າສະອາດທີ່ໃຊ້ດື່ມກິນ ແລະ ອາບ. ນີ້ແມ່ນເຫດຜົນທີ່ດີທີ່ສຸດທີ່ຈະຮັກສາຕົ້ນໄມ້ໃຫ້ຄົງຢູ່ ດີກວ່າການຕັດຕົ້ນໄມ້ ນີ້ກໍ່ເພື່ອຮັກສານໍ້າຂອງເຮົາໃຫ້ແມ່ນສະອາດ ແລະ ອຸດົມສົມບູນ.
          ແຕ່ວ່າຕົ້ນໄມ້ບາງຊະນິດໂດຍສະເພາະຕົ້ນໄມ້ທີ່ເຕີບໃຫຍ່ໄວ ແລະ ບໍ່ແມ່ນຕົ້ນໄມ້ ຂອງທ້ອງຖິ່ນນັ້ນໆ, ອາດຈະໃຊ້ນໍ້າຫຼາຍ. ສໍາລັບຊາວນາ ແລະ ຜູ້ອື່ນໆທີ່ຕ້ອງການຮັກສາແຫຼ່ງນໍ້າ ສິ່ງທີ່ສໍາຄັນແມ່ນສັງເກດຄວາມແຕກຕ່າງຂອງຕົ້ນໄມ້ແຕ່ລະປະເພດມີຜົນກະທົບຕໍ່ນໍ້າ ແລະ ຄວນພິຈາລະນາຢ່າງຖີ່ຖ້ວນກ່ອນຈະຕັດສິນໃຈໃນການປູກຕົ້ນໄມ້.

ປ່າໄມ້ ແລະ ອາກາດ
          ປ່າໄມ້ມີຜົນກະທົບຕໍ່ສະພາບອາກາດ ແລະ ພູມີອາກາດ (ອາກາດໃນພື້ນທີ່ໃດໜຶ່ງໃນເວລາດົນນານ). ພວກມັນສາມາດເຮັດໃຫ້ອາກາດຫຼຸດຜ່ອນຄວາມຮຸນແຮງໂດຍການຜະລິດອາກາດອົບອຸ່ນ ແລະ ຊຸ່ມ, ແລະ ຜະລິດອາກາດເຢັນເປັນອາກາດອຸ່ນ ແລະ ແຫ້ງ. ຕົ້ນໄມ້ສາມາດປ້ອງກັນເຮືອນຊານ ແລະ ຜົນລະປູກ ຈາກລົມແຮງ ແລະ ແສງແດດທີ່ຮ້ອນ ແລະ ເປັນທີ່ກໍາບັງໃນເມື່ອເວລາຝົນຕົກໜັກ.ສວ່ນໃຫ່ຍປ່າໄມ້ຕ້ອງຕໍ່ສູ້ກັບສະພາວະໂລກຮ້ອນເພາະການທີ່ຕ້ອງຕໍ່ສູ້ກັບມົນລະພິດ ແລະ ສານເຄມີມັນສາມາດຊ່ວຍໃຫ້ໂລກເຢັນລົງ ແລະເຮັດໃຫ້ອາກາດ ແລະ ນໍ້າມີຄຸນນະພາບດີຂື້ນ. ເມື່ອພວກເຮົາສູນເສຍປ່າບໍລິເວນ ຈໍານວນຫຼວງຫຼາຍ, ການນາບຂູ່ຈາກໄພທໍາມະຊາດເຊັ່ນ: ພາຍຸເຫີລີເຄນ,ໄພແຫ້ງແລ້ງ ແລະ ພາຍຸ ຄວາມຮ້ອນ ແມ່ນມີຈໍານວນເພີ່ມຂຶ້ນ.

ປ່າໄມ້

         

  ປ່າໄມ້ຕອບສະໜອງຊັບພະຍາກອນທີ່ມີຄວາມສໍາຄັນທີ່ສຸດຫຼາຍຢ່າງ ເຊັ່ນ: ອາຫານ, ຟືນ, ອຸປະກອນກໍ່ສ້າງ, ອາຫານສັດ (ຫຍ້າແຫ້ງ), ຢາປົວພະຍາດ ແລະ ກໍ່ມີອີກຫຼາຍຢ່າງ. ຕົ້ນໄມ້ ແລະ ປ່າໄມ້ແມ່ນມີບົດບາດສໍາຄັນໃນການຮັກສາໄວ້ຄວາມອຸດົມສົມບູນຂອງສ່ິງແວດລ້ອມ. ພວກມັນສາມາດຮັກສາອາກາດ ແລະ ນໍ້າໃຫ້ສະອາດ, ປ້ອງກັນ ( ບໍ່ໃຫ້ມີການເຊາະເຈື່ອນຂອງດິນ ແລະ ໄພນໍ້າຖ້ວມ, ເຮັດໃຫ້ດິນອຸດົມສົມບູນ, ສ້າງບ້ານໃຫ້ກັບນົກຊະນິດຕ່າງໆ, ສັດສາວາສິ່ງຕ່າງໆ ແລະ ພຶດພັນຕ່າງໆໃຫ້ເປັນຮົ່ມເງົາ ແລະ ເຮັດໃຫ້ຊຸມຊົນສວຍ ງາມ.
           ເພື່ອເຮັດໃຫ້ປ່າສືບຕໍ່ຕອບສະໜອງຊັບພະຍາກອນ ແລະ ຮັກສາໄວ້ຄວາມອຸດົມສົມບູນຂອງສິ່ງແວດລ້ວມດັ່ງທີ່ກ່າວມາຂ້າງເທິງນັ້ນ, ພວກມັນຕ້ອງໄດ້ຮັບການດູແລ ແລະ ການຈັດການເປັນຢ່າງດີພໍສົມຄວນ ແລະ ການຊົມໃຊ້ຢ່າງສະຫຼາດ. ແຕ່ຍ້ອນວ່າປ່າໄມ້ມີຄຸນຄ່າສໍາຄັນຕໍ່ອຸດສະຫະກໍາຕ່າງໆ ເຊັ່ນດຽວກັບຊຸມຊົນຕ່າງໆ ແລະ ອີກຢ່າງໜຶ່ງຕົ້ນໄມ້ແມ່ນຖືກນໍາໃຊ້ໃນຈຸດປະສົງອຶ່ນເຊັ່ນກັນ ສະນັ້ນປ່າໄມ້ຈຶ່ງຖືກຖາກທາງໄວກວ່າການເຕີບ
ໃຫຍ່ຂະຫຍາຍຕົວຂອງພວກມັນ. ບາງຄັ້ງບໍລິສັດໄມ້ທ່ອນ ແລະ ອຸດສະຫາກໍາອື່ນໆແມ່ນດໍາເນີນການຕັດໄມ້ເພື່ອເຮັດບໍ່ແຮ່, ສະເໜີໃຫ້ປະຊາຊົນມີແຫຼ່ງລາຍໄດ້ທີ່ພວກເຂົາບໍ່ສາມາດປະຕິເສດໄດ້.
            ແຕ່ວ່າມັນຍັງມີຄວາມສົມດູນທີ່ສາມາດຄົ້ນພົບລະຫວ່າງຄວາມຕ້ອງການຊົມໃຊ້ທີ່ດິນ ແລ ະຊັບພະຍາ ກອນ ແລະ ຄວາມຕ້ອງການທີ່ປົກປັກຮັກສາຊັບພະຍາກອນເຫຼົ່ານັ້ນເພື່ອອະນາຄົດ. ເມື່ອໃດທີ່ມີການນໍາໃຊ້ຊັບພະຍາກອນຫຼາຍເກີນໄປມັນກໍ່ເປັນສາເຫດໃຫ້ມີໄພອັນຕະລາຍໃນໄລຍະຍາວທີ່ບາງເທື່ອເປັນສິ່ງທີ່ເຮົາຄາດບໍ່ເຖິງເຊັ່ນກັນ. ຊຸມຊົມຫຼາຍຊຸມຊົມທີ່ອາໄສຢູ່ນໍາປ່າໄມ້ເປັນຫຼາຍໆເຊັ່ນຄົນ ພວກເຂົາຮູ້ດີວ່າ ພວກເຂົາຈະມີອັນຕະລາຍຫຼາຍເມື່ອປ່າໄມ້ຖືກນໍາມາໃຊ້ ແລະ ຖາກຖາງລົງເປັນຈໍານວນຫຼາຍເກີນໄປ.

Tuesday, February 23, 2016

ອ່າງໂຕ່ງ Catch ment area

ອ່າງໂຕ່ງແມ່ນບໍລິເວນທີ່ດິນທີ່ນໍ້າຝົນ ແລະ ນໍ້າທີ່ຫິມະລະລາຍລວມກັນເຂົ້າເປັນອັນດຽວເຊັ່ນ: ຫ້ວຍຮ່ອງ, ແມ່ນໍ້າ, ທະເລສາບ ຫຼື ດິນທີ່ປຽກຊຸ່ມ. ອ່າງໂຕ່ງຍັງຖືກເອີ້ນອີກຢ່າງໜຶ່ງວ່າອ່າງເກັບນໍ້າ ເພາະວ່າເນື້ອທີ່ດິນຢູ່ເທີງພູ ແລະ ຕົ້ນນໍ້າໄດ້ຮັບເອົານໍ້າທັງໝົດ ແລະ ຫຼັງຈາກນັ້ນຈຶ່ງໄຫຼລົງພູລົງສູ່ຕົ້ນນໍ້າ.


ອ່າງໂຕ່ງແມ່ນບໍລິເວນທີ່ດິນທີ່ນໍ້າຝົນ ແລະ ນໍ້າທີ່ຫິມະລະລາຍລວມກັນເຂົ້າເປັນອັນດຽວເຊັ່ນ: ຫ້ວຍຮ່ອງ, ແມ່ນໍ້າ, ທະເລສາບ ຫຼື ດິນທີ່ປຽກຊຸ່ມ. ອ່າງໂຕ່ງຍັງຖືກເອີ້ນອີກຢ່າງໜຶ່ງວ່າອ່າງເກັບນໍ້າ ເພາະວ່າເນື້ອທີ່ດິນຢູ່ເທີງພູ ແລະ ຕົ້ນນໍ້າໄດ້ຮັບເອົານໍ້າທັງໝົດ ແລະ ຫຼັງຈາກນັ້ນຈຶ່ງໄຫຼລົງພູລົງສູ່ຕົ້ນນໍ້າ.
            ອ່າງໂຕ່ງອາດຈະມີຂະໜາດໃຫຍ່ ຊຶ່ງສາມາດກວມເນື້ອທີ່ເຖິງຫຼາຍພັນກິໂລເມັດ; ຫຼື ຂະໜາດນ້ອຍທີ່ມີຂະໜາດເທົ່າກັບເປີ້ນພູ. ຢູ່ໃນອ່າງໂຕ່ງແຕ່ລະແຫຼ່ງນໍ້າຈະໄຫຼຈາກທີ່ສູງລົງສູ່ທີ່ຕໍ່າ ເຊັ່ນ: ລົງຈາກພູສູງລົງສູ່ເປີ້ນພູບ່ອນທີ່ມີອ່າງໂຕ່ງຂະໜາດນ້ອຍຫຼາຍແຫ່ງ (ຫ້ວຍຮ່ອງຂະໜາດນ້ອຍ ແລະ ທາງນໍ້າອື່ນໆທີ່ໄຫຼລົງສູ່ແມ່ນໍ້າ ແລະ ທະເລ)..
            ອ່າງໂຕ່ງທີ່ອຸດົມສົມບູນສາມາດປົກປ້ອງການສະໜອງນໍ້າ, ການບໍາລູງຮັກສາປ່າ, ພືດພັນ, ສັດປ່າ, ຮັກສາດິນໃຫ້ອຸດົມສົມບູນ ແລະ ສະໜັບສະໜູນຊຸມຊົນໃຫ້ສາມາດຢູ່ ດ້ວຍໂຕເອງ. ຖ້າອ່າງໂຕ່ງມີການປ່ຽນແປງຢ່າງເຊັ່ນວ່າ ປ່າໄມ້ຖືກທໍາລາຍໂດຍການຕັດໄມ້ທໍາລາຍປ່າ, ຖິ້ມຂີ້ເຫຍື້ອໃສ່ ຫຼື ການສ້າງຖະນົນຫົນທາງ, ເຮືອນ ແລະ ເຂື່ອນ ສາມາດ ທໍາລາຍອ່າງໂຕ່ງ ແລະ ແຫ່ງນໍ້າຂອງມັນເອງ. ນີ້ມັນສາມາດມີຜົນກະທົບຕໍ່ຄວາມສາມາດ ຂອງດິນເພື່ອຊຸກຍູ້ໃຫ້ຊຸມຊົນຢູ່ຢ່າງອຸດົມສົມບູນ ແລະ ມັນນໍາໄປເຖິງບັນຫາສຸຂະພາບ, ຄວາມອຶດຫີວ ແລະ ການຍົກຍ້າຍຖິ່ນ ຖານ. ການວາງແຜນເພື່ອດໍາເນີນການປ່ຽນແປງວິທີຂອງກະແສນໍ້າໄປເຖິງອ່າງໂຕ່ງ ແລະ ນໍ້າ ແລະ ດິນສາມາດມີການປັບປຸງ ແລະໃຊ້ ແລະ ສາມາດປ້ອງກັນບັນຫາໃນອະນາຄົດຄືແນວໃດ.

ໜ້າທີ່ຂອງອ່າງໂຕ່ງ

ສຸຂະພາບຂອງທຸກໆຄົນແມ່ນໄດ້ຮັບຜົນກະທົບຈາກການທີ່ອ່າງໂຕ່ງຖືກທໍາລາຍ. ເພື່ອຄວາມເຂົ້າໃຈແຈ້ງຄວາມສໍາຄັນຂອງອ່າງໂຕ່ງຕໍ່ກັບສະພາບແວດລ້ວມ, ມັນຊ່ວຍໃຫ້ເຮົາຄິດເຖິງແມ່ນໍ້າ ແລະ ຫ້ວຍຮ່ອງປຽບສະເໝືອສາຍ ເລືອດຂອງໜ່ວຍໂລກ. ພວກມັນໄດ້ນໍາເອົາແມ່ນໍ້າໄຫຼຜ່ານແຜ່ນດິນຄືກັນກັບເລືອດທີ່ລໍ່ລ້ຽງຮ່າງກາຍຂອງຄົນເຮົາ. ພວກເຮົາມີຊີວິດຢູ່ໄດ້ຍ້ອນມີເລືອດລໍ່ລ້ຽງຮ່າງກາຍ, ສະພາບແວດລ້ວມກໍ່ຕ້ອງການນໍ້າເພື່ອການຄົງຢູ່ເຊັ່ນກັນ.

ອ່າງໂຕ່ງແມ່ນບໍລິເວນທີ່ດິນທີ່ນໍ້າຝົນ ແລະ ນໍ້າທີ່ຫິມະລະລາຍລວມກັນເຂົ້າເປັນອັນດຽວເຊັ່ນ: ຫ້ວຍຮ່ອງ, ແມ່ນໍ້າ, ທະເລສາບ ຫຼື ດິນທີ່ປຽກຊຸ່ມ. ອ່າງໂຕ່ງຍັງຖືກເອີ້ນອີກຢ່າງໜຶ່ງວ່າອ່າງເກັບນໍ້າ ເພາະວ່າເນື້ອທີ່ດິນຢູ່ເທີງພູ ແລະ ຕົ້ນນໍ້າໄດ້ຮັບເອົານໍ້າທັງໝົດ ແລະ ຫຼັງຈາກນັ້ນຈຶ່ງໄຫຼລົງພູລົງສູ່ຕົ້ນນໍ້າ.


ວົງຈອນຂອງນໍ້າ

          ນໍ້າແມ່ນມີການເຄື່ອນຍ້າຍຢູ່ຕະຫຼອດເວລາ. ບາງຄັ້ງກໍ່ເຄື່ອນຍ້າຍດ້ວຍການໄຫຼຄືກັນກັບກະແສນໍ້າໄຫຼ. ບາງຄັ້ງມັນເຄື່ອນຍ້າຍດ້ວຍການປ່ຽນຮູບຈາກທາດແຫຼວເປັນອາຍ ຫຼື ເປັນທາດແຂງ ເຊັ່ນ: ນໍ້າກອນ ຫຼື ຫິມະ. ແຕ່ວ່າປະລິມານຂອງນໍ້າຢູ່ໃນໂລກນີ້ແມ່ນບໍ່ເຄີຍມີການປ່ຽນແປງ. ນໍ້າທັງໝົດມັນມີການເຄື່ອນຍ້າຍຈາກທ້ອງຟ້າລົງສູ່ໜ່ວຍໂລກ, ຊືມລົງສູ່ພື້ນດິນ, ໄຫຼລົງສູ່ແມ່ນໍ້າ, ບຶງ ແລະ ມະຫາສະໝຸດຕ່າງໆ ແລະ ກໍ່ລະເຫີຍອາຍຂຶ້ນເທິງຟ້າຄືເກົ່າ. ການເຄື່ອນຍ້າຍຂອງນໍ້າແມ່ນເອີ້ນວ່າວົງຈອນຂອງນໍ້າ.

ອ່າງໂຕ່ງແມ່ນບໍລິເວນທີ່ດິນທີ່ນໍ້າຝົນ ແລະ ນໍ້າທີ່ຫິມະລະລາຍລວມກັນເຂົ້າເປັນອັນດຽວເຊັ່ນ: ຫ້ວຍຮ່ອງ, ແມ່ນໍ້າ, ທະເລສາບ ຫຼື ດິນທີ່ປຽກຊຸ່ມ. ອ່າງໂຕ່ງຍັງຖືກເອີ້ນອີກຢ່າງໜຶ່ງວ່າອ່າງເກັບນໍ້າ ເພາະວ່າເນື້ອທີ່ດິນຢູ່ເທີງພູ ແລະ ຕົ້ນນໍ້າໄດ້ຮັບເອົານໍ້າທັງໝົດ ແລະ ຫຼັງຈາກນັ້ນຈຶ່ງໄຫຼລົງພູລົງສູ່ຕົ້ນນໍ້າ.

ອ່າງໂຕ່ງສາມາດປົກປັກຮັກສານໍ້າ ແລະ ດິນຄືແນວໃດ
ແຫຼ່ງນໍ້າຂອງອ່າງໂຕ່ງແມ່ນບໍ່ໄດ້ມາຈາກແມ່ນໍ້າ ແລະ ທະເລສາບ, ແຕ່ມັນມາຈາກດິນນັ້ນເອງ. ອ່າງໂຕ່ງທີ່ອຸດົມສົມບູນແມ່ນບ່ອນຕອບສະໜອງນໍ້າສະອາດ ແລະ ດິນທີ່ອຸດົມສົມບູນ. ຕົ້ນໄມ້ ແລະ ພືດພັນ ໂດຍສະເພາະແມ່ນຫຍ້າທີ່ເກີດຢູ່ສ່ວນເທິງຂອງອ່າງໂຕ່ງ ແລະ ຕາມແຄມຝັ່ງແມ່ນໍ້າ ແລະ ຫ້ອຍຮ່ອງຕ່າງໆສາມາດປັບປຸງຄຸນນະ ພາບ ແລະ ປະລິມານນໍ້າ ໃຕ້ດິນ. ໂດຍການປົກປັກຮັກສາ ແລະ ອະນຸລັກນໍ້າ, ພືດພັນ ແລະ ດິນ, ພວກເຮົາສາ ມາດປົກປັກຮັກສາອ່າງໂຕ່ງເຊັ່ນກັນ.

ອ່າງໂຕ່ງແມ່ນບໍລິເວນທີ່ດິນທີ່ນໍ້າຝົນ ແລະ ນໍ້າທີ່ຫິມະລະລາຍລວມກັນເຂົ້າເປັນອັນດຽວເຊັ່ນ: ຫ້ວຍຮ່ອງ, ແມ່ນໍ້າ, ທະເລສາບ ຫຼື ດິນທີ່ປຽກຊຸ່ມ. ອ່າງໂຕ່ງຍັງຖືກເອີ້ນອີກຢ່າງໜຶ່ງວ່າອ່າງເກັບນໍ້າ ເພາະວ່າເນື້ອທີ່ດິນຢູ່ເທີງພູ ແລະ ຕົ້ນນໍ້າໄດ້ຮັບເອົານໍ້າທັງໝົດ ແລະ ຫຼັງຈາກນັ້ນຈຶ່ງໄຫຼລົງພູລົງສູ່ຕົ້ນນໍ້າ.


ການປົກປັກຮັກສານໍ້າສ້າງ

ການປົກປັກຮັກສານໍ້າສ້າງ
ນ້ຳສ້າງທີ່ໄດ້ມາດຕະຖານ (ນ້ຳສ້າງທີ່ມີຂອບ ແລະ ຝາປິດເພື່ອປ້ອງກັນບໍ່ໃຫ້ນ້ຳຝົນ ແລະ ນ້ຳເປື້ອນໄຫລລົງໄປໃນສ້າງ).ນ້ຳສ້າງຈະມີຜົນປະໂຫຍດກໍ່ຕໍ່ເມື່ອມັນສາມາດສະໜອງນ້ຳໃຊ້ໃຫ້ໄດ້ເທົ່ານັ້ນ. ນ້ຳສ້າງທີ່ດີທີ່ສະໜອງກັບ ຄວາມຕ້ອງການຊົມໃຊ້ຂອງຂຸມຊົນໄດ້ຢ່າງທົ່ວເຖິງ ແມ່ນຂຶ້ນກັບລະດັບນ້ຳໃຕ້ດິນວ່າ ຢູ່ເລິກພຽງໃດ ແລະ ກໍ່ຂຶ້ນກັບຈຳນວນວັດຖຸອຸປະກອນທີ່ມີເພື່ອມາໃຊ້ໃນການຂຸດເຈາະ ແລະ ກໍ່ສ້າງນ້ຳສ້າງນັ້ນ. ໂດຍທົ່ວໄປນ້ຳສ້າງຕື້ນແມ່ນມີປະສິດຕິພາບຫຼາຍກວ່ານ້ຳສ້າງທີ່ເລິກ ແລະ ມີມູນຄ່າໃນການສ້າງສູງ ຊຶ່ງມັນຈະຕ້ອງໃຊ້ໄດ ຫຼື ຈັກສູບນ້ຳຂຶ້ນ ມາຈຶ່ງໄດ້ນ້ຳໃຊ້. ສ່ວນນ້ຳສ້າງທີ່ຕື້ນ ແລະ ສາມາດໃຊ້ຄຸຕັກນ້ຳຂຶ້ນມາໃຊ້ໄດ້ເລີຍນັ້ນມັນສະດວກ ແລະ ເວລາທີ່ສ້າງໜ່ວຍໜຶ່ງແຫ້ງກໍ່ຍັງມີອີກໜ່ວຍໃໝ່ທີ່ຈະສາມາດສະໜອງນ້ຳໄດ້. ນໍ້າສ້າງມີຫຼາຍຊະນິດ. ຊະນິດທີ່ໃຊ້ງ່າຍທີ່ສຸດກໍ່ເປັນຊະນິດທີ່ຂຸດເອົາດ້ວຍມື ທີ່ເອີ້ນຊື່ວ່າ ສ້າງຄວັດ ຫຼື ສ້າງດິນ. ສ້າງອີກແບບໜຶ່ງທີ່ມີມູນຄ່າການສ້າງແພງທີ່ສຸດ ແມ່ນສ້າງຊະນິດເປັນທໍ່ນ້ອຍໆ ເຈາະເລິກລົງໄປໃນດິນ ແລະ ໃຊ້ໄດ ຫຼື ຈັກດູດນ້ຳໄວ້ເທິງປາກທໍ່ ເຊິ່ງສ້າງແບບນີ້ເອີ້ນວ່າ: ນ້ຳບາດານ.



ບາດກ້າວທີ່ເຮັດໃຫ້ນ້ຳສ້າງ ແລະ ບໍ່ນ້ຳສະອາດປອດໄພຂຶ້ນກວ່າເກົ່າ
ກ່ອນຈະຂຸດ ຫຼື ສ້າງນ້ຳສ້າງໃໝ່ນັ້ນຕ້ອງໝັ້ນໃຈວ່າ ນ້ຳສ້າງນັ້ນແມ່ນຖືກກັບຄວາມຕ້ອງການ
ຂອງທຸກຄົນໃນຊຸມຊົນ. ເນື່ອງຈາກວ່າ ຖ້ານ້ຳສ້າງຖືກສ້າງຢູ່ໃກ້ກັບສິ່ງຕ່າງໆລຸ່ມນີ້ແມ່ນນ້ຳ ຈະບໍ່ສະອາດປອດໄພ ເຊັ່ນ:

  • ຂຸດນ້ຳສ້າງໃກ້ກັບຂຸມວິດຖ່າຍ, ທໍ່ລະບາຍນ້ຳເປື້ອນ, ຂຸມຖິ້ມຂີ້ເຫຍື້ອ ຫຼື ຄອກສັດ ຕ່າງໆ. ເພື່ອຄວາມສະອາດປອດໄພ ຄວນຂຸດໃຫ້ຫ່າງຈາກສະຖານທີ່ທີ່ກ່າວມາຂ້າງເທິງນັ້ນຢ່າງໜ້ອຍ 30 ແມັດຂຶ້ນໄປ.
  • ການເຮັດ ຫຼື ຂຸດນ້ຳສ້າງໃກ້ກັບສະຖານທີ່ທີ່ມີການຜະລິດອຸດສາຫະກຳຕ່າງໆ ເຊັ່ນ: ບໍ່ແຮ່ ຫຼື ສະຖານທີ່ຂຸດເຈາະນ້ຳມັນ. ສະຖານທີ່ທີ່ເປັນບ່ອນປູກຝັງທີ່ໃຊ້ສານເຄມີຂ້າສັດຕູ ພືດ, ປຸ໋ຍເຄມີ ຫຼື ສະຖານທີ່ທີ່ເປັນບ່ອນຖິ້ມຂີ້ເຫຍື້ອ.
  • ການເຮັດນ້ຳສ້າງໃນສະຖານທີ່ທີ່ເປັນທາງນ້ຳເປື້ອນ ຫຼື ນ້ຳຝົນໄຫລມາເວລາຝົນຕົກກໍ່ຈະໄຫລລົງນ້ຳສ້າງໄດ້.

             ນ້ຳສ້າງທີ່ຂຸດດ້ວຍມື ແລະ ບໍ່ເລິກປານໃດນັ້ນກໍ່ສາມາດຕອບສະໜອງນ້ຳໄດ້ດີ ແລະ ສະອາດ ແຕ່ມັນຜັດແຫ້ງໄວ ແລະ ກໍ່ເປື້ອນງ່າຍ ເນື່ອງຈາກໃນລະດູຝົນ, ນ້ຳຝົນທີ່ໄຫຼມາຕາມໜ້າດິນນັ້ນ ອາດຈະນຳພາເຊື້ອພະຍາດ ແລະ ສິ່ງສົກກະປົກຕ່າງໆ ມາໃສ່ນ້ຳສ້າງນັ້ນ. ຄົນ ແລະ ສັດທີ່ມາໃຊ້ນ້ຳສ້າງນັ້ນກໍ່ອາດນຳເຊື້ອພະຍາດມາໃສ່ນ້ຳສ້າງໄດ້ເຊັ່ນກັນ ໂດຍທີ່ພວກເຂົາຢຽບມາ. ຄຸ ຫຼື ປ່ອມ ແລະ ເຊືອກທີ່ໃຊ້ຕັກນ້ຳສ້າງນັ້ນກໍ່ເປັນບ່ອນສະສົມພະຍາດແລ້ວມາປົນເປື້ອນນ້ຳໃນນ້ຳສ້າງເວລາທີ່ເຮົາໃຊ້ຄຸ ແລະ ເຊືອກນັ້ນລົງໄປຕັກເອົານ້ຳໃນສ້າງນັ້ນ.
              ຖ້າຢາກປ້ອງກັນບໍ່ໃຫ້ນ້ຳໃນສ້າງມັນເປື້ອນ ກໍ່ອາດເຮັດໄດ້ໂດຍວິທີການງ່າຍໆ ຕົວຢ່າງເຊັ່ນ: ໃຊ້ຄຸ ແລະ ເຊືອກທີ່ສະອາດເທົ່ານັ້ນ ໃນການຕັກນ້ຳໃນສ້າງແຕ່ລະຄັ້ງ. ເຮັດຂອບນ້ຳສ້າງ ເພື່ອປ້ອງກັນນ້ຳເປື້ອນໄຫລລົງ. ຊຶ່ງຂອບສ້າງນັ້ນອາດຈະເຮັດເປັນຄູສູງຂຶ້ນຈາກໜ້າດິນອ້ອມໆນ້ຳສ້າງນັ້ນ ຫຼື ອາດຈະໃຊ້ດິນຈີ່ກໍ່ອ້ອມປາກສ້າງ ຫຼື ບໍ່ກໍ່ໃຊ້ແທ່ງສ້າງເຮັດຂອບສ້າງກໍ່ ໄດ້.
              ການກໍ່ສ້າງຂອບສ້າງນັ້ນຮັກສາໃຫ້ນ້ຳບໍ່ແຫ້ງງ່າຍ ແລະ ກໍ່ປ້ອງກັນຂອບສ້າງເຈື່ອນ ນຳອີກ. ນອກນີ້ມັນຍັງຊ່ວຍໃຫ້ສາມາດຂຸດສ້າງໃຫ້ເລິກລົງໄປຕື່ມອີກໄດ້ ຊຶ່ງມັນຈະສາມາດ ເກັບໄດ້ຫຼາຍຂຶ້ນອີກ. (ສຳລັບວິທີການປັບປຸງນ້ຳສ້າງໃຫ້ເບິ່ງຮູບຢູ່ໜ້າຕໍ່ໄປ.) ສະນັ້ນ ກ່ອນທີ່ຂຸດນ້ຳສ້າງໃໝ່ ຫຼື ສ້າງລະບົບສະໜອງນ້ຳໃໝ່ທີ່ຕ້ອງໃຊ້ຈ່າຍຫຼາຍນັ້ນ, ພວກເຮົາຄວນຈະປັບປຸງນ້ຳສ້າງຕາມວິທີທີ່ກ່າວມາເທິງນັ້ນ. ເພື່ອເຮັດໃຫ້ແຫຼ່ງນ້ຳ (ນ້ຳສ້າງ) ສະອາດປອດໄພຕໍ່ການບໍລິໂພກ.



ສິ່ງທີ່ຄວນເອົາໃຈໃສ່: ບໍ່ໃຫ້ດື່ມນ້ຳທີ່ຕັກຂຶ້ນມາຈາກສ້າງນັ້ນໂດຍກົງ ກ່ອນດື່ມໃຫ້ຕອງນ້ຳນັ້ນດ້ວຍແພ ແລະ ປ່ອຍໃຫ້ນ້ຳທີ່ຕອງນັ້ນນອນເສຍກ່ອນຈຶ່ງດື່ມ ເນື່ອງຈາກການເຮັດເຊັ່ນນັ້ນແມ່ນສາມາດຕອງເອົາແມ່ພະຍາດຈຳນວນໜຶ່ງອອກຈາກນ້ຳໄດ້.


ການປົກປັກຮັກສາແຫຼ່ງນ້ຳ

ການປົກປັກຮັກສາແຫຼ່ງນ້ຳ
  ແຫຼ່ງນ້ຳມີ 2 ປະເພດຄື: ແຫຼ່ງນ້ຳເທິງໜ້າດິນ ແລະ ແຫຼ່ງນ້ຳໃຕ້ດິນ.

ແຫຼ່ງນ້ຳເທິງໜ້າດິນ ໝາຍເຖິງແມ່ນ້ຳ, ຫ້ວຍຮ່ອງ, ທະເລສາບ ແລະ ໜອງ.
ແຫຼ່ງນ້ຳໃຕ້ດິນ ໝາຍເຖິງນ້ຳບາດານ, ນ້ຳອອກບໍ່ ແລະ ນ້ຳສ້າງ.

         ຕາມປົກກະຕິແລ້ວ ແຫຼ່ງນ້ຳເທິງໜ້າດິນແມ່ນມີຄວາມເປື້ອນຢູ່ ສະນັ້ນ ຄວນໄດ້ຮັບການທຳຄວາມສະອາດກ່ອນໄດ້ຮັບການນຳມາດື່ມກິນ. ສ່ວນນ້ຳໃຕ້ດິນຕາມປົກກະຕິແລ້ວ ແມ່ນສະອາດບໍ່ມີພະຍາດ ເພາະວ່າຊັ້ນດິນ ຊາຍໄດ້ກັ່ນຕອງໃນເວລາມັນໄຫລຊຶມຜ່ານນັ້ນເອງ. ເຖິງແນວໃດກໍ່ຕາມແຫຼ່ງນ້ຳໃຕ້ດິນກໍ່ອາດມີການປົນເປື້ອນຈາກແຮ່ທາດທຳມະຊາດຕ່າງໆ ເຊັ່ນ: ທາດຟຼູໂອໄຣ, ສານໜູ ຫຼື ບໍ່ດັ່ງນັ້ນນ້ຳໃຕ້ດິນກໍ່ອາດຈະເປື້ອນເປິຈາກການຮົ່ວໄຫຼ່ຂອງທໍ່ສົ່ງນ້ຳເປື້ອນ. ອ່າງເກັບນ້ຳເປື້ອນ ທີ່ມີເຊື້ອແບັດທີເຣຍຕ່າງໆ ຫຼື ວິດຖ່າຍຕ່າງໆ. ນອກນີ້ແຫຼ່ງນ້ຳໃຕ້ ດິນກໍ່ອາດເປື້ອນເປິຈາກນ້ຳທີ່ໄຫຼຜ່ານບ່ອນຖິ້ມຂີ້ເຫຍື້ອ ແລ້ວຊຶມລົງມາປົນກັບແຫຼ່ງນ້ຳໃຕ້ດິນ ຫຼື ຈາກສານພິດເຄມີຈາກໂຮງງານອຸດສາຫະກຳ ພວກການກະສິກຳຕ່າງໆ.



ເມື່ອດິນ ແລະ ທາງນ້ຳບໍ່ໄດ້ຮັບການເອົາໃຈໃສ່ເທົ່າທີ່ຄວນ. ກໍ່ຈະເຮັດໃຫ້ນ້ຳໃຕ້ດິນນັ້ນແຫ້ງ ຂອດເຖິງຂັ້ນວິກິດ. ເປັນແນວນັ້ນຍ້ອນວ່ານ້ຳຢູ່ໃນພື້ນດິນທີ່ບໍ່ມີຕົ້ນໄມ້ ຫຼື ພືດຜັກຕ່າງໆ ທີ່ເຮັດໜ້າທີ່ເກັບຊັບເອົານ້ຳຝົນທີ່ຕົກລົງມານັ້ນໄວ້, ແລ້ວຈາກນັ້ນນ້ຳຝົນນັ້ນກໍ່ຊຶມລົງດິນ ເມື່ອຝົນຕົກລົງມານ້ຳຝົນກໍ່ຈະໄຫລລົງສູ່ແມ່ນ້ຳ ແລ້ວກໍ່ໄຫຼ່ສູ່ມະຫາ ສະໝຸດເລີຍ ແລະ ບໍ່ມີນ້ຳຊຶມ ລົງໄປໃຕ້ດິນອີກ. ສະນັ້ນ ເພື່ອປົກປັກຮັກສາແຫຼ່ງນ້ຳຢູ່ເທິງໜ້າດິນ ແລະ ໃຕ້ດິນແມ່ນມີວິທີທີ່ດີສຸດດັ່ງນີ້:

  • ເຮັດການກະສິກຳແບບຢືນຢົງ.
  • ເຮັດ ແລະ ໃຂ້ວິດທີ່ຖືກສຸຂະອານາໄມ.
  • ປົກປັກຮັກສາພື້ນທີ່, ເຮັດໜ້າທີ່ເກັບນ້ຳ ຫຼື ພື້ນທີ່ທີ່ເປັນອ່າງເກັບນ້ຳ .
ການປົກປັກຮັກສາແຫຼ່ງນ້ຳຕ່າງໆກໍ່ຍິ່ງລຳບາກຂຶ້ນ. ຖ້າຫາກວ່າມີຜູ້ຄົນຈຳນວນຫຼວງຫຼາຍມາຕັ້ງເຮືອນອ້ອມໆແຫຼ່ງນ້ຳນັ້ນ. ບັນຫາການປົກປັກຮັກສາແຫຼ່ງນ້ຳກໍ່ຍິ່ງລຳບາກຂຶ້ນໄປອີກສຳລັບປະຊາຊົນຜູ້ທີ່ຈຳເປັນໃຊ້ນ້ຳທີ່ສຸດ ໂດຍສະເພາະໃນພື້ນທີ່ມີການເຮັດອຸດສະຫະກຳ, ຊຶ່ງມັນຕ້ອງໃຊ້ນ້ຳເປັນຈຳນວນຫຼວງຫຼາຍໃນການຜະລິດ ແລະ ນ້ຳທີ່ໃຊ້ແລ້ວ ກໍ່ກາຍເປັນ ນ້ຳເປື້ອນ . ບັນຫາດັ່ງກວ່ານີ້ ຈະແກ້ໄຂໄດ້ກໍ່ຕໍ່ເມື່ອຊຸມຊົນໄດ້ຈັດຕັ້ງກັນມາຈັດການແຫຼ່ງນ້ຳໃຫ້ສະອາດ ແລະ ປອດໄພ, ຮຽກຮ້ອງໃຫ້ລັດຖະບານມີສ່ວນຮ່ວມໃນການແກ້ໄຂບັນຫາແຫຼ່ງນ້ຳ ແລະ ພ້ອມດຽວກັນນັ້ນກໍ່ມີການບັງຄັບໃຫ້ໃຊ້ກົດໝາຍກັບບັນດາໂຮງງານອຸດສະ ຫະກຳຕ່າງໆຢ່ງເຂັ້ມງວດໃຫ້ແຫຼ່ງໃນໃກ້ໂຮງງານນັ້ນໆ ສະອາດ ແລະ ປອດໄພ

Monday, February 22, 2016

ແມ່ທ້ອງຈີເນຍ


ແມ່ທ້ອງຈີເນຍ :
ແມ່ທ້ອງຈີເນຍແມ່ນແມ່ທ້ອງທີ່ຍາວ, ຈ່ອຍທີ່ມັນອາໄສຢູ່ກ້ອງຜິວໜັງ ແລະ ເຮັດໃຫ້ເຈັບ ປວດຕາມຮ່າງກາຍຫຼາຍ. ແມ່ທ້ອງທີ່ເບິ່ງຄືເສັ້ນດ້າຍສີຂາວ, ສາມາດເຕີບໃຫຍ່ຫຼາຍ ແລະ ສາມາດຍາວໄດ້ເຖິງ 1 ເມັດ. ແມ່ທ້ອງຈີເນຍສາມາດພົບໄດ້ໃນອາຟາລິກາ, ອິນເດຍ ແລະ ຕາເວັນອອກກາງ.
ອາການ :
ອາການບວມ ແລະ ເຈັບປວດເປັນປະຈໍາຢູ່ບໍລິເວນຂໍ້ຕີນ ຫຼື ຂາ, ແຕ່ມັນກໍ່ແຜ່ລະບາດໄປທົ່ວຮ່າງກາຍໄດ້.ຫຼັງຈາກ ນັ້ນປະມານສາມມື້ຫາໜຶ່ງອາທິດ, ບາດກໍ່ໂພງຂຶ້ນ ຕໍ່ມາມັນກໍ່ແຕກ ອອກເຮັດໃຫ້ເປັນບາດກວ້າງ ແລະ ເຈັບປວດຫຼາຍ. ສິ່ງເຫຼົ່ານີ້ມັກຈະເກີດຂຶ້ນເມື່ອເວລາຢືນຢູ່ໃນນໍ້າ ແລະ ອາບນໍ້າ. ຈຸດຈົບຂອງແມ່ທ້ອງຈີເນຍມັນຈະດັນອອກມາຈາກຜິວໜັງເຮັດໃຫ້ອັກເສບ. ແມ່ທ້ອງເຫຼົ່ານີ້ຈະຫາທາງອອກຈາກຮ່າງກາຍຂອງຄົນເຮົາອາທິດຕໍ່ມາ. ບາດແຜ ມັນຈະເປື້ອນ ແລະ ຕິດເຊື້ອ ຫຼື ຖ້າວ່າແມ່ທ້ອງຊະນິດນີ້ຖືກພະຍາຍາມດຶງອອກແລ້ວມັນຂາດອອກຈາກກັນ, ອາ ການເຈັບປວດ ແລະ ອາການບວມຈະແຜ່ຂະຫຍາຍ ແລະ ຈະເຮັດ ໃຫ້ລໍາບາກໃນການຍ່າງ. ແມ່ທ້ອງຈີເນຍສາມາດແຜ່ລາມຈາກຄົນໜຶ່ງໄປຫາອີກຄົນໜຶ່ງຄືດັ່ງນີ້



ເພື່ອປິ່ນປົງພະຍາດແມ່ທ້ອງຈີເນຍ: ເພື່ອບາດກ້າວອັນໃໝ່ໃນການປ້ອງກັນການຕິດແປດ ຂອງພະຍາດນີ້. ໃຫ້ເບິ່ງປຶ້ມຄູ່ມືແພດ ຫຼື ປຶ້ມເພື່ອສຸຂະພາບທົ່ວໄປ ເຊັ່ນ: ປຶ້ມຢູ່ໄກ ແພດ. ເພື່ອປ້ອງກັນແມ່ທ້ອງຈີເນຍ: ໂດຍການປ້ອງກັນແຫຼ່ງນໍ້າ ແລະ ກັ່ນກອງນໍ້າ. ຖ້າບໍ່ມີຜູ້ທີ່ຕິດເຊື້ອພະຍາດຍ່າງລຸຍນໍ້າ ຫຼື ອາບ ນໍ້າໃນບໍ່ນໍ້າທີ່ໃຊ້ໄວ້ດື່ມ, ການຕິດເຊື້ອກໍ່ຈະບໍ່ສາມາດແຜ່ລາມໄດ້ ແລະ ສຸດທ້າຍມັນກໍຈະ ຫາຍໄປຈາກຂົງເຂດນີ້

ພະຍາດຖອກທ້ອງ


ພະຍາດຖອກທ້ອງ
ພະຍາດຖອກທ້ອງອາດມີສາເຫດມາຈາກການຂາດແຂນນໍ້າເພື່ອທໍາຄວາມສະອາດຫຼັງຈາກເຂົ້າຫ້ອງນໍ້າທີ່ບໍ່ສະອາດ ແລະ ບໍ່ປອດໄພ ແລະ ມີສິ່ງປົນເປື້ອນຢູ່ນໍານໍ້າ ແລະ ອາຫານ.
ອາການ
ອາການຕາມທໍາມະດາຂອງໂລກຖອກທ້ອງແມ່ນການໄປອຸດຈະລະ (ຖ່າຍໜັກ) ເປັນນໍ້າເປັນຈໍານວນຫຼາຍຄັ້ງ. ອາຫານອື່ນໆອີກແມ່ນອາການໄຂ້, ເຈັບຫົວ, ສັ່ນໜາວ, ອາການອ່ອນເພຍ, ເຈັບທ້ອງເຈັບໄສ້, ຮາກ, ທ້ອງເບັງ.

ວິທີການປິ່ວປົວແມ່ນຂື້ນກັບແຕ່ລະຊະນິດຂອງພະຍາດຖອກທ້ອງທີ່ແຕ່ລະຄົນເປັນ:

  • ໂລກອະທິວາ: ມີການຖ່າຍເປັນນໍ້າ, ມີອາການເຈັບປວດລໍາໄສ້, ຮາກ.
  • ໂລກໄຂ້ຮາກ: ໄຂ້, ມີອາການເຈັບປວດລໍາໄສ້ຢ່າງຮຸນແຮງ, ເຈັບຫົວ, ອຸດຈະລະເປັນ ນໍ້າມູກສີເຫຼືອງ.
  • ການຕິດເຊື້ອໃນລໍາໄສ້: ອຸດຈະລະແຫຼວ ມີກິ່ນເໝັນ, ມີອາການເຈັບໄສ້, ມີໄຂ້ໜ້ອຍ ໜຶ່ງ, ຮາກ, ກົດໃນທ້ອງ, ເອື້ອມມີກີ່ນຄືກັບໄຂ່ເໜົ່າ.
  • ພະຍາດລໍາໄສ້ອັກເສບທີ່ເກີດຈາກເຊື້ອພະຍາດ: ອຸດຈະລະປະມານ 10 ເຖິງ 20 ຄັ້ງ ຕໍ່ມື້, ໄຂ້, ມີອາການເຈັບປວດລໍາໄສ້.
  • ພະຍາດລໍາໄສ້ອັກເສບທີ່ເກີດທີ່ເກີດຈາກອາຫານ ແລະ ນໍ້າມີສິ່ງປົນເປື້ອນ: ຖອກ ທ້ອງ 4 -10 ເທື່ອຕໍ່ມື້ ສ່ວນຫຼາຍເປັນນໍ້າມູກສີຂາວ, ໄຂ້, ມີອາການເຈັບປວດລໍາໄສ້, ແລະ ຖອກທ້ອງຫຼັງຈາກຮັບປະທານອາຫານ.
  • ແມ່ທ້ອງໂຕກົມ: ທ້ອງເບັງ, ອາການອ່ອນເພຍ, ແມ່ທ້ອງທີ່ມີສີບົວ ຫຼື ສີຂາວໂຕໃຫຍ່ພໍສົມຄວນອອກມານໍາອຸດຈະລະ ຫຼື ອອກທາງປາກ ແລະ ທາງດັງ.
  • ແມ່ທ້ອງປາກຂໍ: ຖອກທ້ອງ, ອາການອ່ອນເພຍ, ໂລກເລືອດຈາງ, ຜິວໜັງສີດ. ເດັກທີ່ມີແມ່ທ້ອງຊະນິດນີ້ແມ່ນຍ້ອນພວກເຂົາກິນເຄື່ອງທີ່ເປີເປື້ອນ.
  • ແມ່ທ້ອງແສ້ມ້າ: ຖອກທ້ອງ, ແມ່ທ້ອງທີ່ມີສີບົວ ຫຼື ເທົາ ອອກມານໍາອຸດຈະລະ. ເພື່ອຢາກຮຽນຮູ້ເພີ່ມເຕີມກ່ຽວກັບການປິ່ນປົວພະຍາດຖອກທ້ອງ ແລະ ແມ່ທ້ອງ, ໃຫ້ ໄປອ່ານເພີ່ມ ເຕີມໃນບົດທີ 12 ແລະ 13 ໃນປຶ້ມຢູ່ໄກແພດ.


ວິທີປີ່ນປົວໂລກຖອກທ້ອງ:
             ວິທີການຮັກສາພະຍາດຖອກທ້ອງທີ່ດີທີ່ສຸດແມ່ນການດື່ມນໍ້າ ແລະ ກິນອາຫານໃຫ້ຫຼາຍໆ. ສ່ວນຫຼາຍແມ່ນບໍ່ໄດ້ໃຊ້ຢາຫຍັງ. (ສອບຖາມຂໍ້ມູນເພີ່ມເຕີມນໍາພະນັກງານສາທາລະນະສຸກ ແລະ ເບິ່ງຂໍ້ມູນເພີ່ມເຕີມໄດ້ນໍາປຶ້ມຢູ່ໄກແພດ.)
  • ພະຍາດລໍາໄສ້ອັກເສບທີ່ເກີດຈາກອາຫານ ແລະ ນໍ້າມີສິ່ງປົນເປື້ອນ: ສາມາດປິ່ນປົວດ້ວຍຢາ.ເພາະວ່າມັນຈະໃຊ້ເວລາເປັນອາທິດກ່ອນຈະຫາຍຂາດ, ຖ້າປິ່ນປົວບໍ່ໄດ້ອາດຈະເສຍຊິວິດໄດ້.
  • ໂລກອະຫິວາ: ປິ່ນປົວໄດ້ໂດຍການດື່ມນໍ້າເກືອແຮ່, ດື່ມນໍ້າຫຼາຍໆ, ມັນສາມາດທົດແທນນໍ້າທີ່ສູນເສຍໄປນໍາການຖອກທ້ອງ ແລະ ຮາກ. ຢາອາດສາມາດປ້ອງກັນການຂະ ຫຍາຍຕົວຂອງໂລກອະຫິວາ.
ຖ້າວ່າຕິດເຊື້ອໂລກອະຫິວາ, ມີອາການຕົວຮ້ອນ ຫຼື ໄຂ້ຫຼາຍ, ພວກເຂົາຕ້ອງໄປຫາ ສຸກສາລາດ່ວນ.

ພາວະໂລກຮ້ອນ


ພາວະໂລກຮ້ອນ
ການປ່ຽນແປງຂອງສະພາບອາກາດແມ່ນ ໄດ້ເກີດຂຶ້ນໃນທົ່ວໂລກ ແລະເຊິ່ງກໍ່ໃຫ້ເກີດໄພພິບັດທາງທໍາມະຊາດຫຼາຍຂຶ້ນເລື້ອຍໆ ແລະ ບັນຫາຕ່າງໆທີ່ຮ້າຍແຮງສໍາລັບສຸຂະພາບຂອງຄົນເຮົາ. ໃນບາງພື້ນທີ່ກໍມີນ້ຳຖ້ວມ ແລະພາຍຸທີ່ຮຸນແຮງ, ແລະໃນບາງພື້ນທີ່ກໍມີຝົນຫນ້ອຍ ແລະໄພແຫ້ງແລ້ງຫຼາຍຂຶ້ນ.
            ສະຖານະການດັ່ງກ່າວນີ້ແມ່ນເອີ້ນວ່າການປ່ຽນແປງສະພາບອາກາດ ຫຼືພາວະໂລກຮ້ອນ, ມັນແມ່ນເຮັດໃຫ້ມີບັນຫາສະພາບແວດລ້ອມຕ່າງໆເຊິ່ງລວມທັງການຕັດໄມ້ທຳລາຍປ່າ, ການເພີ່ມຂຶ້ນຂອງມົນລະພິດໃນນ້ຳ, ອາກາດ ແລະການສູນເສຍສັດປ່າຕ່າງໆ. ບັນຫາເຫຼົ່ານີ້ເປັນສາເຫດເຮັດໃຫ້ເກີດການເພີ່ມຂຶ້ນຂອງໃນອຸນຫະພູມຂອງໜ່ວຍໂລກທີ່ຄ່ອຍເພີ່ມຂຶ້ນເທື່ອລະເລັກລະໜ້ອຍເຊິ່ງເຮັດໃຫ້ກາຍເປັນຫຼາຍໄດ້, ນີ້ເປັນສາເຫດກໍ່ໃຫ້ເກີດການປ່ຽນແປງທາງອາກາດຢ່າງຖາວອນ.
            ສະພາບການປ່ຽນແປງຂອງສະພາບອາກາດເຮັດໃຫ້ເກີດໄພພິບັດທີ່ມີຜົນກະທົບຕໍ່ຜູ້ຄົນໃນທົ່ວທຸກແຫ່ງ. ຄວາມຮຸນແຮງພາຍຸ ແລະໄພນໍ້າຖ້ວມໄດ້ທໍາລາຍບ້ານເຮືອນ ແລະພືດພັນທັນຍາຫານ, ໄພແຫ້ງແລ້ງເຮັດໃຫ້ເກີດຄວາມຂາດແຄ້ນອົດຍາກ, ແລະ ແມງໄມ້ ແລະສັດຕ່າງໆເປັນພາຫະແຜ່ເຊື້ອພະຍາດໃນເວລາທີ່ພວກມັນຍ້າຍອອກໄປບ່ອນໃໝ່ເພາະວ່າການປ່ຽນແປງດິນຟ້າອາກາດ.


ຕົ້ນເຫດຂອງພາວະໂລກຮ້ອນ

             ສະພາບແວດລ້ອມແມ່ນມີຄວາມສາມາດຕາມທຳມະຊາດທີ່ຈະດູດຊັບເອົາມົນລະພິດ ຕ່າງໆໄດ້. ແຕ່ຖ້າຢູ່ໃນສະພາບແວດລ້ອມນັ້ນມີມົນລະພິດຫຼາຍເກີນໄປ ໂລກຂອງພວກເຮົາກໍ່ບໍ່ສາມາດດູດເອົາໄດ້. ຫຼາຍກວ່າໜຶ່ງສະຕະວັດມາແລ້ວ ທີ່ມະນຸດເຮົາໄດ້ຂຸດຄົ້ນເອົາ ນ້ຳມັນ ແລະ ຖ່ານຫີນມາໃຊ້ເຜົາເປັນພະລັງງານ, ຊຶ່ງປະລິມານຂອງມົນລະພິດທີ່ປ່ອຍອອກສູ່ສະພາບແວດລ້ອມນັ້ນມີປະລິມານເພີ່ມຂຶ້ນໄວຫຼາຍກວ່າແຕ່ກ່ອນ. ການປ່ອຍມົນ
ລະພິດອອກສູ່ສະພາບແວດລ້ອມກໍ່ເປັນຕົ້ນເຫດອັນໜຶ່ງທີ່ພາໃຫ້ເກີດພາວະໂລກຮ້ອນ. ແລະ ອີກໜຶ່ງສາເຫດຂອງໂລກຮ້ອນແມ່ນມາຈາກການຜະລິດສານເຄມີເພື່ອໃຊ້ເຂົ້າໃນຂະບວນການຜະລິດ. ຊຶ່ງສານເຄມີເຫຼົ່ານີ້ໄດ້ເກີດມົນລະພິດໃນອາກາດທີ່ສະພາບແວດລ້ອມບໍ່ສາມາດດູດເອົາໄດ້. ສະນັ້ນມັນກໍ່ເລີຍກາຍເປັນສາເຫດອີກອັນໜຶ່ງທີ່ພາໃຫ້ໂລກຮ້ອນ.


              ຄວາມບໍ່ເທົ່າທຽມ ແລະ ບໍ່ເປັນທຳໃນການນຳໃຊ້ແຫຼ່ງຊັບພະຍາກອນທຳມະຊາດແລະ ການນຳໃຊ້ແຫຼ່ງຊັບພະຍາກອນເຫຼົ່ານັ້ນຢ່າງບໍ່ຍືນຍົງ ກໍ່ເປັນອີກສາເຫດໜຶ່ງຂອງພາ ວະໂລກຮ້ອນ. ບັນດາປະເທດຮັ່ງມີ ເຊັ່ນ: ປະເທດອາເມລິກາ ແມ່ນໃຊ້ແຫຼ່ງຊັບພະຍາກອນ ທຳມະຊາດຕ່າງໆ ແລະ ກໍ່ໃຫ້ເກີດມົນລະພິດຫຼາຍເກີນໄປໂພດ ເພື່ອເຂົາເຈົ້າຈະໄດ້ມາຊຶ່ງ ຜົນກຳໄລ ແລະ ຄຸນນະພາບການດຳລົງຊີວິດທີ່ດີມີມາດຕະຖານ. ເມື່ອບັນດາປະເທດທີ່
ດ້ອຍພັດທະນາ ເລີ່ມການພັດທະນາຢ່າງບໍ່ຍືນຍົງຕາມແບບອາເມລິການັ້ນ, ບັນຫາມົນລະພິດກໍ່ຍິ່ງເພີ່ມຄວາມຮຸນແຮງເກີນທີ່ໂລກຈະຮັບໄດ້. ການທີ່ຈະປ້ອງກັນໄພພິບັດ ທີ່ເກີດຈາກພາວະໂລກຮ້ອນ ຄືດັ່ງທີ່ໄດ້ກ່າວໃນຂ້າງເທິງ ແລະ ໄພພິບັດອື່ນໆທີ່ຮ້າຍແຮງກວ່າກຳ ລັງຄືບຄານເຂົ້າມາໄດ້ນັ້ນ, ທັງປະເທດທີ່ພັດທະນາແລ້ວ ແລະ ປະເທດກຳລັງພັດທະນາຕ້ອງໄດ້ປ່ຽນພຶດຕິກຳການນຳໃຊ້ແຫຼ່ງຊັບພະຍາກອນທຳມະຊາດຕ່າງໆຢ່າງຍືນຍົງ. ໄພຈາກທໍາມະຊາດ ແລະ ສານເຄມີຕ່າງໆ ແລະເລີ່ມໃຊ້ພະລັງງານສະອາດ ແລະ ຂະບວນການຜະລິດທີ່ສະອາດ. ພວກເຮົາທຸກຄົນຕ້ອງມີສ່ວນຮ່ວມໃນການປ່ຽນແປງຂອງສັງຄົມຂອງ ພວກເຮົາ ແລະ ຜູ້ທີ່ມີຊັບພະຍາກອນຫຼາຍ
ຄວນຈະປະກອບສ່ວນຫຼາຍຂຶ້ນຕໍ່ກັບໃຫ້ ຂະບວນການ

ການປອ້ງກັນໄພຮ້າຍຈາກມົນລະພິດ

ມົນລະພິດໃນເມືອງຫລວງ


ການປອ້ງກັນໄພຮ້າຍຈາກມົນລະພິດ
         ມົນລະພິດທີ່ເກີດຈາກສິ່ງເສດເຫຼືອທີ່ເປັນພິດ ຫຼື ສານພິດຈາກກິດຈະກຳຕ່າງໆຂອງມະນຸດເປັນຕົ້ນແມ່ນສິ່ງເສດເຫຼືອຈາກໂຮງງານອຸດສະຫະກຳ, ການຄົມມະນາຄົມຂົນສົ່ງ ແລະ ການກະສິກຳນັ້ນ ເປັນໄພອັນຕະລາຍຕໍ່ຜູ້ຄົນ ແລະ ສິ່ງແວດລ້ອມ. ຊຶ່ງມົນລະພິດດັ່ງກ່າວຈະແຜ່ຂະຫຍາຍຕາມສະພາບແວດລ້ອມຂອງພວກເຮົາເຊັ່ນ: ໃນອາກາດ, ນ້ຳ ແລະ ໃນດິນ.ຄົນເຮົາໄດ້ຮັບມົນລະພິດສ່ວນຫຼວງຫຼາຍແມ່ນມາຈາກສິ່ງໃຊ້ສອຍ ແລະ ສະພາບແວດລ້ອມທີ່ພວກເຮົາໃຊ້ຊີວິດຢູ່ປະຈຳວັນນັ້ນ. ໂດຍທົ່ວໄປແລ້ວ ຄົນເຮົາໄດ້ສຳຜັດກັບມົນລະພິດແມ່ນຜ່ານວິທີທາງດັ່ງລຸ່ມນີ້:

ໂຮງໄຟຟ້າ ຫົງສາ ແຂວງໄຊຍະບູລີ ຕົ້ນກຳເນີດມົນລະພິດທາງອາກາດແຫ່ງທຳອິດຂອງລາວ

  • ຄວັນໄຟ, ໂດຍສະເພາະຄວັນໄຟທີ່ເກີດຈາກການຈູດຢາງ. ຊຶ່ງມົນລະພິດນີ້ ຈະເຂົ້າໄປໃນຮ່າງກາຍຂອງຄົນເຮົາໂດຍຜ່ານທາງລົມຫາຍໃຈ ແລະ ພ້ອມດຽວກັນນັ້ນ ຂີ້ເຖົ່າຈາກການເຜົານັ້ນກໍ່ເປັນພິດທີ່ໄປປົນເປື້ອນແຫຼ່ງນ້ຳດື່ມ ແລະ ດິນປູກຝັງຂອງພວກເຮົາ.
  • ຄວັນໄຟຈາກໂຮງຈັກໂຮງງານຕ່າງໆ, ຊຶ່ງມັນເຮັດໃຫ້ເກີດມົນລະພິດໃນອາກາດ, ໃນນ້ຳ ແລະ ໃນດິນ.
  • ສານເຄມີຈາກໂຮງຈັກໂຮງງານ, ເໝືອງແຮ່, ການຂຸດເຈາະ ແລະ ຜະລິດນ້ຳມັນ ຊຶ່ງຖືກປ່ອຍລົງໃສ່ແຫຼ່ງນ້ຳຕ່າງໆ; ນອກຈາກເຮັດໃຫ້ເກີດມົນລະພິດກັບແຫຼ່ງນ້ຳແລ້ວ ມັນ ຍັງເຮັດໃຫ້ເກີດມົນລະພິດກັບດິນ ແລະ ອາກາດນຳ.
  • ຢາຂ້າແມງໄມ້ ທີ່ນຳມາໃຊ້ໃກ້ກັບແຫຼ່ງນ້ຳ, ແຫຼ່ງອາຫານ ແລະ ຕາມບ້ານເຮືອນ ກໍ່ເປັນອັນຕະລາຍຮ້າຍແຮງໄດ້ ເພາະວ່າເວລາທີ່ເຮົາສີດນັ້ນລະອອງຂອງຢານັ້ນກໍ່ຈະປິວໄປກັບອາກາດ ແລ້ວໄປປົນເປື້ອນແຫຼ່ງນ້ຳ, ອາຫານ ແລະ ອາກາດໃນບ້ານເຮືອນໄດ້.

ມົນລະພິດທາງນ້ຳ ຈາກໂຮງງານອຸສາຫະກຳ ແລະ ເຫມືອງແຮ່


  • ສານເຄມີໃນໝໍ້ໄຟ, ນ້ຳສີ, ສີຍ້ອມຜ້າ ແລະ ຈາກການຜະລິດສິ່ງຂອງເອເລັກໂຕນິກຕ່າງໆນັ້ນ ກໍ່ເປັນອັນຕະລາຍຕໍ່ຜູ້ທີ່ເຮັດວຽກກ່ຽວກັບພວກມັນໄດ້.
  • ທໍ່ຄວັນລົດຍົນນັ້ນ ກໍ່ເຮັດໃຫ້ອາກາດ, ນ້ຳ ແລະ ດິນ ເປັນພິດໄດ້ ເຊັ່ນ ກັນ.ມົນລະພິດທີ່ເກີດຈາກສານພິດນັ້ນ ບໍ່ພຽງແຕ່ເປັນຜົນຮ້າຍສະເພາະບ່ອນທີ່ຢູ່ອ້ອມໆບ່ອນທີ່ປ່ອຍອອກມາເທົ່ານັ້ນ ມັນຍັງມີຜົນຮ້າຍຕໍ່ຄົນ, ສັດ ແລະ ພືດພັນຕ່າງໆທີ່ຢູ່ໄກອອກມານຳ ອີກ. ສະນັ້ນ ການປົກປ້ອງຕົນເອງຈາກໄພຮ້າຍທີ່ມາບັນດາຈາກມົນລະພິດ ແລະ ສານພິດນັ້ນ ເປັນສ່ວນທີ່ສຳຄັນໃນການພັດທະນາແບບຍືນຍົງ

ການຟື້ນຟູສາຍໄຍຊີວິດ

ການຟື້ນຟູສາຍໄຍຊີວິດ
          ໃນລະບົບສາຍໄຍຊີວິດ, ເມື່ຶອສິ່ງທີ່ມີຊີວິດຊະນິດໃດໜຶ່ງຕາຍລົງໄປມັນຈະມີຜົນຕໍ່ກັບຄົນແລະ ສິ່ງມີຊີວິດອື່ນໆອີກຫຼາຍຊະນິດ. ດັ່ງໃນເລື່ອງຕົວຢ່າງໃນບົດທີໜຶ່ງ ທີ່ປະຊາຊົນເມືອງມັງກຼາຣາໂຕ ທີ່ໄດ້ພະຍາຍາມເຮັດໃຫ້ສາຍໄຍຊີວິດກັບມາມີຄວາມສົມບູນຄືນ. ໃນຕອນທີ່ ເຂົາເຈົ້າສູນເສຍປ່າໄປນັ້ນ ເຂົາເຈົ້າກໍ່ເສຍແຫຼ່ງອາຫານ ແລະ ແຫຼ່ງ ລາຍໄດ້ໄປນຳ. ການສູນເສຍປ່າທີ່ເປັນທັງແຫຼ່ງອາຫານ ແລະ ເປັນທັງທີ່ກຳບັງເພື່ອປ້ອງກັນໄພທຳມະຊາດ
ຕ່າງໆໄປ ເມື່ອລົມພາຍຸເຂົ້າມາເຂົາເຈົ້າກໍ່ສູນເສຍບ້ານເຮືອນໄປ ແລະ ເມື່ອພວກເຂົາເຈົ້າຫັນມາປູກປ່າທົດແທນ ພວກເຂົາເຈົ້າຈິ່ງເຫັນໄດ້ວ່າການປູກປ່ານັ້ນມັນບໍ່ພຽງແຕ່ຊ່ວຍປ້ອງກັນການເຊາະເຈືອນຂອງດິນ ແລະ ສ້າງລາຍໄດ້ເທົ່ານັ້ນ ແຕ່ສິ່ງທີ່ເຂົາເຈົ້າໄດ້ພາກັນເຮັດນັ້ນ ແມ່ນເປັນການນຳເອົາຊີວິດ (ເຊັ່ນ: ພືດພັນ ແລະ ສັດນາໆຊະນິດ) ກັບຄືນສູ່ຜືນປ່າ ທີ່ຖືກທຳລາຍນັ້ນ ຊຶ່ງບັນດາພືດພັນ ແລະ ສັດນາໆຊະນິດນັ້ນ ມີຄວາມສຳຄັນຕໍ່ກັບສຸຂະ ພາບຂອງຊຸມຊົນ.


ການເຮັດວຽກຂອງທຳມະຊາດ
ຢູ່ໃນລະບົບການການເຮັດວຽກຂອງທຳມະຊາດນັ້ນ ບໍ່ມີສິ່ງໃດຕົກຄ້າງເປັນສິ່ງເສດເຫຼືອ ນັ້ນກໍ່ເພາະວ່າ ທຸກໆຢ່າງນັ້ນມີປະໂຫຍດທີ່ຈະສາມາດໃຊ້ຕໍ່ໄດ້. ການທີ່ ທຳມະຊາດນຳຊັບພະຍາກອນມາໃຊ້ຄືນ ໂດຍບໍ່ມີສິ່ງເສດເຫຼືອກໍ່ເພາະວ່າ ມັນເຮັດວຽກແບບເປັນວົງຈອນ.ແຕ່ກໍ່ໜ້າເສຍດາຍທີ່ວ່າວົງຈອນການເຮັດວຽກຂອງທຳມະຊາດນັ້ນ ຖືກມະນຸດ ແລະ ອຸດສະຫະ ກຳທຳລາຍ; ຊຶ່ງມັນເຮັດໃຫ້ເກີດບັນດາບັນຫາສຸຂະອະນາໄມຢ່າງຮ້າຍແຮງ. ຕົວຢ່າງທີ່ເຫັນກໍ່ຄື ບັນຫາໂລກຮ້ອນ ທີ່ເກີດຂຶ້ນຈາກການທຳລາຍວົງຈອນທຳມະຊາດຂອງມະນຸດນັ້ນເອງ





ການນຳໃຊ້ຊັບພະຍາກອນຕ່າງໆມະນຸດເຮົາກໍ່ສາມາດເຮັດຄືກັບລະບົບທຳມະຊາດໄດ້.
ນັກສົ່ງເສີມສຸຂະພາບສິ່ງແວດລ້ອມໃນປະເທດຟີລິບປິນ ໄດ້ເວົ້າວ່າ:ການທີ່ເຂົ້າໃຈຄວາມສຳຄັນຂອງການນຳເອົາສິ່ງທີ່ມາຈາກທຳມະຊາດນັ້ນກັບສູ່ທຳມະຊາດ ນັ້ນກໍ່ໝາຍຄວາມວ່າ ພວກເຮົາໄດ້ເຮັດຕາມແບບຂອງລະບົບທຳມະຊາດ ຊຶ່ງມັນເປັນການປົກປັກຮັກສາແຫຼ່ງ ຊັບພະຍາກອນ ແລະ ສຸຂະພາບຂອງພວກເຮົາເອງນຳ. ການຮຽນແບບວົງຈອນຂອງທຳມະຊາດມາໃຊ້ຕາມບ້ານເຮືອນ, ຊຸມຊົນ ແລະ ໂຮງຈັກໂຮງງານຕ່າງໆນັ້ນ ມັນເປັນບາດກ້າວລິເລີ່ມນ້ອຍໆຂອງພວກເຮົາໃນການຟື້ນຟູສຸຂະພາບສິ່ງແວດລ້ອມ. ຍົກຕົວຢ່າງເຊັ່ນ: ການເຮັດປຸຍໝັກ ແລະ ການນຳເອົາຂວດແກ້ວ ແລະ ກະປ໋ອງກັບມາໃຊ້ໃໝ່ ເປັນວິທີທາງ ຕາມແບບຕົວຢ່າງຂອງທຳມະຊາດທີ່ສ້າງວົງຈອນການນຳໃຊ້ຊັບພະຍາກອນຕ່າງໆມາແທນການກຳຈັດຂີ້ເຫຍື້ອ.

ໃນການນຳໃຊ້ຊັບພະຍາກອນຕ່າງໆອຸດສະຫະກຳ ກໍ່ສາມາດເຮັດຄືກັບລະບົບທຳມະຊາດໄດ້.
ນັກສົ່ງເສີມສີ່ງແວດລ້ອມໃນປະເທດຟິລິບປິນ ອີກທ່ານໜຶ່ງກໍ່ກ່າວວ່າ: ບັນດາອຸດສະຫະກຳຕ່າງໆເປັນຜູ້ກໍ່ໃຫ້ເກີດມົນລະພິດ.ໂຮງງານອຸດສະຫະກຳນັ້ນສາມາດ ຈະເຮັດຕາມແບບວົງຈອນທຳມະຊາດໂດຍການນຳເອົາພະລັງ ງານ ແລະ ວັດຖຸດິບ ກັບມາໃຊ້ເຂົ້າໃນຂະບວນການຜະລິດອີກ ຊຶ່ງເຮົາເອີ້ນຂະບວນການຜະລິດດັ່ງກ່າວນັ້ນວ່າ: ການຜະລິດສະອາດ. ບາດກ້າວທຳອິດ ບັນດາໂຮງງານອຸດສະຫະກຳຕ້ອງໄດ້ນຳເອົາເສດເຫຼືອທັງໝົດທີ່ເກີດຈາກຂະບວນການຜະລິດນັ້ນກັບມາໃຊ້ໃໝ່. ຖ້າພວກສິ່ງເສດເຫຼືອຕ່າງໆເຊັ່ນ: ສານເຄມີທີ່ເປັນພິດ ທີ່ບໍ່ສາມາດນຳກັບມາໃຊ້ໃໝ່ໄດ້ນັ້ນ ທາງໂຮງງານອຸດສະຫະກຳ ຕ້ອງມີວິທີການກຳຈັດທີ່ປອດໄພ ແລະ ພ້ອມດຽວກັນນັ້ນ ກໍ່ໄດ້ຫຼຸດປະລິມານການນຳໃຊ້ຫຼືບໍ່ກໍ່ຢຸດໃຊ້ວັດຖຸດິບທີ່ຈະກໍ່ໃຫ້ເກີດສິ່ງເສດເຫຼືອດັ່ງກ່າວເລີຍ. ຖ້າວ່າບັນດາໂຮງງານອຸດ ສະ ຫະກຳນັ້ນຍັງຕ້ອງການຈະທຳການຜະລິດຕໍ່ໄປໃນອະນາຄົດ ກໍ່ຕ້ອງໄດ້ຫັນມາທຳການ ຜະລິດແບບຍືນຍົງໂດຍຄຳນຶງເຖິງການປ້ອງກັນ ແລະ ວາງແຜນປ້ອງກັນລ່ວງໜ້າ, ແລະ ກໍ່ຄຳນຶງເຖິງສຸຂະພາບຂອງທຸກໆຄົນ, ບໍ່ແມ່ນຄິດເຖິງແຕ່ກຳໄລ ແລ້ວປະປ່ອຍໃຫ້ເກີດໄພ ອັນຕະລາຍ ແລະ ພະຍາດຈາກສິ່ງເສດເຫຼືອຈາກການຜະລິດ, ການຈັດການກັບຂີ້ເຫຍື້ອອັນຕະລາຍທີ່ບໍ່ມີປະສິດທິພາບນັ້ນ. ການໃຊ້ຊັບພະຍາກອນໜ້ອຍລົງ ພ້ອມໆກັບການນຳ ເອົາສິ່ງທີ່ມີ ແລະ ສິ່ງທີ່ໃຊ້ແລ້ວ ກັບມາໃຊ້ຄືນອີກນັ້ນ, ໂຮງງານອຸດສະຫະກຳສາມາດຫຼຸດໄພອັນຕະລາຍທີ່ຄຸກຄາມສຸຂະພາບສິ່ງແວດລ້ອມຂອງພວກເຮົາໄດ້


ການເຄົາລົບສາຍໃຍແຫ່ງຊີວິດ

ເຄົາລົບສາຍໃຍແຫ່ງຊີວິດ
ໃນໂລກຂອງທຳມະຊາດນັ້ນມີສິ່ງທີ່ມີຊີວິດຢູ່ຫຼາກຫຼາຍຊະນິດ ເຊັ່ນ: ມະນຸດ, ພືດ, ສັດ ແລະແມງໄມ້ຊະນິດຕ່າງໆ ທີ່ເອີ້ນຊື່ທາງວິທະຍາສາດວ່າ ຊີວະພາບ. ກ່ອນໜ້າທີ່ນັກວິທະຍາສາດຕັ້ງຊື່ດັ່ງກ່າວນັ້ນ, ຫຼາຍຄົນໄດ້ສອນລູກຫຼານຂອງຕົນກ່ຽວກັບສາຍໄຍແຫ່ງຊີວິດ. ຄືດັ່ງກັບໄຍແມງມຸມທີ່ໜຽວແໜ້ນນັ້ນແມ່ນຖືກສ້າງຂຶ້ນຈາກໄຍຫຼາຍໆເສັ້ນເຊື່ອມໂຍງເຂົ້າກັນແລະ ສາຍໄຍຊີວິດກໍ່ເຊັ່ນດຽວກັນຄວາມເຂັ້ມແຂງຂອງມັນກໍ່ຂຶ້ນກັບການເຊື່ອມໂຍງເຂົ້າກັນຂອງສິ່ງທີ່ມີຊີວິດທັງໝົດ ຫຼືວ່າ ທຸກຊີວິດໃນສາຍໄຍໜຶ່ງໆນັ້ນຢູ່ໄດ້ເພາະອາໄສອີກຊະນິດໜຶ່ງ.ຊຶ່ງສາຍໄຍຊີວິດນັ້ນຕ້ອງຢູ່ໃນສະພາວະທີ່ສົມດຸນນັ້ນກໍ່ໝາຍຄວາມວ່າ ສິ່ງມີຊີວິດທີ່ມີຢູ່ແຕ່ລະຊະນິດຕ້ອງມີຈຳນວນພໍດີບໍ່ຫຼາຍ ແລະ ກໍ່ບໍ່ໜ້ອຍເກີນໄປຢູ່ໃນພື້ນທີ່ໜຶ່ງໆ.
          ຍົກຕົວຢ່າງເຊັ່ນ: ໃນສາຍໄຍຊີວິດຢູ່ພື້ນທີ່ແຫ່ງໜຶ່ງທີ່ມີມະນຸດ, ໝາຈິ້ງຈອກ, ນົກ ແລະແມງໄມ້. ມະນຸດເຮົາມີສຸຂະພາບແຂງແຮງດີ ເພາະໄດ້ໝາກໄມ້ເປັນອາຫານ. ຊຶ່ງໝາກໄມ້ນັ້ນເປັນໝາກຜົນຂອງການປະສົມເກສອນຂອງແມງໄມ້ຊະນິດຕ່າງໆ. ນົກກໍ່ກິນແມງໄມ້ເປັນອາຫານ ແລະ ນົກເອງກໍ່ເປັນອາຫານຂອງໝາຈອກອີກຕໍ່ໜຶ່ງ ເພາະຖືກໝາຈອກລ່າ.ເມື່ອໃດທີ່ສາຍໄຍຊີວິດນະທີ່ແຫ່ງນີ້ຂາດຄວາມສົມດຸນຂຶ້ນມາມັນກໍ່ຈະສົ່ງຜົນກະທົບໄປຍັງອີກສິ່ງທີ່ມີຊີວິດຊະນິດອື່ນໆອີກ ເຊັ່ນ: ຖ້າຈຳນວນໝາຈອກລົດລົງເພາະຖືກລ່າເນື່ອງຈາກມັນໄປກິນໄກ່ຂອງຄົນ ຈຳນວນຂອງນົກກໍ່ຈະເພີ່ມຂຶ້ນ ແລະ ສົ່ງຜົນໃຫ້ຈຳນວນຂອງແມງໄມ້ນັ້ນລົດລົງເພາະຖືກນົກກິນ. ເມື່ອຈຳນວນຂອງແມງໄມ້ໜ້ອຍ ມະນຸດເຮົາກໍ່ມີໝາກໄມ້ກິນເປັນອາຫານນັ້ນໜ້ອຍລົງ ນັ້ນກໍ່ເນື່ອງຈາກວ່າບໍ່ມີແມງໄມ້ເປັນຕົວປະສົມເກສອນໃຫ້ຕົ້ນໄມ້ເພື່ອໃຫ້ມີໝາກໄມ້.



ໃນຄວາມເປັນຈິງແລ້ວມັນຕ່າງຈາກຕົວຢ່າງທີ່ຍົກມາທີ່ຈຳນວນໝາຈອກຊະນິດດຽວທີ່ໜ້ອຍລົງ ແລະ ມັນກໍ່ສົ່ງຜົນທ້ອນຕໍ່ກັບການດຳລົງຊີວິດຂອງມະນຸດເຮົາ, ເພາະວ່າໂລກເຮົາໃນປະຈຸບັນກຳລັງປະເຊີນໜ້າກັບຄວາມສູນເສຍທາງຊີວະພາບຢ່າງຫຼວງຫຼາຍ. ພືດພັນ ແລະ ສັດຫຼາຍໆຊະນິດກຳລັງສູນພັນໄປຈາກໂລກຂອງພວກເຮົາໃນແຕ່ລະປີ. ນອກຈາກຊີວະພາບຈະມີຄຸນຄ່າໃນຕົວຂອງພວກມັນເອງແລ້ວ ມັນຍັງມີຄຸນຄ່າໃນການປົກປັກຮັກສາ
ສຸຂະພາບຂອງມະນຸດເຮົານຳ.

ຖ້າສາຍໄຍຊີວິດເສຍຫາຍມັນກໍ່ພາໃຫ້ເກີດໂລກໄພໄຂ້ເຈັບຊະນິດໃໝ່ໆຂຶ້ນ
ການສູນເສຍຄວາມສົມບູນຂອງລະບົບຊີວະພາບນັ້ນໝາຍເຖິງຊະນິດຂອງພືດ ແລະ ສັດ ນັ້ນມີໜ້ອຍລົງ ແລະ ພ້ອມດຽວກັນນັ້ນກໍ່ເກີດຄວາມບໍ່ສົມດຸນທາງທຳມະຊາດລະຫວ່າງ ຄົນ,ສັດ ແລະ ພືດພັນຕ່າງໆ. ຊຶ່ງຄວາມສູນເສຍທາງຄວາມສົມບູນຂອງລະບົບຊີວະພາບແມ່ນເປັນຕົ້ນເຫດທີ່ພາໃຫ້ເກີດໂລກໄພໄຂ້ເຈັບຊະນິດໃໝ່ໆຂຶ້ນ. ສອງກໍລະນີຕົວຢ່າງຕໍ່ໄປນີ້ແມ່ນຍົກໃຫ້ເຫັນການລະບາດຂອງໂລກໄພໄຂ້ເຈັບຊະນິດໃໝ່ໆທີ່ເກີດມາຈາກການຕັດໄມ້ທຳລາຍປ່າໃນທະວີບອາຟຼິກກາ ແລະ ປະເທດ ອາເມລິກາ.

  • ຢູ່ທະວີບອາຟຼິກກາ ຊຶ່ງໄດ້ມີການລະບາດຂອງໂລກໃໝ່ໆ ເຊັ່ນ: ໂລກ ລີສມານີອາຊິສ (leishmaniasis), ໄຂ້ໝາກເຫຼືອງ, ໂລກນອນບໍ່ຫຼັບ. ຊຶ່ງໂລກເຫລົ່ານີ້ແຜ່ລະບາດແມ່ນຍ້ອນມີແມງໄມ້ຈຳນວນຫຼວງຫຼາຍເປັນພາຫະນຳ ເຊື້ອ. ການທີ່ຈຳນວນຂອງແມງໄມ້ເພີ່ມຂຶ້ນຢ່າງໄວວານັ້ນ ແມ່ນເປັນຍ້ອນເງື່ອນໄຂທາງທຳມະຊາດອຳນວຍ. ເນື່ອງຈາກປ່າໄມ້ທີ່ເປັນຕົວດູດຊືມນ້ຳ ແລະ ເປັນທີ່ອາໃສຂອງບັນດາສັດ ແລະ ນົກຖືກທຳລາຍເພື່ອຂະຫຍາຍເມືອງ ແລະ ເນື້ອທີ່ການກະສິກຳ (1) ໄດ້ເຮັດໃຫ້ເກີດມີບວກ ຫຼື ໜອງທີ່ມີນ້ຳຂັງຢູ່ ທົ່ວໄປ ແລະ ມັນກໍ່ເປັນແຫຼ່ງເພາະພັນທີ່ດີໃຫ້ແກ່ແມງໄມ້ເຫລົ່ານັ້ນ ແລະ (2) ເມື່ອບໍ່ມີປ່າ ບັນດານົກ ແລະ ສັດທີ່ກິນແມງໄມ້ນັ້ນກໍ່ໜີໄປ.
  • ໃນອາເມລິກາເໜືອ ໄດ້ເກີດມີການລະບາດຂອງໂລກ Lyme ຊຶ່ງໜູຕີນຂາວເປັນພາຫະນຳເຊື້ອໂລກ ລາຍມີ Lyme ມາແຜ່ໃສ່ຄົນ. ສາຍເຫດຂອງການລະບາດແມ່ນເນື່ອງມາຈາກປ່າໄມ້ໄດ້ຖືກຕັດເປັນບໍລິເວນກວ້າງຂວາງຊຶ່ງມັນໄດ້ສ້າງເງື່ອນໄຂອັນເໝາະສົມໃຫ້ແກ່ການຂະຫຍາຍພັນຂອງໜູຕີນຂາວ. ນັ້ນກໍ່ຍ້ອນວ່າ ເມື່ອປ່າໄມ້ຖືກທຳລາຍແຫຼ່ງອາຫານຂອງພວກມັນກໍ່ເພີ່ມຂຶ້ນ ແລະ ພ້ອມດຽວກັນນັ້ນບັນດາສັດທີ່ກິນພວກໜູຕີນຂາວນີ້ກໍ່ມີຈຳນວນໜ້ອຍລົງ.

ບັນດາພືດສະໝູນໄພຕ່າງໆກໍ່ຂຶ້ນຢູ່ກັບຄວາມສົມບູນຂອງລະບົບຊີວະພາບ
          ການປົກປັກຮັກສາສາຍໄຍຊີວິດ ແລະ ລະບົບຊີວະພາບໃຫ້ສົມບູນນັ້ນກໍ່ເທົ່າກັບພວກເຮົາສາມາດຮັກສາວັດທະນະທຳ ຮີດຄອງປະເພນີ ແລະ ການແພດແຜນໂບຮານໄວ້ໄດ້. ບັນດາຢາປົວພະຍາດນັ້ນແມ່ນເຮັດມາຈາກພືດພັນ ຊະນິດຕ່າງໆ ແລະ ເມື່ອໃດທີ່ປ່າ ໄມ້ຖືກທຳລາຍ, ແມ່ນ້ຳ ແລະ ຫ້ວຍບຶງຕ່າງໆເຫືອດແຫ້ງເມື່ອນັ້ນພວກເຮົາຈະສູນເສຍບັນດາພືດສະໝຸນໄພຕ່າງໆໄປພ້ອມໆກັບຄວາມຮູ້ທາງການແພດແຜນບູຮານ.




ແຫຼ່ງອາຫານການກິນທີ່ອຸດົມສົມບູນກໍ່ຂຶ້ນກັບຄວາມສົມບູນຂອງລະບົບຊີວະພາບ
ການກິນອາຫານຄົບໝູ່ເຮັດໃຫ້ມີສຸຂະພາບທີ່ສົມບູນດີເຊັ່ນ: ໝາກໄມ້, ຜັກ, ສາລີ ແລະ ອາຫານທີ່ຫາມາໄດ້ ຈາກທຳມະຊາດ ເຊັ່ນ: ໝາກເບີຣີ, ປາ ແລະ ສັດປ່າ. ເມື່ອເກີດການສູນເສຍຄວາມສົມບູນຂອງລະບົບຊີວະພາບ
ນັ້ນໝາຍເຖິງອາຫານການກິນທີ່ສົມບູນຂອງພວກເຮົາກໍ່ສູນເສຍໄປນຳ ຊຶ່ງການທີ່ຂາດເຂີນອາຫານນັ້ນແມ່ນເປັນ
ສາເຫດໃຫ້ທຸກໆຄົນໃນຊຸມຊົນປະເຊີນໜ້າກັບບັນຫາການຂາດແຄນສານອາຫານໃນຮ່າງກາຍ ອັນເນື່ອງມາຈາກ ການກິນອາຫານບໍ່ຄົບໝູ່ນັ້ນເອງ.
      ການເຂົ້າໃຈເຖິງໜ້າທີ່ຂອງສາຍໄຍຊີວິດ ທັງ ກຼໍເຣຍ ແລະ ຊາລູດ ປາຣາ ເອວ ປູເອບໂບ ກໍ່ໄດ້ພາປະຊາຊົນໃນຊຸມຊົນລົງມືຮັກສາສາຍໄຍຊີວິດໂດຍການລ້ຽງເຜິ້ງ ແລະ ປູກ ຕົ້ນໄມ້. ເພາະພວກເຂົາຮູ້ວ່າ ບັນດາຕົ້ນໄມ້ຊະນິດຕ່າງໆ ກ່ອນຈະອອກຜົນໄດ້ແມ່ນຕ້ອງການປະສົມເກສອນໃຫ້ພວກມັນ ແລະ ນັ້ນກໍ່ແມ່ນໜ້າທີ່ຂອງເຜິ້ງ ທີ່ຕ້ອງການທັງນ້ຳຫວານ ແລະ ເກສອນຈາກດອກໄມ້ຊະນິດຕ່າງໆເພື່ອມາຜະລິດນ້ຳເຜິ້ງ. ການອອກຕະເວນອອກໄປຫານ້ຳຫວານ ແລະ ເກສອນຂອງເຜິ້ງນັ້ນເປັນວິທີການປະສົມເກສອນຕາມທຳມະຊາດທີ່ຊ່ວຍໃຫ້ຕົ້ນໄມ້ຕ່າງຈໍ່ດອກອອກຜົນໄດ້. ສະນັ້ນ ການລ້ຽງເຜິ້ງ ແລະ ປູກຕົ້ນໄມ້ນັ້ນຈິ່ງເປັນການສ້າງຄວາມສົມດຸນໃຫ້ແກ່ສາຍໄຍຊີວິດ ແລະ ກໍ່ເປັນການຜະລິດອາຫານໃຫ້ແກ່ຊຸມຊົນນຳ.

ລະບົບຊີວະພາບສົມບູນຊ່ວຍໃຫ້ໝາກຜົນຜະລິດພືດພັນທັນຍາຫານດີ

ອັນທີ່ຈິ່ງແລ້ວ ປະຊາຊົນໄດ້ເກັບກ່ຽວເອົາເຂົ້າ, ເຂົ້າບາເຣ, ສາລີ ແລະ ທັນຍະພືດຕ່າງໆ ທີ່ມີຕາມທຳມະຊາດມາ ເປັນອາຫານມາໄດ້ເປັນເວລາດົນນານແລ້ວ. ຊຶ່ງວ່າພືດພັນທັນຍາ ຫານເຫຼົ່ານີ້ອອກດອກ ແລະ ໃຫ້ຜົນໄດ້ກໍ່ຕ້ອງໄດ້ອາໃສບັນດາແມງໄມ້ ແລະ ສັດຊະນິດ ຕ່າງໆມາຊ່ວຍປະສົມເກສອນ.
         ໃນປະຈຸບັນນີ້ ການເຮັດການກຳສິກຳນັ້ນແມ່ນຜະລິດເພື່ອອຸດສະຫະກຳ ຊຶ່ງໄດ້ມີການນຳໃຊ້ເຄື່ອງກົນຈັກທາງການກະສິກຳ ແລະ ສານເຄມີທີ່ມີພິດເຂົ້າມາຊ່ວຍໃນຂະບວນການຜະລິດ ແລະ ພວກມັນກໍ່ເຮັດໃຫ້ມີຜົນຜະລິດດີກວ່າການຜະລິດແບບເດີມ. ແຕ່ວ່າການທີ່ນຳໃຊ້ສານເຄມີນັ້ນ ພັດໄປທຳລາຍພືດ, ແມງໄມ້ ແລະ ເຮັດໃຫ້ຄວາມສົມບູນຂອງດິນເສຍໄປ. ຕາມປົກກະຕິແລ້ວ ການນຳໃຊ້ສານເຄມີນັ້ນມັນຈະຊ່ວຍເພີ່ມຜົນຜະລິດໄດ້ກໍ່ພຽງລະດູດຽວເທົ່ານັ້ນ ແລະ ລະດູຕໍ່ໆມາການຜະລິດກໍ່ຈະຫຼຸດລົງໄປເລື້ອຍໆ ແລະຜົນທີ່ຕາມມານັ້ນກໍ່ຄືບໍ່ມີບັນດາອາຫານທີ່ມີປະໂຫຍດຕໍ່ສຸຂະພາບຢ່າງພຽງພໍກັບຄວາມຕ້ອງການ.


        ສະນັ້ນ ການເຮັດການກະສິກຳແບບຍືນຍົງເທົ່ານັ້ນ ທີ່ຈະສາມາດເພີ່ມຜົນຜະລິດ ແລະກໍ່ຍັງສາມາດຫຼຸດບັນຫາສັດຕູພືດຕ່າງໆທີ່ມາທຳລາຍພືດຜັກທີ່ປູກໄວ້ນັ້ນ. ການທຳການປູກຝັງແບບຍືນຍົງນີ້ ຍັງຊ່ວຍການຂະຫຍາຍຕົວຂອງບັນດາແມງໄມ້ ແລະ ສັດຊະນິດຕ່າງໆ ທີ່ເປັນປະໂຫຍດຕໍ່ການປູກຝັງ, ນອກຈາກນີ້ ວິທີການກະສິກຳແບບ
ຍຶນຍົງນີ້ ຍັງຊ່ວຍຄືນຄວາມອຸດົມສົມບູນໃຫ້ກັບດິນ ໂດຍການນຳໃຊ້ຝຸ່ນທຳມະຊາດເຂົ້າໃນການບຳລຸງດິນ. ຮັກ ສາພືດ ແລະ ຕົ້ນໄມ້ທີ່ມີຕາມທຳມະຊາດໄວ້ ເພື່ອຮັກສາໜ້າດິນ. ການທີ່ທຳການຜະລິດທັນຍະພືດຫຼາຍໆຊະນິດໃນລະດູ ການຜະລິດໜຶ່ງໆນັ້ນ ມັນຈະຊ່ວຍໃຫ້ຊຸມຊົນນັ້ນມີອາຫານຄົບໝູ່ທີ່ມີສານອາຫານທີ່ດີຕໍ່ສຸຂະພາບຂອງທຸກໆຄົນໄວ້ບໍລິໂພກ.

ລະບົບຊີວະພາບປົກປັກຮັກສາແຫຼ່ງນ້ຳບໍ່ໃຫ້ເຫືອດແຫ້ງ ແລະ ບໍ່ໃຫ້ເກີດມົນລະພິດ.
           ຄືດັ່ງທີ່ກ່າວມາຂ້າງເທິງນັ້ນມີແຕ່ການກະສິກຳແບບຍືນຍົງເທົ່ານັ້ນ ທີ່ເປັນມິດກັບສິ່ງແວດລ້ອມ. ການເຮັດອຸດສະຫະກຳ ການກະສິກຳ ແລະ ການທຳລາຍປ່ານັ້ນ ເປັນເຫດໃຫ້ດິນສູນເສຍຄວາມຊຸ່ມຊື່ນ ແລະ ເຮັດໃຫ້ນ້ຳຕາມຫ້ວຍຮ່ອງຕ່າງໆແຫ້ງ ຂອດໃນລະດູແລ້ງ. ນອກຈາກນີ້ ປຸຍເຄມີ ແລະ ຢາຂ້າແມງໄມ້ ທີ່ໃຊ້ໃນຂະບວນ ການຜະລິດອຸດສະຫະກຳ ກະສິກຳນັ້ນ ກໍ່ຈະໄຫຼໄປປົນເປື້ອນແມ່ນ້ຳ ແລະ ທະເລ ສາບຈົນເກີດມົນລະພິດກັບແມ່ນ້ຳ ແລະ ທະເລສາບດັ່ງກ່າວ.


ລະບົບຊີວະພາບປົກປັກຮັກສາຊຸມຊົນຈາກຄວາມທຸກຍາກ.
          ການດຳລົງຊີວິດ ຫຼື ຊີວິດການເປັນຢູ່ທີ່ແຕກຕ່າງກັນຂອງແຕ່ລະຊຸມຊົນນັ້ນມັນຂຶ້ນຢູ່ກັບການເຂົ້າເຖິງແຫຼ່ງຊັບພະຍາກອນທຳມະຊາດທີ່ມີຢູ່ນັ້ນໄດ້ຫຼາຍໜ້ອຍສຳ່ໃດ. ເມື່ອບັນດາແຫຼ່ງຊັບພະຍາກອນທຳມະຊາດທີ່ມີນັ້ນໝົດໄປ ຄວາມທຸກຍາກກໍ່ຈະຄ່ອຍໆເຂົ້າມາແທນທີ່. ໂດຍສະເພາະແມ່ນຢູ່ໃນພື້ນທີ່ການເຮັດອຸດສະຫະກຳການກະສິກຳ, ມັນນຳມາເຖິງໜີ້ສິນແກ່ບາງຄົນ ແລະ ຂາດແຄນທີ່ດິນທຳກິນແກ່ຫຼາຍໆຄົນໃນຊຸມຊົນນັ້ນໆ.