Sunday, January 31, 2016

ການກຽມແກ່ນແນວກ່ອນປູກ

ຕາມປົກກະຕິແລ້ວ, ແກ່ນໝາກໄມ້ບາງຊະນິດທີ່ມີເປືອກອ່ອນ ແລະ ຂ້າງໃນເປືອກມີເນື້ອແຫຼວນັ້ນ ຫຼັງຈາກໄປເອົາແນວມາໄດ້ແລ້ວ ແມ່ນໃຫ້ເອົາໄປປູກໂລດ. ແກ່ນແນວບາງຊະນິດອາດຕ້ອງໄດ້ເກັບໄວ້ເປັນເວລາຫຼາຍເດືອນຈິ່ງຈະນຳເອົາມາປູກໄດ້


             ຕາມປົກກະຕິແລ້ວ, ແກ່ນໝາກໄມ້ບາງຊະນິດທີ່ມີເປືອກອ່ອນ ແລະ ຂ້າງໃນເປືອກມີເນື້ອແຫຼວນັ້ນ ຫຼັງຈາກໄປເອົາແນວມາໄດ້ແລ້ວ ແມ່ນໃຫ້ເອົາໄປປູກໂລດ. ແກ່ນແນວບາງຊະນິດອາດຕ້ອງໄດ້ເກັບໄວ້ເປັນເວລາຫຼາຍເດືອນຈິ່ງຈະນຳເອົາມາປູກໄດ້.
             ແກ່ນແນວເກືອບທຸກຊະນິດແມ່ນຕ້ອງການນ້ຳເພື່ອແຕກງອກອອກມາໄດ້. ຖ້າແກ່ນແນວນັ້ນມີເປືອກແຂງ ແລະ ໜາ ແມ່ນຈຳເປັນຕ້ອງໄດ້ເຮັດໃຫ້ເປືອກມັນອ່ອນ ຫຼື ຕັດເປືອກແຂງນັ້ນເພື່ອໃຫ້ນ້ຳຊືມເຂົ້າໄດ້. ແກ່ນແນວບາງຊະນິດແມ່ນຕ້ອງໄດ້ຜ່ານການກະກຽມຫຼາຍຂັ້ນຕອນກ່ອນຈະນຳໄປປູກໄດ້ ເຊັ່ນ:
      • ຖ້າເປືອກຂອງແກ່ນແນວບໍ່ແຂງຫຼາຍເກີນໄປ (ຊຶ່ງເຈົ້າສາມາດທີ່ຈະເຮັດໃຫ້ມັນແຕກ ຫຼື ແຍກອອກຈາກ ກັນໄດ້ ໂດຍໃຊ້ເລັບ ມື) ແລະ ບໍ່ໜາຫຼາຍເກີນໄປ (ບໍ່ໜາກວ່າຫຼັງປົກຂອງປຶ້ມຫົວນີ້), ໃຫ້ນຳແກ່ນແນວນັ້ນໄປປູກລົງດິນຊຸ່ມໂລດ.

     • ຖ້າວ່າເປືອກມັນແຂງ ແຕ່ບາງ, ໃຫ້ເອົາຜ້າແພຫໍ່ແກ່ນແນວນັ້ນ. ຈາກນັ້ນກໍ່ເອົາລົງຈຸ່ມນ້ຳຮອ້ນທີ່ມີຄວາມຮ້ອນທີ່ບໍ່ສາມາດເອົາມືຈຸ່ມໄດ້ ແຕ່ວ່ານ້ຳນັ້ນ ຍັງບໍ່ທັນຟົດເທື່ອ (ຫຼື 80 ອົງສາເຊເຊ) ປະໄວ້ 1 ນາທີ ແລ້ວໃຫ້ເອົາຂຶ້ນ ແລະ ຈາກນັ້ນກໍ່ເອົາ ລົງແຊ່ນ້ຳເຢັນທັນທີ ແລະ ແຊ່ປະໄວ້ 1 ຄືນ. ໃນມື້ຕໍ່ມາກໍ່ໃຫ້ນຳໄປປູກ.
     • ມີອີກວິທີໜຶ່ງທີ່ຈະສາມາດຈັດການກັບເປືອກແຂງ ແຕ່ບໍ່ໜາຂອງແກ່ນແນວໄດ້ ນັ້ນກໍ່ຄືການເອົາແກ່ນນັ້ນແຊ່ນ້ຳເຢັນໄວ້ 1 ມື້ເຕັມໆ,ຈາກນັ້ນກໍ່ເອົາກະເປົາປຽກປົກແກ່ນນັ້ນປະໄວ້ອີກ 24 ຊົ່ວ ໂມງ. ໃຫ້ປະຕິບັດຕາມຂັ້ນຕອນດັ່ງກ່າວນີ້ຕໍ່ໄປອີກ 6 ມື້, ແລະ ພໍຮອດມື້ທີ 7 ໃຫ້ນຳແກ່ນນັ້ນໄປປູກ.
      • ຖ້າຫາກວ່າເປືອກຂອງແກ່ນແນວນັ້ນແຂງ ແລະ ໜາ, ໃຫ້ເອົາແກ່ນນັ້ນຖູກັບຫີນທີ່ຊາ ຫຼື ກະດາດຊາຍຈົນກວ່າຈະສາມາດແນມເຫັນທາງໃນຂອງແກ່ນນັ້ນ. ຈົ່ງລະວັງຢ່າຖູມັນເລິກຫຼາຍເກີນໄປເພາະມັນອາດເຮັດໃຫ້ແກ່ນແນວເສຍຫາຍໄດ້.
      • ຖ້າຫາກວ່າເປືອກຂອງແກ່ນແນວນັ້ນອ່ອນແຕ່ໜາ, ໃຫ້ໃຊ້ມີດປາດເປືອກນັ້ນອອກ

ການປູກຕົ້ນໄມ້

ການປູກຕົ້ນໄມ້ ພາຍໃຕ້ເງື່ອນໄຂທີ່ເໝາະສົມການປູກຕົ້ນໄມ້ແມ່ນຊ່ວຍຟື້ນຟູດິນເສື່ອມໂຊມ ແລະ ຍັງເປັນ ການຕອບສະໜອງຟືນ, ໄມ້ທ່ອນ, ຢາປົວພະຍາດ ແລະ ອາຫານໃຫ້ແກ່ຄົນ ແລະ ສ

ການປູກຕົ້ນໄມ້

ພາຍໃຕ້ເງື່ອນໄຂທີ່ເໝາະສົມການປູກຕົ້ນໄມ້ແມ່ນຊ່ວຍຟື້ນຟູດິນເສື່ອມໂຊມ ແລະ ຍັງເປັນ ການຕອບສະໜອງຟືນ, ໄມ້ທ່ອນ, ຢາປົວພະຍາດ ແລະ ອາຫານໃຫ້ແກ່ຄົນ ແລະ ສັດ. ການປູກຕົ້ນໄມ້ຈະເຮັດໃຫ້ດິນທີ່ເສື່ອມໂຊມນັ້ນກັບມາອຸດົມສົມບູນອີກ. ແຕ່ວ່າການປູກຕົ້ນໄມ້ ຢູ່ບ່ອນທີ່ຂາດເງື່ອນໄຂອຳນວຍຕໍ່ການເຕີບໃຫຍ່ນັ້ນແມ່ນຕ້ອງການບົວລະບັດດູແລ ຈິ່ງຈະ ສາມາດເຕີບໂຕໄດ້ດີ. ການປູກຕົ້ນໄມ້ນັ້ນໃຫ້ຜົນປະໂຫຍດຢ່າງຫຼວງຫຼາຍ, ແຕ່ນັ້ນກໍ່ບໍ່ໄດ້ໝາຍວ່າມັນຈະເປັນຈິງໃນທຸກໆແຫ່ງ ຫຼື ສຳລັບທຸກໆຊຸມຊົນ ການປູກຕົ້ນໄມ້ມີຫຼາຍວິທີ ເຊັ່ນ:

• ປູກໂດຍການຝັງແກ່ນ ຫຼື ງ່າໄມ້ລົງໄປໃນດິນໂດຍກົງ
• ຂຸດເອົາເບັ້ຍໄມ້ປ່າໄປປູກ
• ກ້າເບັ້ຍໄມ້ຢູ່ໃນສວນກ້າເບັ້ຍ ແລ້ວຈິ່ງນຳໄປປູກ
• ການຕໍ່ກິ່ງ ຫຼື ການເອົາກິ່ງທີ່ຕ້ອງການມາຕໍ່ໃສ່

ກັບລຳຕົ້ນຂອງອີກຕົ້ນໜຶ່ງ. (ຕາມປົກກະຕິແລ້ວ ການຕໍ່ກິ່ງແມ່ນໃຊ້ກັບຕົ້ນໄມ້ກິນໝາກ ຈິ່ງບໍ່ໄດ້ກ່າວເຖິງ ໃນປຶ້ມຫົວນີ້).ວິທີການປູກຕົ້ນໄມ້ທີ່ຈະໃຊ້ນັ້ນມັນກໍ່ຂຶ້ນກັບຊະນິດຂອງຕົ້ນໄມ້ທີ່ທ່ານຢາກຈະປູກ ແລະ ການມີແກ່ນ ຫຼື ກິ່ງຂອງຕົ້ນໄມ້ທີ່ຈະປູກ

ການເຮັດກ້ອນ ແນວພັນຕົ້ນໄມ້ ຟື້ນຟູດິນ ທີ່ຖືກຊະລ້າງ ຫຼື ຖືກກັກເຊາະ

ການເຮັດກ້ອນແນວຕົ້ນໄມ້ເປັນວິທີການທີ່ງ່າຍໃນການຟື້ນຟູດິນທີ່ຖືກຊະລ້າງ ຫຼື ຖືກກັກເຊາະ.ໃນແຕ່ລະປີໃຫ້ເກັບສະສົມແນວຕົ້ນໄມ້ປ່າໄວ້ ຊຶ່ງການເກັບແກ່ນຕົ້ນໄມ້ປ່າເປັນໜ້າວຽກທີ່ເດັກນ້ອຍມີຄວາມຊຳນານ ແລະ ທັງເປັນກິດຈະກຳການຮຽນຮູ້ທີ່ມ່ວນຊື່ນ.ໃຫ້ເກັບແນວຕົ້ນໄມ້ປ່າໃນທ້ອງຖິ່ນນັ້ນໃຫ້ໄດ້ຫຼາຍໆຊະນິດເທົ່າທີ່ຈະເປັນໄປໄດ້. ເມື່ອໄດ້ແນວມາແລ້ວກໍ່ນຳມາປະສົມກັບດິນເພື່ອເຮັດແກ່ນແນວກ້າ ດ້ວຍສ່ວນປະສົມດັ່ງລຸ່ມນີ້:



             ເອົາແນວໄມ້ປ່າປະສົມກັບຝຸ່ນໝັກ ຫຼື ດິນປູກຝັງ, ຈາກນັ້ນກໍ່ເອົາດິນໜຽວປະສົມໃສ່ ຕື່ມ; ແລ້ວກໍ່ໃຫ້ເອົານ້ຳໃສ່ເທື່ອລະໜ້ອຍ (ຄ່ອຍໆປັບໃຫ້ປະລິມານນ້ຳທີ່ໃສ່ລົງໄປນັ້ນໃຫ້ພໍດີ ເຮັດ ໃຫ້ດິນທີ່ປະສົມນັ້ນຊຸ່ມພໍດີ. ບໍ່ໃຫ້ໃສ່ນ້ຳຫຼາຍເກີນໄປໂພດ ເພາະມັນຈະເຮັດໃຫ້ແກ່ນໄມ້ ປ່າໃນສ່ວນປະສົມນັ້ນງອກໄວໂພດ). ຫຼັງຈາກປະສົມດິນກັບແກ່ນໄມ້ ແລະ ນ້ຳໄດ້ສົມສ່ວນດີແລ້ວ ກໍ່ເອົາສ່ວນປະສົມນັ້ນມາເຮັດເປັນກ້ອນມົນນ້ອຍ ແລະ ເອົາໄປຕາກແດດໃຫ້ແຫ້ງປະມານ 2-3 ມື້.
             ໃນໄລຍະເວລາກ່ອນ ຫຼື ກາງລະດູຝົນ ໃຫ້ທ່ານເອົາກ້ອນແກ່ນກ້າ ທີ່ເຮັດໄວ້ນັ້ນໄປດິນບ່ອນທີ່ທ່ານຕ້ອງການຈະຟື້ນຟູໃຫ້ມັນກັບສູ່ສະພາບເດີມນັ້ນ ແລະ ຫວ່ານກ້ອນແກ່ນກ້ານັ້ນລົງໄວ້. ອັນທີ່ຈິງແລ້ວກ່ອນທີ່ຈະຫວ່ານກ້ອນແກ່ນກ້ານັ້ນ ແມ່ນໃຫ້ສ້າງຮ່ອງເວັ້ນ ແລະ ຄັນຄູກັ້ນການສະລ້າງດິນ ຂອງນ້ຳຝົນເສຍກ່ອນ (ເບິ່ງໜ້າ 253) ເພື່ອຊ່ວຍໃຫ້ກ້ອນແກ່ນກ້ານັ້ນແຕກງອກ ແລະ ເຕີບໃຫຍ່ຂຶ້ນ.
              ແກ່ນໄມ້ປ່າໃນກ້ອນກ້ານັ້ນຈະແຕກງອກອອກມາເມື່ອຝົນຕົກລົງມາ, ດິນຝຸ່ນປະສົມໃນກ້ອນກ້ານັ້ນໃຫ້ອາຫານບຳລຸງແກ່ເບັ້ຍໄມ້ທີ່ເກີດອອກມາໃໝ່ນັ້ນ; ສ່ວນດິນໜຽວນັ້ນປ້ອງກັນບໍ່ໃຫ້ແກ່ນໄມ້ນັ້ນແຫ້ງກະແດ້ງ, ຖືກນົກໜູກິນເປັນອາຫານ, ຫຼື ຖືກລົມພັດພາໄປບ່ອນອື່ນ. ຫຼັງຈາກນັ້ນ 1 ປີ, ພືດທີ່ທ່ານນຳໄປຫວ່ານໄວ້ນັ້ນກໍ່ຈະສາມາດຜະລິດແກ່ນຂອງພວກມັນເອງໄດ້, ແລະ ເມື່ອເວລາຜ່ານໄປອີກບໍ່ດົນພືດໃໝ່ໆກໍ່ຈະເກີດຂຶ້ນ. ດິນກໍ່ຈະທັບຖົມກັນຂຶ້ນອ້ອມຕົ້ນພືດເຫຼົ່ານັ້ນ ແລະ ສາມາດປ້ອງກັນດິນຖືກຊະລ້າງ. ຈາກນັ້ນບໍ່ດົນພືດໄມ້ອື່ນໆກໍ່ຈະເກີດຂຶ້ນມາ. ຖ້າ ບໍ່ຖືກລົບກວນພາຍຫຼັງເວລາຜ່ານໄປຫຼາຍປີ ພື້ນທີ່ທັງໝົດດັ່ງກ່າວກໍ່ຈະຟື້ນຄືນສູ່ສະພາບເດີມ.

ດິນຟື້ນຟູເອງຕາມທຳມະຊາດ


ໃນບາງຄັ້ງວິທີຟື້ນຟູດິນທີ່ດີທີ່ສຸດກໍ່ຄືການປ່ອຍດິນໄວ້ບໍ່ໃຫ້ມີຫຍັງມາລົບກວນ ຫຼື ຊ່ວຍໃຫ້ມັນຄ່ອຍຟື້ນຟູເອງເທື່ອລະໜ້ອຍ. ການເຮັດຮົ້ວອ້ອມດິນໄວ້ ຫຼື ຂຽນປ້າຍຫ້າມບໍ່ໃຫ້ຜູ້ຄົນເຂົ້າໄປນຳໃຊ້ດິນນັ້ນ, ຫຼື ການລົດຈຳນວສັດລ້ຽງທີ່ເຂົ້າມາກິນຫຍ້າໃນດິນ ນັ້ນລົງ ກໍ່ລ້ວນແລ້ວແຕ່ເປັນວິທີການທີ່ສາມາດເຮັດໄດ້ເພື່ອຊ່ວຍໃຫ້ດິນຟື້ນຄືນສະພາບໄດ້. ເມື່ອດິນໄດ້ຮັບການປົກປ້ອງຈາກການນຳໃຊ້ ແລະ ມີເງື່ອນໄຂທີ່ເໝາະສົມແກ່ສິ່ງທີ່ມີຊີວິດກັບຄືນມາ,ພືດພັນຕ່າງໆກໍ່ເກີດ ແລະ ເຕີບໃຫຍ່ຂຶ້ນເອງຕາມຂັ້ນຕອນທຳມະຊາດ; ຊຶ່ງເອີ້ນວ່າ ຂະບວນການຟື້ນຟູຕົນເອງຕາມທຳ ມະຊາດຂອງດິນ. ຂະບວນການຟື້ນຟູນີ້ໃຊ້ເວລາຫຼາຍໆປີ, ຫຼື ຫຼາຍໆຊົ່ວອາຍຸຄົນ.

ຂະບວນການຟື້ນຟູຕົນເອງຕາມທຳມະຊາດຂອງດິນຈະບໍ່ເກີດຂຶ້ນເມື່ອ:

• ບໍ່ມີແຫຼ່ງຂອງແກ່ນ ຫຼື ພືດພັນປະຈຳທ້ອງຖິ່ນນັ້ນຢູ່ໃກ້ໆດິນນັ້ນ.
• ພືດທີ່ບໍ່ຕ້ອງການໄດ້ແຜ່ຂະຫຍາຍໄປປົກຄຸມ ຫຼື ງວຳ ພືດທີ່ຕ້ອງການສຳລັບການຟື້ນຟູນັ້ນ.
• ດິນຖືກທຳລາຍຢ່າງໜັກ ຫຼື ເຮັດໃຫ້ປົນເປື້ອນ ຈົນວ່າບໍ່ມີພືດໃດໆເກີດຂຶ້ນໄດ້. (ສຳລັບບົດເລື່ອງກ່ຽວກັບການຟື້ນຟູດິນຫຼັງຈາກຈາກທີ່ມັນປົນເປື້ອນຄາບນ້ຳມັນ

1. ດິນທີ່ຖືກທຳລາຍຈົນບໍ່ມີຝຸ່ນຫຼື ທາດບຳລຸງລ້ຽງໃນດິນ ແລະ ບໍ່ມີພືດໃດໆເກີດໄດ້.


2. ພືດບຸກເບີກທີ່ມີລຳຕົ້ນນ້ອຍ ແລະ ແຂງ ຈະເກີດຂຶ້ນມາຢູ່ຕາມບ່ອນທີ່ດິນຝຸ່ນຕົກຄ້າງຢູ່. ພືດບຸກເບີກນີ້ຈະເຮັດໜ້າທີ່ກັກເກັບນ້ຳໄວ້ ແລະ ດຶງເອົາແມງໄມ້ ແລະ ນົກຕ່າງໆກັບມາ.


3. ພືດບຸກເບີກໄດ້ເກັບກັກເອົາຝຸ່ນ ແລະ ແກ່ນໄມ້ຕ່າງໆ ທີ່ມານຳນ້ຳໄວ້, ບັນດານົກຊະນິດຕ່າງໆກໍ່ນຳເອົາແກ່ນໄມ້ຕ່າງໆມາເພີ່ມໃສ່


4. ໄດ້ມີຕົ້ນໄມ້ນ້ອຍ ແລະພືດທີ່ມີຂະໜາດໃຫຍ່ກວ່າພືດບຸກເບີກເກີດເສີມຂຶ້ນມາ. ຮາກຂອງພືດເຫຼົ່ານັ້ນໄດ້ເຮັດ ໃຫ້ດິນແກ່ນໃນເມື່ອກ່ອນ ແຕກຜຸຜຸ່ຍອອກ. ໄດ້ມີດິນທັບຖົມກັນຫຼາຍຂຶ້ນ ແລະ ກັກເກັບນ້ຳ ໄດ້ຫຼາຍກວ່າເກົ່າ


5. ຕົ້ນໄມ້ຂະໜາດໃຫຍ່ ແລະ ໄມ້ພຸ່ມໄດ້ເກີດຂຶ້ນ, ດິນແມ່ນໄດ້ກັບ ຄືນສູ່ສະພາບເດີມ.ດິນຟື້ນຟູເອງຕາມທຳມະຊາດ



ການຟື້ນຟູດິນເຊື່ອມໂຊມ




ການຟື້ນຟູດິນເຊື່ອມໂຊມ
ບາງຄັ້ງດິນຖືກທຳລາຍຫຼາຍຈົນເບິ່ງຄືວ່າມັນອາດເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ມັນກັບຄືນມາຢູ່ໃນສະພາບທີ່ສົມບູນໄດ້. ໃນຫຼາຍໆບ່ອນທີ່ດິນອຸດົມສົມບູນໄດ້ກາຍມາເປັນພື້ນທີ່ແຫ້ງແລ້ງ ຫຼື ທະເລຊາຍ, ຫຼື ບ່ອນທີ່ດິນມີສານພິດ
ເຄມີຕົກຄ້າງ ຊຶ່ງມັນເຮັດໃຫ້ພືດພັນບໍ່ສາມາດເຕີບໂຕໄດ້ ແລະ ດິນຕອນນັ້ນອາດຕ້ອງໃຊ້ເວລາເປັນຫຼາຍໆຮ້ອຍປີຈິ່ງສາມາດພື້ນຄືນສະພາບເດີມໄດ້. ແຕ່ຢູ່ໃນຫຼາຍໆບ່ອນໂດຍການສຶກສາຢ່າງຮອບຄອບ ແລະ ເຂົ້າໃຈເຖິງວິທີທາງທີ່ໂລກຟື້ນຄືນໂຕຂອງມັນເອງ, ພວກເຮົາກໍ່ຈະສາມາດຊ່ວຍຟື້ນຟູດິນນັ້ນໄດ້.ບໍ່ມີໃຜດອກທີ່ຈະມາບີບບັງຄັບໃຫ້ດິນເປັນດິນທີ່ໃຫ້ຜົນຜະລິດໄດ້ຂະໜາດວ່າໃຊ້ປຸຍເຄມີມັນກໍ່ຍັງສາມາດເຮັດໃຫ້ດິນຜະລິດໄດ້ແຕ່ພຽງເລັກ
ນ້ອຍ ທັງໆທີ່ວ່າກ່ອນໜ້ານັ້ນດິນຕອນດັ່ງກ່າວບໍ່ສາມາດປູກຝັງຫຍັງໄດ້ເລີຍ. ແຕ່ຖ້າຫາກວ່າພວກເຮົາໃສ່ໃຈໃນວົງຈອນຟື້ນຟູດິນຕາມທຳມະຊາດແລ້ວ,ພວກເຮົາກໍ່ຈະສາມາດຊ່ວຍສ້າງບັນດາເງື່ອນໄຂທີ່ຕ້ອງການແກ່ຂະບວນການນັ້ນໄດ້ ເພື່ອໃຫ້ດິນກັບມາອຸດົມສົມບູນອີກຄັ້ງໜຶ່ງ

ການປ້ອງກັນການເຊາະເຈື່ອນຂອງດິນ

ການປ້ອງກັນດິນຈາກການກັດເຊາະຂອງນ້ຳ ແລະ ລົມ ທີ່ພາໃຫ້ດິນສູນເສຍຄວາມອຸດົມ ສົມບູນ, ໂດຍສະເພາະຢູ່ຕາມເປີ້ນພູທີ່ສູງຊັນນັ້ນ, ຊ່ວຍຮັກສາຄວາມອຸດົມສົມບູນຂອງດິນໃຫ້ສາມາດປູກພືດພັນທັນຍາອາຫານ; ຮັກສາແຫຼ່ງນ້ຳຕ່າງໆ ແລະ ຍັງສາມາດປ້ອງກັນດິນເຈື່ອນໄດ້ນຳອີກ. ເພື່ອປ້ອງກັນດິນຖືກກັດເຊາະ ແລະ ຮັກສານ້ຳຝົນທີ່ຕົກລົງມາບໍ່ໃຫ້ເສຍ ໄປລ້າໆ, ຊາວໄຮ່ນາພາກັນປະຕິບັດຕາມ 3 ຫຼັກການຄືດັ່ງຕໍ່ໄປນີ້:
         1. ເຮັດໃຫ້ການໄຫຼຂອງນ້ຳຊ້າລົງ ໂດຍການສ້າງແນວກັ້ນນ້ຳທຳມະຊາດຕັ້ງແຕ່ ຕົ້ນຂອງແຫຼ່ງນ້ຳລົງມາ.
         2. ກະຈາຍນ້ຳ ໂດຍການຂຸດຮ່ອງເພື່ອໃຫ້ນ້ຳໄຫຼໄປໄດ້ຫຼາຍໆບ່ອນ.
         3. ເຮັດໃຫ້ນ້ຳໄຫຼຊຶມລົງພື້ນດິນ ໂດຍການປັບປຸງດິນໃຫ້ນ້ຳສາມາດຊຶມລົງໄປໃນດິນໄດ້.
ອາການຂອງການເຊາະເຈື່ອນຂອງດິນບາງຄັ້ງກໍ່ສັງເກດເຫັນໄດ້ຍາກ. ອາການ ຂອງມັນລວມມີ: ພືດທັນຍາຫານທີ່ປູກໃນດິນນັ້ນໃຫ້ຜົນຜະລິດບໍ່ຫຼາຍເທົ່າທີ່ຄວນ, ຢູ່ຕາມແມ່ນ້ຳຕ່າງໆແມ່ນມີຕົມຫຼາຍກວ່າທີ່ເຄີຍເປັນ (ໂດຍສະເພາະແມ່ນເວລາຫຼັງມີພາຍຸຝົນ), ແລະ ຊັ້ນໜ້າຂອງດິນບາງຂຶ້ນເລື້ອຍໆ.



ສຳລັບຢູ່ບ່ອນທີ່ການເຊາະເຈື່ອນຂອງດິນບໍ່ທັນໄດ້ເລີ່ມເກີດຂຶ້ນ, ແມ່ນສາມາດທີ່ຈະປ້ອງກັນການເຊາະເຈື່ອນຂອງດິນໄດ້ ໂດຍການຮັກສາພືດ ແລະ ຕົ້ນໄມ້ໄວ້ໃຫ້ຫຼາຍເທົ່າ ທີ່ຈະເປັນໄປໄດ້ ແລະ ໃຫ້ນ້ຳຝົນທີ່ໄຫຼເທິງໜ້າດິນນັ້ນໄຫຼໄປລົງຮ່ອງທີ່ຂຸດໄວ້, ໜອງບຶງ ແລະ ທາງນ້ຳທຳມະຊາດຕ່າງໆ. ສຳລັບຢູ່ບ່ອນທີ່ການເຊາະເຈື່ອນຂອງດິນຮຸນແຮງຫຼາຍແລ້ວ ແມ່ນກໍ່ຍັງເປັນໄປໄດ້ທີ່ຈະຢຸດມັນ ແລະ ຟື້ນຟູດິນໃຫ້ກັບມາສົມບູນໄດ້. ແມ່ນແຕ່ການ ເອົາກ້ອນຫີນມາລຽນເປັນແຖວ ຫຼື ສ້າງກຳແພງຫີນຕ່ຳ ຂວາງຕາມເນີນດິນທີ່ມີການເຊາະເຈື່ອນນັ້ນກໍ່ສາມາດທີ່ຈະປ້ອງກັນບໍ່ໃຫ້ດິນຖືກໄຫຼເຊາະໄປ ແລະ ຍັງເຮັດໃຫ້ດິນມີຝຸ່ນໄວ້ສຳລັບຕົ້ນໄມ້ ແລະ ພືດພັນຕ່າງໆນຳອີກ. ວິທີການກະເສດແບບຍືນຍົງແບບຕ່າງໆ ເຊັ່ນ: ການປູກພືດຝຸ່ນຂຽວປົກໜ້າດິນ, ການປູກພືດໝູນວຽນ, ການໃສ່ຝຸ່ນຄອກ ແລະ ການປູກຕົ້ນໄມ້ຄຽງຄູ່ກັນກັບການປູກພືດທັນຍາຫານຕ່າງໆ ລ້ວນແລ້ວແຕ່ເປັນວິທີການເພື່ອປ້ອງກັນ ດິນບໍ່ໃຫ້ຖືກເຊາະເຈື່ອນ ແລະ ກໍ່ຍັງເປັນການອະນຸລັກແຫຼ່ງນ້ຳນຳອີກ

ຕົ້ນວິກ


ໄມ້ເປັນຜົນຜະລິດຫຼັກທີ່ໄດ້ມາຈາກປ່າອັນເປັນຊັບພະຍາກອນທຳມະຊາດທີ່ມີຄວາມສຳຄັນໃນ ການດຳລົງ ຊີວິດຂອງມະນຸດແລະມີບົດບາດກັບຊີວິດມະນຸດທຸກຍຸກສະໄໝນັບຕັ້ງແຕ່ ເກີດຈົນ ເຖິງວາລະສຸດທ້າຍຂອງຊີວິດໂດຍສະເພາະໃນປະເທດອຸດສະຫະກຳແຕ່ບໍ່ຖືວ່າມີຄວາມສຳຄັນ ແລະ ຈຳເປັນຢ່າງຍິ່ງໃນການດຳລົງຊີວິດເຖິງວ່າໃນປັດຈຸບັນໂລກມີການພັດທະນາໄປໄກ ແລະ ໂຮງງານອຸດສາ ຫະກຳຕ່າງໆທີ່ສາມາດຜະລິດວັດຖຸອື່ນໆມາໃຊ້ແທນໄມ້ ແຕ່ເມື່ອຄິດເຖິງ ຄວາມສະດວກສະບາຍ ແລະ ລາຄາແລ້ວທົ່ວໂລກກໍ່ຍັງ ຍອມຮັບວ່າໄມ້ເປັນວັດຖຸທາງ ຊັບພະ ຍາກອນທຳມະຊາດ ທີ່ມີ ຄຸນນະສົມບັດທີ່ເໝາະສົມສຳຫຼັບການກໍ່ສ້າງເກືອບທຸກຊະນິດ.

ຕົ້ນວິກເປັນຕົ້ນໄມ້ຍືນຕົ້ນທີ່ມີຖິ່ນກຳເນີດຈາກປະເທດອອສເຕຣເລຍເຂົ້າມາປະເທດໄທເມື່ອປີ ຄສ 1964 ໂດຍມີການປູກທົດສອບສາຍພັນ ແລະ ມີການຂະຫຍາຍພື້ນທີ່ປູກໄມ້ວິກຢ່າງ ຕໍ່ ເນື່ອງ. ແຕ່ບໍ່ໄດ້ມີການຍືນຍັນຫຼືລະບຸບຢ່າງແຈ້ງວ່າສປປລາວມີການນຳເຂົ້າຫຼືຄົ້ນພົບໃນປີໃດ.

ການຈັດຈຳແນກຂັ້ນທາງວິທະຍາສາດ

ອານາຈັກ: Plantae

ໝວດ: Magnoliophyta

ຂັ້ນ: Magnoliopsida

ອັນດັບ: Myrtales

ຕະກຸນ: Myrtaceae

ສະກຸນ: Ealyptusuc

ຊະນິດ: ມີປະມານ 700 ຊະນິດ (ໃນ ສ ປປ ລາວ ມີຕົ້ນວິກແດງ ແລະ ຕົ້ນວິກຂາວ)



ລັກສະນະຂອງລຳຕົ້ນ: ລຳຕົ້ນມີລັກສະນະຊື່ ແລະ ລຽບກວ່າຕົ້ນໄມ້ອື່ນໆ ລຳຕົ້ນມີລັກສະນະ ມີສີຂາວ ແລະ ບາງບ່ອນເປັນສີນ້ຳຕານອ່ອນ. ເປືອກຂອງຕົ້ນວິກມັກຈະແຕກ ແລະ ລອກ ອອກຈຶ່ງເຮັດໃຫ້ລຳ ຕົ້ນລຽບຢູ່ຕະຫຼອດ ແລະ ແກ່ນຈະມີສີເຂັ້ມກວ່າເປືອກນອກ.

ລັກສະນະຂອງໃບ: ໃບມີລັກສະນະລຽງກັນເປັນຄູ່ ແລະ ສະຫຼັບກັນ, ໃບມີຂະໜາດຍາວແຕ່ 9 - 11 cm. ກ້ານໃບຍາວ ໃບມີສີຂຽວອ່ອນທັງສອງດ້ານ ບາງໃບກໍ່ມີສີເທົາສາມາດ ແນມ ເຫັນໄດ້ຊັດເຈນ.

ລະບົບນເວດ

ຕົ້ນວິກແມ່ນຈະເລີນເຕີບໂຕໄດ້ດີ, ໃຫຍ່ໄວ ສາມາດປູກເກືອບທຸກບ່ອນໃນ ສ ປປ ລາວ ແລະ ປະເທດທີ່ໃກ້ຄຽງເຊັ່ນ: ໄທ ຫວຽດນາມ ກຳປູເຈຍ ...

ການກະຈາຍ

ເປັນພັນໄມ້ທີ່ມີຖິ່ນກຳເນີດໃນທະວີບອອສເຕເລຍ ເກາະແທສເມເນຍ ມີການກະຈາຍ ພັນ ຕັ້ງແຕ່ໝູ່ເກາະມິນດາເນົາ, ຊີລີເບສ, ປາປົວນິວກີນີ ໃນພື້ນທີ່ຊຸ່ມທີ່ມີນ້ຳຂັງໃນເຂດຮ້ອນ ມີ ຫຼາຍ ກວ່າ 700 ຊະນິດ. ຕົ້ນວິກເປັນໄມ້ຊະນິດທີ່ມີຄວາມທົນທານຕໍ່ເຂດຮ້ອນ ແລະ ແຜ່ກະ ຈາຍພັນໄດ້ງ່າຍ ພວກເຮົາຈຶ່ງເຫັນການກະແຈກກະຈາຍຂອງຕົ້ນໄມ້ຊະນິດ ນີ້ຕາມສະ ຖານທີ່ ຕ່າງໆໃນ ສ ປປ ລາວ.

ການຂະຫຍາຍພັນ

ຫຼັງຈາກການເກັບແກ່ນໃຫ້ຮ່ອມເຮັດຄວາມສະອາດຫຼັງຈາກນັ້ນເອົາເຈ້ຍຫໍ່ແລ້ວໃສ່ຖົງຢາງແລ້ວຈະເກັບຮັກສາໃນຕູ້ເຢັນສໍາລັບປະມານ 1 ເດືອນ.

ຕຽມໜານເພື່ອກ້າ ໃນການເລືອກບ່ອນກກ້າເບ້ຍນັ້ນຄວນເລືອກບ່ອນທີ່ມີຄວາມຮົ່ມ ແລະ ມີແດດພຽງເລັກໜ້ອຍ ແລ້ວເຮັດການຂຸດດິນເພື່ອຕາກເປັນເວລາ 1 ອາທິດ.

ວັດສະດຸໃນການກ້າເບ້ຍແມ່ນຈະໃຊ້ດິນລ້ວນໆກໍ່ໄດ້ແຕ່ຈະມີບັນຫາຕອນຖອນແຍກໄປລົງຖົງອາດເຮັດໃຫ້ຮາກຂອງມັນຂາດໄດ້ໃນບັນຫາດັ່ງກ່າວເຮົາມີວິທີແກ້ໄຂຄືການໃສ່ຂີ້ແກບທີ່ຈູດແລ້ວ ແລະ ຝຸ່ນຄອກມາປະສົມກັບດິນກ່ອນເພື່ອສະດວກໃນການຍ້າຍເບ້ຍລົງຖົງ.

ຕີດິນແລະສ່ວນຜະສົມໃຫ້ເຂົ້າກັນແລະໃຫ້ລະອຽດເພາະເມັດຂອງຕົ້ນວິກຂ້ອງຂ້າງມີຂະໜາດນ້ອຍ.

ວ່ານເມັດຂອງຕົ້ນວິກລົງໄປແລ້ວເອົາມືລູບດິນໃຫ້ປົກເມັດເພື່ອເວລາເຮົາຫົດນ້ຳຈຶ່ງຈະບໍ່ເຮັດໃຫ້ເມັດເບ້ຍຂອງເຮົາໄຫຼໜີ.

ຫົດນ້ຳໃຫ້ຊຸ່ມທຸກໆມື້ບໍ່ຄວນຫົດຫຼາຍຈົນເກີນໄປແລ້ວປົກດ້ວຍຜ້າຍາງເຮັດໃຫ້ເກີດຄວາມຮ້ອນພາຍໃນໜານກ້າເບ້ຍ ເພື່ອກະຕຸ້ນການກ້າເບ້ຍໃຫ້ອອກໄວກວ່າປົກກະຕິ.

ເມື່ອເມັດກ້າເລີ່ມງອກອອກມາກໍ່ສາມາດນຳເອົາຜ້າຢາງອອກໄດ້ການເບິ່ງແຍ່ງແມ່ນຄ້າຍຄືກັບ ເບ້ຍໄມ້ອື່ນໆ.

ການຂະຫຍາຍພັນຂອງຕົ້ນວິກຂ້ອນຂ້າງງ່າຍຈຶ່ງເຮັດໃຫ້ມີການຂະຫຍາຍພັນຫຼາຍເພື່ອປູກຕາມບ່ອນຕ່າງໆ ແລະ ເກືອບທຸກໆພື້ນທີ່ທີ່ມີການເປົ່າວາງຂອງປະຊາຊົນ ແລະ ລັດຖະບານ.

ການນຳໃຊ້

· ໄມ້​ວິກ​ເປັນ​ໄມ້​ຢືນ​ຕົ້ນ​ໄດ້​. ໃບ​ແຫ້ງ​ ແລະ​ ນ​້​ໍ​າ​ໄດ້​ຖືກ​ນໍາ​ໃຊ້​ເພື່ອ​ເຮັດ​ໃຫ້​ຢາ​ປົວ​ພະ​ຍາດ​ເຖິງ​ແມ່ນ​ວ່າ​ໄມ້​ວິກ​ໄດ້​ຖືກ​ນໍາ​ໃຊ້​ໃນ​ທາງ​ການ​ຢາ​ສໍາ​ລັບ​ການ​ຈໍາ​ນວນ​ຫຼາຍ​ຈຸດ​ປະ​ສົງ​, ບໍ່​ມີ​ເປັນ​ຫຼັກ​ຖານ​ວິ​ທະ​ຍາ​ສາດ​ພຽງ​ພໍ​ແລ້ວ​ກັບ​ອັດ​ຕາ​ທີ່ໄດຮັບ​ປະ​ສິດ​ທິ​ຜົນ​ສໍາ​ລັບ​ການ​ປິ່ນປົວຂອງ​ເຂົາ​ເຈົ້າ​. 

· ໃບ​ໄມ້​ຖືກ​ນໍາ​ໃຊ້​ສໍາ​ລັບ​ການ​ຊຶມ​ເຊື້ອ​, ມີ​ອາ​ການ​ໄຂ້​, ເຈັບ​ກະ​ເພາະ​, ແລະ​ການ​ຊ່ວຍ​ເຫຼືອ​ພວນ​ອາ​ການ​ໄອ​. ໃບ​ຍັງ​ໃຊ້​ສໍາ​ລັບ​ປິ່ນ​ປົວ​ການ​ຊຶມ​ເຊື້ອ​ລະ​ບົບ​ຫາຍ​ໃຈ​, ໄອ​ໄກ່​, ພະ​ຍາດ​ຫືດ​, ວັນ​ນະ​ໂລກ​ປອດ​,​, ອາ​ການ​ເຈັບ​ປວດ​ຮ່ວມ​ກັນ (ອາ​ການ​ປະ​ດົງ​), ​​​ສິວ​, ບາດ​ແຜ​, ພະ​ຍາດ​ທ້ອງ​ບິດ​ແບັກ​ທີ​ເລຍ​, ຂີ້​ກາກ​, ຕັບ​, ການ​ສູນ​ເສຍ​ຂອງ​ຄວາມ​ຢາກ​ອາ​ຫານ , ແລະ​ມະ​ເຮັງ​.

· ນ້ຳປູກ​ໄມ້​ວິກ Diluted ໄດ້​ຖືກ​ນໍາ​ໃຊ້​ໂດຍ​ກົງ​ກັບ​ຜິວ​ໜັງ​ສໍາ​ລັບ​ອາ​ການ​ເຈັບ​ປວດ​ແລະ​ການ​ໄຄ່​ບວມ​ຂອງ​ເຍື່ອ​ລະ​ບົບ​ຫາຍ​ໃຈ​ສັນ​ຍາອາ​ການ​ເຈັບ​ປວດ​ຮ່ວມ​ກັນ​​ຕາມ​ອະ​ໄວ​ຍະ​ວະ ​ແລະ ມັນ​ຍັງ​ໃຊ້​ເປັນ​ຢາ​ແມງ​ໄມ້​ໄດ້​. 



ຄຸນປະໂຫຍດ ແລະ ໂທດ

 ຄຸນປະໂຫຍດ

ຄຸນປະໂຫຍດຂອງວິກແມ່ນນຳມາປູກເປັນສວນປ່າແມ່ນຈະເລີນເຕີບໂຕໄດ້ດີ ໃຫ້ຜົນ ຜະລິດສູງເມື່ອທຽບໃສ່ກັບໄມ້ຊະນິດອື່ນ ໃນຊ່ວງ 1-2 ປີທຳອິດສາມາດປູກພືດອື່ນຄຽງ ຄູ່ນຳ ກັນໄດ້ໃນພື້ນທີ່ດັ່ງກ່າວ. ຕົ້ນວິກເປັນໄມ້ທີ່ບໍ່ເປັນພິດໄພຕໍ່ການກະເສດແຕ່ຢ່າງໃດ.

ປະໂຫຍດທາງກົງ

ໄມ້ວິກສາມາດນຳໄປໃຊ້ປະໂຫຍທາງກົງຫຼາຍຢ່າງດັ່ງນີ້:

1.     ເຮັດໄມ້ໃຊ້ສອຍ ເຟນິເຈີ້ ເຄື່ອງເຮືອນ ເຮັດຮົ້ວ ເຮັດຄອກສັດ ເຮັດເສົາ ໃຊ້ໃນການ ກໍ່ສ້າງຕ່າງໆ ໄມ້ວິກສາມາດໃຊ້ເປັນສິ້ນສ່ວນພາຍໃນເຮືອນໄດ້ ແຕ່ຕ້ອງເຮັດການ ເຄືອບນ້ຳ ຢາເສຍກ່ອນ ເພື່ອທີ່ຈະຍືດອາຍຸການໃຊ້ງານໄດ້ດົນຂື້ນ.

2.     ເຮົດຝືນ ເຜົາຖ່ານ ຖ່ານໄມ້ວິກໃຊ້ເປັນເຊື້ອໄຟໄດ້ດີ ແລະ ມີຂີ້ເຖົາໜ້ອຍ. ໄມ້ວິກ ເປັນຟືນໃຫ້ພະລັງານຄວາມຮ້ອນ 4,800 ແຄວໂລຣີ/g, ສ່ວນຖ່ານຈາກໄມ້ວິກ ແມ່ນໃຫ້ພະ ລັງງານຄວາມຮ້ອນ 7,400 ແຄວໂລຣີ/g ເຊິ່ງຈັດເປັນຖ່ານໄມ້ທີ່ດີທີ່ສຸດ.

3.     ສັບໄມ້ເປັນສິ້ນສ່ວນນ້ອຍໆ ເມື່ອນຳມາແປຮູບ ສາມາດນຳໄປຜະລິດເປັນແຜ່ນໄມ້ອັດ ໂຕະໄມ້ອັດ ແລະ ອື່ນໆ.

4.     ເຮັດເນື້ອເຍື່ອໄມ້ ສາມາດນຳໄປຜະລິດເປັນຜ້າແທນເສັ້ນໄຍໄໝ ແລະ ຝ້າຍໄດ້. ຍັງສາມາດນຳໄປຜະລິດເປັນເຈ້ຍໄດ້ອີກດ້ວຍ.

ປະໂຫຍດທາງອ້ອມ

1.     ເຫັດ ລະບົບຂອງຮາກໄມ້ວິກຈະມີເຊື້້ອລາ ໄມຄໍຣໄຣຊ້າຊະນິດຕ່າງໆອາໄສຢູ່ ເມື່ອຮອດລະດູຝົນເຊື້ອໄມຄໍຣໄຣຊ້າ ກໍ່ຈະແທງດອກເຫັດຂື້ນມາແຕ່ພື້ນດິນ ເພື່ອແຜ່ກະ ຈາຍພັນອອກໄປ ເຫັດເຫຼົ່ານີ້ສາມາດກິນ ແລະ ຂາຍໄດ້.

2.     ລ້ຽງເຜິ້ງ ດອກຂອງໄມ້ວິກມີນ້ຳຫວານສາມາດນຳມາລ້ຽງເປຜິງໄດ້.

3.  ສິ່ງແວດລ້ວມ ຊ່ວຍເຮັດໃຫ້ເກີດຄວາມສົມດຸນໃນລະບົບນິເວດເຊັ່ນ: ເພີ່ມຄວາມຊຸ່ມໃຫ້ ແກ່ພື້ນທີ່ອັນເນື່ອງມາຈາກປະລິມານນ້ຳທີ່ຄາຍອອກມາທາງໃບ ເປັນປະລິມານ 95% ມີສ່ວນ ຊ່ວຍເຮັດໃຫ້ເກີດມີຝົນຕົກ ແລະ ກໍ່ໃຫ້ເກີດການໝຸນວຽນທາດໃນດິນ.

4.  ເສດຖະກິດກໍ່ໃຫ້ເກີດການປູກສ່ວນໄມ້ວິກໂດຍສະເພາະແມ່ນຊາວກະສິກອນລາຍຍ່ອຍ ຈະະມີຕະຫຼາດຮອງຮັບຜົນຜະລິດຢ່າງຕໍ່ເນື່ອງ ສົ່ງເສີມໃຫ້ເກີດຄວາມໝັນຄົງ ໃນອາຊີບ ແລະ ລາຍໄດ້.

5. ສັງຄົມ ສ້າງອາຊີບການງານໃຫ້ແກ່ຄົນໃນຊົນນະບົດ ເຮັດໃຫ້ມີວຽງງານທຳ ກະຈາຍໂຮງ ງານໄປສູ່ເຂດຊົນນະບົດ.

6. ປະຫຍັດເງິນ ຫຼຸດເງິນທີ່ຈະອອກໄປຕ່າງປະເທດ ຈາກການສັ່ງຊື້ໄມ້ທ່ອນ ແລະ ວັດຖຸດິບ ຕ່າງໆເຂົ້າປະເທດ.

7. ຊ່ວຍຟື້ນຟູພື້ນທທີ່ປ່າໄມ້ຂອງຊາດ ໂດຍສະເພາະພື້້ນີທ່ປ່າເສດຖະກິດໄດ້ດີຂື້ນ ຕາມເປົ້າ ໝາຍຂອງລັດຖະບານ.

ໂທດ

1. ເຮັດໃຫ້ດິນເຊື່ອມຄຸນນະພາບຖ້າຫາກວ່າມີການປູກໄມ້ວິກເປັນເວລາຫຼາຍປີຕິດຕໍ່ກັນ ຈະ ເຮັດໃຫ້ດິນທີ່ເຄີຍອຸດົມສົມບູນກາຍເປັນດິນທີ່ເຄັມ ແລະ ສີຂອງດິນຈະປ່ໜນເປັນສີຂາວ ຜົນ ຜະລິດທີ່ປູກໃກ້ຄຽງຈະຫຼຸດປະລິມານລົງ 10 ເທົ່າ ແລະ ຈະສົ່ງຜົນຕໍ່ນ້ຳບານດານແຫ້ງອີກ ດ້ວຍ.

2  ໃບຂອງຕົ້ນວິກມີນ້ຳຫອມລະເຫີຍປະສົມຢູ່ຈະເຮັດໃຫ້ພືດບໍລິເວນນັ້ນຢຸດສະງັກການຈະ ເລີນເຕີບໂຕ.


Friday, January 29, 2016

ການຂະຫຍາຍພັນພືດ

ການຂະຫຍາຍພັນພືດ ການສຽບຍອດ ການສຽບຂ້າງ ການສຽບເປືອກ ການທາບກີ່ງງ່າ ການໂທມງ່າ ການປັກຊຳ ການແຍກກໍ ການປູກເຫງົ້າ ການຕິດຕາ ການວ່ານສະປໍ ການລ້ຽງເນື້ອເຍື່ອ


ການຂະຫຍາຍພັນພືດ: ໃນປັດຈຸບັນມີການສຶກສາ, ທົດລອງ, ຄົ້ນຄວ້າ ແລະ ວິໄຈ ຫາ ການຂະຫຍາຍພັນແບບໃຫມ່ ອອກມາ ເພື່ອໃຫ້ຊາວກະສິກຳ ໄດ້ສຶກສາ ເຊິ່ງການຂະຫຍາຍພັນພືດ ແບບຕ່າງໆ ກໍ່ລ່ວນແຕ່ ມີວີທີການທີ່ແຕກຕ່າງກັນໄປ ແຕ່ຜົນລັບ ລ້ວນແຕ່ອອກມາໃນທຳນອງດຽວກັນຄື: ໃຫ້ໄດ້ຜົນຜະລິດສູງ ແຂງແຮງ ງາມ ປູກລ້ຽງໄດ້ງ່າຍ ໃຊ້ເວລາສັ້ນ ຈາກການສຶກສາຂອງຂ້າພະເຈົ້າ ອານຸສອນ ໄຊຍະລາທ 020 55296291, Anousone11@gmail.com ສາມາດເວົ້າໄດ້ວ່າ ການຂະຫຍາຍພັນພືດ ມີຫລາຍວິທີ ດັ່ງຕໍ່ໄປນີ້:

  1. ການຂະຫຍາຍພັນ ໂດຍອາໃສເພດ: ການຂະຫຍາຍພັນໂດຍ ອາໃສເພດ: ແມ່ນການຂະຫຍາຍພັນໂດຍການ ໃຊ້ເມັດ ຫລື ແກ່ນພັນ ເປັນຕົວຂະຫຍາຍ
  2. ການຂະຫຍາຍພັນໂດຍບໍ່ອາໃສເພດ: ໄດ້ແກ່ການຂະຫຍາຍພັນ ໂດຍການໃຊ້ສ່ວນຕ່າງໆ ຂອງພືດ ໂດຍຜ່ານວິທີ່ການ ແລະ ຂັ້ນຕອນທີ່ແຕກຕ່າງກັນມາຂະຫຍາຍເຊິ່ງໄດ້ແກ່ ຍອດ, ຕາ, ສ່ວນທີ່ເປັນສະປໍ ແລະ ສ່ວນທີ່ເປັນເນື້ເຍື່ອ 
ການຂະຫຍາຍພັນແບບບໍ່ອາໃສເພດປະກອບດ້ວຍ:

  1. ການສຽບຍອດ
  2. ການສຽບຂ້າງ
  3. ການສຽບເປືອກ
  4. ການທາບກີ່ງງ່າ
  5. ການໂທມງ່າ
  6. ການປັກຊຳ
  7. ການແຍກກໍ
  8. ການປູກເຫງົ້າ
  9. ການຕິຕາ
  10. ການວ່ານສະປໍ
  11. ການລ້ຽງເນື້ອເຍື່ອ

ການສຽບຍອດ
  • ການສຽບຍອດແບບຜ່າຫລີ້ມ
  • ການສຽບຍອດແບບຝານບວບ
  • ການສຽບຍອດແບບຝານບວບແປງ
  • ການສຽບຍອດລວມ
ການຂະຫຍາຍພັນພືດ ການສຽບຍອດ ການສຽບຂ້າງ ການສຽບເປືອກ ການທາບກີ່ງງ່າ ການໂທມງ່າ ການປັກຊຳ ການແຍກກໍ ການປູກເຫງົ້າ ການຕິດຕາ ການວ່ານສະປໍ ການລ້ຽງເນື້ອເຍື່ອ


ການສຽບຂ້າງ
  • ການສຽບຂ້າງແບບເຂົ້າຫລີ້ມ
  • ການສຽບຂ້າງແບບຝານບວບ
ການຂະຫຍາຍພັນພືດ ການສຽບຍອດ ການສຽບຂ້າງ ການສຽບເປືອກ ການທາບກີ່ງງ່າ ການໂທມງ່າ ການປັກຊຳ ການແຍກກໍ ການປູກເຫງົ້າ ການຕິດຕາ ການວ່ານສະປໍ ການລ້ຽງເນື້ອເຍື່ອ


ການສຽບເປືອກ
  • ການສຽບເປືອກແບບໃສ່ຫລີ້ມ
  • ການສຽບເປືອກແບບ 3ແຈ
  • ການສຽບເປືອກ ແບບ 4 ແຈສາກ
  • ການສຽບເປືອກແບບຝານບວບ
ການຂະຫຍາຍພັນພືດ ການສຽບຍອດ ການສຽບຂ້າງ ການສຽບເປືອກ ການທາບກີ່ງງ່າ ການໂທມງ່າ ການປັກຊຳ ການແຍກກໍ ການປູກເຫງົ້າ ການຕິດຕາ ການວ່ານສະປໍ ການລ້ຽງເນື້ອເຍື່ອ

ການທາບກີ່ງງ່າ
  • ການທາບກີ່ງເຂົ້າຫລີ້ມ
  • ການທາບງ່າແບບ ຝານບວບ
  • ການທາບງ່າ ເພື່ອເສີມຮາກ

ການຂະຫຍາຍພັນພືດ ການສຽບຍອດ ການສຽບຂ້າງ ການສຽບເປືອກ ການທາບກີ່ງງ່າ ການໂທມງ່າ ການປັກຊຳ ການແຍກກໍ ການປູກເຫງົ້າ ການຕິດຕາ ການວ່ານສະປໍ ການລ້ຽງເນື້ອເຍື່ອ

ການໂທມງ່າ
  • ການໂທມງ່າແບບແກະເປືອກ
  • ການທາບແບບປາດຫລີ້ມ: ໄດ້ແກ່ການໂທມຕົ້ນຫມາກຫຸ່ງ ຕົ້ນລີ້ນໄມ້
  • ການທາບແບບຫຸ້ມກີ່ງ: ໄດ້ແກ່ ການໂທມງ່າໄຜ່
ການຂະຫຍາຍພັນພືດ ການສຽບຍອດ ການສຽບຂ້າງ ການສຽບເປືອກ ການທາບກີ່ງງ່າ ການໂທມງ່າ ການປັກຊຳ ການແຍກກໍ ການປູກເຫງົ້າ ການຕິດຕາ ການວ່ານສະປໍ ການລ້ຽງເນື້ອເຍື່ອ


ການປັກຊຳ
  • ການປັກຊຳຍອດ
  • ການປັກຊຳລຳຕົ້ນ
  • ການປັກຊຳຮາກ
  • ການປັກຊຳໃບ
  • ການປັກຊຳເຄືອ
ການຂະຫຍາຍພັນພືດ ການສຽບຍອດ ການສຽບຂ້າງ ການສຽບເປືອກ ການທາບກີ່ງງ່າ ການໂທມງ່າ ການປັກຊຳ ການແຍກກໍ ການປູກເຫງົ້າ ການຕິດຕາ ການວ່ານສະປໍ ການລ້ຽງເນື້ອເຍື່ອ


ການແຍກກໍ
  • ການແຍກລຳຫນ້າ
  • ການແຍກລຳຫລັງ
  • ການແຍກກໍທີ່ເກີດຈາກແຫນງ
ການຂະຫຍາຍພັນພືດ ການສຽບຍອດ ການສຽບຂ້າງ ການສຽບເປືອກ ການທາບກີ່ງງ່າ ການໂທມງ່າ ການປັກຊຳ ການແຍກກໍ ການປູກເຫງົ້າ ການຕິດຕາ ການວ່ານສະປໍ ການລ້ຽງເນື້ອເຍື່ອ

ການປູກເຫງົ້າ: ສ່ວນຫລາຍວິທີນີ້ມັກໃຊ້ກັບຕົ້ນກ້ວຍ ໂດຍການໃຊ້ເຫງົ້າ ມາສັບໃຫ້ເປັນຕ່ອນໆ ແລ້ວນຳໄປປັກຊຳ
ການຂະຫຍາຍພັນພືດ ການສຽບຍອດ ການສຽບຂ້າງ ການສຽບເປືອກ ການທາບກີ່ງງ່າ ການໂທມງ່າ ການປັກຊຳ ການແຍກກໍ ການປູກເຫງົ້າ ການຕິດຕາ ການວ່ານສະປໍ ການລ້ຽງເນື້ອເຍື່ອ


ການຕິດຕາ
  • ການຕິດຕາມແບບຕົວ I
  • ການຕິດຕາແບບຕົວ T
  • ການຕິດຕາແບບຕົວ ຮູບ 4 ແຈ
  • ການຕິດຕາມແບບຕົວ C
  • ການຕິຕາແບບຝານບວບ
  • ການຕິດຕາມແບບຫລີ້ມ
  • ການຕິດຕາມ ແບບ 3 ແຈ
ການຂະຫຍາຍພັນພືດ ການສຽບຍອດ ການສຽບຂ້າງ ການສຽບເປືອກ ການທາບກີ່ງງ່າ ການໂທມງ່າ ການປັກຊຳ ການແຍກກໍ ການປູກເຫງົ້າ ການຕິດຕາ ການວ່ານສະປໍ ການລ້ຽງເນື້ອເຍື່ອ

ການວ່ານສະປໍ: ເປັນວິທີການຂັ້ນສູງ ທີ່ມັກນິຍົມໃຊ້ກັນໃນການປູກເຫັດ ເຫັດປວດ ເຫັດລະໂຫງກ ແລະ ເຫັດອື່ນໆ

ການຂະຫຍາຍພັນພືດ ການສຽບຍອດ ການສຽບຂ້າງ ການສຽບເປືອກ ການທາບກີ່ງງ່າ ການໂທມງ່າ ການປັກຊຳ ການແຍກກໍ ການປູກເຫງົ້າ ການຕິດຕາ ການວ່ານສະປໍ ການລ້ຽງເນື້ອເຍື່ອ



ການລ້ຽງເນື້ອເຍື່ອ: ກຳລັງເປັນທີ່ນິຍົມໃນປັດຈຸບັນ ເຊິ່ງການຂະຫຍາຍພັນແບບນີ້ໃຫ້ຜົນສູງ ແລະ ຜົນຜະລິດຕົງຕາມເປົ້າຫມາຍ

ການຂະຫຍາຍພັນພືດ ການສຽບຍອດ ການສຽບຂ້າງ ການສຽບເປືອກ ການທາບກີ່ງງ່າ ການໂທມງ່າ ການປັກຊຳ ການແຍກກໍ ການປູກເຫງົ້າ ການຕິດຕາ ການວ່ານສະປໍ ການລ້ຽງເນື້ອເຍື່ອ



ການສຽບຂ້າງ (ຂະຫຍາຍພັນໂດຍການສຽບຂ້າງ)

ສຳລັບການຂະຫຍາຍພັນ ໂດຍການສຽບຂ້າງ ສ່ວນໃຫຍ່ຈະມັກປະຕິບັດກັນ 2 ແບບ ຄື:
1, ການສຽບຂ້າງ ໃນເບົ້າ
2, ການສຽວຂ້າງ ກັບຕົ້ນພັນທີ່ປູກໄວ້ (ປູກໄວ້ ຫລື ເກີດຕາມທຳມະຊາດ)

         ໃນວິທີ່ການຂະຫຍາຍພັນແບບ ສຽບຂ້າງ ມີຂັ້ນຕອນ ແລະ ວິທີການ ດັ່ງຕໍ່ໄປນີ້:
1. ການສຽບຂ້າງໃນເບົ້າ

- ກຽມຍອດພັນດີ: ຕ້ອງເລືອກຈາກຕົ້ນພັນທີ່ເຮົາເຫັນວ່າດີທີ່ສຸດ ແລະ ຢາກໄດ້ຈາກຕົ້ນອື່ນ ໂດຍການ ເລືອກຍອດທີ່ອຸດົມສົມບູນ ແລະ ແຂງແຮງດີ ຈາກນັ້ນລິໃບອອກ ຈາກໃບຍອດ ລົງມາ ປະມານ 20-30 ຊມ ປະໄວ້ 15-20 ວັນ


- ການປາດປາກບາດ: ຕົ້ນພັນທີ່ກຽມໄວ້ໃນເບົ້າ ໃຫ້ນຳມາ ທຳການປາດປາກບາດ ໂດຍໃຫ້ຄວາມສູງປາກບາດສູງກວ່າດິນ 5-10 ຊມ ລັກສະນະການປາດ ແມ່ນປາດໃຫ້ເປັນລີ້ມ  ປາກບາດ ຍາວ 3-5 ຊມ



- ການປາດຍອດພັນດີ: ພາຍຫລັງໄດ້ 15 ວັນ ໃຫ້ຕັດຍອດພັນດີ ທີ່ກຽມໄວ້ນັ້ນອອກມາ  ຍອດພັນທີ່ໃຊ້ຕ້ອງໃຫ້ມີຄວາມຍາວລະຫວ່າງ 5-10 ຊມ  ປາດໃຫ້ເປັນຫລີ້ມ ຕົວຜູ້ ປາກບາດຍາວ 3-5 ຊມ  ດ້ານກົງກັນຂ້າມກັບປາກບາດ ໃຫ້ປາດ ເຈີດ ປາກບາດ 0,5 ຊມ



- ການພັນຜ້າເທບ: ນຳຍອດພັນດີສຽບໃສ ປາກບາດທີ່ຕົ້ນພັນ ຫລັງຈາກນັ້ນໃຫ້ໃຊ້ຜ້າເທບໃສຄຽນປິດບໍ່ໃຫ້ອາກາດ ແລະ ນຳຖືກໄດ້


- ການບົວລະບັດຮັກສາ: ພາຍຫລັງສຽບແລ້ວ ກໍ່ໃຫ້ນ້ຳປົກກະຕິ ປະມານ 1 ອາທິດ ຕາທີ່ຍອດພັນ ຈະເລີ່ມຂະຫຍາຍຕົວ ໃຫ້ທຳການ ປາດຜ້າເທບ ສ່ວນຍອດປົ່ງອອກ ຖີວ່າສຳເລັດ



2. ການສຽບຂ້າງ ເທິງຕົ້ນພັນທີ່ປູກໄວ້





- ກຽມຍອດພັນດີ: ຕ້ອງເລືອກຈາກຕົ້ນພັນທີ່ເຮົາເຫັນວ່າດີທີ່ສຸດ ແລະ ຢາກໄດ້ຈາກຕົ້ນອື່ນ ໂດຍການ ເລືອກຍອດທີ່ອຸດົມສົມບູນ ແລະ ແຂງແຮງດີ ຈາກນັ້ນລິໃບອອກ ຈາກໃບຍອດ ລົງມາ ປະມານ 20-30 ຊມ ປະໄວ້ 15-20 ວັນ

- ການປາດປາກບາດ: ທຳການປາດປາກບາດ ໂດຍໃຫ້ຄວາມສູງປາກບາດສູງກວ່າດິນ 20-30 ຊມ ລັກສະນະການປາດ ແມ່ນປາດໃຫ້ເປັນລີ້ມ  ປາກບາດ ຍາວ 3-5 ຊມ


- ການປາດຍອດພັນດີ: ພາຍຫລັງໄດ້ 15 ວັນ ໃຫ້ຕັດຍອດພັນດີ ທີ່ກຽມໄວ້ນັ້ນອອກມາ  ຍອດພັນທີ່ໃຊ້ຕ້ອງໃຫ້ມີຄວາມຍາວລະຫວ່າງ 5-10 ຊມ  ປາດໃຫ້ເປັນຫລີ້ມ ຕົວຜູ້ ປາກບາດຍາວ 3-5 ຊມ  ດ້ານກົງກັນຂ້າມກັບປາກບາດ ໃຫ້ປາດ ເຈີດ ປາກບາດ 0,5 ຊມ
- ການພັນຜ້າເທບ: ນຳຍອດພັນດີສຽບໃສ ປາກບາດທີ່ຕົ້ນພັນ ຫລັງຈາກນັ້ນໃຫ້ໃຊ້ຜ້າເທບໃສຄຽນປິດບໍ່ໃຫ້ອາກາດ ແລະ ນຳຖືກໄດ້


- ການບົວລະບັດຮັກສາ: ພາຍຫລັງສຽບແລ້ວ ກໍ່ໃຫ້ນ້ຳປົກກະຕິ ປະມານ 1 ອາທິດ ຕາທີ່ຍອດພັນ ຈະເລີ່ມຂະຫຍາຍຕົວ ໃຫ້ທຳການ ປາດຜ້າເທບ ສ່ວນຍອດປົ່ງອອກ ຖີວ່າສຳເລັດ

Thursday, January 28, 2016

ຫມາກກ້ຽງ Rummelon

ຫມາກກ້ຽງ Rummelon

ໝາກກ້ຽງ​ຈັດ​ຢູ່​ໃນ​ໝາກ​ໄມ້​ຕະກູນ​ສົ້ມ ມີ​ຊື່​ວິທະຍາ​ສາດ​ວ່າ Citrus maxima. ຊື່​ພາສາ​ອັງກິດ Rummelon.


ໝາກກ້ຽງ​ຈັດ​ຢູ່​ໃນ​ໝາກ​ໄມ້​ຕະກູນ​ສົ້ມ
ມີ​ຊື່​ວິທະຍາ​ສາດ​ວ່າ Citrus maxima.
ຊື່​ພາສາ​ອັງກິດ Rummelon.



 
  
ຮູບ: ລັະສະ​ນະ​ຂອງ​ຕົ້ນ​ໝາກກ້ຽງ ( 7 )

ລະບົບ​ຮາກ.
​ ການ​ຂະຫຍາຍ​ພັນ​ດ້ວຍ​ເຮົາ​ແກ່ນ​ຄື​ການ​ນຳ​ເອົາ​ແກ່​ນມາ​ປູກ ​ມັນ​ກໍ່​ຈະ​ມີ​ລະບົບຮາກ​ທີ່​ຄົບ​ຖ້ວນ ແລະ ສົມບູນຄື: ແກ້ວ ​ແລະ ຮາກຝອຍ​ຄຽງ​ຄູ່​ກັນ ຖ້າ​ປູກ​ດ້ວຍ​ວິທີ​ການ​ຂະຫຍາຍ​ພັນ​ແບບແຍກ​​ເອົາສີ້ນສ່ວນກີ່​ງ,ງ່າ​ຕ່າງໆ ຄື: ​ດ້ວຍ​ວິທີ​ການ​ໂທມ​ງ່າການ​ທາ​ບກີ່​ງ ​ແລະ ການ​ປັກ​ຊຳ.​ວິທີ​ການ​ນີ້ລະບົບຮາກ​ຂອງ​ໝາກກ້ຽງສ່ວນ​ຫຼາຍ​ແມ່ນ ​ຈະ​ມີ​ແຕ່​ຮາກຝອຍ​ເທົ່າ​ນັ້ນຮາກ​ແມ່ນ​ມັນ​ຈະ​ມີໜ້າ​ທີ່​ທຳ​ການດູດ​ເອົານ້ຳ ແລະ ແຮ່​ທາດ​ອາຫານ​ຕ່າງໆ​ທີ່​ມີ​ຢູ່​ໃນ​ດິນ ແລະ ເປັນທີ່ລຳລຽງ​ທາດ​ຕ່າງໆ ​ຂື້ນ​ໄປ​ຫຼໍ່ລ້ຽງ​ແຕ່ລະ​ທຸກໆ​ພາກສ່ວນ​ຂອງ​ພຶດທີ່ຢູ່ສວ່ນພາກ​ເທີ​ງ ​ແລະ ຮາກ​ແມ່ນ​ຈະມີ​ໜ້າ​ທີ່​ຍຶດລຳຕົ້ນ​ບໍ່​ໃຫ້​ຕົ້ນ​ຂອງ​ພືດລົ້ມ​ໄດ້​ງ່າຍຈາກສະພາບທຳມະຊາດອີກ​ຢ່າງ​ໜື່ງຮາກ​ຂອງ​ມັນຖ້າ​ຂະຫຍາຍ​ພັນ​ດ້ວຍ​ແກ່ນ​ຮາກຢັ່ງ​ລົງ​ເລີກ​ປະມານ 10 - 15 m, ການ​ຂະ​ຫຍາ​ຍພັນ​ດ້ວຍ​ການ​ແຍກ​ຊີ້ນສວ່ນຕ່າງໆ ຂອງ​ກີ່​ງ,ງ່າ​ແມ່ນ​ຈະ​ເລີກ​ປະມານ 5 m.

 


ລັກສະນະ​ຂອງລຳ​ຕົ້ນ.
 ລຳຕົ້ນ​ຂອງ​ໝາກກ້ຽງ​ມີ​ລັກສະນະ​ເປັນ​ລ່ຽມ,​ເປັນໄມ້​ໄດ້​ຮູບຊົງ​ທີ່​ແນ່​ນອນ​,ລວງ​ສູງ​ຂອງ​ລຳຕົ້ນ​ປະມານ 10 - 15 m.ລ​ຳຕົ້ນ​ປະກອບດ້ວຍ: ມີ​ກີ່​ງງ່າ​ແຜ່​ຂະ​ຫຍາ​ຍອອກ​ເປັນ​ຮູບຊົງ,ຊົງຟຸ່ມ ​ແລະ ມີ​ກີ່​ງກ້ານ​ທີ່ແຕກ​ອອກ​ມາ​ຫຼາຍໆ ງ່າງ່າ​ອອ່ນຈະ​ມີ​ຂົນ​ເສັ້ນປົກ​ຄຸ້ມ​ຢູ່​ນອກມີ​ໝາ​ມຍາວ​ປະມານ 1 - 5 cm.  ແລະ ລຳຕົ້ນຍັງ​ມີໜ້າ​ທີ່​ລຳລຽງ​ນ້ຳທາດ​ອາຫານ​ຕ່າງໆໄປ​ຫາ​ທຸກ​ພາກສ່ວນ​ຕ່າງໆ​ຂອງ​ຕົ້ນ​ພຶດ.




ລັກສະນະ​ຂອງໃບ.
​ ໃບ​ຂອງ​ໝາກກ້ຽງຈະ​ມີ​ຂະໜາດ​ໃຫ່ຍ ​ແລະ​ ຍາວ​ເລັກ​ນ້ອຍລ​​ວງ​ກ້ວາງ​ຂອງ​​ໃບໝາ​ກ້ຽງ​ແມ່ນຈະ​ມີຄວາມ​ຍາວ​ປະມານ 2 - 12 cm ແລະ  ຄວາມຍາວ​ແມ່ນ​ປະມານ 5 - 20 cm.​ ໃບ​ຂອງ​ໝາກກ້ຽງ​​ເບີ່​ງຄັກໆ​ແລ້ວ ຈະ​ເປັນຮູບຊົງ​ຂະໜາດຄ້າຍ​ຄື ຮູບ​ໄຂ່​ໄກ ແລະ ​ລັກ​ຊະນະ​ຂອງ​ປາຍ​ໃບ​ໝາກກ້ຽງອາດ​ຈະແຫຼມ​ເລັກ​ນ້ອຍ ຫຼື ຕາມ​ຂອບ​ໃບສ່ວນ​ປາຍ​ຂອງ​ມັນ​ຈະ​ມີ​ຮອຍ​ບ້ຳ​ເລັກ​ນ້ອຍສ່ວນກ້ານຂອງ​ໃບ​ຈະ​ມີ​ປີກ​ຂະໜາດ​ໃຫ່ຍ​ແມ່ນ​ຈະ​ມີ​ຄວາມກ້ວາ​ງ​ແມ່ນປະມານ 0.3 - 0.7cm. ຖ້ານ​ປີກອາດ​ຈະ​ແຄບປາຍ​ຂອງ​ໃບ​ຂອງ​ໝາກກ້ຽງ​ແມ່ນຄ້າຍຄື​ຮູບ​ຫົວ​ໃຈ ​ແລະ ​ໃບ​ມີໜ້າ​ທີ່​​ເປັນບ່ອນ​ສະ​ສົມ​ທາດ​ອາຫານປຸ່ງ​ແຕ່ງ​ອາຫານ ແລະ ສັງ​ເຄາະ​ແສງ ​ໃນ​ການ​ປຸ່ງ​ແຕ່ງ​ທາດ​ອາຫາ​ນນັ້ນແມ່ນ​ຈະ​ນຳສົ່ງໄປ​ຫຼໍ່ລ້ຽງ​ທຸກໆ ພາກ​ສ່ວນ​ຕ່າງໆ ​ຂອງຕົ້ນພືດ ​ເມື່ອ​ໃບ​ຂອງ​ໝາກກ້ຽງຍັງ​ອ່ອນ​ຈະ​ເປັນສີຂຽວ​ອ່ອນໆ​ເຖີງຍາມແກ່​ໃບ​ກໍ່​ຈະ​ປ່ຽນ​ສີ ຈາກ​ສີຂຽວ ກໍ່​ຈະ​ກາຍ​ມາ​ເປັນ​ສີ​ເຫຼືອງ ອີກ​ບໍ່​ນານ​ໃບ​ຂອງ​ໝາກກ້ຽງ​ຈະ​ຫຼົ່ນ​ຖີ້ມ​​ໄປ.ອີກ​ຕໍ່​ມາ​ຕົ້ນ​ໝາກກ້ຽງ​ກໍ່​ສາມາດ​ສ້າງ​ໃບຂື້ນມາ​ໃໝ່​ອີກ.

           

ດອກ.
 ດອກ​ຂອງ​ໝາກກ້ຽງ​ມີ​ຂະໜາດ​ໃຫ່ຍ ​ແລະ ມີ​ເສັ້ນຜ່ານ​ໃຈກາງ​ປະມານ 0.3 - 0.7 cm.ສ່ວນ​ຫຼາຍ​ດອກ​ຂອງ​ໝາກກ້ຽງ​ມັນ​ຈະ​ເກີ​ດ​ເປັນ​ດອກ​ດຽວ ​ຫຼື​ ດອກ​ເປັນ​ຊໍ່,​ໃນ​ຊໍ່​ໜື່ງອາດ​ຈະ​ມີ​ຈຳນວນ 2 - 20 ດອກ,ດອກ​ປະກອບ​ດ້ວຍ​ຊັ້ນຂອງ​ກີບ​ລ້ຽງປະມານ​ຢູ່ 2 - 3 ກີບ ​ມັນ​ຈະ​ຕິດ​ກັນ​ຢູ່ໃນ​ຊໍ່​ດອກຊັ້ນຂອງ​ກີບ​ດອກ​ມີ​ຈຳນວນ 4-5 ກີບ,ມີ​ເກສອນ​ຈຳນວນ 20 - 25 ອັນ ​ເຊື່ອມ​ຕິດຕໍ່​ກັນ​ເປັນ​ກຸ່ມປະມານ 4 - 5 ກຸ່ມ ສວ່ນ​ເກສອນ​ຈະ​ມີ​ຮັງ​ໄຂ່​ປະມານ 11 - 16 ຮວງ.ໝາກກ້ຽງ​ຈະ​ອອກດອກ​ໃນ​ຊວງ​ເດືອນ 5 - 6 ເທົ່າ​ນັ້ນ ອາຍຸ​ການ​ອອກດອກ​ຈົນ​ຮອດ​ໝາກ​ສຸກ​ແກ່ (ການ​ເກັບ​ກ່ຽວ ) ​ແມ່ນ​ຈະ​ໃຊ​້​ເວລາທັງ​ໝົດ​ຢູ່ປະມານ 5 - 7 ເດືອນ​ແຕ່​ຕອ້ງ​ໄດ້​ຂື້ນກັບ​ສະພາບ​ແວດ​ລ້ອມອາ ກາດ​ແຕ່ລະ​ທ້ອງ​ຖີ່​ນ ແລະ ​ແນວ​ພັນ​ຂອງໝາກກ້ຽງ​ອີກ​ດ້ວຍ.

 


ໝາກ.
 ​ລັກສະນະຂອງ​ໝາກກ້ຽງ​ແມ່ນ​ຈະ​ມີ​ເສັ້ນ​ໃຍ​ຜ່າ​ນໃຈກາງ​ຂອງ​ໜ່ວຍ​ແມ່ນປະມານ 10 - 15 cm. ໝາກຂອງ​ໝາກກ້ຽງ​ເມື່ອ​ເວລາ​ຍັງນ້ອຍ ຫຼື ​ອ່ອນ​ຈະມີ​ລັກ​ຊະນະ​ເ​ປັນ​ສີຂຽວເມື່ອ​ຮອດເຖີງ​ເວລາ​ຍາມໝາກ​ແກ່​ຈົນ​ຮອດ​ຂະ​ໜາດ​ສຸກ​​ເຕັມ​ທີ່​ເປື້ອກຂອງ​ໝາກກ້ຽງມັນ​ຈະ​ປ່ຽນ​ຈາກ​ສີຂຽວ​ຈະ​ກາຍ​ມາ​​ເປັນສີຂຽວ​ອົ່ມ​ເຫຼືອງ ຄວາມໜາ​ຂອງ​ເປືອກ​ໝາກກ້ຽງ​ເມື່ອຮອດ​ຍາມ​ເວລາ​ສຸກ​​ແມ່ນ​ຈະ​ໜາປະມານ 1.5 - 2 cm. ຢູ່​ໃນ​ໜ່ວຍ​ໝາກ ກ້ຽງ​ຈັດ​ເປັນ​ກີບ( ສັບ​ທອ້ງຖີ່​ນ​ເພີ່ນຈະ​ເອີ້ນກັນວ່າ: ງີມ )  ​ເຊີ່ງ​ແຕ່​ລະ​ກີບ​ແມ່ນ​ຈະ​ປະກອບ​ມີ​ເສັ້ນແພ​ບາງໆ​ ຫຸ້ມ​ຫໍ່ເນື້ອຂອງ​​ໝາກກ້ຽງເອົາ​ໄວ້ ແລະ ​​ໃນ​ເວລາ​​ແກະ ຫຼື ແຍກກີບນັ້ນ ​ແມ່ນ​ເຮົາ​ສາມາດ​ແຍກ​ອອກ​ຈາກ​ກັນ​ໄດ້​ງ່າຍ ພາຍ​ໃນ​ຂອງ​ໜ່ວຍໝາກກ້ຽງ​ແມ່ນຈະມີ​ນ້ຳ​ບັ່ນ​ຈຸ​ຢູ່​ໃນ​ນັ້ນ ​ເມື່ອ​ກີ​ນຈະມີ​ລົດຊາດຫວານ ​ຫຼື​ ຫວານ​ອົມ​ສົ້ມ​ເລັກ​ນ້ອຍ.
ຖ້າ​ຫາກ​ວ່າ​ຕົ້ນ​ໝາກກ້ຽງ​ທີ່​ເຮົາ​ຂະຫຍາຍ​ພັນ​ດ້ວຍ​ຊີ້ນສ່ວນຕ່າງໆ ​ຂອງ​ກີ່​ງງ່າຂອງ​ພືດ​ນຳ​ມາ​ປູກ​ເມື່ອ​ຮອດ​ຍາມ​ໃຫ້​ຜົນ​ຜະລິດແລ້ວ​​ເມື່ອ​ເປັນ​ໝາກຂື້ນມາໝາກກ້ຽງ​​ມັນ​ຈະ​ມີ​ໜ່ວຍລັກສະນະ​ຄື​ຕົ້ນ​ພໍ່​ແມ່ພັນ​ ( ພັນ ເລີມ​ທຸກ​ປະການ ) ບັ່ນ​ຫາ​ທາງ​ດ້ານລົດ​ຊາດກໍ່​ບໍ່​ມີ​ການປ່ຽນແປງ​ເໝືອນ​ກັບ​ຕົ້ນ​ພໍ່​ແມ່​ພັນ ແລະ ອີກ​ຢ່າງ​ໜື່ງຖ້າ​ຫາກ​ເຮົາ​ນຳ​ໃຊ້​ມິດ ( ​ແກ່ນ )​ ມາຂະຫຍາຍ​ນັ້ນການ​ຂະຫຍາຍພັນ​ດ້ວຍ​​ມິດ​ຫຼາຍ​​ເທື່ອຫຼາຍ​ຄັ້ງ​ແມ່ນຈະ​ເຮັດ​ໃຫ້​ໝາກ​ຈາກ​ເຄີຍ​ໜ່ວຍ​ໃຫ່ຍອາດຈະກາຍ​ມາ​​ເປັນ​ນ້ອຍ ​ແລະ ຈາກ​ສົ້ມ​ກໍ່​ກາຍ​​ເປັນ​ຫວານ ດັ່ງ​ມັນ​ຈະ​ມີບັ່ນ ແລະ​ ຜົນ​ກະທົບ​ທາງ​ດ້ານຄຸນ​ນະພາ​ບ​ເຮັດ​ໃຫ້​ຜົນ​ຜະລິດ​ຕົກ​ຕ່ຳ.

 


ລັກສະນະ​ຂອງແກ​່ນສົ້ມໂອ.
ໃນ​ໜວ່ຍໜື່ງຂອງ​ໝາກກ້ຽງມັນ​ຈະ​ມີ​ໜ້ອຍ ​ຫຼື​ ຫຼາຍ ​ແມ່ນຂື້ນຢູ່​ກັບ​ຊະນິດ​ຂອງ​ແຕ່ລະ​ຂອງພັນ​ໝາກ ກ້ຽງ ​ແລະ ອີ​ກຢ່າງ​ໜື່ງໝາກ​ຈະ​ມີ​ຂະໜາດຈະ​ແຕກ​ຕ່າງ​ກັນຕັ້ງ​ແຕ່​ຂະໜາ​ດໜ່ວຍ​ໃຫ່ຍຈົນຮອດ​ເຖີງຂະໜາດ​ນ້ອຍທີ່​ສຸດ,​ ເປືອກ​ຂອງ​ແກ່​ນໝາກກ້ຽງ​ມັນຈະ​ມີ​ລັກສະນະ​ເປັນ​ຮອງ​ນ້ອຍໆ ໃນ​ແກ່​ນໜື່ງ,​ແກ່ນ​ດຽວ​ແມ່ນຈະ​ກ້າ​ໄດ້​ພຽງ​ຕົ້ນໜື່ງ,​ດຽວ​ເທົ່າ​ນັ້ນ​ແກ່​ນຂອງ​ໝາກກ້ຽງ​ສາມາດ​ເກັບ​ຮັກສາ​ໄວ້​ປູກ​ແມ່ນໄດ້​ລົນ​ປະມານ 30 ວັນ.​ແມ່ນ​ຈະ​ນຳ​ໄປ​ປູກ​ໄດ້ ລັກ​ຊະນະ​ຂອງ​ແກ່ນໝາກກ້ຽງ​ດັ່ງ​

ການນຳໃຊ້ ນ້ຳຖ່ານ (Woodvinega)

          
ການ​ນຳໃຊ້​ນ້ຳ​ຖ່ານ​, ຖ່ານ, ປະ​ຫວັດ​ຂອງ​ຖ່ານ, ຄວາມ​ເປັນ​ມາ​ຂອງ​ນ້ຳ​ຖ່ານ, ນ້ຳ​ສົ້ມ​ຄວນ​ໄມ້, ນ້ຳ​ຖ່ານ, ຜະ​ລິດ​ນ້ຳ​ຖານ, ປະ​ໂຫຍດ ນ້ຳ​ຖ່ານ, ​ວິ​ທີ​ໃຊ້​ນ້ຳ​ຖ່ານ, ນ້ຳ​ຖ່ານ​ທາງ​ການ​ກະ​ເສດ

ການ​ນຳ​ນ້ຳ​ຖ່ານ​ໄປ​ໃຊ້​ດ້ານ​ລ້ຽງສັດຈະ​ໃຊ້​ໃນ​ການ​ຫຼຸດປະລິ​ມານ​ກິ່ນ ແລະ ​ແມງ​ໄມ້​ໃນ​ພາມ​ລ້ຽງສັດ​ໂດຍ​ການ​ໃຊ້​ຄັ້ງທຳ​ອິດ​ຄວນ​ປະສົມ​ນ້ຳ 100 ເທົ່າຫລັງ​ຈາກນັ້ນ​ໃຫ່​ເພີ່ມ​ເປັນ 200 ເທົ່າຈະ​ກຳຈັດ​ກິ່ນ ແລະ ຫຼຸດ​​ຈຳນວນ​ແມງ​ໄມ້​ໄດ້​ຢ່າງ​ມີ​ປະ​ສິດທິ​ພາບ​ນອກຈາກ​ນັ້ນ​ໃຊ້​ປະສົມ​ອາຫານ​ສັດ​ເພື່ອ​ຊ່ວຍ​ຍ່ອຍ​ອາຫານ _ແລະ ປ້ອງ​ກັນ​ໂລກ​ຖອກທ້ອງ​​ແຕ່​ການ​ໃຫ້​ໂດຍ​ກົງ​ໂດຍ​ການ​ປະສົມ​ກັບ​ນ້ຳ​ຈະ​ມີ​ກິ່ນ​ຄັວນ​ໄຟ​ຄວນ​ນຳ​ໄປ​ປະສົມ​ກັບ​ຜົງ​ຖ່ານ​ເສຍ​ກ່ອນ​ໂດຍ​ນຳ​ນ້ຳ​ຖ່ານ 2 ລິດປະສົມ​ກັບ​ຜົງ​ຖ່ານ 8 ກິ​ໂລກຣາມ​ແລ້ວ​ນຳຜົງ​ຖ່ານທີ່​​ຊຸ່ມ ດ້ວຍ​ນ້ຳ​ຖ່ານນີ້​ໄປ​ປະສົມ​ກັບ​ອາຫານ​ສັດ 990 ກິ​ໂລກຣາມກໍ່​ຈະ​ໄດ້​ອາຫານ​ສັດ 1 ໂຕນພໍດີສຳລັບ​ຖ່ານ​ປະສົມ​ກັບ​ອາຫານ​ສັດຈະ​ມີ​ຄຸນສົມບັດ ​ແລະ ປະ​ໂຫຍ​ດດັ່ງນີ້:

1)  ເຮັດ​ໃຫ້ການ​ຍ່ອຍ ​ແລະ ການ​ໃຊ້​ປະ​ໂຫຍ​ດຈາກ​ອາຫານ​ດີ​ຂື້ນ​ເຮັດ​ໃຫ້​ສັດ​ໃຫຍ່​ໄວ​ກວ່າ​ປົກກະຕິ​ໂດຍ​ໃຊ້​ອາຫານ​ຊ່ຳ​ເກົ່າ.
2) ຊ່ວຍ​ຢັບຢັ້ງ​ການ​ເກີດ​ແກ໊ສ ​ແລະ ດູ​ຊືມ​ໂລຫະ​ໜັກ​ໃນ​ກະ​ເພາະ​ອາຫານ​ເຮັດ​ໃຫ້​ສັດ​ສຸຂະພາບ​ດີ.
3) ຊ່ວຍ​ປ້ອງ​ກັນ​ອາການ​ເຈັບທ້ອງ.
4) ຊ່ວຍ​ປັບປຸງ​ຄຸນ​ນະພາ​ບ ​ແລະ ລົດ​ປະລິມານ​ນ້ຳ​ໃນ​ຊີ້ນ​ສັດ​ເຮັດ​ໃຫ້​ຊີ້ນ​ສັດ​ດີ​ຂື້ນ​ທັງ​ລົດ​ຊາດ​ສີ ແລະ ກິ່ນ.
5) ຊ່ວຍ​ປັບປຸງ​ຄຸນ​ນະພາ​ບຂອງ​ໄຂ​ເຮັດ​ໃຫ້​ໄຂ​ແດງ​ໃຫຍ່ ແລະ ໜຽວ​ຂື້ນທັງ​ຍັງ​ເພີ່ມ​ປະລິມານ​ວິຕາ ມິນ ແລະ ຫຼຸດ​ຄໍ​ເຣສ​ເຕີຣອນ.
6) ຊ່ວຍ​ເພີ່ມ​ປະລິມານ​ນ້ຳນົມ.
7) ຊ່ວຍ​ຢັບຢັ້ງການ​ເກີດ​ແກ໊ສ​ແອ​ມ​ໂມ​ເນຍ ​ແລະ ຊັດ​ເຟີ​ໄດ​ອ໊ອກ​ໄຊ​ເຮັດ​ໃຫ້​ລົດ​ກິ່ນ​ຂີ້​ສັດ​ເຮັດ​ໃຫ້​ສັດ​ບໍ່​ງ່ວມ​ເຫງົາ​ທັງ​ຍັງ​ເພີ່ມ​ປະລິມານ​ຝຸ່ນ​ຄອກ​ທີ່​ດີ​ຈາກ​ຂີ້​ສັດ​ທີ່​ດີ​ຂື້ນ
8) ຊ່ວຍ​ຢັບຢັ້ງການ​ຟັກ​ໄຂ່​ຂອງ​ແມງ​ໄມ້​ໃນ​ມູນ​ສັດ​ເຮັດ​ໃຫ້​ຫຼຸດ​ປະລິມານ​ແມງ​ໄມ້​ໃນ​ຟາ​ມລົງ​ໂດຍ​ສະ​ເພາະ​ແມງວັນ

      ການ​ລ້ຽງ​ໝູ: ການ​ປະສົມ​ນ້ຳ​ຖ່ານ​ເຈືອ​ຈາງ 0,5-1% ລົງ​ໃນ​ອາຫານຫມູ​ຈະ​ຊ່ວຍ​ປັບປຸງ​ຄຸນ​ນະ  ພາ​ບຊີ້ນແລະ ລົດ​ຈຳນວນວັນ​ໃນ​ການ​ລ້ຽງ​ຫມູ​ລົງ​ໄດ້​ປະມານ 10%; ຫາກ​​ໃຊ້​ຜົງ​ຖ່ານ​ມາ​ປະສົມ​ກັບ​ນ້ຳ​ຖ່ານ 100% ​ໃນ​ສັດ​ສ່ວນ​ນ້ຳ​ຖ່ານ​ 8:2ຈະ​ຊ່ວຍ​ໃຫ້​ຫມູ​ມີ​ສຸຂະພາບ​ດີ ແລະ ຊີ້ນ​ກໍ່​ງາມທັ້ງ ນີ້ຄວນ​ໃຫ້​ສ່ວນ​ປະສົມ​ຂອງ​ຜົງ​ຖ່ານ​ຢູ່​ໃນ​ປະລິມານ 0,5 - 1% ຂອງ​ປະລິມານ​ອາຫານ ຫລື​ ເພີ່​ມ ເປັນ 2 - 3% ຫາກ​ຕ້ອງການ​ທີ່​ຈະ​ປ້ອງ​ກັນໂລກ​ຖອກທ້ອງ

ວິທີການນຳໃຊ້ນ້ຳຖ່ານປະສົມຜົງຖ່ານໃນອາຫານໝູ

          ປະສົມນ້ຳຖ່ານກັບທີ່ບົດລະອຽດດີ ຫຼື ຕຳໃຫ້ລະອຽດກໍ່ໄດ້ເຊັ່ນກັນ( ຖ່ານຕ້ອງເປັນທີ່ໄດ້ ຈາກການເຜົາເອົານ້ຳຖ່ານ) ໃນສັດສ່ວນນ້ຳຖ່ານຕໍ່ຜົງຖ່ານ 1:4 (ອາດຈະໃຊ້ໃນອັດຕາສ່ວນຕ່ຳກ່ວານີ້ກໍ່ໄດ້ ເຊັ່ນ: 1:3 ແຕ່ຕ້ອງໄດ້ເບິ່ງວ່າສ່ວນປະສົມທີ່ໃຊ້ຈະແຫ້ງເກີນໄປ ຫຼື ປຽກເກີນໄປ ຫຼືບໍ່) ໂດຍທຳການປະສົມ ໃນພາຊະນະເຊັ່ນ: ຂຸຊາມ ໃຫ້ເຂົ້າກັນດີເສຍກ່ອນຈາກນັ້ນ ໃຫ້ນຳ ໄປປະສົມກັບອາຫານໝູສຳເຫຼັດຮູບ ຫຼື ອາຫານທີ່ປະສົມໃຊ້ເອງໂດຍຈະໃຊ້ໃນລະດັບ 1- 3% ດັ່ງການປະ ສົມລຸ່ມນີ້:
ຖ້າ​ໃຊ້​ນ້ຳ​ຖ່ານ​ຮ່ວມ​ກັບ​ຜົງ​ຖ່ານ 1% ສູດ​ອາຫານ​ຈະໝາຍ​ເຖິງ ປະສົມ​ອາຫານ​ໃນ​ຈຳ ນວນ100 ກິ​ໂລກຣາມ​ໃນ​ນັ້ນຈະ​ໃຊ້​ນ້ຳ​ຖ່ານ​ທີ່​ປະສົມ​ກັບ​ຜົງ​ຖ່ານ 1 ກິ​ໂລກຣາມຕໍ່​ກັບ​ອາຫານໝູ 99 ກິ​ໂລກຣາມ
        ຂໍ້​ແນະນຳ​ພິ​ເສດ: ກໍ​ລະ​ນີ​ໃຊ້​ໃນ​ອັດຕາ​ນ້ຳ​ຖ່ານກັບ​ຜົງ​ຖ່ານ 1:4 ໃຊ້ນ້ຳ​ຖ່ານ 200 ກຣາມ ຫຼື 2 ຂີດ​ປະສົມ​ກັບ​ຜົງ​ຖ່ານ 800 ກຣາມ ຫຼື 8 ຂີດກໍ​ລະ​ນີ​ໃຊ້​ໃນ​ອັດຕາ 1:3 ໂດຍໃຊ້ນ້ຳຖ່າຍ250 ກຣາມ ຫຼື 2.5 ຂີດປະສົມກັບຜົງຖ່ານ 750 ກຣາມ ຫຼ 7.5 ຂີດ
     - ຖ້າໃສ່ສ່ວນປະສົມຂອງນ້ຳຖ່ານກັບຜົງຖ່ານ 3% ສຸດອາຫານແມ່ນ 100 ກິໂລກຣາມໃຫ້ ໃຊ້ນ້ຳຖ່ານທີ່ປະສົມກັບຜົງຖ່ານ 3 ກິໂລກຣາມປະສົມກັບອາຫານທີ່ປະສົມແລ້ວ

       ຂໍ້ແນະນຳ: ກໍລະນີໃຊ້ໃນອັດຕາສ່ວນນ້ຳຖ່ານປະສົມຜົງຖ່ານ 1:4 ໃຫ້ໃຊ້ນ້ຳຖ່ານ 600 ກຣາມ ຫຼື 6 ຂີດປະສົມກັບຜົງຖ່ານ 2.4 ກິໂລກຣາມ

ການ​ນຳໃຊ້​ນ້ຳ​ຖ່ານ​, ຖ່ານ, ປະ​ຫວັດ​ຂອງ​ຖ່ານ, ຄວາມ​ເປັນ​ມາ​ຂອງ​ນ້ຳ​ຖ່ານ, ນ້ຳ​ສົ້ມ​ຄວນ​ໄມ້, ນ້ຳ​ຖ່ານ, ຜະ​ລິດ​ນ້ຳ​ຖານ, ປະ​ໂຫຍດ ນ້ຳ​ຖ່ານ, ​ວິ​ທີ​ໃຊ້​ນ້ຳ​ຖ່ານ, ນ້ຳ​ຖ່ານ​ທາງ​ການ​ກະ​ເສດ
ນ້ຳຖ່ານທີ່ໃຊ້ໃນການລ້ຽງໝູ

            ການ​ລ້ຽງ​ໄກ່ຊີ້ນ: ນ້ຳ​ຖ່ານສາມາດ​ເຮັດ​ໃຫ້​ໄກ່​ມີ​ຊີ້ນ​ນຸ່ມ​ແຫນ້ນມີ​ລົດ​ຊາດ​ດີ ແລະ ບໍ່​ຄາວ​ໂດຍ​ສາມາດ​ໃຊ້​ນ້ຳ​ຖ່ານ​ເຈືອ​ຈາງ 0,7% - 0,8% ປະສົມ​ກັບອາຫານ​ລ້ຽງ​ໄກ່​ໃຫ້​ໄກ່​ກິນສາມາດ​ໃຫ້​ໄກ່​ກິນ​ໄດ້​ຕັ້ງ​ແຕ່​ໄກ່​ຍັງ​ນ້ອຍ​ຈົນກະທັ້ງວ່າ​ໄກ່​ໃຫຍ່​ໄດ້​ທີ່​ເຊິ່ງຈະ​ໃຊ້​ເວລາ​ປະມານ 55-60 ວັນ

            ການ​ລ້ຽງ​ໄກ່​ໄຂ: ນ້ຳ​ຖ່ານ​ຈະ​ເຮັດ​ໃຫ້​ໄຂ​ແດງ​ຫນາ​ຂື້ນ​ໄຂ່​ກໍ່​ຈະ​ມີ​ລົດ​ຊາດ​ຫວານ ແລະ ​ໃຫຍ່​ຂື້ນຫາກ​ວ່າ​ປະສົມ​ນ້ຳ​ຖ່ານ​ເຈືອ​ຈາງ 1,5% ລົງ​ໃນ​ອາຫານ​ໄກ່​ຈະ​ເຮັດ​ໃຫ້​ໄກ່​ມີ​ວິ​ຕາ​ມິນ ເພີ່ມ​ຂື້ນ 23%, ວິຕາມິນ ເພີ່ມ​ຂື້ນ 50% ​ແລະ​ມີ​ວິຕາມິນ B12 ເພີ່ມ​ຂື້ນ 14% ນອກ​ນີ້​ນ້ຳ​ຖ່ານ​ຍັງ​ເຮັດ​ໃຫ້​ຄໍ​ເຣສ​ເຕີຣອນ​ໃນ​ໄຂ​ນ້ອຍ​ລົງ 9% ​ໃນ​ເດືອນ​ທຳ​ອິດ, 16% ​ໃນ​ເດືອນ​ທີ່​ສອງ ​ແລະ 25% ​ໃນ​ເດືອນ​ທີ​ສາມ
    
ຕາຕະລາງ​ການ​ປະສົມ​ນ້ຳ​ຖ່ານ
        
    ຈຳນວນ​ວັນ​ທີ່​ລ້ຽງ ຄວາມ​ເຂັ້ມຂົ້ນຂອງ​ນ້ຳ​ຖ່ານ
                    0-100                     0,4%
                    100-150                  0,6%
                    150 ຂື້ນ​ໄປ                0,8%

ນຳໃຊ້ເຂົ້າໃນການດັບກິ່ນ

            ດັບ​ກິ່ນ​ຂີ້​ສັດ: ​ໃຊ້​ນ້ຳ​ຖ່ານ​ໃນ​ອັດຕາ​ສ່ວນ 1:200 ສີດພົ່ນ​ລົງ​ໄປ​ໃນ​ບ່ອນີທີ່​ມີ​ຂີ້​ສັດ ຫລື ບ່ອນ​ທີ່​ມີ​ກີ່​ນ​ເໝັນທັງ​ໃນ​ຕົວ​ຄອກ​ເອງ​ຈະ​ຊ່ວຍ​ລົດ​ກິ່ນ​ເຫມັນ​ດັ່ງກ່າວ​ລົງ​ໄດ້​ເນື່ອງ​ຈາກ​ວ່າ​ນ້ຳ​ຖ່ານ​ເປັນ ສານ​ປະ​ເພດ​ຄວບ​ຄຸມ ​ແລະ ຈະ​ຄວບ​ຄຸມດ້ວຍ​ຈຸລິ​ຊີ​ໂດຍ​ຈຸລິນ​ຊີ​ຈະ​ຍ່ອຍ​ສະຫລາຍ​ຂີ້​ສັດ​ໄວ​ຂື້ນ​ເຮັດ​ໃຫ້ການ​ສະ​ສົມ​ຂອງ​ຂີ້​ສັດ​ໜ້ອຍ​ລົງ​ເມື່ອ​ການ​ສະ​ສົມ​ຂອງ​ຂີ້​ສັດ​ມີ​ໜ້ອຍ​ລົງ​ການ​ທີ່​ຈະ​ເກີດ​ມີ​ກິ່ນເໝັນອັບກໍ່​ໜ້ອຍ​ລົງ​ເຊັ່ນ​ກັນ​ດັ່ງນັ້ນ​ເມື່ອ​ໃຊ້​ນ້ຳ​ຖ່ານ​ເຂົ້າ​ໄປ​ຢ່າງ​ຕິດ​ຕໍ່​ກັນ​ຈົນ​ເຖິງ 3 ວັນກໍ່​ຈະ​ຮູ້ສຶກ​ໄດ້​ເລື​ຍວ່າ​ສັດມີ​ສຸ​ຂະ​ພາບ​ແຂງ​ແຮງ​ບໍ່​ມີ​ພະຍາດ​ມາ​ລົບ​ກວນຄອກ​ກໍ່​ສະອາດ ​ແລະ ສັດຈະ​ຕິດພະຍາດ​ກໍ່​ມີ​ໜ້ອຍ​ທີ່​ສຸດ.

              ດັບ​ກິ່ນ​ຂີ້​ເຫຍື້ອ: ຂີ້​ເຫຍື້ອ​ກໍ່​ຖື​ວ່າ​ເປັນ​ສິ່ງ​ທີ່​ຄົນ​ເຮົາ​ບໍ່​ຕ້ອງການ​ແລ້ວ​ແຖມ​ຍັງ​ມີ​ກິນ​ເໝັນ​ຍິ່ງ​ເປັນ​ສິ່ງ​ທີ່​ຄົນ​ເຮົາ​ລັງ​ກຽດວິທີ​ແກ້​ໄຂ​ໃຊ້​ນ້ຳ​ຖ່ານ​ປະ​ສົມ​ກັບ​ນ້ຳ​ທຳ​ມະ​ດາ​ໃນ​ອັດຕາ​ສ່ວນ 1:500 ຫມາຍ​ຄວາມ​ວ່າ​ໃຊ້​ນ້ຳ​ຖ່ານ 1 ສ່ວນ​ປະສົມ​ກັບ​ນ້ຳ​ທຳ​ມະ​ດາ 500 ສ່ວນ​ຫົດ​ໃສ່ກອງ​ຂີ້​ເຫຍື້ອຖັງຂີ້​ເຫຍື້ອ ​ແລະ ບ່ອນ​ທີ່​ມີ​ການ​ສະ​ສົມ​ຂອງ​ຂີ້​ເຫຍື້ອ.

            ດັບ​ກິນ​ນ້ຳ​ເຫມັນ​ຈາກ​ຮ່ອງ​ລະ​ບາຍນ້ຳ​ເປື້ອນ: ປະສົມ​ນ້ຳ​ຖ່ານ​ກັບ​ນ້ຳ​ທຳ​ມະ​ດາ​ໃນ​ອັດຕາ​ສ່ວນ 1:​800(ນ້ຳຖ້ານ 1 ສ່ວນນ້ຳ​ທະ​ມະ​ດາ 800ສ່ວນ)ປະສົມ​ໃຫ້​ເຂົ້າກັນ​ແລ້ວ​ຫົດ​ລົງ​ຕາມ​ຮ່ອງ​ລະບາຍ​ນ້ຳການ​ຫົດ​ຄວນ​ຈະ​ຫົດ​ໃນ​ຕອນ​ແລງຈະ​ດີ​ທີ່​ສຸດ ​ແລະ ຕ້ອງ​ຫົດຕິດ​ຕໍ່​ກັນ 3-4​ ໃນໜຶ່ງ​ອາທິດ​ໃຫ້​ເຮັດຕິ​ດຕໍ່​ກັນ 3 ອາທິດ​ກໍ່​ຈະ​ລົດ​ກິ່ນ​ເໝັນ​ໄດ້.
  
ການ​ນຳໃຊ້​ນ້ຳ​ຖ່ານ​, ຖ່ານ, ປະ​ຫວັດ​ຂອງ​ຖ່ານ, ຄວາມ​ເປັນ​ມາ​ຂອງ​ນ້ຳ​ຖ່ານ, ນ້ຳ​ສົ້ມ​ຄວນ​ໄມ້, ນ້ຳ​ຖ່ານ, ຜະ​ລິດ​ນ້ຳ​ຖານ, ປະ​ໂຫຍດ ນ້ຳ​ຖ່ານ, ​ວິ​ທີ​ໃຊ້​ນ້ຳ​ຖ່ານ, ນ້ຳ​ຖ່ານ​ທາງ​ການ​ກະ​ເສດ

ນຳໃຊ້ເຂົ້າໃນການບຳບັດນ້ຳເສຍ
            ​ໃຊ້​ດິນ​ຫນຽວຈາກ​ສະຖານ​ທີ່​ໃດ​ກໍ່​ໄດ້​ມາ​ຕາກ​ໃຫ້​ແຫ້ງ​ຫລັງ​ຈາກນັ້ນກໍ່​ບົດ​ດິນ​ໃຫ້​ມຸ່ນ​ລະອຽດນຳ​ໄປ​ບັນຈຸ​ໃສ່​ຊາມ ຫລື ຂຸ​ຕາມ​ຄວາມ​ເຫມາະ​ສົມ​ແລ້ວ​ໃຫ້​ເອົາ​ນ້ຳ​ຖ່ານ​ມາ​ຖອກ​ໃສ່​ໃຊ້ມື​ບີບຄັ້ນ​ໃຫ້​ເຂົ້າກັນ​ຈົນ​ກ່ວາ​ດິນ​ຈະ​ຫນຽວ​ ແລະ ສາມາດ​ປັ້ນ​ເປັນ​ກ້ອນ​ໄດ້​ແຕ່​ບໍ່​ຄວນ​ໃຫ້​ດິນ​ທີ່​ປັ້ນ​ແຫລວ​ຈົນ​ເກີນ​ໄປ​ເພາະ​ຈະ​ເຮັດ​ໃຫ້​ສິ້ນ​ເປືອງ​ນ້ຳ​ຖ່ານ​ ​ແລະ ຈະ​ໃຊ້​ງານ​ຫຍຸ້ງຍາກ​ອີກ​ຢ່າງ​ຫນຶ່ງດິນ​ຫນຽວ​ທີ່​ປັນ​ຄວນ​ໃຫ້​ພໍ​ເຫມາະ​ເທົ່າຫນ່ວຍ ຫລື ໃຫຍ່​ກ່ວານັ້ນ​ເລັກ​ນ້ອຍ​ກໍ່​ໄດ້ຫລັງ​ຈາກ​ທີ່​ປັ້ນ​ໄດ້​ແລ້ວ​​ໃຫ້ບັນຈຸ​ໃສ່​ຂຸ​ແລ້ວ​ນຳ​ໄປ​ໂຍນ​ໃສ່ແມ່ນ້ຳຮ່ອງຄອງ ​ແລະ ຫນອງບຶງ​ທີ່​ເຫັນ​ວ່າ​ນ້ຳ​ເປື້ອຍ ​ແລະ ມີ​ກິ່ນ​ເຫມັນ ຫລື ຈະ​ນຳ​ໄປ​ໃຊ້​ກັບ​ຫນອງ​ປາ​ກໍ່​ໄດ້​ເຊັ່ນ​ກັນນ້ຳ​ຖ່ານ​ຈະ​ຄ່ອຍໆ​ປັບປຸງ​ສະພາບ​ນ້ຳ​ໃຫ້​ດີ​ຂື້ນ​ ແລະ ດັບ​ກິນ​ເຫມັນ​ລົງ​ເທື່ອ​ລະ​ຫນ້ອຍການ​ເຮັດ​ແບບ​ນີ້ຄວນ​ຈະ​ເຮັດ​ຄັ້ງຫນຶ່ງ​ຕໍ່​ຫນຶ່ງ​ອາທິດ​ເຮັດຕິ​ດຕໍ່​ກັນ​ປະມານ 3 ອາທິດ​ກໍ່​ຈະ​ເຫັນ​ຜົນ.