Saturday, December 12, 2015
ປ່າໄມ້ໃບເຂັມຢູ່ລາວ
ຄວາມຫມາຍຂອງປ່າດົງດິບ
ປ່າດົງດິບ ເປັນປ່າຕຶບດົງໜາທີ່ປະກອບດ້ວຍຕົ້ນໄມ້ໃຫຍ່ ແລະ ສູງຫຼາຍຊະນິດເຊັ່ນ: ໄມ້ຍາງ, ໄມ້ບາກ,ໄມ້ແຄນ, ໄມ້ຄະຍູງ, ໄມ້ເປືອຍ...ປ່າປະເພດດັ່ງກ່າວແບ່ງອອກເປັນ 3 ຊັ້ນຄື: ຊັ້ນຕົ້ນໄມ້ໃຫຍ່-ສູງ(ຊັ້ນເທິງ), ຊັ້ນຕົ້ນໄມ້ໃຫຍ່ປານກາງ(ຊັ້ນກາງ)ແລະຊັ້ນພື້ນປ່າ(ຊັ້ນຈຳດິນ) ເຊິ່ງແຕ່ລະຊັ້ນມັກມີເຄືອເຂົາກ້ຽວຕິດຕໍ່ໃສ່ກັນ. ປ່າດົງດິບໃນລາວຖືກພົບເຫັນຢູ່ຫຼາຍບ່ອນໃນເຂດທົ່ງພຽງ ຫຼື ຢູ່ຕາມແຄມ ແມ່ນ້ຳ, ປ່າປະເພດນີ້ມີຫຼາຍຢູ່ແຂວງວຽງຈັນ, ຫຼວງນ້ຳທາ, ບໍລິຄຳໄຊ, ຄຳມ່ວນ, ສາລະວັນ, ເຊກອງ ແລະ ຈຳປາສັກ. ນອກນັ້ນຍັງມີຢູ່ເຂດພູມສັນຖານສູງເຊັ່ນ: ເປີ້ນພູຫຼວງ, ພູພຽງເມືອງພວນ ແລະ ເດັ່ນສຸດແມ່ນຢູ່ພູພຽງຕ່າງໆທາງພາກໃຕ້
Friday, December 04, 2015
ເຕັກນິກການປູກກ້ວຍນ້ຳທີ່ເພາະລ້ຽງຈາກເນື້ອເຍື່ອ
ສຳລັບການປູກກ້ວຍທີ່ໄດ້ແນວພັນມາຈາກການເພາະລ້ຽງເນື້ອເຍື່ອ ເພື່ອທີ່ຈະໃຫ້ໄດ້ຜົນດີທີ່ສຸດ ປະຈຸບັນສະຖານບັນວິໃຈປາກຊ່ອງ ຜະລິດແລະຈຳຫນ່າຍ ໃນລາຄາ 35 ບາດ ເທົ່າ 7000 ກີບ ເຊິ່ງມີວິທີການປູກດັ່ງຕໍ່ໄປນີ້
- ການຄັດເລືອກຕົ້ນພັນ: ຕ້ອງມີຄວາມສູງແຕ່ 15 ຊັງຕີແມັດຂື້ນໄປ ຫລື ມີເສັ້ນຮອບວົງ 3,5 ຊັງຕີແມັດ ຫາກວ່ານ້ອຍກວ່ານີ້ແລ້ວ ເວລານຳໄປປູກຈະມີບັນຫາໃນການບົວລະບັດຮັກສາ ແລະ ອັດຕາການຕາຍກໍ່ມີສູງ
- ວິທີ່ການກຽມດິນປູກ: ວິທີ່ການກຽມດິນປູກກຳນົດແປງປູກອອກໄດ້ມີ ໄລຍະ 3x3 ຫລື 4x4 ແມັດ ຂະຫນາດຂຸມປູກ 50x50x50 ຊັງຕີແມັດ ເພື່ອໃຫ້ລະບົບຂອງຮາກເດີນໄດ້ສະດວກຂື້ນໂຄນຊ້າ ໄລຍະປູກສ່ວນໃຫຍ່ແມ່ນຈະຂື້ນຢູ່ກັບການເບິ່ງແຍງຮັກສາ ຖ້າຮັກສາດີ ກໍກ້ວຍໃຫຍ່ຄວນປູກໄລຍະ 4x4 ແມັດ 1ກໍ ຄວນຈົງໄວ້ພຽງ 4 ຕົ້ນເທົ່ານັ້ນ
- ປະສົມດິນລ້ວນເຂົ້າກັນຝຸ່ນຄອກປະມານ ຂຸມລະ 2 ກິໂລ ຮອງກົ້ນຂຸມຂື້ນມາປະມານ 30 ຊັງຕີແມັດ ນຳຕົ້ນພັນກ້ວຍລົງຕາມດ້ວຍດິນປົກບໍລິເວນໂຄນຕົ້ນແລ້ວໃຊ້ມືກົດດິນບໍລິເວນໂຄນຕົ້ນໃຫ້ແຫນ້ນ ເຮັດໃຫ້ດິນເປັນລັກສະນະອ່າງເພື່ອເກັບຮັກສານ້ຳ ແລະຄວນຮອງກົ້ນຂຸມດ້ວຍ ຟູລ່າດ່ານ ເພື່ອປ້ອງກັນຫນອດກ້ວຍ ປະມານ 1ບ່ວງ ໂຕະ/ຂຸມ ຫລັງຈາກນັ້ນໃຫ້ຫົດນ້ຳໃຫ້ຊຸ່ມຊື້ນພໍພຽງບໍ່ດັ່ງນັ້ນຕົ້ນຈະແຫ່ວແຫ້ງບາງຕົ້ນຕາຍບາງຕົ້ນອາດແຕກຫນໍ່ຂື້ນມາໃຫມ່ແທນເຮັດໃຫ້ອາຍຸບໍ່ສະຫມ່ຳສະເໝີກັນ
- ການໃຫ້ນ້ຳແລະຝຸ່ນ: ໃນໄລຍະເດືອນທຳອິດຕ້ອງໃຫ້ນ້ຳຢ່າງສະຫມ່ຳສະເຫມີ ແລະ ດິນຕ້ອງຊຸ່ມຊື່ນພຽງພໍເປັນເດືອນທີ່ຕ້ອງເອົາໃຈໃສ່ຍາກຫລາຍເປັນພິເສດ ຫາກເປັນການໃຫ້ນ້ຳແບບ ມິນິສະປີງເກີ(ສະປີງເກີນ້ອຍ) ຈະເຮັດໃຫ້ຕົ້ນຕັ້ງຕົວໄດ້ຢ່າງວ່ອງໄວສາມາດສ້າງລຳຕົ້ນໃຫມ່ ແລະ ໃບໃຫມ່ໄດ້ດີ ໂອກາດສູງກວ້າການລາກສາຍຢາງແລ້ວຫົດ ການໃຫ້ປຸຍ ເລີ່ມຕົ້ນໃຫ້ໃຊ້ປຸ໋ຍສູດ 15-15-15 ຫລື 16-16-16 ປະມານ 100-150 ກຮາມ/ຕົ້ນ ຫລັງປູກໄດ້ 1 ເດືອນ ແລະ 2 ເດືອນ ສ່ວນເດືອນທີ່ 3 ແມ່ນໃຫ້ປຸຍຄອຍຫລີ ປຸຍຫມັກແທນ
- ການກຳຈັດວັດສະພືດ: ເດືອນທີ່ 2 ແລະ 3 ກ້ວຍຈະມີລຳຕົ້ນ ແລະ ໃບໃຫມ່ຫມົດ ປັນຫາຄືຫຍ້າຂື້ນຄຸມຕົ້ນຕ້ອງເສຍຫຍ້າບໍລິເວນໂຄນຕົ້ນ ແລະ ສີດຢາຂ້າຫຍ້າ ພາຣາຄວອດ ລະຫວ່າງແຖວລະວັງຢ່າໃຫ້ລະອອງຖຶກຕົ້ນຈະເຮັດໃຫ້ຕົ້ນກ້ວຍຊະງັກແລະ ອາດຕາຍໄດ້
- ການບົວລະບັດຮັກສາ: ພາຍຫລັງປູກໄດ້ 4 ເດືອນການຈະເລີນເຕີບໂຕຂອງກ້ວຍສາຍພັນນີຈະໄວ້ກ່ວຍສາຍພັນອື່ນໆທັງຄວາມສູງ ແລະ ຮອບວົງຕົ້ນໃກ້ຄຽງກັບການປູກຈາກຫນໍ່ພັນແຕ່ໃນທີ່ນີ້ກໍ່ຂື້ນູ່ກັນການເລືອກແນວພັນໃນເບື້ອງຕົ້ນຕ້ອງມີຄວາມສູງ 15 ຊັງຕີແມັດຂື້ນໄປ ຖືວ່າໃນເດືອນນີ້ຕົ້ນຈະລອດຕາຍທັງຫມົດສຳລັບການເບິ່ງແຍງຮັກສາແມ່ນຄືກັນກັບການປູກດ້ວຍຫນໍ່ໂດຍໃຫ້ປຸຍ 15-15-15 ຫລື 16-16-16 ປະມານ 100-1500 ກຣາມ/ຕົ້ນໃນເດືອນທີ່ 4-5 ສ່ວນເດືອນທີ່ 6 ໃຫ້ໃສ່ຝຸ່ນຄອກຫລືຫມັກແທນ ງົດການໃຫ້ປຸຍຈົນກວ່າຈະອອກປີ
- ການຕິດຕາມ: ປະມານ ເດືອນທີ່ 6 ຫລື 7 ກ້ວຍຈະເລີມແທງຫນໍ່ອອກມາແລະສະສົມອາຫານເພື່ອຕົກເຄືອ ເມື່ອຮອດເດືອນ 9 ກ້ວຍຈະອອກປີ ສຳລັບການອອກປີ ຫລື ເຄືອແມ່ນຈະໄວຫລືຊ້າແມ່ນຂື້ນກັບຫນໍ່ພັນ ຂື້ນຢູ່ກັບຂະຫນາດລຳຕົ້ນປູກແຕ່ທຳອິດ
ລັກສະນະເດັ່ນຂອງກ້ວຍນ້ຳປາກຊ່ອງ 50
ກ້ວຍນ້ຳປາກຊ່ອງ 50 ໄດ້ເປີດໂຕເປັນຄັ້ງທຳອິດໃນປີ 2551 ກົງກັບ ຄສ 2008 ຖືໄດ້ວ່າເປັນອີກຫນຶ່ງຜົນງານຂອງສະຖານນີວິໃຈປາກຊ່ອງ (ປະເທດໄທ) ເຊິ່ງເປັນສະຖານທີ່ວິໄຈວຽກງານດ້ານໄມ້ໃຫ້ຫມາກເຂດຮ້ອນ ຂອງມະຫາວິທະຍາໄລກະເສດສາດ
ປະຈຸບັນຖືເປັນສາຍພັນທີ່ໄດ້ຮັບຄວາມສົນໃຈຈາກຊາວກະສິກອນຢ່າງກວ້າງຂ້ວາງ ກ້ວຍນ້ຳປາກຊ່ອງ 50 ເກີດມາຈາກການຄັດເລືອກສາຍພັນກ້ວຍນ້ຳໃສ້ເຫລືອງ ເຊິ່ງມີລັດສະນະເດັ່ນດັ່ງນີ້
ລັກສະນະເດັ່ນຂອງກ້ວຍນ້ຳປາກຊ່ອງ 50
- ເຄືອໃຫຍ່ ມີນ້ຳຫນັກເຄືອຫລາຍກວ່າ 30 ກິໂລ(ບໍ່ລວມກ້ານເຄືອ)
- ມີຈຳນວນຫວີຫລາຍກວ່າ 10 ຫວີ
- ມີຈຳນວນຫມາກຕໍ່ຫວີປະມານ 18 ຫນ່ວຍ
- ຫນ່ວຍກ້ວຍໃຫຍ່ອອບດີ ມີນ້ຳຫນັກຫນ່ວຍສະເລ່ຍ 140 ກຮາມຕໍ່ຫນ່ວຍ
- ໃສ້ກາງບໍ່ແຂງ ອອກສີເຫລືອ ເນື້ອແຫນ້ນ
- ເມື່ອສຸກຈະມີຄວາມຫວານປະມານ 26 ອົງສາບລິດ
Thursday, December 03, 2015
Wednesday, November 11, 2015
ຄວາມຫມາຍຄຳສັບ ທາງເຂື່ອນ
ຄວາມຫມາຍສັບ
Ø ELV elevation ລະດັບຄວາມສູງ
Ø BL bed level ລະດັບນ້ຳທ້ອງອ່າງ ຫລື ຄອງ
Ø TL tail water Level ລະດັບທ້າຍນ້ຳ
Ø RWL Retention Water Level ລະດັບນ້ຳກັກເກັບ
Ø Min
WL Minimum Water
Level ລະດັບນ້ຳຕ່ຳສຸດ
Ø MRL Minimum Reservoir
Level ລະດັບນ້ຳຕ່ຳສຸດໃນອ່າງເກັບນ້ຳ
Ø DH differential head ລະດັບນ້ຳແຕກຕ່າງ
Ø FL flood level ລະດັບນ້ຳຖ້ວມ
Ø FSL full supply level ລະດັບນ້ຳຖ້ວມສູງສຸດ
Ø Max
WL Maximum water
level ລະດັບນ້ຳສູງສຸດ
Ø FDL full drain level ລະດັບລະບາຍນ້ຳສູງສຸດ
Ø CSOM coordinate systems on
maps ລະບົບພິກັດໃນແຜນທີ່
Ø CS cross section ຮູບຕັດຂວ້າງ
Ø WSP water surface profile ຮູບຕັດຍາວຜິດນ້ຳ
Ø COP Coefficient of
permeability ສຳປະສິດການຊືມຜ່ານ
Ø DC drainage
Coefficient ສຳປະສິດການລະບາຍນ້ຳ
Ø Rc roughness
coefficient ສຳປະສິດຄວາມບໍລິອຽດ ຫລື ຂຸຂະ
Ø Run
C runoff
coefficient ສຳປະສິດນ້ຳໄຫລຫນ້າດິນ
Ø Manning’s
formula Manning’s formula ສູດຂອງແມນນິງ
Ø Rof rate of flow ອັດຕາການໄຫລ
ພະຍາດ,ໂລກທີ່ມັກເກີດກັບກ້ວຍໄມ້
ໂລກຮາກເນົ່າ (Phytophthora palmivora Butt)
ລັກສະນະອາການ ໃບຈະມີຈຸດສີນ້ຳຕານ ແລະ ຈະປ່ຽນເປັນສີດຳໃນທີ່ສຸດ ໂຄນຕົ້ນຈະເນົ່າ ດອກເນົ່າ ເກີດຈາກສະພາບຄວາມຊື້ນສູງເກີນໄປ ຝົນຕົກຫນັກ ຫລື ອາກາດປ່ຽນລະດູ
ໂລກຈຸດຂີ້ຫມ້ຽງ (Curvalaria eraqostidis)
ລັກສະນະອາການ ກີບໃບ ກີບດອກ ຈະເປັນຈຸດສີນ້ຳຕານຄືກັບຂີ້ຫມ້ຽງ
ໂລກເນົ່າແຫ້ງ ລາເມັດຜັດກາດ (Sclerotium rotist Sacc.)
ລັກສະນະ ຈະທຳລາຍບໍລິເວນຮາກ ໂຄນຕົ້ນ ແລະ ຍອດ ເປັນເມັດຄ້າຍເມັດຜັກກາດລັກສະນະຕົ້ນເຫມືອນມີແປ້ງໂຮຍໃຍສີຂາວຂຸ້ນເປັນເສັ້ນຫຍາບ ຈາກການສັງເກດຈະເກີດຈາກ ເຄື່ອງປູກເຊື່ອມຄຸນນະພາບ ອາກາດຮ້ອນ ຄວາມຊື້ນສູງ ຖ້າພົບເຫັນໃຫ້ທຳລາຍຖິ້ມທັງຫມົດໃນຕົ້ນເລີຍ ເພາະໂລກນີ້ຈະແພ່ກະຈາຍຢ່າງກວ້າງຂວາງ ແລະ ໄວວາ
ໂລກໃບຜື່ນເຫລືອງ (Pseudocercos poro dendrobil)
ອາການ ໃບແກ່ໃບທີ່ໂຄນຕົ້ນຈະເຫລືອງເປັນຜື່ນ ມີຜົງສີດຳຄ້າຍກັບຂີ້ສໍດຳ ກະຈາຍຢູ່ຖ້າປ່ອຍໄວ້ໃບຈະເຫລືອງດຳທັງໃບແລະ ຫລຸດຫລົ່ນຈາກຕົ້ນ ເຊິ່ງມັກຈະລະບາດໃນຊ່ວງຢ່າງເຂົ້າລະດູຫນາວ ຄວນນຳໃບທີ່ຫລົ່ນນິ້ນໄປເຜົາໄຟຖີ້ມ
ໂລກຂີ້ລາກ (Phyllosticta sp.)
ເລີມເກີດຂື້ນຈາກປະເທດໄທ ຈິງຫວັດລາດຊະບູລີ ລັກສະນະເປັນຈຸດແຜສີນ້ຳຕານດຳຄືເມັດເຂົ້າ ກະແຈກກະຈາຍເທິງໃບຈົນກາຍເປັນຜື່ນສີນ້ຳຕານ
ໂລກແອນແທກໂນສ (Colletotrichum sp.)
ປາຍໃບແຫ້ງບາດເປັນວົງໆ ສີນ້ຳຕານ ຊ້ອນກັນຫລາຍໆຊັ້ນ ເຊິ່ງຈະລາມລາມຈາກປາຍໃບເຖິງໂຄນໃບ
ໂລກໃບຈຸດ (Alternaria sp.)
ອາການ ໃບຈຸດດຳທົ່ວທັ້ງໃບ ແລະ ຈະດຳແບບນວມໆ
ໂລກລາດຳ (Cladosporium sp.)
ລັກສະນະເປັນປື້ນສີດຳ ເປັນແຖວ ເປື້ອນຕາມກາບໃບລະຫວ່າງລຳຕົ້ນ ຈະເກີດໃນຊ່ວງປາຍລະດູຝົນ ເຂົ້າລະດູຫນາວ
ໂລກໂຄນເນົ່າດຳ (Fusarium sp.)
ໂຄນຕົ້ນຈະເນົ່າດຳ ສາເຫດເກີດຈາກເຄື່ອງປູກເຊື່ອມຄຸນນະພາບໂຫມກຈັບຫນ້າ ເຊື່ອລາເຂົ້າທາງຮາກເຮັດໃຫ້ໂຄນເນົ່າ ແລະ ໃບແຫ່ວ ຄວນປ່ຽນເຄື່ອງປູກໃຫມ່
ໂລກລາຂາວ (Rhizoctonia sp.)
ອາການເລີ່ມຕົ້ນຈະເນົ່າທີ່ປາຍຮາກມາຫາໂຄນຕົ້ນຄືກິບວ່າມີແປ້ງມາໂຮຍໃບຈືດເຫລືອງເກີດຈາກເຄື່ອງປູກບໍ່ໄດ້ຄຸນນະພາບໂດຍສະເພາະແມ່ນ ກາບຫມາກພ້າວຍັງບໍ້ແກ້ພໍ
ໂລກເນົ່າເລະ (Pseudomonas gladioli)
ເກີດຈາກເຊື້ອແບດທີເລຍ ໃບເນົ່າບວມນ້ຳ ລຳລູກເນົ່າໃບຫລູດຫລົ່ນ ໂດຍສະເພາະ ຊ່ວງລະດູຝົນ ຫລື ອາກາດມີຄວາມຮ້ອນຂື້ນສູງ ອົບເອົ້າ
ໂລກໄວຣັດ (Cymbidium Mosaic virus, Tobacco Mosaic virus, Bacilliform
ດອກຈະດ່າງ ແລະ ມີອາການບິດບ້ຽວສີເຂັ້ມສະຫລັບສີອ່ອນ ໃບຍອດບິດ ໃບດ່າງເປັນຈ້ຳໆ ຂຽວອ່ອນສະຫລັບຂຽວເຂັ້ມ
ການພັດທະນາບຸກຄະລາກອນ ດ້ານການກະເສດແຕ່ ປະຈຸບັນ-2025
|
ຮອດປີ 2020
|
ຮອດປີ 2025
|
1). ເສດຖະກິດກະສິກຳ
|
976 ຄົນ
|
1.085 ຄົນ
|
2). ປູກຝັງ, ປ້ອງກັນພືດ
|
2.788 ຄົນ
|
3.100 ຄົນ
|
3). ວິທະຍາສາດດິນ, ເຄມີກະສິກຳ
|
1.115 ຄົນ
|
1.240 ຄົນ
|
4). ການລ້ຽງສັດ
|
1.394 ຄົນ
|
1.550 ຄົນ
|
5). ການປະມົງ
|
836 ຄົນ
|
929 ຄົນ
|
6). ສັດຕະວະແພດ
|
976 ຄົນ
|
1.085 ຄົນ
|
7). ສິ່ງແວດລ້ອມ, ນິເວດວິທະຍາ, ຊີວະນາໆພັນ
|
418 ຄົນ
|
465 ຄົນ
|
8). ຊົນລະປະທານ
|
1.115 ຄົນ
|
1.240 ຄົນ
|
9). ກົນຈັກກະສິກຳ
|
558 ຄົນ
|
620 ຄົນ
|
10). ປ່າໄມ້
|
2.788 ຄົນ
|
3.100 ຄົນ
|
11). ວິຊາສະໜັບສະໜູນອື່ນໆ
|
976 ຄົນ
|
1.086 ຄົນ
|
ທີ່ມາຂໍ້ມູນ: ກະຊວງກະສິກຳ ແລະ ປ່າໄມ້:
ຍຸດທະສາດພັດທະນາກະສິກຳ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030