Wednesday, November 11, 2015

​ຄວາມ​ຫມາຍ​ຄຳ​ສັບ ທາງ​ເຂື່ອນ






ຄວາມຫມາຍສັບ
Ø  ELV                            elevation                          ລະດັບຄວາມສູງ
Ø  BL                               bed level                                 ລະດັບນ້ຳທ້ອງອ່າງ ຫລື ຄອງ
Ø  TL                               tail water Level                       ລະດັບທ້າຍນ້ຳ
Ø  RWL                           Retention Water Level           ລະດັບນ້ຳກັກເກັບ
Ø  Min WL                       Minimum Water Level            ລະດັບນ້ຳຕ່ຳສຸດ
Ø  MRL                           Minimum Reservoir Level      ລະດັບນ້ຳຕ່ຳສຸດໃນອ່າງເກັບນ້ຳ
Ø  DH                              differential head                      ລະດັບນ້ຳແຕກຕ່າງ
Ø  FL                               flood level                               ລະດັບນ້ຳຖ້ວມ
Ø  FSL                             full supply level                       ລະດັບນ້ຳຖ້ວມສູງສຸດ
Ø  Max WL                      Maximum water level             ລະດັບນ້ຳສູງສຸດ
Ø  FDL                            full drain level                         ລະດັບລະບາຍນ້ຳສູງສຸດ
Ø  CSOM                        coordinate systems on maps  ລະບົບພິກັດໃນແຜນທີ່
Ø  CS                              cross section                         ຮູບຕັດຂວ້າງ
Ø  WSP                           water surface profile              ຮູບຕັດຍາວຜິດນ້ຳ
Ø  COP                           Coefficient of permeability      ສຳປະສິດການຊືມຜ່ານ
Ø  DC                              drainage Coefficient               ສຳປະສິດການລະບາຍນ້ຳ
Ø  Rc                               roughness coefficient             ສຳປະສິດຄວາມບໍລິອຽດ ຫລື ຂຸຂະ
Ø  Run C                         runoff coefficient                     ສຳປະສິດນ້ຳໄຫລຫນ້າດິນ
Ø  Manning’s formula      Manning’s formula                  ສູດຂອງແມນນິງ

Ø  Rof                              rate of flow                              ອັດຕາການໄຫລ

​ພະ​ຍາດ,ໂລກ​ທີ່​ມັກ​ເກີດ​ກັບ​ກ້ວຍ​ໄມ້




ໂລກ​ຮາກ​ເນົ່າ (Phytophthora palmivora Butt)
    ລັກ​ສະ​ນະ​ອາ​ການ ໃບ​ຈະ​ມີ​ຈຸດ​ສີ​ນ້ຳ​ຕານ ແລະ ຈະ​ປ່ຽນ​ເປັນ​ສີ​ດຳ​ໃນ​ທີ່​ສຸດ ໂຄນ​ຕົ້ນ​ຈະ​ເນົ່າ ດອກ​ເນົ່າ ເກີດ​ຈາກ​ສະ​ພາບ​ຄວາມ​ຊື້ນ​ສູງ​ເກີນ​ໄປ ຝົນ​ຕົກ​ຫ​ນັກ ຫລື ອາ​ກາດ​ປ່ຽນ​ລະ​ດູ
ໂລກ​​ຈຸດຂີ້​ຫມ້ຽງ (Curvalaria eraqostidis)
    ລັກ​ສະ​ນະ​ອາ​ການ ກີບ​ໃບ ກີບດອກ ຈະ​ເປັນ​ຈຸດ​ສີ​ນ້ຳ​ຕານ​ຄື​ກັບ​ຂີ້​ຫມ້ຽງ
ໂລກ​ເນົ່າ​ແຫ້ງ ລາ​ເມັດ​ຜັດ​ກາດ (Sclerotium rotist Sacc.)
     ລັກ​ສະ​ນະ ຈະ​ທຳ​ລາຍ​ບໍ​ລິ​ເວນ​ຮາກ ໂຄນ​ຕົ້ນ ແລະ ຍອດ ເປັນ​ເມັດ​ຄ້າຍ​ເມັດ​ຜັກ​ກາດ​ລັກ​ສະ​ນະ​ຕົ້ນ​ເຫມືອນ​ມີ​ແປ້ງ​ໂຮຍ​ໃຍ​ສີ​ຂາວ​ຂຸ້ນ​ເປັນ​ເສັ້ນ​ຫ​ຍາບ ຈາກ​ການ​ສັງ​ເກດ​ຈະ​ເກີດ​ຈາກ ເຄື່ອງ​ປູກ​ເຊື່ອມ​ຄຸນ​ນະ​ພາບ ອາ​ກາດ​ຮ້ອນ ຄວາມ​ຊື້ນ​ສູງ ຖ້າ​ພົບ​ເຫັນ​ໃຫ້​ທຳ​ລາຍ​ຖິ້ມ​ທັງ​ຫມົດ​ໃນ​ຕົ້ນ​ເລີຍ ເພາະ​ໂລກ​ນີ້​ຈະ​ແພ່​ກະ​ຈາຍ​ຢ່າງກວ້າງ​ຂວາງ ແລະ ໄວ​ວາ
ໂລກ​ໃບ​ຜື່ນ​ເຫລືອງ (Pseudocercos poro dendrobil)
     ​ອາ​ການ ໃບ​ແກ່​ໃບ​ທີ່​ໂຄນ​ຕົ້ນ​ຈະ​ເຫລືອງ​ເປັນ​ຜື່ນ ມີ​ຜົງ​ສີ​ດຳ​ຄ້າຍ​ກັບ​ຂີ້​ສໍດຳ ກະ​ຈາຍ​ຢູ່​ຖ້າ​ປ່ອຍ​ໄວ້​ໃບ​ຈະ​ເຫລືອງ​ດຳ​ທັງ​ໃບ​ແລະ ຫລຸດ​ຫລົ່ນ​ຈາກ​ຕົ້ນ ເຊິ່ງ​ມັກ​ຈະ​ລະ​ບາດ​ໃນ​ຊ່ວງ​ຢ່າງ​ເຂົ້າ​ລະ​ດູ​ຫ​ນາວ ຄວນ​ນຳ​ໃບ​ທີ່​ຫລົ່ນ​ນິ້ນ​ໄປ​ເຜົາ​ໄຟ​ຖີ້ມ
ໂລກ​ຂີ້​ລາກ (Phyllosticta sp.)
     ເລີມ​ເກີດ​ຂື້ນ​ຈາກ​ປະ​ເທດ​ໄທ ຈິງ​ຫວັດ​ລາດ​ຊະ​ບູ​ລີ ລັກ​ສະ​ນະ​ເປັນ​ຈຸດ​ແຜ​ສີ​ນ້ຳ​ຕານ​ດຳ​ຄື​ເມັດ​ເຂົ້າ ກະ​ແຈກ​ກະ​ຈາຍ​ເທິງ​ໃບ​ຈົນ​ກາຍ​ເປັນ​ຜື່ນ​ສີ​ນ້ຳ​ຕານ
ໂລກ​ແອນ​ແທກ​ໂນ​ສ (Colletotrichum sp.)
     ປາຍ​ໃບ​ແຫ້ງ​ບາດ​ເປັນ​ວົງ​ໆ ສີ​ນ້ຳ​ຕານ ຊ້ອນ​ກັນ​ຫລາຍໆ​ຊັ້ນ ເຊິ່ງ​ຈະ​ລາມ​ລາມ​ຈາກ​ປາຍ​ໃບ​ເຖິງ​ໂຄນ​ໃບ
ໂລກ​ໃບ​ຈຸດ (Alternaria sp.)
     ອາ​ການ ໃບ​ຈຸດ​ດຳ​ທົ່ວ​ທັ້ງ​ໃບ ແລະ ຈະ​ດຳ​ແບບນວມໆ
ໂລກ​ລາ​ດຳ (Cladosporium sp.)
    ລັກ​ສະ​ນະ​ເປັນ​ປື້ນ​ສີ​ດຳ ເປັນ​ແຖວ ເປື້ອນ​ຕາມ​ກາບ​ໃບ​ລະ​ຫວ່າງ​ລຳ​ຕົ້ນ ຈະ​ເກີດ​ໃນ​ຊ່ວງ​ປາຍ​ລະ​ດູ​ຝົນ ເຂົ້າ​ລະ​ດູ​ຫ​ນາວ
ໂລກ​ໂຄນ​ເນົ່າ​ດຳ (Fusarium sp.)
    ໂຄນ​ຕົ້​ນ​ຈະ​ເນົ່າ​ດຳ ສາ​ເຫດ​ເກີດ​ຈາກ​ເຄື່ອງ​ປູກ​ເຊື່ອມ​ຄຸນ​ນະ​ພາບ​ໂຫມກ​ຈັບ​ຫ​ນ້າ ເຊື່ອ​ລາ​ເຂົ້າ​ທາງ​ຮາກ​ເຮັດ​ໃຫ້​ໂຄນ​ເນົ່າ ແລະ ໃບ​ແຫ່ວ ຄວນ​ປ່ຽນ​ເຄື່ອງ​ປູກ​ໃຫມ່
ໂລກ​ລາ​ຂາວ (Rhizoctonia sp.)
       ອາ​ການ​ເລີ່ມ​ຕົ້ນ​ຈະ​ເນົ່າ​ທີ່​ປາຍ​ຮາກ​ມາ​ຫາ​ໂຄນ​ຕົ້ນ​ຄື​ກິບ​ວ່າ​ມີ​ແປ້ງ​ມາ​ໂຮຍ​ໃບ​ຈືດ​ເຫລືອງ​ເກີດ​ຈາກ​ເຄື່ອງ​ປູກ​ບໍ່​ໄດ້​ຄຸນ​ນະ​ພາບ​ໂດຍ​ສະ​ເພາະ​ແມ່ນ ກາບ​ຫມາກ​ພ້າວ​ຍັງ​ບໍ້​ແກ້​ພໍ
ໂລກ​ເນົ່າ​ເລະ (Pseudomonas gladioli)
       ເກີດ​ຈາກ​ເຊື້ອ​ແບດ​ທີ​ເລຍ ໃບ​ເນົ່າ​ບວມ​ນ້ຳ ລຳ​ລູກ​ເນົ່າ​ໃບ​ຫລູດ​ຫລົ່ນ ໂດຍ​ສະ​ເພາະ ຊ່ວງ​ລະ​ດູ​ຝົນ ຫລື ອາ​ກາດ​ມີ​ຄວາມ​ຮ້ອນ​ຂື້ນ​ສູງ ອົບ​ເອົ້າ
ໂລກ​ໄວ​ຣັດ (Cymbidium Mosaic virus, Tobacco Mosaic virus, Bacilliform
 ດອກ​ຈະ​ດ່າງ ແລະ ມີ​ອາ​ການ​ບິດ​ບ້ຽວ​ສີ​ເຂັ້ມ​ສະ​ຫລັບ​ສີ​ອ່ອນ ໃບ​ຍອດ​ບິດ ໃບ​ດ່າງ​ເປັນ​ຈ້ຳໆ ຂຽວ​ອ່ອນ​ສະ​ຫ​ລັບ​ຂຽວ​ເຂັ້​ມ

ການ​ພັດ​ທະ​ນາ​ບຸກ​ຄະ​ລາ​ກອນ ດ້ານ​ການ​ກະ​ເສດ​ແຕ່ ປະ​ຈຸ​ບັນ-2025

http://unctad.org/meetings/en/PublishingImages/

      ພັດທະນາ ​ບຸກຄະລາ​ກອນ​ ​ແລະ ນັກ​ຄົ້ນຄວ້າໃຫ້​ໄດ້ 13.941 ຄົນ ​ໃນ​ປີ 2020 ​ເພີ້​ມຂຶ້ນ
49,62% ຈາກ​ຈຳນວນ​ພະນັກງານ​ທີ່​ມີ​ແລ້ວ​ໃນ​ປະຈຸ​ບັນ, ຮອດປີ 2025 ຈະສ້າງໃຫ້ໄດ້ 15.500 ຄົນ ເພີ່ມຂຶ້ນ 66,36% ຈາກ​ຈຳນວນ​ພະນັກງານ​ທີ່​ມີ​ແລ້ວ​ໃນ​ປະຈຸ​ບັນ, ​ໃນ​ນີ້ ຮອດປີ 2020 ພະນັກງານ​ສັງກັດ​ຢູ່​ບັນດາ​ກົມ ​ແລະ ສະ​ຖາ​ບັນ​ອ້ອມ​ຂ້າງ​ກະຊວງ 14%, ຂັ້ນ​ແຂວງ 18%, ຂັ້ນ​ເມືອງ 65% ​ແລະ ບັນດາວິທະຍາ​ໄລ ​ແລະ ​ໂຮງຮຽນ​ຕ່າງໆ 3% ແລະ ຮອດປີ 2025 ພະນັກງານ​ສັງກັດ​ຢູ່​ບັນດາ​ກົມ ​ແລະ ສະ​ຖາ​ບັນ​ອ້ອມ​ຂ້າງ​ກະຊວງ 12%, ຂັ້ນ​ແຂວງ 15%, ຂັ້ນ​ເມືອງ 70% ​ແລະ ບັນດາວິທະຍາ​ໄລ ​ແລະ ​ໂຮງຮຽນ​ຕ່າງໆ ​3% ​ໂດຍ​ຈັດ​ແບ່ງ​ຕາມ​ສາຂາ​ວິຊາ​ສະ​ເພາະ​ດັ່ງ​ນີ້:


ຮອດປີ 2020
ຮອດປີ 2025
1). ເສດຖະກິດ​ກະສິກຳ
976 ຄົນ
1.085 ຄົນ
2). ປູກຝັງ, ປ້ອງ​ກັນ​ພືດ
2.788 ຄົນ
3.100 ຄົນ
3). ວິທະຍາສາດ​ດິນ, ​ເຄມີ​ກະສິກຳ
1.115 ຄົນ
1.240 ຄົນ
4). ການ​ລ້ຽງສັດ
1.394 ຄົນ
1.550 ຄົນ
5). ການ​ປະມົງ
836 ຄົນ
929 ຄົນ
6). ສັດຕະວະ​ແພດ
976 ຄົນ
1.085 ຄົນ
7). ສິ່ງ​ແວດ​ລ້ອມ, ນິ​ເວດ​ວິທະຍາ, ຊີວະ​ນາໆ​ພັນ
418 ຄົນ
465 ຄົນ
8). ຊົນລະປະທານ
1.115 ຄົນ
1.240 ຄົນ
9). ກົນ​ຈັກກະ​ສິກຳ
558 ຄົນ
620 ຄົນ
10). ປ່າ​ໄມ້
2.788 ຄົນ
3.100 ຄົນ
11). ວິຊາ​ສະໜັບສະໜູນອື່ນໆ
976 ຄົນ
1.086 ຄົນ

ທີ່​ມາ​ຂໍ້​ມູນ: ກະຊວງກະສິກຳ ແລະ ປ່າໄມ້: ຍຸດທະສາດພັດທະນາກະສິກຳ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030

Tuesday, November 10, 2015

​ຕົ້ນ​ງີ້ວ



​ຕົ້ນ​ງີ້ວ ຊື່​ສາ​ມັນ: Cotton Tree, Kapok Tree, Red Cotton Tree, Silk Cotton, Shving Brush                    ຊື່​ວິ​ທະ​ຍາ​ສາດ: Bombax ceiba L.                  ຊື່​ຟ້ອງ​ທາງວິ​ທະ​ຍາ​ສາດ: Bombax malabaricum DC., Gossampinus malabarica Merr.                 - ຈັດ​ໃນ​ວົງ: MALVACEAE ແລະ​ວົງ​ຍ່ອຍ​ຂອງ BOMBACOIDEAE                 ຊຶ້​ທ້ອງ​ຖິ່ນ: ງີ້ວ, ງີ້ວ​ບ້ານ, ງີ້ວ​ແດງ, ງີ້ວ​ປົງ, ງີ້ກ​ປົກ​ແດງ ສະ​ແນ້ມ​ລະ​ກາ, ງີ້ວ​ປ່າ ງີ້ວ​ປົງ​ແດງ, ງີ້ມ​ຫນາມ ນຸ່ນ​ນາງ ຕໍ​ເຫມາະ ລາວ​ສູງ​ແດງ  ປັງ​ຟ​ວົ(ມົ້ງ)  ຊະ​ນິດ​ຂອງ​ຕົ້ນ​ງີ້ວ:  ງີ້ວ ມີ​ຊື່​ວິ​ທະ​ຍາ​ສາດ​ວ່າ: Bombax ceiba L. ງີ້ວ​ປ່າ​ດອກ​ແດງ ມີ​ຊື​ວິ​ທະ​ຍາ​ສາດ​ວ່າ: Bombax insigne Wall ມີ​ຊື່​ວິ​ທະ​ຍາ​ສາດ​ວ່າ Bombax anceps Pierre ​ແຍກ​ອອກ​ເປັນ 2 ປະ​ເພດ​ຄື: ງີ້ວ​ປ່າ (ດອກ​ຂາວ) ແລະ ງ້າວ ມີ​ຊື່​ວິ​ທະ​ຍາ​ສາດ​ວ່າ Bombax anceps var. cambodiense (Pierre) Robyns



    ​ຕົ້ນ​ງີ້ວ ຊື່​ສາ​ມັນ: Cotton Tree, Kapok Tree, Red Cotton Tree, Silk Cotton, Shving Brush                    ຊື່​ວິ​ທະ​ຍາ​ສາດ: Bombax ceiba L.                  ຊື່​ຟ້ອງ​ທາງວິ​ທະ​ຍາ​ສາດ: Bombax malabaricum DC., Gossampinus malabarica Merr.                 - ຈັດ​ໃນ​ວົງ: MALVACEAE ແລະ​ວົງ​ຍ່ອຍ​ຂອງ BOMBACOIDEAE                 ຊຶ້​ທ້ອງ​ຖິ່ນ: ງີ້ວ, ງີ້ວ​ບ້ານ, ງີ້ວ​ແດງ, ງີ້ວ​ປົງ, ງີ້ກ​ປົກ​ແດງ ສະ​ແນ້ມ​ລະ​ກາ, ງີ້ວ​ປ່າ ງີ້ວ​ປົງ​ແດງ, ງີ້ມ​ຫນາມ ນຸ່ນ​ນາງ ຕໍ​ເຫມາະ ລາວ​ສູງ​ແດງ  ປັງ​ຟ​ວົ(ມົ້ງ)  ຊະ​ນິດ​ຂອງ​ຕົ້ນ​ງີ້ວ:  ງີ້ວ ມີ​ຊື່​ວິ​ທະ​ຍາ​ສາດ​ວ່າ: Bombax ceiba L. ງີ້ວ​ປ່າ​ດອກ​ແດງ ມີ​ຊື​ວິ​ທະ​ຍາ​ສາດ​ວ່າ: Bombax insigne Wall ມີ​ຊື່​ວິ​ທະ​ຍາ​ສາດ​ວ່າ Bombax anceps Pierre ​ແຍກ​ອອກ​ເປັນ 2 ປະ​ເພດ​ຄື: ງີ້ວ​ປ່າ (ດອກ​ຂາວ) ແລະ ງ້າວ ມີ​ຊື່​ວິ​ທະ​ຍາ​ສາດ​ວ່າ Bombax anceps var. cambodiense (Pierre) Robyns
  • ​ຕົ້ນ​ງີ້ວ ຊື່​ສາ​ມັນ: Cotton Tree, Kapok Tree, Red Cotton Tree, Silk Cotton, Shving Brush
                   ຊື່​ວິ​ທະ​ຍາ​ສາດ: Bombax ceiba L.
                 ຊື່​ຟ້ອງ​ທາງວິ​ທະ​ຍາ​ສາດ: Bombax malabaricum DC., Gossampinus malabarica Merr.
                - ຈັດ​ໃນ​ວົງ: MALVACEAE ແລະ​ວົງ​ຍ່ອຍ​ຂອງ BOMBACOIDEAE
                ຊຶ້​ທ້ອງ​ຖິ່ນ: ງີ້ວ, ງີ້ວ​ບ້ານ, ງີ້ວ​ແດງ, ງີ້ວ​ປົງ, ງີ້ກ​ປົກ​ແດງ ສະ​ແນ້ມ​ລະ​ກາ, ງີ້ວ​ປ່າ ງີ້ວ​ປົງ​ແດງ, ງີ້ມ​ຫນາມ ນຸ່ນ​ນາງ ຕໍ​ເຫມາະ ລາວ​ສູງ​ແດງ  ປັງ​ຟ​ວົ(ມົ້ງ)

ຊະ​ນິດ​ຂອງ​ຕົ້ນ​ງີ້ວ:


  1. ງີ້ວ ມີ​ຊື່​ວິ​ທະ​ຍາ​ສາດ​ວ່າ: Bombax ceiba L.
  2. ງີ້ວ​ປ່າ​ດອກ​ແດງ ມີ​ຊື​ວິ​ທະ​ຍາ​ສາດ​ວ່າ: Bombax insigne Wall
  3. ມີ​ຊື່​ວິ​ທະ​ຍາ​ສາດ​ວ່າ Bombax anceps Pierre ​ແຍກ​ອອກ​ເປັນ 2 ປະ​ເພດ​ຄື: ງີ້ວ​ປ່າ (ດອກ​ຂາວ) ແລະ ງ້າວ ມີ​ຊື່​ວິ​ທະ​ຍາ​ສາດ​ວ່າ Bombax anceps var. cambodiense (Pierre) Robyns



​ຕົ້ນ​ງີ້ວ ຊື່​ສາ​ມັນ: Cotton Tree, Kapok Tree, Red Cotton Tree, Silk Cotton, Shving Brush                    ຊື່​ວິ​ທະ​ຍາ​ສາດ: Bombax ceiba L.                  ຊື່​ຟ້ອງ​ທາງວິ​ທະ​ຍາ​ສາດ: Bombax malabaricum DC., Gossampinus malabarica Merr.                 - ຈັດ​ໃນ​ວົງ: MALVACEAE ແລະ​ວົງ​ຍ່ອຍ​ຂອງ BOMBACOIDEAE                 ຊຶ້​ທ້ອງ​ຖິ່ນ: ງີ້ວ, ງີ້ວ​ບ້ານ, ງີ້ວ​ແດງ, ງີ້ວ​ປົງ, ງີ້ກ​ປົກ​ແດງ ສະ​ແນ້ມ​ລະ​ກາ, ງີ້ວ​ປ່າ ງີ້ວ​ປົງ​ແດງ, ງີ້ມ​ຫນາມ ນຸ່ນ​ນາງ ຕໍ​ເຫມາະ ລາວ​ສູງ​ແດງ  ປັງ​ຟ​ວົ(ມົ້ງ)  ຊະ​ນິດ​ຂອງ​ຕົ້ນ​ງີ້ວ:  ງີ້ວ ມີ​ຊື່​ວິ​ທະ​ຍາ​ສາດ​ວ່າ: Bombax ceiba L. ງີ້ວ​ປ່າ​ດອກ​ແດງ ມີ​ຊື​ວິ​ທະ​ຍາ​ສາດ​ວ່າ: Bombax insigne Wall ມີ​ຊື່​ວິ​ທະ​ຍາ​ສາດ​ວ່າ Bombax anceps Pierre ​ແຍກ​ອອກ​ເປັນ 2 ປະ​ເພດ​ຄື: ງີ້ວ​ປ່າ (ດອກ​ຂາວ) ແລະ ງ້າວ ມີ​ຊື່​ວິ​ທະ​ຍາ​ສາດ​ວ່າ Bombax anceps var. cambodiense (Pierre) Robyns

ນ້ຳ​ຖ່ານ​ກັບຄຸນ​ປະ​ໂຫຍດ​ທາງ​ການ​ກະ​ເ​ສດ



ການ​ນຳໃຊ້​ນ້ຳ​ຖ່ານ​, ຖ່ານ, ປະ​ຫວັດ​ຂອງ​ຖ່ານ, ຄວາມ​ເປັນ​ມາ​ຂອງ​ນ້ຳ​ຖ່ານ, ນ້ຳ​ສົ້ມ​ຄວນ​ໄມ້, ນ້ຳ​ຖ່ານ, ຜະ​ລິດ​ນ້ຳ​ຖານ, ປະ​ໂຫຍດ ນ້ຳ​ຖ່ານ, ​ວິ​ທີ​ໃຊ້​ນ້ຳ​ຖ່ານ, ນ້ຳ​ຖ່ານ​ທາງ​ການ​ກະ​ເສດ



  • ຖ້າ​ມີຄວາມ​ຈຳ​ເປັນ​ໃຊ້​ສານ​ເຄມີ​ຂ້າ​ແມງ​ໄມ້​ໃຫ້ເອົາ​ນ້ຳ​ຖ່ານມາປະສົມ​ເຂົ້າຈະ​ເຮັດ​ໃຫ້ການ​ກຳຈັດ​ແມງ​ໄມ້​ຍາວ​ກ່ວາ​ເຄິ່ງຫນື່ງຂອງ​ການ​ໃຊ້​ຢາຂ້າ​ແມງ​ໄມ້​ທີ່ເປັນເຄມີ.
  • ເມື່ອ​ໃຊ້​ນ້ຳ​ຖ່ານ​ຮ່ວມກັບ​ສານ​ເຄມີ​ຈະ​ເຮັດ​ໃຫ້​ມີ​ປະສິດທິພາບ​ຫລາຍ​ຂື້ນ
  • ຖ້າ​ປະສົມ​ນ້ຳ​ຖ່ານ​ກັບ​ນ້ຳ​ໃນ​ອັດຕາ 1/ 500-1000 ​ໃຊ້​ຫົດ​ຕົ້ນ​ໄມ້​ກິນ​ຫມາກ​ຈະ​ຊ່ວຍ​ເພີ່ມ​ຄວາມ​ຫວານຂອງໝາກໄມ້ໄດ້
  • ຊ່ວຍ​ຍ່ອຍ​ຝຸ່ນ​ຫມັກຝຸ່ນຄອກ ​ແລະ​ລົດ​ກິ່ນ​ເຫມັນ​ຕ່າງໆ​ໄດ້​ຢ່າງ​ມີ​ປະສິດທິພາບ
  • ຖ່ານ​ທີ່​ນຳ​ມາ​ແຊ່​ກັບ​ນ້ຳ​ຖ່ານ​ນຳ​ໄປ​ໃສ່​ດິນ​ຈະ​ຊ່ວຍ​ປັບປຸງ​ເຮັດ​ໃຫ້​ດິນ​ດີ​ຂື້ນ​ເພີ່ມ​ຈຸລິນ​ຊີ​ໃນ​ດິນ ​ແລະ ​ເປັນ​ປະ​ໂຫຍ​ດ​ແກ່​ພືດ
  • ການ​ໃຊ້​ນ້ຳ​ຖ່ານ​ກັບ​ພືດ​ຄວນ​ໃຊ້​ໃນ​ຕອນ​ເຊົ້າ ​ແລະ ຕອນ​ແລງ​ຈະ​ເກີດ​ມີ​ຜົນ​ປະ​ໂຫຍ​ດ​ແກ່​ພືດ​ຫລາຍ​ກ່ວາ​ຕອນ​ກາງ​ເວັນ​ໃບ​ພືດ​ຈະ​ເພີ່ມ​ຄວາມ​ຕ້ານທານຕໍ່​ໂຣກ​ໄດ້​ດີ
  • ສາມາດ​ຂ້າ​ເຊື້ອ​ໂຣກ​ໃນ​ດິນ​ໄດ້​ໃນ​ອັດຕາ​ສ່ວນ 1 / 20-30 ນ້ຳ​ທຳ​ມະ​ດາຈະ​ເຮັດ​ໃຫ້​ຈຸລິນ​ຊີ​ທີ່​ເປັນ​ປະ​ໂຫຍ​ດ ມີ​ຫລາຍ​ຂື້ນສາມາດ​ກຳຈັດ​ໂຣກທີ່​ເກີດ​ຈາກ​ເຊື້ອລາ ​ແລະ ຂີ້ກະ​ເດືອນ​ຝອຍ​ໃນ​ດິນ​ເມື່ອ​ປະສົມ​ກັນ​ແລ້ວ​ກໍ່​ໃຊ້​ໃນ​ອັດຕາ​ສ່ວນ 6 ລິດ / 1 ຕາ​ແມັດ
  • ສີດ​ນ້ຳ​ຖ່ານ​ໃນ​ອັດຕາ​ສ່ວນ 1/500-1000 ສ່ວນ​ຈະ​ເຮັດ​ໃຫ້​ເພີ່ມ​ລົດ​ຊາດ​ຂອງ​ຫມາກ​ໄມ້​ທີ່​ບໍ່​ຫວານ​ໃຫ້​ມີ​ຄວາມ​ຫວານ​ຂື້ນ​ກ່ວາ​ເກົ່າ
  • ນ້ຳ​ຖ່ານສາມາດ​ນຳ​ໄປ​ຂັບ​ໄລ່​ແມງ​ໄມ້​ໂດຍ​ສະ​ເພາະ​ແມ່ນຂີ້​ເຂັບ
  • ດັບ​ກິ່ນ​ຂີ້​ສັດ​ໃນ​ອັດຕາ​ສ່ວນ 1 / 500
  • ນ້ຳ​ຖ່ານ​ສາມາດ​ເພີ່ມຄຸນະພາບ​ຂອງ​ຜົນ​ຜະລິດ​ໂດຍ​ໃຊ້ 2-3 ຄັ້ງ ຫລື ທຸກໆ 15 - 20 ວັນ​ນັບ​ແຕ່​ໄລຍະ​ປູກ​ຈົນ​ເຖິງ 15 ວັນ​ກ່ອນ​ເກັບ​ກ່ຽວ​ໃນ​ກໍລະນີ​ຜັກ ກ່ອນ​ເກັບ​ກ່ຽວ​ຈະ​ຊ່ວຍ​ເພີ່ມ​ຄຸນ​ນະພາ​ບ​ໃຫ້​ດີ​ຂື້ນ​ບໍ່​ແຫ່ວ​ງ່າຍ​ສຳລັບ​ຜັກ​ຈະ​ໃຊ້ 1-2 ຄັງ​ຕໍ່ 2 ​ອາທິດກ່ອນ​ເກັບ​ກ່ຽວ​ໂດຍ​ທົ່ວ​ໄປ​ແລ້ວ​ຄວນ​ປະສົມ​ກັບ​ນ້ຳ​ລະຫວ່າງ​ນ້ຳ​ຖ່ານ 1 ສ່ວນ​ຕໍ່​ກັບ​ນ້ຳ 300-1000 ສ່ວນ


ການ​ນຳໃຊ້​ນ້ຳ​ຖ່ານ​, ຖ່ານ, ປະ​ຫວັດ​ຂອງ​ຖ່ານ, ຄວາມ​ເປັນ​ມາ​ຂອງ​ນ້ຳ​ຖ່ານ, ນ້ຳ​ສົ້ມ​ຄວນ​ໄມ້, ນ້ຳ​ຖ່ານ, ຜະ​ລິດ​ນ້ຳ​ຖານ, ປະ​ໂຫຍດ ນ້ຳ​ຖ່ານ, ​ວິ​ທີ​ໃຊ້​ນ້ຳ​ຖ່ານ, ນ້ຳ​ຖ່ານ​ທາງ​ການ​ກະ​ເສດ

ຄຳ​ຄົ້ນ​ຫາ: #ການ​ນຳໃຊ້​ນ້ຳ​ຖ່ານ​, #ຖ່ານ, #ປະ​ຫວັດ​ຂອງ​ຖ່ານ, #ຄວາມ​ເປັນ​ມາ​ຂອງ​ນ້ຳ​ຖ່ານ, #ນ້ຳ​ສົ້ມ​ຄວນ​ໄມ້, #ນ້ຳ​ຖ່ານ, @ຜະ​ລິດ​ນ້ຳ​ຖານ, @ປະ​ໂຫຍດ @ນ້ຳ​ຖ່ານ, ​ວິ​ທີ​ໃຊ້​ນ້ຳ​ຖ່ານ, ນ້ຳ​ຖ່ານ​ທາງ​ການ​ກະ​ເສດ

ທີ່​ມາ: ອາ​ນຸ​ສອນ ໄຊ​ຍະ​ລາດ, ບົດ​ລາຍ​ງານ​ຈົບ​ຊັ້ນ, ຄູ​ອາ​ຊີ​ວະ​ສຶກ​ສາ-ຄູ​ປູກ​ຝັງ

Friday, November 06, 2015

ການພິຈາລະນາຄັດເລືອກກົງຫັນນໍ້າ


      




    ການເລືອກແບບຂອງກົງຫັນນ້ຳໃນຂັ້ນຕົ້ນພິຈາລະນາໄດ້ຈາກຄວາມສຳພັນຂອງຫົວສີດ ແລະ ກຳລັງຜະລິດຂອງກົງ

ຫັນແບບຕ່າງໆ ແຕ່ຕ້ອງຄຳນຶງເຖິງຄວາມເຫມາະສົມທາງດ້ານເສດຖະກິດນຳໂດຍທົ່ວໄປກົງຫັນແບບຟຣານຊີສ ເພາະກໍ່ສ້າງ

ໄດ້ງ່າຍມີຄວາມເຊື່ອຖືສູງນິຍົມໃຊ້ກັນຫລາຍໃນກໍລະນີທີ່ມີຄວາມສູງເສົານ້ຳຫລາຍໂດຍທົ່ວໆໄປໃຊ້ແບບເພລຕອນ ແລະ ຖ້າ

ຄວາມສູງເສົານ້ຳມີຕ່ຳຈະໄຊ້ແບບຄາປານ

ຂອບເຂດການດໍາເນີນງານຂອງກັງຫັນທີ່ແຕກຕ່າງກັນ (ESHA, 2004)
ສະນິດຂອງກົງຫັນ
ຄວາມສູງເສົານ້ຳ (m)
ຍອມຮັບການປ່ຽນແປງການໄຫຼ
ຍອມຮັບການປ່ຽນແປງເສົານ້ຳ
ປະສິດທິພາບສູງສຸດ(%)
Kaplan/propeller
2-400
ສູງ
ຕ່ຳ
91-93
Francis
25-350
ປານກາງ
ຕ່ຳ
94
Pelton
50-1 300
ສູງ
ສູງ
90
Cross-flow
2-200
ສູງ
ປານກາງ
86
Turgo
50-250
ສູງ
ຕ່ຳ
85


ໃນການເລືອກໃຊ້ເຄື່ອງກົງຫັນນ້ຳອາດເລືອກໃຊ້ແບບໃດໜຶ່ງກໍ່ໄດ້ ຊຶ່ງຈະນຳມາພິຈາລະນາປະກອບໄດ້ດັ່ງນີ້:

v  ກໍລະນີເສົານ້ຳສູງ: ເລືອກກົງຫັນ ເພລຕອນ ຫລື ຟຣານຊີສ ຄວາມພິຈາລະນາປະກອບຄື:

(1). ຄ່າລະດັບນ້ຳນອງທາງທ້າຍເຂື່ອນສູງ ກົງຫັນເພລຕັນ ບໍ່ສາມາດໃຊ້ຫົວສີດໃຕ້ລະດັບຂອງເຄື່ອງກົງ

ຫັນໃຫ້ເປັນປະໂຫຍດໄດ້

(2). ເມື່ອຕ້ອງການເດີນເຄື່ອງທີ່ມີໂຫລດຕໍ່ຢູ່ຫລາຍ ກົງຫັນເພລຕັນແບບໃຊ້ຫົວສີດຫລາຍອັນຈະໃຫ້

ປະສິດທິພາບຫລາຍກວ່າ

(3). ກົງຫັນຟຣານຊີສ ມີຄວາມໄວຮອບສູງ ແລະ ສາມາດປັບຄວາມໄວຕາມຂະຫນາດຂອງເຄື່ອງກຳເນີດໄປໄຟ້າໄດ້ ເຮັດໃຫ້ສາມາດເລືອກຊື້ເຄື່ອງກຳເນີດໄຟຟ້າທີ່ມີລາຄາຕ່ຳໄດ້

(4). ຖ້າທໍ່ສົ່ງນ້ຳມີຄວາມຍາວ ແລະ ລາດຊັດນ້ອຍ(ໄລຍະຮາບທາງນ້ຳໄຫລ) ຄວນໃຊ້ກົງຫັນເພລຕອນເພາະຄ່າໃຊ້ຈ່າຍໃນການກໍ່ສ້າງທໍ່ສົ່ງນ້ຳຕ່ຳເນື່ອງຈາກຄວາມດັນໃນເວລາປິດທໍ່ສົ່ງນ້ຳກະທັນຫັນທີ່ຕ່ຳ (Sudden Shut Down)

(5). ໃນກໍລະນີນ້ຳໄຫລຊ້າມັກຈະນິຍົມໃຊ້ກົງຫັນເພຕອນເພາະສາມາດກວດສອບແລະບຳລຸງຮັກສາໃບພັດໄດ້ງ່າຍ

(6). ກົງຫັນຣານຊີສຈະມີຄ່າກໍ່ສ້າງເຮືອນຈັກແພງກວ່າເພາະຕ້ອງໄດ້ເພີ່ມວຽກຂຸດຫລາຍກວ່າແຕ່ລາ
ຄາຂອງກົງຫັນຣານຊີຈະຖືກກວ່າເພຕອນ

v ກໍລະນີຄວາມສູງເສົານ້ຳຕ່ຳ: ​ການເລືອກກົຫັນຄາຣານຫລືກົງຫັນຣານຊີຄວນພິຈາລະນາຄື:
(1). ເມື່ອເສົານ້ຳມີການປ່ຽນແປງຕະຫລອດຄວນເລືອກກົງຫັນຄາຣານ

(2). ກົງຫັນຄາປານຄວາມໄວສູງເຮັດໃຫ້​​ລາຄາຂອງເຄື່ອງກຳເນີດໄຟຕ່ຳແຕ່ຕ້ອຫລຸດລະດັບທໍ່ປ່ອຍນ້ຳໃຫ້ຕ່ຳເຊິ່ງໃນນີ້ທໍ່ນ້ຳເຂົ້າກົງຫັນຈະຕ້ອງໃຫຍ່ຂື້ນຈຶ່ງເຮັດໃຫ້ຄ່າໃຊ້ຈ່າຍທາງດ້ານໂຍທາສູງຂື້ນ

(3). ​ການບຳລຸງຮັກສາກົງຫັນຣານຊີງ່າຍແລະສະດວກເພາະກໍ່ສ້າງແບບງ່າຍໆລາຄາຂອງເຄື່ອງກົງຫັນກໍ່ຖືກກວ່າກົງຫັນຄາຣານ

ລວມທັງສາມາດພິຈາລະນາເບື້ອງຕົ້ນໃນການຄັດເລືອກຊະນິດຂອງກົງຫັນນ້ຳທີ່ເຫມາະສົມດັ່ງສະແດງໃນຣາບລຸ່ມນີ້: