Wednesday, September 09, 2015

​ການ​ລ້ຽງ​ເປັດ

ຢູ່​ບ້ານ​ເຮົາ​ການ​ລ້ຽງ­ສັດປີກ​ແມ່ນ​ມີ​ການ​ນິ­ຍົມ​ກັນ​ລ້ຽງ​ຢ່າງແພ່​ຫລາຍ​ບໍ່​ວ່າ​ຢູ່​ໃນ​ຕົວ​ເມືອງ ຫລື ຊົນ­ນະ­ບົດ ເຊິ່ງ​ໃນ​ນັ້ນ​ເປັດ​ກໍ່ເປັນ​ສັດ​ປີກ​ຊະ­ນິດ​ຫນຶ່ງ​ທີ່​ລ້ຽງງ່າຍ ແລະ ມີ​ຄວາມ​ຕ້ານ­ທານ​ພະຍາດ ແລະ ດິນ​ຟ້າ​ອາ­ກາດ​ໄດ້​ດີ. ເປັດ​ມີ​ລົດ​ຊາດ​ແຊບ ສາ­ມາດ​ສະຫນອງ​ອາ­ຫານ​ໃຫ້​ແກ່​ຄອບ­ຄົວ ແລະ ຂາຍ​ໄດ້​ຊາວ​ກະ­ສິ­ກອນ​ສ່ວນຫລາຍ​ຖ້າ​ເຮັດ​ການ​ປູກ­ຝັງກໍ່​ຕ້ອງລ້ຽງ­ສັດ​ໄປ​ພ້ອມໆ​ກັນ​ເປັດ​ນອກຈາກ​ຈະ​ໃຫ້​ຊີ້ນ ແລະ ໄຂ່​ເປັນ​ອາຫານ​ແລ້ວ ສ່ວນ​ມູນ​ເປັດ​ກໍ່​ຍັງ​ເປັນຝຸ່ນ​ເພື່ອ​ໄປ​ໃສ່​ຕົ້ນ­ໄມ້ # ຖ້າ​ເຮົາ​ລ້ຽງ​ເປັດ​ຖືກ­ຕ້ອງເຮົາ​ກໍ່​ຈະ​ໄດ້​ໄຂ່ ແລະ ສາ­ມາດ​ເປັນລາຍ​ຮັບ​ແກ່​ຄອບ­ຄົວ​ເຮົາ​ໄດ້.

ຢູ່​ບ້ານ​ເຮົາ​ການ​ລ້ຽງ­ສັດປີກ​ແມ່ນ​ມີ​ການ​ນິ­ຍົມ​ກັນ​ລ້ຽງ​ຢ່າງແພ່​ຫລາຍ​ບໍ່​ວ່າ​ຢູ່​ໃນ​ຕົວ​ເມືອງ ຫລື ຊົນ­ນະ­ບົດ ເຊິ່ງ​ໃນ​ນັ້ນ​ເປັດ​ກໍ່ເປັນ​ສັດ​ປີກ​ຊະ­ນິດ​ຫນຶ່ງ​ທີ່​ລ້ຽງງ່າຍ ແລະ ມີ​ຄວາມ​ຕ້ານ­ທານ​ພະຍາດ ແລະ ດິນ​ຟ້າ​ອາ­ກາດ​ໄດ້​ດີ. ເປັດ​ມີ​ລົດ​ຊາດ​ແຊບ ສາ­ມາດ​ສະຫນອງ​ອາ­ຫານ​ໃຫ້​ແກ່​ຄອບ­ຄົວ ແລະ ຂາຍ​ໄດ້​ຊາວ​ກະ­ສິ­ກອນ​ສ່ວນຫລາຍ​ຖ້າ​ເຮັດ​ການ​ປູກ­ຝັງກໍ່​ຕ້ອງລ້ຽງ­ສັດ​ໄປ​ພ້ອມໆ​ກັນ​ເປັດ​ນອກຈາກ​ຈະ​ໃຫ້​ຊີ້ນ ແລະ ໄຂ່​ເປັນ​ອາຫານ​ແລ້ວ ສ່ວນ​ມູນ​ເປັດ​ກໍ່​ຍັງ​ເປັນຝຸ່ນ​ເພື່ອ​ໄປ​ໃສ່​ຕົ້ນ­ໄມ້
# ຖ້າ​ເຮົາ​ລ້ຽງ​ເປັດ​ຖືກ­ຕ້ອງເຮົາ​ກໍ່​ຈະ​ໄດ້​ໄຂ່ ແລະ ສາ­ມາດ​ເປັນລາຍ​ຮັບ​ແກ່​ຄອບ­ຄົວ​ເຮົາ​ໄດ້. 

ຢູ່​ບ້ານ​ເຮົາ​ການ​ລ້ຽງ­ສັດປີກ​ແມ່ນ​ມີ​ການ​ນິ­ຍົມ​ກັນ​ລ້ຽງ​ຢ່າງແພ່​ຫລາຍ​ບໍ່​ວ່າ​ຢູ່​ໃນ​ຕົວ​ເມືອງ ຫລື ຊົນ­ນະ­ບົດ ເຊິ່ງ​ໃນ​ນັ້ນ​ເປັດ​ກໍ່ເປັນ​ສັດ​ປີກ​ຊະ­ນິດ​ຫນຶ່ງ​ທີ່​ລ້ຽງງ່າຍ ແລະ ມີ​ຄວາມ​ຕ້ານ­ທານ​ພະຍາດ ແລະ ດິນ​ຟ້າ​ອາ­ກາດ​ໄດ້​ດີ. ເປັດ​ມີ​ລົດ​ຊາດ​ແຊບ ສາ­ມາດ​ສະຫນອງ​ອາ­ຫານ​ໃຫ້​ແກ່​ຄອບ­ຄົວ ແລະ ຂາຍ​ໄດ້​ຊາວ​ກະ­ສິ­ກອນ​ສ່ວນຫລາຍ​ຖ້າ​ເຮັດ​ການ​ປູກ­ຝັງກໍ່​ຕ້ອງລ້ຽງ­ສັດ​ໄປ​ພ້ອມໆ​ກັນ​ເປັດ​ນອກຈາກ​ຈະ​ໃຫ້​ຊີ້ນ ແລະ ໄຂ່​ເປັນ​ອາຫານ​ແລ້ວ ສ່ວນ​ມູນ​ເປັດ​ກໍ່​ຍັງ​ເປັນຝຸ່ນ​ເພື່ອ​ໄປ​ໃສ່​ຕົ້ນ­ໄມ້ # ຖ້າ​ເຮົາ​ລ້ຽງ​ເປັດ​ຖືກ­ຕ້ອງເຮົາ​ກໍ່​ຈະ​ໄດ້​ໄຂ່ ແລະ ສາ­ມາດ​ເປັນລາຍ​ຮັບ​ແກ່​ຄອບ­ຄົວ​ເຮົາ​ໄດ້.

​ຜັກ​ຂະ​ແຍງ

ຊື່​ວິ​ທະ​ຍາ​ສາດ: Limnophila aromatica ("Rice paddy herb")
ຊື່​ພາ​ສາ​ລາວ: ຜັກ​ຂະ​ແຍງ
ຊື່​ພາ​ສາ​ໄທ: แขยง, ผักขะแยง
http://e-shann.com/wp-content/uploads/2014/09/
Biological classification
Kingdom:Plantae
(unranked):Angiosperms
(unranked):Eudicots
(unranked):Asterids
Rank:Lamiales
Family:Plantaginaceae
Currency:Phil
Species:L. aromatic
Binomial name
Limnophila aromatic
(Lam.Take.
Synonyms
Limnophila aromaticoides Yang & Yen
Limnophila chinensis subsp.aromatic (Lam.) T. Yamaz.

ຜັກຂະແຍງໝົດທັງຕົ້ນສາມາດຕ້ານມະເຮັງ, ເຮັດໃຫ້ຈະເລີນອາຫານຫຼຸດການເບື່ອອາຫານປ້ອງ ກັນ
ເສັ້ນເລືອດຕີບ ແລະໄຂ້ຮ້ອນໃນ, ຫຼຸດໄຂ້ໃຊ້ເປັນ ຢາຂັບລົມ ແລະເປັນຢາລະບາຍທ້ອງແກ້ອາການຄັນ ຂີ້ຫິດຂີ້ກາກ ແລະຝີໜອງ, ແກ້ອາການບວມໃຄ່, ແກ້ພິດງູແກ້ພິດເບື່ອອາຫານຊ່ວຍຂັບນໍ້ານົມຂອງແມ່ຍິງ, ແກ້ນໍ້ານົມແມ່ທີ່ມີລົດສົ້ມ. • ວິທີການນຳໃຊ້: ຕ້ານມະເຮັງເຮັດໃຫ້ຈະເລີນ ອາຫານປ້ອງກັນເສັ້ນເລືອດຕີບຕັນ ແລະໄຂ້ຮ້ອນໃນ, ຫຼຸດອາການໄຂ້, ເປັນຢາຂັບລົມ ແລະຢາລະບາຍ ທ້ອງ, ແກ້ອາການໃຄ່ບວມແກ້ພິດເບື່ອອາຫານ, ຊ່ວຍ ຂັບນໍ້ານົມໃນແມ່ຍິງ, ແກ້ນໍ້ານົມສົ້ມໃຫ້ນຳເອົາຜັກ ຂະແຍງສົດໆປະມານ 15-30 ກຣາມນຳມາຕົ້ມກັບ ນໍ້າດື່ມ ຫຼື ຮັບປະທານ, ແກ້ພິດງູ ນຳຕົ້ນສົດປະມານ 15 ກຣາມ ຕຳໃຫ້ມຸ່ນໆປະສົມກັບຕົ້ນຟ້າທະລາຍ ໂຈນສົດປະມານ 30 ກຣາມນຳໄປປະສົມກັບນໍ້າ ສົ້ມສາຍຊູໃນປະລິມານສົມຄວນ ແລ້ວຄັ້ນເອົານໍ້າດື່ມ ສ່ວນກາກທີ່ເຫຼືອໃຫ້ເອົາມາພອກຮອບໆບໍລິເວນ ບາດແຜ ແຕ່ຢ່າຟອກເທິງບ່ອນທີ່ຖືກກັດ, ແກ້ອາການ ຄັນຂີ້ຫິດຂີ້ກາກ ແລະຝີໜອງໃຫ້ນຳຕົ້ນສົດມາຕົ້ມກັບ ນໍ້າໃຊ້ລ້າງບໍລິເວນທີ່ເປັນຕຸ່ມ ຫຼື ຄັ້ນເອົານໍ້າຈາກຕົ້ນ ສົດໆມາທາ ແລະຕຳພອກບໍລິເວນທີ່ເປັນກໍໄດ້.


​ປ່າ​ດົງ​ດິບ

ປ່າດົງດິບ ເປັນປ່າຕຶບດົງໜາທີ່ປະກອບດ້ວຍຕົ້ນໄມ້ໃຫຍ່ ແລະ ສູງຫຼາຍຊະນິດເຊັ່ນ: ໄມ້ຍາງ, ໄມ້ບາກ,ໄມ້ແຄນ, ໄມ້ຄະຍູງ, ໄມ້ເປືອຍ...ປ່າປະເພດດັ່ງກ່າວແບ່ງອອກເປັນ 3 ຊັ້ນຄື: ຊັ້ນຕົ້ນໄມ້ໃຫຍ່-ສູງ(ຊັ້ນເທິງ),

ປ່າດົງດິບ ເປັນປ່າຕຶບດົງໜາທີ່ປະກອບດ້ວຍຕົ້ນໄມ້ໃຫຍ່ ແລະ ສູງຫຼາຍຊະນິດເຊັ່ນ: ໄມ້ຍາງ, ໄມ້ບາກ,ໄມ້ແຄນ, ໄມ້ຄະຍູງ, ໄມ້ເປືອຍ...ປ່າປະເພດດັ່ງກ່າວແບ່ງອອກເປັນ 3 ຊັ້ນຄື: ຊັ້ນຕົ້ນໄມ້ໃຫຍ່-ສູງ(ຊັ້ນເທິງ), ຊັ້ນຕົ້ນໄມ້ໃຫຍ່ປານກາງ(ຊັ້ນກາງ)ແລະຊັ້ນພື້ນປ່າ(ຊັ້ນຈຳດິນ) ເຊິ່ງແຕ່ລະຊັ້ນມັກມີເຄືອເຂົາກ້ຽວຕິດຕໍ່ໃສ່ກັນ. ປ່າດົງດິບໃນລາວຖືກພົບເຫັນຢູ່ຫຼາຍບ່ອນໃນເຂດທົ່ງພຽງ ຫຼື ຢູ່ຕາມແຄມ ແມ່ນ້ຳ, ປ່າປະເພດນີ້ມີຫຼາຍຢູ່ແຂວງວຽງຈັນ, ຫຼວງນ້ຳທາ, ບໍລິຄຳໄຊ, ຄຳມ່ວນ, ສາລະວັນ, ເຊກອງ ແລະ ຈຳປາສັກ. ນອກນັ້ນຍັງມີຢູ່ເຂດພູມສັນຖານສູງເຊັ່ນ: ເປີ້ນພູຫຼວງ, ພູພຽງເມືອງພວນ ແລະ ເດັ່ນສຸດແມ່ນຢູ່ພູພຽງຕ່າງໆທາງພາກໃຕ້.


ບຸນ​ຫໍ່​ເຂົ້າ​ປະ​ດັບ​ດິນ

http://www.oknation.net/blog/home/user_data/file_data/201309/19/

ໃນວັນແຮມ 14 ຄໍ່າ ເດືອນ 9 ປະຊາຊົນລາວໃນທົ່ວປະເທດ,ໄດ້ພາກັນທຳບຸນຫໍ່ເຂົ້າປະດັບດິນ ຕາມຮີດຄອງປະເພນີ,ເຊິ່ງບັນພະບຸຣຸດລາວເຮົາໄດ້ປະຕິບັດສືບກັນມາເປັນເວລາຍາວນານ,ຈົນກາຍເປັນຮີດຄອງປະເພນີແລະວັດທະນາທຳປະຈຳຊາດ, ເຊິ່ງມີບັນຍັດໄວ້ໃນຮີດ 12 ຄອງ14 ວ່າ,ເດືອນ 9 ດັບເອົາບຸນຫໍ່ປະດັບດິນ. ກ່ຽວກັບຮີດຄອງປະເພນີ ການທຳບຸນຫໍ່ເຂົ້າປະດັບດິນຂອງຄົນໂບຮານ,ທີ່ໄດ້ປະຕິບັດກັນມາຈົນເຖິ່ງປັດຈຸບັນນີ້,ກ່ອນມີການທຳບຸນ ປະຊາຊົນກໍມີການຫ້າງຫາກະກຽມເຄື່ອງໄທຍະທານຕ່າງໆ ເປັນຕົ້ນວ່າ,ຫໍ່ເຂົ້າຕົ້ມເຂົ້າໜົມ ແລະ ວັດຖຸໄທຍະທານອື່ນໆໄວ້ພ້ອມ,ເຂົ້າຕົ້ມເຂົ້າໜົມເຫລົ່ານັ້ນຈະແບ່ງອອກເປັນສ່ວນຄືສ່ວນໜື່ງແບ່ງໄວ້ຮັບປະທານພາຍໃນຄອບຄົວ,ອີກສ່ວນທີ່ສອງແບ່ງໃຫ້ຍາດພີນ້ອງ ແລະ ມິດສະຫາຍຮັບປະທານ ສ່ວນທີ່ສາມແບ່ງໄວ້ທຳບຸນຕັກບາດ ຖວາຍໃຫ້ແກ່ພຣະສົງສາມະເນນ ອຸຸທິດຢາດນໍ້າໄປໃຫ້ເປຕະຊົນ ສ່ວນທີ່ສີ່ເອົາໃບຕອງກ້ວຍມາຫໍ່ເຂົ້າຕົ້ນເຂົ້າໜົມແລະວັດຖຸທານຕ່າງໆລວມກັນ ເຮັດເປັນຫໍ່ນ້ອຍຫໍ່ໃຫຍ່ຕາມຄວາມຕ້ອງການ,ແລ້ວກໍເອົາໄປວາງໄວ້ຕາມລະບຽງສີມ ທາດເຈດີ ຕາມຫຍ້າ,ຕັ້ງແຕ່ເຊົ້າມືດປະມານ 4-5 ໂມງເຊົ້າຂອງມື້ເດືອນ 9 ດັບ,ເພື່ອໃຫ້ເປຕະຊົນມາຮັບເອົາຕາມຄວາມເຊື່ອຖືຂອງຄົນໂບຮານ-ກ່ອນນັບຖືພຣະພຸດທະສາສະໜາ, ຫໍ່ສິ່ງຂອງເຫຼົ່ານັ້ນເມື່ອຖືກຝົນ ແດດລົມ ນົກາ ໝູໝາ ເປັດໄກ່ ກັບຈິກຕອດ ກໍຈະຕົກເຮັ່ຍສະຊາຍຕາມດິນ ຕາມຫຍ້າ ຄົນກໍເລີ່ຍພາກັນຮຽກວ່າຫໍ່ເຂົ້າປະດັບດິນ.ປະເພນີອັນນີ້ສືບເນືອງຈາກຮີດພີຄອງພາມ,ເລື່ອງມີຢູ່ວ່າ ມີພາມຄອບຄົວໜື່ງ ມີລູກຊາຍຄົນດຽວ ພໍ່ແມ່ຮັກເໝືອນແກ້ວຕາດວງໃຈ ເມື່ອລູກຊາຍອາຍຸໄດ້16ປີກໍມາຕາຍ,ພໍ່ແມ່ໂສກເສົ້າເສຍໃຈຫຼາຍ ກິນບໍ່ໄດ້ນອນບໍ່ຫລັບເພາະຮິດຮອດລູກ ຫລັງຈາກຕາຍແລ້ວກໍນຳໄປຝັງໄວ້ທີ່ປ່າຊ້າ ປູກເຮືອນໃຫ້ຫລັງໜື່ງພ້ອມທັງເຄືອງໃຊ້ສອຍທີ່ຢູ່ທີ່ນອນຄົບ,ແລ້ວແຕ່ງຄົນໃຊ້ໄປສົ່ງເຂົ້າທຸກວັນໆ ຢູ່ມາວັນໜື່ງຝົນຕົກແຮງນໍ້າຫລາຍ ຄົນໃຊ້ຂ້າມໄປສົ່ງເຂົ້າບໍ່ໄດ້ ເລີ່ຍກັບມາເຫັນພິກຂຸໄປບິນທະບາດ ຈິງຕັດສິນໃຈເອົາເຂົ້າໃສ່ບາດແລ້ວອຸທິດສ່ວນບຸນໄປໃຫ້ລູກຊາຍຂອງພາມ ໃນຄືນວັນນັ້ນພາມຜູ້ເປັນພໍ່ຝັນເຫັນລູກຊາຍມາບອກວ່າ ຕັ້ງແຕ່ລູກຕ່າຍໄປກໍ່ໄດ້ມາກິນເຂົ້າແຕ່ວັນວານນີ້ເທົ່ານັ້ນ ພາມຕື່ນຂື້ນນຶກປະຫລາດໃຈໃນຄວາມຝັນນັ້ນ ຈືງຮຽກຄົນໃຊ້ນັ້ນມາຖາມວ່າ ກູໃຫ້ມືໄປສົ່ງເຂົ້າໃຫ້ລູກຊາຍຢູ່ໃນປ່າຊ້າ ມືງໄດ້ໄປທຸກມື້ບໍ່? ຄົນໃຊ້ກໍຕອບວ່າໄປທຸກມື້ເວັ້ນໄວ້ແຕ່ມື້ວັນວານນີ້ບໍ່ໄດ້ໄປ ເພາະຝົນຕົກແຮງນໍ້າຫລາຍຂ້າມໄປສົ່ງເຂົ້າບໍ່ໄດ້ ຂ້ານ້ອຍກັບມາພົບພິກຂຸໄປບິນທະບາດ ຂ້ານ້ອຍຈິງໄດ້ເອົາເຂົ້າໃສ່ບາດໃຫ້ພິກຂຸແລ້ວອຸທິດສ່ວນບຸນກຸສົນໄປໃຫ້ລູກຊາຍຂອງທ່ານ ເມື່ອພາມໄດ້ຟັງຄົນຕອບກໍນຶກປະຫລາຍໃຈ ຈື່ງເຂົ້າໄປເຝົ້າພຣະພຸດທະເຈົ້າ ຂາບທຸນເລື່ອງນັ້ນໃຫ້ຊົງຊາບ ພຣະພຸດ ທະເຈົ້າກໍໄດ້ຕັດເທດສະນາແກ່ພາມວ່າ ທ່ານພາມເຮັດຢ່າງນີ້ບໍ່ຖືກຕ້ອງ ເຮົາຈະສະແດງໃຫ້ທ່ານຟັງຜູ້ມີສັດທາຢາກຈະອະນຸເຄາະແກ່ເປຕະຊົນທີ່ລວງຫລັບໄປແລ້ວໃຫ້ທຳບຸນຖວາຍທານແກ່ພຣະສົງຜູ້ມີສິນ ມີກັນ ລະຍານະທັມແລ້ວອຸທິດສ່ວນບຸນໄປໃຫ້ຜູ້ຕາຍໄປຍ່ອມມີໄດ້ຮັບຜົນທານນັ້ນເໝືອນດັ່ງຄົນໃຊ້ຂອງທ່ານເອົາເຂົ້າໃສ່ບາດໃຫ້ພຣະສົງແລ້ວອຸທິດສ່ວນບຸນໄປໃຫ້ ລູກຂອງທ່ານຈືງໄດ້ຮັບປະທານອາຫານ ເຊິ່ງປະກົດໃນຄວາມຝັນຂອງທ່ານນັ້ນ ເມື່ອພາມໃດ້ຟັງແລ້ວກໍເຂົ້າໃຈ ເກີດສັດທາເລື້ອມໃສສະແດງຕົນເປັນພຸດທະມາ ມະກະນັບຖືພຣະພຸດທະສາສະໜາຕະຫລອດຊີວິດ. ໃນເລື່ອງນີ້ຊີ້ໃຫ້ເຫັນວ່າກ່ອນພຣະພຸດທະເຈົ້າຕັດສະຮູ້ນັ້ນ ລູກຫລານຄິດຮອດພໍ່,ແມ່ປູ່ຍາຕາທວດທີ່ຕາຍໄປແລ້ວກໍຈະພາກັນເອົາເຂົ້າປາອາຫານຫວານຄາວຫຼືສິ່ງຂອງທີ່ເພີ່ນມີພ້ອມວ່າງໄວ້ຕາມຂຸມຝັງສົບທີ່ປ່າຊ້າຫຼືສະຖານທີ່ອື່ນໆຕາມຄວາມເໝາະສົມ ເພື່ອໃຫ້ວິນຍານຂອງທ່ານມາຮັບເອົາ ປະເພນີອັນນີ້ກໍຍັງໄດ້ສືບທອດກັນມາຈົນເຖິງທຸກວັນນີ້ແລະມີອີກເລື່ອງໜື່ງມີກ່າວໄວ້ໃນທຳມະບົດວ່າໃນອາດິດຕະການນັບຍອນຫຼັງໄປຈາກພຣະພຸດທະເຈົ້າຂອງເຮົາອຸບັດເກີດຂື້ນໃນໂລກປະມານ ­92 ກັບ ຍາດຂອງພຣະເຈົ້າພິມພິສານລັກກິນຂອງທີ່ຈະຖວາຍແກ່ພຣະສົງຢູ່ໃນໂຮງທານພ້ອມທັງເງິນຢູ່ໃນພຣະຄັງຫລວງແລ້ວກໍໂຮງທານແລະບັນຊີເງິນຢູ່ໃນຄັງຫລວງ ຕາຍຈາກຊາດນັ້ນແລ້ວໄປເກີດເປັນເພດຜີເປືອຍອືດຢາກຫອດຫິວອາຫານຮ່າງ ກາຍຈ່ອຍຜອມໂຕດຳຄືຖ່ານ ປາກແຫຼມຄືເຂັມ ກິນ-ດື່ມລຳບາກ ຢ້ອນຜົນກຳຕາມສະໜອງທົນທຸກ ທໍລະມານເປັນເວລາຍາວນານ ຄືຕັ້ງແຕ່ສາສະໜາຂອງພຣະເຈົ້າກັດສະປະ ລວງມາຈົນເຖິງສາສະໜາຂອງພຣະໂຄດົມສຳມາສຳພຸດທະເຈົ້າ ພຣະເຈົ້າພິມພິສານເຊິ່ງເປັນຍາດຂອງເຜດເຫຼົ່ານັ້ນ ພຣະອົງກໍບໍ່ຮູ້ວ່າຍາດຂອງເພີ່ນຕາຍໄປເປັນເຜດ ຕາມປົກກະຕິແລ້ວ ພຣະເຈົ້າພິມພິສານໄດ້ອຸປະຖໍາຄໍ້າຊູພຣະພຸດທະສາສະໜາແລະໄດ້ທຳບຸນໃຫ້ທານແກ່ພຣະສົງສາວົກທຸກວັນ ແຕ່ບໍ່ໄດ້ຍາດນໍ້າອຸທິດສ່ວນບູນໄປໃຫ້ເປຕະຊົນ ຢູ່ມາຄືນມື້ໜື່ງເຜດເຫຼົ່ານັ້ນທົນລໍຄອຍຮັບຜົນທານຈາກພຣະເຈົ້າພິມພິສານບໍ່ໄຫວ ຈື່ງໄດ້ພາກັນໄປສະແດງປະຕິກິຣິຍາຢູ່ໄດ້ຜາສາດທີ່ບັນທົມ ຄືພາກັນຮ້ອງໃຫ້ສົ່ງສຽງເຍັນເປັນຕາຢ້ານກົວ ຈົນຂົນຫົວລຸກ ໜັງຫົວຟອງປະກົດແກ່ພຣະເຈົ້າພິມພິສານ ພຣະອົງຕື່ນຈາກບັນທົມສົງໄສວ່າແມ່ນເຫດອັນໃດ ຈື່ງໄດ້ນຳເອົາເຫດການອັນນັ້ນໄປ ການທຳບຸນຫໍ່ເຂົ້າປະດັບດິນ ກໍເປັນສ່ວນໜື່ງໃນການສົ່ງເສີມພຣະພຸດທະສາສະໜາໃຫ້ຈະເລີນ ເພາະສະນັ້ນ ພວກເຮົາຄວນອະນຸຣັກຮັກສາຮີດຄອງປະເພນີແລະວັດທະນາທຳອັນດີງາມນີ້ເອົາໄວ້ໃຫ້ອະ ນຸຊົນຮຸ້ນຫລັງ ໄດ້ສືບທອດຕໍ່ໄປ. ສະຫຼຸບເລື່ອງປະເພນີການຫໍ່ເຂົ້າປະດັບດິນ ບຸນຫໍ່ເຂົ້າປະດິນ ເປັນ ບຸນປະເພນີປະຈຳເດືອນ 9 ດັບ ບັນພະບຸລຸດລາວເຮົາໄດ້ປະຕິບັດສືບທອດກັນມາເປັນເວລາຍາວນານ ຈົນກາຍເປັນຮີດຄອງປະເພນີປະຈຳຊາດໃນເມື່ອກ່ອນເຊິ່ງມີບັນຍັດໄວ້ຮີດ 12 ຄອງ 14 ເວົ້າວ່າ ເດືອນ9 ດັບເອົາບຸນຫໍ່ເຂົ້າປະດັບດິນ. ຄຳວ່າຫໍ່ເຂົ້າປະດັບດິນ ຖືເອົາຕາມລັກສະນະການກະທຳຂອງຄົນໂບຮານກ່ອນການນັບຖືພຣະພຸດ ທະສາສະໜາ ຄືການເອົມໃບຕອງກ້ວຍມາຫໍ່ເຂົ້າຕົ້ມເຂົ້າໜົມ ກ້ວຍ,ອ້ອຍ,ຊີ້ນແຫ້ງ,ປາແຫ້ງ ໝາກພູ ຢາສູບ ລວມກັນເຮັດເປັນຫໍ່ນ້ອຍຫໍ່ໃຫຍ່ຕາມຄວາມຕ້ອງການຂອງໃຜລາວ ແລ້ວກໍເອົາໄປວາງໄວ້ຕາມ ພຣະທາດ ເຈດີ ລະບຽງສີມ ຕ້າຍວັດ ທາດພໍ່ແມ່ ປູ່ຍາຕາທວດ ຫຼື ເອົາໄປວາງໄວ້ຕາມ ຕົ້ນໄມ້ ຕາມ ດິນຕາມຫຍ້າ ຕັ້ງແຕ່ເວລາເຊົ້າມືດປະມານ 4-5 ໂມງເຊົ້າຂອງມືເດືອນ 9ດັບ ເພື່ອໃຫ້ພໍ່ແມ່ ປູ່ຍາຕາທວດມາຮັບເອົາຂອງທານຕາມຄວາມເຊື່ອຖືຂອງໂບຮານ ຫໍ່ສິ່ງຂອງເຫລົ່ານັ້ນເມື່ອຖືກຝົນລົມ ແດດນົກກາ ໝູ ໝາເປັດໄກ່ ກັດຈິກຕອດ ກໍຈະຕົກເຮັຍສະຊາຍຕາມດິນຕາມຫຍ້າ ຄົນກໍເລີ່ຍພາກັນເຮັດທຳມາເທົ້າທຸກວັນນີ້

https://blogger.googleusercontent.com/img/b/R29vZ2xl/AVvXsEjDLlvNSLK2btjRr6k2iVLpdg4RmyvBbi8QwmSoSyP0rOdNV6OXUvg_kdlxcpmEi91Bj5j8_HB2OmOZaI18DC6y9chs5NslN5QW0cMZQBgO85aBez_wOj7_NWXjgEnY56fmm-GwI9belx7a/s1600/

ກ້ວຍ​ໄມ້

ກ້ວຍ​ໄມ້ກ້ວຍ​ໄມ້​ເປັນ​ພືດ​ໃບ​ລ້ຽງ​ດ່ຽວ, ດອກ​ຍອດ​ນິ­ຍົມ ເພາະ​ລັກ­ສະ­ນະ​ດອກ ແລະ ສີ­ສັນ​ລວ­ດລາຍ​ສວຍ​ງາມ,  ເປັນ​ພືດ​ເສດ­ຖະ­ກິດ​ທີ່​ມີ​ຄວາມ​ສຳ­ຄັນ ເພາະ​ເປັ

 ກ້ວຍ​ໄມ້​ເປັນ​ພືດ​ໃບ​ລ້ຽງ​ດ່ຽວ, ດອກ​ຍອດ​ນິ­ຍົມ ເພາະ​ລັກ­ສະ­ນະ​ດອກ ແລະ ສີ­ສັນ​ລວ­ດລາຍ​ສວຍ​ງາມ,  ເປັນ​ພືດ​ເສດ­ຖະ­ກິດ​ທີ່​ມີ​ຄວາມ​ສຳ­ຄັນ ເພາະ​ເປັນ​ໄມ້​ທີ່​ມີ​ການ​ປູກ​ແບບ​ຄົບ​ວົງ​ຈອນ​ເລີ່ມ​ຕັ້ງ­ແຕ່​ການ​ປະ­ສົມ​ເກ­ສອນ, ການ​ລ້ຽງ​ໃຍ, ລ້ຽງ​ກ້ວຍ​ໄມ້ ຈົນ​ຮອດ​ການ​ໃຫ້​ດອກ ແລະ ການ​ຕັດ​ດອກ​ບັນ­ຈຸ​ໃສ່​ຫີບ​ແລ້ວ​ສົ່ງ​ອອກ. 
   ກ້ວຍ​ໄມ້​ມີ​ແຫຼ່ງ​ກຳ­ເນີດ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ຄື ອາ­ເມ­ລິ­ກາ​ລາ​ຕີນ ເປັນ​ອາ­ນາ​ບໍ­ລິ­ເວນ​ອາ­ເມ­ລິ­ກາ​ກາງ​ຕິດ​ກັບ​ເຂດ​ເໜືອ​ຂອງ​ອາ­ເມ­ລິ­ກາ​ໃຕ້ ສ່ວນ​ແຫຼ່ງ​ກຳ­ເນີດ​ກ້ວຍ​ໄມ້​ໃນ​ພູ­ມີ­ພາກ​ອາ­ຊີ ແລະ ປາ​ຊີ​ຟິກ, ກ້ວຍ​ໄມ້​ເປັນ​ພືດ​ທີ່​ມີ​ສ່ວນ​ຕ່າງໆ​ທີ່​ສົມ­ບູນ​ຄື ມີ​ຮາກ, ຕົ້ນ, ໃບ ແລະ ໝາກ, ກ້ວຍ​ໄມ້​ບໍ່​ມີ​ຮາກ­ແກ້ວ, ລຳ­ຕົ້ນ​ບໍ່​ມີ​ແກ່ນ, ສ່ວນ​ໃບ​ຈັດ​ເປັນ​ໃບ​ລ້ຽງ​ດ່ຽວ​ມີ​ເສັ້ນ​ຂະ ໜານ​ກັນ​ຕາມ​ຄວາມ​ຍາວ​ຂອງ​ໃບ. 
   ວິ­ທີ​ການ​ປູກ ເປັນ​ປັດ​ໄຈ​ສຳຄັນ​ຢ່າງ​ໜຶ່ງ​ທີ່​ຊ່ວຍ​ບັງ­ຄັບ​ການ​ຈະ­ເລີນ​ເຕີບ​ໂຕ​ຂອງ​ກ້ວຍ​ໄມ້, ຖ້າ​ໃຊ້​ວິ­ທີ​ບໍ່​ເໝາະ​ສົມ ກ້ວຍ​ໄມ້​ກໍ່​ບໍ່​ຈະ­ເລີນ​ງອກ​ງາມ​ເທົ່າ​ທີ່​ຄວນ ດັ່ງນັ້ນຜູ້​ປູກ​ກ້ວຍ​ໄມ້​ຈິ່ງ​ຈຳ­ເປັນ​ຕ້ອງ​ສຶກ​ສາ​ຄວາມ​ຕ້ອງ­ການ​ຂອງ​ກ້ວຍ​ໄມ້​ແຕ່​ລະ​ຊະ­ນິດ​ຕົ້ນ­ຕໍ​ແມ່ນ​ການ​ເລືອກ​ພາ­ຊະ­ນະ ແລະ ເຄື່ອງ​ປູກ​ລວມ​ທັງ​ວິ­ທີ​ການ​ປູກ​ໃຫ້​ເໝາະ​ສົມ​ກັບ​ກ້ວຍ​ໄມ້​ຊະ­ນິດ​ນັ້ນໆ. 
    ພາ­ຊະ­ນະ​ທີ່​ໃຊ້​ໃນ​ການ​ປູກ​ກ້ວຍ​ໄມ້​ມີ​ສ່ວນ​ສຳ­ຄັນ​ຕໍ່​ການ​ຈະ­ເລີນ​ງອກ​ງາມ​ຂອງ​ກ້ວຍ​ໄມ້ ດັ່ງ­ນັ້ນ ຈິ່ງ​ຄວນ​ຈັດ​ພາ­ຊະ­ນະ​ປູກ​ໃຫ້​ເໝາະ​ສົມ, ພາ­ຊະ­ນະ​ສຳ­ລັບ​ປູກ​ກ້ວຍ​ໄມ້​ມີ​ຫຼາຍ​ຊະ­ນິດ​ເຊັ່ນ: ກະ​ຖັງ​ດິນ​ເຜົາ​ຮູບ​ຈອກ, ກະ​ຖັງ​ດິນ​ເຜົາ​ຮູບ​ສູງ, ກະ­ຕ່າ​ທີ່​ເຮັດ​ດ້ວຍ​ໄມ້ ສັກ, ກະ­ຕ່າ​ຢາງ, ກະ​ຖັງ​ດິນ​ເຜົາ​ມີ​ຮູບ​ກົ້ນ​ກະ​ຖັງ, ທ່ອນ​ໄມ້​ທີ່​ມີ​ເປືອກ ແລະ ຕົ້ນ­ໄມ້​ໃຫຍ່. 
   ສ່ວນ​ເຄື່ອງ​ທີ່​ມາ​ປະ­ກອບ​ໃນ​ການ​ປູກ​ມີ​ພາ­ຊະ­ນະ​ທີ່​ໃຊ້​ປູກ​ກ້ວຍ​ໄມ້ ເປັນ​ທີ່​ເກັບ​ອາ­ຫານ, ເກັບ​ຄວາມ​ຊຸ່ມ ຫຼື ຝຸ່ນ​ຂອງ​ກ້ວຍ​ໄມ້ ແລະ ເພື່ອ​ໃຫ້​ຮາກ​ຂອງ​ກ້ວຍ​ໄມ້​ເກາະ​ຕົ້ນ​ຈະ​ໄດ້​ຕັ້ງ​ຢູ່​ໄດ້, ເຄື່ອງ​ທີ່​ເໝາະ​ສົມ​ກັບ​ລັກ­ສະ­ນະ​ການ​ຈະ­ເລີນ​ເຕີບ​ໂຕ​ຂອງ​ຮາກ​ກ້ວຍ​ໄມ້​ຈະ​ໃຫ້​ກ້ວຍ​ໄມ້​ເຕີບ​ໂຕ​ໄດ້​ດີ ແລະ ແຂງ­ແຮງ​ຕົ້ນ­ຕໍ​ແມ່ນ​ອອດ​ມັນ​ດ້າ ເປັນ​ເຄື່ອງ​ປູກ​ທີ່​ໄດ້​ມາ​ຈາກ​ຮາກ​ຂອງ​ເຟີນ ລັກ­ສະ­ນະ​ເປັນ​ເສັ້ນ​ຍາວ ສີ­ນ້ຳ­ຕານ​ຈົນ​ເກືອບ​ດຳ ຄ່ອນ​ຂ້າງ​ແຂງ ກ່ອນ​ທີ່​ຈະ​ໃຊ້​ຕ້ອງ​ລ້າງ​ໃຫ້​ສະ­ອາດ​ແລ້ວ​ຈຶ່ງ​ອັດ​ຕາມ​ລວງ​ຍາວ​ລົງ​ໄປ​ໃນ​ກະ​ຖັງ ກ່ອນ​ທີ່​ຈະ​ອັດ​ລົງ​ໃນ​ກະ​ຖັງ​ຄວນ​ຮອງ​ກົ້ນ​ກະ​ຖັງ​ດ້ວຍ​ກະ­ເບື້ອງ​ແຕກ ຫຼື ຖ່ານ​ປະ­ມານ​ເຄິ່ງ​ຫນຶ່ງ​ຂອງ​ກະ​ຖັງ ເພື່ອ​ໃຫ້​ລະ­ບາຍ​ນ້ຳ​ໄດ້​ສະ­ດວກ​ບໍ່​ຄວນ​ອັດ​ອອດ​ສະ​ມັນ​ດ້າ​ໃຫ້​ເຕັມ​ກະ​ຖັງ ກ່ອນ​ຈະ​ໃຊ້​ຄວນ​ແຊ່​ນ້ຳ ຫຼື ຕົ້ມ​ເພື່ອ​ຂ້າ​ເຊື້ອ​ລາ​ກ່ອນ ອອດ​ສະ​ມັນ​ດ້າ ເປັນ​ເຄື່ອງ​ປູກ​ທີ່​ດີ ແຕ່​ມີ​ລາ­ຄາ​ຂ້ອນ​ຂ້າງ​ແພງ ແລະ ສາ­ມາດ​ລ້ຽງ​ກ້ວຍ​ໄມ້​ໄດ້​ຈະ­ເລີນງອກ​ງາມ​ສະ​ຫມ່ຳ​ສະ­ເຫມີ, ມີ​ອາ­ຍຸ​ການ​ໃຊ້​ງານ 2-3 ປີ 
    ສ່ວນ​ເປືອກ​ໝາກ­ພ້າວ ເປັນ​ເຄື່ອງ​ປູກ​ທີ່​ນິ­ຍົມ​ໃຊ້​ປູກ​ກ້ວຍ​ໄມ້​ຫຼາຍ​ເພາະ​ຫາ​ງ່າຍ, ລາ­ຄາ​ຖືກ ເໝາະ​ທີ່​ຈະ​ໃຊ້​ອັດ​ລົງ​ໃນ​ກະ​ຖັງ​ດິນ​ເຜົາ​ສຳ­ລັບ​ໃຊ້​ປູກ​ກ້ວຍ​ໄມ້​ຮາກ​ກາງ​ອາ­ກາດ ແລະ ວິ­ທີ​ໃຊ້​ແມ່ນ​ໃຊ້​ເປືອກ​ໝາກ­ພ້າວ​ແຫ້ງ​ທີ່​ແກ່​ແທ້ໃຫ້​ນຳ​ເອົາ​ເປືອກ​ອັດ​ຕາມລວງ​ຍາວ​ໃຫ້​ແໜ້ນ​ລົງ​ໃນ​ກະ​ຖັງ, ຕັດ​ໜ້າ​ໃຫ້​ລຽບ​ແລ້ວ​ໃຊ້​ແປງ​ລວດ​ປັດ​ໜ້າ ເພື່ອ​ໃຫ້​ດູດ​ນ້ຳ​ດີ​ຂຶ້ນ ກາບ​ໝາກ­ພ້າວ​ເປັນ​ເຄື່ອງ​ປູກ​ທີ່​ໄດ້​ຄວາມ​ຊຸ່ມ​ສູງເໝາະ​ສຳ­ລັບ​ກ້ວຍ​ໄມ້​ປູກ​ໃໝ່ ເພາະ​ຈະ​ເຮັດ​ໃຫ້​ຕັ້ງ​ຕົວ​ໄວ ຈິ່ງ​ເຮັດ​ໃຫ້​ກ້ວຍ​ໄມ້​ຈະ­ເລີນ​ງອກ​ງາມ​ໄວ​ກວ່າ​ປູກ​ດ້ວຍ​ເຄື່ອງ​ປູກ​ຊະ­ນິດ​ອື່ນໆ ແຕ່​ອາ­ຍຸ​ໃນ​ການ​ໃຊ້​ງານ​ຂອງ​ກາບ​ໝາກ­ພ້າວ​ຈະ​ໃຊ້​ໄດ້​ພຽງ​ປີ​ດຽວ​ກໍ່​ຈະ​ຜຸ, ຂໍ້​ເສຍ​ອີກ​ຢ່າງ​ຫນຶ່ງ​ແມ່ນ​ເກີດ​ມີ​ໄຄ​ນ້ຳ​ໄດ້​ງ່າຍ ເນື່ອງ​ຈາກ​ກາບ​ໝາກ­ພ້າວ​ອົມ​ຄວາມ​ຊຸ່ມ​ໄດ້​ຫຼາຍ ຈຶ່ງ​ຄວນ​ຫົດ​ນ້ຳ​ນ້ອຍ​ກວ່າ​ເຄື່ອງ​ປູກ​ປະ­ເພດ​ອື່ນໆ. 
     ຖ່ານ​ເປັນ​ເຄື່ອງ​ປູກ​ກ້ວຍ​ໄມ້​ທີ່​ດີ​ຊະ­ນິດ​ໜຶ່ງ ເພາະ​ລາ­ຄາ​ບໍ່​ແພງຄົງ​ທົນ​ຖາ­ວອນບໍ່​ເນົ່າ ແລະ ຜຸ​ພັງ​ງ່າຍ, ດູດ​ອົມ​ນ້ຳ​ໄດ້​ດີ​ພໍ​ສົມ­ຄວນ​ບໍ່​ປຽກ ຫຼື ຊຸ່ມ​ເກີນ​ໄປ, ຍັງ​ຊ່ວຍ​ດູດ​ກິ່ນ​ທີ່​ເນົ່າ​ເສຍ ແລະ ເຮັດ​ໃຫ້​ອາ­ກາດ​ບໍ­ລິ­ສຸດ​ໄດ້​ອີກ ແຕ່​ຂໍ້​ເສຍ​ເນື່ອງ​ຈາກ​ຈະ​ມີ​ເຊື້ອ​ລາ​ຢູ່ໃນ​ການ​ໃຊ້​ຖ່ານ​ເປັນ​ເຄື່ອງ​ປູກ​ຄວນ​ໃຊ້​ຖ່ານ​ປົ່ນ​ທີ່​ເປັນ​ກ້ອນ​ນ້ອຍໆ​ປະ­ສົມ​ກັບ​ວັດ​ສະ​ດຸ​ທີ່​ຫັກ ຮອງ​ກົ້ນ​ກະ​ຖັງ​ປະ­ມານ​ເຄິ່ງ​ໜຶ່ງ​ແລ້ວ​ໃສ່​ຖ່ານ​ປົນ​ທັບ​ຈົນ​ເຕັມ​ກະ​ຖັງ​ຈິ່ງ​ນຳ​ເອົາ​ຕົ້ນ​ກ້ວຍ​ໄມ້​ລົງ​ປູກ ຫຼື ຈະ​ໃຊ້​ຊາຍ​ແກ່, ຫີນ​ກໍ່​ໄດ້. 
    ກ້ວຍ​ໄມ້ ສາ­ມາດ​ສ້າງ​ຈາກ​ການ​ເພາະ​ໃຍ (ຫຼື ແກ່ນ, ເນື້ອ​ເຍື່ອ) ຂອງ​ກ້ວຍ​ໄມ້​ອອກ​ຈາກ​ແກ້ວ​ແລ້ວ​ລ້າງ​ໃຫ້​ໝົດ​ເສດ​ວຸ້ນ​ອາ­ຫານນຳ​ລົງ​ຈຸ່ມ​ໃນ​ນ້ຳ​ຢາ​ນາ​ຕຣີ​ຟິນ ໃນ​ອັດ­ຕາ​ສ່ວນ​ນ້ຳ​ຢາ 1ສ່ວນ​ຕໍ່​ນ້ຳ​ສະ­ອາດ 2.000 ລິດ ແລ້ວ​ນຳ­ໄປ​ຕາກ­ແດດ​ໃຫ້​ແຫ້ງ​ໃນ​ບ່ອນ​ຮົ່ມ ແຍກ​ລູກ​ກ້ວຍ​ໄມ້​ອອກ​ເປັນ 2 ຂະ­ໜາດຄື ຂະ­ໜາດ​ນ້ອຍ​ກັບ​ຂະ­ໜາດ​ໃຫຍ່​ພໍ​ຈະ​ປູກ​ລົງ​ໃນ​ກະ​ຖັງ.
ການ​ປູກ​ກ້ວຍ​ໄມ້​ຂະ­ໜາດ​ນ້ອຍ ລູກ​ກ້ວຍ​ໄມ້​ຂະ­ໜາດ​ນ້ອຍ​ໃຫ້​ປູກ​ໃນ​ກະ​ຖັງ​ລວມ​ໝູ່ ຫຼື ກະ​ຖັງ​ດິນ​ເຜົາ​ຂະ­ໜາດ​ສູງ 10-15 ຊັງ​ຕີ​ແມັດ ຮອງ​ກົ້ນ​ກະ​ຖັງ​ດ້ວຍ​ຖ່ານ​ຂະ­ໜາດ​ປະ­ມານ 2,5 ຊັງ​ຕີ​ແມັດ, ສ່ວນ​ຄວາມ​ສູງ​ໃຫ້​ໄດ້​ເກືອບ​ເຄິ່ງ​ຂອບ​ລຸ່ມ​ຂອງ​ກະ​ຖັງ​ແລ້ວ​ໂຮຍ​ທັບ​ດ້ວຍ​ອອດ​ສະ​ມັນ​ດ້າ​ໜາ​ປະ­ມານ 2,5 ຊັງ​ຕີ​ແມັດ, ໃຫ້​ອອດ​ສະ​ມັນ​ດ້າ​ຕ່ຳ​ກວ່າ​ຂອບ​ກະ​ຖັງ​ປະ­ມານ 1,5  ຊັງ​ຕີ​ແມັດ ໃຊ້​ມື​ຂ້າງ​ໜຶ່ງ​ຈັບ​ໄມ້​ກົມໆ​ເຈາະ​ໜ້າ​ອອດ​ສະ​ມັນ​ດ້າ​ໃນ​ກະ​ຖັງ​ໃຫ້​ເປັນ​ຮູ​ເລິກ ແລະ ກວ້າງ​ພໍ​ສົມ­ຄວນ, ໃຊ້​ມື​ອີກ​ຂ້າງ​ໜຶ່ງ​ຈັບ​ຄີມ​ຄີບ​ລູກ​ກ້ວຍ​ຄ່ອຍໆ​ແລ້ວ​ເອົາ​ຮາກ​ຢ່ອນ​ລົງ​ໄປ​ໃນ​ຮູ​ທີ່​ເຈາະ​ໄວ້​ໂດຍ​ໃຫ້​ຢອດ​ລົງ​ຊື່ ຈາກ​ນັ້ນ​ກໍ່​ເອົາ​ອອດ​ສະ​ມັນ​ດ້າ​ປົກ​ລົງ​ໃນ​ຮູ​ໃຫ້​ທັບ​ຮາກ​ຮຽບ​ຮ້ອຍ ຄວນ​ກະ​ໄລ­ຍະ​ຫ່າງ​ລະ­ຫວ່າງ​ຕົ້ນ​ໃຫ້​ພໍ­ດີ, ຖ້າ​ເປັນ​ກະ​ຖັງ​ລວມ​ໝູ່​ຂະ­ໜາດ​ປາກ​ກວ້າງ 10 ຊັງ​ຕີ​ແມັດ ປູກ​ລູກ​ກ້ວຍ​ໄມ້​ໄດ້​ປະ­ມານ 40-50 ຕົ້ນ. 
ການ​ປູກ​ກ້ວຍ​ໄມ້​ຂະ­ໜາດ​ໃຫຍ່ ລູກ​ກ້ວຍ​ໄມ້​ທີ່​ຕົ້ນ​ໃຫຍ່​ໃຫ້​ປູກ​ໃນ​ກະ​ຖັງ​ຂະ­ໜາດ 2,5 ຊັງ​ຕີ​ແມັດ ໃຊ້​ໄມ້​ແຂງໆ​ຄ່ອຍໆ​ເຄາະ​ອອດ​ສະ​ມັນ​ດ້າ​ໃນ​ກະ​ຖັງ​ຕາມ​ແນວ​ຕັ້ງ​ອອກ​ມາ​ໃຊ້​ນິ້ວ​ມື​ຮັດ​ເສັ້ນ​ອອດ​ສະ​ມັນ​ດ້າ​ໃຫ້​ຄົງ​ເປັນ​ຮູບ​ຕາມ​ເດີມ ແລະ ຄ່ອຍໆ​ເບາະ​ອອດ​ສະ​ມັນ​ດ້າ​ໃຫ້​ແພ່​ເທິງ​ຝ່າ­ມື ຈາກ​ນັ້ນ​ກໍ່​ຈັບ​ເອົາ​ລູກ​ກ້ວຍ​ໄມ້​ມາ​ວາງ​ທັບ​ໃຫ້​ລຳ­ຕົ້ນ​ຢູ່​ໃນ​ລະ­ດັບ​ຜິວ​ໜ້າ​ຕັດ​ຂອງ​ອອດ​ສະ​ມັນ​ດ້າ​ພໍ­ດີ ຫຼື  ຫຼຸດ​ກ່ອນ​ໜ້ອຍ​ໜຶ່ງ ແລ້ວ​ຮວບ​ອອດ​ສະ​ມັນ​ດ້າ​ເຂົ້າ​ດ້ວຍ​ກັນ ຫຼັງ​ຈາກ​ນັ້ນ​ກໍ່​ນຳ​ກັບ​ໄປ​ໃສ່​ກະ​ຖັງ​ຄື­ເກົ່າ ສຳ­ເລັດ​ແລ້ວ​ນຳ​ເຂົ້າ​ໄປ​ເກັບ​ໄວ້​ໃນ​ບ່ອນ​ລ້ຽງ​ລູກ​ກ້ວຍ​ໄມ້ ສຳ­ລັບ​ລູກ​ກ້ວຍ​ໄມ້​ຂະ­ໜາດ​ນ້ອຍ​ທີ່­ຢູ່​ໃນ​ກະ​ຖັງ​ລວມ​ໝູ່​ມາ​ເປັນ​ໄລ­ຍະ​ເວ­ລາ​ປະ­ມານ 6 ເດືອນ​ຂຶ້ນ​ໄປ​ຈະ​ມີ​ລຳ­ຕົ້ນ​ໃຫຍ່​ແຂງ­ແຮງ​ພໍ​ສົມ­ຄວນ ຈິ່ງ​ຍ້າຍ​ໄປ​ປູກ​ໃນ​ກະ​ຖັງ​ນິ້ວ ໂດຍ​ນຳ​ກະ​ຖັງ​ລວມ​ໝູ່​ໄປ​ແຊ່​ນ້ຳ​ປະ­ມານ 10 ນາ­ທີ ຈາກ​ນັ້ນ​ຄ່ອຍໆ​ແກະ​ຮາກ​ທີ່​ຈັບ​ກະ​ຖັງ ແລະ ເຄື່ອງ​ປູກ​ອອກ​ແລ້ວ​ແຍກ​ເປັນ­ຕົ້ນໆ ຈິ່ງ​ນຳ­ໄປ​ປູກ​ໃນ​ກະ​ຖັງ​ນິ້ວ​ຄື​ກັນ. 
ເມື່ອ​ລູກ​ກ້ວຍ​ໄມ້​ໃນ​ກະ​ຖັງ​ນິ້ວ​ມີ​ຮາກ​ຈະ­ເລີນ​ແຂງ­ແຮງ​ດີ ແລະ ມີ​ໃບ​ຍາວ​ປະ­ມານ​ຂ້າງ​ລະ 5ຊັງ​ຕີ​ແມັດ ເຊິ່ງ​ໃຊ້​ເວ­ລາ​ໃນ​ການ​ປູກ​ປະ­ມານ 6-7ເດືອນ ກໍ່​ນຳ​ລົງ​ໄປ​ໃນ​ກະ­ເຊົ້າ​ໄມ້​ຂະ­ໜາດ 7,5-12,5ຊັງ​ຕີ​ແມັດ ດ້ວຍ​ການ​ນຳ​ກະ​ຖັງ​ນິ້ວ​ໄປ​ແຊ່​ນ້ຳ​ປະ­ມານ 5-10ນາ­ທີ ເພື່ອ​ໃຫ້​ແກະ​ອອກ​ຈາກ​ກະ​ຖັງ​ໄດ້​ງ່າຍ ໂດຍ​ການ​ໃຊ້​ນິ້ວ​ມື​ດັນ​ບໍ­ລິ­ເວນ​ກົ້ນ​ກະ​ຖັງ​ທັງ​ຕົ້ນ ແລະ ອອດ​ສະ​ມັນ​ດ້າ​ຈະ​ຫຼຸດ​ອອກ​ມາ, ສ່ວນ​ມື​ເບື້ອງ​ໜຶ່ງ​ຈັບ​ອອດ​ສະ​ມັນ​ດ້າ ແລະ ລູກ​ກ້ວຍ​ໄມ້​ວາງ​ລົງ​ກາງ​ກະ­ເຊົ້າ​ທີ່​ກຽມ​ໄວ້, ສ່ວນ​ມື​ອີກ​ເບື້ອງ​ໜຶ່ງ​ຈັບ​ກ້ອນ​ຖ່ານ​ໄມ້​ຂະ­ໜາດ​ພໍ​ເໝາະ​ສົມ​ໃສ່​ລົງ​ໄປ​ໃນ​ໄລ­ຍະ​ລະ­ຫວ່າງ​ອອດ​ສະ​ມັນ​ດ້າ​ກັບ​ຂອບ​ກະ­ເຊົ້າ​ໃຫ້​ຄວບ​ຄຸມ​ລຳ­ຕົ້ນ​ໄດ້ ຈາກ​ນັ້ນ​ກໍ່​ນຳ­ໄປ​ແຂວນ​ໄວ້. 
ຫຼັງ​ຈາກ​ປູກ​ກ້ວຍ​ໄມ້​ມີ​ໃບ​ຍາວ 10-12,5 ຊັງ​ຕີ​ແມັດ ຄວນ​ຍ້າຍ​ໄປ​ປູກ​ໃນ​ກະ­ເຊົ້າ​ຂະ­ໜາດ 20-25 ຊັງ​ຕີ​ແມັດ ໂດຍ​ການ​ສຸບ​ກະ­ເຊົ້າ​ເກົ່າ​ລົງ​ໄປ​ໃນ​ກະ­ເຊົ້າ​ໃໝ່​ເພື່ອ​ໃຫ້​ຮາກ​ມີ​ການ​ກະ­ທົບ­ກະ­ເທືອນ​ແລ້ວ​ໃຊ້​ກ້ອນ​ຖ່ານ​ໄມ້​ກ້ອນ​ໃຫຍ່ໆ​ວາງ​ທັບ​ກັນ​ໂລ່ງ ຫຼື ຈະ​ບໍ່​ໃຊ້​ເລີຍ​ກໍ່​ໄດ້ ເນື່ອງ​ຈາກ​ກ້ວຍ​ໄມ້​ບໍ່​ຕ້ອງ­ການ​ເຄື່ອງ​ປູກ​ທີ່​ແໜ້ນ ແລະ ປຽກ​ຊຸ່ມ​ເປັນ​ເວ­ລາ​ດົນໆ, ແຕ່​ຖ້າ​ບໍ່​ຕ້ອງ­ການ​ສຸບ​ກະ­ເຊົ້າ​ເກົ່າ​ລົງ​ໄປ​ກໍ່​ນຳ​ກະ­ເຊົ້າ​ເກົ່າ​ໄປ​ແຊ່​ນ້ຳ​ກ່ອນ ເພື່ອ​ໃຫ້​ແກະ​ຮາກ​ທີ່​ຕິດ​ຈັບ​ກະ­ເຊົ້າ​ອອກ​ໄດ້​ງ່າຍ. 
ສຳ­ລັບ​ກ້ວຍ​ໄມ້​ລຳ­ຕົ້ນ​ໃຫຍ່​ທີ່​ໄດ້​ມາ​ຈາກ​ບ່ອນ​ອື່ນ ຫຼື ຈາກ​ການ​ແຍກ​ໜໍ່ຈະ​ຕ້ອງ​ຕັດ​ຮາກ ແລະ ໃບ​ທີ່​ເນົ່າ ຫຼື ເປັນ​ບາດ­ແຜ​ໃຫຍ່ໆ​ຖິ້ມ​ເສຍ​ກ່ອນ ຮາກ​ບາງ​ສ່ວນ​ທີ່​ຍັງ​ດີ​ແຕ່​ຍາວ​ເກີນ​ໄປ​ອາດ​ຕັດ​ໃຫ້​ສັ້ນ​ຈົນ​ເກືອບ​ເຖິງ​ລຳ­ຕົ້ນ​ແລ້ວ​ທາ​ບໍ­ລິ­ເວນ​ທີ່​ຕັດ​ທຸກ​ບ່ອນ​ດ້ວຍ​ປູນ​ແດງ ຫຼື ຢາ​ປ້ອງ​ກັນ​ໂລກ​ເຊັ່ນ ອອ​ຣ໌ໂ​ທ​ໄຊ 50 ປະ­ສົມ​ນ້ຳ​ໃຫ້​ເລະ​ຫຼາຍໆ ແລ້ວ​ນຳ​ຕົ້ນ​ກ້ວຍ​ໄມ້​ລົງ​ປູກ​ໃນ​ກະ­ເຊົ້າ​ໄມ້​ທີ່​ມີ​ຂະ­ໜາດ​ເໝາະ​ສົມ​ກັບ​ລຳ­ຕົ້ນ. 
 ນອກ­ຈາກ​ນັ້ນຍັງ​ສາ­ມາດນໍາເອົາ​ກ້ວຍ​ໄມ້​ຕົ້ນ​ໃຫຍ່​ໄປ​ມັດຕິດ​ກັບ​ທ່ອນ​ໄມ້ ຫຼື ກະ­ເຊົ້າ​ໃຫ້​ບໍລິ​ເວນ​ລໍາ­ຕົ້ນ​ຕິດ​ຢູ່​ກັບ​ພາ­ຊະ­ນະ ປູກສ່ວນ​ຍອດ​ອາດ​ຕັ້ງ​ພາດ​ຂຶ້ນໄປ ຫຼື ລໍາ­ຕົ້ນ​ໂນ້ມ​ໄປ​ທາງ​ໜ້າ ແລະ ສ່ວນ​ຍອດ​ເງີຍ​ຂຶ້ນມັດ​ລໍາຕົ້ນ​ໃຫ້​ຊື່​ບໍ­ລິ­ເວນ​ເທິງ​ກົກ​ຕົ້ນ​ຂຶ້ນໄປ​ໜ້ອຍ​ໜຶ່ງ​ໃຫ້​ຕິດ​ກັບ​ພາ​ຊະນະ​ປູກ​ດ້ວຍ​ເຊືອກ​ຟາງ ຫຼື ລວດ 1-2 ຈຸດ ແລະ ມັດ​ຮາກ​ໃຫຍ່ໆໃຫ້​ຕິດ​ກັບ​ພາ­ຊະ­ນະ​ປູກ​ອີກ1-2 ຈຸດ ເພື່ອ​ໃຫ້​ຕິດ​ແໜ້ນ ອາດ​ຈະໃຊ້​ກາບ​ໝາກ­ພ້າວ​ກາບ​ອ່ອນ​ຈຸ່ມນ້ໍາ​ໃຫ້​ຊຸ່ມ​ມັດ​ຫຸ້ມ​ບາງໆ​ອ້ອມຮອບ​ກົນ​ຕົ້ນ​ກ້ວຍ​ໄມ້​ເທິງ​ບໍ​ລິເວນ​ເກີດ​ຮາກ​ໜ້ອຍ​ໜຶ່ງ​ກັບ​ທ່ອນໄມ້​ກໍ່​ໄດ້ ແລະ ນຳ​ທ່ອນ​ໄມ້ ຫຼື ກະ­ເຊົ້າ​ໄປ​ແຂວນ​ເທິງ​ຮາວ ເມື່ອເກີດ​ຮາກ​ໃໝ່​ເກາະ​ຕິດ​ພາ­ຊະ­ນະປູກ​ດີ​ແລ້ວ​ຈິ່ງ​ຕັດ​ເຊືອກ​ຟາງ ຫຼື ລວດ​ອອກ 

ກ້ວຍ​ໄມ້ກ້ວຍ​ໄມ້​ເປັນ​ພືດ​ໃບ​ລ້ຽງ​ດ່ຽວ, ດອກ​ຍອດ​ນິ­ຍົມ ເພາະ​ລັກ­ສະ­ນະ​ດອກ ແລະ ສີ­ສັນ​ລວ­ດລາຍ​ສວຍ​ງາມ,  ເປັນ​ພືດ​ເສດ­ຖະ­ກິດ​ທີ່​ມີ​ຄວາມ​ສຳ­ຄັນ ເພາະ​ເປັ

   ການ​ປູກ​ພືດ​ຊະ­ນິດ​ໃດ​ກໍ່​ຕາມລ້ວນ​ແຕ່​ມີ​ຄວາມ​ຕ້ອງ­ການ​ໃຍ​ອາ­ຫານ​ເພື່ອ​ໄປ​ລ້ຽງ​ລຳ­ຕົ້ນ​ກໍ່ໃຫ້​ເກີດ​ຜົນ​ສູງ​ສຸດ ໂດຍ​ສະ­ເພາະນ້ໍາ ແລະ ຝຸ່ນ, ສ່ວນ​ການ​ປູກກ້ວຍ​ໄມ້​ກໍ່​ຄື​ກັບ​ພືດ​ຊະ­ນິດ​ອື່ນ​ທີ່ມີ​ຄວາມ​ຕ້ອງ­ການ​ສິ່ງ​ເຫຼົ່າ​ນີ້​ໄປ​ຫຼໍ່­ລ້ຽງ​ລໍາ­ຕົ້ນ ເພາະ​ນ້ໍາ​ມີ​ຄວາມສໍາຄັນ​ຕໍ່​ກັບ​ການ​ຈະ­ເລີນ​ເຕີບໂຕ​ຂອງ​ກ້ວຍ​ໄມ້ ແລະ ນ້ໍາເປັນຕົວ​ລະ­ລາຍ​ສານ​ອາ­ຫານ​ຕ່າງໆ ເພື່ອ​ໃຫ້​ຮາກ​ຂອງ​ກ້ວຍ​ໄມ້​ສາມາດ​ດູດ​ອາ­ຫານ​ໄປ​ລ້ຽງ​ສ່ວນຕ່າງໆ​ໄດ້, ກ້ວຍ​ໄມ້​ຕ້ອງ­ການນ້ໍາສະ­ອາດ​ປາ­ສະ­ຈາກ​ເກືອ​ແຮ່ທີ່​ເປັນ​ພິດ ແລະ ມີ​ຄວາມ​ຕ້ອງການ​ກົດ ຫຼື ດ່າງ pH ຢູ່​ລະ­ຫວ່າງ 6-7 ແຕ່​ນ້ໍາ​ທີ່​ມີ​ຄຸນ­ສົມ­ບັດ​ເໝາະສົມ​ທີ່​ສຸດ​ຕໍ່​ຄວາມ​ຕ້ອງ­ການ​ຂອງກ້ວຍ​ໄມ້​ຄື​ນ້ໍາ​ບໍ­ລິ­ສຸດ​ທີ່​ມີ​ຄວາມເປັນ​ກົດ​ອ່ອນໆ​ມີ­ຄ່າ pH ປະ­ມານ 6,5, ນ້ຳ​ທີ່​ມີ pH ຕ່ໍາ​ກວ່າ 5,5 ຫຼື ສູງ​ກວ່າ7 ຈິ່ງ​ບໍ່​ຄວນ​ນໍາ​ມາໃຊ້​ຫົດ​ກ້ວຍ​ໄມ້ ແລະ ການ​ຫົດນ້ໍາ​ກ້ວຍ​ໄມ້​ປົກ­ກະ­ຕິ​ຄວນ​ໃຫ້​ວັນລະ​ເທື່ອ​ຍົກ­ເວັ້ນ​ວັນ​ທີ່​ມີ​ຝົນ­ຕົກ, ຄວນ​ຫົດ​ເວ­ລາ​ທີ່​ແດດ­ບໍ່­ກ້າ​ເຊັ່ນໃນ​ຍາມ​ເຊົ້າເພາະ​ນອກ­ຈາກ​ບໍ່ຮ້ອນ​ແລ້ວ​ຍັງ​ເປັນ​ໄລ­ຍະ​ເວ­ລາທີ່​ມີ​ແສງ​ແດດ​ຍາວ​ນານ, ກ້ວຍໄມ້​ມີ​ຄວາມ​ຈໍາ­ເປັນ​ຕ້ອງ​ໃຊ້ແສງ​ແດດ​ໄປ​ຊ່ວຍ​ໃນ​ການ​ປຸງອາ­ຫານ ເພື່ອ​ໄປ​ລ້ຽງ​ສ່ວນຕ່າງໆ, ສະ­ນັ້ນ ໃນ​ເວ­ລາ​ກາງເວນ ຈິ່ງ​ເປັນ​ເວ­ລາ​ທີ່​ກ້ວຍ​ໄມ້ຕ້ອງ​ໃຊ້​ຮາກ​ດູດ​ຄວາມ​ຊຸ່ມ ແລະ ນໍາ​ອາ­ຫານ​ໄປ​ລ້ຽງ​ສ່ວນ​ຕ່າງໆ​ຫຼາຍ​ທີ່​ສຸດ​ການ​ຫົດ​ນ້ຳ​ໃນ​ເວ­ລາເຊົ້າ​ຈິ່ງ​ໄດ້​ຮັບ​ປະ­ໂຫຍດ​ຫຼາຍໃນ​ການ​ຫົດ​ນ້ໍາ​ໃຫ້​ປຽກ ເພື່ອເປັນ​ການ​ລ້າງ​ເສດ​ຝຸ່ນ​ທີ່​ຕົກ​ຄ້າງ ເຊິ່ງ​ອາດ​ເປັນ​ພິດ​ແກ່​ກ້ວຍ​ໄມ້​ໃຫ້​ໄຫຼ​ຫຼຸດ​ໄປ, ບໍ່​ຄວນ​ຫົດ​ນ້ໍາແຮງ ຫຼື  ດົນ​ເກີນ​ໄປ​ຄວນ​ຫົດ​ແບບ​ຜ່ານໄປ-ມາ​ຫຼາຍໆ​ຄັ້ງ​ຈົນ​ປຽກ ທັງ​ນີ້ ກໍ່​ເພື່ອ​ໃຫ້​ກະ​ຖັງ ແລະ ເຄື່ອງ​ປູກມີ​ໂອ­ກາດ​ດູດ​ຊຶມ​ອົມ​ນ້ໍາ​ໄວ້​ເຕັມ ທີ່, ການ​ຫົດ​ນ້ໍາ​ຄວນ​ຫົດ​ສະເພາະ​ແຕ່​ກະ​ຖັງ ແລະ ເຄື່ອງ​ປູກເທົ່າ​ນັ້ນ​ບໍ່​ຄວນ​ຫົດ​ຖືກ​ຍອດ ເພາະ​ຈະ​ເຮັດ​ໃຫ້​ເກີດ​ໂລກ​ຍອດ ເນົ່າ​ໄດ້. 
   ໂດຍ​ທົ່ວ​ໄປ​ຝຸ່ນ (ປຸ໋ຍ) ວິ​ທະຍາ​ສາດ​ໃນ​ການ​ປູກ​ກ້ວຍ​ໄມ້ ນອກ­ຈາກ​ຈະ​ລະ­ລາຍ​ນ້ໍາ​ໄດ້​ດີ ແລະ ສະ­ດວກ​ໃນ​ການ​ໃຊ້​ຍັງ​ມີ​ທາດ​ອາ­ຫານ​ຄົບ​ຖ້ວນ​ຕາມຄວາມ​ຕ້ອງ­ການ​ຂອງ​ກ້ວຍ​ໄມ້, ຝຸ່ນ­ວິ­ທະ­ຍາ­ສາດ​ທີ່​ໃຊ້​ໃນ​ການປູກ​ກ້ວຍ​ໄມ້​ຈະ​ມີ 3 ລັກ­ສະ­ນະ ເຊັ່ນ: ເປັນ​ນ້ໍາ, ເປັນ​ເມັດ​ລະ­ລາຍນ້ໍາ ແລະ ເປັນ​ເມັດ​ລະ­ລາຍ​ຊ້າ 
   ສໍາ­ລັບ​ປຸ໋ຍ​ນ້ໍາ ເປັນ​ປຸ໋ຍ​ທີ່​ມີທາດ​ອາ­ຫານ​ລະ­ລາຍ​ຢູ່​ໃນ​ຮູບຂອງ​ແຫຼວ ເມື່ອ​ຕ້ອງ­ການ​ໃຊ້ຕ້ອງ​ນໍາ​ມາ​ປະ­ສົມ​ກັບ​ນ້ໍາຕາມສ່ວນ​ທີ່​ລະ­ບຸ​ໄວ້​ໃນ​ສະ­ຫຼາກ ແລະ ປຸ໋ຍ​ຊະ­ນິດ​ອື່ນ​ກໍ່​ຄື​ກັນ ເມື່ອ​ຈະໃຊ້​ຕ້ອງ​ປະ­ສົມ​ນ້ໍາ​ກ່ອນ ຫຼື ປະ­ຕິບັດ​ຕາມ​ຄໍາແນະ­ນໍາ, ສ່ວນ​ປຸ໋ຍເມັດ​ລະ­ລາຍ​ແມ່ນ​ຈະ​ໃຊ້​ເວ­ລາລະ­ລາຍ​ຊ້າ ສະ­ນັ້ນ ຈິ່ງ​ຄວນ​ໃຊ້​ເທື່ອ​ດຽວ​ກຸ້ມ​ໄດ້​ຫຼາຍ​ເດືອນ​ຍັງປະ­ຢັດ​ແຮງ​ງານ​ນໍາ​ອີກ.

ກ້ວຍ​ໄມ້ກ້ວຍ​ໄມ້​ເປັນ​ພືດ​ໃບ​ລ້ຽງ​ດ່ຽວ, ດອກ​ຍອດ​ນິ­ຍົມ ເພາະ​ລັກ­ສະ­ນະ​ດອກ ແລະ ສີ­ສັນ​ລວ­ດລາຍ​ສວຍ​ງາມ,  ເປັນ​ພືດ​ເສດ­ຖະ­ກິດ​ທີ່​ມີ​ຄວາມ​ສຳ­ຄັນ ເພາະ​ເປັ

ຫມາກ​ນາວ​ກັບ​ການ​ຮັກ​ສາ​ຜິວ​ພັນ

http://i1078.photobucket.com/albums/w489/chaitayang/

1 ສູດໜ້າໃສລຸດສິວ ໝາກນາວ ກັບ​ດິນ​ສໍ​ພອງ ນຳ​ມາ​ຄົນ​​ໃຫ້​ເຂົ້າ​ກັນ​ຈົນ​ຂຸ້ນພອກ​ໜ້າ​ໄວ້ 10-15 ນາ​ທີ ແລ້ວ​ລ້າງ​ອອກ ເຮັດ​ກ່ອນ​ນອນ 3-4 ເທື່ອ​ຕໍ່​ອາທິດໜ້າ​ຈະ​ຂາວ​ໃສ​
2 ສູດ​ໜ້າ​ອອ່ນ  ໝາກນາວ​ກັບ​ນ້ຳ​ເຜິ້ງນຳ​ມາ​ປະສົມ​ກັນແລ້ວ​ທາ​ໃຫ້​ທົ່ວ​ໃບ​ໜ້າ​ຖິ້ມ​ໄວ້​ປະ​ມານ 15-20 ນາ​ທີ​ແລ້ວ​ລ້າງ​ອອກ ເຮັດ​ອາທິດ​ລະ 1 ເທື່ອຈະ​ຮູ້ສຶກ​ໄດ້​ວ່າ​ໜ້າ​ອ່ອນ​ແລະ​ນຸ່ມ​ຫລາຍ
3 ສູດ​ກະ​ຊັບ​ລູ​ຂຸມ​ຂົນ ໝາກນາວນ້ຳ​ອຸ່ນແລະ​ນ້ຳ​ເຢັນ ເລີ່ມ​ຈາກ​ທາ​ນ້ຳ​ໝາກ​ນາວ​ໃຫ້​ທົ່ວ​ໃບ​ໜ້າປະ​ໄວ້ 15 ນາ​ທີ ແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ອຸ່ນແລະ​ໃຊ້​ນ້ຳ​ເຢັນ​ລ້າງ​ໜ້າ​ອີກ​ຄັ້ງ
4. ສູດ​ມື​ນຸ່ມ ນ້ຳ​ມະ​ນາວ ແລະ​ນ້ຳ​ຕານ​ຊາຍ ນຳ​ມາ​ປະສົມ​ກັນ​ແລະ​ນຳ​ມາ​ຖູ​ມື10-15 ນາ​ທີ ລ້າງ​ອອກ​ດ້ວຍ​ນ້ຳ​ອຸ່ນ​ກັບ​ສະ​ບູ່ ເຊັດ​ໃຫ້​ແຫ້ງ ແລະ​ທາ​ດ້ວຍ​ໂລ​ຊັ່ນ
5. ສູດ​ລຸດ​ຮອຍຕີນ​ກາ  ນ້ຳ​ໝາກນາວ ນ້ຳເ​ຜິ້ງ,ແປ້ງ​ໝີ່ແລະ​ໄຂ່​ແດງ ນຳ​ສ່ວນ​ປະສົມ​ທັງ​ໝົດ​​ໃຫ້​ເຂົ້າ​ກັນແລ້ວ​ພອກ​ໜ້າ​​ໄວ້ 15 ນາ​ທີລ້າງ​ອອກ​ດ້ວຍ​ນ້ຳ​ອຸ່ນເຮັດ​ອາທິດ​ລະ1-2 ຄັ້ງ 
6 ສູດ​ແກ້​ແຂນສອກ ຫົວ​ເຂົ່າ​ດຳ​ດ້ານ ໃຊ້​ເປືອກ​ມະ​ນາວ ທີ່​ບີບ​ນ້ຳ​ອອກ​ໝົດ​ແລ້ວ ນຳ​ມາ​ຂັດໆ​ຖູໆ ຜິວ​ສ່ວນ​ທີ່​ດ້ານ​ຫລື​ແຕກເຮັດ​ເປັນ​ປະຈຳຈະ​ເຮັດໃຫ້​ຜິວ​ສ່ວນ​ທີ່​ດຳ​ດ້ານ​ດີ​ຂຶ້ນ
http://www.tlcthai.com/women/wp-content/uploads/2014/07/

​ຄຸນ​ປະ​ໂຫຍດ​ຂອງ​ກະ​ທ​ຽມ



ກະ​ທຽມ​ມັນ​ຈະ​ມີ​ກິ່ນ​ແຮງ ເຮັດໃຫ້ບໍ່ຢາກກິນ ສາວໆ​ບາງ​ຄົນ​ອາດ​ເຂ່ຍ​ຖິ້ມ​ທຸກຄັ້ງທີ່​ເຫັນ​ເທິງ​ຈານ​ອາຫານ ແຕ່​ຮູ້​ບໍ່​ວ່າ​ມັນ​ມີ​ປະໂຫຍດ​ຫລວງຫລາຍ​ເລີຍ​ ເຮົາ​ມາ​ເບິ່ງ​ສາລະພັດ​ນານາ​ຂໍ້​ດີ​ຂອງ​ ກະ​ທຽມ​ກັນ​ດີກວ່າ ບອກ​ໄວ້​ເລີຍ​ວ່າ​ຖ້າ​ຢາກ​ງາມ ກໍ​ຕ້ອງ​ກິນ!

  1. ເຮັດໃຫ້​ຜົມງາມ ເມື່ອ​ເຮົາ​ທ່ານ​ກິນ​ກະ​ທຽມ​ເຂົ້າໄປ ມັນ​ຈະ​ຜະລິດ​ນ້ຳ​ມັນ​ເທິງ​ໜັງ​ຫົວ​ຂອງ​ເຮົາ​ຊຶ່ງ​ຊ່ວຍ​ແກ້​ໄຂ​ບັນຫາ​ຜົມ​ເສຍ​ຕ່າງໆ​ ໂດຍ​ມີ​ສານ​ອັລ​ລິ​ຊິນ​ທີ່​ເຮັດໃຫ້​ຜົມ​ຂອງ​ທ່ານ​ງົດ​ງາມ ແລະ ຫ​ລຸດ​ບັນຫາ​ເສັ້ນ​ຜົມ​ຂາດຫຼົ່ນນຳອີກ
  2. ກຳຈັດ​ສິວ ລອງ​ໃຊ້​ກະ​ທຽມ​ຈັດການ​ສິວ​ຂອງ​ທ່ານ​ເບິ່ງໂດຍການ ນຳ​ກະ​ທຽມ​ມາ​ຖູ​ເບົາໆ​ບໍລິເວນ​ທີ່​ສິວ​ຂຶ້ນ​ເພາະ​ມັນ​ອຸດົມ​ໄປ​ດ້ວຍ​ສານອາ​​ນຸ​ມູນ​ອິດສະຫລະ ​ທີ່​ຊ່ວຍ​ຕ້ານ​ທານ​ແບກ​ທີ​ເລຍ​ແລະ​ເຮັດໃຫ້​ສາວໆ​ຢ່າງ​ເຮົາ​ ງາມ​ໃສ​ໄຮ້​ສິວ​ນຳອີກ!
  3. ເພີ່ມ​ພູ​ມ​ຄຸ້ມ​ກັນ ໜຶ່ງ​ໃນ​ເຫດຜົນ​ຫລັກ​ທີ່​ເຮົາ​ຄວນ​ກິນ​ກະ​ທຽມ​ເພາະ​ມັນ​ອຸດົມ​ໄປ​ດ້ວຍ​ສາ​ນອາ​ນຸ​ມູນ​ອິດສະຫລະ ຊ່ວຍ​ເຮັດໃຫ້​ລະບົບ​ພູ​ມຄຸ້ມ​ກັນ​ຂອງ​ເຮົາ​ດີ​ຂຶ້ນ ເມື່ອ​ເຮົາ​ມີ​ພູ​ມຄຸ້ມ​ກັນ​ທີ່​ດີ ຮ່າງກາຍ​ເຮົາ​ກໍ​ຈະ​ແຂງ​ແຮງ ບອກ​ລາ​ໄຂ້​ຫວັດ​ໄດ້​ເລີຍ
  4. ຄວບ​ຄຸມ​ນ້ຳ​ໜັກ​ ຍິ່ງ​ກິນ​ກະ​ທຽມ ຍິ່ງ​ຊ່ວຍ​ເຮັດໃຫ້​ໄຂ​ມັນ​ທີ່​ເຮົາ​ມີ​ຢູ່ຫ​ລຸດລົງ ລອງ​ຫາ​ເມ​ນູ​ອາຫານ​ສູດ​ແຄ​ລໍ​ລີ່​ເບົາໆ ທີ່​ມີ​ສ່ວນ​ປະສົມ​ຂອງ​ກະ​ທຽມ​ເປັນ​ຫລັກ​ເບິ່ງ ຮັບຮອງ​ວ່າ​ການ​ໄດ​ເອດ​ເທື່ອ​ນີ້​ຂອງທ່ານ ຈະ​ສຳ​ເລັດ​ຢ່າງ​ແນ່ນອນ
  5. ບາດແຜ​ຫາຍ​ດ້ວຍ​ກະທຽມ ພຽງ​ແຕ່​ວາງ​ກະ​ທຽມ​ໄວ້​ເທິງ ​ເກັດ​ບາດ​ຂອງ​ທ່ານ ​ແລະ ​ປິດ​ທັບ​ດ້ວຍ​ຜ້າ​ພັນ​ບາດ ຮັບຮອງ​ແຜ​ຕົກ​ສະ​ເກັດ​ຂອງທ່ານ​ ​ຈະ​ບໍ່​ຖິ້ມ​ຮອຍ​ດຳ​ປາກົດ​ຢູ່​ເລີຍ​

Sunday, September 06, 2015

ຕາດ​ທອງ (ຫລວງ​ພະ​ບາງ)

ຕາດ​ທອງ (ຫລວງ​ພະ​ບາງ)ຕາດ​ທອງ​ໃນ​ເມືອງ​ພູ​ຄູນແຂວງ​ຫລວງ​ພະ​ບາງເປັນ​ອີກ​ເຂດ​ຫນຶ່ງ​ທີ່​ສຳ­ຄັນ​ຂອງ​ຫລາຍໆນ້ຳ­ຕົກ­ຕາດ, ແຕ່​ບ່ອນ​ນີ້ ອາດ​ຈະແຕກ​ຕ່າງ​ຈາກ​ບ່ອນ​ອ

ຕາດ​ທອງ​ໃນ​ເມືອງ​ພູ​ຄູນແຂວງ​ຫລວງ​ພະ​ບາງເປັນ​ອີກ​ເຂດ​ຫນຶ່ງ​ທີ່​ສຳ­ຄັນ​ຂອງ​ຫລາຍໆນ້ຳ­ຕົກ­ຕາດ, ແຕ່​ບ່ອນ​ນີ້ ອາດ​ຈະແຕກ​ຕ່າງ​ຈາກ​ບ່ອນ​ອື່ນ​ຍ້ອນເປັນ​ແຫລ່ງ​ທ່ອງ​ທ່ຽວ​ທີ່​ສາ­ມາດ ເຂົ້າ​ເຖິງ​ທຳ​ມະ​ຊາດ​ໃນ​ເຂດ​ປ່າ­ດົງ​ດິບ​ໄດ້​ຕາມ​ອັດ­ທະ­ຍາ­ໄສ ດ້ວຍ​ການ​ບໍ­ລິ­ການ​ອັນ​ເປັນ​ກັນເອງ​ຂອງ​ພໍ່­ຄ້າ​ຊາວ​ຂາຍ​ໃນ​ເຂດນັ້ນ, ພ້ອມ​ທັງ​ອາບ ແລະ ເບິ່ງ​ນ້ຳທີ່​ໄຫລ​ມາ​ຈາກ​ຕີນ​ພູ​ຜ່ານ​ໂງ່ນ​ຫີນ​ລົງ​ມາ ແລະ ກິນ​ອາ­ກາດ​ສົດໆ​ພາຍ​ໃນ​ປ່າ​ພາຍ​ໃຕ້​ຮົ່ມ​ສີ­ຂຽວ​ທີ່​ຫາ​ເບິ່ງ​ຍາກ​ໃນ​ເຂດ​ເມືອງ​ເຫມືອ.
ສະ­ຖານ­ທີ່​ທ່ອງ​ທ່ຽວ​ແຫ່ງ​ນີ້ ເປັນ​ຈຸດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ແຫ່ງສຳ­ຄັນ​ຍ້ອນ​ອາ­ກາດ​ເຢັນ​ສະບາຍ​ປະ­ກອບ​ກັບ​ພູ­ຜາ​ປ່າ­ໄມ້​ທີ່ປົກ​ຄຸມ​ເປັນ​ຜູ້​ຜະ­ລິດ​ອາ­ກາດ​ສົດໆທັງ​ສອງ​ຟາກ​ທາງ​ນັບ​ຕັ້ງ­ແຕ່ ບ່ອນ​ຈອດ​ລົດ​ຈົນ​ຮອດ​ນ້ຳ­ຕົກປະ­ມານ 200 ແມັດ, ຮົ່ມ​ເຢັນ​ສະບາຍ​ບວກ​ກັບ​ສາຍ​ນ້ຳ​ທີ່​ທະ­ຍອຍກັນ​ຢັງ​ຢາຍ​ລົງ​ມາ​ຈາກ​ຕີນ​ພູ​ສູງຄ່ອຍໆ​ໄຫລ​ລີນ​ລົງ​ມາ​ຕາມ​ຮ່ອງຫ້ວຍ​ລົງ​ຕາມ​ຮ່ອງ​ຫີນ​ເປັນ​ຊັ້ນໆບັນ­ດາ​ນັກ​ທ່ອງ​ທ່ຽວ​ສາ­ມາດອາບ­ນ້ຳ​ໄດ້​ຢ່າງ​ສະ­ບາຍ​ຢູ່​ກ້ອງນ້ຳ­ຕົກ, ເປັນ​ນ້ຳ​ທີ່​ໄຫລ​ຜ່ານຮາກ​ໄມ້​ທຳ​ມະ​ຊາດ, ໄຫລ​ຜ່ານຕົ້ນ­ໄມ້​ແບບ​ສົດໆ​ຄື​ຈັ່ງ​ຊີ້, ນັກທ່ອງ​ທ່ຽວ​ບາງ​ກຸ່ມ​ພະ­ຍາ­ຍາມ ຍ່າງ​ຂຶ້ນ​ໄປ​ຕາມ​ເນີນ​ພູ ເພື່ອ​ໄປ ເບິ່ງ​ຈຸດ​ທີ່​ນ້ຳ​ໄຫລ​ອອກ​ມາ​ຈາກຜາ​ຫີນ, ເພາະ​ສາຍ​ນ້ຳ​ດັ່ງ­ກ່າວ ແມ່ນ​ໄຫລ​ໂຮມ​ເອົາ​ນ້ຳ​ຫລາຍ​ຕໍ່ຫລາຍ​ບ່ອນ​ມາ​ຈວບ​ກັນ​ຢູ່​ບ່ອນດຽວ​ເປັນ​ນ້ຳ​ທີ່​ໄຫລ​ມາ​ຈາກ​ແຕ່ລະ​ຮ່ອມ​ພູ ແລະ ຜາ​ຫີນ​ມາ​ລົງໃສ່​ບ່ອນ​ພະ­ລາດ​ຫີນ​ໃຫຍ່​ທາງເບື້ອງ​ເທິງ​ເຮັດ​ໃຫ້​ສັດ­ປ່າ​ນາໆ ຊະ­ນິດ​ທີ່​ອາ​ໃສ​ໃນ​ເຂດ​ນັ້ນ ອອກມາ​ກິນ​ນ້ຳ, ອັນ​ຫລາຍ​ກວ່າ​ຫມູ່ແມ່ນ​ນົກ ແລະ ແມງ­ກະ­ ເບື້ອ​ນາໆຊະ­ນິດ​ມີ​ຫລາກ​ຫລາຍ​ສີ​ນັບ​ວ່າ ເປັນ​ແມງ­ໄມ້​ທີ່​ປະ­ດັບ​ເອ້​ຢ້ອງ​ໃນ​ຕາດ​ແຫ່ງ​ນີ້ ໃນ​ເມື່ອ​ມັນ​ພົບ​ຜູ້​ຄົນ​ທີ່​ຂຶ້ນ​ໄປ​ມັນ​ກໍ່​ຈະ​ແຕກ​ຕື່ນ​ເປັນ​ບາງ​ຄັ້ງ​ຄາວ, ແຕ່​ໂດຍ​ລວມ ແລ້ວ​ມັນ​ຈະ​ຄຸ້ນ​ໃຫ້​ຄົນ​ເຮົາ​ໄດ້​ໃກ້ກັບ​ມັນ​ຫລາຍ​ຂຶ້ນ​ເພາະ​ໃນ​ສະຖານ​ທີ່​ແຫ່ງ​ນີ້ ເປັນ​ເຂດ​ອາ​ນຸ​ຮັກມັນ​ບໍ​ເຄີຍ​ຖືກ​ທຳ­ຮ້າຍ ສະ­ນັ້ນ ຈິ່ງ​ບໍ່​ເປັນ​ອຸ­ປະ­ສັກ​ໃດ​ເລີຍ​ໃນຍາມ​ພໍ້​ຄົນ​ຜ່ານ​ໄປ-ມາ, ສຽງ​ນ້ຳປະ­ສານ​ກັບ​ສຽງ​ນົກ ແລະ ແມງ­ໄມ້​ຮ້ອງ​ສະ­ຫນັ່ນ​ຫວັ່ນ­ໄຫວ​ປາກົດ​ວ່າ ເວົ້າ​ກັນ​ຈົນ​ຊິ​ບໍ່​ໄດ້​ຍິນ​ພຸ້ນລະ! ສິ່ງ​ເຫລົ່າ­ນັ້ນ ຈະ​ເຮັດ​ໃຫ້ທ່ານ​ເພີດ­ເພີນ​ກັບ​ມັນ​ຈົນ​ບາດຂາ​ກັບ​ຮອດ​ຊິ​ບໍ່​ຈື່​ທາງ​ເພາະ​ມັນຈະ​ມີ​ຫລາຍ​ທາງ​ຂຶ້ນŒລົງ ແຕ່​ກໍ່ຕ້ອງ​ໄດ້​ລະ­ວັງ​ຢ້ານ​ມື່ນ​ຫີນ​ຕົກລົງ​ມາ​ກໍ່​ເປັນ​ໄດ້ ສະ­ນັ້ນ ກໍ່​ຕ້ອງ​ອາ​​ໄສ​ຜູ້​ສຳ​ນານ​ທາງ​ເປັນ​ພິເສດ​ພາ​ໄປ.

ຕາດ​ທອງ​ເປັນ​ຕາດ​ທີ່​ຖືກສ້າງ​ຂຶ້ນ​ໂດຍ​ທຳ​ມະ​ຊາດ​ໄດ້​ຮັບການ​ພັດ­ທະ­ນາ​ມາ​ເປັນ​ສະ­ຖານ­ທີ່​ການ­ທ່ອງ­ທ່ຽວ​ໃຫມ່​ຂອງ​ເຂດເທ­ດສະ​ບານ​ເມືອງ​ພູ​ຄູນ ແຂວງຫລວງ​ພະ​ບາງ ແຕ່​ປີ 2006 ເປັນຕົ້ນ​ມາ ເພື່ອ​ຂະ­ຫຍາຍ​ສະ­ຖານ­ທີ່ດັ່ງ­ກ່າວ ໃຫ້​ເປັນ​ສະ­ຖານ­ທີ່​ທ່ອງທ່ຽວ​ທີ່​ຫນ້າ​ຈັບ­ໃຈ​ຂອງ​ຜູ້​ທີ່​ໄດ້ເຫັນ​ໃນ​ແຕ່​ລະ​ປີ ດັ່ງ­ນັ້ນ ທາງ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ຈິ່ງ​ໄດ້​ບູລະ­ນະ​ປົວ­ແປງ ແລະ ກໍ່​ອາ​ນຸ​ຍາດໃຫ້​ພໍ່­ຄ້າ​ຊາວ​ຂາຍ, ນັກ­ທຸ­ລະ­ກິດມາ​ລົງ­ທຶນ​ດ້ານ​ການ​ບໍ­ລິ­ການ​ໃນເຂດ​ອ້ອມ​ຮອບ​ບໍ­ລິ­ເວນ​ນ້ຳ­ຕົກ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ນັກ​ທ່ອງ​ທ່ຽວທັງ​ເປັນ​ການ​ສົ່ງ­ເສີມ​ຕະ­ຫລາດການ­ທ່ອງ­ທ່ຽວ​ພາຍ​ໃນ​ແຂວງໃຫ້​ມີ​ບາດ­ກ້າວ​ຂະ­ຫຍາຍ­ຕົວໃຫມ່, ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ທີ່ ເຂົ້າ​ມາ​ທ່ຽວ​ໃນ​ເມືອງ​ຫລວງ​ພະບາງ​ໄດ້​ຮູ້­ຈັກ​ສະ­ຖານ­ທີ່​ດັ່ງ­ກ່າວນີ້​ຕື່ມ​ອີກ.

ຖ້ຳ​ຕິ່ງ


ຖ້ຳ​ຕິ່ງ ​ເປັນ​ປູ​ຊະ​ນິ​ຍະ​ສະ­ຖານ­ທີ່​ ສຳ­ຄັນ ອອກ​ແບບ​ໂດຍ​ທຳ​ມະ​ຊາດ ມີ​ຄວາມ​ກົມ­ກຽວ​ກັນ​ດີ ລະ­ຫວ່າງ​ທີ່​ຕັ້ງ​ພູມ​ສັນ­ຖານ​ທີວ​ທັດ​ທາງ​ທຳ​ມະ​ຊາດ ຄື​ຕັ້ງ​ຢູ່​ຍ່ານ​ທີ່​ນ້ຳ​ອູ​ມາ​ໄຫຼ​ປ່ອງ​ໃສ່​ນ້ຳ­ຂອງ ບ້ານ​ປາກ​ອູ ແລະ ມີ​ພູ​ນ້ອຍ​ໜ່ວຍ​ໜຶ່ງ​ຕັ້ງ​ຢູ່​ຟາກ​ແມ່­ນ້ຳ​ຂອງ ຊຶ່ງ​ທຳ​ມະ​ຊາດ​ເຈາະ​ຮູ​ໃຫ້​ເປັນ​ຖ້ຳ ສອງ​ຖ້ຳ ຄື​ຖ້ຳ​ລຸ່ມ ແລະ ຖ້ຳ​ເທິງ ຫ່າງ​ກັນ​ສູງ​ປະ­ມານ​ຮ້ອຍ​ກ່ວ​າ​ແມັດ ມີ​ຕົ້ນ­ໄມ້​ສີ­ຂຽວ​ປົກ​ຫຸ້ມ​ຕະ­ຫຼອດ​ປີ ໃນ​ນັ້ນ​ພົ້ນ​ເດັ່ນ​ກ່ອນ­ໝູ່​ແມ່ນ​ຕົ້ນ​ຈຳ­ປາ ເມື່ອ​ຕົກ​ຍາມ​ໜ້າ​ຮ້ອນ ໃບ​ຈະ​ມີ​ໜ້ອຍ ແລະ ດອກ​ຈະ​ບານ​ຂາວ​ສະ­ພັ້ງ ດັ່ງ​ຈະ​ແຂ່ງ­ຂັນ​ທ້າ​ສາຍ­ຕາ​ຂອງ​ນັກ​ທ່ອງ​ທ່ຽວ ເພື່ອ​ປະ­ກາດ​ສັກ​ສີ​ແຫ່ງ​ຄວາມ​ເປັນ​ພາກ­ສ່ວນ​ໜຶ່ງ ຂອງ​ນະ­ຄອນ​ເກົ່າ​ແກ່​ຫຼວງ​ພະ​ບາງ ປາກ​ຖ້ຳ​ຕິ່ງ ມີ​ຍອຍ​ຫີນ​ບັງ ປາກ​ຖ້ຳ​ບ່ອນ​ຕ່ຳ ບ່ອນ​ສູງ ເໝືອນ​ດັ່ງ​ນັກ​ສິ­ລະ​ປິນ ບັນ­ຈົງ​ສ້າງ​ໃຫ້​ມີ​ຄວາມ​ແປກ​ແຫວກ​ແນວ ໃຫ້​ແກ່​ສະ­ຖານ­ທີ່​ດັ່ງ­ກ່າວ.
ຖ້ຳ​ຕິ່ງ ຖ້າ​ຫຼຽວ​ຈາກ​ບ້ານ​ປາກ​ອູ ກໍ​ຈະ​ເຫັນ​ຕິ່ງ​ຫີນ​ຢ່ອນ​ຢູ່​ປາກ​ຖ້ຳ ແລະ ຮາວ​ຂັ້ນ­ໄດ​ສີ­ຂາວ ລຽນ​ລັ່ນ​ຂຶ້ນ​ໄປ​ຕາມ​ວ່າງ​ຫີນ​ໄປ​ຍັງ​ຖ້ຳ​ລຸ່ມ​ຖ້ຳ​ເທິງ ໂດຍ​ສາ­ມາດ​ແນມ​ເຫັນ​ໄກ​ຈາກ​ສີ­ຂາວ​ຂອງ​ຂັ້ນ­ໄດ​ນີ້ ຊຶ່ງ​ປັດ­ຈຸ­ບັນ ເພິ່ນ​ໄດ້​ສ້າງ​ຂັ້ນ­ໄດ​ອີກ​ເບື້ອງ​ໜຶ່ງ ເພື່ອ​ລັດ​ຂຶ້ນ​ຖ້ຳ​ເທິງ​ໂດຍ​ກົງ.

ຖ້າ​ຕິ່ງ

ຕາມ​ການ​ບອກ­ເລົ່າ​ຂອງ​ຊາວ­ບ້ານ​ອາ­ວຸ­ໂສ​ທ່ານ​ໜຶ່ງ​ໃຫ້​ຮູ້​ວ່າ: ຖ້ຳ​ຕິ່ງ ແຕ່​ກ່ອນ​ສາດ­ສະ­ໜາ​ພຸດ​ຈະ​ຖືກ​ເຜີຍ­ແຜ່​ມາ​ເຖິງ​ນັ້ນ ຊາວ­ບ້ານ​ແຖບ​ນັ້ນ​ນັບ­ຖື​ຜີ ແລະ ຖື​ເອົາ​ຖ້ຳ​ນັ້ນ ເຮັດ​ພິ­ທີ­ກຳ​ຕ່າງໆ ຂອງ​ການ​ເຊື່ອ​ຖື​ເວ­ລາ​ນັ້ນ ແຕ່​ເມື່ອ​ມີ​ການ​ນັບ­ຖື​ສາດ­ສະ­ໜາ​ພຸດ ຖ້ຳ​ກໍ​ປ່ຽນ­ແປງ​ມາ​ຮັບ​ໃຊ້​ການ​ເຮັດ​ພິ­ທີ­ກຳ​ທາງ​ພຸດ ແລະ ນຳ​ເອົາ​ພຸດ​ທະ​ຮູບ​ມາ​ປະ­ດິດ­ສະ­ຖານ​ໃນ​ຖ້ຳ ພະ​ພຸດ​ທະ​ຮູບ​ນຳ​ມາ​ປະ­ດິດ­ສະ­ຖານ​ຫຼາຍ​ທີ່​ສຸດ ໃນ​ສະ­ໄໝ​ພະ​ເຈົ້າ​ໄຊ​ເຊດ​ຖາ ໂດຍ​ສະ­ເພາະ​ກ່ອນ​ຈະ​ຍ້າຍ​ນະ­ຄອນ­ຫຼວງ​ໄປ​ຕັ້ງ​ຢູ່​ວຽງ​ຈັນ ເມື່ອ ຄ.ສ 1560 ຫຼັງ​ຈາກ​ນັ້ນ ກໍ​ແມ່ນ​ພະ​ອາ­ຈານ​ວັດ​ຕ່າງໆ ນຳ​ມາ​ປະ­ດິດ­ສະ­ຖານ ແລະ ການ​ນຳ​ມາ​ບວດ ແລະ ປະ­ດິດ­ສະ­ຖານ​ຂອງ​ອອກ​ຕົນ​ຍາດ​ໂຍມ​ໄວ້​ນະ​ທີ່​ນີ້ ດັ່ງ​ນັ້ງ ຖ້ຳ​ຕິ່ງ ຈຶ່ງ​ມີ​ພະ​ພຸດ​ທະ​ຮູບ​ນ້ອຍ​ໃຫຍ່​ປາງ​ຕ່າງໆ​ຫຼາຍ​ອົງ ທັງ​ໄດ້​ກາຍ­ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ສຳ­ຄັນ​ອີກ​ແຫ່ງ​ໜຶ່ງ ຂອງ​ແຂວງ​ຫຼວງ​ພະ​ບາງ ການ​ມາ​ທ່ຽວ​ຖ້ຳ​ຕິ່ງ ນອກ­ຈາກ​ຈະ​ເຫັນ​ທຳ​ມະ​ຊາດ ສວຍ​ງາມ ສາຍ​ນ້ຳ​ໃສ ປ່າ­ໄມ້​ຂຽວ ສາຍ­ພູ​ຍາວ ແລ້ວ ຍັງ​ເປັນ​ການ​ມາ​ທ່ຽວ ພ້ອມ​ກັບ​ການ​ເຮັດ­ບຸນ ເພື່ອ​ຄວາມ​ເປັນ​ສິ­ລິ​ມຸງ­ຄຸນ​ແກ່​ຊີ­ວິດ​ອີກ​ດ້ວຍ.
ມາ​ທ່ຽວ​ຖ້ຳ​ຕິ່ງ​ໃນ​ປັດ­ຈຸ­ບັນ ບໍ່​ເໝືອນ​ແຕ່​ກ່ອນ ຍ້ອນ​ວ່າ​ສາ­ມາດ​ມາ​ໄດ້​ທັງ​ທາງ­ນ້ຳ ແລະ ບາງ​ບົກ ທັງ​ບໍ່​ຕ້ອງ​ກັງ­ວົນ​ໃຈ​ວ່າ​ຈະ​ບໍ່​ມີ​ຮ້ານ​ອາ­ຫານ ດຽວ­ນີ້​ມີ​ທັງ​ຮ້ານ​ຕັ້ງ​ງອຍ​ຝັ່ງ ແລະ ຮ້ານ​ເຮືອນ​ແພ ພ້ອມ​ບໍ­ລິ­ການ​ແກ່​ແຂກ​ຄົນ​ຕາມ​ອັດ​ທະ​ຍາ​ໃສ ໂດຍ​ສະ­ເພາະ​ຈະ​ໄດ້​ຢູ່​ໃກ້ໆ​ກັບ​ທຳ​ມະ​ຊາດ ທີ່­ຢູ່​ທັງ​ສອງ​ແຫຼ່ງ​ນ້ຳ​ຢ່າງ​ມີ​ຄວາມ­ສຸກ.

http://media-cdn.tripadvisor.com/media/photo-s/07/72/44/ed/

ແຂວງ​ຊຽງ​ຂວາງ

ໃນຊ່ວງປີ ຄ.ສ 1970 ແຂວງຊຽງຂວາງເປັນສະໜາມຮົບອັນດຸເດືອດຫຼາຍຄັ້ງ ໃນຍຸກສົງຄາມອີນດູຈີນ ຫຼື ສົງຄາມຫວຽດນາມທີ່ຜ່ານມາ ອາດເປັນເພາະວ່າໃນອະດີດ ແຂວງຊຽງຂວາງ ຄືຈຸດຍຸດທະສາດທີ່ສຳຄັນແຫ່ງໜຶ່ງຂອງປະເທດລາວ ເພາະຕັ້ງຢູ່ທາງທິດຕາເວັນອອກສ່ຽງເຫນືອຂອງປະເທດລາວ ຢູ່ຫ່າງຈາກນະຄອນຫຼວງວຽງຈັນປະມານ 400 ກິໂລແມັດ ແລະ ຫ່າງຈາກເມືອງເອກຂອງແຂວງຊຽງຂວາງ ຂ້າມພູເຂົາທີ່ສະຫລັບຊັບຊ້ອນຕາມເສັ້ນທາງຫມາຍເລກ 7 ໄປສິ້ນສຸດດ່ານນ້ຳກັ່ນ ຊາຍແດນທາງຕອນເໜືອຂອງປະເທດຫວຽດນາມ ໄລຍະທາງພຽງ 130 ກິໂລແມັດ ເຊິ່ງໃນຊ່ວງສົງຄາມອິນດູຈີນທາງເສັ້ນນີ້ເປັນເສັ້ນທາງຂົນສົ່ງກຳລັງ ລວມທັງອາວຸດຍຸດໂທປະກອນຕ່າງໆ ຈາກປະເທດຫວຽດນາມເໜືອ ສູ່ກະບວນການ ປະເທດລາວ ຈຶ່ງເປັນເຫດເຮັດໃຫ້ ອາເມຣິການຳເອົາຍົນຖິ້ມລະເບີດ ຈົນເຮັດໃຫ້ແຂວງຊຽງຂວາງຖືກເຜົາລ້າງ ບໍ່ມີບ້ານເຮືອນຂອງປະຊາຊົນຈັກຫຼັງ ສ່ວນປະຊາຊົນຕ້ອງອົບພະຍົບເຂົ້າໄປປະເທດຫວຽດນາມສ່ວນຫນື່ງ ແລະ ໄປວຽງຈັນອີກສ່ວນຫນຶ່ງ ຫຼັງຈາກສິ້ນສຸດສົງຄາມແລ້ວ ແຂວງຊຽງຂວາງ ຈຶ່ງໄດ້ຍ້າຍເມືອງເອກເກົ່າ ຄືເມືອງຄູນມາຕັ້ງເມືອງໃຫມ່ຂື້ນ ໃສ່ຊື່ວ່າ ເມືອງແປກ ຫຼື ທີ່ຮູ້ຈັກກັນຄືໂພນສະຫວັນ
ໃນປີ ຄ.ສ 1970 ຫລື ເມື່ອປະມານ 30 ກວ່າປີທີ່ຜ່ານມາ ແຂວງຊຽງຂວາງ ເຄີຍເປັນສະໝໍລະພູມຮົບ ອັນດຸເດືອດນັບເທື່ອບໍ່ຖ້ວນ ໃນຍຸກສົງຄາມອິນດູຈີນ ຫລື ສົງຄາມຫວຽດນາມ ທີ່ຜ່ານມາ ອາດເພາະວ່າໃນອະດີດ ຊຽງຂວາງຄືຈຸດຍຸດທະສາດສຳຄັນແຫ່ງໜຶ່ງຂອງປະເທດລາວ ເພາະຕັ້ງຢູ່ທາງຕະເວັນອອກສຽງເໜືອຂອງປະເທດ ຢູ່ຫ່າງຈາກນະຄອນຫຼວງວຽງຈັນ ປະມານ 400 ກິໂລແມັດ ແລະ ເມືອງໂພນສະຫວັນຊຶ່ງເປັນເມືອງຫລວງຂອງຊຽງຂວາງ ຂວາງຂ້າມສາຍພູອັນສະຫລັບຊັບຊ້ອນເທິງເສັ້ນທາງເລກທີ 7 ໄປສີ້ນສຸດທີ່ດ່ານນ້ຳກັ່ນ ຊາຍແດນທາງຕອນເໜືອ ຂອງປະເທດຫວຽດນາມໄລຍະທາງພຽງແຕ່ 130 ກິໂລແມັດ ຊຶ່ງໃນຊ່ວງສົງຄາມອິນດູຈີນ ເສັ້ນທາງສາຍນີ້ເຄຍໃຊ້ເປັນເສັ້ນທາງສົ່ງກຳລັງ ບຳລຸງລວມທັງອາວຸດຍຸດໂທປະກອນຕ່າງໆ ຈາກປະເທດຫວຽດນາມເໜືອ ສູ່ຂະບວນການປະເທດລາວ ຊຶ່ງໃນຂະນະນັ້ນເປັນພັນທະມິດກັນ ແລະ ເສັ້ນທາງສາຍນີ້ຈຶ່ງມີຊື່ຮຽກອີກຢ່າງໜຶ່ງວ່າ ເສັ້ນທາງໂຮ່ຈິມິນ ຍ້ອນວ່າຢູ່ໃກ້ຫວຽດນາມເໜືອ ເຮັດໃຫ້ຂະບວນການປະເທດລາວ ຕັດສິນໃຈຕັ້ງກອງບັນຊາການໃຫຍ່ ຂຶ້ນບ່ອນນີ້ກອງທັບອາກາດອະເມຣິກາ ຈຶ່ງສົ່ງເຮືອບິນ ຖິ້ມລະເບີດ ບີ 52 ເຂົ້າມາຖິ້ມລະເບີດປູພົມ ໝາຍທຳລາຍລ້າງຂະບວນການປະເທດລາວຢ່າງໜັກ ຫມູ່ບ້ານໃຫຍ່ນ້ອຍຫລາຍຮ້ອຍແຫ່ງ ຕະຫລອດຈົນວັດວາອາຮາມ ຖືກທຳລາຍເກືອບທັງໝົດ ສົ່ງຜົນໃຫ້ປະຊາຊົນ ແລະ ທະຫານຝ່າຍຂະບວນການປະເທດລາວຕ້ອງອົບຍົບເຂົ້າໄປຢູ່ຕົດຕາມຖ້ຳ ແລະ ຫຸບເຂົາທົ່ວໄປໃນແຂວງຊຽງຂວາງ ແລະ ຂ້າງຄຽງ. ໃນອະດີດໃນສະໄໝຊ່ວງທົດສະວັດທີ 1830 ແຂວງຊຽງຂວາງຖືກລວມເຂົ້າຢູ່ກັບຫວຽດນາມ ປະຊາຊົນຊຽງຂວາງ ໃນສະໄໝນັ້ນຖືກບັງຄັບໃຫ້ແຕ່ງກາຍ ແລະ ໃຊ້ຂະໜົບທຳນຽມຂອງຫວຽດນາມ ແຕ່ຄວາມຮັກອິດສະຫລະ ແລະ ເດັດດ່ຽວໃນຊາດພັນຂອງຕົນເອງ ເຮັດໃຫ້ຊາວແຂວງຊຽງຂວາງ ທຸກຄົນລຸກຮືຂຶ້ນຕໍ່ສູ້ ເພື່ອຮັກສາ ຄວາມເປັນອະທິປະໄຕຂອງຕົນເອງໄວ້ຢ່າງສຸດຄວາມສາມາດ ແຕ່ທ້າຍທີ່ສຸດຊາວແຂວງຊຽງຂວາງກໍບໍ່ອາດຕ້ານທານກຳລັງຈາກປະເທດເພື່ອນບ້ານຜູ້ຊົງອິດທິພົນ ໃນຂະນະນັ້ນ ຈຶ່ງຕົກເປ້ນເມືອງຂຶ້ນຂອງຫວຽດນາມຢູ່ຊົ່ວໄລຍະໜຶ່ງ. ສົງຄາມອິນດູຈີນ ໄດ້ຜ່ານພົ້ນໄປສາມສິບກວ່າປີແລ້ວ ແຕ່ບາດແຜ ແລະ ຮ່ອງຮອຍຈາກສົງຄາມ ຍັງຄົງຢູ່ ສະພາບຂອງສິ່ງເພພັງ ຂອງເມືອງຄູນ ເມືອງຫລວງເກົ່າຍັງຄົງມີຮ່ອງຮອຍໃຫ້ເຫັນຢູ່ໂດຍທົ່ວໄປ ຊຶ່ງຈາກຊາກເພພັງບາງແຫ່ງທາງລັດຖະບານລາວໄດ້ອະນຸລັກເອົາໄວ້ໃຫ້ຄົນລຸ້ນຫລັງໄດ້ ເຫັນເຖິງພິດໄພຂອງສົງຄາມ ທີ່ເກິດຂື້ນເມື່ອໃນອະດີດ ຮ່ອງຮອຍຂອງຂຸມລະເບີດຂະໜາດໃຫຍ່ ຈາກຝູງບິນ ບີ 52 ຂອງອະເມຣິກາ ຍັງຄົງມີໃຫ້ເຫັນຢູ່ທົ່ວໄປ ປະຈຸບັນໄດ້ຖືກດັດແປງໃຫ້ເປັນບໍ່ລ້ຽງປາໃນນາເຂົ້າ ຊາກຂອງລູກລະເບີດ ນ້ຳໜັກຫລາຍສິບໂຕນ ຖືກດັດແປງມາເປັນຮົ້ວເຮືອນ, ເສົາເຮືອນ, ຮາງເຂົ້າໝູ, ບ່ອນນັ່ງຫລິ້ນ, ເຕົາປິ້ງ ສຳລັບນັກທ່ອງທ່ຽວ.
ແຂວງ​ຊຽງ​ຂວາງໃນຊ່ວງປີ ຄ.ສ 1970 ແຂວງຊຽງຂວາງເປັນສະໜາມຮົບອັນດຸເດືອດຫຼາຍຄັ້ງ ໃນຍຸກສົງຄາມອີນດູຈີນ ຫຼື ສົງຄາມຫວຽດນາມທີ່ຜ່ານມາ ອາດເປັນເພາະວ່າໃນອະດີດ ແຂວງຊຽງຂ

ພຸດທະສາສະໜາ


ພະພຸດທະສາສະໜາ (ຄຳເຄົ້າ: ພຣະພຸທທສາສນາ[໑]) ເປັນສາສະໜາເຊິ່ງຖືກຄົ້ນພົບໂດຍພຣະໂຄດົມສຳມາສຳພຸດທະເຈົ້າ ກ່ອນຄຣິດຕະສັກກະລາດ ໕໔໓ ປີ ຢູ່ປະເທດອິນເດຍ. ພະນາມເດີມຂອງພະພຸດທະເຈົ້າມີພະນາມວ່າ ສິດທັດຖະ ແປວ່າ ຜູ້ມີຄວາມສຳເລັດທຸກປະການ. ພະອົງເປັນພະລາຊະໂອລົດຂອງພະເຈົ້າສຸດໂທທະນະ ແລະພະມະເຫສີມີນາມວ່າ ສີລິມະຫາມາຍາແຫ່ງກຸງກະບີນລະພັດ(ປັດຈຸບັນເປັນດິນແດນປະເທດເນປານ).


ພະພຸດທະສາສະໜາ (ຄຳເຄົ້າ: ພຣະພຸທທສາສນາ[໑]) ເປັນສາສະໜາເຊິ່ງຖືກຄົ້ນພົບໂດຍພຣະໂຄດົມສຳມາສຳພຸດທະເຈົ້າ ກ່ອນຄຣິດຕະສັກກະລາດ ໕໔໓ ປີ ຢູ່ປະເທດອິນເດຍ. ພະນາມເດີມຂອງພະພຸດທະເຈົ້າມີພະນາມວ່າ ສິດທັດຖະ ແປວ່າ ຜູ້ມີຄວາມສຳເລັດທຸກປະການ. ພະອົງເປັນພະລາຊະໂອລົດຂອງພະເຈົ້າສຸດໂທທະນະ ແລະພະມະເຫສີມີນາມວ່າ ສີລິມະຫາມາຍາແຫ່ງກຸງກະບີນລະພັດ(ປັດຈຸບັນເປັນດິນແດນປະເທດເນປານ).
ສາສະໜາພຸດແມ່ນສາສະໜາຂອງທ່ານຜູ້ຮູ້ ຄຳວ່າພຸດທະສາສະໜາ ມາຈາກຄຳວ່າ "ພຸດທະ" ແປວ່າ ຮູ້, ຕື່ນ, ເບີກບານ. ສະນັ້ນ, ພະພຸດທະສາສະໜາຈຶ່ງເປັນສາສະໜາຂອງຜູ້ຮູ້, ຜູ້ຕື່ນ, ຜູ້ເບີກບານ.
ຈຸດສູງສຸດຂອງພະພຸດທະສາສະໜາແມ່ນ "ຄວາມດັບບໍ່ເຫຼືອແຫ່ງເຊື້ອ" ຄວາມສິ້ນໄປເຊິ່ງອາສະວະ ຄືກິເລດທີ່ໝັກດອງຢູ່ໃນຂັນທະສັນດານຂອງປຸຖຸະຊົນທັງຫຼາຍ ບໍ່ວຽນວ່າຍຕາຍເກີດໃນໂລກທັງສາມອີກ ເພິ່ນເອີ້ນວ່ານິບພານ.
ການຈະເຂົ້າເຖິງເຊິ່ງຄວາມດັບບໍ່ເຫຼືອແຫ່ງເຊື້ອນີ້ ແມ່ນນິບພານນີ້ ຕ້ອງເປັນໄປຕາມຫຼັກແຫ່ງ ສີນ ສະມາທິ ປັນຍາທີ່ອົງສົມເດັດພະສຳມາສຳພຸດທະເຈົ້າ ໄດ້ຊົງຄົ້ນພົບ ແລະນຳມາເຜີຍແຜ່ໃຫ້ກັບເຫຼົ່າສັດທັງຫຼາຍເຊິ່ງວຽນວ່າຍຕາເກີດໃນສັງສາລະວັດ
ຫຼັກທຳຄຳສອນທາງພຸດທະສາສະໜາ ໄດ້ຖືກບັນທຶກຮວບຮວມໄວ້ໃນຄຳພີຊື່ ພະໄຕປິດົກ ອັນປະກອບໄປດ້ວຍ “ພະສູດ” ຄື ຄວາມຮູ້ໃນສັດຈະທຳຕ່າງໆ ເຊິ່ງພະພຸດທະເຈົ້າຊົງໄດ້ຕັດສະຮູ້ໄດ້ດ້ວຍພະອົງເອງ ແລ້ວນຳມາສະແດງແກ່ຊາວໂລກ ກັບ “ພະວິໄນ” ຄືຂໍ້ບັງຄັບຕ່າງໆ ທີ່ຊົງບັນຍັດໄວ້ສຳລັບຜູ້ທີ່ບວດເປັນສາວົກໃນສາສະໜານີ້ ຜູ້ຖືກເອີ້ນວ່າ ພະພິກສຸສົງ (ຊາຍ) ແລະ ພະພິກສຸນີສົງ (ຍິງ) ແລະ ພະອະພິທຳ.
ພະພຸດທະເຈົ້າ ໄດ້ລິເລີ່ມອອກເຜີຍແຜ່ຄຳສອນດັງກ່າວໃນພູມິພາກທີ່ເປັນປະເທດອິນເດຍໃນປັດຈຸບັນ ຕັ້ງແຕ່ເມື່ອ 45 ປີກ່ອນພຸດທະສັກກະລາດ. ປັດຈຸບັນ ສາສະໜາພຸດໄດ້ມີການຖືກເຜີຍແຜ່ທົ່ວໄປໃນທົ່ວ ໂລກ.

ອ້າງອີງ[ດັດແກ້]

  1. Jump up ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.

​ປ່າ​ສະ​ຫງວນ​ແຫ່ງ​ຊາດ

ຊື່​ປ່າສະຫງວນ
ເນື້ອທີ

ນ້ຳແດນດິນ
222,000 ha

ນ້ຳຫາ
222,400 ha
ນ້ຳແອດ
170,000 ha
ພູລວຍ
150,000 ha
ນ້ຳຊຳ
70,000 ha
ນ້ຳປຸຍ
191,200 ha
ພູພະນັງ
70,000 ha
ພູເຂົາຄວາຍ
200,000 ha
ນ້ຳກະດິງ
169,000 ha
ພູຫີນພູນ
150,000 ha
ນາກາຍນ້ຳເທີນ
353,200 ha
ຫີນຫນາມຫນໍ
82,000 ha
ພູຊ້າງແຫ
109,900 ha
ດົງພູວຽງ
197,000 ha
ເຊຊາບ
133,500 ha
ເຊບັ້ງນວນ
150,000 ha
ດົງຫົວສາວ
110,000 ha
ພູຊຽງທອງ
120,000 ha
ເຊປຽນ
240,000 ha
ດົງອຳພາມ
200,000 ha


Protected AreaArea
 
Nam Dene Dinh
222,000 ha
 
Nam Ha
222,400 ha
Nam Et
170,000 ha
Phou Loeuy
150,000 ha
Nam Xam
70,000 ha
Nam Phoui
191,200 ha
Phou Pa Nang
70,000 ha
Phou Khao Khoay
200,000 ha
Nam Kading
169,000 ha
Phou Hin Poun
150,000 ha
Nakai Nam Theun
353,200 ha
Hin Nam No
82,000 ha
Phou Xang He
109,900 ha
Dong Phou Vieng
197,000 ha
Xe Sap
133,500 ha
Xe Bang Nouan
150,000 ha
Dong Hua Sao
110,000 ha
Phou Xieng Thong
120,000 ha
Xe Pian
240,000 ha
Dong Am Pham
200,000 ha