Saturday, March 28, 2015

ຂໍ້ດີ, ຂໍ້ເສຍຂອງການໂທມງ່າ

ຂໍ້ດີ, ຂໍ້ເສຍຂອງການໂທມງ່າ 3.1 ຂໍ້ເສຍ.       - ບໍ່ທົນທານຕໍ່ສະພາບແວດລ້ວມ ລົ້ມງ່າຍ       - ພືດທີ່ຂະຫຍາຍພັນດ້ວຍສີ້ນສ່ວນຕ່າງໆແມ່ນບໍ່ມີລະບົບຮາກແກ້ວ.       - ຕົ້ນໄມ້ທີ່ໂທມແມ່ນອາຍຸບໍ່ຍືນຄືກັບຕົ້ນໄມ້ທີ່ປູກດ້ວຍແກ່ນຂໍ້ດີ.

ຂໍ້ດີ, ຂໍ້ເສຍຂອງການໂທມງ່າ

3.1 ຂໍ້ເສຍ.
      - ບໍ່ທົນທານຕໍ່ສະພາບແວດລ້ວມ ລົ້ມງ່າຍ
      - ພືດທີ່ຂະຫຍາຍພັນດ້ວຍສີ້ນສ່ວນຕ່າງໆແມ່ນບໍ່ມີລະບົບຮາກແກ້ວ.
      - ຕົ້ນໄມ້ທີ່ໂທມແມ່ນອາຍຸບໍ່ຍືນຄືກັບຕົ້ນໄມ້ທີ່ປູກດ້ວຍແກ່ນ
3.2 ຂໍ້ດີ.
         - ຕົ້ນໄມ້ຈະໃຫ້ຜົນຜະລິດໄວກ່ວາການປູກດ້ວຍແກ່ນ
         -  ຜົນທີ່ເກີດຂື້ນມານັ້ັ້ນຈະຄືກັບພັນເດີມຂອງຕົ້ນໄມ້ທຸກປະການ.
         - ຕົ້ນຈະບໍ່ສູງບໍ່ໃຫ່ຍບໍ່ຄືກັບການປູກດ້ວຍແກ່ນ
        - ສາມາດຂະຫຍາຍພັນພືດທີ່ບໍ່ສາມາດນຳໃຊ້ແກ່ນກ້າ ຫຼື ໝາກໄມ້ທີ່ມີແກ່ນໃຫ້ສືບທອດຮັກສາແນວພັນໄດ້ຕະຫຼອດ.

   
ຂໍ້ດີ, ຂໍ້ເສຍຂອງການໂທມງ່າ 3.1 ຂໍ້ເສຍ.       - ບໍ່ທົນທານຕໍ່ສະພາບແວດລ້ວມ ລົ້ມງ່າຍ       - ພືດທີ່ຂະຫຍາຍພັນດ້ວຍສີ້ນສ່ວນຕ່າງໆແມ່ນບໍ່ມີລະບົບຮາກແກ້ວ.       - ຕົ້ນໄມ້ທີ່ໂທມແມ່ນອາຍຸບໍ່ຍືນຄືກັບຕົ້ນໄມ້ທີ່ປູກດ້ວຍແກ່ນຂໍ້ດີ.

ຄວາມໝາຍຂອງການໂທມງ່າ.

  
ຄວາມໝາຍຂອງການໂທມງ່າ.     ການໂທມງ່າໝາຍເຖິງການຂະຫຍາຍພັນອີກວິທີ່ໜຶ່ງທີ່ນິຍົມກັນປະຕິບັດ


 ຄວາມໝາຍຂອງການໂທມງ່າ 

 
  ການໂທມງ່າໝາຍເຖິງການຂະຫຍາຍພັນອີກວິທີ່ໜຶ່ງທີ່ນິຍົມກັນປະຕິບັດ ແລະ ສາມາດໂທມກັບພືດຫຼາຍຊະນິດໄດ້ບໍ່ວ່າຈະເປັນໄມ້ໃຫ້ໝາກ, ໄມ້ດອກໄມ້ປະດັບຈົນກະ ທັ້ງພືດເຄືອເຊັ່ນ: ສະຕໍເບີຣີ, ໝາກກ້ຽງ ເປັນພືດທີ່ສາມາດຂະຫຍາຍພັນໄດ້ຫຼາຍແບບ ແລະ ວິທີການໂທມງ່າໃຊ້ກັບຕົ້ນໝາກກ້ຽງກໍ່ເຫັນວ່າໄດ້ຜົນດີທີ່ສຸດ.
   ການໂທມງ່າໝາຍເຖິງການເຮັດໃຫ້ຮາກຂອງພືດເກີດຕາມບ່ອນທີ່ຕ້ອງການເຊັ່ນ: ກິ່ງງ່າ, ໂດຍຜ່ານຂັ້ນ ຕອນ ແລະ ວິທີການເພື່ອທີ່ຈະນຳເອົາໄປເປັນຕົ້ນພັນໃນຂັ້ນຕໍ່ໄປເຊິ່ງທາດແທ້ຂອງການໂທມງ່າກໍ່ຄືການຮັກສາແນວພັນເດີມໄວ້ໃຫ້ໄດ້ກິນດົນ ແລະ ເພື່ອຄວາມສະດວກສະບາຍໃນການເກັບກ່ຽວຜົນຜະລິດມາຮັບໃຊ້ເປັນອາຫານ.


ປະຫວັດຄວາມເປັນມາຂອງໝາກກ້ຽງ.






ປະຫວັດຄວາມເປັນມາຂອງໝາກກ້ຽງ.


ໃນອາດີດຜ່ານມາໄດ້ມີການປູກໝາກກ້ຽງນານຫຼາຍພັນປີມາແລ້ວປະຊາຊົນມີການເຊື່ອກັນວ່າ: ໝາກກ້ຽງມີຫຼາຍພັນ,ຫຼາຍຊະນິດ ແລະ ເປັນພືດທີ່ມີຖີ່ກ່ຳເນີດ ຫຼືເປັນພືດທ້ອງຖີ່ນດັ່ງເດີມໃນເຂດຮ້ອນ,ຄີ່ງຮ້ອນຂອງທະວີບເອເຊຍ ແລະ ກຸ່ມເກາະມາລາຍູໃນປະເທດໄທ  ແລະ ບໍ່ມີຫຼັກຖານຢ່າງຊັດເຈນວ່າມີການປູກໝາກກ້ຽງກັນມາຕັ້ງແຕ່ເມື່ອກ່ອນ,ພົບແຕ່ພຽງບົດລາຍງານເຊີ່ງມີຕົ້ນສະບັບເປັນພາສາຝຣັ່ງເສດ ແປແລະຈັດພີມເປັນພາສາອັງກີດເມື່ອ ພສ 2231 ຫຼື ກ່ວາ 300 ປີມາແລ້ວທີ່ໄດ້ກ່າວເຖີງໝາກກ້ຽງຊະນິດຕ່າງມີ 3 ຊະນິດຄື: ໝາກສົ້ມໂອ( ໝາກກ້ຽງໃຫ່ຍ ),ໝາກກ້ຽງ ແລະ ໝາກກູດ ສຳລັບໝາກສົ້ມຂຽວຫວານບໍ່ຮູ້ປະຫວັດຊັດເຈນ ແລະ ມີຂໍ້ສະທິຖານວ່າອາດເກີດຈາກການເພາະເມິດ,ຈາກການຂະຂະພັນຈາກຈາກໝາກກ້ຽງນ້ອຍ ຫຼື ເກີດຈາກພັນທີ່ຈີນນຳເຂົ້າມາປູກໃນພາກກາງເມື່ອປະມານຮ້ອຍກ່ວາປີມາແລ້ວ ຕໍ່ມາຈີ່ງໄດ້ມີການກະຈ່າຍນຳໄປປູກໃນເຂດອື່ນໆ ແລະ ເອີ້ນກັນວ່າ: ກ້ຽງຂຽວຫວານ ເພາະເມື່ອໝາກກ້ຽງສຸກ ຫຼື ແກ່ເຕັມທີ່ແລ້ວ ສ່ວນເປື້ອກຍັງມີສີຂຽວ ເມື່ອກິນເຂົ້າໄປຈະມີລົດຊາດຫວານ ເລັກສະນະຂອງໝາກກ້ຽງທົ່ວໄປທີ່ປູກໃນພາກກາງ ຫຼືໃນພື້ນທີ່ມີອຸ່ນຫະພູມທີ່ມີອາກາດເຢັນ.


ລັກສະນະສະເພາະຂອງພັນຢາງພັນ GT1:




ລັກສະນະສະເພາະຂອງພັນຢາງ

ພັນ GT1:

ເປັນຢາງດັ້ງເດີມ ຂອງປະເທດອິນໂດເນເຊຍ ຄັດເລືອກມາຈາກຕົ້ນຢາງທຳມະຊາດ ຕາມສວນຢາງພາລາ ຂະໜາດໃຫຍ່ ເມື່ອປີ ຄສ 1920 - 1930 (ສົມສັກ ວັດທະນາສີຣີ) ໂດຍປູກດ້ວຍແກ່ນ.

ລຳຕົ້ນ:

ໃນໄລຍະທຳອິດ ລຳຕົ້ນຈະຄົດ ແລະ ສູງຮຽວຂຶ້ນ, ສີເປືອກເປັນສີນ໙ຕານແກ່ ເມື່ອມີຂະໜາດໃຫຍ່ຂຶ້ນ ເປືອກຈະລຽບ, ໜາປານກາງ, ເປືອກທີ່ປົ່ງອອກໃໝ່ຈະມີຄວາມໜາບາງກວ່າເປືອກເດີມເລັກນ້ອຍ, ດັ່ງນັ້ນ ການປາດຢາງແນວພັນນີ້ ຈຶ່ງບໍ່ຄວນປາດໜາ, ເພາະສິ້ນເປືອງເປືອກຫຼາຍເກີນໄປ ເພື່ອເຮັດໃຫ້ເປືອກທີ່ປົ່ງອອກມາໃໝ່ ມີຄວາມໜາພຽງພໍທີ່ຈະສາມາດປາດໃດດ້ານນຶ່ງ ຈຶ່ງເຮັດໃຫ້ເຮືອນຍອດ ອ່ຽງໄປຂ້າງດຽວ.

ໃບ:

ມີສີຂຽວເຂັ້ມເປັນມັນ, ໝື່ນ, ເສັ້ນກ່າງໃບ ເຫັນໄດ້ຢ່າງຊັດເຈນ, ຂອບໃບເປັນຄື້ນເລັກນ້ອຍ,ຮູບຊົງຂອງກ່າງໃບຄືກັບວີ, ມີປຸ່ມທີ່ໃບຍ່ອຍແລບກວ່າກິ່ງໃບປາຍ ແລະ ຍອດຂອງກິ່ງໃບ ຈະມີລັກສະນະບິດ. ກ້ານໃບມີຖານໃບ 2 ຊັ້ນ ເປັນເສັ້ນໂຄ້ງ ແລະ ເປັນຮ່ອງ.

ຕາ:

ມີທີ່ຕັ້ງຢູ່ໃກ້ກັບກ້ານໃບ, ສະເໝີກັບລຳຕົ້ນ ແລະ ມີລັກສະນະເປັນໂນນຂຶ້ນເລັກນ້ອຍ.

ຊົງຟຸ່ມ:

ໄລຍະລະຫວ່າງຊັ້ນໃບແຄບ ເຊິ່ງສັງເກດເຫັນໄດ້ຈາກຄວາມຕຶບໜາຂອງມັນ. ຊົງຟຸ່ມ ມີ
ລັກສະນະເປັນຮູບຈວຍ.

ນ້ຳຢາງ:

ມີສີຂາວ, ໃຫ້ຜົນຜະລິດ ໂດຍສະເລັ່ຍ 15 ປີ ປະມານ 1,668 ກິໂລກຼາມ/ເຮັກຕາ/ປີ.

ແກ່ນ:

ຂ້ອນຂ້າງກົມ ມີຂະໜາດນ້ອຍກວ່າພັນຢາງອື່ນໆ.

ຂໍ້ດີ:

ຕ້ານທານລົມໄດ້ດີ, ຫຼົ່ນໃບຊ້າກວ່າຢາງພັນອື່ນໆ ຈຶ່ງເຮັດໃຫ້ຈຳນວນວັນປາດຢາງຕໍ່ປີເພີ້ມຂຶ້ນ, ເມື່ອ ປາດເລິກເຖິງເນື້ອໄມ້ ເປືອກທີ່ປົ່ງອອກມາໃໝ່ ຈະເສຍຫາຍພຽງເລັກນ້ອຍ. ເໝາະສຳລັບເປັນຕາຢາງພັນດີ ທີ່ໃຊ້ຕິດຕາກັບພັນອື່ນ ເນື່ອງຈາກວ່າ ສາມາດຕ້ານທານຕໍ່ພະຍາດໃບລົ່ນ ແລະພະຍາດໄຟທອບໂທລາ. ມັນສາມາດປູກໄດ້ໃນທຸກເຂດປູກຢາງ ແລະ ຈະເລີນເຕີບໂຕໄດ້ດີ ໃນພື້ນທີ່ ທີ່ມີດິນຕື້ນ, ລະດັບຂອງນ້ຳໃຕ້ດິນສູງ ລວມເຖິງໃນສະພາບພື້ນທີ່ດິນຄ້ອຍຊັນ.

ຂໍ້ເສຍ:

ເປືອກທີ່ປົ່ງອອກມາໃໝ່ຂ້ອນຂ້າງບາງ ແລະ ການໃຊ້ນ໙ຢາເລັ່ງນ໙ຢາງ ໄດ້ຜົນພຽງເລັກ
ນ້ອຍ.

ປັດໄຈທີ່ຈະຕ້ອງພິຈາລະນາໃນການນຳໃຊ້ພັນຢາງ


ປັດໄຈທີ່ຈະຕ້ອງພິຈາລະນາໃນການນຳໃຊ້ພັນຢາງ

ພະຍາດ

ການປູກຢາງໃນແຕ່ລະພື້ນທີ່ ຈະພົບການລະບາດຂອງພະຍາດບົ້ງແມງ ຊະນິດທີ່ແຕກຕ່າງກັນ. ດັ່ງນັ້ນ ກ່ອນຈະປູກຢາງຄວນຈະສຶກສາ ແລະ ພິຈາລະນາຢ່າງຖີ່ຖ້ວນກ່ອນ ວ່າມັນມີຄວາມຫຼາກຫຼາຍຂອງພະຍາດທີ່ຈະເກີດຂຶ້ນ ຫຼື ມີຄວາມຮ້າຍແຮງຫຼາຍປານໃດ, ເພື່ອທີ່ຈະຕັດສິນໃຈເລືອກພັນຢາງ ທີ່ສາມາດທົນທານຕໍ່ກັບເຊື້ອພະຍາດນັ້ນໆ ໄດ້ເໝາະສົມ.


ລົມ:
ຖ້າພື້ນທີ່ ທີ່ຈະປູກຢາງ ມີລົມແຮງ, ແນະນຳໃຫ້ປູກສະເພາະພັນຢາງທີ່ມີຄວາມທົນທານ ຕໍ່ກັບລົມໄດ້ດີ.ຊະນິດ ແລະ ຄວາມອຸດົມສົມບູນຂອງດິນ: ດິນແຕ່ລະຊະນິດ ຈະມີຄວາມເໝາະສົມກັບຢາງແຕ່ລະພັນ. ຢາງບາງພັນໃຫ້ຜົນຜະລິດດີ ຢູ່ໃນພື້ນທີ່ ທີ່ດິນມີຄວາມອຸດົມສົມບູນເທົ່ານັ້ນ ແຕ່ຖ້ານຳໄປປູກໃນດິນທີ່ຂາດຄວາມອຸດົມສົມບູນ ຈະໃຫ້ຜົນຜະລິດຕ່ຳ ແຕ່ກໍ່ມີຢາງບາງຊະນິດທີ່ສາມາດປູກໄດ້ໃນດິນທີ່ບໍ່ອຸດົມສົມບູນ.

ຄວາມເລິກຂອງຊັ້ນໜ້າດິນ ແລະ ລະດັບ​ນ້ຳໃຕ້ດິນ:
ໃນພື້ນທີ່ ທີ່ຊັ້ນດິນຕື້ນ ແລະ ມີລະດັບ​ນ້ຳໃຕ້ດິນສູງ ແມ່ນບໍ່ມີຄວາມເໝາະສົມ ທີ່ຈະປູກເປັນສວນຢາງ. ໂດຍປົກກະຕິແລ້ວ ຢາງຈະມັກບ່ອນທີ່ມີດິນເລິກ ແລະ ມີການລະບາຍນ໙ໄດ້ດີ, ແຕ່ມີບາງພັນ ສາມາດປູກໄດ້ໃນພື້ນທີ່ດິນທີ່ມີຊັ້ນດິນຕື້ນ ແລະ ລະດັບນ໙ໃຕ້ດິນສູງ.

ຄວາມຄ້ອຍຊັນຂອງພື້ນທີ່:
ບາງພັນຢາງ ບໍ່ເໝາະສົມທີ່ຈະປູກໃນເຂດທີ່ມີຄວາມຄ້ອຍຊັນ ແຕ່ກໍ່ມີບາງພັນທີ່ສາມາດປູກໃນພື້ນທີ່ຄ້ອຍຊັນ.

ໄລຍະຫ່າງຂອງການປູກ:

ຄວນພິຈາລະນາຄວາມເໝາະສົມ ຂອງລັກສະນະພັນຢາງພາລາ ແຕ່ລະພັນ.


ສະພາບແວດລ້ອມທີ່ເໝາະສົມ ຂອງຕົ້ນຢາງພາລາ

ສະພາບແວດລ້ອມທີ່ເໝາະສົມ ຂອງຕົ້ນຢາງພາລາ


ຕົ້ນຢາງພາລາຈະ ຈະເລີນເຕີບໂຕໄດ້ດີ, ສົມບູນ, ແຂງແຮງ ແລະ ສາມາດໃຫ້ຜົນຜະລິດສູງໄດ້ນັ້ນແມ່ນປະກອບດ້ວຍຫຼາຍປັດໄຈ ໂດຍສະເພາະແມ່ນ ປັດໄຈດ້ານສະພາບແວດລ້ອມຕ່າງໆ ຄື:

ລັກສະນະພື້ນທີ່:

ພື້ນທີ່ ທີ່ເໝາະສົມຕໍ່ການປູກຕົ້ນຢາງ ແມ່ນຢູ່ລະຫວ່າງເສັ້ນຂະໜານ ທີ 28 ອົງສາເໜືອ ແລະ ໃຕ້.ຕົ້ນຢາງ ແມ່ນຈະສາມາດຈະເລີນເຕີບໂຕໄດ້ດີ ຕັ້ງແຕ່ທົ່ງພຽງ ຈົນເຖິງເຂດທີ່ມີຄວາມຄ້ອຍຊັນ ເຖິງ 60ອົງສາ (ສົມສັກ ວັດທະນາສີຣິ) ແຕ່ຖ້າປູກຢາງພາລາ ໃນພື້ນທີ່ ທີ່ມີຄວາມຄ້ອຍຊັນສູງ ຈະເຮັດໃຫ້ດິນເກີດການເຊາະເຈື່ອນ (ເອກະໄຊ ພືກອຳໄພ ພ.ສ 2547) ແລະ ພື້ນທີ່ຄວນມີຄວາມສູງ ຈາກລະດັບໜ້ານ໙ທະເລບໍ່ໃຫ້ເກີນ 800 ແມັດ (ວິຊິດ ສຸວັນນະປີຊາ).

ປະລິມານນ້ຳຝົນ

ຢາງຈະເລີນເຕີບໂຕໄດ້ດີໃນພື້ນທີ່ ທີ່ມີປະລິມານນ໙ຝົນ ສະໝ່ຳສະເໝີ ລະຫວ່າງ 2,000 - 2,500 ມິນລິແມັດ ຕໍ່ປີ ແຕ່ວ່າປະລິມານນ໙ຝົນບໍ່ຄວນ ຕoeກວ່າ 1,250 ມິນລິແມັດ ຕໍ່ປີ ແລະ ມີຈຳນວນວັນຝົນຕົກສະເລ່ັຍ ປະມານ 120-150 ວັນ (ສະຖາບັນວິໄຈຢາງ, ພ.ສ 2550).

ສະພາບພູມອາກາດ

ອຸນຫະພູມທີ່ມີຄວາມເໝາະສົມຕໍ່ການປູກຢາງ ແມ່ນຢູ່ລະຫວ່າງ 18-35 ອົງສາເຊ ແລະ ມີຄ່າສະເລັ່ຍຕະຫຼອດປີ ຢູ່ລະຫວ່າງ 24 - 27 ອົງສາເຊ. ຖ້າອຸນຫະພູມ ສູງກວ່າ 40 ອົງສາເຊ ຕົ້ນຢາງຈະຫ່ຽວ;ຖ້າຕຳກວ່າ 10 ອົງສາເຊ ຕົ້ນຢາງ ສາມາດທົນໄດ້ໃນໄລຍະສັ້ນ ຖ້າແກ່ຍາວຕົ້ນຢາງ ຈະມີອາການໃບຫ່ຽວແລະ ລົ່ນ, ຍອດຢຸດການຂະຫຍາຍຕົວ, ລຳຕົ້ນຈະແຕກ, ຫຼອດຢາງຈະຮົ່ວ ແລະ ຖ້າອຸນຫະພູມ ຍັງສືບຕໍ່ຕ່ຳລົງ ຮອດ 5 ອົງສາເຊ ຈະເຮັດໃຫ້ຕົ້ນຢາງຕາຍ. ປະລິມານແສງແດດສະເລ່ັຍທີ່ເໝາະສົມ ແມ່ນ 1,800-2,800 ຊົ່ວໂມງ ຕໍ່ປີ. ຄວາມໄວຂອງລົມບໍ່ເກີນ 1 ແມັດ ຕໍ່ວິນາທີ.

ດິນ:

ດິນທີ່ເໝາະສົມສຳລັບການປູກຢາງ ຄວນມີຄຸນສົມບັດທາງດ້ານກາຍະພາບ ແລະ ເຄມີ ດັ່ງນີ້:ຄວາມເລິກຂອງຊັ້ນດິນ ບໍ່ຕoeກວ່າ 1 ແມັດ, ບໍ່ມີຊັ້ນຫີນແຂງ ຫຼື ຫີນດານ ທີ່ເປັນອຸປະສັກຕໍ່ກັບການຂະຫຍາຍຕົວຂອງຮາກ.ລະດັບນ້ຳໃຕ້ດິນ ຕະຫຼອດປີ ຕ່ຳກວ່າ 1 ແມັດ.
  •     ມີການລະບາຍ​ນ້ຳໄດ້ດີ
  •     ມີການລະບາຍອາກາດໄດ້ດີ.
   ·             ເນື້ອດິນ ຄວນເປັນ ດິນໜຽວລ້ວນ, ດິນລ້ວນ ຫຼື ລ້ວນປົນຊາຍ.
   ·             ຄວນເປັນດິນທີ່ມີທາດອາຫານຫຼັກ ແລະ ທາດອາຫານສຳຮອງຢ່າງພຽງພໍ ແຕ່ບໍ່ຫຼາຍ ເກີນໄປ ຈົນເກີດມີຜົນກະທົບຕໍ່ກັບການຂະຫຍາຍຕົວຂອງພືດ
   ·             ຄ່າຄວາມເປັນກົດ ດ່າງ ທີ່ເໝາະສົມ ຄວນຢູ່ໃນລະດັບ PH 4.5-6.5.

ລັກ​ສະ​ນະ​ທາງ​ພຶດ​ສາດ​ຂອງ​ຢາງ​ພາ​ລາ

ລັກສະນະຂອງຕົ້ນຢາງພາລາ

ຢາງພາລາ ເປັນຕົ້ນໄມ້ຢືນຕົ້ນຂະໜາດໃຫຍ່ ທີ່ມີອາຍຸຍືນກວ່າ 100 ປີ ເປັນພືດທີ່ມີໃບລ້ຽງຄູ່ ຢູ່ໃນຕະກຸນ Euphorbiaceae, ມີຊື່ວິທະຍາສາດ ວ່າ: Hevea brasiliensis ເປັນພືດພັນ ທີ່ລວບລວມມາຈາກລັດພາລາ ປະເທດເບຼຊີນ. ດັ່ງນັັ້ນ ອົງການສາກົນລະຫວ່າງປະເທດ ຈຶ່ງຮັບຮູ້ຄຳວ່າ (Pararubber) ເປັນພັນຢາງ ທີ່ມາຈາກພືດຕະກຸນ Hevea ແລະ ເປັນຕົວແທນຂອງຢາງ ໃນທຳມະຊາດ (Naturalrubber) ທົ່ວໄປ.


ລຳຕົ້ນ: ແມ່ນສ່ວນທີ່ສຳຄັນທີ່ສຸດຂອງຕົ້ນຢາງ ເພາະວ່າ ແມ່ນບໍລິເວນເກັບກ່ຽວຜົນຜະລິດ ນ້ຳຢາງສົດ ແລະ ນຳໃຊ້ປະໂຫຍດເນື້ອໄມ້ ໃນໄລຍະໝົດອາຍຸການປາດຢາງ ຫຼື ຮອດກຳນົດການຕັດ. ຕົ້ນຢາງ ເປັນໄມ້ເນື້ອອ່ອນ ມີສີຂຽວປົນເຫຼືອງ, ລຳຕົ້ນທີ່ຈະເລີນເຕີບໂຕມາຈາກເບັ້ຍ (Seedling)ໂດຍກົງ ຈະມີລັກສະນະຮູບຈວຍ ໂດຍທ່ອນກົກຂອງມັນ ຈະມີຂະໜາດໃຫຍ່ກວ່າ ແລ້ວຈຶ່ງສ້ວຍຫາປາຍ ຫຼື ບ່ອນແຕກງ່າທຳອິດ ແລະ ລຳຕົ້ນທີ່ເກີດມາຈາກຕົ້ນຕິດຕາ (Stump budding) ຈະມີຮູບຮ່າງລັກສະນະຊົງກົມ ໂດຍທາງກົກ ແລະ ທາງປາຍຈະມີຂະໜາດທີ່ຂ້ອນຂ້າງສະໝ່ຳສະເໝີກັນ. ລຳຕົ້ນປະກອບດ້ວຍສ່ວນສຳຄັນ 3 ສ່ວນ ຄື: ເນື້ອໄມ້, ມອກ ແລະ ເປືອກ.
ເນື້ອໄມ້: ແບ່ງເປັນ 2 ສ່ວນ ຄື: ສ່ວນທີ່ເປັນແກນ (Pith) ແລະ ສ່ວນທີ່ເປັນເນື້ອໄມ້ (wood).ສ່ວນທີ່ເປັນແກນ ຈະຢູ່ດ້ານກາງລຳຕົ້ນ, ສ່ວນທີ່ເປັນເນື້ອໄມ້ຈະຢູ່ຖັດອອກມາ.
ມອກ: ແມ່ນເນື້ອເຫຍື້ອ ຢູ່ອ້ອມຊັ້ນເນື້ອໄມ້ ມີໜ້າທີ່ສ້າງການຈະເລີນເຕີບໂຕໃຫ້ກັບຕົ້ນຢາງ.
ເປືອກ: ແມ່ນສ່ວນທີ່ຢູ່ຖັດຈາກມອກ ອອກມາດ້ານນອກສຸດ, ເປັນສ່ວນທີ່ມີຄວາມສຳຄັນຫຼາຍເພາະວ່າ ທໍ່ນ໙ຢາງແມ່ນຢູ່ໃນສ່ວນນີ້. ເປືອກແບ່ງອອກເປັນ 3 ສ່ວນ ຄື: ສ່ວນໃນ ຫຼື ເປືອກອ່ອນແມ່ນສ່ວນທີ່ຢູ່ດ້ານໃນສຸດຂອງເປືອກຕິດຢູ່ກັບຊັ້ນມອກ, ເປັນບ່ອນທີ່ມີທໍ່ນ໙ຢາງ ຮຽງຕົວກັນຢູ່ກະແຈກກະຈາຍ. ສ່ວນກາງຂອງເປືອກ ຫຼື ສ່ວນທີ່ເປັນເປືອກແຂງຖັດອອກມາ ມີທໍ່ນ໙ຢາງຢູ່ ແຕ່ບໍ່ຫຼາຍ ແລະ ສ່ວນນອກສຸດຂອງເປືອກ ແມ່ນສ່ວນທີ່ແຫ້ງ ມີສີນ໙ຕານ, ສ່ວນນີ້ ບໍ່ມີທໍ່ນ້ຳຢາງ.



ຮາກ: ເປັນລະບົບຮາກແກ້ວ (Tap root system) ຄື: ມີຮາກແກ້ວ ແລະ ຮາກຝອຍ ເຮັດໜ້າທີ່ດູດອາຫານ ແລະ ຍຶດລຳຕົ້ນ. ປົກກະຕິຮາກແກ້ວ ຈະບໍ່ຢັ່ງລົງຊັ້ນພື້ນດິນເລິກຫຼາຍ ຄືຈະຍັ່ງລົງປະມານ 1.5 - 2 ແມັດ ເທົ່ານັ້ນ, ນອກຈາກແຕ່ໃນບ່ອນທີ່ມີດິນດີ ຊຶ່ງອາດຈະຢັ່ງລົງເກີນ 2 ແມັດ.ນອກຈາກນັ້ນ ມັນຍັງມີລະບົບຮາກຝອຍ (Feeding root) ເພື່ອດູດອາຫານ. ຮາກດັ່ງກ່າວ ສ່ວນໃຫຍ່ຈະພົບຢູ່ຊັ້ນໜ້າດິນ ຫຼາຍກວ່າໃນຊັ້ນດິນເລິກ.



ເຮືອນຍອດ: ປະກອບດ້ວຍໃບ ແລະ ກິ່ງງ່າ ຊຶ່ງຈະແຕກຕ່າງກັນໄປ ຕາມລັກສະນະຂອງພັນຢາງ.ເຮືອນຍອດ ມີໜ້າທີ່ຕົ້ນຕໍໃນການສັງເຄາະແສງ ແລະ ລຳລຽງທາດອາຫານຕ່າງໆ.
ໃບ: ເປັນໃບປະສົມ (Compound leaf), ນຶ່ງກ້ານໃບ ຈະມີໃບຍ່ອຍ (leaf let) 3 ໃບ ແຕ່ບາງພັນອາດມີໃບຍ່ອຍ 4 - 5 ໃບ, ມີສີຂຽວເຂັ້ມເປັນມັນ ແລະ ລັກສະນະຂອງໃບຈະມີຄວາມແຕກຕ່າງກັນໄປຕາມພັນ. ໃບຢາງຈະປົ່ງອອກເປັນຊັ້ນໆ. ປົກກະຕິ ຕົ້ນຢາງຈະຫຼົ່ນໃບໃນລະດູແລ້ງຂອງທຸກໆປີ, ຍົກເວັ້ນຕົ້ນຢາງ ທີ່ມີອາຍຸຕoeກວ່າ 3 ປີ ລົງມາ.



ກິ່ງງ່າ: ຈະປະກອບດ້ວຍກິ່ງງ່າຂະໜາດໃຫຍ່ ເຊິ່ງເປັນສ່ວນທີ່ຈະເລີນເຕີບໂຕຕໍ່ຈາກຕົ້ນ. ຂະ ໜາດແລະ ມຸມຂອງການແຕກງ່າ ແລະ ກິ່ງ ເຮັດໃຫ້ມີລັກສະນະຮູບຊົງທີ່ແຕກຕ່າງກັນໄປ ຕາມແຕ່ລະພັນ ເຊິ່ງມີຜົນຕໍ່ຄວາມແຂງແຮງ, ມີຄວາມຕ້ານທານຕໍ່ລົມ ແລະ ພະຍາດບົ້ງແມງຕ່າງໆ.
ດອກ: ເຮັດໜ້າທີ່ປະສົມພັນ, ມັກເກີດຕາມປາຍກິ່ງ ຫຼັງລະດູການຫຼົ່ນໃບ ໂດຍອອກພ້ອມກັນກັບໃບອ່ອນທີ່ປົ່ງອອກມາໃໝ່. ດອກມີລັກສະນະເປັນຊໍ່ ແຕ່ລະຊໍ່ມີຫຼາຍກິ່ງ ມີທັງເກສອນຜູ້ ແລະ ເກສອນແມ່ ຢູ່ໃນຊໍ່ດຽວກັນ ໂດຍມີເກສອນຜູ້ ຫຼາຍກວ່າເກສອນແມ່. ປົກກະຕິ ຈະອອກດອກປີລະ 2ຄັ້ງ ຄື: ໃນລະຫວ່າງ ເດືອນກຸມພາ (2) ຫາ ເດືອນມິຖຸນາ (6) ແລະ ໃນ ລະຫວ່າງ ເດືອນສິງຫາ (8)ຫາ ເດືອນຕຸລາ (10). ການອອກດອກຄັ້ງທຳອິດ ຈະອອກດອກຕາມລະດູການ ແລະ ຈະມີຈໍານວນດອກ ຫຼາຍກວ່າ ຄັ້ງທີ 2.



ໝາກ ແລະ ແກ່ນ: ໝາກຢາງເກີດຈາກການປະສົມເກສອນຜູ້ ແລະ ເກສອນແມ່. ຢາງເປັນພັນພືດທີ່ມີການປະສົມເກສອນແບບເປີດ. ປົກກະຕິແລ້ວ ໝາກຢາງຈະມີລັກສະນະເປັນໜວ່ຍມົນແຕ່ວ້ຳເຂົ້າທາງກາງ, ໝາກອ່ອນມີສີຂຽວ ເວລາແກ່ຈະປ່ຽນເປັນສີ​ນ້ຳຕານ ແລະ ແຂງ. ໝາກແກ່ເຕັມທີ່ ຈະໃຊ້ເວລາ 2 ເດືອນ ຫາ 3 ເດືອນ, ເມື່ອໝາກແກ່ຫຼາຍມັນຈະແຕກ ແລະ ລົ່ນລົງຈາກຕົ້ນ. ແກ່ນມີສີ​ນ້ຳຕານຊາຍຂາວ. ເມື່ອຫຼົ່ນລົງໃໝ່ໆ ຈະມີເປີເຊັນການແຕກງອກສູງ ແຕ່ອັດຕາການແຕກງອກນີ້ ຈະຫຼຸດລົງ ວັນລະ ປະມານ 5%. ສະນັ້ນ ໃນສະພາບປົກກະຕິ ແກ່ນຈະຮັກສາຄວາມງອກໄວ້ໄດ້ ປະມານ 20 ວັນ ເທົ່ານັ້ນ, ຖ້າຕ້ອງການນຳແກ່ນຢາງໄປກ້າ ສຳລັບໃຊ້ປະໂຫຍດ ຈະຕ້ອງເລືອກຫາແກ່ນທີ່ຫຼົ່ນໃໝ່. ແກ່ນຢາງສົດ 1 ກິໂລກຼາມ ຈະມີຈຳນວນ ປະມານ 200ຫາ 250 ແກ່ນ.



ນ້ຳຢາງ: ເປັນ​ນ້ຳສີຂາວ ຫາ ຂາວປົນເຫຼືອງຂຸ້ນຢູ່ໃນທໍ່​ນ້ຳຢາງ ເຊິ່ງພົບຢູ່ໃນເປືອກຂອງຕົ້ນຢາງໂດຍສະເພາະ ແມ່ນເປືອກດ້ານໃນທີ່ຢູ່ຕິດກັບມອກ, ວິທີຈະນຳເອົານ້ຳຢາງອອກຈາກຕົ້ນຢາງແມ່ນຕ້ອງໃຊ້ມີດປາດ ເພື່ອຕັດທໍ່ນ້ຳຢາງໃຫ້ຂາດອອກຈາກກັນ. ໃນ​ນ້ຳຢາງ ຈະມີສ່ວນປະກອບຕົ້ນຕໍທີ່ສຳຄັນ 2 ສ່ວນ ຄື: ສ່ວນທີ່ເປັນເນື້ອຢາງ ແລະ ສ່ວນທີ່ບໍ່ແມ່ນເນື້ອຢາງ. ຕາມປົກະຕິ ໃນນ້ຳຢາງຈະມີເນື້ອຢາງແຫ້ງຢູ່ ປະມານ 25 - 45%, ເຊິ່ງເນື້ອຢາງດັ່ງກ່າວ ແມ່ນສ່ວນທີ່ເອົາໄປນຳໃຊ້ປະໂຫຍດຕໍ່ການດຳລົງຊີວິດ ແລະ ເປັນສິ່ງທີ່ຈຳເປັນສຳລັບຊີວິດປະຈຳວັນ ຂອງສັງຄົມມະນຸດ ໃນປະຈຸບັນ. ຢາງມີອະນຸພາກຂະໜາດຕ່າງກັນ ທີ່ລອຍຢູ່ໃນຂອງແຫຼວ, ອະນຸພາກເຫຼົ່ານີ້ ຈະບັນນ້ຳຈຸຂ້ວນໄຟຟ້າລົບຍູ້ດັນກັນຢູ່ຕະຫຼອດເວລາ ເຮັດໃຫ້ສິ່ງທີ່ລອຍຄົງສະພາບເປັນນ໙ຢາງ ຢູ່ໄດ້ຈົນກວ່າຈະມີສະພາບແວດລ້ອມ ແລະ ປັດໄຈຕ່າງໆ ມາກະທົບເຮັດໃຫ້ມີການປ່ຽນແປງ ເຊິ່ງຈະເຮັດໃຫ້ນ້ຳຢາງເສຍຄຸນນະພາບ ແລະ ຈັບຕົວກັນເປັນກ້ອນ.


ການປູກຢາງພາລາຢູ່ໃນລາວ







ການປູກຢາງພາລາຢູ່ໃນລາວ

ສຳລັບໃນປະເທດລາວ, ຕົ້ນຢາງໃນຖືກນຳເຂົ້າມາປູກໃນປີ 1930, ໃນເນື້ອທີ່ 0.5 ເຮັກຕາ ຢູ່ທີ່ເມືອງບາຈຽງຈະເລີນສຸກ, ແຂວງຈຳປາສັກ ໂດຍຄົນຝຼັ່ງເສດ, ແຕ່ບໍ່ມີການຂະຫຍາຍຕົວຈົນກະ ທັ້ງ ໃນຊຸມປີ 1990 ຈຶ່ງມີບໍລິສັດພັດທະນາເຂດພູດອຍ ແຂວງຄຳມ່ວນ ໄດ້ນຳເອົາເບັ້ຍຢາງ ພັນ RRIM600 ຈາກປະເທດໄທ ມາປູກຢູ່ເມືອງທ່າແຂກ ໃນເນື້ອທີ່ 80 ເຮັກຕາ, ໃນປີ 1992 ຢາງພັນດຽວກັນ ກໍ່ໄດ້ຖືກນຳມາປູກອີກ ຢູ່ເມືອງຫີນບູນ, ແຂວງຄຳມ່ວນ ໃນເນື້ອທີ່ 23 ເຮັກຕາ.ທີ່ ບ້ານຫາດຍາວ ໂດຍນຳໃຊ້ແນວພັນ GT1ແລະ RRIM600 ໃນເນື້ອທີ່ 400 ເຮັກຕາ, ຕໍ່ມາໃນປີ1996 ປະຊາຊົນ ເມືອງສັງທອງ, ນະຄອນຫຼວງວຽງຈັນ ໄດ້ນຳເອົາເບັ້ຍຢາງພາລາ ແນວພັນຢາງ RRIM600 ມາປູກໃນເນື້ອທີ່ 3.5 ເຮັກຕາ ແລະ ໃນປີດຽວກັນນັ້ນ ທີ່ເມືອງທ່າພະບາດ ແຂວງບໍລິຄຳໄຊ ກໍ່ໄດ້ມີການປູກຢາງ ໃນເນື້ອທີ່ 4 ເຮັກຕາ.

ໃນປີ 2003, ບັນດາສວນປູກຢາງທີ່ໄດ້ປູກໃນຊຸມ ປີ 1990 ທີ່ ບ້ານຫາດຍາວ ແຂວງຫຼວງນ້ຳທາ,ແລະ ທີ່ ແຂວງຄຳມ່ວນ ສາມາດເກັບກູ້ກ່ຽວຜົນຜະລິດນ໙ຢາງ ສົ່ງອອກຂາຍ ໃ​ຫ້ຕ່າງປະ ເທດໄດ້ແກ່ ປະເທດໄທ, ຫວຽດນາມ ແລະ ຈີນ. ມາຮອດປະຈຸບັນການປູກຢາງພາລາໄດ້ຮັບການຂະຫຍາຍຕົວຢ່າງວ່ອງໄວ ໃນຂອບເຂດທົ່ວປະເທດ.

ປະ​ຫວັດ​ຄວາມ​ເປັນມາ​ຂອງ​ຢາງ​ພາ​ລາ




ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ​ຢາງ​ພາ​ລາ

ຢາງພາລາ ນອກຈາກເປັນພືດສຳຄັນທາງເສດຖະກິດຂອງໂລກແລ້ວ ຍັງເປັນພືດທີ່ມີສ່ວນສ້າງຄວາມສະດວກ ສະບາຍ ໃຫ້ມວນມະນຸດໃນໂລກ. ສັງຄົມມະນຸດທີ່ມີການພັດທະນາຂຶ້ນເທົ່າໃດ ຄວາມຕ້ອງການນຳໃຊ້ຢາງ ກໍ່ເພີ້ມຫຼາຍຂຶ້ນເທົ່ານັ້ນ.
ຢາງພາລາ ເປັນພືດທີ່ໃຫ້ນ້ຳຢາງ (Latex) ຊຶ່ງໃຊ້ເປັນວັດຖຸດິບໃນການສ້າງຜະລິດຕະພັນຢາງຊະນິດຕ່າງໆ ທີ່ມີຄວາມສຳຄັນເປັນອັນດັບ 2 ຂອງໂລກ ແລະ ມີຄວາມສຳຄັນທາງດ້ານການຄ້າຂອງໂລກເປັນອັນດັບ 8 (ວິຊິດ ສຸວັນນະປີຊາ) ທີ່ໄດ້ນຳໃຊ້ເຂົ້າໃນອຸດສະຫະກຳຫຼາຍປະເພດ ຕັ້ງແຕ່ອຸດສະຫະກຳຂະໜາດໃຫຍ່ ເຊັ່ນ: ການຜະລິດຢາງລົດ ໄປຈົນເຖິງການນຳໃຊ້ໃນຄົວເຮືອນ, ອັນສະແດງໃຫ້ເຫັນໄດ້ວ່າຊີວິດປະຈຳວັນຂອງມະນຸດ ມີສ່ວນກ່ຽວຂ້ອງກັບຢາງພາລາຕະຫຼອດເວລາ ຫຼື ອາດເວົ້າໄດ້ວ່າ ຊີວິດ ແລະ
ຄວາມເປັນຢູ່ຂອງມະນຸດ ໃນຫຼາຍປະເທດ ໄດ້ມີຄວາມຜູກພັນກັບຢາງ ຕັ້ງແຕ່ເກີດຈົນຕາຍ.
ຢາງພາລາ ແມ່ນພັນໄມ້ນຳເຂົ້າຈາກຕ່າງປະເທດ, ມີຕົ້ນກຳເນີດມາຈາກ ທະວີບອາເມລິກາໃຕ້ບໍລິເວນລຸ່ມນ້ຳອາມາໂຊນ ໃນປະເທດບຣາຊີນ. ຢາງພາລາເປັນທີ່ຮູ້ຈັກດີ ຂອງຊາວພື້ນເມືອງ ໃນແຖບນັ້ນເປັນເວລາດົນນານແລ້ວ. ພວກເຂົາເຈົ້າ ໄດ້ນຳເອົາຢາງໄປໃຊ້ປະໂຫຍດຢ່າງກວ້າງຂວາງ ເຊັ່ນ: ເຮັດຜ້າກັນຝົນ, ເຕົ້າໃສ່ນ້ຳ ແລະ ໜ່ວຍບານ ສຳລັບຫຼີ້ນກິລາຕ່າງໆ.
ໃນປີ ຄ.ສ 1877 ອັງກິດ ໄດ້ນຳຢາງມາປູກເປັນສວນພືດສາດ ທີ່ ສິງກະໂປ ຈຳນວນ 13 ຕົ້ນ ແລະໃນ ກົວລາກັງຊາ ລັດປະເລັດ ປະເທດ ມາເລເຊຍ ຈຳນວນ 9 ຕົ້ນ, ເຊິ່ງຕົ້ນຢາງທັງ 22 ຕົ້ນນີ້ ຖືໄດ້ວ່າເປັນຮາກຖານທີ່ເຮັດໃຫ້ ມີການປູກຢາງ ເປັນອາຊີບໃນແຖບພູມມີພາກນີ້ ຈົນກາຍເປັນແຫຼ່ງຜະລິດຢາງທຳມະຊາດແຫຼ່ງໃຫຍ່ທີ່ສຸດໃນໂລກ ໃນປະຈຸບັນ.

​ເຕັກ​ນິກການ​ປູກ ແລ​ະ ການ​ສ້າງ​ສວນ​ຊາ

​ກົດ​ດ້ານ​ລຸ່ມ​ເພື່ອ​ດາວ​ໂຫລດ​ເປັນ​ຟາຍ PDF