Friday, February 27, 2015

ມັງຄຸດ



ໝາກ​ມັງ­ຄຸດ ເປັນ​ໄມ້​ຢືນ​ຕົ້ນຂະ­ໜາດ​ໃຫຍ່ ແລະ ມີ​ອາ­ຍຸ​ຍືນ ດັ່ງ­ນັ້ນ ຄວນ​ໃຊ້​ໄລ­ຍະ​ປູກ​ຫ່າງ ໂດຍ​ທົ່ວ​ໄປ​ຈະ​ໃຊ້​ໄລ­ຍະ​ລະຫວ່າງ​ຕົ້ນ 10-12 ແມັດ ແລະ ຫ່າງ​ແຖວ​ປະ­ມານ 10-12 ແມັດ ຄື​ກັນ ສ່ວນ​ຂຸມ​ປູກ​ຄວນ​ມີ​ຄວາມ ກວ້າງ, ຍາວ ແລະ ເລິກ ຕັ້ງ­ແຕ່ 50 ຊັງ​ຕີ​ແມັດຫາ1 ແມັດ ແຕ່​ຖ້າດິນ​ດີ, ໜ້າ­ດິນ​ເລິກ​ກໍ່​ຂຸດ​ຂຸມ​ນ້ອຍ ຖ້າ​ດິນ​ບໍ່​ດີ​ຕ້ອງ​ຂຸດ​ຂຸມ​ໃຫ້​ມີ​ຂະ­ໜາດ​ໃຫຍ່ ຈາກ​ນັ້ນ​ນໍາ​ຝຸ່ນ​ຄອກ ຫຼື ປຸ໋ຍ​ອິນ​ຊີ​ອື່ນໆ​ມາ​ປະ­ສົມ​ກັບ ດິນ​ທີ່​ຂຸດ​ໄວ້​ເທິງ​ປາກ​ຂຸມ​ໃນ​ປະລິ​ມານ 3 ສ່ວນ​ຕໍ່​ຝຸ່ນ​ຄອກ 1 ສ່ວນ ອາດ​ຈະ​ປະ­ສົມ​ປຸ໋ຍ​ເຄ​ມີ​ສູດ 15-15-15 ລົງ​ໄປ​ເລັກ​ໜ້ອຍປະ­ມານ 2 ກໍາ­ມື ແລະ ປຸ໋ຍ​ຣັອດຟໍ​ສ​ເຟດ​ປະ­ມານ 1 ກໍາ­ມື​ກໍ່​ໄດ້.
ກ່ອນ​ປູກ​ໝາກ​ມັງ­ຄຸດ​ຄວນສັງ­ເກດ​ເບິ່ງ​ຕົ້ນ​ກ້າ​ໃຫ້​ດີ​ບໍ່​ວ່າ​ຈະເປັນ​ການ​ຊື້​ມາ ຫຼື ຈະ​ເພາະ​ກ້າເອງ​ກໍ່​ຕາມ, ຄວນ​ເບິ່ງ​ຄວາມ​ສົມບູນ ເຊິ່ງ​ຈະ​ສັງ­ເກດ​ເຫັນ​ວ່າ​ຕົ້ນທີ່​ສົມ­ບູນ​ຈະ​ມີ​ໃບ​ຄູ່​ສຸດ​ທ້າຍ​ເປັນໃບ​ທີ່​ແກ່​ເຕັມທີ ແລະ ຄວນ​ເປັນ­ຕົ້ນ​ກ້າ​ທີ່​ມີ​ອາ­ຍຸ​ປະ­ມານ​ບໍ່​ເກີນ 2 ປີ, ມີ​ລະ­ບົບ​ຮາກ​ແພ່​ກະ­ຈາຍ​ດີ, ບໍ່​ຄົດ​ມ້ວນ​ງໍ​ຢູ່​ກົ້ນ​ຖັງ, ກ່ອນ​ຈະປູກ​ຄວນ​ຕັດ​ໃບ​ໃຫ້​ເຫຼືອ​ເຄິ່ງ​ໃບ​ທຸກໆ​ໃບ ເພື່ອ​ຫຼຸດ​ການ​ຄາຍ​ນ້ໍາຈາກ​ນັ້ນ​ກໍ່​ນໍາ​ຕົ້ນ​ກ້າ​ໄປ​ປູກ​ລົງ ກາງ​ຂຸມ​ປູກ​ໃຫ້​ເລິກ​ເທົ່າ​ກັບ​ລະດັບ​ດິນ​ເດີມແລ້ວ​ພູນ​ດິນ​ບໍ­ລິ­ເວນກົກ​ຕົ້ນ​ໃຫ້​ເປັນ​ເນີນ​ສູງ​ຂຶ້ນ​ມາໜ້ອຍ​ໜຶ່ງ ຫຼັງ​ຈາກ​ນັ້ນ ກໍ່​ໃຊ້​ໄມ້ປັກ​ເປັນ​ຫຼັກ​ມັດ​ຕົ້ນ​ມັງ­ຄຸດ​ຕິດກັບ​ຫຼັກ​ປ້ອງ​ກັນ​ຕົ້ນ​ລົ້ມ ຈາກ​ນັ້ນ ກໍ່​ຫົດ​ນ້ໍາຕາມ​ທັນ­ທີ ເພື່ອ​ຊ່ວຍໃຫ້​ເມັດ​ດິນ​ຕິດ​ກັບ​ຮາກ​ໄວ, ການ​ປ່ອຍ​ໃຫ້​ຕົ້ນ​ມັງ­ຄຸດ​ທີ່​ຍັງ​ບໍ່ທັນ​ຕັ້ງ​ຕົວ​ຖືກ​ລົມ​ພັດ​ໄປ​ມາ ຖ້າມີ​ຫຼັກ​ຈະ​ເຮັດ​ໃຫ້​ລະ­ບົບ​ຮາກບໍ່​ຈະ­ເລີນ ແລະ ຕົ້ນ​ໝາກ​ມັງ­ຄຸດຈະ​ຊະ​ງັກ​ການ​ຈະ­ເລີນ​ເຕີບ​ໂຕ, ມີ​ເປີ​ເຊັ່ນ​ການ​ຕາຍ​ສູງ, ນອກຈາກ​ນີ້​ແລ້ວ​ຕົ້ນ​ມັງ­ຄຸດ​ທີ່​ກໍາ­ລັງ​ປູກ​ຈະ​ບໍ່​ທົນ​ຕໍ່​ແສງ​ແດດ ແລະ ຄວາມ​ຮ້ອນ​ສູງ​ຕ້ອງ​ໃຊ້​ກ້ານໝາກ­ພ້າວ​ຊ່ວຍ​ພາງ​ແສງ​ແດດ​ໃຫ້​ກັບ​ຕົ້ນ​ມັງ­ຄຸດ​ຈົນ​ກວ່າ​ຈະ​ມີ​ຂະ­ໜາດ​ໃຫຍ່​ພໍ­ປະ­ມານ ແລະ ຕັ້ງ​ຕົວ​ໄດ້​ແລ້ວ​ຈິ່ງ​ຄ່ອຍ​ປົດ​ອອກ ເຊິ່ງ​ຈະ​ໃຊ້​ເວ­ລາ​ປະ­ມານ 2 ປີ.
   ໃນ​ລະ­ຫວ່າງ​ທີ່​ຕົ້ນ​ມັງ­ຄຸດໃຫ້​ຜົນ​ຜະ­ລິດ​ໃນ​ໄລ­ຍະ 1-4 ປີທໍາ​ອິດ ອາດ​ຈະ​ປູກ​ພືດ​ແຊມ ເພື່ອ ສ້າງ​ລາຍ​ໄດ້​ເສີມ ໂດຍ​ການ​ປູກພືດ​ຜັກ ຫຼື ໝາກ​ໄມ້​ອາ­ຍຸ​ສັ້ນ​ເຊັ່ນ: ກ້ວຍ, ໝາກ­ຫຸ່ງ ແລະ ໝາກ​ນັດເຫຼົ່າ​ນີ້​ເປັນ­ຕົ້ນ, ແຕ່​ຖ້າ​ໃນ​ສວນ​ບໍ່ໄດ້​ປູກ​ພືດ​ແຊມ​ກໍ່​ຄວນ​ປະ​ໃຫ້ຂຶ້ນ​ຕາມ​ທໍາມະ​ຊາດ ແລະ ໝັ່ນຄວບ​ຄຸມ ໂດຍ​ການ​ຕັດ ຫຼື ອາດຈະ​ປູກ​ພືດ​ເລືອ​ດິນ ເພື່ອ​ເປັນ​ການຮັກ­ສາ​ໜ້າ­ດິນ ແລະ ຄວາມ​ຊຸ່ມພາຍ​ໃນ​ດິນ​ເຊັ່ນ: ໝາກ­ຖົ່ວ​ຝັກ ຍາວ, ຖົ່ວ­ດິນ, ຖົ່ວ­ຂຽວ ແລະ ມັນ​ດ້າງ​ກໍ່​ໄດ້ ໂດຍ​ການ​ຫວ່ານແນວ​ພັນ​ໃນ​ປະ­ລິ­ມານ 2-3 ກິ​ໂລກຣາມ​ຕໍ່​ໄລ່ ແລະ ໝັ່ນ​ເບິ່ງ​ບໍ່​ໃຫ້ເຄືອ​ພັນ​ຕົ້ນ​ມັງ­ຄຸດ.
     ຕົ້ນ​ມັງ­ຄຸດ ປູກ​ໃໝ່​ໃນ​ໄລ­ຍະ​ທຳ​ອິດ​ຈະ​ຂາດ​ນ້ຳ​ບໍ່​ໄດ້ຕ້ອງ​ໝັ່ນຫົດ​ນ້ຳ​ໃຫ້​ດິນ​ມີ​ຄວາມ​ຊຸ່ມ​ຢູ່​ສະ­ເໝີ ຫາກ​ຝົນ​ບໍ່​ຕົກ ຫຼັງ​ຈາກ​ນັ້ນ ເມື່ອ​ຕົ້ນ​ມັງ­ຄຸດ​ຕັ້ງ​ຕົວ​ໄດ້​ດີ​ແລ້ວ​ອາດ​ຈະ​ເວັ້ນ​ໄລ­ຍະ​ຫ່າງ​ອອກ​ໄປ​ເລັກ​ນ້ອຍ​ທັງ​ປະ­ລິ­ມານ ແລະ ຄວາມ​ຖີ່​ຂອງ​ການ​ໃຫ້​ນ້ຳ​ຂຶ້ນ​ກັບ​ສະ­ພາບ​ຄວາມ​ຊຸ່ມ​ຂອງ​ດິນ ແລະ ເມື່ອ​ເຂົ້າ​ສູ່​ລະ­ດູ­ແລ້ງ​ຄວນ​ຫາ​ວັດ​ສະ​ດຸ​ເຊັ່ນ​ຫຍ້າ​ແຫ້ງ, ເຟືອງ​ແຫ້ງ​ຄຸມ​ບໍ­ລິ­ເວນ​ຕົ້ນ​ເພື່ອ​ຮັກ­ສາ​ຄວາມ​ຊຸ່ມ​ໃຫ້​ກັບ​ດິນ.
    ສຳ­ລັບ​ຕົ້ນ​ມັງ­ຄຸດ​ທີ່​ໃຫຍ່ ແລະ ໃຫ້​ຜົນ​ຜະ­ລິດ​ແລ້ວຍັງ​ຈຳ­ເປັນ​ຕ້ອງ​ດູ​ແລ​ເລື່ອງ​ການ​ໃຫ້​ນ້ຳ​ຢ່າງ​ສະ​ໝ່ຳ​ສະ­ເໝີ ແຕ່​ໃນ​ໄລ­ຍະ​ທ້າຍ​ລະ­ດູ­ຝົນ​ກ້າວ​ເຂົ້າ​ສູ່​ລະ­ດູ​ໜາວ​ຝົນ​ຈະ​ຕົກ​ໜ້ອຍ​ລົງ​ຕ້ອງ​ເບິ່ງ­ແຍງ​ເປັນ​ພິ­ເສດ ເພາະ​ໄລ­ຍະ​ນີ້​ມັງ­ຄຸດ​ຕ້ອງ­ການ​ສະ­ພາບ​ແຫ້ງ­ແລ້ງ​ເພື່ອ​ພັກ​ຕົວ ແລະ ສະ​ສົມ​ອາ­ຫານ​ກຽມ​ການ​ອອກ­ດອກ ໃຫ້​ກຳ­ຈັດ​ວັດ​ສະ​ພືດ ແລະ ເຮັດ​ຄວາມ​ສະ­ອາດ​ບໍ­ລິ­ເວນ​ກົນ​ຕົ້ນ​ເພື່ອ​ຊ່ວຍ​ໃຫ້​ດິນ​ແຫ້ງ​ໄວ້​ຂຶ້ນ, ຄວບ​ຄຸມ​ການ​ໃຫ້​ນ້ຳ​ໂດຍ​ໃຫ້​ໃນ​ປະ­ລິ­ມານ​ພຽງ​ເລັກ​ນ້ອຍ ແຕ່​ຕ້ອງ​ລະ­ວັງ​ຢ່າ​ຫົດ​ນ້ຳ​ຈົນ​ໃບມັງ­ຄຸດ​ແຫ້ງ​ຫ່ຽວ ແລະ ເມື່ອ​ຕົ້ນມັງ­ຄຸດ​ຜ່ານ​ວະ​ແຫ້ງ­ແລ້ງ​ມາ​ໄດ້​ໄລ­ຍະ​ໜຶ່ງ, ມັງ­ຄຸດ​ຈະ​ເລີ່ມ​ທະຍອຍ​ອອກ­ດອກ ແລະ ຕິດ​ໝາກຕ້ອງ​ດູ​ແລ​ໃຫ້​ນ້ຳ​ຢ່າງ​ສະ​ໝ່ຳ​ສະ­ເໝີ​ອາດ​ຈະ​ໃຫ້​ວັນ​ເວັ້ນ​ວັນ ຫຼື ເວັ້ນ 2 ວັນເພື່ອ​ໃຫ້​ມັງ­ຄຸດ​ຈະ­ເລີນ​ເຕີບ​ໂຕ​ຢ່າງ​ໄວ­ວາ.
     ໝາກ​ມັງ­ຄຸດ​ທີ່​ຍັງ​ບໍ່​ໃຫ້​ໝາກຄວນ​ໃຫ້​ປຸ໋ຍ​ສູດ​ບຳ­ລຸງ​ຕົ້ນ​ເມື່ອມັງ­ຄຸດ​ອາ­ຍຸ​ໄດ້ 1-2 ປີ ໃຫ້​ໃສ່​ປຸ໋ຍ​ປະ­ມານ  0,5-1  ກິ​ໂລກ​ຣາມ​ຕໍ່​ຕົ້ນ ແລະ ເພີ່ມ​ຂຶ້ນ​ປະ­ມານ 0,5 ກິ​ໂລ​ຕໍ່​ຕົ້ນ​ຕໍ່​ປີ ໂດຍ​ແບ່ງ​ໃສ່ 2 ຄັ້ງ ໃນ​ຕອນ​ຕົ້ນ ແລະ ປາຍ​ລະ­ດູ­ຝົນ  ຫຼັງ​ຈາກ​ຕັດ​ແຕ່ງ​ກິ່ງ ແລະ ກຳຈັດ​ວັດ​ສະ​ພືດ (ຫຍ້າ) ແລ້ວ, ພ້ອມ​ທັງ​ໃສ່​ຮ່ວມ​ກັບ​ປຸ໋ຍ​ອິນ​ຊີ (ຝຸ່ນ​ຄອກ).
    ຫຼັງ​ເກັບ​ກ່ຽວ​ຈະ​ຕ້ອງ​ຟ້າວ​ຕັດ​ແຕ່ງ​ກິ່ງ ແລະ ກຳ­ຈັດ​ວັດ​ສະ​ພືດ​ໂດຍ​ໄວ ແລະ ໃສ່​ປຸ໋ຍ​ບຳ­ລຸງ​ດິນ​ຕົ້ນ​ລະ 2-3 ກິ​ໂລກ​ຣາມ ແລະ ຝຸ່ນ​ຄອກ​ເຊັ່ນ: ຂີ້​ສັດ​ຕົ້ນ​ລະ 2-3 ປີບ, ການ​ໃສ່​ປຸ໋ຍ​ຄັ້ງ​ນີ້​ຈະ​ຕ້ອງ​ກົງ​ກັບ​ໄລ­ຍະ​ລະ­ດູ­ຝົນ​ເພື່ອ​ປ້ອງ​ກັນ​ນ້ຳ​ຝົນ​ຊຸ່ມ​ພາ­ໃຫ້​ຝຸ່ນ​ສູນ​ເສຍ, ຄວນ​ໃສ່​ປຸ໋ຍ​ເປັນ​ຂຸມໆ ໂດຍ​ໃຊ້​ຈົກ​ຂຸດ​ດິນ​ເປັນ​ຂຸມ​ແລ້ວ​ຢອດ​ປຸ໋ຍ ຈາກ​ນັ້ນ​ກວດ​ດິນ​ປິດ​ປາກ​ຂຸມ​ເຮັດ​ເປັນ​ໄລ­ຍະໆ​ອ້ອມ​ຮອບ​ພຸ່ມ ຫຼັງ​ຈາກ​ນັ້ນ­ແລ້ວ​ມັງ­ຄຸດ​ຈະ​ເລີ່ມ​ແຕກ​ໃບ​ອ່ອນ ເຊິ່ງ​ລັກ­ສະ­ນະ​ການ​ແຕກ​ໃບ​ອ່ອນ​ໃນ​ສະ­ພາບ​ທຳ​ມະ​ຊາດ​ນັ້ນ ມັງ­ຄຸດ​ຈະ​ທະ­ຍອຍ​ແຕກ​ໃບ​ອ່ອນ ຈະ​ບໍ່​ແຕກ​ພ້ອມ​ກັນ​ໃນ​ເທື່ອ​ດຽວ, ສະ­ນັ້ນ ຊາວ​ສວນ​ຈະ​ຕ້ອງ​ຄອຍ​ລະ­ມັດ­ລະ­ວັງ​ເບິ່ງ ແລະ ທຳ­ລາຍ​ໂລກ​ແມງ, ພ້ອມ​ທັງ​ຫາ​ວິ­ທີ​ການ​ປ້ອງ​ກັນ, ກຳ­ຈັດ​ຢ່າງ​ເໝາະ​ສົມ ເພື່ອ​ໃຫ້​ໃບ​ອ່ອນ​ຂອງ​ມັງ­ຄຸດ​ໄດ້​ພັດ­ທະ­ນາ​ໄປ​ເປັນ​ໃບ​ແກ່​ທີ່​ສົມ­ບູນ ຕາມ​ປົກ­ກະ­ຕິ​ມັງ­ຄຸດ​ຈະ​ແຕກ​ໃບ​ອ່ອນ 1-2 ຄັ້ງ​ກ່ອນ​ທີ່​ຈະ​ເຂົ້າ​ສູ່​ໄລ­ຍະ​ພັກ​ຕົວ​ເພື່ອ​ອອກ­ດອກ​ໃນ​ຮອບ​ຕໍ່​ໄປ.

 

ເຫັດຫອມ


ເຫັດ​ຫອມ​ເປັນ​ທີ່​ຮູ້­ຈັກ ແລະ ນິ­ຍົມ​ກັນ​ບໍ­ລິ­ໂພກ​ມາ​ຫຼາຍ​ສັດ­ຕະວັດ​ຂອງ​ປະ­ຊາ­ຊົນ​ຊາວ​ຈີນ ແລະ ຍີ່­ປຸ່ນ ເພາະ​ນອກ­ຈາກ​ຈະ​ມີ​ລົດຊາດ​ແຊບ ແລະ ມີ​ກິ່ນ​ຫອມ ຍັງ​ມີຄຸນ­ຄ່າ​ທາງ​ໂພ­ຊະ​ນາ​ການ​ສູງ, ມີຄຸນ­ສົມ­ບັດ​ທາງ​ຢາ ເປັນ​ຢາ​ອາ­ຍຸວັດ­ທະ­ນະ​ໜຶ່ງຈາກ​ການ​ຄົ້ນ­ຄວ້າລະ­ຫວ່າງ​ສະ​ຖາ​ບັນ​ຄົ້ນ­ຄວ້າ​ແຫ່ງຊາດ​ຍີ່­ປຸ່ນ ແລະ ມະ­ຫາ­ວິ­ທະ­ຍາ­ໄລຂອງ​ລັດ​ເຊົ້າ​ແຄ​ໂລ​ໄລ​ນາ ສະ­ຫະລັດ​ອາ­ເມ­ລິ­ກາ ພົບ​ວ່າ​ເຫັດ​ຫອມ​ມີສານ​ພິ­ເສດ ທີ່​ເປັນ​ປະ­ໂຫຍດ​ຕໍ່​ຮ່າງກາຍ​ຂອງ​ມະ­ນຸດ​ເຊັ່ນ: ສານ​ເລັນ​ຕິແນນ (Lentinan) ສານ​ອີ​ລີ​ດີທາ​ນິນ (eritadinin) ແລະ ສານເອ​ຊີ-ທູ​ພີ (AC-2P) ທີ່​ມີ​ປະ ສິດ­ທິ​ພາບ​ໃນ​ການ​ຕໍ່­ຕ້ານ​ມະ​ເຮັງ, ຫຼຸດ​ໄຂ­ມັນ​ໃນ​ເສັ້ນ­ເລືອດ ແລະ ຕໍ່ຕ້ານ​ເຊື້ອ​ໄວ​ຣັສ​ບາງ​ຊະ­ນິດ​ເຊັ່ນ: ໄຂ້​ຫວັດ ດັ່ງ­ນັ້ນເຫັດ​ຫອມ​ຈິ່ງ​ເປັນທີ່​ນິ­ຍົມ​ຂອງ​ຜູ້​ບໍ­ລິ­ໂພກ​ເປັນ​ສ່ວນຫຼາຍ.
    ເຫັດ​ຫອມ​ເກີດ​ເອງ​ຕາມ​ທຳ​ມະຊາດ​ຈະ​ອອກ­ດອກ​ສະ­ເພາະ​ລະ­ດູການເຮັດ​ໃຫ້​ບໍ່​ພຽງ­ພໍ​ກັບ​ຄວາມຕ້ອງ­ການ​ຂອງ​ຜູ້​ບໍ­ລິ­ໂພກ, ສະ­ນັ້ນ ຈິ່ງ​ມີ​ການ​ສຶກ​ສາ​ຄົ້ນ­ຄວ້າ​ຫາ​ວິ­ທີການ​ປູກ  ແລະ ພັດ­ທະ­ນາ​ມາເລື້ອຍໆ​ຈົນ​ເຖິງ​ປະ­ຈຸ​ບັນ​ໄດ້​ມີ​ການ ກຳ​ມະ​ວິ­ທີ​ການ​ປູກ​ທີ່​ງ່າຍ​ບໍ່​ສະ­ຫຼັບຊັບ­ຊ້ອນ ແລະ ສາ­ມາດ​ປູກ​ໄດ້​ຕະຫຼອດ​ປີ ດັ່ງ​ຕໍ່​ໄປ​ນີ້:

ການ​ປູກ​ໃສ່​ທ່ອນ​ໄມ້:

ໄມ້​ທີ່ໃຊ້​ປູກ​ເຫັດ​ຫອມ​ມີ​ຫຼາຍ​ຊະ­ນິດ ມີທັງ​ເນື້ອ​ແຂງ ແລະ ເນື້ອ​ອ່ອນ, ໄມ້ທີ່​ໃຊ້​ປູກ ແລະ ໃຫ້​ຜົນ​ຜະ­ລິດ​ສູງໄດ້­ແກ່ ໄມ້​ຕະ­ກູນ​ໂອກ (ຕົ້ນ​ໝາກກໍ່ ແລະ ຕົ້ນ​ເພົາ) ເຊິ່ງ​ມີ​ຂັ້ນ​ຕອນການ​ປູກ​ຄື ກະ­ກຽມ​ຕັດ​ໄມ້​ໃຫ້​ເປັນທ່ອນໆ​ຍາວ​ປະ­ມານ​ທ່ອນ​ລະ 100ຊັງ​ຕີ​ແມັດ, ຂະ­ໜາດ​ເສັ້ນ​ຜ່າ​ສູນກາງ 5ຊັງ​ຕີ​ແມັດ​ຂຶ້ນ​ໄປ, ລະ­ວັງ ບໍ່​ໃຫ້​ເປືອກ​ຊ້ຳ, ຈີກ, ແຕກ ຫຼື ຫຼຸດອອກ ຖ້າ​ໄມ້​ນັ້ນ​ຊຸ່ມ​ນ້ຳ​ຫຼາຍ​ໃຫ້ຕາກ­ແດດ​ໄວ້​ປະ­ມານ  15-30ວັນ, ຈິ່ງ​ນຳ​ມາ​ໃສ່​ເຊື້ອ.

ການ​ໃສ່​ເຊື້ອ:

ໃຫ້​ເຈາະ​ຮູ​ໃສ່ທ່ອນ​ໄມ້​ດ້ວຍ​ສິ່ວ ຫຼື ສະ​ຫວ່ານເປັນ​ແຖວ​ຕາມ​ລວງ​ຍາວ​ຂອງທ່ອນ​ໄມ້​ຫ່າງ​ກັນ​ປະ­ມານ 7 ຊັງ​ຕີແມັດ ຂະ­ໜາດ​ຂອງ​ຮູ​ກວ້າງ 1 ຊັງຕີ​ແມັດ ແລະ ເລິກ 2,5 ຊັງ​ຕີ​ແມັດ, ນຳ​ເຊື້ອ​ເຫັດ​ທີ່​ເຮັດ​ດ້ວຍ​ຂີ້​ເລື່ອຍ ໃຫ້​ເປັນ​ຕ່ອນ​ສີ່​ລ່ຽມ​ຂະ­ໜາດ​ໃກ້ຄຽງ​ກັບ​ຮູ​ທີ່​ເຈາະ​ໄວ້ ແລ້ວ​ໃສ່ເຊື້ອ​ເຫັດ​ເກືອບ​ເຕັມ​ຮູ​ອັດ​ຝາ​ເປືອກໄມ້​ໄວ້ ແລະ ຕອກ​ໃຫ້​ແໜ້ນ​ແນບ​ຕິດກັບ​ເປືອກ​ທ່ອນ​ໄມ້, ເມື່ອ​ໃສ່​ເຊື້ອເຫັດ​ທົ່ວ​ທຸກ​ຮູ​ແລ້ວໃຫ້​ນຳ​ເອົາທ່ອນ​ໄມ້​ໄປ​ກອງ​ໄວ້​ກ້ອງ​ຕົ້ນ­ໄມ້ ຫຼື ໃນ​ຮົ່ມ.

ການ​ບົວ­ລະ­ບັດ​ຮັກ­ສາ

ຂະ­ນະລໍ­ຖ້າ​ການ​ຈະ­ເລີນ​ເຕີບ​ໂຕ​ຂອງ​ເຊື້ອເຫັດ​ນັ້ນ ຕ້ອງ​ໝັ່ນ​ບົວ­ລະ­ບັດຮັກສາ​ຄວາມ​ຊຸ່ມ​ຂອງ​ເນື້ອ​ໄມ້ (ບໍ່​ໃຫ້ ໄມ້​ແຫ້ງ) ດ້ວຍ​ການ​ຫົດ​ນ້ຳ​ຢ່າງສະ​ໝ່ຳ​ສະ­ເໝີ    ແລະ   ເບິ່ງ­ແຍງເລື່ອງ​ຄວາມ​ສະ­ອາດ, ລະ­ວັງບໍ່​ໃຫ້​ປວກ ຫຼື ແມງ­ໄມ້​ມາ​ທຳລາຍ​ທ່ອນ​ໄມ້ ແລະ ຄວນ​ຍ້າຍທ່ອນ​ໄມ້​ປະ­ມານ​ເດືອນ​ລະ​ຄັ້ງ ໂດຍ​ສະ­ຫຼັບ​ທ່ອນ​ໄມ້​ທີ່­ຢູ່​ດ້ານເທິງ-ລົງ​ລຸ່ມ ທັງ​ນີ້​ກໍ່​ເພື່ອ​ເຮັດ​ໃຫ້ຄວາມ​ຊຸ່ມ​ໃກ້​ຄຽງ​ກັນ ແລະ ເປັນການ​ກະ​ຕຸ້ນ​ໃຫ້​ເຊື້ອ​ເຫັດ​ຈະ­ເລີນເຕີບ​ໂຕ​ທົ່ວ​ທັງ​ທ່ອນ​ໄມ້.

ການ​ອອກ­ດອກ:

ເຊື້ອ​ເຫັດ​ຈະເລີນ​ເຕີບ​ໂຕ​ທົ່ວ​ທັງ​ທ່ອນ​ໄມ້​ຈະ​ໃຊ້ເວ­ລາ 3-6 ເດືອນ ເມື່ອ­ນັ້ນ​ເຊື້ອເຫັດ​ກໍ່​ຈະ​ເລີ່ມ​ສ້າງ​ຕຸ່ມ​ດອກ ແລະ ອອກ­ດອກ​ເປັນ​ໄລ­ຍະໆ​ຕາມຄວາມ​ເໝາະ​ສົມ​ຂອງ​ອຸນ­ຫະ­ພູມ ແລະ ຄວາມ​ຊຸ່ມ​ໃນ​ອາ­ກາດເພື່ອ ເຮັດ​ໃຫ້​ເຊື້ອ​ເຫັດ​ໃຫ້​ຜົນ​ຜະ­ລິດຫຼາຍ ແລະ ອອກ­ດອກ​ໄດ້​ຕະ­ຫຼອດປີ ຄວນ​ໃຊ້​ວິ­ທີ​ການ​ກະ​ຕຸ້ນ ຫຼື ປ່ຽນ­ແປງ​ສະ­ພາບ​ແວດ​ລ້ອມ​ຕາມຄວາມ​ຕ້ອງ­ການ​ເຊັ່ນ:  ການ​ສັ່ນ​ສະເທືອນ, ການ​ເຮັດ​ໃຫ້​ເຢັນ ແລະ ການ​ເພີ່ມ​ຄວາມ​ຊຸ່ມ​ພາຍ​ໃນ​ທ່ອນໄມ້​ໃຫ້​ຫຼາຍ​ກວ່າ​ປົກ­ກະ­ຕິ​ກໍ່​ຈະ​ເຮັດໃຫ້​ເຊື້ອ​ເຫັດ​ສ້າງ​ດອກ​ໄດ້​ດີ.


ວິ­ທີ​ການ​ປູກ​ໃນ​ຂີ້​ເລື່ອຍ ແລະ ບັນ­ຈຸ​ຖົງ

ໃຊ້​ຂີ້​ເລື່ອຍ​ປະ­ສົມ​ກັບ​ອາຫານ​ເສີມ ຕາມ​ດ້ວຍ​ນ້ຳ ແລ້ວ​ຄົນໃຫ້​ເຂົ້າ­ກັນ​ໃນ​ຄວາມ​ຊຸ່ມ​ປະ­ມານ 65%, ບັນ­ຈຸ​ສ່ວນ​ປະ­ສົມ​ໃນ​ຖົງພຣາ​ສ​ຕິກ​ຈົນ​ຮ້ອນ ແລ້ວ​ອົບ​ຂ້າເຊື້ອ.
    ການ​ໃສ່​ເຊື້ອ:ແມ່ນ​ໃຊ້​ເຊື້ອເຫັດ​ທີ່​ລ້ຽງ​ແກ່ນ​ແມັດ​ເຂົ້າ​ຝ້າງ ຫຼື ຂີ້​ເລື່ອຍ​ໃສ່​ລົງ​ໄປ​ໃນ​ຖົງ​ຂີ້​ເລື່ອຍທີ່​ອົບ​ຂ້າ​ເຊື້ອ (ທີ່​ເຢັນ​ແລ້ວ) ຈາກນັ້ນ​ນຳ­ໄປ​ວາງ​ໄວ້​ໃນ​ຊັ້ນ​ຂອງ​ໂຮງເຮືອນ, ເພື່ອ​ໃຫ້​ເຊື້ອ​ເຫັດ​ເພີ່ມ​ການຈະ­ເລີນ​ເຕີບ​ໂຕ​ຈົນ​ທົ່ວ​ຖົງ.
    ການ​ບົວ­ລະ­ບັດ​ຮັກ­ສາ:ຕ້ອງໝັ່ນ​ເບິ່ງ­ແຍງ​ໂຮງ​ເຮືອນ​ໃຫ້​ສະອາດ, ຮັກ­ສາ​ອຸນ­ຫະ­ພູມ​ໃນ​ໂຮງເຮືອນ​ບໍ່​ໃຫ້​ສູງ​ເກີນ​ໄປ ແລະ ບໍ່ຄວນ​ຫົດ​ນ້ຳ​ໃສ່​ຖົງ​ຂີ້​ເລື່ອຍ.
     ການ​ອອກ­ດອກ: ເມື່ອ​ເຫັດ​ຈະເລີນ​ເຕີບ​ໂຕ​ໄດ້ 3-6 ເດືອນ, ເຊື້ອເຫັດ​ກໍ່​ພ້ອມ​ຈະ​ອອກ­ດອກ ສັງ­ເກດໄດ້​ຈາກ​ກ້ອນ​ເຊື້ອ​ເຫັດ​ຈະ​ມີ​ເປືອກປ່ຽນ​ເປັນ​ສີ­ນ້ຳ­ຕານ ແລະ ມີ​ຕຸ່ມຂຶ້ນ​ມາ​ຈາກ​ເປືອກ​ກ້ອນ, ເນື້ອ​ເຫັດຈະ​ອອກ­ດອກ​ເປັນ​ໄລ­ຍະໆ ແລະ ຈະ​ບັງ­ຄັບ​ໃຫ້​ອອກ­ດອກ​ໄດ້​ເຊັ່ນດຽວ​ກັບ​ການ​ປູກ​ໃສ່​ທ່ອນ​ໄມ້.

 

ຜັກຂະ, ຜັກເນົ່າ



ຊື່​ທ້ອງ​ຖີ່ນ: ຜັກ​ຂະຜັກເນົ່າ, ຜັກເຫມັນ
ຊື່​ວິ­ທະ­ຍາ­ສາດ:  Acacia pennata (L.) Willd. Ssp
Insuavis (Lace) I.C. Nielsen
ຄຸນ​ລັກ­ສະ­ນະ
   ຜັກ​ເນົ່າ ຫລື ຜັກ​ຂະ ແມ່ນ​ພືດ​ທີ່​ເປັນ​ພຸ່ມຂະ­ຫນາດ​ຄວາມ​ສູງ​ປະ­ມານ 5 ແມັດ, ມີ​ລຳ­ຕົ້ນ​ເປັນ​ຫນາມ ກິ່ງ​ອ່ອນ​ຫຸ້ມ​ດ້ວຍ​ຫນາມ​ທີ່​ອ່ອນ ຢູ່​ເຄິ່ງ​ກາງ­ຂອງ​ກ້ານ​ໃບ​ດ້ານ​ເທິງ​ມີ​ຕຸ່ມ​ຂະ­ຫນາດ 5 ມິ​ລິ​ແມັດ, ໃບ​ເປັນ​ໃບ​ປະ­ສົມມີ​ຂະ­ຫນາດ​ຄວາມ​ຍາວ 9-29 ຊັງ​ຕີ​ແມັດ ພ້ອມ​ດ້ວຍ​ໃບ​ນ້ອຍ​ຈຳ­ນວນ 8-18 ຄູ່ ແລະ ມີ​ຂຸນ​ອ່ອນໆ​ຕາມ​ຂອບ ດອກ​ຂອງ​ມັນ​ເປັນ​ກ້ອນ​ມົນມີ​ສີ­ເຫລືອງ​ຈືດ, ຂະ­ຫນາດ​ຄວາມ​ຍາວ​ປະ­ມານ 3 ມິ​ລິ​ແມັດ ຫມາກ​ຂອງ​ມັນ​ເປັນ​ຝັກ​ບາງໆ ແລະ ແປ ຂະ​ນາດ 21 x 2.9 ຊັງ​ຕີ​ແມັດ.
ການ​ນຳ​ໃຊ້
   ເຖິງ​ແມ່ນ​ວ່າ​ຜັກ​ຂະ​ມີ​ກິ່ນ​ເຫມັນ ແຕ່​ວ່າ​ໃບ​ອ່ອນ ແລະ ຍອດ​ຂອງ​ມັນ​ກໍ່​ກິນ​ດິບ ຫລື ລວກ​ກັບ​ແຈ່ວ​ໄດ້​ດີ ແມ່­ຍິງ​ທີ່​ເກີດ​ລູກໃຫມ່​່ ຖ້າ​ກິນ ຫລື ຕ້ອງ​ກິ່ນ​ເຫມັນ​ຂອງ​ມັນອາດ​ຜິດ​ກຳ​ໄດ້ ແຕ່​ໃບ​ຜັກ​ຂະ​ສາ­ມາດ​ໃຊ້​ເປັນ​ຢາເພື່ອ​ປິ່ນ­ປົວ​ອາ­ການ​ເປັນ­ໄຂ້, ບັນ ຫາ​ກ່ຽວ​ກັບ​ພົກ­ຍ່ຽວ ແລະ ຫ້າມ​ເລືອດ​ໃຫ້​ຢຸດ ຢູ່​ປະ­ເທດ​ອິນ​ເດຍເພິ່ນ​ຈະ​ນຳ​ເອົາ​ນ້ຳ​ທີ່​ຄັ້ນ​ຈາກ​ໃບ​ຜັກ​ເນົ່າ​ໄປ​ປະ­ສົມ​ກັບ​ນ້ຳ​ນົມ ເພື່ອ​ໃຊ້​ໃນ​ການ​ຊ່ວຍ​ຍ່ອຍ​ອາ­ຫານ ບາງ​ຄົນ​ກໍ່​ນຳ​ໃຊ້​ໃບ​ມາ​ຕົ້ມເພື່ອ​ປິ່ນ­ປົວ​ທ້ອງ­ຂີ້­ຮາກ, ປົວ​ລະ­ບົບ​ລະ­ລາຍ­ອາ­ຫານ, ອາ­ການ​ປວດ​ຫົວ, ປວດ​ຕາມ​ຕົນ​ຕົວ ແລະ ປົວ​ງູ​ກັດ ສ່ວນ​ຮາກ​ສາ­ມາດ​ໃຊ້​ຫລຸດ​ກົດ​ໃນ​ລຳ​ໃສ້ ແລະ ປິ່ນ­ປົວ​ອາ­ການ​ເຈັບ­ກະ­ເພາະ ສຳ­ລັບ​ເປືອກ​ແມ່ນ ນຳ​ໃຊ້​ເຂົ້າ​ໃນ​ການ​ປິ່ນ­ປົວ​ຫລອດລົມ, ລະ­ບົບ​ຫາຍ­ໃຈ ແລະ ຖອກທ້ອງ.

 

ຜັກບ້ວງ, ຜັກຫໍ່ຫຳ, ຜັກຫຳຫມອຍ


ຊື່​ວິ­ທະ­ຍາ­ສາດ: Passiflora foetida L.
ຊື່​ທ້ອງ­ຖິ່ນ: ຫໍ່​ຫຳ, ຫຳ​ຫມອຍ, ເຄືອ​ຫຳ​ຫໍ່, ຫໍ່​ຂົນ, ເຄືອ​ລີ້ນ​ມັງກອນ.
ຄຸນ​ລັກ­ສະ­ນະ​ຂອງ​ພືດ:
ຜັກ​ບ້ວງ ເປັນ​ພືດ​ເຄືອ​ເລືອໄປ​ຕາມ​ດິນ ມີ​ຂົນ​ອ່ອນໆ​ຕາມ​ເຄືອ ພ້ອມ​ທັງ​ມີ​ງວງ ຫລື ມື​ປົ່ງ​ອອກຈາກ​ເຄືອ ເພື່ອ​ໃຊ້​ໃນ​ການ​ຈ່ອງ ຖ້າ​ເອົາ​ມື​ຍີ​ໃບ​ຈະ​ມີ​ກິ່ນ​ຂິວ ຄວາມ​ຍາວ​ຂອງ​ເຄືອ​ແມ່ນປະ­ມານ 2-4 ແມັດ ມີໃບ​ແກກ​ເປັນ 3 ປ່ຽງ​ຫຸ້ມດ້ວຍ​ຂົນ​ອ່ອນ, ຂະ­ຫນາດ​ໃບປະ­ມານ 3,5-10 ຊັງ​ຕີແມັດ ແລະ ກ້ານ​ໃບ​ຍາວປະ­ມານ 2-6 ຊັງ​ຕີ​ແມັດ ດອກ​ເປັນ​ສີ​ໄຂ່​ມຸກ ແລະ ຂາວມີ​ຂະ­ຫນາດ​ກວ້າງ 3-5 ຊັງ ຕີ​ແມັດ ຫມາກ​ເປັນ​ຫນ່ວຍມົນ​ມີ​ສີ​ສົ້ມ​ເວ­ລາ​ສຸກ ແຕ່​ລະ​ຫນ່ວຍບັນ­ຈຸ​ແກ່ນ​ຈຳ­ນວນ​ຫລວງ­ຫລາຍ.
ການ​ນຳ​ໃຊ້:

ຍອດ​ຂອງ​ຜັກ​ບ້ວງສາ­ມາດລວກ​ກິນ​ກັບ​ແຈ່ວ, ລາບ, ປົ່ນ ແລະ ເຮັດ​ເອາະ​ໄດ້ ທຸກ​ພາກ­ສ່ວນຂອງ​ຜັກ​ບ້ວງ​ມີ​ກິ່ນ​ຂິວ ແຕ່​ວ່າ ຫມາກ​ສຸກ​ຂອງ​ມັນ​ມີ​ລົດ​ຫວານ ແລະ ກິນ​ໄດ້, ແກ່ນ​ມີ​ນວນ​ບາງໆຫຸ້ມ ສ່ວນ​ຫມາກ​ດິບ​ນັ້ນ ຈະ​ບັນ­ຈຸມີ​ທາດ​ເບື່ອ ຈິ່ງ​ບໍ່​ຄວນ​ກິນງວງ ຫລື ມື​ຂອງ​ຜັກ​ບ້ວງ​ມີ​ສັບ­ພະ​ຄຸນໃນ​ການ​ປິ່ນ­ປົວ ຈຸກ​ສຽບ ອອກຮ້ອນ, ປິ່ນ­ປົວ​ອາ­ການ​ຄັນ ແລະ ເປັນ​ຢາ​ເຮັດ​ໃຫ້​ນອນ​ຫລັບ​ດີ ທຸກໆ​ພາກ­ສ່ວນ​ຂອງ​ຕົ້ນ​ຜັກ​ບ້ວງມີ​ຄຸນ­ສົມ­ບັດ​ໃນ​ການ​ລະ­ງັບ​ໃຊ້​ໃນການ​ປິ່ນ­ປົວ​ການ​ເປັນ​ປະ­ສາດ, ປິ່ນ­ປົວ​ອາ­ການ​ນອນ​ບໍ່​ຫລັບ, ເຮັດ​ໃຫ້​ຫົວ­ໃຈ​ມີ​ຄວາມ​ແຂງແຮງ​ຂຶ້ນ, ທັງ​ຍັງ​ເປັນ​ຢາ​ກຳ­ຈັດແມ່​ທ້ອງ​ໃນ​ລຳ​ໃສ້​ອີກ​ດ້ວຍ ມີບາງ​ປະ­ເທດ​ກໍ່​ນຳ​ໃຊ້​ຜັກ​ບ້ວງເປັນ​ພືດ​ປົກ​ຄຸມ​ດິນ ເພື່ອ​ຕ້ານ​ການເຊາະ​ຂອງ​ດິນ ແລະ ຄວບ​ຄຸມການ​ເກີດ​ຂອງ​ຫຍ້າ​ຄາ.

ການປູກຫມາກເຍົາ


ທີ່ມາຂອງຫມາກເຍົາໃນລາວ
ຫມາກ​ເຍົາ​ເປັນ​ພືດ​ທີ່​ນຳເຂົ້າ​ມາ​ຈາກ​ປະ­ເທດ​ໄທປາຍ​ກຸງສີ​ອາ​ຍຸດ​ທະ​ຍາ ໂດຍ​ຊາວ​ປັອກຕຸຍ​ການ ເພື່ອ​ຜະ­ລິດ​ເມັດ​ນຳ­ໄປອັດ​ບີບ​ນ້ຳ­ມັນ​ເຮັດ​ສະ­ບູ ແລະ ໃຊ້ຈູດ​ໄຟ​ໃຫ້​ມີ​ແສງ​ສະ­ຫວ່າງ​ໃນ​ເວລາ​ກາງ­ຄືນ, ຫມາກ​ເຍົາ​ເປັນ​ພືຢືນ​ຕົ້ນ​ຕະ­ກູນ​ຢາງ­ພາ­ລາ​ອາ­ຍຸຍືນ​ປະ­ມານ 50 ປີ, ຄວາມສູງ​ປະ­ມານ 2-7 ແມັດ ທົນ​ທານຕໍ່​ຄວາມ​ແຫ້ງ­ແລ້ງ​ໄດ້​ດີ ແລະ ຈະ­ເລີນ​ເຕີບ​ໂຕ​ໄດ້​ດີ​ກັບ​ທຸກ​ສະ­ພາບ​ແວດ​ລ້ອມ ຍົກ­ເວັ້ນ​ໃນ​ບໍ­ລິ­ເວນ​ທີ່ມີ​ນ້ຳ​ຂັງ ຫມາກ​ເຍົາ​ມີ​ຊື່​ແຕກ​ຕ່າງກັນ​ໄປ​ຕາມ​ແຕ່​ລະ​ທ້ອງ­ຖິ່ນ​ເຊັ່ນ: ພາກ​ເຫນືອ​ຂອງ​ໄທ​ເອີ້ນ​ວ່າ ຫມາກ​ຮຸ່ງ​ຮົວ, ພາກ​ກາງ​ເອີ້ນ​ວ່າ ສະ­ບູ​ດຳ, ພາກ​ຕາ­ເວັນ​ອອກ­ສຽງເຫນືອ​ເອີ້ນ​ວ່າ​ຫມາກ​ເຍົາ ແລະ ພາກ​ໃຕ້​ເອີ້ນ​ວ່າ​ຫມາກ​ຮຸ່ງ​ເທດ. ເປັນ​ພືດ​ທີ່​ມີ​ສານ­ພິດ hydrocyanic ຢູ່​ໃນ​ຕົວ ແລະ ໃບ ສ່ວນໃຫຍ່​ຈິ່ງ​ມັກ​ປູກ​ເປັນ​ຮົ້ວ​ກັນ​ສັດລ້ຽງ ນ້ຳ­ມັນ​ຫມາກ​ເຍົາ​ສາ­ມາດໃຊ້​ເປັນ​ນ້ຳ­ມັນ​ກາ​ຊວນ ເຊິ່ງ​ເປັນ​ພະ­ລັງ­ງານ​ທົດ​ແທນ​ທີ່​ຮັກ­ສາ​ສະພາບ​ແວດ​ລ້ອມ​ໄດ້​ເປັນ​ຢ່າງ​ດີ.
ການ​ປູກ ແລະ ການ​ຮັກ­ສາ.
ພື້ນ​ທີ່​ປູກ​ຄວນ​ເປັນ​ພື້ນ​ທີ່ໆ​ລະ­ບາຍ​ນ້ຳ​ໄດ້​ດີ ເປັນ​ພື້ນ​ທີ່​ສະຫວ່າງ​ແຈ້ງ​ມີ​ແສງ​ແດດ.
ແນວ​ພັນ.
ໃນ​ເວ­ລາ​ທີ່​ຍັງ​ເປັນ​ພັນ​ພື້ນເມືອງ​ແມ່ນ​ເອີ້ນ​ຊື່​ຕາມ​ແຫລ່ງ​ປູກເຊັ່ນ: ພັນ​ໂດ​ລາ​ສ, ພັນ​ສະ­ຕູ ຍັງ​ບໍ່​ທັນ​ມີ​ພັນ​ທີ່​ໄດ້​ຮັບ­ຮອງ​ເປັນ​ທາງ ການ​ເວ­ລາ​ນັ້ນ​ຍັງ​ຢູ່​ໃນ​ໄລ­ຍະ​ວິ­ໄຈ ແລະ ພັດ­ທະ­ນາ​ເພື່ອ​ຫາ​ສາຍ​ພັນ​ທີ່​ດີ​ເຫມາະ​ສົມ​ສຳ­ລັບ​ທ້ອງ­ຖິ່ນຕ່າງໆ.

ການ​ຂະ­ຫຍາຍ​ພັນ.
ຫມາກ​ເຍົາ​ປະ­ຈຸ​ບັນ​ນີ້ ນິ­ຍົມຂະ­ຫຍາຍ​ພັນ 2 ລັກ­ສະ­ນະ​ຄື: ໃຊ້​ເມັດ  ແລະ ການ​ໃຊ້​ທ່ອນ​ພັນ (ໃຊ້​ລຳ­ຕົ້ນ).
1.  ການ​ໃຊ້​ເມັດ (ບໍ່​ມີ​ໄລ ຍະ​ພັກ​ຕົວ): ຄວນ​ເກັບ​ຝັກ​ທີ່​ແກ່ມີ​ສີ­ເຫລືອງ​ແກມ​ສີ­ນ້ຳ­ຕານ​ໃນຖົງ​ຢາງ ຫລື ຫນານ​ກ້າ​ເບ້ຍອາ­ຍຸ​ໄດ້ 2 ເດືອນ​ຈິ່ງ​ນຳ­ໄປ​ປູກ.
2.  ການ​ໃຊ້​ທ່ອນ​ພັນ: ເຮົາຄວນ​ໃຊ້​ທ່ອນ​ພັນ​ທີ່​ມີ​ສີ­ນ້ຳ­ຕານປົນ​ຂຽວ​ຍາວ​ປະ­ມານ 45-50 ຊັງ​ຕີ​ແມັດ ປັກ​ລົງ​ໃນ​ຖັງ​ປັກ​ຊຳ ອາ­ຍຸ​ປະ­ມານ 1 ເດືອນ ກໍ່​ສາມາດ​ນຳ­ໄປ​ປູກ​ໄດ້.
ໄລ­ຍະ​ປູກ.
ໄລ­ຍະ​ປູກ​ທີ່​ນິ­ຍົມ​ກັນ​ໃນ​ປະຈຸ​ບັນ​ຄື: ປູກ​ໃນ​ລະ­ຫວ່າງ​ແຖວ 2-2,5  ແມັດ, ລະ­ຫວ່າງ​ຕົ້ນ 2-2,5 ແມັດ ຂຶ້ນ​ກັບ​ຄວາມ​ອຸ­ດົມ ສົມ­ບູນ​ຂອງ​ດິນ.
ການ​ໃສ່​ຝຸ່ນ.
ຄວນ​ໃສ່​ຝຸ່ນ​ບົ່ມ ຫລື ຝຸ່ນຄອກ​ເປັນ­ຕົ້ນ ໂດຍ​ໃສ່​ປະ­ມານ 500 ກິ​ໂລ​ຕໍ່​ໄລ່ ເນື່ອງ​ຈາກໄລ­ຍະ​ນີ້​ຫມາກ​ເຍົາ​ຍັງ​ມີ​ຜົນ​ຜະລິດ​ຕໍ່​ໄລ່​ຂ້ອນ​ຂ້າງ​ຕ່ຳ ຫລື ອາດຈະ​ໃຊ້​ຝຸ່ນ​ເຄ​ມີ 15-15-15 ອັດຕາ 10 ກິ​ໂລ​ຕໍ່​ໄລ່ ຮອງ​ພື້ນກ່ອນ​ປູກ ແລະ ຫລັງ​ເກັບ​ກ່ຽວ.
ພະ­ຍາດ ແລະ ແມງ­ໄມ້.
ພະ­ຍາດ​ທີ່​ພົບ​ໄດ້­ແກ່​ພະ­ຍາດໃບ​ຈຸດ, ພະ­ຍາດ​ຫມາກ​ເນົ່າ ແລະ ແມງ​ທີ່​ພົບ​ເຫັນ​ໄດ້­ແກ່​ໄຮ​ຂາວ, ເພ້ຍ​ແປ້ງ ແລະ ໄຮ​ແດງ ເນື່ອງຈາກ​ເປັນ​ໄລ­ຍະ​ເລີ່ມ​ຕົ້ນ​ຂອງ​ການ​ປູກ​ຫມາກ​ເຍົາຈິ່ງ​ບໍ່​ພົບ​ການ​ລະບາດ​ທຳ­ລາຍ​ຢ່າງ​ຮຸນ​ແຮງ.
ການ​ເກັບ​ກ່ຽວ.
ເນື່ອງ​ຈາກ​ຫມາກ​ເຍົາ​ສຸກ​ແກ່​ບໍ່​ພ້ອມ​ກັນ​ໃນ​ພວງ​ຫມາກ. ສະ­ນັ້ນ, ຈິ່ງ​ຕ້ອງ​ເກັບ​ກ່ຽວ ໂດຍໃຊ້​ແຮງ​ງານ​ຄົນເລີ່ມ​ເກັບ​ກ່ຽວໄດ້​ຕັ້ງ­ແຕ່​ຫມາກ​ສີ­ເຫລືອງ​ຈົນຫມາກ​ສີ­ດຳ.
ຜົນ​ຜະ­ລິດ.
ຂຶ້ນ​ຢູ່​ກັບ​ພັນ, ຄວາມ​ອຸ­ດົມສົມ­ບູນ​ຂອງ​ດິນ ແລະ ສະ­ພາບແວດ​ລ້ອມ ຖ້າ​ປັດ​ໄຈ​ດັ່ງ­ກ່າວ​ດີປີ​ທຳ​ອິດ​ຈະ​ໃຫ້​ຜົນ​ຜະ­ລິດ​ປະ­ມານ 100-360 ກິ​ໂລ​ຕໍ່​ປີ​ທີ 2 ແລະ ປີ​ຕໍ່ໆ​ໄປ ໂດຍ​ສະ­ເພາະຖ້າ​ມີ​ຊົນ­ລະ­ປະ­ທານ ແລະ ການບຳ­ລຸງ​ຮັກ­ສາ​ທີ່​ດີ.
ການ​ສະ­ກັດ​ນ້ຳ­ມັນ.
ເມັດ​ຂອງ​ຫມາກ​ເຍົາ​ນຳ­ໄປສະ­ກັດ​ນ້ຳ­ມັນ​ທີ່​ສາ­ມາດ​ໃຊ້​ກັບ​ເຄື່ອງ​ຈັກ​ກາ​ຊວນ​ທີ່​ມີ​ຮອບ​ຕ່ຳແທນ​ນ້ຳ­ມັນ​ກາ​ຊວນ​ໄດ້​ເຊັ່ນ: ເຄື່ອງ​ຈັກ­ສູບ­ນ້ຳ, ລົດ​ໄຖ​ຂະຫນາດ​ນ້ອຍ ປະ­ຈຸ​ບັນ​ມີ​ວິ­ທີ​ສະກັດ​ນ້ຳ­ມັນ 2 ແບບ​ຄື:
1.  ແບບ​ງ່າຍ: ໂດຍ​ນຳເມັດ​ຫມາກ​ເຍົາ​ມາ​ບົດ​ໃຫ້​ແຕກ ແລະ ຕາກ­ແດດ​ປະ­ມານ 1 ຊົ່ວໂມງ ແລ້ວ​ບີບ​ດ້ວຍ​ເຄື່ອງ​ບີບ​ອັດ ຕອງ​ດ້ວຍ​ຜ້າ​ຂາວ​ບາງໆ 2-3 ຊັ້ນ ຈະ​ໄດ້​ນ້ຳ­ມັນ ແລະ ປ່ອຍໃຫ້​ຕົກ​ຕະ​ກອນ 1-2 ຄືນ.
2.  ແບບ​ທີ່​ໃຊ້​ເຄື່ອງ​ບີບ​ອັດ: ເຄື່ອງ​ບີບ​ອັດ​ແບບ​ໄຮ​ໂດ​ລິກ​ຈະໄດ້​ນ້ຳ­ມັນ​ປະ­ມານ 20-25% ແລະ ເຄື່ອງ​ບີບ​ອັດ​ແບບ​ລະ­ບົບ ອັດ​ກຽວ​ຈະ​ໄດ້​ນ້ຳ­ມັນ​ປະ­ມານ 25-30% ແຕ່​ວິ­ທີ​ນີ້​ຈະ​ເຮັດ​ໃຫ້ນ້ຳ­ມັນ​ຕົກ​ຕະ​ກອນ​ຂ້ອນ​ຂ້າງຫລາຍ.

 

ຫຍ້າ​ມູ​ລາໂຕ II



​ຫຍ້າ​ມູ​ລາໂຕ II
ຫຍ້າ​ມູ​ລາ​ໂຕ II ເປັນຫຍ້າ​ອາ­ຫານ​ສັດ​ເຂດ​ຮ້ອນ​ພັນໃຫມ່​ທີ່​ມີ​ຄຸນ​ນະ​ພາບ​ດີ (ໂປຣ​ຕີນ 14%) ໃຫ້​ຜົນ​ຜະ­ລິດ​ສູງ ແລະ ເປັນ​ຫຍ້າ​ທີ່​ສາ­ມາດ​ປັບ​ຕົວ​ເຂົ້າກັບ​ສະ­ພາບ​ແວດ​ລ້ອມ​ໄດ້​ດີ.
ການ​ເລືອກ​ພື້ນ​ທີ່​ປູກ
 ຄວນເລືອກ​ທີ່​ສູງ​ບໍ່​ມີ​ນ້ຳ​ຖ້ວມ​ຂັງ, ດິນບໍ່​ເປັນ​ກົດ​ຈັດ ຫລື ດິນ​ເຄັມ.
ໄລ­ຍະ​ເວ­ລາ​ປູກ 
ໄລ­ຍະ​ເວ­ລາ​ປູກ​ທີ່​ເຫມາະ​ສົມ​ໃນ​ໄລ­ຍະ​ເດືອນພຶດ­ສະ­ພາ ຫາ ເດືອນ​ມິ­ຖຸ­ນາ.
ການ​ປູກ
ກຽມ​ພື້ນ​ທີ່​ໂດຍການ​ໄຖ​ດິນ​ຕາກ 3 ອາ­ທິດ ແລ້ວ​ໄຖ​ພວນ​ດິນ​ອີກ​ເພື່ອ​ກຳ­ຈັດວັດ​ສະ​ພືດ ຈາກ​ນັ້ນ 1 ອາ­ທິດຄາດ​ດິນ​ໃຫ້​ແຕກ​ມຸ່ນ ແລະ ຮາບພຽງ​ດີເພື່ອ​ເຫມາະໃນ​ການ​ຝັງ​ຕົວຂອງ​ເມັດ​ພັນ, ໃສ່​ປຸ໋ຍ​ສູດ 15-15-15 ໃນ​ອັດ­ຕາ 50 ກິ​ໂລ​ຕໍ່​ໄຮ່ (16.0002) ເປັນ​ປຸ໋ຍ​ຮອງ​ພື້ນ ຫລື ອາດ​ຈະ​ປະ­ສົມ​ກັບ​ຝຸ່ນ​ຄອກເພື່ອ​ເພີ່ມ​ອິນ​ຊີ​ວັດ­ຖຸ​ໃນ​ດິນ.
ຖ້າ​ປູກ​ເພື່ອ​ລ້ຽງ­ສັດ​ຢອດເມັດ​ຫລຸມ​ລະ 5-6 ເມັດ​ໄລ­ຍະຫ່າງ 70-70 ຊັງ​ຕີ​ແມັດ
ຖ້າ​ປູກ​ເພື່ອ​ເກັບ​ເມັດ​ພັນຢອດເມັດ​ຫລຸມ​ລະ 5-6 ເມັດ ໄລຍະ​ຫ່າງ 80 ຊັງ​ຕີ​ແມັດ​ິ່ ລະຫວ່າງ​ແຖວ 5-6 ເມັດ ໄລ­ຍະ ຫ່າງ100 ຊັງ​ຕີ​ແມັດ.
ການ​ກຳ­ຈັດ​ວັດ​ສະ​ພືດ
ກຳຈັດ​ວັດ​ສະ​ພືດ​ຫລັງ​ຈາກ​ປູກ​ຫຍ້າແລ້ວ 3–4 ອາ­ທິດ ແລະ ຄັ້ງ ຕໍ່ໆ​ໄປ​ຕາມ​ຄວາມ​ຈຳ­ເປັນ.
ການ​ນຳ​ໃຊ້​ປະ­ໂຫຍດ
ເລີ່ມຕັດ​ໃຫ້​ສັດ​ກິນ​ເທື່ອ​ທຳ​ອິດ​ເມື່ອຫຍ້າ​ມີ​ອາ­ຍຸ​ປະ­ມານ 45-50 ວັນ ຫລັງ​ຈາກ​ປູກ ແລະ ຕັດ​ເທື່ອຕໍ່​ໄປ​ທຸກໆ 35-40 ວັນ ໂດຍຕັດ​ສູງ​ຈາກ​ຫນ້າ­ດິນ​ປະ­ມານ 10-12 ຊັງ​ຕີ​ແມັດ ແລ້ວ​ໃສ່​ປຸ໋ຍ​ຢູ​ເຣຍ (46-0-0) ອັດ­ຕາ 10 ກິ​ໂລຕໍ່​ໄຮ່ ຫລັງ​ຈາກ​ການ​ຕັດ​ທຸກ​ຄັ້ງ ຖ້າ​ປູກ​ໃນ​ພື້ນ​ທີ່ທີ່​ອາ­ໄສ​ນ້ຳ​ຝົນຢ່າງ​ດຽວ​ຈະ​ໃຫ້​ຜົນ​ຜະ­ລິດ​ນ້ຳຫນັກ​ຫຍ້າ​ສົດ 6-8 ໂຕນ​ຕໍ່​ໄຮ່​ຕໍ່​ປີ.
ການ​ຕັດ​ປັບ​ສະ­ພາບ​ເພື່ອ​ເກັບເມັດ​ພັນ
ເພື່ອ​ເຮັດ​ໃຫ້​ຫຍ້າ​ອອກດອກ​ຢ່າງ​ສະ​ຫມ່ຳ​ສະ­ເຫມີ​ອາດຕັດ​ຫຍ້າ​ໃຫ້​ສັດ​ກິນ​ກ່ອນ 1 ຮອບກ່ອນ​ສິ້ນ​ເດືອນ​ກໍ­ລະ­ກົດ ເພາະຫຍ້າ​ຕ້ອງ­ການ​ໄລ­ຍະ​ເວ­ລາ​ໃນການ​ຈະ­ເລີນ​ເຕີບ​ໂຕ​ກ່ອນ​ອອກ ດອກ​ໃນ​ເດືອນ​ຕຸ­ລາ​ປະ­ມານ  106-124 ວັນ.

ການ​ເກັບ​ກ່ຽວ​ເມັດ​ພັນ
ເມື່ອຫຍ້າ​ອອກ­ດອກ​ຄວນ​ກະ­ກຽມການ​ເກັບ​ເມັດ​ໂດຍ​ໃຊ້​ເຊືອກຟາງ​ມັດ​ຊໍ່​ດອກ​ເຂົ້າ​ຫາ​ກັນ​ເພື່ອສະ­ດວກ​ໃນ​ການ​ເກັບ​ເມັດ​ຫຍ້າຈະ​ເລີ່ມ​ແກ່​ຫລັງ​ຈາກ​ອອກ­ດອກປະ­ມານ 22-29 ວັນ ໃນ​ໄລຍະ​ນີ້​ໃຫ້​ຫມັ່ນ​ສັງ­ເກດ ແລະ ເລີ່ມເກັບ​ເມັດ​ທັນ­ທີ​ເມື່ອ​ເມັດ​ແກ່​ໂດຍການ​ເຄາະ​ຮວງ​ຄື: ເຄາະ 1 ເທື່ອແລ້ວ​ເວັ້ນ 2 ມື້ ກັບ​ມາ​ເຄາະອີກ​ເລື້ອຍໆ​ໄປ​ຈົນ​ຫມົດ. ເມັດ​ພັນທີ່​ໄດ້​ໃຫ້​ນຳ­ໄປ​ຕາກ​ໃນ​ບ່ອນ​ຮົ່ມ2ວັັນເພື່ອ​ລົດ​ຄວາມ​ຊຸ່ມ​ແລ້ວນຳ​ອອກ​ມາ​ຕາກ­ແດດ​ອີກ1ວັນການ​ຕາກ​ເມັດ​ຄວນ​ເຂ່ຍ​ປີ້ນ​ກັບເມັດ​ເລື້ອຍໆ​ເພື່ອ​ໃຫ້​ເມັດ​ແຫ້ງຢ່າງ​ສະ​ຫມ່ຳ​ສະ­ເຫມີ ຫລັງ​ຈາກນັ້ນ​ທຳ​ຄວາມ​ສະ­ອາດ​ໂດຍ​ການ ໃຊ້​ກະ­ດົ້ງ​ຝັດ​ສິ່ງ​ເຈືອ​ປົນ​ອອກ​ໄປ. ຜົນ​ຜະ­ລິດ​ເມັດ​ຈະ​ໄດ້​ປະ­ມານ40ກິ​ໂລ​ຕໍ່​ໄຮ່ຂຶ້ນ​ຢູ່​ກັບ​ຄວາມ​ອຸ­ດົມ­ສົມ­ບູນ​ຂອງ​ດິນ, ການ​ໃສ່​ຝຸ່ນ ແລະ ການ​ບົວ­ລະ­ບັດ​ຮັກ­ສາ.
ການ​ເກັບ​ຮັກ­ສາ​ເມັດ​ພັນ
ຄວນ​ເກັບ​ເມັດ​ພັນ​ໄວ້​ໃນ​ຮົ່ມ ແລະ ແຫ້ງ​ເມັດ​ພັນ​ຈະ​ມີ​ໄລ­ຍະ​ການພັກ​ຕົວ​ຫລັງ​ຈາກ​ເກັບ​ກ່ຽວ​ປະມານ 4 ເດືອນ ຫມາຍ​ຄວາມ​ວ່າຖ້າ​ຈະ​ນຳ​ເມັດ​ພັນ​ດັ່ງ­ກ່າວ​ໄປ​ປູກຄວນ​ໃຫ້​ເມັດ​ພັນ​ໄດ້​ພັກ​ຕົວ​ຫລັງເກັບ​ກ່ຽວ 4 ເດືອນ ຈິ່ງ​ຈະ​ໄດ້​ຮັບຜົນ​ດີ.
 

ຫຍ້າກີນີສີມ່ວງ


ຫຍ້າ​ກີ​ນີ​ສີ­ມ່ວງ ເປັນ​ຫຍ້າ​ທີ່​ມີ​ອາ­ຍຸ​ຫລາຍປີ​ລັກ­ສະ­ນະ​ລຳ­ຕົ້ນ​ເປັນ​ກໍ​ຕັ້ງ​ຊື່​ແຕກ​ກໍ​ໃບ​ດົກ ທົນ​ຕໍ່​ສະ­ພາບ​ຮົ່ມ​ເງົາ​ໄດ້​ດີ​ຈະ­ເລີນ​ເຕີບ​ໂຕໃນ​ພື້ນ​ທີ່​ດິນ​ຫນຽວ ແລະ ດິນ­ຊາຍ ມີ​ການ​ຕອບສະ­ຫນອງ​ຕໍ່​ການ​ໃຫ້​ນ້ຳ ແລະ ຝຸ່ນ​ໄວ ສາ­ມາດປູກ​ຂະ­ຫຍາຍ​ພັນ​ດ້ວຍ​ເມັດ ແລະ ເຫງົ້າ ເຫມາະສຳ­ລັບ​ປູກ​ລ້ຽງ­ສັດ​ແບບ​ຕັດ​ໃຫ້​ກິນ.
ລະ­ດູ​ປູກ: 
ປູກ​ໃນ​ຕົ້ນ​ລະ­ດູ­ຝົນ ໄລ­ຍະ​ທີ່ເຫມາະ​ສົມ​ທີ່​ສຸດ​ຄື​ື: ເດືອນ​ພຶດ­ສະ­ພາ ຫາ ເດືອນ​ກໍ­ລະ­ກົດ ເປັນ​ໄລ­ຍະ​ທີ່​ດິນ​ຍັງ​ມີ​ຄວາມ​ອົບ​ອຸ່ນ​ເຫມາະ​ສົມ​ຕໍ່​ການ​ແຕກ​ງອກ​ຂອງ​ເມັດ ແລະ ການ​ຂະ­ຫຍາຍ­ຕົວ​ຂອງ​ຮາກ​ຫຍ້າ.
ການ​ກຽມ​ດິນ:
ເລີ່ມ​ໄຖ​ບຸກ­ເບີກ​ຫນ້າ­ດິນເມື່ອ​ມີ​ຝົນ­ຕົກ​ໃນ​ໄລ­ຍະ​ກາງ​ເດືອນ​ເມ­ສາເພື່ອປີ້ນ​ຫນ້າ­ດິນ​ກຳ­ຈັດ​ວັດ​ສະ​ພືດ​ທີ່​ປົກ​ຄຸມ​ດິນ ຕາກ​ໄວ້​ປະ­ມານ 3-4 ອາ­ທິດ. ຫລັງ​ຈາກ​ນັ້ນໄຖ​ພວນ​ດິນ​ເທື່ອ​ທີ 2-3 ເພື່ອ​ທຳ­ລາຍ​ວັດສະ​ພືດ​ທີ່​ຂຶ້ນ​ມາ​ໃຫມ່ ພ້ອມ​ທັງ​ປັບ​ສະ­ພາບ​ດິນໃຫ້​ຮາບ​ພຽງ ແລະ ເກັບ​ເສດ​ວັດ​ສະ​ພືດ​ອອກຈາກ​ພື້ນ​ທີ່​ກຽມ​ປູກ.
ວິ­ທີ​ປູກ​ຫຍ້າ​ກີ​ນີ​ເປັນ​ເມັດ​ຫຍ້າ​ກິ່ນ​ຫອມ ເຊິ່ງ​ເປັນ​ທີ່​ຕ້ອງ­ການ​ຂອງ​ມົດ ແລະ ແມງ­ໄມ້ຫລາຍ​ທີ່​ສຸດ ດັ່ງ­ນັ້ນ, ການ​ປູກ​ດ້ວຍ​ເມັດ​ໂດຍ​ກົງ​ອາດ​ຈະ​ບໍ່​ໄດ້​ຮັບ​ຜົນ. ເອ­ກະ­ສານ​ຂໍ​ແນະ­ນຳ​ການ​ປູກ​ໂດຍ​ໃຊ້​ຕົ້ນ​ກ້າ.
ການ​ກ້າ​ເມັດ: 
ໃຊ້​ເມັດ​ພັນ 0,5 ກິ​ໂລ ແຊ່​ໃນ​ນ້ຳ​ຢາ​ມ້ອມ​ມຸ້ງປະ​ໄວ້ 1 ຄືນ ແລ້ວ​ນຳ­ໄປ​ຫວ່ານ​ໃນ​ຫນານ​ກ້າ​ທີ່​ກຽມ​ໄວ້​ໃນ​ເນື້ອ­ທີ່ 100 ຕາ​ແມັດ ໃຫ້​ທົ່ວ​ຢ່າງ​ສະ​ຫມ່ຳ​ສະ­ເຫມີ ໂຮຍ​ທັບ​ດ້ວຍ​ຝຸ່ນ​ຄອກ (ດີ​ແທ້​ໃຫ້​ໃຊ້​ຝຸ່ນ​ຂີ້​ຫມູ )ປົກ​ປະ­ມານ 0,5 ຊັງ​ຕີ​ແມັດ. ພ້ອມ​ທັງ​ຫົດນ້ຳ​ຫນານ​ກ້າ​ໃຫ້​ມີ​ຄວາມ​ຊຸ່ມ​ຢູ່​ສະ­ເຫມີ​ເມື່ອຕົນ​ກ້າ​ມີ​ອາ­ຍຸ 1 ເດືອນ ກໍ່​ສາ­ມາດ​ຍ້າຍ​ໄປປູກ​ໄດ້​ໃນ​ເນື້ອ­ທີ່ 1 ໄຮ່.
ການ​ປູກ: 
ໄລ­ຍະ​ຫ່າງ 50x50 ຊັງ​ຕີ ແມັດ. ໃສ່​ຂຸມ​ລະ 3 ຕົ້ນ ແລະ ຄວນ​ປູກໃນ​ຄະ­ນະ​ທີ່​ດິນ​ມີ​ຄວາມ​ຊຸ່ມ​ເຫມາະ​ສົມ. ຫຍ້າກີ​ນີ​ຍັງ​ສາ­ມາດ​ປູກ​ປະ­ສົມ​ປະ­ສານ​ກັບ​ພືດ​ໄດ້ເຊັ່ນ: ປູກ​ໃນ​ສວນ​ຢາງ­ພາ­ລາ ແລະ ປູກໃນ​ສວນ​ໄມ້​ໃຫ້​ຫມາກ​ອື່ນໆ...
ການ​ໃສ່​ຝຸ່ນ: 
ກ່ອນ​ປູກ​ຄວນ​ໃສ່​ຝຸ່ນ​ຮອງພື້ນ​ສູດ 15-15-15 ອັດ­ຕາ 50 ກິ​ໂລ​ຕໍ່​ໄຮ່ ອາດ​ຈະ​ໃຫ້​ຝຸ່ນ​ຄອກ​ຕື່ມ​ອີກ ເພື່ອ​ເພີ່ມ​ອິນ​ຊີ​ວັດຖຸ​ໃນ​ດິນ ແລະ ໃສ່​ປຸ໋ຍ​ຢູ​ເຣຍ (ສູດ 46-0-0) ອັດ­ຕາ 10 ກິ​ໂລ​ຕໍ່​ໄຮ່ ຫລັງ​ຈາກຕັດ​ຫຍ້າ​ທຸກ​ເທື່ອ ໂດຍ​ໂຮຍ​ໃສ່​ຕາມ​ເຫງົ້າ​ຫຍ້າ​ທີ່​ຕັດ​ເທົ່າ​ນັ້ນ. ໃນ​ປີ​ຕໍ່ໆ​ໄປ​ໃຫ້​ໃສ່​ປຸ໋ຍ​ສູດ 15-15-15 ໃນ​ໄລ­ຍະ​ຕົ້ນ​ລະ­ດູ­ຝົນ.
ການ​ຈຳ­ກັດ​ວັດ​ສະ​ພືດ: 
ຄວນ​ກຳ­ຈັດ​ວັດສະ​ພືດ​ເທື່ອ​ທຳ​ອິດ​ຫລັງ​ຈາກ​ປູກ​ແລ້ວ 2-3 ອາ­ທິດ ແລະ ກຳ­ຈັດ​ວັດ​ສະ​ພືດ​ຕື່ມ​ອີກ​ໃນ​ເທື່ອຕໍ່ໆ​ໄປ​ເທົ່າ​ທີ່​ຈຳ­ເປັນ.
ການ​ໃຫ້​ນ້ຳ: 
ຫຍ້າ​ກີ​ນີ​ເປັນ​ທີ່​ຕອບ​ສະຫນອງ​ຕໍ່​ການ​ໃຫ້​ນ້ຳ ແລະ ປຸ໋ຍ​ໄດ້​ດີ ດັ່ງນັ້ນ​ໃນ​ໄລ­ຍະ​ລະ­ດູ­ແລ້ງ ຫລື ລະ­ດູ­ຝົນ​ທີ່​ຝົນຂາດ, ໄລ­ຍະ​ເປັນ​ເວ­ລາ​ດົນ​ນານ​ຄວນ​ມີ​ການໃຫ້​ນ້ຳ​ໂດຍ​ໃຊ້​ລະ­ບົບ​ຝົນ­ຝອຍ​ໃນ​ທຸກໆ 3-5 ມື້ ຫຍ້າ​ຈະ​ຂຽວ­ງາມ ແລະ ໃຫ້​ຜົນ​ຜະ­ລິດ​ຕະຫລອດ​ປີ.
ການ​ນຳ​ໃຊ້​ປະ­ໂຫຍດ: 
ເລີ່ມ​ຕັດ​ໃຫ້​ສັດກິນ​ເທື່ອ​ທຳ​ອິດ​ເມື່ອ​ຫຍ້າ​ມີ​ອາ­ຍຸ​ປະ­ມານ 40-45 ວັນ​ຫລັງ​ຈາກ​ປູກ ແລະ ຕັດ​ເທື່ອ​ຕໍ່​ໄປ​ທຸກໆ 30-35 ວັນ ໂດຍ​ຕັດ​ສູງ​ຈາກ​ຫນ້າ­ດິນ 10 ຊັງ​ຕີ​ແມັດ.  ຖ້າ​ປູກ​ໃນ​ພື້ນ​ທີ່​ທີ່​ອາ­ໄສ​ນ້ຳ​ຝົນຢ່າງ​ດຽວ​ຈະ​ໃຫ້​ຜົນ​ຜະ­ລິດ​ນ້ຳ­ຫນັກ​ຫຍ້າ​ສົດປະ­ມານ 8-10 ໂຕນ​ຕໍ່​ໄຮ່​ຕໍ່​ປີ ແລະ ຖ້າ​ປູກ​ໃນເຂດ​ຊົນ­ລະ­ປະ­ທານ​ທີ່​ສາ­ມາດ​ໃຫ້​ນ້ຳ​ໄດ້​ຕະຫລອດ​ປີຈະ​ໃຫ້​ຜົນ​ຜະ­ລິດ​ຫຍ້າ​ສົດ​ປະ­ມານ 12-14  ໂຕນ​ຕໍ່​ໄຮ່​ຕໍ່​ປີ.

 

ກຸຫລາບ

ດອກ​ກຸ­ຫລາບ​ຄືຫນຶ່ງໃນ​ດອກ​ໄມ້​ຍອດ​ນິ­ຍົມ​ທີ່​ຫລາຍຄົນ​ຢາກ​ປູກ​ເອົາ​ໄວ້​ກັບ​ເຮືອນ ເພາະ​ກິ່ນ​ອັນ​ຫອມ​ກຸ່ມ ແລະ ມີສະ­ເຫນ, ຄວາມ​ງາມ​ຂອງ​ສີ­ສັນ​ທີ່​ໃຫ້​ອາ­ລົມ​ແຕກ​ຕ່າງ​ກັນ​ໄປເຮັດໃຫ້​ຕົ້ນ​ກຸ­ຫລາບ​ກາຍ­ເປັນ​ດອກ​ໄມ້ປະ­ດັບ​ທີ່​ຫລາຍ​ຄົນ​ຫມາຍ​ປອງຢາກ​ຈະ​ປູກ​ໄວ້​ປະ­ດັບ​ສວນ.

ລັກສະນະຂອງຕົ້ນກຸຫລາບ
ກຸ­ຫລາບ​ເປັນ​ໄມ້​ຢືນ​ຕົ້ນ​ພຸ່ມນ້ອຍ​ທີ່​ມີ​ຄວາມ​ຍາວ​ຂອງ​ລຳ­ຕົ້ນຕັ້ງ­ແຕ່ 30Œ-200 ຊັງ​ຕີ​ແມັດ ສ່ວນ​ຫລາຍ​ມີ​ຫນາມ​ແຫລມ​ຢູ່​ບໍລິ​ເວນ​ລຳ­ຕົ້ນ​ແຕ່​ກໍ່​ມີ​ບາງ​ຊະ­ນິດທີ່​ບໍ່​ມີ​ຫນາມ​ລັກ­ສະ­ນະ​ໃບ​ໂຄ້ງມົນ​ສີ­ຂຽວ​ປາຍ​ແຫລມ, ຂອບ​ໃບຫຍິກ​ຫນ້ອຍ​ຫນຶ່ງ, ດອກ​ມີ​ກິ່ນຫອມ, ລັກ­ສະ­ນະ​ຂອງ​ກີບ​ຮຽງ​ຊ້ອນ​ກັນ​ເປັນ​ຊັ້ນໆ​ປະ­ມານ 4Œ-6 ຊັ້ນ ແລະ ມີ​ຫລາຍ​ສີ​ເຊັ່ນ: ສີ­ແດງ, ສີ​ຊົມ​ພູ, ຂາວ, ເຫລືອງ ເຫລົ່າ​ນີ້​ເປັນ­ຕົ້ນ.
ຕົ້ນ​ກຸ­ຫລາບນິ­ຍົມ​ປູກ​ໄວ້​ຕົກແຕ່ງ​ສວນ​ເປັນ​ດອກ​ໄມ້​ປະ­ດັບ​ທີ່ເພີ່ມ​ຄວາມ​ສົດ­ຊື່ນ​ສວຍ​ງາມ​ໃຫ້ກັບ​ສວນ​ທີ່​ມີ​ສາ­ຍາ​ວ່າລາ​ຊີ​ນີ​ແຫ່ງ ອຸ­ທິ­ຍານເຊື່ອ​ກັນ​ວ່າ​ເຮືອນ​ໃດ​ປູກດອກ​ກຸ­ຫລາບ​ໄວ້​ໃນ​ເຮືອນ​ຈະ​ເກີດຄວາມ​ສະ­ຫງ່າ​ພາກ­ພູມ ແລະ ເບິ່ງແລ້ວ​ໂດດ​ເດັ່ນ​ເມື່ອ​ພົບ​ເຫັນ, ນອກຈາກ​ນີ້ ກິ່ນ​ຫອມ​ຂອງ​ດອກ​ກຸຫລາບ​ຍັງ​ຊ່ວຍ​ເພີ່ມ​ບັນ­ຍາ­ກາດດີໆໃຫ້​ກັບ​ສວນ​ອີກ ແລະ ຄົນສ່ວນ​ຫລາຍ​ນິ­ຍົມ​ປູກ​ດອກ​ກຸ ຫລາບ​ເພື່ອ​ໃຊ້​ຕົກ­ແຕ່ງ ຫລື ເປັນສັນ­ຍະ­ລັກ​ຂອງ​ຄວາມ​ຮັກ.
ການປູກ
ສ່ວນ​ຂັ້ນ​ຕອນ​ຂອງ​ການ​ປູກຂະ­ຫນາດ 30x30x30 ຊັງຕີ​ແມັດ ໂດຍ​ໃຊ້​ຝຸ່ນ​ຄອກ ຫລື ປຸ໋ຍ​ຫມັກ ແລະ ດິນ​ລ້ວນ ອັດ­ຕາ ສ່ວນ 1/2 ປະ­ສົມ​ດິນ​ປູກ, ແຕ່ຫາກ​ປູກ​ໃສ່​ກະ​ຖັງ​ຄວນ​ໃຊ້​ກະ​ຖັງສູງ​ຂະ­ຫນາດ 25-Œ35 ຊັງ​ຕີແມັດ ໃສ່​ຝຸ່ນ​ຄອກ ຫລື ປຸ໋ຍຫມັກ, ແກບ ແລະ ດິນ​ລ້ວນໃນອັດ­ຕາ​ສ່ວນ 1 ຕໍ່ 1 ຕໍ່ 1 ແລະ ຄວນ​ປ່ຽນ​ດິນ​ໃນ​ກະ​ຖັງ​ທຸກ 1 ປີ ເພື່ອ​ແທນ​ດິນ​ເດີມ​ທີ່​ເສື່ອມ​ສະພາບ,

ການຣັກສາ
ສຳ­ລັບ​ການ​ເບິ່ງ­ແຍງ​ດອກ​ກຸຫລາບ ໂດຍ​ສະ­ເພາະ​ດິນ​ຕ້ອງເປັນ​ດິນ​ຜຸ​ຜຸ່ຍ, ດິນ​ລ້ວນ​ປົນ​ຊາຍ​ມີຄວາມ​ຊຸ່ມ​ປານ​ກາງ ແລະ ລະ ບາຍ​ນ້ຳ​ໄດ້​ດີ, ສ່ວນ​ຝຸ່ນ​ຈະ​ເປັນຝຸ່ນ​ຄອກ ຫລື ປຸ໋ຍ​ຫມັກ 1-Œ2 ກິ​ໂລ​ຕໍ່​ຕົ້ນ ໃສ່​ເດືອນ​ລະ 1Œ-2 ຄັ້ງ ແລະ ນ້ຳ​ໃຫ້​ລະ­ດັບ​ກາງ ເປັນ­ຕົ້ນ 5Œ-7 ວັນ​ຕໍ່​ຄັ້ງ, ດອກ​ກຸຫລາບ​ມັກ​ແສງ​ແດດ​ກ້າ ຈິ່ງ​ຄວນປູກ​ໄວ້​ໃຫ້​ໄດ້​ຮັບ​ແດດ​ກາງ­ແຈ້ງ ແລະ ຕົ້ນ​ກຸ­ຫລາບ​ສາ­ມາດ​ຂະ ຫຍາຍ​ພັນ​ໄດ້​ໂດຍ​ການ​ປັກ​ຊຳການ​ທາມ​ກິ່ງ ແລະ ການ​ຕິດ​ຕາ.
ແຕ່​ວ່າ­ການ​ປູກ​ດອກ​ກຸ­ຫລາບບໍ່​ແມ່ນ​ເລື່ອງ​ຍາກ ແລະ ກໍ່​ບໍ່​ແມ່ນເລື່ອງ​ງ່າຍພຽງ​ແຕ່​ເຮົາ​ຕ້ອງເຮັດ​ໃຈ­ເຢັນໆ​ລໍ​ເວ­ລາ​ທີ່​ເຫມາະ​ສົມ​ເສຍ​ກ່ອນແລ້ວ​ຈິ່ງ​ຄ່ອຍ​ປູກບໍ່​ແມ່ນ​ວ່າ​ຊື້​ມາ​ຈາກ​ສວນ​ສົດໆແລ້ວ​ກໍ່​ເອົາ​ລົງ​ກະ​ຖັງ​ເລີຍ  ຖ້າເຮັດ​ແບບ​ນີ້​ຮັບ­ຮອງ​ວ່າ​ປູກ​ບໍ່​ຂຶ້ນ, ສະ­ນັ້ນ ມື້­ນີ້​ເຮົາ​ຈະ​ມາ​ແນະ­ນຳກ່ຽວ​ກັບ​ຂັ້ນ​ຕອນ​ຂອງ​ການ​ປູກ ແລະ ການ​ປູກ​ນັ້ນ​ເຮົາຄວນ​ກະກຽມ​ຫຍັງ​ແດ່​ເພື່ອ​ເຮັດ​ຕົ້ນ​ດອກກຸ­ຫລາບ​ງອກ​ງາມ​ໄດ້​ດີ.
ດັ່ງ­ນັ້ນ ເຮົາ​ມາ​ເລີ່ມ​ຈາກການ​ກະ­ກຽມ​ອຸ­ປະ­ກອນ​ເພື່ອ​ການປູກ ເຊິ່ງ​ປະ­ກອບ​ມີ​ຕົ້ນ​ກຸ­ຫລາບທີ່​ຖືກ​ເລືອກ​ມາ​ເປັນ​ຢ່າງ​ດີ, ດິນ​ສຳ­ລັບ​ປູກ​ດອກ​ກຸ­ຫລາບ ໂດຍ​ສະ­ເພາະ​ອັນ​ນີ້​ບໍ່​ມີ​ສູດ​ຕາຍຕົວ ແຕ່​ຖ້າ​ຈະ​ໃຫ້​ດີ​ແທ້​ແນະ­ນຳໃຫ້​ເລືອກ​ດິນ​ທີ່​ຫລັງ​ຈາກ​ປູກ​ໄປແລ້ວ​ໃນ​ອະ­ນາ­ຄົດ​ຈະ​ບໍ່​ກາຍ​ສະພາບ​ເປັນ​ດິນ​ຫນຽວ​ເທົ່າ​ນີ້​ກໍ່​ພໍ ສ່ວນ​ກະ​ຖັງ​ດິນ​ເຜົາ​ຄວນ​ມີ​ຄວາມກວ້າງ​ຂອງ​ປາກ​ຢ່າງ​ຫນ້ອຍປະ­ມານ 30,48 ຊັງ​ຕີ​ແມັດ ເພາະ​ກຸ­ຫລາບ​ເປັນ​ພືດ​ທີ່​ກິນ​ແຮ່​ທາດ​ໃນ​ດິນ​ຫລາຍ​ເຮັດ​ໃຫ້​ສານ ອາ­ຫານ​ໃນ​ດິນ​ຫມົດ​ໄວ ແລະ ເຮົາກໍ່​ຈະ​ໄດ້​ບໍ່​ຕ້ອງ​ປ່ຽນ​ກະ​ຖັງ​ດຸຫາກ​ຕົ້ນ​ໃຫຍ່​ຂຶ້ນ ສ່ວນ​ປຸ໋ຍ​ແມ່ນແລ້ວ­ແຕ່​ຄວາມ​ມັກ​ແຕ່​ເນັ້ນ​ໃຫ້ເປັນ​ປຸ໋ຍ​ບຳ­ລຸງ​ໃບ ເພາະ​ຖ້າ​ຫາກໃບ​ດີ​ຕົ້ນ​ກໍ່​ຈະ​ແຂງ­ແຮງ ແລະ ດອກ​ກໍ່​ຈະ​ມາ​ເອງ ສຳ­ລັບ​ວິ­ທີຮັກ­ສາ​ດິນ​ໃຫ້​ມີ​ຄວາມ​ຊຸ່ມ​ເຮົາຄວນ​ເອົາ​ໃຍ​ຂອງ​ຫມາກ­ພ້າວມາ​ແຊ່​ນ້ຳ​ໄວ້​ປະ­ມານ 1 ຄືນກ່ອນນຳ​ເອົາ​ໄປ​ປົກ​ຫນ້າ­ດິນ​ບໍ­ລິ­ເວນອ້ອມ​ຕົ້ນ​ກຸ­ຫລາບ.
ເມື່ອ​ເຮົາ​ຊື້​ຕົ້ນ​ກຸ­ຫລາບ​ບໍ່​ວ່າຈະ​ເປັນ​ພັນ​ໃດ​ກໍ່​ຕາມ​ໃຫ້​ພັກ​ຕົ້ນໄວ້​ປະ­ມານ 7 ວັນ ຈາກ​ນັ້ນ​ໃຫ້ຕັດ​ດອກ​ທີ່​ຕິດ​ມາ​ກັບ​ອອກ​ທັງ ຫມົດ​ນັບ​ທັງ​ດອກ​ຈູມ ແລະ ດອກບານ​ຢ່າ​ເສຍ­ດາຍ (ນັບ​ລົງ​ມາຈາກ​ດອກ 5 ໃບ​ແລ້ວ​ຕັດ) ກ່ອນ​ເອົາ​ລົງ​ກະ​ຖັງ ຫລື ເອົາລົງ​ດິນ ບໍ່​ຕ້ອງ​ໃສ່​ປຸ໋ຍ​ບຳ­ລຸງ​ໃດໆທັງ​ນັ້ນ ໃນ​ໄລ­ຍະ​ນີ້​ພຽງ​ແຕ່​ຫົດນ້ຳ​ຕອນ​ເຊົ້າ​ທຸກ​ວັນ​ເທົ່າ​ນັ້ນ​ພໍ, ການ​ຫົດ​ນ້ຳ​ຕົ້ນ​ກຸ­ຫລາບ​ກໍ່​ຄວນຫົດ​ທີ່​ກົກ​ຕົ້ນ​ເທົ່າ​ນັ້ນ, ບໍ່​ແມ່ນສິດ​ນ້ຳ​ເປັນ​ສາຍ​ຫົດ​ທັງ​ຕົ້ນ ເພາະຈະ​ເຮັດ​ໃຫ້​ຕົ້ນ​ກຸ­ຫລາບ​ເປັນ​ໂລກງ່າຍ (ສິ່ງ​ນີ້​ສຳ­ຄັນ​ສຳ­ລັບ​ຜູ້​ສົນໃຈ​ຢາກ​ປູກ​ກຸ­ຫລາບຫາກ​ບໍ່​ຈຳເປັນ​ຫ້າມ​ຫົດ​ນ້ຳ​ໃຫ້​ຖືກ​ດອກ ຫລື ໃບ), ໂດຍ​ພາຍ​ໃນ 7 ວັນອັນຕະ​ລາຍ​ນີ້​ໃຫ້​ຄ່ອຍໆ​ຫຍັບ​ຕົ້ນ​ກຸຫລາບ​ໃຫ້​ຖືກ​ແດດ​ວັນ​ລະ​ຫນ້ອຍ ມື້​ທຳ​ອິດ​ໃຫ້​ວາງ​ຕົ້ນ​ກຸ­ຫລາບ​ຢູ່​ໃນ​ຕຳ­ແຫນ່ງ​ທີ່​ຖືກ​ແດດ​ປະມານ 1 ຊົ່ວ­ໂມງ​ພໍ ຈາກ​ນັ້ນ​ໃຫ້ເພີ່ມ​ໄປ​ວັນ​ລະ​ຊົ່ວ­ໂມງ​ຈົນ​ຄົບ 7 ວັນ​ກໍ່​ປະ­ມານ 6-Œ8 ຊົ່ວ­ໂມງ​ພໍ­ດີ, ຫາກ​ບໍ່​ມີ​ຫຍັງ​ຜິດ­ພາດ​ຈະ​ເລີ່ມ​ສັງເກດ​ເຫັນ​ວ່າກຸ­ຫລາບ​ຈະ​ເລີ່ມແຕກ​ຕາ​ໃຫມ່ໆ​ອອກ​ມາ​ໃກ້​ກັບ​ບໍລິ​ເວນ​ທີ່​ເຮົາ​ຕັດ​ດອກ​ທັງ​ໃນ​ຂັ້ນຕອນ​ທີ 1 ສະ­ແດງ​ວ່າ​ຕົ້ນ​ແຂງແຮງ​ດີ ຖ້າ​ບໍ່​ເປັນ​ຕາມ​ນີ້​ກໍ່​ອາດຈະ​ມີ​ອາ­ການ​ໃບ​ເຫລືອງ ເຊິ່ງສະ­ແດງ​ວ່າ​ຂາດ​ນ້ຳ (ຫົດ​ນ້ຳບໍ່​ຊຸ່ມ​ພໍ), ສ່ວນ​ວັນ​ທີ 8 ຖ້າ​ພ້ອມແລ້ວ​ກໍ່​ປູກ​ກຸ­ຫລາບ​ໄດ້​ເລີຍ ໂດຍໃຫ້​ເອົາ​ຕົ້ນ​ກຸ­ຫລາບ​ອອກ​ຈາກ ຖົງ​ເພາະ ຫລື ກະ​ຖັງ​ເກົ່າ ເຊິ່ງ ໃບ​ນ້ອຍ​ແລ້ວ​ນຳ­ໄປ​ໃສ່​ໃນ​ກະ ຖັງ​ໃຫມ່ ໂດຍ​ໃສ່​ດິນ​ຮອງ​ກົ້ນ ຖັງ​ກ່ອນ​ປະ­ມານ 7,5 ຊັງ​ຕີ​ແມັດ ເນັ່ນ​ດິນ​ໃຫ້​ແຫນ້ນ​ວາງ​ຕົ້ນ​ກຸຫລາບ​ລົງ​ພ້ອມ​ກັບ​ດິນ​ເກົ່າ​ທີ່​ຕິດຕົ້ນ​ມາ ຈາກ​ນັ້ນ​ໃຫ້​ເທ​ດິນ​ທີ່​ເຫລືອໃສ່​ຄ່ອຍໆ​ອັດ ຫລື ພື້ນ​ທີ່​ໄວ້ປົກ​ດ້ວຍ​ໃຍ​ຫມາກ­ພ້າວ​ທີ່​ແຊ່​ນ້ຳໄວ້​ນັ້ນ, ຫລັງ​ຈາກ​ນັ້ນ​ໃຫ້​ລອງຫົດ​ນ້ຳ​ເບິ່ງ​ຫາ​ກວ່າ​ນ້ຳ​ຊຶມ​ຜ່ານຊັ້ນ​ດິນ​ລົງ​ໄປ​ໄດ້​ດີ ແຕ່​ໄວ​ເກີນ ໄປ ແລະ ບໍ່​ຊ້າ​ເກີນ 10 ນາ­ທີ ແຕ່​ຖ້າ​ໄວ​ເກີນ​ໄປ​ດິນ​ກໍ່​ຈະ​ຮັກ­ສາຄວາມ​ຊຸ່ມ​ໄວ້​ບໍ່​ໄດ້ ແຕ່​ຖ້າ​ຊ້າ​ເກີນກໍ່​ຈະ​ເຮັດ​ໃຫ້​ຮາກ​ເນົ່າ ເຊິ່ງ​ເປັນສິ່ງ​ທີ່​ບໍ່​ດີ​ປານ­ໃດ ສ່ວນ​ກະ​ຖັງ​ກຸຫລາບ​ຄວນ​ວາງ​ໄວ້​ໃນ​ຕຳ­ແຫນ່ງ​ທີ່​ໄດ້​ຮັບ​ແສງ​ແດດ​ວັນ​ລະ​ຢ່າງ​ຕ່ຳ 6 ຊົ່ວ­ໂມງ.
ການປູກໃສ່ກະໂຖ
ສຳ­ລັບ​ການ​ປູກ​ດອກ​ກຸ­ຫລາບ ຫາກ​ຕ້ອງ­ການ​ປູກ​ໃສ່​ກະ​ຖັງ​ທີ່ເປັນ​ໃບ​ໃຫຍ່​ໃຫ້​ເຈາະ​ກະ​ຖັງ​ດ້ານຂ້າງ​ໃກ້​ກັບ​ກົ້ນ​ກະ​ຖັງ​ເພີ່ມ 2 ຮູ ໃຫ້​ປະ­ສົມ​ດິນ 1 ສ່ວນ​ຕໍ່​ໃຍ​ຫມາກພ້າວ 1 ສ່ວນ ເພື່ອ​ໃຫ້​ນ້ຳ​ລະບາຍ​ໄດ້​ດີ ຈາກ​ນັ້ນ​ໃສ​ຝຸ່ນ​ຄອກ ຫລື ອາດ​ຈະ​ໃຊ້​ກະ­ດູກ​ປົ່ນ​ຖ້າ​ມີ ຈັກ 1 ກຳ­ມື ບໍ່​ໃຫ້​ຫລາຍ​ກວ່າ​ນີ້ ແລ້ວ​ຄົນ​ສ່ວນ​ປະ­ສົມ​ທັງ​ຫມົດໃຫ້​ເຂົ້າ­ກັນ​ຕັ້ງ​ປະ​ໄວ້​ຫລາຍຫນ້ອຍນັ້ນ​ຂຶ້ນ​ຢູ່​ກັບ​ຂະ­ຫນາດຂອງ​ກະ​ຖັງ​ທີ່​ຈະ​ປູກ​ເອົາ​ດິນ​ທີ່ກຽມ​ໄວ້​ລົງ​ກ່ອນ​ແລ້ວ​ຈຶ່ງ​ເອົາ​ຕົ້ນ​ກຸ­ຫລາບ​ວາງ​ລົງ​ໄປ​ຈຸ​ກາງ ແລະ ໃຫ້​ຕໍ​ກຸ­ຫລາບ​ແອນ​ໄປ​ດ້ານ​ຫລັງ ຫນ້ອຍ​ຫນຶ່ງ​ຖົມ​ດິນ​ໃຫ້​ທົ່ວ​ໂຮຍປຸ໋ຍ​ອອສ​ໂມ​ໂດ້ ສູດ​ສະ­ເຫມີ 3 ຫລື 6 ເດືອນ​ກໍ່ໄດ້ 1-Œ2 ບ່ວງ​ແກງ ຈາກ​ນັ້ນ​ປິດ​ດ້ວຍ​ດິນ​ຈົນ​ແຫນ້ນ ໂຮຍ​ດ້ານ​ເທິງ​ທັບ​ດ້ວຍ 15Œ-0Œ-0 ປະ­ມານ 1 ບ່ວງ​ແກງ ຖ້າ​ບໍ່​ມີ​ໃຊ້ປຸ໋ຍ​ປາ​ປົ່ນ​ໄດ້​ຄື​ກັນ​ປະ­ມານ 1 ກຳມື ແຕ່​ຫ້າມ​ຖົມ​ດິນ​ເດັດ­ຂາດ, ສ່ວນດ້ານ​ເທິງ​ໃຫ້­ຫາ​ວັດ​ສະ​ດຸ​ຈຳ­ພວກເຟືອງ ຫລື ກາບ​ຫມາກ­ພ້າວມາ​ປິດ​ທັບ​ອີກ​ເທື່ອ​ຫນຶ່ງ ຫລັງ ຈາກ​ນັ້ນຫົດ​ນ້ຳ​ໃຫ້​ຊຸ່ມ ຫາ​ກວ່າດິນ​ມີ​ການ​ຍຸບ​ຕົວ​ໃຫ້​ເຕີມ​ດິນໃຫມ່່​ໄດ້ ຈາກ​ນັ້ນ​ທຸກ​ເຄິ່ງ​ເດືອນໃຊ້​ປຸ໋ຍ​ສູດ 15-Œ0Œ-0 ໂຮຍ​ປະ­ມານ ເຄິ່ງ​ບ່ວງ​ແກງ​ສະ­ຫລັບ​ກັບ​ປຸ໋ຍປາ​ປົ່ນ