Wednesday, December 03, 2014

ຫລຸດຜ່ອນຄວາມຕຶງຄຽດດ້ວຍຫມາກໄມ້




- ໃບຂີ້ເຫລັກ ຜັກກະເດົາ ໝາກໄສ້ ຈະຊ່ວຍລະງັບອາການຊຶມເສົ້າ ໂດຍສະເພາະ ສານ ບາຣາຄອນ ໃນໃບຂີ້ເຫລັກ.



 ໝາກໂມ ມີທາດເຢັນຈາກນ້ຳຕານ ແລະ ກົດອາມີ ໂນ ອາຈິນິນ ເປັນສານທີ່ຊ່ວຍໃຫ້ຫລອດເລືອດຂະຫຍາຍ 
ຮັດໃຫ້ຮ່າງກາຍສົດຊື່ນມີ ໄລໂຄປິນ ຊ່ວຍຜ່ອນຄວາມຕຶງຄຽດໃນໂຕໄດ້ດີ ນອກນັ້ນ ຈຳພວກໝາກແຕງກວາ
 ໝາກແຄນຕາລູບ ແລະ ໝາກແຕງອື່ນໆຈຳນວນໜຶ່ງກໍມີຄຸນສົມບັດຄ້າຍຄືກັນ.




- ຕຳສົ້ມຕ່າງໆ ມີກົດເຜັດທີ່ຢູ່ມາກມາຍໃນໜ່ວຍໝາກເຜັດ ກົດເຜັດນີ້ເອງທີ່ຊ່ວຍຊັກນຳໃຫ້ ສານແຫ່ງຄວາມສຸກ ໃນສະໝອງ
ໃຫ້ຫລັ່ງຈົນເປັນທີ່ເພີງພໍໃຈ.


- ນ້ຳເຜິ້ງງ ເປັນສານອາຫານອາລົມດີ ເມື່ອກິນແລ້ວສານນ້ຳຕານຟຣຸກໂຕສໃນນ້ຳເຜິ້ງຈະຊ່ວຍກ່ອມ ອາລົມໃຫ້ສະບາຍໃຈ
ແລະ ມີພລັງ.


- ສາລີ, ຂະໜົມທີ່ເຮັດດ້ວຍ ຖົ່ວ ງາ ຫຼື ເຂົ້າ ແລະ ທັນຍະພືດມີທາດອາລົມດີທີ່ມີຊື່ວ່າ ທຣິປໂຕແຟນ

ຢ່າງມາກມາຍ ແລະຈະປ່ຽນໄປເປັນເຄມີອາລົມດີຊື່ ຊີໂຣໂທນິນ ແລະ ໃຜມີເຄມີດີໆແບບນີ້ຫລາຍໆ 

ກໍເຮັດໃຫ້ເປັນສຸກໃຈ ແກ້ເຈັບຫົວ ປົວລຳໄສ້ຜິດປົກກະຕິ ຊ່ວຍຕ້ານອາການຊຶມເສົ້າ ແລະ 

ຊ່ວຍແກ່ຍາວຄວາມຊຸດໂຊມຂອງສັງຂານຕາມໄວອາຍຸ.


ຫລັກການອາຫານ 5 ຫມູ່





<!--[if !supportLists]-->1.  <!--[endif]-->ຮັກສາຄວາມສະອາດຢູ່ສະເໝີ
          ກ່ອນຈະປຸງແຕ່ງ ຫຼື ດື່ມກິນອາຫານກໍຄວນຈະລ້າງມືດ້ວຍສະບູ ແລະ ນໍ້າໃຫ້ສະອາດເປັນປະຈຳ ເນື່ອງຈາກເຊື້ອຈຸລະຊີບທີ່ເປັນອັນຕະລາຍມັກພົບຫລາຍໃນດິນ, ນ້ຳ, ສັດ ແລະ ຄົນ ຊຶ່ງສາມາດຕິດນຳມື ແລະຕິດຕໍ່ເຂົ້າໃສ່ອາຫານ. ໃນຂະນະທີ່ຢ້ຽມຢາມຕະຫລາດຂາຍອາຫານກໍຄວນເອົາໃຈໃສ່ຖ້າຫາກຈັບບາຍອາຫານດິບ ໂດຍສະເພາະຊີ້ນດິບແມ່ນຍິ່ງຕ້ອງໄດ້ລ້າງມື ເພາະໃນຕະຫລາດ ມັກມີສັດເປັນທີ່ສາມາດສົ່ງພະຍາດຫລາຍຢ່າງ ຮວມທັງເຊື້ອໄຂ້ຫວັດສັດປີກ ດັ່ງນັ້ນກໍຄວນຫລີກເວັ້ນການຈັບບາຍ ຫຼື ການພົວພັນຢ່າງໃກ້ຊິດກັບບັນດາສັດດັ່ງກ່າວ.
<!--[if !supportLists]-->2.   <!--[endif]-->ແຍກອາຫານດິບ ແລະ ອາຫານສຸກ
<!--[if !supportLineBreakNewLine]-->
<!--[endif]-->
ປັດຈຸບັນ ຮ້ານຂາຍອາຫານແຄມທາງ ຫຼື ອາຫານເສີມບຸບເຟ້ຕາມໂຮງແຮມແລະ ຮ້ານອາຫານມີຢູ່ຫລາກຫລາຍທົ່ວໄປ. ສະນັ້ນ, ກ່ອນຈະບໍລິໂພກຄວນໃຫ້ແນ່ໃຈວ່າອາຫານສຸກດີແລ້ວ ບໍ່ໄດ້ພົວພັນກັບອາຫານດິບຊຶ່ງຈະເຮັດໃຫ້ມີການປົນເປື້ອນ, ຄວນຫລີກເວັ້ນທຸກປະເພດອາຫານທີ່ບໍ່ສຸກເພາະຈະມີຜົນບໍ່ດີຕໍ່ສຸຂະພາບ ຖ້ວຍຈານທີ່ໃສ່ອາຫານດິບ ຫຼື ໄຂ່ບໍ່ສຸກດີກໍອາດຈະເປັນອັນຕະລາຍ ແລະ ຄວນຕ້ອງລະວັງ ເພາະອາຫານດິບມີເຊື້ອຈຸລະຊີບທີ່ເປັນອັນຕະລາຍສາມາດປົນເປື້ອນໃສ່ອາຫານທີ່ສຸກ ໂດຍຜ່ານການສຳຜັດໂດຍກົງ ຊຶ່ງອາດຈະນຳເອົາພະຍາດເຂົ້າໃສ່ອາຫານຄືນ ທັງກໍ່ໃຫ້ເກີດເຊື້ອພະຍາດໃສ່ອາຫານທີ່ສຸກ ແລະ ປອດໄພ.
3. ຄວນປຸງແຕ່ງອາຫານໃຫ້ສຸກດີ
          ໂດຍທົ່ວໄປແລ້ວ ຕ້ອງແນ່ໃຈວ່າອາຫານປຸງແຕ່ງສຸກດີ ແລະ ມີອາຍຮ້ອນຢູ່,ໂດຍສະເພາະຕ້ອງຫລີກເວັ້ນອາຫານທະເລດິບ, ຊີ້ນໄກ່ ແລະ ຊີ້ນໝູດິບທີ່ຍັງເປັນສີແດງຢູ່ ເພາະມັນປະກອບດ້ວຍເຊື້ອພະຍາດທີ່ເປັນອັນຕະ ລາຍ.ເຊື້ອພະຍາດທີ່ເປັນອັນຕະລາຍຈະຖືກທຳລາຍດ້ວຍການຄົວກິນທີ່ຖືກຕ້ອງຊຶ່ງແມ່ນໜຶ່ງວິທີການທີ່ມີປະສິດທິຜົນ ເພື່ອເຮັດໃຫ້ອາຫານປອດໄພເຖິງແນວໃດກໍຕາມທຸກໆພາກສ່ວນຂອງອາຫານ ແມ່ນມີຄວາມສຳຄັນຊຶ່ງຕ້ອງຄົວກິນໃຫ້ສຸກດີດ້ວຍອຸນນະພູມຄວາມຮ້ອນ 70ອົງສາຂຶ້ນໄປ.
4. ອາຫານຕ້ອງເກັບຮັກສາດ້ວຍອຸນຫະພູມທີ່ປອດໄພ
          ອາຫານສຸກແລ້ວທີ່ເກັບໄວ້ໃນອຸນຫະພູມຂອງຫ້ອງໃນຫລາຍຊົ່ວໂມງຈະກໍ່ໃຫ້ເກີດຄວາມສ່ຽງອັນໃຫຍ່ຫລວງໃຫ້ແກ່ການເຈັບເປັນທີ່ເກີດຈາກອາຫານ,ຄວນຫລີກເວັ້ນການຮັບປະທານອາຫານດັ່ງກ່າວນີ້ ໃນອາຫານທີ່ເສີບບຸບເຟ້,ອາຫານຕະຫລາດ ແລະ ອາຫານແຄມທາງ ຖ້າອາຫານດັ່ງກ່າວຫາກບໍ່ໄດ້ມ້ຽນໄວ້ໃນຄວາມຮ້ອນ, ຄວາມເຢັນ ຫຼື ໃນນ້ຳກ້ອນ. ເຊື້ອພະຍາດສາມາດທະວີຄູນໄວທີ່ສຸດ ຖ້າອາຫານຫາກຖືກເກັບໃນອຸນຫະພູມຂອງຫ້ອງປົກກະຕິຊຶ່ງການເຕີບໂຕຂອງເຊື້ອພະຍາດຈະຊັກຊ້າລົງ ຫຼື ຢຸດສະງັກ ດ້ວຍການມ້ຽນອາຫານໄວ້ໃນຄວາມເຢັນ ຫຼື ໃສ່ນໍ້າກ້ອນ ຫຼື ເກັບໄວ້ໃນຄວາມຮ້ອນ.
5.
ເລືອກໃຊ້ນໍ້າ ແລະ ອາຫານທີ່ປອດໄພ
           ກະແລັມ, ນໍ້າດື່ມ, ນໍ້າກ້ອນ ແລະ ນົມດິບ ສາມາດຖືກປົນເປື້ອນຢ່າງງ່າຍດາຍດ້ວຍເຊື້ອພະຍາດທີ່ເປັນອັນຕະລາຍ ຫຼື ເຄມີ ຖ້າຫາກອາຫານດັ່ງກ່າວເຮັດດ້ວຍສ່ວນປະສົມທີ່ປົນເປື້ອນ.ຜັກ ແລະ ໝາກໄມ້ທຸກປະເພດຕ້ອງປອກເປືອກ ຖ້າຈະກິນດິບຄວນຫລີກເວັ້ນໝາກໄມ້ທີ່ມີເປືອກຈີກ ຫຼື ຂາດ ແລະ ຕົກໂມະ. ຜັກທີ່ມີໃບຂຽວເຊັ່ນ:ຜັກສະຫລັດ ສາມາດມີເຊື້ອຈຸລະຊີບທີ່ເປັນອັນຕະລາຍຊຶ່ງຍາກທີ່ຈະທຳລາຍ.ຖ້າມີເງື່ອນໄຂ ນ້ຳດື່ມໃນຂວດແມ່ນທາງເລືອກທີ່ປອດໄພທີ່ສຸດ ແຕ່ຕ້ອງກວດສອບຊິນອັດຝາເລື້ອຍໆ ເພື່ອຮັບປະກັນວ່າມັນບໍ່ໄດ້ຖືກປົນເປື້ອນ,
ໃນເມື່ອບໍ່ແນ່ໃຈໃນຄວາມປອດໄພຂອງນໍ້າດື່ມ ຈົ່ງນຳໄປຕົ້ມໃຫ້ສຸກດີຊຶ່ງຈະສາມາດຂ້າເຊື້ອຈຸລະຊີບທີ່ເປັນອັນຕະລາຍທີ່ມີຢູ່ໄດ້.ເວົ້າລວມແລ້ວ ແຕ່ລະມື້ ມີຄົນຈຳນວນບໍ່ໜ້ອຍ ຕ້ອງເສັຍຊີວິດຍ້ອນພະຍາດທີ່ມາຈາກອາຫານຊຶ່ງສາມາດປ້ອງກັນໄດ້ ດັ່ງນັ້ນ ເພື່ອເລັງໃສ່ການຮັກສາສຸຂະພາບ ຄວນມີການປ້ອງກັນແມ່ນດີກ່ວາການປິ່ນປົວເມື່ອເກີດທີຫລັງ.

Monday, December 01, 2014

ທຳ​ມະ​ຊາດ​ເມືອງ​ລາວ

ຊື່ສະ​ຖານ​ທີ່: ທຳ​ມະ​ຊາດ​ເຂດ​ລ້ອງ​ຫມາກ​ຄາຍ
ທີ່​ຕັ້ງ: ເມືອງ​ກາ​ສີ, ແຂວງວຽງ​ຈັນ