Tuesday, November 25, 2014

ການ​ປູກ​ຊາ (ຫົວ​ນົກ​ເຄົ້າ)

ຊາ ຫລື ກັນ​ຊາ ມີ​ຊື່ ວິ​ທະ​ຍາ​ສາດ​ວ່າ Cannabis indica ເຊຶ່ງ​ເປັນ​ຊື່​ຂອງ​ພືດ​ລົ້ມ​ລຸກ​ສະ​ນິດ​ຫນຶ່ງ ໂດຍ​ທົ່ວ​ໄປ ຊາ​ຈະ​ມີ​ລຳ​ຕົ້ນ​ສູງ​ປະ​ມານ 2-5 ຊັງ​ຕີ​ແມັດ ມີ​ອາ​ຍຸ​ປະ​ມານ 6-10 ເດືອນ ຈື່ງ​ຈະ​ຂື້ນ​ຫົວ ເປັນ​ຫົວ​ນົກ​ເຄົ້າ, ເມື່ອ​ໃຫຍ່​ເຕັມ​ທີ່ ຕົ້ນ​ຊາ​ຈະ​ມີ​ກິ່ງ​ງ່າ​ແຈກ​ອອກ​ແຕ່ 5-9 ງ່າ
ໃບ​ຊາ ມີ​ລັກ​ສະ​ນະ​ເປັນ​ແຊກ ເລີ່ມ​ແຕ່ 4 -7 ແຊກ ເປັນ​ໃບ​ສີ​ຂຽວ​ແກ່ ມີ​ລິດ ບ່​ຮ້າຍ​ແຮງ ສ່ວນ​ທີ່​ມີ​ສານ​ກະ​ຕຸ້ນ​ແມ່ນ​ຢູ່​ສ່ວນ​ທີ່​ເອີ້ນ ກັນ​ວ່າ​ຫົວ​ນົກ​ເຄົ້າ ຈະ​ມີ​ສານ​ກະ​ຕຸ້ນ​ເຮັດ​ໃຫ້ ມີ​ອາ​ລົມ​ດີ​ຜິດ​ປົກ​ກະ​ຕິ ເຮັດ​ໃຫ້​ສະ​ຕິ​ຊ້າ​ລົງ​ກວ່າ​ປົກະ​ຕິ.










ວິ​ທີ​ການ​ກ້າ​ແກ່ນ​ຊາ:
  1.       ກຽມ​ຊາມ​ຫລື ຖາດ​ຢາງ ຫລື ກະ​ຕ່າ​ໄມ້ ຫລື ຂຸດ​ກິນ​ໃຫ້​ເປັນ​ຫນານ
  2.       ນຳ​ຊາຍ​ຫຍາບ​ລົງ​ໃນ ຖາດ​, ອື່ນໆ ຕາມ​ທີ່​ກຽມ​ໄວ້
  3.       ຫົດ​ນ້ຳ​ໃຫ້​ປຽກ
  4.       ຢາຍ​ແກ່ນ​ຊາ​ລົງ​ຫນ້າ​ດິນ​ຊາຍ ດ້ວຍ​ໄລ​ຍະ​ຫ່າງໆ
  5.       ຝັກ​ກາບ​ຫມາກ​ພ້າວ​ທີ່​ຜ່ານ​ການ​ຕົ້ມ ໃຫ້​ມຸ່ນ​ຕັດ​ເປັນ​ຕ່ອນໆ ແລະ ມຸ່ນ​ດີ ປົກ​ຫຸ້ມ​ແກ່ນ​ຫນາ​ປະ​ມານ 2-3 ຊັງ​ຕີ​ແມັດ
  6.        ຫົດ​ນ້ຳ​ໃຫ້​ຊຸ້ມ


  •           ໃຊ້​ຜ້າ​ຢາງ​ປົກ​ຫຸ້ມ​ໄວ້ 1 ວັນ 1 ຄືນ ຈຶ່ງ​ເປີດ​ຜ້າ​ອອກຕິດ​ຕາມ​ຫົດ​ນ້ຳ​ເຊົ້າ​ແລງ ປະ​ມານ 5-15 ວັນ ກໍ່​ຈະ​ເຫັນ​ຕົ້ນ​ອ່ອນ​ເກີດ​ຂື້ນ​ມາ
  •            ປະ​ໃຫ້​ຕົ້ນ​ອ່ອນ​ສູງ​ປະ​ມານ 3-5 ຊັງ​ຕີ ຈຶ່ງ​ຍາຍ​ໄປ​ໃສ່​ເບົ້າ
  •       ລ້ຽງ​ໄວ້​ທີ່​ເບົ້າ ປະ​ມານ 1-2 ອາ​ທິດ ກໍ່​ສາ​ມາດ​ນຳ​ລົງ​ໄປ​ປຼກ​ໃສ່​ດິນ​ໃດ
  •      ຂໍ້​ຄວນ​ລະ​ວັງ ໄລ​ຍະ​ກ້າ​ແກ່ນ ຫ້າມ​ບໍ່​ໃຫ້​ຖືກ​ແສງ​ແດດ ພາຍ​ຫລັງ​ເປັນ​ຕົ້ນ​ອ່ອນ​ຈື່ງ​ຍ້ານ​ມາ​ໄວ້​ບ່ອນ​ທີ່​ຖືກ​ແສງ​ແດດ​ໃນ​ຊ່ວງ​ແລງ






Thursday, November 20, 2014

ປະ​ເທດ​ລາວ​

      
 ປະເທດລາວ ຫລື ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເອີ້ນຫຍໍ້ວ່າ: ສປປ ລາວ ໄດ້ຮັບ ການສ້າງຕັ້ງຂຶ້ນໃນປີ ຄສ 1975, ມີເນື້ອ ທີ່ທັງໝົດ 236.800 ກມ2 ຍາວຢຽດ ແຕ່ເໜືອເຖິງໃຕ້ 1.700 ກມ. ບ່ອນກວ້າງສຸດ ແຕ່ພາກຕາເວັນອອກ ຫາພາກຕາເວັນຕົກ ປະມານ 400 ກມ, ແຕ່ແຂວງອຸດົມໄຊ ຫາແຂວງ ຫົວພັນ. ບ່ອນແຄບສຸດ ປະມານ 100 ກມ ຢູ່ແຂວງ ຄຳມ່ວນ. ພູມມີປະເທດ ທາງພາກເໜືອ ປົກຄຸມດ້ວຍພູຜາ ແລະ ປ່າໄມ້.
ປະເທດລາວ ເປັນພູຜາ 2/3 ແລະ ມີລະດັບສູງຈາກນ້ຳທະເລແຕ່ 200 ຫາ 3.000 ແມັດ. ປະເທດລາວ ມີເນື້ອທີ່ປ່າໄມ້ ນາໆຊະນິດປົກຫຸ້ມປະມານ 47% ອັນມີໄມ້ທີ່ມີຄຸນປະໂຫຍດ ເຊັ່ນ: ໄມ້ດູ່, ໄມ້ແຄນ, ໄມ້ແຕ້ຂ່າ, ໄມ້ໂລ່ງ ເລ່ງ, ໄມ້ສັກ, ໄມ້ເປືອຍ, ໄມ້ຍາງ, ໄມ້ແປກ ແລະ ອື່ນໆ.

   
ສປປ ລາວ ມີພົນລະເມືອງປະມານ 6,514.432 ຄົນ (ຕາມສະຖິຕິປີ 2012), ຄວາມໜາແໜ້ນສະເລ່ຍ: 24 ຄົນ/ກມ2, ຈັດຢູ່ໃນປະເທດທີ່ ມີຄວາມໜາແໜ້ນ ຂອງພົນລະເມືອງຕ່ຳ ໃນອາຊີຕາເວັນອອກສ່ຽງໃຕ້. ປະຊາຊົນມີສາມຊົນຊາດໃຫຍ່ຄື: ຊົນຊາດລາວ-ໄຕ ຫລືລາວລຸ່ມ, ຊົນຊາດ ມອນ-ຂະແມ ຫລື ລາວເທິງ ແລະ ຊົນຊາດ ມົ້ງ-ຢ້າວ ຫລື ລາວສູງ. ໃນນີ້ມີຊົນເຜົ່ານ້ອຍຕ່າງໆ ປະມານ 49 ເຜົ່າ, ຊຶ່ງແຕ່ລະເຜົ່າມີພາສາປາກເວົ້າ ແຕກຕ່າງກັນ.
ເມືອງຫລວງ ຂອງ ສປປ ລາວ ແມ່ນ ນະຄອນຫລວງວຽງຈັນ.
ປະເທດລາວ ຕັ້ງຢູ່ໃນເຂດອາຊີຕາເວັນອອກສ່ຽງໃຕ້, ບໍ່ມີຊາຍແດນຕິດກັບທະເລ ແລະ ມີຊາຍແດນຕິດກັບປະເທດຕ່າງໆ ດັ່ງນີ້:

       - ພາກເໜືອ ຕິດກັບ ສາທາລະນະລັດ ປະຊາຊົນຈີນ, ມີຊາຍແດນຮ່ວມກັນ 505 ກມ.
       - ພາກໃຕ້ ຕິດກັບ ລາຊະອານາຈັກ ກຳປູເຈຍ, ມີຊາຍແດນຮ່ວມກັນ 535 ກມ.     
       - ພາກຕາເວັນອອກ ຕິດກັບ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ມີຊາຍແດນ ຮ່ວມ ກັນ 2069 ກມ. 
       - ພາກຕາເວັນຕົກສ່ຽງເໜືອ ຕິດກັບ ສະຫະພາບມຽນມາ, ມີຊາຍແດນຮ່ວມກັນ 236 ກມ.
       - ພາກຕາເວັນຕົກ ຕິດກັບ ລາຊະອານາຈັກໄທ, ມີຊາຍແດນຮ່ວມກັນ 1.835 ກມ.

ປະເທດລາວ ຈັດຢູ່ໃນປະເທດທີ່ມີພູມອາກາດອົບອຸ່ນ, ມີສອງລະດູຄື: ລະດູແລ້ງ ແລະ ລະດູຝົນ. ອຸ່ນຫະພູມສະເລ່ຍແມ່ນ 25 ອົງສາເຊ.

 ແມ່ນ້ຳຂອງ ເປັນແມ່ນ້ຳໃຫຍ່ອັນດັບໜຶ່ງ ໃນແຫລມອິນດູຈີນ ແລະ ທີ່ສາມໃນອາຊີ, ຍາວ 4.160 ກມ, ຖືກກຳເນີດຈາກຈອມພູ ຕັນລາ ທາງພາກຕາເວັນຕົກສ່ຽງໃຕ້ ຂອງ ສປ ຈີນ. ນ້ຳຂອງ ໄຫລຜ່ານເຂດ ເສສວນ ພູພຽງຢຸນນານ ແລະ ເມືອງຊຽງຮຸ່ງ ຂອງ ສປ ຈີນ ແລ້ວຈິ່ງໄຫລເຂົ້າສູ່ແຂວງຫລວງນ້ຳທາ ຊຶ່ງເປັນຈຸດເຊື່ອມຕໍ່ເຂດ ລາວ-ຈີນ. ຈຸດຕໍ່ເຂດແດນສາມປະເທດບ່ອນນີ້ ເອີ້ນວ່າ, ສາມລ່ຽມຄຳ. ຈາກນີ້ ນ້ຳຂອງໄຫລເລິກ ເຂົ້າສູ່ດິນລາວ ຜ່ານຫລວງພະບາງ ແລ້ວຈິ່ງໄຫລ ເວີ້ງອອກມາເປັນຊາຍແດນລາວ-ໄທ ຕັ້ງແຕ່ເມືອງ ຊະນະຄາມ ລົງໄປຮອດແຂວງຈຳປາສັກ ແລ້ວຕົກ ສູ່ດິນແດນ ກຳປູເຈຍ, ພາກໃຕ້ຫວຽດນາມ ແລ້ວຈິ່ງໄຫລ ເຂົ້າສູ່ທະເລ. ແມ່ນ້ຳຂອງ ທີ່ໄຫລຜ່ານປະເທດລາວມີຄວາມຍາວທັງໝົດ 1.865 ກມ. ບາງບ່ອນເປັນຊາຍແດນຂອງປະເທດ ແລະ ບາງບ່ອນໄຫລຜ່ານກາງ ເຮັດໃຫ້ເຂດແດນ ຂອງປະເທດລາວ ມີທັງຢູ່ກ້ຳຊ້າຍ ແລະ ກ້ຳຂວາ. ກ່ອນຈະຕົກເຂົ້າສູ່ດິນ ແດນກຳປູເຈຍ, ນ້ຳຂອງໄດ້ແຕກພຶງ ແລະ ຕົກເປັນແກ້ງໃຫຍ່ເອີ້ນວ່າ: ລີ່ຜີ. ລີ່ຜີເປັນນ້ຳຕົກຕາດ ທີ່ມີແກ້ງຫີນງົດງາມ ທັງເລິກລັບ ໜ້າເກງຂາມແຫ່ງໜຶ່ງໃນ ອາຊີຕາເວັນອອກ ສ່ຽງໃຕ້ ແລະ ເປັນຮົ້ວປ້ອງກັນໂດຍທຳມະຊາດ. ແຕ່ກ່ອນປາໃນນ້ຳຂອງ ມີຄວາມອຸດົມ ສົມບູນຫລາຍ, ມີປາຊະນິດ ຕ່າງໆ ເຖິງ 1.000 ກວ່າຊະນິດ. ປາປຶກເປັນປາໜັງໃຫຍ່ທີ່ສຸດໃນແມ່ນ້ຳຂອງ, ແຕ່ຫລັງໆ ມານີ້ປາປຶກຕົກຢູ່ ໃນອັນຕະລາຍໃກ້ສູນພັນ, ແຕ່ປະຈຸບັນໄດ້ ມີອົງການອະນຸລັກແນວປາປຶກໄວ້ ແລະ ໂຄງການນີ້ໄດ້ຮັບຄວາມ ສົນໃຈຈາກປະຊາຊົນ ສອງຝັ່ງລາວ-ໄທ ເພື່ອອະນຸລັກຮັກສາປາປຶກ ໄວ້ໃຫ້ຄົງຢູ່ຕະຫລອດໄປ. ນອກນີ້ຍັງມີປາ ທີ່ຫາຍາກໃນໂລກ ແຕ່ມີໃນແມ່ນ້ຳຂອງ ເຊັ່ນ: ປາຂ່າ ຫລື ປາສະມ່ອຍ, ຊຶ່ງເປັນສັດທີ່ລ້ຽງລູກ ດ້ວຍນົມຕະກຸນ ດຽວກັບ ປາດອນຟິນ ແຫ່ງອີຣະວະດີ ຢູ່ໃຕ້ແກ້ງລີ່ຜີ ລົງໄປບ່ອນນ້ຳຂອງ ແຜ່ກວ້າງເປັນວັງໃຫຍ່. ໃນສະໄໝຝຣັ່ງປົກຄອງລາວ ກໍ່ເຄີຍພະຍາ ຍາມລະເບີດ ແກ້ງຫີນ ໃນບໍລິເວນນີ້ ເພື່ອໃຫ້ ການເດີນເຮືອ ສະດວກ, ແຕ່ບໍ່ສຳເລັດ ຈິ່ງເຮັດຂົວພ້ອມທາງລົດໄຟເຊື່ອມຕໍ່ດອນ ເພື່ອເຄື່ອນຍ້າຍກຳປັ່ນໄປຕາມທາງລົດໄຟ ອຳນວຍໃຫ້ກຳປັ່ນ ທີ່ຂຶ້ນມາ ແຕ່ ທະເລນັ້ນ ສາມາດແລ່ນເຖິງວຽງຈັນ ແລະ ຫລວງພະບາງໄດ້.

    ນ້ຳຂອງ ແລະ ສາຂາ ຂອງ ມັນ ທີ່ເປັນແມ່ນ້ຳລຳເຊ ອີກສິບກວ່າສາຍ ແມ່ນແຫ່ລງຊັບພະຍາກອນທຳມະຊາດ ທີ່ຫລໍ່ລ້ຽງປະຊາຊົນລາວ ແຕ່ເໜືອຮອດໃຕ້ ແລະ ເປັນເສັ້ນທາງ ຄົມມະນາຄົມ ອຳນວຍຄວາມສະດວກ ໃຫ້ປະຊາຊົນເຂດຫ່າງໄກສາມາດໄປມາຫາສູ່ກັນໄດ້ຕະຫລອດປີ. ຕາມແມ່ນ້ຳຂອງ ມີເກາະດອນນ້ອຍໃຫຍ່ຢັ່ງຢາຍ ແຕ່ເໜືອເຖິງໃຕ້, ບ່ອນຫລາຍທີ່ສຸດແມ່ນບໍລິເວນ ໃຕ້ເມືອງໂຂງ ລົງໄປ. ເກາະດອນສ່ວນຫລາຍ ຢູ່ໃນແມ່ນ້ຳຂອງ ແມ່ນກຳມະສິດ ຂອງສປປ ລາວ ຕາມສັນຍາສະຫຍາມ-ຝຣັ່ງ ສະບັບວັນທີ 13 ກຸມພາ ຄ.ສ. 1903, ໂດຍຖືເອົາຮ່ອງນ້ຳເລິກ ໃນແມ່ນ້ຳຂອງ ເປັນ ເສັ້ນຊາຍແດນ. ດອນໂຂງ ເປັນ ດອນໃຫຍ່ກວ່າໝູ່ໃນແມ່ນ້ຳຂອງ ຄື: ກວ້າງ 6 ກມ, ຍາວ 12 ກມ.

ປູກດອກ​ໄມ້​ສ້າງ​ລາຍ​ຮັບ

ນາງ ວິໄລພອນ ຄູນສົມບັດ ປະຊາຊົນບ້ານ ດົງຊຽງດີ

ເມືອງ ນາຊາຍທອງ ນະຄອນຫລວງວຽງຈັນ

ປູກດອກພຸດຂາຍ ສ້າງລາຍຮັບບໍ່ຕໍ່າກວ່າ ລ້ານ/ເດືອນ

ປູກດອກ​ໄມ້​ສ້າງ​ລາຍ​ຮັບ

              ດັ່ງຄອບຄົວຂອງນາງ ວິໄລພອນ ຄູນສົມບັດ ປະຊາຊົນຢູ່ບ້ານດົງຊຽງດີເມືອງນາຊາຍທອງ ທີ່ປູກດອກພຸດ ຂາຍມາໄດ້ 10 ປີແລ້ວ ສາມາດສ້າງລາຍຮັບໄດ້ 4 ລ້ານກີບ/ເດືອນ ເບື້ອງຕົ້ນກ່ອນຈະຫັນມາເຮັດ ສວນ ດອກ ໄມ້ລາວໄດ້ເຮັດສວນປູກພືດຜັກມາກ່ອນ ແຕ່ລາຍໄດ້ບໍ່ດີ ແລະ ການປູກກໍຍາກດັ່ງນັ້ນ ຈິ່ງຫັນມາປູກດອກໄມ້ຂາຍ ຊຶ່ງມີລາຍໄດ້ດີກ່ວາ ແລະ ການປູກກໍງ່າຍບວກກັບຄວາມຕ້ອງການ  ຈິ່ງເຮັດໃຫ້ ການ ຈຳໜ່າຍຄ່ອງດີ ແລະ ຂາຍ ໄດ້ຕະຫລອດປີ ຊຶ່ງລາວຈະເກັບຂາຍໃນທຸກໆວັນສິນ ສະເລ່ຍເດືອນ 1 ຂາຍໄດ້ 4 ຄັ້ງ ປະມານ 200-400 ກກ
ສ່ວນ ລາຄາໃນຍາມແລ້ງຈະແພງກວ່າຍາມຝົນ ຊຶ່ງຕໍ່າສຸດ 10.000 ກີບ/ກກ ແລະ ສູງສຸດ 50.000/ກກ ເຮັດ ໃຫ້ມີ ລາຍຮັບ ສະເລ່ຍເດືອນໜຶ່ງໆບໍ່ຫລຸດ4 ລ້ານກີບ ຈາກເນື້ອທີ່ສວນຂອງລາວພຽງ 2 ໄລ່ ໂດຍສ່ວນໃຫ່ຍຈະມີແມ່ຄ້າ ມາຮັບຊື້ຢູ່ກັບສວນ ນອກນັ້ນ ລາວກໍໄດ້ໄປສົ່ງໃຫ້ແກ່ແມ່ຄ້າຢູ່ຕະຫລາດທົ່ງຂັນຄຳ ແລະ ວັດສີເມືອງ ເພື່ອເຮັດໝາກ ເບັງຂາຍ.ໃນການປູກດອກພຸດນີ້ ລາວໄດ້ບອກໃຫ້ຮູ້ວ່າ ປູກງ່າຍກ່ວາດອກໄມ້ຊະນິດອື່ນແລະ ລົງທຶນບໍ່ຫລາຍ ເພາະ ວ່າດອກພຸດປູກຄັ້ງດຽວ ແຕ່ສາມາດເກັບດອກຂາຍໄດ້ອີກຫລາຍ 10 ປີ ແລະ ການບົວລະບັດຮັກສາກໍງ່າຍ ພຽງແຕ່ຫົດນໍ້າໃນຍາມແລ້ງເປັນປະຈຳ ດຸໝັ່ນເສຍຫຍ້າ ລະວັງແມງໄມ້ທຳລາຍດອກແລະ ໃສ່ຝຸ່ນຊີວະພາບ ພ້ອມ ດ້ວຍຝຸ່ນບຳລຸງດອກຕື່ມອີກ ກໍຈະເຮັດໃຫ້ດອກພຸດອອກດອກງອກງາມຕະຫລອດປີ. ຜ່ານການເຮັດສວນດອກ ໄມ້ ເປັນ ເວລາຫລາຍປີມານີ້ ເຈົ້າຂອງສວນບອກວ່າ ໄດ້ພາໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນຫລາຍ ເຮັດ ໃຫ້ມີເງິນທ້ອນເກັບຢ່າງເປັນກອບເປັນກຳສິ່ງສຳຄັນ ແມ່ນບໍ່ໄດ້ໄປຊອກວຽກເຮັດງານທຳຢູ່ຂ້າງນອກ ເຮັດໃຫ້ມີເວ ລາ ເບິ່ງແຍງຄອບຄົວຫລາຍກ່ວາເກົ່າ.ການປູກດອກໄມ້ຂາຍ ໂດຍສະເພາະ ດອກພຸດ ບໍ່ແມ່ນເລື່ອງທຳມະ ດາທີ່ຈະ ປູກເພື່ອຈະໃຫ້ແຕ່ຄວາມງາມເໝືອນຜ່ານມາອີກແລ້ວ ແຕ່ປັດຈຸບັນໄດ້ກາຍເປັນສິນຄ້າເສດຖະກິດທີ່ມີ ຕະຫລາດ ຄອຍ ຮອງຮັບຢ່າງກ້ວາງຂວາງດັ່ງນັ້ນ ຖ້າຫາກເຮັດຢ່າງຈິງຈັງ ແລະ ປູກໃຫ້ຫລາຍ ກາຍເປັນສິນຄ້າເຊື່ອແນ່ວ່າ ດອກໄມ້ຊະນິດນີ້ ຈະສ້າງເງິນສ້າງລາຍໄດ້ໃຫ້ກັບທ່ານເປັນຢ່າງດີ.

Friday, November 14, 2014

ປະຫວັດພາສາລາວ

ປະຫວັດພາສາລາວ

ຊາດ​ລາວ ​ເປັນ​ຊາດ​ໜື່ງ ທີ່​ມີ​ພາ​ສາ ​ແລະ ຕົວ​ອັກ​ສອນ​​ເປັນ​ຂອງ​ຕົນ​ເອງ​ມີ​ຊື່​ຮຽກ​ວ່າ ພາ​ສາ​ລາວ ​ແລະ ຕົວ​ອັກ​ສອນ​ລາວ​. ສຳ​ລັບ​ພາ​ສາ​ລາວ​ນັ້ນ ມັນ​ກຳ​ເນີ​ດ​ຂື້ນ​ພ້ອມໆ​ກັບ​ການ​ກຳ​ເນີ​ດ​ຂອງ​ຊາດ​ລາວ ​ເປັນ​ພາ​ສາ​ທີ່​ເກົ່າແກ່​ພາ​ສາ​ໜື່ງ​ຢູ່​ໃນ​ອາ​ຊີ​ອາ​ຄະ​ເນ​. ສ່ວນ​ຕົວ​ອັນ​ສອນ​ລາວ​ມີ​ໃຊ້​ແລ້ວ​ໃນ​ສະ​ໄໝ​ຂຸນ​ຫລວງ​ສີ​ເມົາ ​ເຈົ້າ​ປົກ​ຄອງ​ເມືອງ​ງາຍ​ລາວ​. ທັງ​ພາ​ສາ ​ແລະ ຕົວ​ອັກ​ສອນ​ລາວ ​ໄດ້​ຮັບ​ການ​ພັດ​ທະ​ນາ​ເລື້ອຍໆ​. ​ໃນ​ອະ​ດິດ​ອັນ​ຍາວ​ນານ​ຊົນ​ຊາດ​ລາວ​ມີ​ອຳ​ນາດ ມີ​ອິດ​ທິ​ພົນ ​ແຜ່​ຂະ​ຫຍາຍ​ກວ້າງ​ໄກ​. ພາ​ສາ ​ແລະ ຕົວ​ອັກ​ສອນ​ລາວ​ກໍ​ໄດ້​ຮັບ​ການ​ພັດ​ທະ​ນາ ​ໃຫ້​ດີ​ຂື້ນ​ເພື່ອ​ຮັບ​ໃຊ້​ໃຫ້​​ແກ່ ການ​ຂະ​ຫຍາຍ​ຕົວ​ທາງ​ດ້ານ​ເສດ​ຖະ​ກິດ​, ວັດ​ທະ​ນະ​ທຳ​ສັງ​ຄົມ ຢ່າງ​ກວ້າງ​ຂວາງ​.
​ໃນ​ສະ​ໄໝ​ ພຣະເຈົ້າ​ສຸ​ລິ​ຍະ​ວົງ​ສາທຳມິກະຣາດ (ຄ.ສ 1638) ​ພະ​ອົງ​ໄດ້​ສ້າງ​ອາ​ນາ​ຈັກ​ລາວ​ໃຫ້​ເຂັ້ມ​ແຂງ​ດ້ານ​ການ​ເມືອງ​, ​ເສດ​ຖະ​ກິດ​, ວັດ​ທະ​ນະ​ທຳ ​ແລະ ສັງ​ຄົມ​ ​ໃນ​ສະ​ໄໝ​ນີ້ ພາ​ສາ​, ວັນ​ນະ​ຄະ​ດີ ​ແລະ ຕົວ​ອັກ​ສອນ​ລາວ​ ນັບ​ວ່າ​ໄດ້​ຮັບ​ການ​ພັດ​ທະ​ນາ​ສູ່​ລະ​ດັບ​ສູງ​ສົມ​ຄວນ​. ການ​ພັດ​ທະ​ນາ​ພາ​ສາ​, ວັນ​ນະ​ຄະ​ດີ ​ແລະ ຕົວ​ອັກ​ສອນ​ລາວ​ໃນ​ສະ​ໄໝ​ນີ້​ສ່ວນ​ໃຫຍ່​ແມ່ນ​ອີງ​ໃສ່​ພາ​ສາ​ວັນ​ນະ​ຄະ​ດີ ​ແລະ ຕົວ​ອັກ​ສອນ ບາ​ລີ - ສັນ​ສະ​ກິດ ​ເປັນ​ຫຼັກ​ສຳ​ຄັນ ສ່ວນ​ພາ​ສາ​ຂອງ​ຊົນ​ຊາດ ອອ​້ມ​ຂ້າງ​ເປັນ​ສຳ​ຮອງ​. ດັ່ງ​ນັ້ນ​ໃນ​ສະ​ໄໝ ​ເຈົ້າ​ສຸ​ລິ​ຍະ​ວົງ​ສາ​ນີ້ ອັກ​ສອນ​ລາວ​ໄດ້​ຮັບ​ການ​ພັດ​ທະ​ນາ ​ໃຫ້​ກ້າວ​ສູ່​ລະ​ດັບ​ສູງ​.
ມາ​ໃນ​ສະ​ໄໝ​ລາວ ສູນ​ເສ​ຍ​ເອ​ກະ​ລາດ ​ໂດຍ​ສະ​ເພາະ ​ແມ່ນ​ເລີ່​ມ​ສະ​ໄໝ​ເຈົ້າ​ອະ​ນຸ​ວົງ​ເປັນ​ຕົ້ນ​ມາ ພາ​ສາ​ວັນ​ນະ​ຄະ​ດີ ​ແລະ ຕົວ​ອັກ​ສອນ​ລາວ​ໄດ້​ອັບ​ເສົ້າ​ມົວ​ໝອງ​. ​ໃນ​ເມື່ອ​ຊາດ​ເສຍ​ເອ​ກະ​ລາດ​ທຸກ​ສິ່ງ​ທຸກ​ຢ່າງ​ມັນ​ກໍ​ຕ້ອງ​ສູນ​ເສຍ​ໄປ​ນຳ​. ຕຳ​ລາ​ວັນ​ນະ​ຄະ​ດີ ​ແລະ ອັກ​ສອນ​ລາວ​ໄດ້​ຖືກ​ສັດ​ຕູ​ປຸ້ນ​ເອົາ​ໄປ​​ເກືອບ​ໝົດ​ສີ້​ນ​. ​ເວລາ​ນັ້ນ​ເສັ້ນ​ທາງ​ອັກ​ສອນ​ສາດ ​ແລະ ວັນ​ນະ​ຄະ​ດີ​ລາວ​ພົບ​ກັບ​ຄວາມ​ມຶ​ດ​ມົນ ຈົນ​ເກືອບ​ວ່າ​ບໍ່​ມີ​ທາງ​ຟື້ນ​ຟູ​ຂື້ນ​ມາ​ໄດ້​. ​ແຕ່​ຊະ​ຕາ​ຍັງ​ບໍ່​ຂາດ​ຊາດ​ລາວ​ຍັງ​ບໍ່​ສີ້​ນ​ ​ແຜ່ນ​ດີ​ນ​ລາວ​ຍັງ​ບໍ່​ກາຍ​ເປັນ​ນ້ຳ​ທະ​ເລ ມະ​ຫາ​ສະ​ໝຸດ​ຍັງ​ຜຸດ​ພົ້ນ​ເກີດ​ຂື້ນ​ມາ​ເປັນ​ຊາດ​ລາວ​ຢູ່​ຄູ່​ຟ້າ​ດີ​ນ​, ​ແຜ່ນ​ດີ​ນ​ລາວ​ຍັງ​ບໍ່​ສີ້​ນ​ນັກ​ປາດ​, ພູມ​ປັນ​ຍາ​ລາວ​ໄດ້​ພົ້ນ​ເດັ່ນ​ຂື້ນ​ມາ​ອີກ​ ດັ່ງ​ນັ້ນ ພາ​ສາ​ລາວ​, ອັກ​ສອນ​ລາວ​, ວັນ​ນະ​ຄະ​ດີ​ລາວ ກໍ​ໄດ້​ຟື້ນ​ຄືນ​ມາ ດ້ວຍ​ຊີ​ວິດ​ເລືອດ​ເນື້ອ ຢາດ​ນ້ຳ​ຕາ ແລະ ພູມ​ປັນ​ຍາ​ຂອງ​ປະ​ຊາ​ຊົນ​ລາວ​
ພຸດ​ທະ​ບັນ​ດິດ​ສະ​ພາ​ຈັນ​ທະ​ບູ​ລີ ໄດ້​ຖືກ​ສ້າງ​ຕັ້ງ​ຂື້ນ​ໃນ​ປີ 1932 ໂດຍ​ການ​ເປັນ​ປະ​ທານ​ຂອງ ສະ​ເດັດ​ເຈົ້າ​ເພັດ​ຊະ​ລາດ ມີ​ພາ​ລະ​ບົບ​ບາດ​ໃນ​ການ​ຟື້ນ​ຟູ​ພາ​ສາ​, ອັກ​ສອນ​, ວັນ​ນະ​ຄະ​ດີ ແລະ ປະ​ຫວັດ​ສາດ​ລາວ​. ອາ​ຈານ​ມະ​ຫາ​ສີ​ລາ​ວີ​ລະ​ວົງ ນັກ​ຄົ້ີ​ນຄວ້າ​ຜູ້​ສະ​ຫລາດ​ຮູ້​ໃນ​ນາມ​ເປັນ​ເລ​ຂາ​ຂອງ​ພຸດ​ທະ​ບັນ​ດິດ ສະ​ພາ​ຈັນ​ທະ​ບູ​ລີ ໄດ້​ທຸ່ມ​ເທ​ແຮງ​ກາຍ ແຮງ​ໃຈ ສະ​ຕິ​ປັນ​ຍາ ແລະ ຄວາມ​ຮູ້​ຄວາມ​ສາ​ມາດ​ຂອງ​ເພີ່ນ​ເຂົ້າ​ໃນ​ການ​ຄົ້ນ​ຄວ້າ​. ເພິ່ນ​ສາ​ມາດ​ເຂົ້າ​ໄປ​ຄົ້ນ​ຄວ້າ​ພາ​ສາ​, ອັກ​ສອນ​, ວັນ​ນະ​ຄະ​ດີ ແລະ ປະ​ຫວັດ​ສາດ​ລາວ ຈາກ​ຕົ້ນ​ສະ​ບັບ​ເກົ່າ​ແກ່​ດັ້ງ​ເດີມ​ຂອງ​ລາວ ທີ່​ສັດ​ຕູ​ໄດ້​ປຸ້ນ​ເອົາ​ໄປ​ຊຸກ​ເຊື່ອງ​ໄວ້​ໃນ​ຫໍ​ສະ​ໝຸດ​ກຸງ​ເທບ​. ຈາກ​ຜົນ​ງານ​ການ​ຄົ້ນ​ຄວ້າ​ຂອງ​ອາ​ຈານ ມະ​ຫາ​ ສີິລາ ​ວີ​ລະ​ວົງ​ສ໌ ນັ້ນ​, ​ໄວ​ຍະ​ກອນ​ລາວ​ທັງ 4 ​ເຫຼັ້ມ ທຳ​ອິດ​ຖືກ​ພີ​ມ​ຂື້ນ​ໂດຍ ພຸດ​ທະ​ບັນ​ດິດ​ສະ​ພາ​ຈັນ​ທະ​ບູ​ລີ ​ໃນ​ປີ​ພ.​ສ 2478 ກົງ​ກັບ ຄ.​ສ 1935 ​ໄວ​ຍະ​ກອນ​ທັງ 4 ​ເຫຼັ້ມ​ຄື ອັກ​ຂະ​ຫລະ​ວິ​ທີ​, ວະ​ຈີ​ວິ​ພາກ​, ວາ​ກາ​ຍະ​ສຳ​ພັນ ​ແລະ ສັນ​ທະ​ລັກ​ສະ​ນະ ຖື​ເປັນ​ຫຼັກ ​ແລະ ​ເປັນ​ແມ່​ແບບ​ ​ໃນ​ການ​ຟື້ນ​ຄືນ​ຊີບ ຂອງ​ອັກ​ສອນ​ສາດ​ລາວ ຫຼື ອາດ​ເວົ້າ​ໄດ້​ວ່າ ຫລັກ​ພາ​ສາ​ລາວ​ໃນ​ສະ​ໄໝ​ຟື້ນ​ຄືນ​ຊີບ​.
ຕໍ່​ມາ​ໄວ​ຍະ​ກອນ​ລາວ ​ໄດ້​ຖືກ​ດັດ​ແປງ​ແກ້​ໄຂ​ຫລາຍ​ເທື່ອ ຈົນ​ມາ​ຮອດ​ສະ​ໄໝ ປົດ​ປ່ອຍ​ທົ່ວ​ປະ​ເທດ ​ແລະ ​ໄດ້​ສ້າງ​ຕັ້ງ​ລະ​ບອບ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ຂື້ນ ຄື​ສະ​ໄໝ​ປັດ​ຈຸ​ບັນ​ນີ້​ໄດ້​ນຳ​ໃຊ້​ຫລັກ​ພາ​ສາ​ລາວ​ຕາມ​ໄວ​ຍະ​ກອນ​ຂອງ ລຸງ ພູ​ມີ ວົງ​ວິ​ຈິດ ທີ່​ກະ​ຊວງ​ສຶກ​ສາ​ຮັບ​ຮອງ​ໃຊ້​ຢູ່​, ອາດ​ຈະ​ເປັນ​ຍ້ອນ​ການ​ດັດ​ແປງ​ແກ້​ໄຂ​ຫລັກ​ພາ​ສາ​ລາວ ຫລາຍ​ເທື່ອ​ນີ້​ບໍ ຈີ່​ງ​ເຮັດ​ໃຫ້​ການ​ຂຽນ​, ການ​ປາກ​ເວົ້າ​ພາ​ສາ​ລາວ​ຂອງ​ຄົນ​ລາວ ບໍ່​ມີ​ລັກ​ສະ​ນະ​ເປັນ​ເອ​ກະ​ພາບ​ກັນ ຕ່າງ​ຄົນ​ຕ່າງ​ຂຽນ ຕ່າງ​ຄົນ​ຕ່າງ​ເວ້າ ​ໂດຍ​ສະ​ເພາະ​ແມ່ນ​ຄຳ​ສັບ​ທີ່​ມາ​ຈາກ​ຄຳ​ພາ​ສາ​ບາ​ລີ​-​ສັນ​ສະ​ກິດ ຫລື ຄຳ​ສັບ​ມາ​ຈາກ​ພາ​ສາ​ຕ່າງ​ປະ​ເທດ​ອື່ນໆ ຫລື ​ແມ່ນ​ແຕ່​ຄຳ​ລາວ​ເດີມ​ເຊັ່ນ​: ປັດ​ຈຸນ ​ເປັນ ປະ​ຈຸ​ບັນ ; ອະ​ດີດ​, ອະ​ນາ​ຄົດ​, ອະ​ນຸ​ບານ ​ເປັນ ອາ​ດີດ​, ອາ​ນາ​ຄົດ​, ອາ​ນຸ​ບານ​; ​ເຕັກ​ໂນ​ໂລ​ຊີ​, ​ເຕັກ​ໂນ​ໂລ​ຢີ​, ​ເທັກ​ໂນ​ໂລ​ຢີ​, ​ເທັກ​ໂນ​ໂລ​ຈີ​; ​ໂຮງ​ຮຽນ​, ຮຽບ​ຮ້ອຍ​, ຮ້ອຍ​ກີບ ​ເປັນ​ໂລງ​ລຽນ​, ລຽ​ລລ້ອຍ​, ລ້ອຍ​ກີບ ​ເປັນ​ຕົ້ນ​. ລັກ​ສະ​ນະ​ສັບ​ສົນ ບໍ່​ເປັນ​ເອ​ກະ​ພາບ​ກັນ​ແນວ​ນີ້​ມັນ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ນັກ​ປາດ ອາ​ຈານ​ລາວ ຕ້ອງ​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ ​ໃຫ້​ສະ​ຕິ​ປັນ​ຍາ​ຄວາມ​ຮູ້ ຄວາມ​ສາ​ມາດ ສະ​ຫລາດ​ແຫລມ​ຄົມ ປະ​ສົມ​ປະ​ສານ​ກັນ ພັດ​ທະ​ນາ​ອັກ​ສອນ​ສາດ​ລາວ ​ເຮັດ​ແນວ​ໃດ​ໃຫ້​ປະ​ຊາ​ຊົນ​ລາວ​ໄດ້​ຂຽນ​ໄດ້​ເວົ້າ ​ໃຫ້​ຖືກ​ຕ້ອງ​ເປັນ​ເອ​ກະ​ພາບ​ກັນ ​ແລະ ​​ໃຫ້​ພາ​ສາ​ລາວ​ກ້າວ ​ເພື່ອ​ຮັບ​ໃຊ້​ແກ່​ຄວາມ​ກ້າວ​ໜ້າ​ຂອງ​ໂລກ​ໃນ​ຍຸກ​ປະ​ຈຸ​ບັນ ​ແລະ ອະ​ນາ​ຄົດ


ຈຳນວນຕົວໜັງສືທີ່ມີໃນແປ້ນພີມພາສາລາວ

1. ຈຳນວນຕົວໜັງສືທີ່ມີໃນແປ້ນພີມພາສາລາວ:

ພາສາລາວ ປະກອບດ້ວຍ 65 ຕົວໜັງສື ແລະ ເຄື່ອງໝາຍ: 27 ພະຍັນຊະນະດ່ຽວ, 03 ພະຍັນຊະນະປະສົມ ທີ່ເປັນຮູບດ່ຽວ, 18 ສະຫຼະດ່ຽວ, 04 ວັນນະຢຸດ, 03 ເຄື່ອງໝາຍພິເສດ ແລະ 10 ຕົວເລກລາວ. ຈຳນວນຕົວໜັງສືທີ່ມີນີ້ ແມ່ນມີກາຍຈຳນວນ ປຸ່ມແປ້ນພີມຂອງພາສາອັງກິດ, ແຕ່ຢູ່ໃນພາສາລາວ ບໍ່ມີ ການຂຽນ ໂຕໃຫຍ່ (Capital letter) ແລະ ​ໂຕ​ນ້ອຍ (Smaller letter) ຄືຢູ່ໃນພາສາອັງກິດ, ສະ​ນັ້ນ ຈຳນວນ​ຕົວ​ໜັງສື​ທີ່​ເກີນ​ນັ້ນ ໄດ້​ຖຶກບັນຈຸ​ໃນ​ແປ້ນ​ພີ​ມ ​ໃນ​ຮູບ (Capital letter ) ຂອງ​ພາສາ​ອັງກິດ, ​ໂດຍ​ນຳ​ໃຊ້ ປຸ່ມ "Shift" ເພື່ອ​​ທີ່​ຈະ​ພີ​ມ.

​ເນື່ອງ​ຈາກ ຍັງ​ມີ​ປຸ່ມຫວ່າງ ​ໃນ​ແປ້ນ​ພີ​ມ​ໜ້າ​ທີ່ ສອງ ແລະ ທີ່ ສາມ, ບັນດາ​ຜູ້​ຜະລິດ​ແປ້ນ​ພີ​ມພາສາ​ລາວ ຈຶ່ງ ​ໄດ້​ສ້າງ ປຸ່ມ​ຂອງ​ຕົວ​ໜັງສື ພະຍັນຊະນະ​ປະ​ສົມ ​ແລະ ສະຫຼະ​ປະສົມ ​ແລະ ສະຫຼະ​ປະສົມ ວັນນະ​ຢຸດ ​ເພື່ອ​ຄວາມ​ສະດວກ​ໃນ​ການ​ປ້ອນ​ຂໍ້​ມູນ, ​ເຊີ່ງ​ບາງ​ຜູ້​ຜະລິດ​ກໍ່​ມີ​ການ​ເພີ້​ມ​ເຂົ້າ​ໄປ​ທັງ​ໃນ ຂອງ​ຕາຕະລາງ​ຕົວ​ໜັງສື​ລາວ​ໃນ​ລະບົບ ຄອມ​ພິວ​ເຕີ.

ຕາມ​ຫຼັກການ​ແລ້ວ ຈຳນວນ ຕົວ​ໜັງສື ທີ່​ມີ​ໃນ​ພາສາ​ລາວ ຕ້ອງ​ເທົ່າ​ກັບ ຈຳນວນ ຕົວ​ໜັງສື​ທີ່​ມີ​ໃນ​ແປ້ນ​ພີ​ມ ​ແລະ ​ເທົ່າ​ກັບ​ຈຳນວນ ຕົວ​ໜັງສື​ທີ່​ມີ​ໃນ​ຕາຕະລາງ​ຕົວ​ໜັງສື​ລາວ. ແຕ່​ບາງ​ແປ້ນ​ພີ​ມ ກໍ່​ອາດ​ຈະ​ມີ ຈຳນວນ ຫລຸດ ຫຼື ກາຍ ​ແລ້ວ​​ແຕ່​ຄວາມ​ຕ້ອງການ ຂອງ​ຜູ້​ຜະລິດ. ຕາຕະລາງ​ຂ້າງ​ລຸ່ມ ສະ​ແດງ​ໃຫ້​ເຫັນ​ ບັນດາວິທີ​ການ​ພີ​ມຕົວ​ໜັງສື ຈາກ​ແປ້ນ​ພີ​ມ:
 

ມີ​ແຕ່​ວິທີ​ການ​ທີ່​ໜຶ່ງ ທີ່​ຖຶກຕ້ອງ ​ແລະ ນຳ​ໃຊ້ ໃນ​ລະບົບ Unicode ແລະ ASCII, ​ແຕ່​ມີ​ຫລາຍຜູ້​ຜະລິດ ທີ່​ນຳ​ໃຊ້ ວິທີ່​ການ ທີ່ ສອງ, ສາມ ​ແລະ ສີ່ ໃນ​ລະບົບ ASCII ຕາມ​ຈຸດປະສົງ ​ແລະ ຄວາມ​ຕ້ອງການ​ສະ​ເພາະ​ຂອງ​ເຂົາ​ເຈົ້າ, ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ມີ​ຫລາຍ​ຮູບ​ແບບ​ແປ້ນ​ພີ​ມພາສາ​ລາວ​ໃນ​ຄອມ​ພິວ​ເຕີ ແລະ ສ່ວນ​ໃຫຍ່ ກໍ່​ມີໂຄງ​ສ້າງ​ທີ່​ແຕກ​ຕ່າງ​ກັນ, ​ເຊິ່ງມັນ​ກໍ່​ໃຫ້​ເກິ​ດ ບັນຫາ ​ໃນ​ການ​ແລກປ່ຽນ​ຂໍ້ຄວາມ ທີ່​ຖຶກສ້າງ​ຂື້ນ​ໃນ​ຮູບ​ແບບ​ທີ່​ແຕກ​ຕ່າງ​ກັນ, ນອກ​ນັ້ນ ການ​ນັບ​ຈຳນວນ​ຂໍ້ຄວາມ ​ແລະ ການ​ປ່ຽນ ຈາກ ​ແປ້ນ​ພີ​ມໜຶ່ງ ​ໄປ​ເປັນ ອີກ​ອັນ​ໜຶ່ງ ກໍ່​ຈະ​ບໍ່​ກົງກັນ.

2. ປະ​ເພດ ຂອງ​ແປ້ນ​ພີ​ມພາສາ​ລາວ ​ໃນ​ລະບົບ​ຄອມ​ພິວ​ເຕີ

ປະຈຸ​ບັນ​ຍັງ​ບໍ່​ທັນ​ມີ ໝາດ​ຕະຖານ​ແຫ່ງ​ຊາດ ກ່ຽວ​ກັບ ​ແປ້ນ​ພີ​ມພາສາ​ລາວ, ​ແຕ່​ຜ່ານ​ການ​ສັງ​ເກດ ​ເຫັນ​ວ່າ ມີ ຢູ່ 3 ປະ​ເທດ ຂອງ​ແປ້ນ​ພີ​ມພາສາ​ລາວ ຄື:

_ ​ແປ້ນ​ພີ​ມພາສາ​ລາວ ອິງ​ຕາມ​ພາສາ​ອັງກິດ (ຕົວຢ່າງ​ແປ້ນ​ພີ​ມ ຂອງ ທ່ານ ຫົງ​ກາດ): ​ໃນ​ວິທີ​ການ​ນີ້ ຜູ້​ຜະລິດ ຈະສົມ​ທຽບ ການ​ອອກສຽງ ຕົວ​ໜັງສື ກັບ ຕົວ​ໜັງສື ພາສາ ອັງກິດ, ​ເຊີ່ງ ​ໂຕ​ໜັງ​ມື​ສຽງ​ຄ້າຍຄື​ກັນ ກໍ່​ຈະ​ເອົາ​ໃສ່​ບ່ອນ​ດຽວ​ກັນ ເຊັ່ນ: a=າ; b=ບ; c=ສ; d=ດ. ວິທີ​ການ​ນີ້ ຈະ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່ ຄົນ​ຕ່າງປະ​ເທດ ​ໃນ​ການຮຽນ​ພີ​ມພາສາ​ລາວ. ແຕ່​ມັນ​ບໍ່​ສະດວກ​ ຕໍ່​ກັບ ຄົນ​ລາວເລີຍ.

_ ​ແປ້ນ​ພີ​ມພາສາ​ລາວ ທີ່ອິງ​ຕາມ​ການຈັດ​ລຽງ​ຕົວ​ໜັງສື​ໃນ​ລັກ​ໄວ​ຍະ​ກອນ​ລາວ: ວິທີ​ການ​ນີ້ ຜູ້​ຜະລິດ ຈະ ຈະ​ລຽງ​ຕົວ​ໜັງສື​ເປັນ​ກຸ່ມ ຕາມ​ລັກ​ການ​ໄວ​ຍະ​ກອນ​ລາວ ​ເຊັ່ນ: ກຸ່ມ​ພະຍັນຊະນະ, ກຸ່ມ​ສະຫຼະ, ກຸມ​ວັນນະ​ຢຸດ ​ແລະ ກຸ່ມ​ຕົວ​ເລກ​ລາວ, ​ເຊີ່ງ​ພະຍາຍາມ ​ໃຫ້​ຕົວ​ໜັງສື ໃນ​ແຕ່​ລະ​ກຸ່ມ​ໄດ້​ຢູ່ ແຖວ​ດຽວ​ກັນ. ວິທີ​ການ​ນີ້ ຈະ​ສ້າງ​ຄວາມ​ສະດວກ ສຳລັບ ຄົນ​ລາວ ທີ່​ຈະ​ຮຽນ ພີ​ມພາສາ​ລາວ ​ໃນ​ລະບົບ ຄອມ​ພິວ​ເຕີ. ແຕ່​ໃນ​ການ​ນຳ​ໃຊ້​ວຽກ​ງານ​ຕົວ​ຈຶງນັ້ນ, ວິທີ​ການ​ນີ້​ບໍ່​ສະດວກ​ປານ​ໃດ, ​ເພາະ​ຄຳ​ສັບ ​ໃນ​ພາສາ​ລາວ ປະກອບ​ດ້ວຍ ທັງ ພະຍັນຊະນະ, ສະຫຼະ, ວັນນະ​ຢຸດ ​ແລະ ຕົວ​ສະກົດ, ສະນັ້ນ ຈຶ່ງ​ເຮັດ​ໃຫ້​ນີ້ວ​ມື​ບາງ​ນີ້ວ ​ໄດ້ອອກ​ແຮງ​ພີ​ມ ຕົວ​ໜັງສື​ຫລາຍ​ ​ໂດຍ​ສະ​ເພາະ​ແມ່ນ ນີ້ວກ້ອຍ ທີ່ ຫລາຍໆ​ຄົນ ບໍ່​ທະນັດ ​ໃນ​ການ​ນຳ​ໃຊ້.

_ ​ແປ້ນ​ພີ​ມພາສາ​ລາວ ອີງ​ຕາມ ​ເຄື່ອງ​ຈັກ​ພີ​ມດີດ​ພາສາ​ລາວ: ​ໃນ​ວິທີ​ການ​ນີ້ ຜູ້​ຜະລິດ ຈະ​ຈັດ​ວາງ ຕຳ​ແໜ່​ງ ຂອງ​ແຕ່​ລະ​ຕົວ​ໜັງສື ຂື້ນ​ກັບ ລະດັບ​ການ​ໃຊ້​ງານ​ໃນ​ການ​ພີ​ມ ​ເຊັ່ນ: ພະຍັນ​ສະ​ນະ ທີ່​ເປັນ​ຕົວ​ສະກົດ, ສະຫຼະ ທີ່​ເປັນ​ຕົວ​ລັກ ຂອງ​ສະຫຼະ​ປະສົມ ​ແລະ ວັນນະ​ຢຸດ (x່ ແລະ x້) ທີ່​ມີ​ການ​ນຳ​ໃຊ້​ຫລາຍ​ໃນ​ຄຳ​ສັບ ຂອງ​ພາສາ​ລາວ ກໍ່​ຈະ​ຖຶກຈັດ​ວ່າງ ​ໃຫ້​ຢູ່​ທາງ​ກາງ ​ໃນ​ໜ້າ​ທຳ​ອິດ ​ເພື່ອ​ເຮັດ​ໃຫ້ ນີ້ວ​ຊີ້ ຂອງ​ມື​ຊ້າຍ ​ແລະ ມື​ຂວາ ​ໄດ້ ພີ​ມຢ່າງ​ສະດວກ. ສ່ວນ​ຕົວ​ໜັງສື​ໃດ​ທີ່​ບໍ່​ຄ່ອຍ​ໄດ້​ນຳ​ໃຊ້​ຫລາຍ ກໍ່​ຈະ​ຈັດ​ວາງ​ໄປ​ຢູ່​ແຈ ​ແລະ ​ໃນ​ໜ້າ​ທີ່ ສອງ ຫຼື ທີ່ສາມ, ​ເຊັ່ນ ພະຍັນຊະນະ​ປະສົມ ​ແລະ ສະຫຼະ​ປະສົມ ​ແມ່ນ ຈັດ​ໄວ້​ໃນ​ໜ້າ​ທີ່ ສອງ, ສ່ວນຕົວ​ເລກ​ລາວ ​ແມ່ນ​ຖຶກຈັດ​ໄປ​ໄວ້​ໃນ​ໜ້າ​ທີ່​ສາມ.

ຮູບ​ແປ້ນ​ພີ​ມພາສາ​ລາວ ຕາມ ​ເຄື່ອງ​ຈັກ​ພີ​ມດິດ 

ຮູບ​ແປ້ນ​ພີ​ມພາສາ​ລາວ ຕາມ​ໂປຼ​ແກຼມ LSWIN ທີ່​ນຳ​ໃຊ້​ຢ່າງ​ກ້ວາງ​ຂວາງ​ໃນ​ປະ​ຈຸ​ບັນ (​ໄດ້​ມີ​ການດັດ​ແປງ​ໜ້ຍໜື່ງຈາກ ​​ເຄື່ື່ອງ​ຈັກ​ພີ​ມດິດ)​




ຂອບ​ໃຈ ທີ່​ມາ:  http://www.phetsarath.gov.la/technology_lao.php

ບັນດາ​ໂປຼ​ແກຼມ​ແປ້ນ​ພີ​ມພາສາ​ລາວ​ໃນ​ຄອມ​ພິວ​ເຕີ

ບັນດາ​ໂປຼ​ແກຼມ​ແປ້ນ​ພີ​ມພາສາ​ລາວ​ໃນ​ຄອມ​ພິວ​ເຕີ

ປະຈຸ​ບັນ​ມີ​ ຜູ້​ຜະລິດ ​ໂປຼ​ແກຼມ ​ແປ້ນ​ພີ​ມພາສາ​ລາວ ​ໃນ​ລະບົບ ຄອມ​ພິວ​ເຕີ ຈຳນວນ ຫລາຍ​ສົມຄວນ, ​ເຊີ່ງ ບາງ​ໂປຼ​ແກຼມ ກໍ່​ມີ​ຄວາມ ທັນ​ສະ​ໄໝ ແລະ ສະດວກ​ສະບາຍ, ​ເຊີ່ງ​ສາມາດ ສັງ​ລວມ​ໄດ້​ສາມ​ຮູບ​ແບບ​ ​ໂປຼ​ແກຼມ​ແປ້ນ​ພີ​ມພາສາ​ລາວ ຄື:

1. ໂປຼ​ແກຼມ ສຳລັບ ຕາຕະລາງ​ຕົວ​ໜັງສື​ລາວ ​ແບບ upper ASCII: ​ໂປຼ​ແກຼມນີ້​ແມ່ນ ງ່າ​ຍດາຍ, ພຽງ​ແຕ່ ​ປ່ຽນ​ໂຕ​ໜັງສື ອັງກິດ ​ໃນ Font ພາສາ ອັງກິດ ມາ​ເປັນ ຕົວ​ໜັງສືລາວ ກໍ່​ຈະ​ສາມາດ ພີ​ມພາສາ​ລາວ​ເຂົ້າ​ໃນ​ຄອມ​ພິວ​ເຕີ​ໄດ້​ໂລດ. ແຕ່​ເນື່ອງ​ຈາກ ພາສາ​ລາວ ມີໂຄ້ງ​ສ້າງ ຫລາຍ​ແຖວ ກ່ວາ ພາສາ​ອັງກິດ, ຈຶ່ງ​ເຮັດ​ໃຫ້ ໂຕ​ໜັງສື​ທີ່​ພີ​ມອອກ​ມານັ້ນ ບໍ່​ມີ ​ຕຳ​ແໜ່​ງທີ່ຢູ່​ງາມ​ປານ​ໃດ, ​ເພາະ​ໃນ​ການ​ຂຽນ​ພາສາ​ລາວ​ແຖວ​ໜຶ່ງ ຈະ​ນຳ​ໃຊ້ ພາສາ​ອັງກິດ ສີ່​ແຖວ.

2. ໂປຼ​ແກຼມສຳລັບ ຕາຕະລາງ​ໂຕ​ໜັງສືລາວ ແບບ lower ASCII: ​ເພື່ອ​ຈະ​ສາມາດ ​ເອີ້ນ​ຕົວ​ໜັງສື​ລາວ ​ໃນ​ຕາຕະລາງ​ຕົວ​ໜັງສື ແບບ Lower ASCII ນີ້ ແມ່ນຈຳ​ເປັນ​ຕ້ອງ​ໄດ້ ສ້າງ​ໂປຼ​ແກຼມ ຂື້ນ​ມາ​ໂດຍ​ສະ​ເພາະ ​ເອີ້ນ​ວ່າ (add​_on software), ​ເຊີ່ງ​ໃນ​ການ​ຂຽນ​ໂປຼ​ແກຼມ​ເລົ່າ​ນີ້ ກໍ່​ມີ​ຄວາມ​ຍາກ​ຫລາຍ​​ສົມຄວນ, ​ເຊີ່ງ​ມີ​ພຽງ​ຜູ້​ຜະລິດ ຈຳນວນ​ໜ້ອຍ​ເທົ່າ​ນັ້ນ ທີ່​ຮູ້​ວິທີ​ຂຽນ​ໂປຼ​ແກຼມ ດັ່ງກ່າວ, ​ເທົ່າ​ທີ່ ຮູ້ ແມ່ນ​ມີ​ພຽງ ທ່ານ ດຣ. ຈອນ ເດີ​ດິນ, ຜູ້​ຜະລິດ ​ໂປຼ​ແກຼມ LSWIN.

​ແຕ່​ບັນຫາ​ມີ​ຢູ່​ວ່າ ຈະ​ຕ້ອງ​ໄດ້​ມີ​ການ ພັດທະນາ ​ໂປຼ​ແກຼມ Add_On Software ໃນ​ທຸກ​ຄັ້ງ ​ເມື່ອ​ເວລາ ມີ ຊອບ​ແວ​ໃໝ່ ອອກ​ມາ​ນຳ​ໃຊ້, ​ເພາະຊອບ​ແວ​ອອກ​ໃໝ່​ນັ້ນ ຈະ​ບໍ່​ໄດ້ ສະໜັບສະໜູນ​ພາສາ​ລາວ ​ໃນ​ລະບົບ ຕາຕະລາງ Lower ASCII, ສະນັ້ນ ຈະ​ໃຊ້​ເວລາ​ພໍ​ສົມຄວນ​ໃນ​ການ ພັດທະນາ​ໂປຼ​ແກຼມ, ​ເຮັດ​ໃຫ້ ພາສາ​ລາວ ບໍ່​ສາມາດ ນຳ​ໃຊ້​ໄດ້ໃນ​ຫລາຍໆ ໂປຼ​ແກຼມ.

3. ໂປຼ​ແກຼມ ສຳລັບ ຕາຕະລາງ​ພາສາ​ລາວ ​ໃນ​ລະບົບ Unicode: ​ໃນ​ປະຈຸ​ບັນ ເກືອ​ບວ່າ ທຸກ​ລະບົບ ປະຕິບັດ​ການ (Operation System) ແມ່ນຮັບຮອງລະບົບ Unicode, ເຊີ່ງ ຜູ້ຜະລິດ ຈະສ້າງໂປຼແກຼມແປ້ນພີມອັນລວມ ທີ່ສາມາດ ຮັບໃຊ້ໄດ້ທຸກພາສາ ທີ່ມີໃນລະບົບ Unicode, ເຊີ່ງລວມທັງພາສາລາວ.

ຕົວຢ່າງ ໃນ ລະບົບປະຕິບັດການ Windows ລຸ້ນໃໝ່ ທີ່ ຮັບຮອງ ລະບົບ Unicode ກໍ່ໄດ້ ສ້າງໂປຼແກຼມ Keyboard Mapping, ເຊີ່ງເຮັດໃຫ້ ທຸກພາສາລາ ທີ່ມີໃນລະບົບ Unicode ສາມາດ ພີມເຂົ້າໃນຄອມພິວເຕີ ຜ່ານ ໂປຼແກຼມນີ້ໄດ້, ໂດຍທີ່ ຜູ້ຊົມໃຊ້ ບໍ່ຈຳເປັນຕ້ອງໄດ້ ໄປພັດທະນາ ໂປຼແກຼມ ມາເພີ້ມໃສ່ເລີຍ.

ໂຕ​ພີ​ມໜັງສື​ລາວ

Lao Fonts

I. ນິຍາມ

​ໂຕ​ພີ​ມໜັງສື (Font) ແມ່ນ​ການ​ສະ​ສົມ ບັນດາ​ຮູບ​ຕົວ​ໜັງສື ເພື່ອພັນ​ລະນາ​ໃຫ້​ເຫັນ ຂໍ້​ມູນ​ຂອງ​ຕົວ​ໜັງສື. Font ປະກອບ​ດ້ວຍ​ບັນດາອົງ​ປະກອບ​ຂອງ​ຕົວ​ໜັງສື ເຊັ່ນ: ຂະໜາດ, ຮູ​ບ​ແບບ,, ຄວາມ​ກ້ວາງ, ຄວາມ​ສູງ, ​ເຊີ່ງ​ເມື່ອ​ພວກ​ເຮົາ​ໃຫ້​ຄ່າ​ທາງ​ຕົວ​ເລກ​ມັນ​ແລ້ວ ຈະ​ສາມາດ ​ໃຫ້​ກຳ​ເນິດ​ ຮູບ​ພາບ​ຂອງ​ຕົວ​ໜັງສື.

Font ປະກອບ​ມີ​ສາມ​ອົງ​ປະກອບຄື: ລະຫັດ​ຂອງ​​ໂຕ​ພີ​ມ​ໜັງສື, ຖານ​ຂໍ້​ມູນຮູບ​ພາບ​ຂອງ​ຕົວ​ໜັງສື ແລະ ຕາຕະລາງ​ຕົວ​ໜັງສື


ລະຫັດ​ຂອງ​ໂຕ​ພີ​ມໜັງສື (Coded Font)

Coded font ແມ່ນ​ການ​ແປ ສີ່​ງທີ່​ທ່ານ​ຕ້ອງການ​ຂຽນ (ຕົວຢ່າງ: ຂໍ້ຄວາມ ທີ່​ທ່ານ ພີ​ມ​ເຂົ້າ​ໄປ​ໃນ​ຄອມ​ພີ​ມ​ເຕີ)​ໃຫ້​ກາຍ​ເປັນ ໂຕ​ໜັງສື​ ສຳລັບ​ພີ​ມ. ລະຫັດ​ຂອງ​ໂຕ​ພີ​ມໜັງສື ທີ່​ເຮັດ​ວຽກ​ພົວພັນ​ກັບ ຕາຕະລາງຕົວ​ໜັງສື ແລະ ຖານ​ຂໍ້​ມູນຮູບ​ພາບ​ຂອງ​ຕົວ​ໜັງສື ປະກອບ​ດ້ວຍ​ສອງ​ພາກສ່ວນ​ຄື:

• ພາກສ່ວນ​ທີ່ ພົວພັນ ກັບ ຖານ​ຂໍ້​ມູນຮູບ​ພາບ​ຂອງ​ຕົວ​ໜັງສື

• ພາກສ່ວນ​ທີ່​ພົວພັນ ກັບ​ຕາຕະລາງ​ຕົວ​ໜັງສື

​​​ແຕ່ລະຕົວ​ໜັງສື ຈະ​ຕ້ອງ​ບັນຈຸ​ຢູ່ ​ໃນຖານ​ຂໍ້​ມູນຮູບ​ພາບ​ສະ​ເພາະ​ຂອງ​ຕົວ​ໜັງສື ແລະ ຕາຕະລາງ​ຕົວ​ໜັງສື ຈຶ່ງ​ຈະ​ສາມາດ ພີ​ມ​​ເຫັນ​ຕົວ​ໜັງສື​ນັ້ນໄດ້.

ຖານ​ຂໍ້​ມູນ​ຮູບ​ພາບ​ຕົວ​ໜັງສື (Font Character Set)

Font character ປະກອບ​ດ້ວຍ ບັນດາ​ຕົວ​ໜັງສື ທີ່​ມີນາ​ມສະກຸນ​ໜຶ່ງ​ດຽວກັນ, ຮູບ​ຮາງ​ໜ້າ​ຕາ​ຂອງ​ຕົວ​ພີ​ມ ແລະ ຂະໜາດ​ຂອງຕົວ​ພີ​ມ. ນອກຈາກ​ນັ້ນ ຖານ​ຂໍ້​ມູນ​ຮູບ​ພາບ​ຕົວ​ໜັງສື ຍັງ​ໄດ້​ລະ​ບຸ​ເຖີງ ຄຸນສົມ​ບັນ ຂອງ​ຕົວ​ໜັງສື ແລະ ຄຸນ​ສົມບັດ​ຂອງ​ການ​ພີ​ມ.


ຕົວ​ໜັງສື ແມ່ນ ຕົວ​ອັກສອນ, ຕົວ​ເລກ, ​ເຄື່ອງໝາຍ​ອອກສຽງ ຫຼື ເຄື່ອງ​ໝາຍ​ສັນຍາ​ລັກ​ອື່ນໆ ທີ່​ມີ​​ໃນ​ໂຕ​ພີ​ມໜັງສື.

ຄຸນ​ລັກສະນະ​ຂອງ​ຕົວ​ໜັງສື (Character properties) ແມ່ນຈະ​ອະທິບາຍ​ໃຫ້​ເຫັນວ່າ ຕົວ​ໜັງສື​ນັ້ນ ມັນ​ຢູ່​ໃນ​ຕຳ​ແໜ່​ງ​ແບບ​ໃດ ​ເມື່ອ​ທຽບກັບ​ບັນດາ​ຕົວ​ໜັງສື​ອື່ນ​ໆທີ່​ຢູ່​ໃກ້​ຄຽງ. ບາງ​ຕົວຢ່າງ​ຄຸນ​ລັກສະນະ​ຂອງ​ຕົວ​ໜັງສື​ມີ​ຄື​ດັ່ງລຸ່ມ​ນີ້:

• ​ເສັ້ນພື້ນ​ສຸດ​ຂອງ​ຕົວ​ໜັງສື, ​ເພື່ອ​ສະ​ແດງ​ໃຫ້​ເຫັນ ທາງ​ນອນ ຂອງ​ເສັ້ນຊື່​ ​ໃນ​ການ​ຂຽນ

• ຮູບ​ພາບ​ສອງ​ມິ​ຕີ ເຊີ່ງ​ໃຫ້​ເຫັນ​ວ່າ ຕົວ​ໜັງສື​ນັ້ນ ພີ​ມ​ແນວ​ໃດ.

• ຕຳ​ແໜ່​ງຂອງ​ຕົວ​ໜັງສື ທຽບກັບ​ຂອບ​ເສັ້ນ

• ການ​ໃຫ້​ກໍ​ານົດລຳດັບ​ຂອງ​ຕົວ​ໜັງສື (the character ID or graphic character ID)

ຄຸນ​ລັກສະນະ​ໃນ​ການ​ພີ​ມ (printing attributes) ແມ່ນ​ກຳນົດ​ວ່າ ຮູບ​ພາບ​ຂອງ​ຕົວ​ໜັງສືນັ້ນ ຈະ​ພີ​ມອອກ​ແນວ​ໃດ. ບາງ​ຄຸນ​ລັກສະນະ​ຂອງ​ການ​ພີ​ມ ຈະ​ປະກອບ​ດ້ວຍ ຮອບ​ວຽກ​ຂອງ​ຕົວ​ໜັງສື, ການຈັດ​ລຽງ​ແຕ່​ໜ້ອຍ​ຫາ​ໃຫຍ່ ແລະ ຂະໜາດ​ຂອງ​ແຕ່ລະ​ຈຸດ.

ຕາຕະລາງ​ຕົວ​ໜັງສື (Code Page)

ຕາຕະລາງ​ຕົວ​ໜັງສື ແມ່ນ​ຈະ​ເຮັດການ ທຽບ​ຄ່າ ຂອງ​ແຕ່​ລະ​ຕົວ​ໜັງສື ໃນ​ຂໍ້​ຄວາມ ກັບ ຖານ​ຂໍ້​ມູນຮູບ​ພາບ​​ຕົວ​ໜັງສື. ຖ້າ​ຫາກ ທ່ານ ປ້ອນ​ຂໍ້ຄວາມ​ເຂົ້າ​ໃນ​ເຄື່ອງ​ຄອມ​ພິວ​ເຕີ, ​ແຕ່ລະ​ແປ້ນ​ພີ​ມ ຈະ​ເຮັດ​ການ ແປ​ຕົວ​ໜັງສື​ທີ່​ພີ​ມ ​ໄປ​ເປັນ​ລະຫັດ​ຕົວ​ເລກ. ​ເມື່ອ​ເວລາ ຂໍ້​ຄວາມ​ຈະ​ພີ​ມອອກ, ​ແຕ່ລະ ລະຫັດ​ຕົວ​ເລກ ຈະ​ທຽບ​ຄ່າ​ກັບ ລະຫັດ​ຂອງ​ຕົວ​ໜັງສື ໃນ​ຕາຕະລາງ​ໂຕ​ໜັງສື, ​ເຊີ່ງ​ຖ້າ​ຫາກ ລະຫັດ​ໂຕ​ໃດ​ຫາກ ມີ່​ຄ່າ​ຄື​ກັນ, ​ໂປຼ​ແກຼມ ກໍ່​ຈະ​ພີ​ມຮູບ​ພາບ​ຂອງ​ຕົວ​ໜັງສື​ນັ້ນອອກ​ມາ. ຮູບ​ຂ້າງ​ລຸ່ມ ຈະ​ສະ​ແດງ​ໃຫ້​ເຫັນ​ວ່າ ຕາຕະລາງ​ຕົວ​ໜັງສື ເຮັດ​ການ ທຽບ​ຄ່າ ກັບ​ຖານ​ຂໍ້​ມູນ​ຮູບ​ພາບ​ຕົວ​ໜັງສື.

II. ຄຸນ​ລັກ​ສະ​ນະ ຂອງ​ຮູບ​​ແບບຄຳສັບ ​ໃນ​ພາສາ​ລາວ:

ລັກສະນະ​ຂອງພະຍາງ ​ໃນ​ພາລາ​ວ:ຄຳ (ພະຍາງ) ໃນ​ພາສາ​ລາວ ປະກອບ​ດ້ວຍ ສີ່​ລະດັບ (ສີ່​ແຖວ) ຂອງ​ການ​ຂຽນ​ຄື:

* ລະດັບ 1: ຕົວ​ໜັງສື ທີ່​ຂຽນ​ຢູ່​ໃນ​ລະດັບ​ທີ່ ໜຶ່ງ​ນີ້ ແມ່ນ ວັນນະ​ຢຸດ ​ແລະ ​ໄມ້​ກະ​ລັນ: ່; ້; ໊; ໋ ​ແລະ ໌

* ລະດັບ 2: ຕົວ​ໜັງສື ໃນ​ລະດັບ​ສອງ​ນີ້ ແມ່ນ ສະຫຼະ​ທີ່ຢູ່​ເທິງ​ພະຍັນ​ສະ​ນະ:ັ; ົ; ິ; ີ; ຶ; ື ​ແລະ ໍ

* ລະດັບ 3: ​ລະດັບ​ສາມ ​ແມ່ນ​ເປັນ​ເສັ້ນພື້ນຖານ​ ​ແລະ ຕ້ອງ​ປະກອບ​ມີ​ປະກອບ​ທຸກ​ຄັ້ງ ​ໃນ​ການ​ຂຽນຄຳ​ສັບ​ລາວ: ປະກອບ​ດ້ວຍ ພະ​ຍັນຊະນະ​ທັງ​ໝົດ, ສະຫຼະ​ທາງ​ໜ້າ, ສະຫຼະ​ທາງ​ຫຼັງ ​ແລະ ສອງ​ເຄື່ອງໝາຍ​ພິ​ເສດ. ແຕ່​ບາງ​ພະຍັນຊະນະ ​ແລະ ສະຫຼະ ​ໃນ​ລະດັບ​ສາມ​ນີ້ ກໍ່​ມີ​ຄວາມ​ຍາວ ຢື່ນ​ເຂົ້າ​ໄປ​ຫາ ລະດັບ ສອງ ​ແລະ ລະດັບ ສີ່:

* ຕົວ​ໜັງສື​ທີ່​ຢື່ນ​ເຂົ້າ​ໄປ​ລະດັບ​ສອງ: ຢ; ປ; ຟ; ຝ; ໂx; ໄx; ໃx

* ຕົວ​ໜັງສື​ທີ່​ຢື່ນ​ເຂົ້າ​ໄປ​ລະດັບ​ສີ່: ຖ; ຊ; ງ; ໆ; ຯ

* ລະດັບ​ 4: ຕົວ​ອັກສອນ​ໃນ​ລະດັບ​ສີ່ ນີ້ ແມ່ນ ສະຫຼະທັງ​ລຸ່ມ: "ຸ; ູ; ຼ".

ຄວາມ​ສູງ​ຂອງ​ຕົວ​ໜັງສື ທີ່ຢູ່​ໃນ​ລະດັບ​ຕ່າງ​ກັນນັ້ນ ແມ່ນ ບໍ່​ເທົ່າ​ກັນ, ​ແຕ່​ເມື່ອສັງ​ເກດ​ເບີ່​ງ​ແລ້ວ​ເຫັນ​ວ່າ ຕົວ​ໜັງສື​ໃນ​ລະດັບ​ສາມ ຈະ​ສູງ​ຍາວ​ກ່ວາ​ໝູ່, ​ເຊີ່ງ ຕົວໜັງສື ໃນ​ລະດັບ ສອງ ​ແລະ ສີ່ ​ແມ່ນ ຈະ​ເທົ່າ​ເຄີ່ງໜຶ່ງ ຂອງ​ຕົວ​ໜັງສື​ໃນ​ລະດັບ​ສາມ, ສ່ວນຄວາມ​ສູງ​ຂອງ​ຕົວ​ໜັງສື ໃນ​ລະດັບ​ໜຶ່ງ ຈະ​ເທົ່າ​ເຄື່ງໜຶ່ງ ຂອງ ​ຕົວ​ໜັງສື ໃນ​ລະດັບ ສອງ.

​ແບບ​ຂອງ​ຕົງ​ໜັງສື​ລາວ:

​ແບບ​ຂອງ​ຕົວ​ໜັງສື​ລາວ ກໍ່​ມີ​ການ​ພັດທະນາ​ເປັນ​ແຕ່ລະ​ໄລຍະ ​ເຊິ່ງສາມາດສັງ​ລວມ​ໄດ້​ 3 ​ແບບ​ຄື:

1. ແບບ​ປະຖົມ​ບູຮານ (​ແບບ​ສະ​ໄໝ​ເກົ່າ): ອີງຕາມ​ ​ປື້​ມລັກ​ໄວ​ຍະ​ກອນລາວ ຂອງ ທ່ານ ມະຫາ ສີ​ລາ, ຕົວ​ໜັງສື​ລາວ ​ໃນ​ລັກ​ໄວ​ຍະ​ກອນ​ນີ້ ຈະ​ມີ ​ລັກສະນະ ເປັນ​ຮູບ​ກົມ​ຕຸ້ຍ, ຕົວຢ່າງ:

ໂຄງການພັດທະນາພາສາລາວໃນຄອມພິວເຕີ

2. ແບບ​ເຄື່ອງ​ຈັກ​ພີ​ມດິດ ຫຼື ປື້​ມຮຽນ​ປະຖົມ ທີ່​ນຳ​ໃຊ້​ໃນ​ປະຈຸ​ບັນ: ອີງ​ຕາມ ປື້​ມ​ລັກ​ໄວ​ຍະ​ກອນ​ລາວ ຂອງ ທ່ານ ພູມີ ວົງ​ວິຈິດ, ຕົວ​ໜັງສື​ລາວ ​ໃນ​ລັກ​ໄວ​ຍະ​ກອນ​ນີ້ ຈະ​ມີ​ລັກສະນະ ຈ່ອຍ​ສູງ​ເປັນ​ຫລ່ຽມ​ຊັດ​ເຈນ, ຕົວຢ່າງ:

ໂຄງການພັດທະນາພາສາລາວໃນຄອມພິວເຕີ

3. ແບບ​ຕົວ​ໜັງສື​ລວດລາຍ​ທັນ​ສະ​ໄໝ: ​ພາຍ​ຫຼັງທີ່​ສາມາດ​ນຳ​ໃຊ້​ຕົວ​ໜັງສື​ລາວ​ໃນ​ຄອມ​ພິວ​ເຕີ​ໄດ້, ບັນດາ​ນັກ​ສ້າງ​​ໂຕ​ພີມ​ພາສາ​ລາວ ກໍ່​ໄດ້ ຜະລິດ ຕົວ​ແບບ​ພາສາ​ລາວ ອອກ​ມາ ຢ່າງ ຫລວງຫລາຍ, ​ໂດຍ​ສະ​ເພາະ ​ເພື່ອ ຮັບ​ໃຊ້ ໃນ​ການ​ພີ​ມ​ໂຄສະນາ. ຕົວ​ໜັງສື​ລາວ ​ໃນ​ແບບ​ນີ້ ຈະ​ມີ​ລັກສະນະ ຈຳ​ແນ​ກຢ່າງ​ຊັດ​ເຈນ ເທີ່​ງຄວາມ​ກ້ວາງ, ຄວາມ​ຈ່ອຍ ຂອງ ​ແຕ່​ລະ​ອົງ​ປະກອບ​ຂອງ​ຕົວ​ໜັງສື, ລວມທັງ​ມີ​ການ ຂອດ​ຫົວ, ຂອດ​ຫາງ ທີ່​ງົດ​ງາມ, ຕົວຢ່າງ:

​​ໂຄງການພັດທະນາພາສາລາວໃນຄອມພິວເຕີ

III. ໂຕ​ພີ​ມພາສາ​ລາວ (Lao Fonts)

1. ປັດ​ໃຈ​ໃນ​ການ​ພິຈາລະນາ:

​ກ່ອນ​ທີ່​ຈະ​ສ້າງ ​ໂຕ​ພີ​ມພາສາ​ລາວ, ພວກ​ເຮົາ​ຕ້ອ​ໄດ້ ພິຈາລະນາ​ເຖິງ 4 ປັດ​ໄຈ ລຸ່ມ​ນີ້:

_ ການ​ຕັດ​ຄຳ ຫຼື ຕັດ​ພະຍາງ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ບໍ່: ສຳ​ລັບການ​ຂຽນ​ຂໍ້ຄວາມ​ທີ່​ຫລາຍ, ການ​ຕັດ​ຄວາມ​ແມ່ນ​ຈະ​ສ້າງ​ຄວາມ​ສະດວກ, ເພາະ ​ໃນ​ການ​ຂຽນ​ພາສາ​ລາວ​ນັ້ນ ພວກ​ເຮົາ​ບໍ່​ໄດ້​ຍະ​ຫວ່າງ ຂອງ​ແຕ່ ລະ​ຄຳ ຫຼື ​ຂອງ​ແຕ່​ລະ​ພະຍາງ, ​ໃນ​ເມື່ອ​ ຂຽນ​ສຸດແຖວ​ແລ້ວ ​ເຄື່ອງ​ຄອມພິວກໍ່​ຈະ​ເຮັດ​ການ​ຕັດ​ແຖວ​ຕາມ​ແຕ່​ລະ​ຕົວ​ໜັງສື, ​ເຊີ່ງ​ບາງ​ເທື່ອ ວັນນະຢຸດ ຫຼື ຕົວ​ສະກົດ​ຂອງ​ພະຍາງ ກໍ່​ຫລຸດ​ລົງ​ໄປ​ຢູ່​ແຖວ​ໃໝ່​ກໍ່​ມີ ອັນ​ເຮັດ​ໃຫ້​ເສຍ​ຄວາມ​ໝາຍ​ຂອງ​ພະຍາງ​ໄປ. ພ້ອມ​ດຽວ​ກັນນັ້ນ ເມື່ອ​ເວລາ ​ເຮົາ​ຕ້ອງການ ປ່ຽນ​ຂະໜາດ​ຂອງ​ຕົວ​ໜັງ, ຫຍໍ້ ຫຼື ຂະໜາດ​ໜ້າ​ເຈ້ຍ ກໍ່​ຈະ​ສົ່ງ​ຜົນ​ໃຫ້ ການ ລົງ​ແຖວ​ຂອງ​​ແຕ່ລະ​ຄໍ​າ ບໍ່​ເປັນ​ໄປ​ຢ່າງ​ເຕັມ​ພະຍາງ.

_ ພວກ​ເຮົາ​ຕ້ອງການ​ນຳ​ໃຊ້ ພາສາ​ລາວ ​ແລະ ອັງກິດ ​ໃນ​ໂຕ​ພີ​ມດຽວ​ກັນ​ບໍ່: ​ແຕ່​ໃນ​ການ​ຂຽນ​ລະບົບ ບັນ​ຊື ຫຼື ຖານ​ຂໍ້​ມູນ ສ່ວນ​ຫລາຍ ​ແມ່ນ ຈະ​ນຳ​ໃຊ້ ພາສາ​ລາວ ​ແລະ ພາ​ອັງກິດ ປົນ​ກັນ, ສະນັ້ນ ໂຕ​ພີ​ມພາສາ​ລາວ ທີ່ ສາມາດ ​ໃຫ້​ໄດ້​ນຳ​ໃຊ້​ທັງ​ສອງ​ພາສາ ກໍ່​ຈະ​ອຳນວຍ​ຄວາມ​ສະດວກ​ຫລາຍ.

_ ​ໂປຼ​ແກຼມ ທີ່​ນຳ​ໃຊ້​ນັ້ນເຮັດ​ການ​ຄິດ​ໄລ່​ທາງ​ຄະນິດສາດ​ບໍ່: ຜູ້​ຊົ​ມ​ໃຊ້ ໂຕ​ພີ​ມພາສາ​ລາວ ມັກ​ຈະລົ່ງລະຫວ່າງ ​ເຄື່ອງ ໝາຍ​ລົບ "​" ​ແລະ ​ເຄື່ອງໝາຍ ຄິດ​ກາງ "-", ​ເພາະຜູ້​ຜະລິດ ​ເກັບ​ສອງ​ເຄື່ອງໝາຍ​ໄວ້ ຕຳ​ແໜ່​ງທີ່​ແຕກ​ຕ່າງ​ກັນ (ບໍ່​ຄື​ກັບ ຂອງ​ພາສາ ອັງກິດ), ສະນັ້ນ ຖ້າ​​ເຮົາ​ຫລົງຂຽນ​ເຄື່ອງໝາຍຂິດ​ກາງ ​ໃສ່ ບ່ອນ​ຄຳນວນ ມັນ​ກໍ່​ບໍ່​ສາມາດ​ເຮັດ​ການ​ຄິດ​ໄລ່​ໄດ້.

_ ພວກ​ເຮົາ​ຕ້ອງການ ໂຕ​ພີ​ມພາສາລາວ ທີ່​ມີ​ຮູບ​ແບບ​ຕົວ​ໜັງສື​ກ້ວາງ​ບໍ່: ​ໃນ​ການ​ພີ​ມພາສາ​ລາວ ​ໃສ່ແຜ່ນ​ພັບ, ວາລະສານ ແລະ ປ້າຍ​ໂຄສະນາ​ຕ່າງໆ ນັ້ນ ແມ່ນ ມີ​ຄວາມ​ຈຳ​ເປັນ ຢາກ​ນຳ​ໃຊ້ ໂຕ​ພີ​ມພາສາ​ລາວ ທີ່​ມີ​ຂະໜາດ​ຄວາມ​ກ້ວາງ​ຫລາຍ ​ເພື່ອ ສາມາດ ຈັດ​ວາງ​ຕົວ​ໜັງສື​ໃຫ້​ອອກ​ມາ​ສວຍ​ງາມ.

ສະນັ້ນ ການ​ກຳນົດ ຄວາມ​ຕ້ອງການ ທາງ​ດ້ານ ຄຸນ​ລັກສະນະ, ຮູບ​ແບບ ​ແລະ ຮູບ​ຮ່າງ ຂອງ​ແຕ່​ລະ​ຕົວ​ໜັງສື ແມ່ນ​ມີ​ຄວາມ​ຈຳ​ເປັນ ກ່ອນ ທີ່​ພວກ​ເຮົາ ຈະ​ສ້າງ ​ໂຕ​ພີ​ມພາສາ​ລາວ ອອກ​ມາ ມັນ​ມີ​ຄວາມ​ຈຳ​ເປັນ​ໃນ​ການ ກຳນົດ ຄວາມ​ກ້ວາງ​ພື້ນຖານ ຂອງ​ແຕ່​ລະ​ຕົວ​ໜັງສື ທີ່​ຈະ ກຳນົດ​ທີ່ຢູ່​ຂອງ​ມັນ, ​ໂດຍ​ສະ​ເພາະ ທີ່​ພົວພັນ​ເຖີງ ວັນນະຍຸດ ​ແລະ ສະຫຼະ​ຢູ່​ເທີ​ງ.

2. ວິທີ​ການ​ໃນ​ການ​ສ້າງ ​ໂຕ​ພີ​ມພາສາ​ລາວ:

ມີ​ສາມ​ຂັ້ນຕອນ ໃນ​ການ​ສ້າງ ​ໂຕ​ພີ​ມພາສາ​ລາວ:

1. ການ​ເຮັດ​ວິ​ໃຈ ຄຸນ​ລັກສະນະ​ຂອງ​ຕົວ​ໜັງສື

​ການ​ເຮັດ​ວິ​ໃຈ ​ແມ່ນ ການ​ຂຽນ​ອອກ ​ເຖິງ​ຄຸນ​ລັກສະນະ ພິ​ເສດ ຂອງ ບາງ ຕົວໜັງສື ທີ່ ບໍ່​ມີ​ລັກສະນະ​ໂຄ​ສ້າງ​ຄື ຕົວ​ໜັງສື​ອື່ນໆ, ​ເຊັ່ນ ຢູ່ ໃນ​ລະບົບ ຄອມ​ພິວ​ເຕີ ພວກ​ເຮົາ ສາມາດ ຂຽນ ສະຫຼະ "xຳ" ໄດ້​ສອງ ວິທີ່ ຄື: ກົດບ​ແປ້​ມພີ​ມ ທີ່​ມີ​ເຄື່ອງໝາຍ ສະຫຼະ "xຳ" ຫຼື ໄດ້​ຈາກ​ການ ກົດ​ແປ້ນ​ພີ​ມ ສະຫຼະ xໍ + xາ = xຳ. ສະນັ້ນ ພວກ​ເຮົາ​ຕ້ອງ​​​ໄດ້​ຂຽນ​ໂປຼ​ແກຼມ ບອກ​ໃຫ້ ເຄື່ອງ​ຄອມ​ພິວ​ເຕີ​ຮູ້​ວ່າ ການ​ຂຽນ​ທັງ​ສອງ​ແບບ​ນີ້​ແມ່ນ​ຄື​ກັນ.


2. ຮູບ​ພາບ​ຂອງ​ແຕ່​ລະ​ຕົວ​ໜັງສື (Shape Glyphs with OTLS): ​ແຕ້ມ​ຮູບ​ຕົວ​ຈຶງຂອງ​ແຕ່ລະ​ໂຕ​ໜັງສື ພ້ອມ​ທັງ​ການ​ກຳນົດ ຄຸນ​ລັກສະນະ​ຂອງ​ມັນ (ເບີ່ງຕາຕະລາງຕິດຂັດ)

3. ການ​ກຳນົດ​ຕຳ​ແໜ່​ງຂອງ​ແຕ່​ລະ​ຕົວ​ໜັງສື (Position Glyphs with OTLS): ນອກຈາກ​ຕຳ​ແໜ່​ງທີ່​ໄດ້ ນົດ​ໄວ້ ໃນ ຂໍ້​ທີ່​ສອງ, ບາງ ຕົວ​ໜັງສື ກໍ່​ໄດ້ ມີ​ການ​ປັບ​ປ່ຽນ ຄວາມ​ກ້ວາງ ​ແລະ ຄວາມ​ສູງ ​ເມື່ອ​ເວລາ ປະກອບ ກັບ ບາງ ພະຍັນ​ຊະ​ນະ ​ແລະ ສະຫຼະ, ​ເຊັ່ນ: ວັນນະ​ຢຸດ ອາດ​ຈະ​ຢູ່​ສູງ ຫຼື ຍັບ​ໄປ​ທັງ​ຊ້າຍ-ທາງ​ຂວາ ​ໃນ​ກໍ່​ລະ​ນີ້ ມັນ​ໄປ​ກັບ ສະຫຼະ ທີ່ຢູ່​ທັງ​ເທີ​ງ. ສະ​ນັ້ນ​ມັນ​ມີ​ຄວາມ​ຈຳ​ເປັນ ທີ່​ຈະ​ຕ້ອງ ​ໄດ້​ກຳນົດ ​ເພີ້​ມ​ເຕີມຂອງ​ບ່າງ​ຕຳ​ແໜ່​ງຂອງ​ຕົວ​ໜັງສື ເມື່ອ​ເວລາ​ມັນ​ມີ​ການ​ປ່ຽນ​ແປງ. ໂດຍ​ທົ່ວ​ໄປ​ແລ້ວ​ແມ່ນ ມີ​ສາມ ວິທີ​ໃນ​ການ​ກຳນົດ​ຄື:

• ການ​ຍັບຕົວ​ໜັງສື​ເຂົ້າ​ໃກ້​ກັນ (Kerning) : ຕົວຢ່າງ ຖ້າ​ເຮົາ​ຂຽນ​ຄຳ​ວ່າ (​ໃນ​ໂຮງຮຽນ) ແລະ (​ໄປ​​ໂຮງຮຽນ): ​​ໃນ​ການ​ຂຽນ​ດ້ວຍ​ມື​ ເຮົາຈະ​ເຫັນ​ວ່າ ຫົວ​ຂອງ​ສະຫຼະ ​ໂx ຈະ​ຍັບ​ກາຍ​ມາ​ເທີ​ງຫົວ​ພະຍັນຊະນະ "ນ", ​ແຕ່ຫົວ​ຂອງ​ສະຫຼະ ​ໂx ຈະ​ບໍ່​ຍັບ​ມາ​ເທີ​ງຫົວ​ພະ​ຍັນ​ຊະນະ "ປ". ແຕ່​ໂປຼ​ແກຼມ ຄອມ​ພິວ​ເຕີ ອາດ​ຈະ​ບໍ່​ຮັບ​ຮູ້ວ່າ ​ໃນ​ກໍລະນີ​ໃດ​ ຫົວ​ຂອງ​ສະຫຼະ "​ໂx" ຄວນ​ຈະ​ຍັບ​ກາຍ​ເທີ​ງຫົວ​ຂອງ​ພະຍັນຊະນະ​ທີ່​​ໃກ້​ຕິດ​ກັບ​ມັນ. ສະນັ້ນ ຈຳ​ເປັນ​ຈະ​ຕ້ອງ​ໄດ້​ໃສ່ ຄຳ​ສັງ Kerning ເພື່ອ​ບອກ​ຄຸນ​ລັກສະນະ​ເພີ້​ມ​ເຕີມ​ນີ້.

• ການ​ຍັບຕົວ​ໜັງສື​ຂື້ນ​ລົງ (Mark to base): ຕົວຢ່າງ ຖ້າ​ເຮົາ​ຂຽນ​ຄຳ​ວ່າ (ຮູ​ ​ແລະ ງູ), ຖ້າ​ຂຽນ​ດ້ວຍ​ມື ເຮົາ​ຈະ​ເຫັນ​ວ່າ ສະຫຼະ (xູ) ທີ່​ໄປ​ກັບ ພະຍັນຊະນະ (ຮ) ຈະ​ຢູ່​ສູງ​ກ່ວາ​ໄປ​ນຳ​ພະຍັນຊະນະ (ງ). ເພື່ອ​ໃຫ້​ຄອມ​ພິວ​ເຕີ​ເຂົ້າ​ໃຈ ​ເຮົາ​ຕ້ອງ​ໃສ່ ຄຳ​ສັ່ງ Mark to Base ບອກ​ໃຫ້​ຮູ້​ວ່າ ​ເມື່ອ ສະຫຼະ (xູ) ຫາກ​ໄປ​ກັບ ພະຍັນຊະນະ (ງ) ແມ່ນ ໃຫ້ ຍັບ​ລົງ​ລຸ່ມ​ໄປ​ຢູ່​ປາຍ​ຫາງ ພະຍັນຊະນະ (ງ).

• ການ​ປັບ​ປ່ຽນ​ບ່ອນຢູ່​ຕາມ​ການ​ກຳນົດ (Mark to Mark): ຕົວຢ່າງ​ຖ້າ​ເຮົາ​ຂຽນ​ຄຳ​ວ່າ (ມ້າ ​ແລະ ມື້), ຖ້າ​ຂຽນ​ດ້ວຍ​ມື ເຮົາ​ຈະ​ເຫັນ​ວ່າ ວັນນະ​ຢຸດ (x້) ທີ່​ໄປ​ກັບ ພະຍັນຊະນະ (ມ) ຈະ​ຢູ່​ຕ່ຳ​ກ່ວາ​ໄປ​ນຳ​ສະຫຼະ (xື). ເພື່ອ​ໃຫ້​ຄອມ​ພິວ​ເຕີ​ເຂົ້າ​ໃຈ ​ເຮົາ​ຕ້ອງ​ໃສ່ ຄຳ​ສັ່ງ Mark to Mark ບອກ​ໃຫ້​ຮູ້​ວ່າ​ເມື່ອ​ໃດ ວັນນະຍຸດ ຫາກ​ໄປ​ກັບ ສະຫຼະ ທັງ​ເທີ​ງນັ້ນ ໃຫ້​ມັນ​ຍັບ​ຂື້ນ​ໄປ​ຢູ່​ທາງ​ເທີ​ງ ຫຼື​ທາງ​ຂ້າງ ຂອງ​ສະຫຼະ​ນັ້ນ.

3. ໜ້າ​ຕາ​ຂອງ​ໂຕ​ພີ​ມພາສາ​ລາວ (Lao Font feature):

_ ຄຸນ​ລັກສະນະ ຂອງ​ແຕ່ລະ​ຮູບ​ຕົວ​ໜັງສື​ລາວ.

ຄຸນ​ລັກສະນະ ຂອງ ຮູບ​ຕົວ​ໜັງສື​ລາວ ສາມາດ ​ແບ່ງ​ອອກ​ເປັນ 6 ໝວດ​ຄື:

1. ໝວດ​ຢູ່​ເທີ​ງສຸດ (Above1): ​ໄດ້​ແກ່ ວັນນະ​ຢຸດ ​ແລະ ​ໄມ້​ກະ​ລັນ: ່, ້, ໊, ໋, ໌.

2. ໝວດ​ຢູ່​ເທີ​ງທີ່​ສອງ: ​​ໄດ້​ແກ່​ສະຫຼະທັງ​ເທິງ​ຄື: ົ, ັ, ໍ, ິ, ີ, ຶ, ື.

3. ໝວດ​ທີ່ຢູ່​ເສັ້ນລັກ (Base line): ​ໄດ້​ແກ່ ພະຍັນຊະນະ, ສະຫຼະ​ທາງ​ໜ້າ ​ແລະ ທາງ​ຫຼັງ ​ແລະ ​ເຄື່ອງໝາຍ​ພິ​ເສດ, ​ເຊີ່ງ ສາມາດ​ແບ່ງ​ອອກ​ເປັນ​ສາມ​ຈຸ​ຄື:

_ ພະຍັນຊະນະ​ທີ່​ມີ​ຄວາມ​ສູງ​ທຳ​ມະ​ດາ: ກ, ຂ, ຄ, ຈ, ສ, ຍ, ດ, ຕ, ທ, ນ, ບ, ຜ, ພ, ມ, ຣ, ລ, ວ, ຫ, ອ, ຮ

_ ພະຍັນຊະ​ນະທີ່​ສູງ​ກາຍ​ມາລະດັບ​ສອງ: ປ, ຝ, ຟ, ຢ, ໄ, ໃ, ໂ ​ເຊີ່ງ​ຕ້ອງ​ໄດ້ Kerning

_ ພະຍັນຊະນະ ທີ່​ຍາວ​ລົງ​ມາ ລະດັບ​ສີ່: ຊ, ຖ, ງ, ຽ. ເຊີ່ງ​ຕ້ອງ​ໄດ້ Mark to base

4. ໝວດ​ທີ່ຢູ່​ຕໍ່າ​ທີ່ 1: ​ໄດ້​ແກ່​ພະຍັນຊະນະ " ຼ"

5. ໝວດ​ທີ່ຢູ່​ຕ່ຳ​ທີ່​ສອງ 2: ​ໄດ້​ແກ່ ສະຫຼະ​ຢູ່​ທາງ​ລຸ່ມ: "ຸ", 'ູ'

6. ໝວດ​ທີ່​ຕ້ອງການ ກຳນົດ​ຄຸນ​ລັກສະນະ​ພິ​ເສດ: ​ໄດ້​ແກ່​ສະຫຼະ "ໍາ"


ຕົວຢ່າງການ kerning


ຕົວຢ່າງ Mark to Base Positioning


ຕົວຢ່າງ Mark to Mark Positioning


ຕາຕະລາງຕົວ​ໜັງສື​ລາວ​ໃນ​ລະບົບ​ຄອມ​ພິວ​ເຕີ

Lao Character Set

I. ນິຍາມ

ຕົວໜັງສື (Character) ແມ່ນ​ອົງ​ປະກອບ​ນ້ອຍ​ທີ່​ສຸດ ຂອງ​ການ​ຂຽນ​ພາສາ ທີ່​ມີ​ຄຸ່ນຄ່າ​ໃນ​ການ​ໃຫ້​ຄວາມ​ໝາຍ​ຂອງ​ຄຳ, ​ເຊິ່ງອ້າງ​ອິງ​ເຖີງ ຄວາມ​ໝາຍ ອາການ ​ແລະ/ຫຼື ຮູບ​ຮ່າງ, ​ເພາະ​ຢູ່​ໃນ​ຕາຕະລາງ​ຕົວ​ໜັງສື​ນັ້ນ ມັນ​ມີ​ຄວາມ​ຈຳ​ເປັນ ທີ່​ຈະ​ຕ້ອງ​ໃຫ້​ຜູ້​ອ່ານ​ສາມາດ​ເຂົ້າ​ໃຈ ຄວາມ​ໝາ​ຍຂອງ​ແຕ່​ລະ​ຕົວ​ໜັງສື​ໄດ້.

ຂໍ້​ມູນ​ຂ່າວສານ ທີ່​ບັນຈຸ​ໃນ​ຄອມ​ພິວ​ເຕີ ແມ່ນ​ເປັນ​ລັກສະນະ​ຕົວ​ເລກ​ຖານ​ສອງ (ຄື​ 0 ກັບ 1), ​​ໂດຍ​ຄອມ​ພິວ​ເຕີ "map" ຈະ​ໃຫ້ແຕ່ລະຄ່າ​ຕົວ​ເລກ ​ແທ່ນຕົວ​ໜັງສືນັ້ນໆ, ​ເຊີ່ງ​ໂດຍ​ທົວ​ໄປ​ແລ້ວ ​ເອີ້ນ​ວ່າ ຕາຕະລາງ​ຕົວໜັງສື ​ບັນທຶກໃນ​ລະບົບ​ຄອມ​ພິວ​ເຕີ (Character Set or the Code Page). The Character set ແມ່ນ​ການບັນທຶກ​ເປັນ​ລໍາ​ດັບ ຂອງ​ຕົວໜັງສື (ພະຍັນ​ຊະ​ນະ/ຕົວ​ເລກ ​ແລະ ​ເຄື່ອງໝາຍ) ທີ່​ນຳ​ໃຊ້​ເພື່ອ​ທຽບ​ຕົວ​ໜັງສື​ໃນ​ແປ້ນ​ພີ​ມ, ​ເພື່ອ​ສະ​ແດງ​ຕົວ​ໜັງສື​ໃນ​ຈໍ​ພາບ, ​ແລະ ​ເພື່ອ​ແລກປ່ຽນ​ຕົວ​ໜັງສື ໃນ​ຮູບ​ແບບ​ດີ​ຈີ​ຕັນ (ຕົວ​ເລກ). ຖ້າ​ປັດ​ສະ​ຈາກ Character Set ແລ້ວ ​ແມ່ນບໍ່​ສາມາດ ທີ່​ຈະ ​ປ້ອນ​ເຂົ້າ, ພີ​ມອອກ, ບັນທຶກ ​ແລະ ຂົນ​ສົ່ງ ຂໍ້​ມູນ​ຂ່າວສານ​ເລົ່າ​ນັ້ນ ໃນ​ລະບົບ​ຄອມ​ພິວ​ເຕີ ແລະ ​ເຄື່ອງ​ເອ​ເລັກ​ໂທຼນິກ ອື່ນໆ ໄດ້​ຢ່າງ​ເດັດຂາດ.

ASCII (American Standard Code for Information Interchange) ກຳນົດ​ຂື້ນ​ໃນ​ປີ 1968 ໂດຍ ສະ​ຖາ​ບັນ​ມາດຕະຖານ​ແຫ່ງ​ຊາດ ອາ​ເມ​ລິ​ກາ (ANSI) ເຊີ່ງ​ບັນຈຸ​ແຕ່ ຕົວໜັງສື​ພາສາ​ອັງກິດ. ໃນ​ຕາຕະລາງ​ນີ້ ໄດ້​ຂະຫຍາຍ​ອອກ​ເປັນ 8 bit ເພື່ອ​ບັນຈຸ ຕົວ​ໜັງສື ພາສາລາຕີ​ນອື່ນໆ ທີ່​ມີ​ການ​ນຳ​ໃຊ້​ໃນທະວິບ​ເອີ​ລົບ ​​ແລະ ອາ​ເມ​ລິ​ກາ​ໄຕ້, ​ແຕ່​ມັນ​ບໍ່​ໄດ້​ອອກ​ແບບ​ມາ​ເພື່ອ​ຮັບ​ໃຊ້​ຢ່າງ​ສົມບູນ ສຳລັບ​ພາສາ​ລາວ ​ແລະ ພາສາ​ອື່ນໆ ໃນ​ອາຊີ. ສະນັ້ນ​ແຕ່​ລະ​ພາສາ​ ຈຶ່ງ​ສ້າງ ລະຫັດ​ຕາຕະລາງ​ຕົວ​ອັກສອນ 8 bit ຂອງ​ຕົນ​ເອງ ​ໂດຍ​ນຳ​ໃຊ້ໂຄ່ງ​ຮ່າງ​ຂອງ ASCII, ​ແ​ຕ່ຈະ​ປ່ຽນ​ແທນ​ຕົວ​ອັກສອນ​ພາສາ​ອັງກິດ ​ແລະ ລາຕີ​ນ ມາ​ເປັນ​ພາສາ​ຂອງ​ຕົນ.

Unicode ແມ່ນ​ຕາຕະລາງ​ຕົວ​ອັກສອນ​ຫລາຍໆ​ພາສາ​ນຳ​ກັນ (universal character encoding), ​ເຊີ່ງ​ສ້າງ​ຂື້ນ ແລະ ບຳລຸງ​ຮັກສາ​ໂດຍ ສະມາຄົມ Unicode. ມາດຕະຖານ​ລະຫັດ​ຕາຕະລາງ​ນີ້ ແມ່ນຮັບ​ໃຊ້​ການ​ຜະລິດ​ຂໍ້​ມູນ​ຂ່າວສານ​ໃນ​ຂັ້ນຜື້ນຖານ, ການບັນທຶກ ​ແລະ ການ​ແລກປ່ຽນ ຂໍ້​ມູນ​ຕົວ​ໜັງສື ໃນ​ແຕ່​ລະ​ພາສາ ຢູ່​ໃນ​ທຸກ ​ຊອບ​ແວລຸ້ນ​ໃໝ່ ແລະ ​ໃນ​ລັກ​ການ​ຂອງ​​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ. ມີ​ແຕ່ຕາຕະລາງ Unicode ເທົ່າ​ນັ້ນ ທີ່ສາມາດ​ບັນທຶກ​ຕົວ​ອັກສອນ ໄດ້ຢ່າງ​ຫລວງຫລາຍ. ທຸກ​ຕົວ​ອັກສອນ​ແມ່ນ​ສາມາດ​ເຂົ້າ​​ເຖີງ​ໄດ້​ຢ່າງ​ສະ​ເໝີ​ພາບ​ກັນ ແລະ ກຸ່ມ​ຕົວ​ອັກາ​ອນ ແມ່ນ​ບໍ່​ໄດ້​ມີ​ການ​ສື່​ຄວາມ​ໝາຍ ​​ເມື່ອມີ​ການ​ນຳ​ໃຊ້ ໃນ​ຊອບ​ແວ​ທີ່​ຮັບຮອງ Unicode. ຕົວ​ໜັງສື ໃນ​ຕາຕະລາງ Unicode ອາດ​ຈະ​ຖຶກບັນທຶກ​ຕັ້ງ​ແຕ່ ລະຫັດ U+0000 ເຖີງ U+10FFFF. Unicode ແມ່ນ 16 bit ຕາຕະລາງ​ຕົວໜັງສື, ​ເຊີ່ງ​ປະ​ກອບ​ດ້ວຍ 4 ລຳດັບ​ຄື​ດັ່ງ​ລຸ່ມ​ນີ້:

• Abstract Character Repertoire: ​ແມ່ນ ສ່ອນ​ຂອງ​ຕົວ​ໜັງສື ທີ່​ຈະ​ບັນທຶກ​ເຂົ້າ​ໃນ​ຕາຕະລາງ, ຕົວຢ່າງ ຕົວ​ອັກສອນ ຫຼື ເຄື່ອງໝາຍ.

• Coded Character Set: ​ແມ່ນ​ການ​ໃຫ້​ຄ່າ​ຕົວ​​ເລກ ​ໃຫ້​ແກ່ ບັນດາ ສ່ວນ​ຂອງ​ຕົວ​ໜັງສື​ທີ່​ບັນທຶກ​ໃນ​ຕາຕະລາງ

• Character Encoding Form: ​ແມ່ນ​ທຽບ ຕົວ​ເລກທີ່​ເປັນ​ອົງ​ປະກອບ ກັບ​ລຳດັບ ຂອງ​ລະຫັດ​ໃດ​ໜຶ່ງ ທີ່​ມີ​ຄຸນ​ລັກສະນະ ກ່ຽວ​ກັບ ຄວາມ​ກ້ວາງ

• Character Encoding Scheme: ​ແມ່ນ​ການ​ປ່ຽນ​ກັບ​ຄືນ ຂອງ​ລະຫັດມາ​​ຄ່າ​ເດີມ

II. ຕົວ​ໜັງສື​ລາວ:

ໜັງສື​ລາວ ມີ​ຕົ້ນ​ກຳ​ເນິດ​ມາ​ຈາກ ພາສາ ບາ​ລີ ແລະ ສັນສະກິດ, ​ເຊີ່ງ​ຕົວ​ອັກສອນ​ທີ່​ນຳ​ໃຊ້ໃນ​ການ​ສື່ສານ ແມ່ນ​ມີ​ເຄົ້າມາ​ຈາກ ພາສາ​ສັນສະກິດ, ສ່ວນຕົວ​ອັກ​ສອນ​ທີ່​ມີ​ເຄົ້າມາ​ຈາກ​ພາສາ​ບາ​ລີ ແມ່ນ​ນຳ​ໃຊ້ໃນ ພາສາ​ທັມ. ຕົວ​ອັກສອນ​ລາວ ປະກອບ​ມີ 56 ຕົວ​ໜັງສື ແລະ ​ເຄື່ອງໝາຍ ​ເຊີ່ງ​ປະກອບ​ມີ: 33 ພະຍັນ​ຊະນະ, 28 ສະຫຼະ, 4 ວັນນະຍຸດ, 3 ເຄື່ອງໝາຍພິ​ເສດ ​ແລະ 10 ຕົວເລກ​ລາວ.

1. ພະຍັນຊະນະ:

​ໃນ​ຈຳນວນ 33 ພະຍັນຊະນະ​ຂອງ​ພາສາ​ລາວ ລວມມີ 27 ພະຍັນຊະນະ​ດ່ຽວ ​ແລະ 6 ພະຍັນ​ຊະນະ​ປະສົມ.

1.1 ພະຍັນຊະນະ​ດ່ຽວ ​ແມ່ນ​ມີ​ຄື:

ກ(1); ຂ(2); ຄ(3); ງ(4); ຈ(5); ສ(6); ຊ(7); ຍ(8); ດ(9); ຕ(10); ຖ(11); ທ(12); ນ(13); ບ(14); ປ(15); ຜ(16); ຝ(17); ພ(18); ຟ(19); ມ(20); ຢ(21); ຣ(22); ລ(23); ວ(24); ຫ(25); ອ(26); ຮ(27);

1.2 ພະຍັນຊະນະ​ປະສົມ ​ແມ່ນ​ມີ​ຄື:

ຫ(24) + ງ(4) = ຫງ(28); ຫ(24) + ຍ(8) = ຫຍ(29); ຫ(24) + ນ(13) = ໜ(30)

ຫ(24) + ມ(20) = ໝ(31); ຫ(24) + ລ(22) = ຫລ or ຫຼ (32); ຫ(24) + ວ(23) = ຫວ(33)

2. ສະຫຼະ ​ແມ່ນ​ມີ​ຄື: ◌ະ(1); ◌າ(2); ິ(3); ີ(4); ຶ(5); ື(6); ຸ(7); ູ(8); ເ◌ະ(9); ເ◌(10); ແ◌ະ(11); ແ◌(12); ໂ◌ະ(13); ໂ◌(14); ເ◌າະ(15); ໍ(16); ເິ(17); ເີ(18); ເັຽ(19); ເ◌ຽ(20); ົວະ(21); ົວ(22); ເຶອ(23); ເືອ(24); ໄ◌(25); ໃ◌(26); ຳ (27); ເົາ(28).

3. ວັນນະ​ຢຸດ ​ແມ່ນ​ມີ​ຄື: x່ x້ x໊ x໋

4. ເຄື່ອງໝາຍ​ພິ​ເສດ: "ໆ"; "ຯ"; "໌"

5. ຕົວ​ເລກ​ລາວ: ໐; ໑; ໒; ໓; ໔; ໕; ໖; ໗; ໘; ໙

III. ຕາຕະລາງຕົວ​ໜັງສື​ລາວ ​ໃນ​ລະບົບ ຄອມ​ພິວ​ເຕີ (Lao Code Page)

ຕາຕະລາງ​ຕົວ​ໜັງສື​ລາວ ​ໃນ​ລະບົບ ຄອມ​ພິວ​ເຕີ ປະກອບ​ດ້ວຍ ພະຍັນຊະນະ, ສະຫຼະ, ວັນນະ​ຢຸດ, ​ເຄື່ອງໝາຍ​ພິ​ເສດ ​ແລະ ຕົວ​ເລກ​ລາວ, ​ເຊີ່ງ​ມັນ​ປະກອບ​ດ້ວຍ​ ການ​ຮວມຕົວ ຂອງ​ຫລາຍ​ຮູບ​ຮ່າງ​ຕົວ​ໜັງສື. ສ່ວນ​ພະຍັນຊະນະ ​ແລະ ສະຫຼະ ປະສົມນັ້ນ ແມ່ນບໍ່​ສາມາດ ບັນທຶກ​ເຂົ້າ​ໃນ​ຕາຕະລາງ​ຕົວ​ໜັງສືໄດ້, ໂດຍ​ທົວ​ໄປ​ແລ້ວ ຈຳນວນ ຕົວ​ໜັງສື ທີ່​ມີ​ໃນ​ຕາຕະລາງ ຈະ​ມີ​ຈຳນວນ​ໜ້ອຍ​ກ່ວາ ຕົສໜັງສື ທີ່​ມີ​ໃນ​ລັກ​ໄວ​ຍະ​ກອນ. ເພາະວ່າ ລະບົບ​ຄອມ​ພິວ​ເຕີ ບໍ່​ອະນຸຍາດ ​ໃຫ້ ສ້າງ ບັນທຶກ​ ພະຍັນຊະນະ​ປະສົມ ​ແລະ ສະຫຼະ​ປະສົມ ​ເຂົ້າ​ໃນ​ຕາຕະລາງ. ສະນັ້ນສ່ວນ​ຫລາຍ​ແລ້ວ ​ຕົວ​ໜັງສື​ລາວ ທີ່​ມີ​ໃນ​ຕາຕະລາງ ​ແມ່ນມີ​ຈຳນວນ 65 ຕົວ, ​ເຊີ່ງ​ປະກອບ​ມີ ພະຍັນຊະນະ​ດ່ຽວ 27 ຕົວ, ພະຍັນ​ຊະ​ນະ​ປະສົມ ທີ່​ມີ​ຮູບ​ເປັນ​ພະຍັນຊະນະ​ດ່ຽວ 3 ຕົວ, ສະຫຼະ​ດ່ຽວ 18 ຕົວ, ວັນນະ​ຢຸດ 4 ຕົວ, ​ເຄື່ອງໝາຍ​ພິ​ເສດ 3 ຕົວ ​ແລະ ຕົວ​ເລກ​ລາວ 10 ຕົວ.

​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ມີ​ການ​ພັດທະນາ ຕາຕະລາງ​ຕົວ​ໜັງສື​ລາວ ອອກ​ຫລາຍ​​ສົມຄວນ ເພື່ອ​ສາມາດ ນຳ​ໃຊ້​ຕົວ​ໜັງສື​ລາວ ​ໃນ​ລະບົບ ປະຕິບັດ​ການ DOS ແລະ Windows ເຊັ່ນ: ​ໂປຼ​ແກຼມ LSWIN, IBM​8​1033, Alice, Hongkard ແລະ ອື່ນໆ. ແຕ່​ມັນ​ມີ​ບັນຫາ​ຢູ່​ບ່ອນ​ວ່າ ຕົວ​ໜັງສື​ດຽວ​ກັນ ກັບ​ພັດ​ຢູ່​ໃນ​ຕຳ​ແໜ່​ງ​ໃນ​ຕາຕະລາງ ທີ່​ແຕກ​ຕ່າງ​ກັນ ແລະ ບາງ​ຕາຕະລາງ​ກໍ່​ມີ​ໂຄງ​ສ້າງ​ທີ່​ແຕກ​ຕ່າງ​ກັນ. ເຊີ່ງ​ຖ້າ​ພວກ​ເຮົາ​ສ້າງ​ເອກ​ກສານ ໃນ​ເຄື່ອງ​ຄອມ​ພິວ​ເຕີ​ ທີ່ນຳ​ໃຊ້ລະຫັດ​ຕາຕະລາງ​ຕົວ​ໜັງສືແບບທີ່ໜຶ່ງ, ຈາກ​ນັ້ນ ກ່າຍ​ໃຊ້​ແຜ່ນດິດສະ​ແກ​ັດ ​ແລ້ວ​ເອົາ​ມາ​ເປິ​ດ​ໃນ​ເຄື່ອງ​ຄອມ​ພິວ​ເຕີ ທີ່​ນຳ​ໃຊ້​ລະຫັດ​ຕາຕະລາງ​ຕົວ​ໜັງສື​ແບບ​ທີ່​ສອງ, ພວກ​ເຮົາ​ກໍ່​ຈະ​ປະກົດ​ເຫັນ​ວ່າຕົວ​ໜັງສື ຂອງ​ເອກ​ກສານ ນັ້ນ ຈະ​ເປັນ​ຮູບ​ສີ່​ຫລ່ຽມ ທັ້ງນີ້​ກໍ່​ຍ້ອນ ທັງ​ສອງ​ຕາຕະລາງ​ນັ້ນ ມີ​ໂຄງ​ສ້າງ​ຂອງ​ຕົວ​ໜັງສື​ທີ່​ແຕກ​ຕ່າງ​ກັນ.

​ສັງ​ລວມ, ​ສາມາດ ຈຳ​ແນ​ກ ຕາຕະລາງ​ຕົວ​ໜັງສື​ລາວ ອອກ​ເປັນ ສາມ​ປະ​ເພດ​ຄື::

1. Upper ASCII structure:

​ເປັນ​ເຕັກ​ໂນ​ໂລ​ຊີ​ທີ່​ງ່າ​ຍດາຍ, ​​ເຊີ່ງ​ພຽງ​ແຕ່ ປ່ຽນ​ແທ່ນ ຕົວ​ໜັງສື ອັງກິດ ດ້ວຍ ຕົວ​ໜັງສື​ລາວ ​ແລະ ນຳ​ໃນ​ໃຊ້​ແປ້ນ​ພີ​ມ ພາສາ​ອັງກິດ ​ເພື່ອ​ມາ​ຂຽນ​ພາສາ​ລາວ. ເຊິ່ງຕົວ​ໜັງສື​ລາວ ​ແມ່ນ​ຈະ​ເລີ້ມ​ແຕ່​ຕຳ​ແໜ່​ງ 65 ຂອງ​ຕາຕະລາງ ຈົນ​ເຖີງສຸດ​ທ້າ​ຍ. ແຕ່​ການ​ນຳ​ໃຊ້​ຕາຕະລາງ​ແບບ​ນີ້ ຈະ​ພົບ​ບັນຫາ​ຢູ່​ບ່ອນວ່າ ຖ້າ​ພວກ​ເຮົາຢາກ​ຂຽນ​ຂໍ້​ມູນ ທີ່​ມີ​ພາສາ​ລາວ ​ແລະ ພະ​ສາ​ອັງກິດ​ປົນ​ກັນນັ້ນ, ພວກ​ເຮົາ ກໍ່​ຕ້ອງ​ໄດ້​ປ່ຽນ​ຮູບ​ແບບ​ຂອງ​ແປ້ນ​ພີ​ມ ແລະ ຕາຕະລາງ​ຕົວ​ໜັງສື ຈາກ​ລາວແລະ ອັງກິດ ຕາມ​ລຳດັບ.

2. Lower ASCII structure:

​ເພື່ອ​ເປັນ​ການ​ແກ້​ໄຂ​ບັນຫາ ​ໃນ​ການ ປຽນ​ແປ້ນ​ພີ​ມ ​ແລະ ຕາຕະລາງ ​ເມື່​ອ​ເວລາ ຂຽນ​ພາສາ​ລາວ ​ແລະ ພາສາ ອັງກິດ​ນຳ​ກັນ, ຈຶ່ງ​ໄດ້​ພັດທະນາ ຕາຕະລາງ 8 bit ຂອງ​ຕົວ​ໜັງສື​ລາວ, ​ໂດຍ​ການ​ເອົາ​ຕົວ​ໜັງສື​ລາວ ປ່ຽນ​ແທນ​ບ່ອນຢູ່ ຂອງ ຕົວ​ໜັງສື ພາສາ​ລາຕີ​ນ, ​ໂດຍ​ທີ່​ຕົວ​ໜັງສື​ລາວ ຈະ​ຖຶກບັນຈຸ​ເຂົ້າ​ໃສ່​ຫ້ອງ ທັດ​ຈາກ ຕົວ​ໜັງສື ສຸດ​ທ້າຍ ຂອງ​ພາສາ​ອັງກິດ. ແຕ່​ມັນ​ຕ້ອງການ ໃຫ້​ມີ​ໂປຼ​ແກຼມສະ​ເພາະ ​ໃນ​ການ ເອີ້ນ​ເອົາ​ຕົວ​ໜັງສື​ລາວ ອອກ​ມາ​ນຳ​ໃຊ້. ເນື່ອງ​ຈາກ​ມັນ​ຍັງ​ມີ​ຫ້ອງ​ເປົ່າ​ຫວ່າງ​ຫລາຍ, ນັກ​ຜະລິດ ຈຳນວນ​ໜຶ່ງ ຈຶ່ງ​ໄດ້ບັນຈຸ ພະຍັນ​ຊະນະປະສົມ, ສະຫຼະປະສົມ ​ແລະ ສະຫຼະ​ປະສົມ​ວັນນະ​ຢຸດ ​ໃສ່​ໃນ​ຕາຕະລາງ ​ເພື່ອ​ຄວາມ​ສະດວກ​ໃນ​ການ​ຂຽນ​ພາສາ​ລາວ. ສະນັ້ນ ຈຶ່ງ​ເຮັດ​ໃຫ້ ບາງ​ຕາຕະລາງ​ນັ້ນ ມີ​ຈຳນວນ​ຕົວ​ໜັງສືລາວ ຫລາຍ​ກ່ວາ ຈຳນວນ​ທີ່​ມີ​ໃນ​ລັກ​ໄວ​ຍະ​ກອນ.

​ແຕ່​ວ່າ​ວິທີ​ການ​ນີ້​ກໍ່​ຍັງ​ມີ​ບັນຫາ​, ​ເພາະ ມີ​ຄວາມ​ຈຳ​ເປັນ ຈະ​ຕ້ອງ​ໄດ້​ປັບປຸງ​ໂປຼ​ແກຼມ​ເອີ້ນ​ໃຊ້​ພາສາ​ລາວ​ທຸກ​ຄັ້ງ ​ເມື່ອ​ເວລາ ມີ​ການ​ຜະລິດ​​ໃໝ່ ຫຼື ຍົກ​ລະດັບ ຊອບ​ແວ. ເຊີ່ງ​ຜູ້​ຜະລິດ​ສ່ວນ​ຫລາຍ​ແລ້ວ​ກໍ​ຈະ​ໃຊ້​ເວລາ ຫລາຍ​ກ່ວາ​ໜຶ່ງ​ປີ ເພື່ອ ຈະ​ສາມາດ ປັບປຸງ​ໃຫ້​ນຳ​ໃຊ້​ໄດ້​.

3. Lao Unicode structure:

​ໃນ​ປີ 1993 ອົງການ​ມາດຕະຖານ​ສາກົນ ໄດ້​ສ້າງ ມາດຕະຖານ​ສາກົນ​ກ່ຽວ​ກັບ ຕາຕະລາງ​ຕົວ​ໜັງສື​ທີ່​ມີ​ຫລາຍ​ພາສາ ທີ່​ພວກ​ເຮົາ​ຮູ້​ໃນ​ນາມ ISO​ 10646 ແລະ ກໍ່​ໄດ້​ມີ​ການ​ໂອນ​ປ່ຽນ​ມາ​ເປັນ Unicode. ບໍ່​ຮູ້​ວ່າ ມັນ​​ເປັນ​ການ​ໂຊກ​ດີ ຫຼື ໂຊກ​ຮ້າຍ ສຳລັບ ພາສາລາ​ວ ຂອງ​ພວກ​ເຮົາ ທີ່​ທາງ​ອົງການ​ສາກົນ ໄດ້ບັນຈຸ​ພາສາ​ລາວ ​ເຂົ້າ​ໃນ​ລະບົບ​ຕາຕະລາງ​ດັ່ງກ່າວ ຕັ້ງ​ແຕ່​ລິ​ເລີ້ມ​ສ້າງຕັ້ງຕາຕະລາງ, ​ໂດຍ​ບໍ່​ຮູ້​ວ່າ​ແມ່ນ​ໃຜ​ເປັນ​ຜູ້​ສະ​ເໜີ.

ຢູ່​ໃນ​ຕາຕະລາງ​ນີ້​ປະກອບ​ມີ 65 ເຄື່ອງ​ໝາຍ ຂອງຕົວ​ໜັງສື​ລາວ ​ເຊີ່ງ​ທັງ​ໝົດ​ກໍ່​ລ້ວນ​ແຕ່​ບັນຈຸ​ຢູ່​ໃນ​ລັກ​ໄວ​ຍະ​ກອນ​ລາວ ​ເຊີ່ງ​ໄດ້​ແກ່: 27 ພະຍັນຊະນະ​ດ່ຽວ, 03 ພະຍັນຊະນະ​ປະສົມ​ທີ່​ເປັນ​ຮູບ​ດ່ຽວ, 18 ສະຫຼະ​ດ່ຽວ, 04 ວັນນະ​ຢຸດ, 03 ເຄື່ອງໝາຍ​ພິ​ເສດ ​ແລະ 10 ຕົວ​ເລກ​ລາວ.

ຢູ່​ໃນ​ຕາຕະລາງ Unicode, ຕົວ​ໜັງສື​ລາວ​ແມ່ນ​ໄດ້​ຖຶກບັນຈຸ​ໃສ່ ໃນ​ຫ້ອງທີ່ 0x0E80 ຫາ 0x0EFF, ​ເຊີ່ງ​ບໍ່​ມີ​ພາສາ​ອື່ນ​ໃດ​ທີ່​ຈະ​ມາ​ບັນຈຸ​ໃສ່​ບັນດາ​ຫ້ອງ​ທີ່​ຈັດ​ຫາ​ເລົ່າ​ນີ້. ສ່ວນ​ເຄື່ອງໝາຍ ​ແລະ ຕົວ​ເລກ​ອາ​ລັບ ທີ່​ນຳ​ໃຊ້​ໃນ​ພາສາ​ລາວ​ນັ້ນ ແມ່ນ​ຖຶກບັນຈຸ​ໃນ​ຫ້ອງ 32 ຫາ 255. ແຕ່​ຜູ້​ທີ່​ນຳ​ສະ​ເໜີ​ຕາຕະລາງ​ຕົວ​ໜັງສື​ລາວ​ນັ້ນ ໄດ້​ມີ​ການຈັດ​ລຽງ​ລຳດັບ​ຕົວ​ອັກສອນ​ລາວ ບົນ​ພື້ນຖານ​ທຽບ​ສຽງ​ກັບ​ຕົວ​ອັກສອນ​ໄທ, ​ແຕ່​ເນື່ອງ​ຈາກ​ວ່າ ພາສາ​ໄທ ມີ​ຈຳນວນ​ຕົວ​ອັກສອນ ຫລາຍ​ກ່ວາ​ພາສາ​ລາວ, ​​​ຖ້າ​ກໍລະນີ ຕົວ​ອັກສອນ​ລາວ​ຕົວ​ໃດ ທີ່​ບໍ່​ມີ​ສຽງ​ຄື​ກັບຕົວ​ອັກສອນ​ໄທ​ແລ້ວ, ຜູ້​ສະ​ເໜີກໍ່​ປະ​ຕາຕະລາງ​ເປັນ​ຫ້ອງ​ວ່າງ​ເປົ່າ. ເຖີງ​ແມ່ນ​ວ່າພວກ​ເຮົາ​ບໍ່​ສາມາດ ​ເຮັດ​ການຈັດ​ລຽງ​ພາສາ​ລາວ ​ໂດຍ​ອີງ​ຕາມ​ໂຄງ​ສ້າງ ຂອງຕາຕະລາງ​ພາສາ​ລາວ​ໃນ Unicode ໄດ້, ​ແຕ່​ຕາຕະລາງ​ດັ່ງກ່າວ ກໍ່​ໃຫ້​ພວກ​ເຮົາ​ສາມາດ​ຂຽນ​ ພະຍາງ ​ແລະ ຄຳ​ສັບ​ໃນ​ພາສາ​ລາວ ​ໄດ້​ທັງ​ໝົດ.

ບັນຫາ​ຕາຕະລາງ​ພາສາ​ລາວ ​ໃນ​ລະບົບ Unicode

1) ໂຄງ​ຮ່າງ​ຂອງ​ຕາຕະລາງ ​ແມ່ນ​ອິງ​ໃສ່ ຕາຕະລາງ​ພາສາ​ໄທ, ​ເຊີ່ງ​ບາງ​ອັນ​ກໍ່​ບໍ່​ແທດ​ເໝາະ​ກັບ​ພາສາ​ລາວ. ຕາຕະລາງ​ພາສາ​ລາວ ​ແມ່ນ​ມີ​ຫ້ອງ​ເປົ່າ​ຫລາຍ. ການຈັດ​ລຽງ​ຕົວ​ອັກສອນ​ກໍ່​ບໍ່​ເປັນ​ໄປ​ຕາມ​ລັກ​ໄວ​ຍະ​ກອນ​ລາວ, ​ເຊັ່ນ: ພະຍັນຊະນະ "ສ", ຄວນ​ວ່າງ​ໃສ່​ລະຫວ່າງ ຫ້ອງ ພະຍັນຊະນະ "ຈ" ແລະ "ຊ" , ​ແຕ່​ໃນ​ຕາຕະລາງນັ້ນ ກັບ​ໄປ​ວາງ​ໄວ້​ຫ້ອງ​ຕິດ​ກັບ​ພະຍັນຊະນະ "ຫ". ເຊີ່ງ​ຈະ​ເຮັດ​ການຈັດ​ລຽງ​ຕົວ​ໜັງສື​ ໂດຍ​ນຳ​ໃຊ້​ລະຫັດ​ຕົວ​ເລກ​ຂອງ​ຕາຕະລາງ​ແມ່ນ​ບໍ່​ຖືກຕ້ອງ.

2) ອອກສຽງ​ພິດ ລະຫວ່າງ ພະ​ຍັນ​ຊະນະ "ຝ" ແລະ "ຟ", ​ເຊີ່ງ​ຢູ່​ໃນ​ຕາຕະລາງ​ໄດ້​ລະບຸຄື: "ຝ" ຕົວ​ອັກສອນ​ລາວ FO TAM ແລະ "ຟ" ຕົວ​ອັກສອນ​ລາວ FO SUNG. ​ແຕ່​ຢູ່​ໃນ​ລັກ​ໄວ​ຍະ​ກອນ​ລາວ​ແລ້ວ "ຝ" ແມ່ນຕົວ​ອັກສອນ​ລາວ FO SUNG ແລະ "ຟ" ແມ່ນຕົວ​ອັກສອນ​ລາວ FO TAM

3) ໃສ່​ຊືຕົວ​ອັກສອນ​ "ຣ" ແລະ "ລ" ຜິດ: ຢູ່​ໃນ​ຕາຕະລາງ​ໄດ້​ລະບຸ​ຄື:"ຣ" ຕົວ​ອັກສອນ​ລາວ LO LING, ​ແຕ່​ໃນ​ລັກ​ໄວ​ຍະ​ກອນ​ລາວ ຈະ​ເອີ້ນ RO ແລະ "ລ" ຕົວ​ອັກສອນ​ລາວ LO LOOT, ​ແຕ່​ໃນ​​ໄວ​ຍະ​ກອນ​ລາວ ຈະ​ເອີ້ນ LO

4) ເອີ້ນ​ພະຍັນຊະນະ​ "ຼ" ວ່າ​ເປັນ​ເຄື່ອງໝາຍ​ພິ​ເສດ:

5) ເອີ້ນ​ສະຫຼະ "ໍ" ວ່າ​ແມ່ນ​ຕົວ​ເຄື່ອງໝາຍ​ບໍ່​ອອກສຽງ

​ແຕ່​ເຖີງຈັ່ງ​ໃດ​ກໍ່ຕາມ ບັນຫາ​ຂ້າງ​ເທີ​ງນີ້ ກໍ່​ບໍ່​ແມ່ນ​ບັນຫາ​ທາງ​ດ້າ​ນ​ເຕັກນິກ ທີ່​ຈະ​ຈຳກັດ ການຂຽນ​ພາສາ​ລາວ ​ໃນ​ຄອມ​ພິວ​ເຕີ ບໍ່​ໃຫ້​ສົມບູນ​ໄດ້. ເພາະວ່າ ​ໃນ​ຕົວ​ຈຶງ​ແລ້ວໂປູ​ແກຼມຄອມ​ພິວ​ເຕີ ຈະ​ເອີ້ນ​ຕົວ​ໜັງສື​ລາວ ຕາມ​ຕຳ​ແໜ່​ງທີ່ຢູ່, ບໍ່ແມ່ນ​ເອີ້ນ​ຕາມ​ຊື່​ຂອງ​ຕົວ​ໜັງສື.

ການ​ປູກດອກ​ມະ​ລິ

ມີ 2 ວິທີການປູກດອກມະລິ

ປະເພດເຂົ້າໃນການປູກຕົ້ນໄມ້ 

  1.  ດອກມະລິ (Grand Duke ຂອງ Tuscany).
  2. ດອກມະລິ ວັນ (jasmine ເທວະດາຜົມ).
  3. tiered ດອກມະລິ (Jasmine ເທດອາຣະເບີຍ).
  4. ຊໍ່ ດອກມະລິ (Jasmine Angelwing).
  5. Puttachart (jasmine Star).

          ດອກມະລິ ເປັນຊະນິດພືດ ແລະເປັນໄມ້ພຸ່ມຂະຫນາດນ້ອຍ ຂະຫນາດກາງ, ບາງສ່ວນຂອງ ລໍາຕົ້ນ. ແມ່ນເປືອກ ລໍາຕົ້ນ ຮອຍແຕກ 13 m ສະເກັດ ສີຂາວພຽງເລັກນ້ອຍ. ຂະຫນາດນ້ອຍ, ໄດ້ຕະຫຼອດສາຂາລໍາຕົ້ນປະມານໃບລໍາຕົ້ນໄດ້.ໃບໄດ້ຖືກຈັດຢູ່ໃນຄູ່ຕາມລໍາຕົ້ນແລະກິ່ງງ່າ, ໃບຂອງ ປ້ອມ ໄດ້. ໂຄນໃບຮຽວແຫຼມແຄມແຫຼມກ້ຽງຍ້ອນວ່າມັນເປັນສີຂຽວ. ຄວາມຫນາແຫນ້ນກວ້າງ ຂອງຍາວປະມານ 23 ຊມ, 35 ຊມ, ຊໍ່ ຂອງດອກເປັນ. ອອກໄປຫຼືງ່າມໄດ້.ດອກ ສີຂາວຂະຫນາດ ນ້ອຍທີ່ມີກີບດອກມີ 68 ກີບດອກມີຫຼາຍຈັດລຽງຕາມໃນຮູບວົງມົນຫຼື stacked ໃນຂັ້ນຕອນແລ້ວ ແຕ່ຊະນິດ. ຂະຫນາດຂອງດອກໄມ້ປະມານ 23 ຊມ, ຢູ່ໃນໄລຍະການໄດ້ຕະ ຫຼອດຂະຫນາດນ້ອຍ ຈະເປັນສີດໍາໃນເວລາທີ່ສຸກແລ້ວ, ແກ່ນແມ່ນມີລັກສະນະຂອງ 1 ແກ່ນ, ລໍາຕົ້ນແລະ ດອກຄວາມແຕກຕ່າງກັນ.ອີງຕາມຊະນິດ

ປະເທດລາວປະຊາຊົນເຊື່ອວ່າດອກມະລິບ້ານປູກເພື່ອເຮັດໃຫ້ເກີດຄວາມຮັກ nostalgic ສໍາລັບການສາທາລະນະທົ່ວໄປເນື່ອງຈາກວ່າດອກດອກມະລິ.
ຕາຕະລາງແມ່ນວັນແມ່ຂອງແມ່ນສັນຍາລັກທີ່ໃຊ້ໃນການສະແດງຄວາມຮັກຂອງພໍ່ແມ່ຂອງພວກເຂົາແລະຜູ້ທີ່ມີຄ່າສໍາລັບນອກຈາກນັ້ນຄວາມເມດຕາ, ປະເທດໄທ.
ວັດຖຸບູຮານຍັງເຊື່ອວ່າ ບ້ານໃດປູກດອກມະລິຢູ່ເຮືອນ. ຈະປະຊາຊົນໃນບໍລິສຸດໄດ້. ດອກຂອງມັນມີສີຂາວ, ສີຂາວບໍລິສຸດ, ທີ່ປະຊາຊົນໃຊ້ໃນການນະມັດສະການພຣະຜູ້ເປັນເຈົ້າປະເທດໄທ. ການລະຂົງເຂດຂອງຊາວຄວນຈະໄດ້ຮັບການຂະຫຍາຍຕົວຜູ້ປູກເຂົ້າແບ່ງເວັນຕົກສ່ຽງເຫນືອຄວນປູກໃນວັນພຸດ, ຂ້າພະເຈົ້າເຊື່ອວ່າ.
ວ່າການປູກຕົ້ນໄມ້ຈະໃຊ້ເວລາປະໂຫຍດຂອງການປູກດອກໄມ້ໃນວັນພຸດທີ່ຈະເຮັດໃຫ້ໂຊກດີເຖິງແມ່ນວ່າຫຼາຍດັ່ງນັ້ນ growers ຄວນຈະເປັນສະພາບຂອງແມ່ຍິງແມ່ນສູງ.
ຄວາມອາດສາມາດ Ah, ເພາະວ່າຫນຶ່ງໃນຜູ້ທີ່ເປັນຮັບຜິດຊອບ, ແລະຜູ້ທີ່ເຮັດດີ. ເຄົາລົບນັບຖືບຸກຄົນທີ່ໄດ້ຢູ່ຄົນດຽວ. 1. ການຮັກສາການປູກໃນ pots ໃນການຕົກແຕ່ງພາຍນອກຂອງອາຄານ. ການນໍາໃຊ້ຂະຫນາດຫມໍ້ 814 ນິ້ວມດ້ວຍຝຸ່ນຫຼືຍ່ອຍສະຫຼາຍໄດ້.
ອັດຕາສ່ວນດິນຂອງການ 1: 1: 1 ປະສົມຂອງ pots ດິນຄວນມີການປ່ຽນແປງຄັ້ງຕໍ່ປີເນື່ອງຈາກວ່າການຂະຫຍາຍຕົວຂອງຮາກແລະໃກ້ຊິດເກີນໄປທີ່ຈະມີການປ່ຽນແປງ.
potting ດິນເພື່ອທົດແທນການຊຸດໂຊມລົງໄປ.
2. ການປູກຢູ່ໃນຄໍາສັ່ງທີ່ຈະ decorate ເຮືອນແລະສວນ. ວັດຖຸບູຮານການປູກຢູ່ທີ່ເສັງເຂົ້າກັບຫນ້າທໍາອິດຂອງ. ເພື່ອຈະເປັນທີ່ດຶງດູດໃຈກັບບ້ານ

ຂຸມປູກຕົ້ນໄມ້ 30 x 30 x 30 ຊຕມ, ການນໍາໃຊ້ຝຸ່ນຫຼືຍ່ອຍສະຫຼາຍອັດຕາສ່ວນດິນຂອງ 1: 1 ປະສົມຂອງດິນ.

ດອກ​ມະ​ລິ

ຊື່​ສາ​ມັນ  :Sambac
ຊື່​ວິ​ທະ​ຍາ​ສາດ : Jasminum sambac. , Jusminum adenophyllum

ຕະ​ກຸນ : OLEACEAE

 ລັກ​ສະ​ນະ​ຂອງດອກ​ມະ​ລິ


ດອກມະລິ ເປັນຊະນິດພືດ ແລະເປັນໄມ້ພຸ່ມຂະຫນາດນ້ອຍ ຂະຫນາດກາງບາງສ່ວນຂອງລໍາຕົ້ນຂອງເຄືອເຄືອ. ລໍາຕົ້ນແມ່ນກ່ຽວກັບການ
Peel ລໍາຕົ້ນ ຮອຍແຕກ 13 m ສະເກັດ ສີຂາວພຽງເລັກນ້ອຍ. ຂະຫນາດນ້ອຍໄດ້ຕະຫຼອດສາຂາລໍາຕົ້ນປະມານໃບລໍາຕົ້ນໄດ້.
ໃບໄດ້ຖືກຈັດຢູ່ໃນຄູ່ຕາມລໍາຕົ້ນແລະກິ່ງງ່າໃບຂອງ ປ້ອມ ໄດ້. ໂຄນໃບຮຽວແຫຼມແຄມແຫຼມກ້ຽງຍ້ອນວ່າມັນເປັນສີຂຽວ.
ຄວາມຫນາແຫນ້ນກວ້າງ ຂອງຍາວປະມານ 23 ຊມ, 35 ຊມຊໍ່ ຂອງດອກເປັນ. ອອກໄປຫຼືງ່າມໄດ້.
ດອກສີຂາວຂະຫນາດນ້ອຍທີ່ມີກີບດອກມີ 68 ກີບດອກມີຫຼາຍຈັດລຽງຕາມໃນຮູບວົງມົນຫຼື ຊ້ອນ​ກັນ​ເປັນ​ຊັ້ນແລ້ວແຕ່ຊະນິດ. ຂະຫນາດຂອງດອກໄມ້

ປະມານ 23 ຊມຢູ່ໃນໄລຍະການໄດ້ຕະຫຼອດຂະຫນາດນ້ອຍຈະເປັນສີດໍາໃນເວລາທີ່ສຸກແລ້ວແກ່ນແມ່ນມີລັກສະນະຂອງ ແກ່ນລໍາຕົ້ນແລະດອກຄວາມແຕກຕ່າງກັນ.

ຊື່​ສາ​ມັນ  :Sambac ຊື່​ວິ​ທະ​ຍາ​ສາດ : Jasminum sambac. , Jusminum adenophyllum  ຕະ​ກຸນ : OLEACEAE   ລັກ​ສະ​ນະ​ຂອງດອກ​ມະ​ລິ  ດອກມະລິ ເປັນຊະນິດພືດ ແລະເປັນໄມ້ພຸ່ມຂະຫນາດນ້ອຍ ຂະຫນາດກາງ, ບາງສ່ວນຂອງລໍາຕົ້ນຂອງເຄືອເຄືອ. ລໍາຕົ້ນແມ່ນກ່ຽວກັບການ Peel ລໍາຕົ້ນ ຮອຍແຕກ 13 m ສະເກັດ ສີຂາວພຽງເລັກນ້ອຍ. ຂະຫນາດນ້ອຍ, ໄດ້ຕະຫຼອດສາຂາລໍາຕົ້ນປະມານໃບລໍາຕົ້ນໄດ້.


​ການ​ປູກ​ຫມາກ​ເຜັດ

           ຫມາກເຜັດ ແມ່ນຫນຶ່ງພືດຜັກທີ່ມີສີສັນແລະເປັນສິ່ງທີ່ຂາດບໍ່ໃນເຮືອນຄົວ ປະເທດລາວ ບໍ່ວ່າຈະເປັນສົດ ຫຼື ຈະຕາກໃຫ້ແຫ້ງ peppers chili grainy, ແຕ່ວ່າການກິນເຜັດແລະເຫັນຮ້ອນຫຼາຍ. ຈາກປະສົບການ, ແກ່ນຂະຫນາດນ້ອຍຫຼາຍ. ຈະມີຫຼາຍເຖິງແມ່ນສໍາລັບເຜັດສອງຄົນອື່ນ. ຫມາກເຜັດ ມາໃນແນວພັນຈໍານວນຫຼາຍຮ່ວມກັນ. ຊະນິດທີ່ມີຜົນປະໂຫຍດທີ່ແຕກຕ່າງກັນແລະຂໍ້ໄດ້ປຽບກັບມັນ. ໃນກໍລະນີຫຼາຍທີ່ສຸດ, ການຂະຫຍາຍຕົວຂອງ pepper ຫມາກເຜັດແລະຫມາກເຜັດອ່ອນ. ສຸດທ້າຍແມ່ນເປັນໄມ້ທົນທານຕໍ່ກັບພະຍາດແລະ pepper ສາມາດໄດ້ຮັບການພົບເຫັນຢູ່ໃນລັກສະນະ.
ຫມາກເຜັດ ເປັນທີ່ຮູ້ຈັກເປັນພືດຜັກແມ່ນປູກໄດ້ຢ່າງງ່າຍດາຍທີ່ອື່ນ. ແຕ່ຂ້າພະເຈົ້າຮູ້ວິທີການໃຊ້ ເວລາດູແລຂອງ ຫມາກເຜັດ ເຊັ່ນດຽວກັນ. ການປູກແລະສະຫວັດດີຮັກສາໄວ້. ຫມາກເຜັດ ແມ່ນບໍ່ pretty ແຕ່ປະຊາຊົນບາງຄົນບໍ່ໄດ້ບົວລະບັດ, ໃຫ້ ຫມາກເຜັດງາມ. ຂ້າພະເຈົ້າພຽງ ແຕ່ບຸກຄົນ ເຊັ່ນ ພາຍຫຼັງທີ່ຂ້າພະເຈົ້າໄວ້. ປະຊາຊົນບໍ່ໄດ້ສະຕິນ້ໍາ, ນ້ໍ ຫມາກເຜັດ ບາງເຕັມໄປອອກທັງຫມົດ. ວ່າເປັນຫຍັງ ປະຊາຊົນຜູ້ທີ່ບົວລະບັດໄດ້ ຫມາກເຜັດ ທີ່ຍິ່ງໃຫຍ່ແມ່ນໄດ້ບັນລຸຜົນນີ້ບໍ່ຫຼາຍເກີນໄປຂອງການ້ໍາມັນ.

        ແຕ່ວ່າມັນແມ່ນຍັງບໍ່ທັນຕາມພືດ ຫມາກເຜັດ ຂອງຂ້າພະເຈົ້າເອງແມ່ນທໍາມະຊາດ. ແລະຈະມັກພົບເຫັນ ໃນເຂດພື້ນທີ່ບ່ອນທີ່ແສງຕາເວັນໄດ້ແຕ່ບໍ່ມີຄວາມເຂັ້ມແຂງ. ທີ່ຂ້າພະເຈົ້າຈະໄດ້ຊອກຫາຢູ່ໃນ ການປູກ ຢາງພາລາ ຫມາກເຜັດ ປ່າທໍາມະຊາດມີເຖິງທີ່ດີ pretty ແລະມັນໄດ້ລະບາດຢ່າງ ແທ້ຈິງທີ່ມີແມງ ໄມ້ຫຼື ພະຍາດ. ໃນເວລາທີ່ ຫມາກເຜັດ ການຂະຫຍາຍຕົວດອກແລະໃບຫຼາຍກວ່າ. ຖ້າຫາກທ່ານເຫັນນີ້, ພວກ ເຮົາຕ້ອງລະເວັ້ນຈາກການນ້ໍາແລະຫຼັງຈາກນັ້ນຕາກແດດໃຫ້ແຫ້ງຫມາກເຜັດປະຕິບັດເປັນການເສຍຊີວິດ. ນີ້ອະນຸຍາດໃຫ້ຂ້າພະເຈົ້າເພື່ອເຮັດໃຫ້ບານ ຫມາກເຜັດ ຢູ່ໃນທຸກ.

ຫມາກເຜັດ


ຫມາກເຜັດ ຫມາກເຜັດ ຖືກປູກດ້ວຍແກ່ນເກັບຮັກສາໄວ້. ໂດຍການກະກຽມດິນແລະສານອາຫານທີ່ພຽງພໍ, ຫຼັງຈາກນັ້ນກັ່ນຕອງທີ່ມີຍ່ອຍສະຫຼາຍໃນຂຸມປູກຕົ້ນໄມ້ທີ່ຢູ່ທາງລຸ່ມຂອງຫມໍ້ດັ່ງກ່າວແມ່ນຫມໍ້ເອີ້ນວ່າກ່ອນທີ່ພວກເຮົາໄດ້ສານອາຫານເຂົ້າໄປໃນດິນໃນຫມໍ້ນັ້ນ, ຫຼັງຈາກນັ້ນເອົານ້ໍາໄດ້. ນ້ໍາແຊ່ເຂົ້າໄປໃນດິນກ່ອນທີ່ມັນ struck ນິ້ວມືຂອງຕົນເຂົ້າໄປໃນດິນໃນເສັ້ນຊື່ໄດ້ການຫນຶ່ງເສັ້ນ. ເຮັດໃຫ້ເມັດເຂົ້າໄປໃນການລ້າງ 5 ແກ່ນແມ່ນພຽງພໍຫຼັງຈາກ alluvium ແລະນ້ໍາອີກເທື່ອຫນຶ່ງ.

​ການ​ປູກ​ຫມາກ​ເຜັດ ຫມາກ​ເຜັດ ວິ​ທີ​ການ​ປູກ​ຫມາກ​ເຜັດ ການ​ປູກ​ໝາກ​ເຜັດ ໝາກ​ເຜັດ     ຫມາກເຜັດ

ຫຼັງຈາກ 3 ອາທິດ ຫມາກເຜັດ ຈະເລີ່ມກັບມາໃບເປັນຄວາມຈິງ 2 ຫາ 3 ໃບພວກເຮົາເລືອກ ເອົາຄວາມ ເຂັ້ມ ແຂງ ແລະອ່ອນແອ, ສະຫະລັດຄວນຈະຖອນຕົວອອກໃຫ້ເຂົາເຈົ້າທັນທີທັນໃດດັ່ງ ນັ້ນເປັນທີ່ຈະບໍ່ໃຫ້ເປັນແຫຼ່ງຄວາມອ່ອນແອຂອງເຊື້ອພະຍາດອີກເທື່ອຫນຶ່ງ. ວິທີການ brave ການເຄື່ອນ ໄຫວ, ຂ້າພະເຈົ້າບໍ່ແນະນໍາໃຫ້ມັນເພາະວ່າມັນຈະເຮັດໃຫ້ Wagga ຫມາກເຜັດ ໄດ້ຮຽກຮ້ອງໃຫ້ມີການ ຟື້ນຕົວທີ່ໃຊ້ເວລາເພີ່ມເຕີມຕໍ່ກັບສ້າງຕັ້ງຂຶ້ນ.

ການດູແລໃນຕອນຕົ້ນ ແລະ ຫມາກເຜັດ


ການດູແລໃນຕອນຕົ້ນແລະ ຫມາກເຜັດ ພວກເຮົາຄວນຈະໄດ້ຮັບການ watered ເປັນປົກກະຕິ, ໂດຍສະເພາະແມ່ນໃນລະຫວ່າງການໃນຕອນແລງຕົ້ນຂອງເບ້ຍແລະທີ່ໃຊ້ເວລາອອກດອກໃນທີ່ໃຊ້ເວລາທີ່ແຕກຕ່າງກັນ, ຫຼືຝົນຕົກຫນັກນ້ໍາມັນມີ. ພືດ ຫມາກເຜັດ ມີຄວາມທົນທານແຫ້ງແລ້ງ.

​ການ​ປູກ​ຫມາກ​ເຜັດ ຫມາກ​ເຜັດ ວິ​ທີ​ການ​ປູກ​ຫມາກ​ເຜັດ ການ​ປູກ​ໝາກ​ເຜັດ ໝາກ​ເຜັດ     ຫມາກເຜັດ