Monday, June 30, 2014

ອັດຕາແລກປ່ຽນອາຫານມາເປັນຊີ້ນ


ອັດຕາແລກປ່ຽນອາຫານມາເປັນຊີ້ນ ສົມທຽບສິ່ງທົດລອງT1&T0


 37 ວັນ
FCR
65  ວັນ
FCR
93 ວັນ
FCR
T1
577.63
3.41
1036.11
3.27
1380.14
7.17

T0

660.88

3.29
1051.89
5.30
1547.09
8.88
   


  •  ເປັດມີ ອາຍຸ  37 ວັນ,ກິນອາຫານໝົດ 577.63 ກິໂລກຼາມສາມາດໃຫ້ຊີ້ນ  3.41 ກິໂລກຼາມ,
  • ເປັດມີ ອາຍຸ  65 ວັນ,ກິນອາຫານໝົດ 1036.11 ກິໂລກຼາມສາມາດໃຫ້ຊີ້ນ  3.27 ກິໂລກຼາມ,
  • ເປັດມີ ອາຍຸ  93 ວັນ,ກິນອາຫານໝົດ 1380.14 ກິໂລກຼາມສາມາດໃຫ້ຊີ້ນ  7.17 ກິໂລກຼາມ,

Saturday, June 21, 2014

ລຳຕົ້ນ (stem) ລຳຕົ້ນພືດ



1. ລຳຕົ້ນ(stem)
        ​ແມ່ນ​ອະ​ໄວ​ຍະ​ວະ​ໜື່ງຂອງ​ພືດ​ເຊິ່ງ​ເປັນ​ສ່ວນ​ສຳຄັນ​ຂອງ​ພື​ດ ​ເປັນ​ບ່ອນ​ທີ່​ໃບ ​ແລະ ດອກ​ເກີດ​ຂື້ນ​ການຈະ​ເລີ​ນ​ເຕີບ​ໂຕ​ຂອງ​ລຳຕົ້ນ​ແມ່ນ​ມີ​ການ​ຂະຫຍາຍ​ໄປ​ທາງ​ທິດ​ກົງກັນຂ້າມ​ກັບ​ຮາກ​ລຳຕົ້ນ​ຈະ​ມີ​ຂະ ໜາດ​ຮູບ​ຮ່າງ ​ແລະ ລັກສະນະ​ຕ່າງ​ກັນ​ສ່ວນ​ຫຼາຍ​ປະກອບ​ດ້ວຍ​ແກນ​ກາງ​ທີ່​ມີ​ຮູບຊົງ​ກະບອກ, ມີ​ຂໍ້, ປ້ອງ ​ແລະ ຕາ​ເຊິ່ງ​ເປັນ​ທີ່​ເກີດ​ຂອງ​ກິ່ງ​ໃບ, ດອກ, ໝາກ​ນອກຈາກ​ນີ້​ຍັງ​ເປັນ​ຕົວ​ກາງ​ໃນ​ການ​ລຳລຽງ​ນ້ຳ ແລະ ​ແຮ່​ທາດ​ຕ່າງ​ຈາກ​ສ່ວນ​ຮາກ​ໄປ​ສູ່​ສ່ວນ​ຕ່າງ​ຂອງ​ພືດ

2. ລັກສະນະ​ຂອງ​ລຳຕົ້ນ
       ລຳຕົ້ນ​ປະກອບ​ດ້ວຍ​ຂໍ້(node), ​ເຊິ່ງ​ເປັນ​ບໍລິ​ເວນ​ທີ່​ຕາ(bud)​, ​ໃບ​ເກີດ​ຂື້ນ ແລະ ປ້ອງ(ບໍລິ​ເວນ​ລະຫວ່າງ​ຂໍ້ ແລະ ລຳຕົ້ນ), ຄວາມ​ຍາວ​ຂອງ​ປ້ອງ​ຈະ​ແຕກ​ຕ່າງ​ກັນ​ໄປ​ຂື້ນ​ກັບ​ຊະນິດ​ຂອງ​ພືດ​, ລຳຕົ້ນ​ຂອງ​ພືດ​ໃບ​ລ້ຽງ​ດ່ຽວ ​ແລະ ພືດ​ໃບ​ລ້ຽງ​ຄູ່​ທີ່​ເປັນ​ພືດ​ລົ້ມລຸກ​ຈະ​ເຫັນ​ຂໍ້ ແລະ ປ້ອງ​ຢ່າງ​ຈະ​​ແຈ້ງສ່ວນ​ລຳຕົ້ນ​ຂອງ​ພືດ​ໃບ​ລ້ຽງ​ຄູ່​ທີ່​ເປັນ​ໄມ້​ຟຸ່ມ ​ແລ​ະ​ໄມ້​ໃຫຍ່​ຈະ​ເຫັນ​ຂໍ້ ປ້ອງ​ບໍ່​ຈະ​ແຈ້ງ ຈະ​ເຫັນ​ແຈ້ງ​ແຕ່​ເມື່ອ​ເວລາ​ພືດ​ຍັງ​ນ້ອຍ
ນອກ​ນັ້ນລຳຕົ້ນ​ຍັງ​ປະກອບ​ມີ​ຕາ​ເຊ່ນ:

2.1 ຕາ​ທີ່​ແບ່ງ​ຕາມ​ເນື້ອ​ເຍື່ອ ຫຼື ແພ​ຈຸ​ລັງ​ໄດ້​ແກ່:
      •  ຕາ​ທີ່​ຂະຫຍາຍຕົວ​ໄປ​ເປັນ​ໃບ Leaf bud


      •  ຕາ​ທີ່​ຂະຫຍາຍ​ໄປ​ເປັນ​ດອກ Flower bud



      •  ຕາ​ທີ່​ຂະຫຍາຍ​ໄປ​ເປັນ​ທັງ​ໃບ ​ແລະ ດອກ mixed bud


2.2 ຕາ​ທີ່​ແບ່ງ​ໄປ​ຕາມ​ທີ່ຢູ່​ຂອງ​ການ​ເກີດ​ໄດ້​ແກ່:
•        ຕາຍ​ອດ(Apical or terminal bud): ​ເປັນຕາ​ທີ່ຢູ່ບໍລິເວນຍອດຂອງກີ່ງງ່າທີ່ຈະຈະເລີນ​ເຕີ​ບ​ໂຕໄປເປັນຍອດ​ພືດ​, ຕາຍອດ​ເປັນຕາ​ທີ່ແຂງ​ແຮງມີ​ການຈະ​ເລີ​ນ​ເຕີບ​ໂຕ​ຢ່າງ​ໄວວາ
•        ຕາ​ຂ້າງ(Axially or lateral bud): ​ເປັນຕາ​ທີ່​ຈະ​ເລີ​ນຢູ່​ລະຫວ່າງ​ກ້ານ​ໃບ​ກັບ​ກິ່ງ​ງ່າ​ໃນ​ການ​ຕິດຕາ​ແມ່ນ​ເພີ່ນ​ຈະ​ມັກ​ໃຊ້​ຕາ​ແບບ​ນີ້



•        ຕາ​ເສີມ(Accessory bud): ​ເປັນຕາ​ທີ່​ມີ​ຫຼານ​ກ່ວາ​ໜື່ງຕາ​ຂື້ນ​ໄປ​ມັນ​ຈະ​ຢູ່​ຮວມກັນ​ກັບ​ຕາ​ຂ້າງ​ມັນ​ຈະ​ຂະຫຍາຍ​ໄປ​ເປັນ​ກິ່ງ​ງ່າ ຫຼື ໃບ




•        ຕາ​ພິ​ເສດ(Adventitious bud): ​ເປັນຕາ​ທີ່​ເກີດ​ຂື້ນ​ບໍລິ​ເວນ​ອື່ນໆ​ທີ່​ບໍ່​ແມ່ນ​ບໍລິ​ເວນ​ຂໍ້ ຫຼື ປາຍ​ຍອດ​ບໍ່​ມີ​ຕຳ​ແນ່​ງທີ່​ແນ່​ນອນ​ມັນ​ອາດ​ເກີດ​ຂື້ນ​ບ່ອນ​ທີ່​ລຳຕົ້ນ​ໄດ້​ຮັບ​ອັນຕະລາຍ​ ຫຼື ຖືກ​ຕັດ


3. ຊະນິດ​ຂອງ​ລຳຕົ້ນ
        ລຳຕົ້ນ​ຂອງ​ພືດ​ສ່ວນ​ຫຼາຍ​ແລ້ວ​ແມ່ນ​ມີ​ການຈະ​ເລີ​ນ​ເຕີບ​ໂຕ​ຢູ່ເທິ່ງໜ້າດິນ​ແຕ່​ກໍ່​ມີ​ລຳຕົ້ນ​ພືດ​ບາງ​ຊະນິດ​ທີ່​ເກີດ​ຢູ່​ໃຕ້​ດິນ, ດັ່ງນັ້ນຈື່ງ​ມີ​ການ​ແບ່ງ​ຊະນິດ​ຂອງ​ລຳຕົ້ນ​ອອກ​ເປັນ 2 ຊະນິດ​ຄື:
    3.1 ລຳຕົ້ນ​ເທິງ​ໜ້າດິນ: ​ເພິ່ນ​ແບ່ງ​ອອກ​​ໄດ້​ຫຼາຍ​ປະ​ເພດ​​ເຊິ່ງຂື້ນ​ກັບ​ເກນ(ຫຼັກການ)ທີ່​ໃຊ້​ພິຈາລະນາ​ດັ່ງນີ້:
         3.1.1 ພິຈາລະນາ​ຈາກ​ໃບ​ລ້ຽງ​ແບ່ງ​ໄດ້:
                1. ລຳຕົ້ນ​ພວກ​ພືດບໍ່​ມີ​ໃບລ້ຽງ​ໄດ້​ແກ່​ຕົ້ນສົນ
                2. ລຳຕົ້ນ​ພືດ​ໃບ​ລ້ຽງ​ຄູ່​ໄດ້​ແກ່: ໝາກມ່ວງ, ຖົ່ວ
                3. ລຳຕົ້ນ​ພືດ​ໃບ​ລ້ຽງ​ດ່ຽວ​ໄດ​້ແກ່: ​ເຂົ້າ, ສາລີ

    3.1.2 ພິຈາລະນາ​ຈາກ​ໂຄງ​ສ້າງ​ພາຍ​ໃນ​ແບ່ງ​ໄດ້:
           1. ລຳຕົ້ນ​ມີ​ເນື້ອ​ໄມ້​ເຊັ່ນ: ຕົ້ນສົນ, ລຳຕົ້ນ​ພວກ​ຕົ້ນ​ໄມ້​ໃຫຍ່ ແລະ ລຳຕົ້ນ​ພວກ​ໄມ້​ຟຸ່ມ
           2. ລຳຕົ້ນ​ທີ່​ບໍ່​ມີ​ເນື້ອ​ໄມ້​ເຊັ່ນ: ລຳຕົ້ນ​ຂອງ​ພືດ​ລົ້ມລຸກ​ທົ່ວ​ໄປ
     3.1.3 ພິຈາລະນາ​ຈາກ​ຮູບ​ຮ່າງ ຫຼື ໂຄງ​ສ້າງພາຍ​ນອກ​ຂອງ​ພືດ​ແບ່ງ​ໄດ້:
           1. ລຳຕົ້ນ​ເປັນ​ຮູບ​ຈວຍ ​ເປັນ​ລຳຕົ້ນ​ໄມ້​ໃຫຍ່
           2. ລຳຕົ້ນ​ຮູບ​ຊີ​ແລງ​ເຊັ່ນ: ຕົ້ນ​ພ້າວ, ຕົ້ນ​ໝາກ, ຕົ້ນ​ຕານ, ຕົ້ນ​ປາມ ​ແລະ ອື່ນໆ
           3. ລຳຕົ້ນ​ໂຄ່ງ​ເຊັ່ນ: ​ໄມ້​ໄຜ່
           4. ລຳຕົ້ນ​ເປັນ​ເຄືອ​ເຊັ່ນ: ​ເຄືອ​ຫຍາ​ຍ, ຢາ​ນາງ, ​ເຄືອຫວາຍ​ດິນລຳຕົ້ນ​ເປັນ​ຫົວ​ເຊັ່ນ: ມັນຝຣັງ, ຜັກກາດ
    3.1.4 ພິຈາລະນາ​ຈາກ​ລັກສະນະ​ຂອງ​ລຳຕົ້ນ​ຂອງ​ພືດ​ແບ່ງ​ໄດ້
           1. ໄມ້​ຢືນ​ຕົ້ນ: ມີ​ລຳຕົ້ນ​ດ່ຽວ​ຂະໜາດ​ໃຫຍ່​ມີ​ການ​ແຕກ​ກິ່ງ​ງ່າ​ຈຳນວນ​ຫຼາຍປົກະຕິ​ຈະ​ມີ​ລຳຕົ້ນ​ສູງມີ​ເນື້ອ​ໄມ້​ແຂງ
           2. ໄມ້​ຟຸ່ມ: ລຳຕົ້ນມີເນື້ອໄມ້ທີ່ແຂງຄືກັບໄມ້ຢືນຕົ້ນແຕ່ຂະໜາດຈະນ້ອຍກ່ວາ ແລະ ຕ່ຳກ່ວາມີການ ແຕກກິ່ງງ່າໄກ້ກັບໜ້າດິນ ແລະ ມີ​ອາຍຸ​ຍືນ​ຄື​ກັບ​ໄມ້​ຢືນ​ຕົ້ນ
           3. ໄມ້​ລົ້ມລຸກ: ລຳຕົ້ນ​ບໍ່​ມີ​ເນື້ອ​ໄມ້ມີ​ອາຍຸ​ສັ້ນ, ​ເມື່ອ​ອອກດອກ​ຫ ​ແລະ ໝາກ​ແລ້ວ​ກໍ່​ຈະ​ຕາຍ ​ແລະ ​ເນົ່າ​ເປື່ອຍ​ໄປ​ແຕ່​ບາງ​ຊະນິດ​ທີ່​ມີ​ລຳຕົ້ນ​ໃຕ້​ດິນ​ເມື່ອ​ສ່ວນ​ທີ່ຢູ່​ເທິງ​ໜ້າດິນ​ຕາຍ​ໄປ​ສ່ວນ​ທີ່ຢູ່​ໃຕ້​ດິນ​ກໍ່ຈະ​ງອກ​ເປັນ​ສ່ວນ​ເທິງ​ໜ້າດິນ​ອີກ​ຕໍ່​ໄປ.
   3.1.5 ລຳຕົ້ນ​ທີ່​ປ່ຽນແປງ​ໄປ​ເພື່ອ​ເຮັດ​ໜ້າ​ທີ່​ພິ​ເສດ: ພືດ​ບາງ​ຊະນິດ​ຈະ​ມີ​ບາງ​ສ່ວນ​ຂອງ​ລຳຕົ້ນ ຫຼື ທັງ​ໝົດ​ຂອງ​ລຳຕົ້ນ​ທີ່​ປ່ຽນ​ແປງ​ໄປ​ເພື່ອ​ເຮັດ​ໜ້າ​ທີ່​ພິ​ເສດ​ຄື: ຂະຫຍາຍ​ພັນ, ຢຶດ​ເກາະ, ສັງ​ເຄາະ​ແສງ ​ແລະ ສະ​ສົມ​ອາຫານ​ເປັນຕົ້ນ.
3.2 ລຳຕົ້ນ​ໃຕ້​ດິນ: ລຳຕົ້ນ​ໃຕ້​ດິນ​ຂອງ​ພືດ​ບາງ​ຊະນິດ​ເຮັດ​ໜ້າ​ທີ່​ສະ​ສົມ​ອາຫານ, ຂະຫຍາຍ​ພັນ ລຳຕົ້ນ​ເຫຼົ່າ​ນີ້​ໄດ້​ແກ່:
      1. ແໜງ(rhizome) ຫຼື ເຫງົ້າ(root stock): ​ເປັນ​ລຳຕົ້ນ​ທີ່ຢູ່​ໃຕ້​ດິນ​ມີ​ຂໍ້, ມີ​ປ້ອງຕາມ​ຂໍ້​ມີ​ໃບ​ເກັດ​ທີ່​ມີຄຣໍ​ໂຣຟີ​ລ໌ ແລະ ມີ​ຮາກ​ອອກ​ມາທີ່​ໃບຈະ​ມີ​ຕາ​ເກີດ​ຢູ່​ຕານີ້ຈະ​ຂະຫຍາຍ​ໄປ​ເປັນ​ໜໍ່​ຂື້ນ​ໄປ​ເທິງ​ໜ້າດິນ​ເຊ່ນ: ຂີງ, ຂ່າ, ຂີ້​ໝິ້ນ​ເປັນຕົ້ນ​ສ່ວນ​ລຳຕົ້ນ​ທີ່​​ເປັນ​ເຫງົ້າ​ຈະຕັ້ງຊື່​ເຊັ່ນ: ກ້​ວຍ
      2. ແບບທູ​ເບີ່(Tuber): ​ເປັນ​ລຳຕົ້ນ​ໃຕ້​ດິນທີ່​ມີ​ລັກສະນະ​ເປັນ​ຫົວ​ເຮັດ​ໜ້າ​ທີ່​ສະ​ສົມ​ອາຫານ, ຈະ​ມີ​ຂໍ້ ແລະ ປ້ອງ​ແຕ່​ຈະ​ເຫັນ​ບໍ່​ຊັດ, ບໍ່​ມີ​ໃບ​ແຕ່​ມີ​ຕາ​ເຊັ່ນ: ມັນຝຣັງ, ຫຍ້າ​ແຫ້ວ​ໝູ, ມັນ​ມື​ເສືອ(ມັນ​ອ້ອນ), ມັນ​ກອຍ​ເປັນຕົ້ນ.
      3. ແບບ​ບັລບ(bulb): ​ເປັນ​ລຳຕົ້ນ​ໃຕ້​ດິນ​ທີ່​ບາງ​ຄັ້ງອາດ​ໂພ່​ຂື້ນ​ມາ​ໜ້າດິນ, ​ເປັນ​ລຳຕົ້ນ​ສັ້ນໆມີ​ໃບ​ເກັດ​ຢູ່​ຕາມ​ຂໍ້​ຊ້ອນ​ກັນ​ຫຼາຍໆ​ຊັ້ນມີ​ຕາ​ເກີດ​ຢູ່​ລະຫວ່າງ​ຫຼືບ ຫຼື ໃບ, ​ໃບ​ເກັດ​ນີ້​ມີໜ້າ​ທີ່​ສະ​ສົມ​ອາຫານ​ສ່ວນ​ລຳຕົ້ນ​ຈະ​ບໍ່​ມີ​ອາຫານ​ສະ​ສົມ​ຢູ່​ເຊັ່ນ: ຫອມ​ຫົວ​ໃຫຍ່, ຫອມ​ບົ່ວ, ກະທຽມ​ເປັນຕົ້ນ
      4. ແບບ​ຄອຣ໌ມ(corm): ​ເປັນ​ລຳຕົ້ນ​ໃຕ້​ດິນ​ທີ່​ຕັ້ງຊື່​, ຂໍ້​ປ້ອງ​ເບິ່ງ​ເຫັນ​ຈະ​ແຈ້ງ​ຕາມ​ຂໍ້​ມີ​ໃບ​ເກັດ​ມີ​ໜໍ່​ຂະຫຍາຍ​ຂື້ນໄປ​ໜ້າດິນ​ເຮັດ​ໜ້າ​ທີ່​ສະ​ສົມ​ອາຫານ​ເຊັ່ນ: ​ເຜຶອກ, ​ແຫ້ວ​ເປັນຕົ້ນ

4. ໂຄງ​ສ້າງ​ພາຍ​ໃນ​ຂອງ​ລຳຕົ້ນ
4.1 ໂຄງ​ສ້າງ​ຂອງ​ພືດ​ໃບ​ລ້ຽງ​ຄູ່: ປະກອບ​ດ້ວຍ​ເນື້ອ​ເຍື່ອ 4 ຊັ້ນຄື:
    1. ເອພີ​ເດີ​ມີ​ສ(Epidermis)​ເປັນ​ເນື້ອ​ເຍື່ອທີ່ຢູ່​ຂ້າງ​ນອກ​ສຸດຂອງ​ລຳຕົ້ນ
    2. ຄໍ​ເທັກ(Cortex) ຢູ່​ຖັດຈາກ​ຊັ້ນ​ເອພີ​ເດີ​ມີ​ສ​ເຂົ້າ​ໄປ
    3. ສະຕິ​ລ(stele) ເປັນ​ເນື້ອ​ເຍື່ອທີ່​ປະກອບ​ດ້ວຍ​ກຸ່ມ​ທໍ່​ລຳລຽງ ມີ​ການ​ລຽງ​ຕົວ​ເປັນ​ວົງມົນ​ອ້ອມ​ຮອບ​ລຳ ຕົ້ນ​ຢ່າງ​ເປັນ​ລະບຽບ
    4. ພີ​ທ(pith)​ເປັນ​ເນື້ອ​ເຍື່ອຊັ້ນ​ໃນ​ສຸດ​ຂອງ​ລຳຕົ້ນ​ມີ​ການ​ສະ​ສົມ​ອາຫານ​ໃນ​ພືດ​ບາງ​ຊະນິດ​ຈະ​ມີ​ສານ​ລິກນິນ​ສະ​ສົມ​ຢູ ເຮັດ​ໃຫ້​ຈຸ​ລັງ​ແຂງ​ຕົວແລ້ວຕາຍໄປທັ້ງທີ່ຕົ້ນໄມ້ຍັງມີຊີວິດຢູ່ຊື່ງເຮົາເອີ້ນວ່າແກນ

4.2 ໂຄງສ້າງຂອງພືດໃບລ້ຽງດ່ຽວ: ປະກອບດ້ວຍເນື້ອເຍື່ອ 3 ຊັ້ນມີການປະກອບສ້າງຄ້າຍຄືພືດໃບລ້ຽງ ຄູ່​ແຕ່​ຈະ​ຕ່າງ​ກັນ​ຢູ່​ຊັ້ນສຸດ​ທ້າຍຄື: ພືດ​ໃບ​ລ້ຽງ​ຄູ່​ຈະ​​ແມ່ນຊັ້ນພິທດ ສ່ວນ​ພືດ​ໃບ​ລ້ຽງ​ຄູ່​ຈະ​ແມ່ນ​ກຸ່ມ​ທໍ່​ລຳລຽງ​
          ວົງ​ປີ ຫຼື ວົງ​ເຕີບ​ໃຫຍ່:
​ແມ່ນ​ເກີ​ດຈາກ​ການຈະ​ເລີ​ນ​ເຕີບ​ໂຕ​ຂອງ​ໄຊ​ເລັມ​​ເຊິ່ງມີ​ອັດຕາ​ການ​ເຕິ​ບ​ໂຕ​ແຕກ​ຕ່າງ​ກັນ​ໃນ​ແຕ່ ລະ​ລະດູ​ເຊັ່ນ: ລະດູຝົນ​ພືດ​ຈະ​ດູດ​ນ້ຳ​ຫຼາຍ​ຈຶ່ງ​ເຮັດ​ໃຫ້​ມີ​ສີ​ຈາງ​ເນື່ອງ​ຈາກ​ຈຸ​ລັງ​ຈະ​ບາງ ​ແລະ ບໍ່​ແຂງ​ແຮງ, ລະດູ​ແລ້ງ​ນ້ຳ​ໃນ​ດິນ​ຈະ​ມີ​ໜ້ອຍ​ໃບ​ກໍ່​ຫຼົ່ນ​ຈື່ງ​ເຮັດ​ໃຫ້ການ​ສັງ​ເຄາະ​ແສງ​ໜ້ອຍ​ລົງ​ຈຸ​ລັງ​ຈະ​ຂາດ​ນ້ຳ​ເຈ້ຍ​ຫຸ້ມ​ຈຸ​ລັງ​ໜາ​ຈຶ່ງ​ເຮັດ​ໃຫ້​ຈຸ​ລັງ​ແຂງ​ແຮງ​ໄມ້​ສ່ວນ​ນີ້​ຈະ​ມີ​ສີ​ເຂັ້ມດັ່ງນັ້ນຕົ້ນ​ໄມ້​ທີ່​ເກີດ​ຄົບ 2 ລະດູ​ຈຶ່ງມີ​ໜຶ່ງ​ວົງ​ປີ


          ມອກ(Sapwood)
​ເປັນ​ເນື້ອ​ໄມ້​ສ່ວນ​ນອກ​ທີ່​ມີ​ສີ​ຈາງ​ກ່ວາ​ສ່ວນ​ໃນ​ມັນ​ເປັນ​ເນື້ອ​ໄມ້, ມີໜ້າ​ທີ່​ລຳລຽງ​ນ້ຳ ແລະ ​ແຮ່​ທາດ​ໄດ້​ດີ​ໃນ​ມອກ​ມີ​ສານ​ຕ່າງໆ​ສະ​ສົມ​​ໃນ​ເຈ້ຍ​ຫຸ້ມ​ຈຸ​ລັງ​ໜ້ອຍ ​ເນື້ອ​ໄມ້​ຈຶ່ງ​ມີ​ສີ​ຈາງ ​ແລະ ບໍ່​ແຂງ​ແຮງ​ເມື່ອ​
ຕົ້ນ​ໄມ້​ມີ​ອາຍຸ​ຫຼາຍ​ຂື້ນ​ມອກ​ກໍ່​ຄ່ອຍໆ​ກາຍ​ເປັນ​ແກນ ແລະ ສ່ວນ​ເນື່ອ​ໄມ້​ສ່ວນ​ນອກ​ກໍ່​ຈະ​ກາຍ​ເປັນ​ມອກ​ຕໍ່ໆ​ໄປ



          ​ແກນ(Heart wood)
​ເປັນ​ເນື້ອ​ໄມ້ ຫຼື ໄຊ​ເລັມ​ທີ່​ເກີດ​ກ່ອນ​ມີ​ການ​ສະ​ສົມ​ສານ​ຕ່າງໆ​ໃນ​ເຈ້ຍ​ຫຸ້ມ​ຈຸ​ລັງ​ເຊັ່ນ: ນ້ຳ​ຢາງ, ນ້ຳມັນ ກົດ​ອິນ​ຊີ ແທນ​ນິນ​ ​ເຣຊິນ ແລະ ອື່ນໆ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ສະນັ້ນຈື່ງ​ເກິ​ດການ​ອຸດ​ຕັນ​ຂອງ​ທໍ່​ລຳລຽງ​ເນື້ອ​ໄມ້​ຈື່ງ​ມີ​ສີ​ເຂັ້ມ​ແຂງ​ແຮງ​ມີ​ຄວາມ​ທົນ​ທານ​ຕໍ່​ການ​ກັດ​ເຈາະ​ຂອງ​ແມງ​ໄມ້




5. ໜ້າ​ທີ່​ຫຼັກ​ຂອງ​ລຳຕົ້ນ
ລຳຕົ້ນ​ມາ​ໜ້າ​ທີ່​ຫຼັກ​ຢູ່ 3 ຢ່າງ​ຄື:
      1.  ຊ່ວຍ​ຄ້ຳ​ຊູ​ກິ່ງ​ງ່າ, ​ໃບ, ດອກ, ໝາກ ​ແລະ ​ແກ່ນ​ເພື່ອ​ຊ່ວຍ​ໃຫ້​ໃບ​ໄດ້​ສຳຜັດ​ກັບ​ອາກາດ ​ແລະ ຮັບ​ແສງ​ແດດ​ໃຫ້​ຫຼາຍ​ທີ່​ສຸດ​ເພື່ອ​ການ​ສັງ​ເຄາະ​ແສງ, ຊ່ວຍ​ຊູດ​ອກ​ໃຫ້​ມີ​ການ​ຖ່ານ​ເທ​ລະອອງ​ເກສອນ​ໃຫ້​ໄດ້​ສະດວກ​ລວມ​ໄປ​ເຖິງ​ການ​ກະຈາຍ​ເມັດ​ພັນ​ໄປ​ໄດ້​ໄກ.
      2. ຊ່ວຍ​ລຳລຽງ​ນ້ຳ ເກືອ ​ແຮ່​ທາດທີ່​ໄດ້​ຈາກ​ການ​ດູດ​ຂອງ​ຮາກ​ສົ່ງ​ໄປ​ຫາ​ລຳຕົ້ນ ແລະ ​ໃບ​ເພື່ອ​ສ້າງ​ອາຫານ​ໂດຍ​ການ​ສັງ​ເຄາະ​ແສງ
      3. ສ້າງ​ເນື້ອ​ເຍື່ອ​ໃຫມ່​ຂື້ນ​ເພື່ອ​ໃຫ້​ລຳຕົ້ນ​ມີ​ຄວາມ​ໃຫຍ່ ແລະ ສູງ​ຂື້ນ


Thursday, June 19, 2014

ແກ່ນ Seed


II. ແກ່ນ Seed
        ​ແກ່ນ​ແມ່ນ​ໄຂ່​ທີ່​ຈະ​ເລີນ​ເຕິ​ບ​ໂຕ​ເຕັມທີ່, ​ແກ່ນ​ເປັນ​ສ່ວນ​ທີ່​ສຳຄັນ​ທີ່​ສຸດ​ເມື່ອ​ປຽບ​ທຽບ​ກັບ​ສ່ວນ​ອື່ນໆ​ຂອງ​ພືດ​, ແກ່ນ​ເປັນຕົ້ນ​ກຳ​ເນີ​ດຂອງ​ຊີ​ວິດ​ພືດ​ເປັນ​ຕົວ​ເຊື່​ອມຕໍ່​ລະຫວ່າງ​ຊົ່ວ​ຊີ​ວິດ​ຕ່າງໆ​ຂອງ​ພືດ​ເປັນ​ສ່ວນ​ຊ່ວຍ​ແພ່​ກະຈາຍ​ພັນຕາ​ມສະຖານ​ທີ່​ຕ່າງໆ​ຂອງ​ໂລກ



1. ເອມບຼີ​ໂອ
​          ເປັນຕົ້ນ​ອ່ອນທີ່​ຢູ່​ໃນ​ແກ່ນ​ພືດ​ເຊິ່ງຈະ​ເລີນ​ເຕິ​ບ​ໂຕ​ມາ​ຈາກ​ໄຊ​ໂກຕ zygote ຫລື ໄຂ່​ປະສົມ​ເພດ fertilized egg ທີ່​ປະກອບ​ດ້ວຍ 2 ສ່ວນຄື:
             1. ແກ່ນ​ຂອງ​ຕົ້ນ​ອ່ອນ embryonic axis ໄດ້​ແກ່ໜໍ່ອ່ອນ, ຮາກ​ອ່ອນ radical, ລຳ​ຕົ້ນ​ອ່ອນ​ເທິງ ​ແລ​ະ ລຸ່ມ​ໃບ​ລ້ຽງ epicotyls


              2. ໃບ​ລ້ຽງ cotyledon



2. ເອນ​ໂດ​ສະ​ເປີຣ໌ມ ​ແລະ ​ເພີຣສະ​ເປີຣ໌ມ endosperm and per sperm
​         ເອນ​ໂດ​ສະ​ເປີຣ໌ມ​ເປັນ​ກຸ່ມ​ຈຸ​ລັງ​ທີ່​ເປັນ​ອາຫານ​ໃຫ້​ແກ່​ເອມບຼີ​ໂອ​ທີ່​ໃຊ້​ໃນ​ການຈະ​ເລີນ​ເຕີບ​ໂຕ​ແຕ່​ຈະ​ຖືກ​ໃຊ້ໝົດ​ໄປ​ໃນ​ລະຫວ່າງ​ການຈະ​ເລີນ​ເຕີບ​ໂຕ​ເຊັ່ນ: ຖົ່ວ​ລັນ​ເຕົາ​ເປັນຕົ້ນ, ​ແຕ່​ກໍ່​ມີ​ພືດ​ບາງ​ຊະນິດ​ທີ່​ມີ​ເອນ​ໂດ​ສະ​ເປີຣ໌ມ​ເຫລືອ​ຢູ່ໃນ​ແກ່ນ​ເຊັ່ນ: ຫຸ່ງສາ, ໝາຫພ້າວ ເພີຣສະ​ເປີຣ໌ມ ​ເປັນ​ອາຫານ​ທີ່​ສະ​ສົມ​ໃນ​ແກ່ນ​ພືດ​ນອກ​ຈາກ​ຈະ​ຢູ່​ໃນ​ສ່ວນ​ຂອງ​ໃບ​ລ້ຽງ​ແລ້ວ​ຍັງ​ອາດ​ຈະ​ຢູ່​ໃນ​ແພ​ຈຸ​ລັງ​ເພິຣສ​ເປີຣ໌ມອີກ​ດ້ວຍ, ​ເຮັດໜ້າທີ່​ສະ​ສົມ​ອາຫານ​ເພື່ອ​ສົ່ງ​ຕໍ່​ໃຫ້​ເອນ​ໂດ​ສະ​ເປີຣ໌ມບັນດາ​ອາຫານ​ເຫລົ່ານີ້ປະກອບ​ດ້ວຍ​ທາດ​ແປ້ງ, ​ໂປຣຕິນ ແລະ ລິປິ​ດຈຳນວນ​ຫລາຍ



3. ເປືອກ​ຫຸ້ມ​ແກ່ນ
          ​ເປືອກຫຸ້ມ​ແກ່ນ​ຂອງ​ພືດ​ບາງ​ຊະນິດ​ຈະ​ມີ​ການຈະ​ເລິນ​ເຕິ​ບ​​ໂຕ ແລະ ພັດທະ​ນາ​ການ​ທີ່​ແຕກ​ຕ່າງກັນ​ເປືອກ​ຫຸ້ມ​ແກ່ນ​ຂອງ​ພືດ​ປ່ຽນ​ແປງ​ມາ​ຈາກ​ອິນ​ເທ​ກິ​ວ​ເມ​ນ integuments ທີ່​ເປັນສ່ວນ​ຫຸ້ມ​ຫໍ່​ໄຂ່​ໄວ້​ເຮັດໜ້າທີ່​ຫຸ້ມ​ຫໍ່ ແລະ ປ້ອງ​ກັນ​ໂຄງ​ສ້າງ​ຕ່າງໆ​ຂອງ​ແກ່ນ



4. ການ​ງອກ​ຂອງ​ແກ່ນ​ພືດ
          ພາຍ​ຫລັງ​ທີ່​ມີ​ການ​ກະຈາຍ​ຂອງ​ແກ່ນ​ພືດ​ລົງ​ດິນ​ແລ້ວ​ແກ່ນ​ພືດ​ໄດ້​ຮັບ​ປັດ​ໃຈ​ທີ່​ເໝາະສົມ​ຄື:ນ້ຳ, ອອກ​ຊີ​ເຈນ ແລະ ອຸນນະ​ພູມ​ທີ່​ພໍ​ເຫມາະ​ແກ​່ນກໍ່​ງອກ​​ໂດຍ​ສ່ວນ​ທີ່​ເປັນ​ຮາກ​ຈະ​ແທງ​ເປືອກ​ຫຸ້ມ​ແກ່ນ​ອອກ​ມາ​ລົງ​ສູ່​ພື້ນ​ດິນ​ກາຍ​ເປັນ​ຮາກ​ທຳ​ອິດ ​ແລະ ມີ​ຮາກ​ແໜງ​ແຕກ​ອອກ​ມາ​ພາຍ​ຫລັງ​ລວມທັງ​ມີ​ຂົນ​ຮາກ​ເກີດ​ຂື້ນ​ໂດຍ​ສ່ວນ​ຫລາຍ​ໃບ​ລ້ຽງ ​ແລະ ຍອດ​ອ່ອນຈະ​ຂະຫຍາຍ​ຂື້ນມາ​ເທິງ​ດິນ



4.1 ປັດ​ໃຈ​ທີ່​ຕອບ​ສະໜອງການ​ງອກ​ຂອງ​ແກ່ນ​ພືດ
     1. ປັດ​ໃຈ​ພາຍ​ນອກ​ແກ່ນ
     - ຄວາມ​ຊູ່​ມຂອງ​ດິນ: 30- 60%​ໂດຍ​ນ້ຳ​ຈະ​ເປັນ​ຕົວ​ເຮັດ​ໃຫ້​ເປືອກ​ຫຸ້ມ​ແກ່ນ​ອ່ອນຕົວ ​ແລະ ຍັງ​ເປັນ​ສິ່ງ​ຈຳ​ເປັນ​ສຳລັບ​ປະຕິກິລິຍາ​ເຣັດ​ໃຫ້​ການ​ຍ່ອຍ​ອາຫານ, ການ​ລຳລຽງອາຫານ ແລະ ການຈະ​ເລີນ​ເຕິ​ບ​ໂຕ​ເກີດ​ຂື້ນ
     - ອອກ​ຊີ​ເຈນ​ແກ່ນ​ພືດ​ຕ້ອງການ​ອອກ​ຊີ​ເຈນ​ຫລາຍ​ກວ່າ 20% ​ເພື່ອ​ການ​ຫາຍ​ໃຈ, ຖ້າ​ຂາດ​ອອກ​ຊີ​ເຈນ​ຈະ​ເຮັດ​ໃຫ້​ແກ່ນ​ພືດ​ເນົ່າ​ໄດ້
     - ອຸນນະ​ພູມ​ພືດ​ເຂດ​ຮ້ອນ​ອຸນນະ​ພູມ​ສະ​ເລ່ຍຕ່ຳ​ສຸດ 15-20 ອົງສາ​ເຊ ​ແລະ ສູງ​ສຸດ 25-35 ອົງສາ​ເຊ
      - ແສງ​ແດດ
      - ຄາບ​ອນ​ໄດອ໊ອກ​ໄຊ ​ແລະ ຄວາມ​ເປັນ​ກົດ​​ເປັນ​ດ່າງ​ຂອງ​ດິນ
    2. ປັດ​ໃຈ​ພາຍ​ໃນ​ແກ່ນ
      - ອາຫານ​ບຳລຸງ​ລ້ຽງ
      - ການ​ພັກ​ຕົວ





ໝາກ Fruit

I. ໝາກ Fruit

1. ຄວາ​ມໝາຍຂອງໝາກ

ໝາກ​ແມ່ນ​ຮັງ​ໄຂ່ ovary ທີ່​ແກ່​ເຕັມທີ່ໝາກອາດ​ຈະ​ເກີດ​ຈາກ​ການ​ປະສົມ​ພັນ ​ຫລື ບໍປະສົມ​ພັນ​ກໍ່​ໄດ້ໝາກຂອງ​ພືດ​ສ່ວນ​ຫລາຍ​ຈະ​ເກີດ​ຂື້ນ​ໄດ້​ກໍ່​ຕໍ່​ເມື່ອ​ຮັງ​ໄຂ່​ໄດ້ຮັບການ​ປະສົມ​ພັນ​ຖ້າ​ຮັງ​ໄຂ່​ບໍ່​ໄດ້​ຮັບ​ການ​ປະສົມ​ພັນ​ດອກ​ດໍ່ຈະ​ຫ່ຽວ​ແຫ້ງ ​ແລະ ຫລົ່ນ​ໄປ, ​ເມື່ອ​ຮັງ​ໄຂ່​ໄດ້​ຮັບ​ການ​ປະສົມ​ພັນ​ກໍ່​ຈະ​ເກີດ​ການ​ປ່ຽນ​ແປງ​ເຮັດ​ໃຫ້​ເນື້ອ​ເຍື່ອຂອງ​ຮັງ​ໄຂ່​ມີ​ການຈະ​ເລີນ​ເຕີບ​ໂຕ​ກາຍ​ເປັນໝາກຂື້ນມາ.

2. ການ​ປະກອບ​ສ້າງ​ຂອງໝາກ

  • Exocarp ເປັນ​ຊັ້ນນອກ​ສຸດ ຫລື ທີ່​ເອີ້ນ​ກັນ​ວ່າ​ເປືອກ​ບາງ​ຊະນິດ​ອາດ​ຈະ​ມີ​ຂົນ ຫລື ມີໜາມ
  • Mesocarp ເປັນ​ຊັ້ນກາງທີ່​ຢູ່​ຖັດຈາກ​ຊັ້ນນອກ​ເຂົ້າ​ໄປ​ໃນ​ຊັ້ນນີ້ບາງ​ຊະນິດ​ເປັນ​ຊັ້ນອ່ອນນຸ່ມ​ກິນ​ໄດ້​ແຕ່​ບາງ​ຊະນິດ​ກໍ່​ກິນ​ບໍ່​ໄດ້
  • Endocarp ເປັນຊັ້ນ​ໃນ​ສຸດຂອງໝາກຊື່​ງອາດ​ຈະ​ປະກອບ​ດ້ວຍ​ແພ​ຈຸ​ລັງ​ທີ່ໜາ ຫລື ບາງ​ແລ້ວ​ແຕ່​ຊະ ນິດ​ພັນ

            ທັງ 3 ຊັ້ນນີ້ອາດ​ແບ່ງ​ກັນ​ອອກ​ຢ່າງ​ຈະ​ແຈ້ງ​ໃນໝາກ​ໄມ້​ບາງ​ຊະນິດ​ເຊັ່ນ: ໝາກມ່ວງໝາກຕ້ອງ, ໝາກພ້າວ​ເປັນຕົ້ນ, ​ແຕ່ໝາກບາງ​ຊະນິດ​ສ່ວນ perycarpຈະ​ເຊື່ອມ​ຕິດ​ກັນ​ຈົນ​ບໍ່​ສາມາດ​ແຍກ​ອອກ​ຈາກ​ກັນ​ໄດ້​ເຊັ່ນ: ໝາກ​ເຜັດ, ໝາກ​ເລັ່ນ​ເປັນຕົ້ນ

3. ຊະນິດ​ຂອງໝາກ kind of fruit

3.1 ແບ່ງ​ຕາມ​ລັກສະນະ​ໂຄງ​ສ້າງ​ຂອງ​ດອກ ທີ່​ຈະ​ເລີນ​ເປັນໝາກ

ກ. ໝາກ​ແທ້ true fruit ເປັນໝາກທີ່​ເກີດ​ຈາກ​ຮັງ​ໄຂ່ພຽງ​ແຕ່​ຢ່າງ​ດຽວ​ໄດ້​ແກ່: ໝາກມ່ວງ, ໝາກລຳ​ໃຍ, ໝາກ​ໄຟ

ຫມາກ, ຫມາກໄມ້, ການຈຳແນກຫມາກ, ປະເພດຫມາກ,ສະນິດຫມາກ,ການຈັດແບ່ງຫມາກ, ຄວາມຫມາຍຂອງຫມາກ


ຂ. ໝາກທຽມ Accessory fruit ເປັນໝາທີ່​ເກີດ​ຈາກ​ແພ​ຈຸ​ລັງ​ຮັງ​ໄຂ່​ເຊັ່ນ: ​ແຕງ​ກວາ, ໝາກສີດາ, ໝາກນັດ ໝາກກ້ວຍ​ເປັນຕົ້ນ

ຫມາກ, ຫມາກໄມ້, ການຈຳແນກຫມາກ, ປະເພດຫມາກ,ສະນິດຫມາກ,ການຈັດແບ່ງຫມາກ, ຄວາມຫມາຍຂອງຫມາກ



3.2 ແບ່ງ​ຕາມ​ການຈະ​ເລີນ​ເຕິ​ບ​ໂຕ​ຂອງ​ເກສອນ​ແມ່​ທີ່​ຈະ​ເລີນ​ໄປ​ເປັນໝາກ

ກ. ໝາກດ່ຽວ simple fruit ເປັນໝາກທີ່​ເກີດ​ຈາກ​ດອກ​ດຽວ single flower ທີ່​ເກສອນ​ແມ່​ປະກອບ​ດ້ວຍ​ເກ ສອນ​ແມ່1 ອັນ​ໄດ້​ແກ່ ໝາກມ່ວງ ຫລື ຖ້າ​ມີ​ຫລາຍ​ເກສອນ​ແມ່​ເກສອນ​ເຫລົ່າ​ນີ້ຕ້ອງ​ເຊື່ອມ​ຕິດ​ກັນ​ເຊັ່ນ: ​ແຕງ​ກວາໝາກກ້ຽງ​, ຖົ່ວ​ລຽງ​ເປັນຕົ້ນ


ຫມາກ, ຫມາກໄມ້, ການຈຳແນກຫມາກ, ປະເພດຫມາກ,ສະນິດຫມາກ,ການຈັດແບ່ງຫມາກ, ຄວາມຫມາຍຂອງຫມາກ


ຂ. ໝາກກຸ່ມ Aggregate fruit ເປັນໝາກທີ່​ເກີດ​ຈາກ​ດອກດຽວທີ່​ມີ​ເກສອນ​ແມ່​ຫລາຍ​ເກສອນ​ແຕ່​ລະ​ເກສອນ​ແຍກ​ຈາກ​ກັນ​ແຕ່​ຢູ່​ເທິງ​ຖານ​ດອກ​ອັນ​ດຽວ​ກັນ​ເມື່ອ​ຈະ​ເລີນ​ໄປ​ເປັນໝາກຮັງ​ໄຂ່​ແຕ່​ລະ​ອັນ​ຈະ​ກາຍ​ເປັນໝາກນ້ອຍໆ​ທີ່​ຕິດ​ກັນ​ແໜ້ນ​ເປັນໝາກດຽວ​ກັນ​ເຊັ່ນ: ໝາກຂຽບ, ສະ​ຕໍ​ເບີຣີ

 ຫມາກ, ຫມາກໄມ້, ການຈຳແນກຫມາກ, ປະເພດຫມາກ,ສະນິດຫມາກ,ການຈັດແບ່ງຫມາກ, ຄວາມຫມາຍຂອງຫມາກ


ຄ. ໝາກລວມ Multiple fruit ເປັນໝາກທີ່​ເກີດ​ຈາ​ຊໍ່​ດອກໝາກດ່ຽວ​ເຊື່ອມ​ລວມກັນ​ເທິງ​ຖານ​ດອກ ຫລື ກ້ານ​ດອກ​ອັນ​ດຽວກັນຮັງໄຂ່ເຫລົ່ານັ້ນຈະການເປັນໝາກນ້ອຍລວມກັນເປັນໜຶ່ງໝາກເຊັ່ນ: ໝາກນັດໝາກມີ້. ຍໍ

ຫມາກ, ຫມາກໄມ້, ການຈຳແນກຫມາກ, ປະເພດຫມາກ,ສະນິດຫມາກ,ການຈັດແບ່ງຫມາກ, ຄວາມຫມາຍຂອງຫມາກ


3.3     ແບ່ງຕາມ perycarp ຂອງໝາກ

          ໝາກ​ແຫ້ງ dry fruit ເປັນໝາກທີ່​ມີ​ສ່ວນ​ທີ່​ເປັນ​ເນື້ອ​ຂອງໝາກ​ແຫ້ງ​ເມື່ອ​ເວລາ​ແກ່​ຕົວ​ເຕັມທີ່​ແລ້ວໝາກສະ​ນິດ​ນີ້​ຍັງ​ແບ່ງ​ອອກ​ເປັນ 2 ປະ​ເພດ​ຄື: ໝາກ​ແຫ້ງ​ແຕກ ​ແລະ ໝາກ​ແຫ້ງ​ບໍ້​ແຕກ

ຫມາກ, ຫມາກໄມ້, ການຈຳແນກຫມາກ, ປະເພດຫມາກ,ສະນິດຫມາກ,ການຈັດແບ່ງຫມາກ, ຄວາມຫມາຍຂອງຫມາກ

ໝາກສົດ fleshy fruit ເປັນໝາກທີ່​ສ່ວນ​ຂອງ​ເນື້ອ​ອ່ອນນຸ່ມ ​ແລະ ບວມ​ເມື່ອ​ສຸກ ຫລື ແກ່​ເຕັມທີ່

ຫມາກ, ຫມາກໄມ້, ການຈຳແນກຫມາກ, ປະເພດຫມາກ,ສະນິດຫມາກ,ການຈັດແບ່ງຫມາກ, ຄວາມຫມາຍຂອງຫມາກ