Sunday, December 29, 2013

Friday, November 29, 2013

ກິນເຫລົ້າເຂົ້າພັນສາ

ກິນເຫລົ້າເຂົ້າພັນສາຂ້ອຍ​ມີ​ຄວາມ​ຄິດ​ວ່າ­ການ​ກິນ​ເຫຼົ້າ ຫຼື ງົດ​ເວັ້ນ​ບໍ່​ກິນ​ເຫຼົ້າ​ເຂົ້າພັນ​ສາ ​ເປັນ​ສິດ­ທິສ່ວນບຸກ­ຄົນ ເລື່ອງ​ຂອງ​ພວກ​ນີ້​ບໍ່​ສາ­ມາດ​


ຂ້ອຍ​ມີ​ຄວາມ​ຄິດ​ວ່າ­ການ​ກິນ​ເຫຼົ້າ ຫຼື ງົດ​ເວັ້ນ​ບໍ່​ກິນ​ເຫຼົ້າ​ເຂົ້າພັນ​ສາ ​ເປັນ​ສິດ­ທິສ່ວນບຸກ­ຄົນ ເລື່ອງ​ຂອງ​ພວກ​ນີ້​ບໍ່​ສາ­ມາດ​ຫ້າມ​ກັນ​ໄດ້ ແລະ ກໍ​ບໍ່​ຄວນ​ໄປ​ຫ້າມ ເພາະສິດ​ກໍ​ຄື​ສິດ ແມ້​ກະ​ທັ້ງ​ຂ້ອຍ​ເອງ ຍັງບໍ່​ເຄີຍ​ຢຸດ​ກິນ​ເຫຼົ້າ​ໃນ​ເທດ­ສະ­ການບຸນ​ເຂົ້າ​ພັນສາ ຂໍ​ໃຫ້​ມີງານ​ສ້າງ­ສັນ ແລະ ສະ­ຖານ­ທີ່​ທີ່​ເໝາະ​ສົມ ເອົາ​ເປັນ​ວ່າ​ເວລາ​ໂອ­ກາດ​ເໝາະ​ສົມ ເງື່ອນ­ໄຂ​ສະ­ດວກ ຂ້ອຍ​ຍ່ອມ​ຮ່ວມວົງ​ດ້ວຍ ເວົ້າ​ແນວ​ນີ້​ບາງ​ຄົນ​ບາງທ່ານ​ພັດ​ມີ​ມຸມ​ຕ່າງ​ກັນວ່າ ເປັນ​ຫຍັງ​ຈຶ່ງ​ກ້າ​ເວົ້າ​ອອກ​ມາ​ວ່າ: ບໍ່​ຄິດ​ທີ່​ຈະ​ຢຸດ​ກິນເຫຼົ້າ ກໍ​ໃນ​ເມື່ອ​ຄົນ​ເຮົາ​ເປັນ​ໂຕ​ຂອງ​ໂຕ​ເອງແລ້ວ ​ຊິ​ມາ​ອ້ຳໆອາຍໆ​ເຮັດ​ຫຍັງໃນ​ເມື່ອກິນ​ເຫຼົ້າ​ແລ້ວ ​ບໍ່​ເຖິງ​ຂະ­ໜາດ​ເມົາຈະ​ໄປ​ຕີ​ຫົວ​ຄົນ ຫຼື ສີເມົາໆ​ແນ່ ບໍ່​ແມ່ນ​ເຮັດ​ສຽງດັງຂຶ້ນ​ໂວຍວາຍ ຊ້ຳ­ບໍ່­ໜຳ​ຍັງ​ມີ​ຄຳ​ເວົ້າ ແລະ ພຶດ­ຕິ​ກຳ​ສໍ່​ສະ­ແດງ​ໄປ​ໃນທາງ​ຜິດ​ຖຽງລຽງ​ເລວ ແລະ ກໍ່­ກວນ​ຊາວບ້ານ​ອ້ອມ​ຂ້າງ.
ຂ້ອຍ​ຢາກ​ເວົ້າ​ໃຫ້​ແຈ້ງ​ສຳ­ລັບ​ຜູ້​ທີ່​ຍັງ​ບໍ່​ເຂົ້າ­ໃຈ​ວ່າ ການຫຼີກ­ເວັ້ນ​ຈາກ​ການ​ບໍ່​ດື່ມ­ນ້ຳເມົາ ​ຄື ສຸ­ລາ ເປັນ­ຕົ້ນ ໃນ​ງານບຸນ​ເຂົ້າ​ພັນ​ສາ​ນີ້ ຍ່ອມ​ເປັນ​ເລື່ອງ​ທີ່​ໜ້າ​ອະ­ນຸ­ໂມ­ທະ­ນາ​ນຳ ຖ້າ​ໃຜ​ເຮັດ​ໄດ້ ! ແຕ່​ຜູ້​ທີ່​ຍັງ​ສືບ­ຕໍ່​ກິນ ຫຼື ບໍ່​ໄດ້​ປະ­ຕິ­ບັດ​ ກໍ​ຢ່າໄປ​ວ່າ​ໃຫ້​ເຂົາ ຍົກ​ຕົວ­ຢ່າງ​: ມີ​ງານ​ສັງ­ສັນ​ທີ່​ຈັດ​ຂຶ້ນໃນ​ເທັກ ໃນ​ບາ ບຸກ­ຄົນ ຫຼື ແຂກ​ທີ່​ໄປ​ຮ່ວມ​ງານ ບໍ່​ໝາຍຄວາມ​ວ່າ​ທຸກ​ຄົນ​ເຂົ້າ​ໄປ​ແລ້ວເຂົາ​ຈະ​ກິນ​ເຫຼົ້າ​ໝົດ​ທຸກ​ຄົນ ແຕ່​ໂດຍ​ມາ­ລະ­ຍາດ​ທີ່​ຄົນ​ເຮົາ​ຮັກ­ແພງ​ກັນ​ແລ້ວ ຍ່ອມ​ໄປຮ່ວມ​ວົງ​ສົນ­ທະ­ນາ​ເປັນ​ການ​ໃຫ້​ກຽດ​ກັນ ເຂົາ​ອາດ​ຈະ​ສັ່ງແປັບ​ຊີ​ມາ​ດື່ມ ຫຼື ນ້ຳ­ຫວານ​ມາ​ກິນ ພ້ອມ​ຕຳ​ຈອກ​ອວຍ­ພອນແກ່ເຈົ້າ­ພາບ ນີ້​ຄື​ຈຸດ​ເຊື່ອມ​ຈອດ​ຈິດ­ໃຈ ມິດ­ຕະ­ພາບ​ລະຫວ່າງ​ມະ­ນຸດ​ດ້ວຍ​ກັນ ຫຼື ເວົ້າແນວ​ນີ້​ຍັງ​ມີ​ມະ­ນຸດ​ທີ່​ເຂົ້າ­ໃຈ ແລະ ຕັດ­ສິນ​ໃຈ​ເອງ​ວ່າ ຂ້ອຍ​ບໍ່​ກິນ​ເຫຼົ້າ​ແລ້ວ ຂ້ອຍ​ຊິໄປ​ເຮັດຫຍັງ ​ເທັກໆ ບາໆ ພົບ​ປະ​ສັງ­ສັນ ຖ້າ​ໃຫ້​ຂ້ອຍ​ຕອບ​ວ່າ ເຫັນມີ​ຄົນ​ເຂົ້າ​ຮ້ານເຫຼົ້າ ຫຼື ເທັກ​ບາ​ຫຼາຍ​ປະ­ເພດ ນັບ​ແຕ່​ຄົນ​ຈົນ ຮອດ​ຄົນ​ລວຍ ນັບ​ແຕ່​ນ້ອຍ​ຮອດໃຫຍ່ ກໍ​ບໍ່​ເຫັນ​ວ່າ​ຈະ​ໄປເໝົາ​ເອົາ​ວ່າ​ເຂົາ​ເຂົ້າ​ຮ້ານ​ເຫຼົ້າ​ເທັກ​ບາ​ແລ້ວ​ຈະ​ກິນ​ເຫຼົ້າ ຫຼື ມະ­ນຸດ​ບາງ​ຄົນ​ອາດ​ຄິດ​ຈົນ​ບໍ່​ລະ­ວັງ​ວ່າ ພວກ​ທີ່​ເຂົ້າ​ຮ້ານເທັກ​ບາແລ້ວ​ເປັນ​ຄົນ​ບໍ່​ດີ ຂ້ອຍ​ກໍ​ຂໍ​ຕອບ​ວ່າ​ ບໍ່​ແມ່ນ​ດອກ ໃນເມື່ອ​ພຸດ​ທະ​ສາ­ສະ­ໜາ​ກໍ​ສອນ​ໄວ້​ແລ້ວ​ເດ​ວ່າ ຄົນ​ເຮົາ​ຈະ​ຊົ່ວ ຫຼື ດີ ບໍ່​ຢູ່​ທີ່​ຊາດ​ກຳ­ເນີດ ແຕ່​ມັນ​ຂຶ້ນ​ຢູ່​ທີ່​ແນວ​ຄິດ​ຈິດ­ໃຈ ແລະ ການກະ­ທຳ ຄົນ​ຈະ​ຊົ່ວເຖິງ​ແມ່ນ​ວ່າ​ເຂົ້າ​ວັດ​ທຸກ​ມື້​ ກໍ​ໄປ​ຫັກຫຼ່ຽມ​ໂຫດ​ກັນ​ໃນ​ວັດ​ວາ​ອາຮາມ​ກໍ​ມີ ຄົນ​ເຂົ້າ​ເທັກ​ບາ​ບາງໂອ­ກາດ​ພໍ­ດີ​ພໍ­ງາມ ແຕ່​ຈິດ­ໃຈ​ມັນ​ເປັນ​ບຸນ​ກຸ­ສົນ ຮູ້­ຈັກ ແລະ ຮູ້​ແຈ້ງ​ໃນ​ຄວາມ​ຊົ່ວ ແລະ ຄວາມ​ດີ ຂ້ອຍ​ບໍ່​ເຫັນ​ວ່າ​ພວກເຂົາ​ເຫຼົ່າ­ນັ້ນ​ບໍ່ດີ​ໃນ​ຄວາມ​ຄິດ ແລະ ສາຍ­ຕາ​ຂ້ອຍ ເພາະພວກ​ເຮົາ​ຮູ້​ເຕັມ​ໝາກ​ຫົວ­ໃຈ​ກັນ​ແລ້ວວ່າ ​ຄົນ​ຈະ​ດີ ຫຼື ຊົ່ວ ມັນ​ຂຶ້ນ​ກັບ​ນິ­ໄສ ສັນ­ດານ​ຂອງ​ມັນ​ເອງ ! ມີ​ນິ­ທານ​ກ້ອມ​ເລື່ອງໜຶ່ງ​ສອນ​ວ່າ: ຄົນ​ໜຶ່ງ​ນັ່ງ​ຟັງ​ທຳ​ໃນ​ສາ­ລາ​ວັດ ແຕ່​ຈິດ­ໃຈເຂົາ​ຄິດ​ຊົ່ວ​ຕະ­ຫຼອດ​ເວ­ລາ ແລະ ອີກ​ຄົນ​ໜຶ່ງ​ກຳ­ລັງ​ຫາປາ​ຢູ່​ກາງ​ແມ່­ນ້ຳ​ຂອງ ແຕ່​ຈິດ­ໃຈ​ເຂົາ​ຄິດ​ແຕ່​ບຸນ​ກຸ­ສົນ ໃຜ​ຊິບາບ ໃຜ​ຊິ​ບຸນ ທ່ານ​ຜູ້​ອ່ານ​ຊ່ວຍ​ພິ­ຈາ­ລະ­ນາ​ຮິ່ນ­ຕອງ​ເອົາເອງ​ເຖີດ.

ການເຮັດບຸນ, ເຮັດບຸນແນວໃດຈຶ່ງຈະໄດ້ບຸນ

ເຮັດ­ບຸນ ​ຫຼາຍ​ຄົນກໍ​ຢາກ​ໄດ້​ບຸນ ແຕ່​ເບິ່ງ​ຄື​ວ່າຍັງ​ມີ​ຫຼາຍ​ຄົນ​ຢູ່​ທີ່​ຍັງ​ບໍ່​ທັນເຂົ້າ­ໃຈ​ແຈ້ງ­ວ່າ ບຸນ​ແມ່ນຫຍັງ ? ແລະ ການ​ເຮັດ­ບຸນ​ໃຫ້​ຖືກ​ຕາມ​ຫຼັກ​ຄຳ​ສອນ​ທາງພຸດ​ທະ​ສາ­ສະ­ໜາ​ນັ້ນ ເບິ່ງ​ຄື​ວ່າ​ຍັງ​ບໍ່​ທັນ​ແຈ່ມ​ແຈ້ງ ແລະ ຖືກ​ຕາມຫຼັກ​ທຳ​ທີ່​ພະ­ພຸດ­ທະ­ເຈົ້າ​ສອນ​ສັ່ງ​ໃຫ້​ປະ­ຕິ­ບັດ​ຖືກຕ້ອງ ບົດ​ນີ້ ດັ້ນ​ກີບ​ເມກ ຂໍ​ພາ​ທ່ານ​ຜູ້​ອ່ານ​ດົ້ນ​ດັ້ນ​ຫາ​ບຸນທີ່­ແທ້ເບິ່ງ​ວ່າ ພະ­ພຸດ­ທະ­ເຈົ້າ​ສອນ​ໄວ້​ແນວ­ໃດ?.


ເຮັດ­ບຸນ ​ຫຼາຍ​ຄົນກໍ​ຢາກ​ໄດ້​ບຸນ ແຕ່​ເບິ່ງ​ຄື​ວ່າຍັງ​ມີ​ຫຼາຍ​ຄົນ​ຢູ່​ທີ່​ຍັງ​ບໍ່​ທັນເຂົ້າ­ໃຈ​ແຈ້ງ­ວ່າ ບຸນ​ແມ່ນຫຍັງ ? ແລະ ການ​ເຮັດ­ບຸນ​ໃຫ້​ຖືກ​ຕາມ​ຫຼັກ​ຄຳ​ສອນ​ທາງພຸດ​ທະ​ສາ­ສະ­ໜາ​ນັ້ນ ເບິ່ງ​ຄື​ວ່າ​ຍັງ​ບໍ່​ທັນ​ແຈ່ມ​ແຈ້ງ ແລະ ຖືກ​ຕາມຫຼັກ​ທຳ​ທີ່​ພະ­ພຸດ­ທະ­ເຈົ້າ​ສອນ​ສັ່ງ​ໃຫ້​ປະ­ຕິ­ບັດ​ຖືກຕ້ອງ ບົດ​ນີ້ ດັ້ນ​ກີບ​ເມກ ຂໍ​ພາ​ທ່ານ​ຜູ້​ອ່ານ​ດົ້ນ​ດັ້ນ​ຫາ​ບຸນທີ່­ແທ້ເບິ່ງ​ວ່າ ພະ­ພຸດ­ທະ­ເຈົ້າ​ສອນ​ໄວ້​ແນວ­ໃດ?.
ຂໍ້​ທີ​ໜຶ່ງ​ຂໍ​ແຈ້ງ ແລະ ທຄວາມ​ເຂົ້າ­ໃຈ​ກັບ​ຜູ້​ອ່ານ​ທີ່​ສົນ­ໃຈໃນ​ການ​ເຮັດ­ບຸນ ​ກ່ອນ​ເປັນ​ຂໍ້​ທີ່​ຄວນ​ຫຼີກ­ເວັ້ນ​ວ່າ: ຢ່າເຮັດ­ບຸນເອົາ­ໜ້າ ສັດ­ທາ​ຫົວ​ເຕົ່າ ເພາະ­ວ່າ​ການ​ເຮັດ​ສິ່ງ​ໃດ​ກໍ​ຕາມ ຍ່ອມ​ມີ​ຄວາມ​ເຊື່ອ​ເປັນ​ພື້ນ­ຖານ ເປັນ​ປັດ​ໄຈໜຶ່ງ​ບວກ​ກັບ​ປັດໄຈ​ອື່ນໆ ເຊັ່ນ ​ເຮົາ​ເຮັດ​ວຽກ​ນຳ​ພັກ-ລັດ ຫຼື ເອ­ກະ​ຊົນ ເຮົາ​ກໍເຊື່ອ​ໃນ​ແນວ­ທາງ ແລະ ນະ­ໂຍ­ບາຍ ແລະ ສຸດ​ທ້າຍ​ຄື​ການໄດ້​ຮັບ​ຄ່າ​ຕອບ​ແທນ​ຕາມ​ກຳ­ລັງ​ທີ່​ເຮົາ​ໄດ້​ເຮັດ ການ​ເຮັດ­ບຸນກໍ​ບໍ່​ຕ່າງ​ກັນ ພຽງ​ແຕ່ອາດ​ຍັງ​ມີ​ຫຼາຍ​ຄົນ​ຢູ່​ທີ່​ຍັງ​ງົງ ແລະ ສັບສົນ​ວ່າ​ ຈະ​ເຮັດ​ແນວ­ໃດ​ແທ້​ຈິ່ງ​ໄດ້​ບຸນ ແຕ່​ກໍ​ຍັງ​ມີ​ຄົນ​ອີກ​ຈຳນວນ​ໜຶ່ງ​ທີ່ນິ­ຍົມ​ເຮັດ­ບຸນ​ເອົາ­ໜ້າ ມີ​ສັດ­ທາ​ແບບ​ຫົວ​ເຕົ່າ ຫຼຸບ​ເຂົ້າ​ໂຜ່​ອອກ ຫຼື ເຮັດ​ແບບ​ຫຼຸບໆ​ໂຜ່ໆ​ເພື່ອ​ເອົາ­ໜ້າ ຜົນຂອງການ​ເຮັດ­ບຸນ​ແບບ​ນີ້ ​ແມ່ນ​ບໍ່​ເຕັມ​ເມັດ​ເຕັມ​ໜ່ວຍ.
ບຸນ​ເປັນ​ຄຳ​ນາມ​ທີ່​ເອີ້ນ​ຕາງ​ການ​ກະ­ທຳ​ສິ່ງ​ໃດ​ໜຶ່ງ​ໄປ​ໃນທາງ​ທີ່​ດີ ລວມ​ຄວາມ​ວ່າ ­ການ​ເຮັດ­ບຸນແມ່ນ​ການ​ສ້າງ ຄວາມ​ດີ​ໃຫ້​ເກີດ​ຂຶ້ນ ​ໂດຍ​ປະ­ກອບ​ດ້ວຍ​ຕົວ​ເຈດ​ຕະ​ນາ​ຄວາມຄິດ ແລະ ການ​ກະ­ທຳ ເມື່ອ​ເຮົາ​ຮູ້​ແລ້ວ​ວ່າ​ບຸນເປັນ​ການ​ສ້າງຄວາມ​ດີ ແລະ ເຮັດ​ຄວາມ​ດີ​ໃຫ້​ເກີດ​ຂຶ້ນ​ແລ້ວ ຄຳ​ວ່າ​ບຸນ​ຍັງເປັນ​ຊື່​ຂອງ​ຄວາມ­ສຸກ​ອີກ ເພາະ​ເວ­ລາ​ຄົນ​ເຮົາ​ເຮັດ​ດີ​ ຜົນ​ຂອງມັນ​ຄື​ຄວາມ­ສຸກ ກົງ­ກັນ­ຂ້າມ​ກັບ​ການ​ເຮັດ​ຊົ່ວ ​ຜົນ​ຂອງ​ມັນຄືຄວາມ­ທຸກ​ ທີ່​ພວກ​ເຮົາທັງ­ຫຼາຍ​ເອີ້ນ​ກັນ​ວ່າ: ບາບ ດັ່ງ­ນັ້ນ ບຸນ ​ກັບ ​ບາບ ຄວາມ​ດີ​ ກັບ ​ຄວາມ​ຊົ່ວ ຈຶ່ງ​ຢູ່​ກັນ​ຄົນ​ລະ​ຝ່າຍ ບໍ່ຕ່າງ​ຫຍັງ​ກັບຂີ້­ໝິ້ນ​ກັບ​ປູນ ຫຼື ຂອງ​ຫອມ​ກັບ​ແມ­ງວັນ.
ຂໍ້​ທີ​ສອງ​ເວົ້າ​ເລື່ອງ​ການ​ເຮັດ­ບຸນ​ວ່າ ເຮັດ​ແນວ­ໃດ​ຈຶ່ງ​ຈະຖືກ​ຕາມ​ຫຼັກ ແລະ ເຈດ​ຕະ​ນາ​ຂອງ​ພະ­ພຸດ­ທະ­ເຈົ້າ ຖ້າ​ເວົ້າແບບ​ເລັ່ງ​ໄປ​ໃສ່​ຄວາມ​ຄິດ ແລະ ທັດ­ສະ­ນະ​ຂອງ​ສັງ­ຄົມ​ໃນປັດ­ຈຸ­ບັນ​ນີ້​ ແມ່ນ​ການ​ໃຫ້​ທານ ຮັກ­ສາ​ສິນ ແລະ ພາ​ວັນ­ນາ ການ​ໃຫ້​ທານ​ນັ້ນ​ກໍ​ມີ 2 ແບບ ຄື:
1. ອາ­ມິດ​ສະ​ທານ = ໃຫ້​ວັດ­ຖຸ
2. ທຳ​ມະ​ທານ = ໃຫ້​ທຳ​ມະ​ຄື​ຄວາມ​ຮູ້
ໃນ​ຈຳ­ນວນ 2 ປະ­ການ​ນີ້ ພະ­ພຸດ­ທະ­ເຈົ້າ​ສັນ­ລະ­ເສີນ​ຜູ້​ໃຫ້ທຳ​ມະ​ເປັນ​ທານ ​ເລີດ​ກວ່າ​ການ​ໃຫ້​ສິ່ງ​ຂອງ​ທັງ­ຫຼາຍ ໃນ​ສັງຄົມ​ປັດ­ຈຸ­ບັນ​ນີ້ ແນ່­ນອນ​ພວກ​ເຮົາ​ຫຼີກ​ບໍ່​ໄດ້​ທີ່​ຈະ​ຖວາຍ​ປັດ​ໄຈສີ່​ປະ­ການ​ແກ່​ພະ­ສົງ​ສາ­ມະ­ເນນ ​ມີ​ ຜ້າ­ຄຸມ ທີ່​ພັກ​ອາ­ໄສ ອາຫານ ແລະ ຢາ​ປິ່ນ­ປົວ​ສຸຂະພາບ ເຊິ່ງ​ປັດ​ໄຈ​ສີ່​ປະ­ການ​ ເປັນເຄື່ອງ​ອາ­ໄສ​ຂອງ​ຮ່າງ­ກາຍ ສ່ວນເວົ້າ​ເຖິງ​ຄວາມ​ຄິດ​ຈິດ­ໃຈ ນັ້ນ​ຄື​ຄວາມ​ຮູ້ ຄື​ການ​ໃຫ້​ທຳ​ມະ​ເປັນ​ທານ​ນັ້ນ​ເອງ ແຕ່​ສິ່ງ​ທີ່ຄວນ​ເບິ່ງ ແລະ ຄິດ​ລົງໃຫ້​ເລິກ​ໄປ​ກວ່າ​ນັ້ນ​ອີກ​ຄື: ການ​ໃຫ້ທານ​ປະ­ການ​ທີ​ສອງ​ ທີ່​ພະ­ພຸດ­ທະ­ເຈົ້າ​ເນັ້ນ​ຢາກ​ໃຫ້​ສາ­ວົກເອົາ­ໃຈ­ໃສ່​ໃຫ້ຫຼາຍ ເພາະ​ມັນ​ເປັນ​ການ​ພັດ­ທະ­ນາ​ແບບ​ຍືນຍົງ ໝາຍ​ຄວາມ​ວ່າ: ການ​ໃຫ້ ຫຼື ການ​ຊ່ວຍ​ຄົນ​ໃຫ້​ພົ້ນ​ຈາກຄວາມ​ໂງ່​ຈ້າ​ຫຼ້າ­ຫຼັງນີ້​ ເປັນ​ສິ່ງ​ທີ່​ປະ­ເສີດ​ກວ່າ​ການ​ໃຫ້​ພຽງວັດ­ຖຸ​ໄປ​ວັນໆ ເວົ້າ​ແນວ​ນີ້​ບໍ່​ໝາຍ​ຄວາມ​ວ່າ​ໃຫ້​ປະຖິ້ມ​ການຊ່ວຍ­ເຫຼືອ​ທາງ​ວັດ­ຖຸ ແຕ່​ຢາກ​ເວົ້າ​ໃຫ້​ໄດ້​ຄິດ​ກັນ​ໃຫ້​ເລິກ​ໄປກວ່າ​ນັ້ນ.
ບາດ­ນີ້​ກັບ​ໄປ​ຫາ​ປະ­ເດັນ​ທີ​ສອງ​ຂອງ​ການ​ເຮັດ­ບຸນ​ຄື​ການ
ຮັກ­ສາ​ສິນ ໝາຍ​ຄວາມ​ວ່າ: ໃຫ້​ຮັກ­ສາ​ລະ­ບຽບ​ວິ­ໄນ​ ປະ­ຕິ­ບັດຕາມ​ກົດ­ໝາຍ​ບ້ານ​ເມືອງ ນັ້ນ​ເປັນ​ການ​ເຮັດ­ບຸນ ເພາະ​ເວົ້າໄວ້​ເບື້ອງ​ຕົ້ນ​ແລ້ວ​ວ່າ ​ເປັນ​ການ​ສ້າງ​ຄວາມ​ດີ​ໃຫ້​ເກີດ​ຂຶ້ນ ຕໍ່ມາ​ຈຶ່ງ​ຄວນ​ທຳ​ຄວາມ​ເຂົ້າ­ໃຈ​ເລື່ອງ​ພາວັນ­ນາ​ໃຫ້​ແຈ້ງ ແລະ ເລິກ­ເຊິ່ງ ເພາະ​ຄຳ​ວ່າ ພາ​ວັນ­ນາ​ ແມ່ນ​ຄຳ​ດຽວ​ກັນ​ກັບ​ຄຳວ່າ​ພັດ­ທະ­ນາ ຄືແປ​ວ່າ ​ເຮັດ​ໃຫ້ມັນ​ດີ​ຂຶ້ນ​ກວ່າ​ເກົ່າ ອີກ​ຢ່າງໜຶ່ງ​ທີ່​ກິນ​ຄວາມ​ໝາຍ​ເລິກ​ໄປ​ກວ່າ​ນັ້ນ​ຂອງ​ຄຳ​ວ່າ: ພາ​ວັນນາ ​ຄື​ການ​ລົງ­ມື​ເຮັດ ​ເວົ້າໃຫ້​ແຈ້ງ​ຂຶ້ນ​ຕື່ມ​ອີກກໍ​ແມ່ນ ​ການ​ນຳເອົາ​ສິນ​ລະ​ທຳ ນະ­ໂຍ­ບາຍ ແຈ້ງ​ການ ມະ­ຕິ​ຄຳ​ສັ່ງ​ໄປ​ປະ­ຕິບັດ​ນັ້ນແຫຼະ ທັງ​ສາມ​ປະ­ການ​ຂອງ​ບຸນ​ຄື ການ​ໃຫ້​ທານ ການ​ຮັກ­ສາ​ສິນ ພາ​ວັນ­ນາ ຈຶ່ງ​ເປັນ​ຂະ​ບວນ​ການ​ເຮັດ­ບຸນ​ສິນກິນ​ທານ​ທີ່​ມີ​ເຈດ​ຕະ​ນາ​ບໍ­ລິ­ສຸດ​ແຕ່​ເບື້ອງ​ຕົ້ນ ຖ້າ​ເວົ້າ​ກວມລວມ​ອີກ ການ​ເຮັດ­ບຸນ​ໃຫ້​ທານ ​ກໍ​ຕ້ອງ​ເຮັດ​ກັບ​ຜູ້​ມີສິນ​ມີ​ສັດຈະ ດັ່ງ­ນັ້ນ ການ​ເຮັດ­ບຸນ​ຈຶ່ງ​ບໍ່​ໝາຍ​ເອົາ​ເຂົ້າ​ໄປ​ຖວາຍ​ປັດ​ໄຈແກ່​ພະ­ສົງ​ຢູ່​ວັດ​ຢ່າງ​ດຽວ ການ​ຊ່ວຍ­ເຫຼືອ​ຄົນ​ຍາກ­ຈົນ​ກໍ​ແມ່ນການ​ເຮັດ­ບຸນ​ທີ່​ຍິ່ງ​ໃຫຍ່ ຂໍ​ແຕ່​ວ່າ​ຕັ້ງ​ສັດ­ທາ​ໃຫ້​ໝັ້ນ​ຄວບ​ຄູ່ໄປ​ກັບ​ປັນ­ຍາ ເພື່ອ​ປ້ອງ​ກັນໄວ້​ບໍ່​ໃຫ້​ເປັນ​ສັດ­ທາ​ຫົວ​ເຕົ່າ.

ພະທາດຫລວງວຽງຈັນ

ພະທາດຫລວງວຽງຈັນ, ທາດຫລວງ

ພະທາດຫລວງວຽງຈັນ, ທາດຫລວງ


ພຣະ​ທາດ­ຫຼວງ ແມ່ນ​ປູ­ຊະ­ນີ­ຍະ­ສະ­ຖານ​ຂອງ​ຊາດ​ລາວ​ເຮົາ ເຊິ່ງ​ພວກ​ເຮົາ​ໄດ້​ຮັບ​ມໍ­ລະ­ດົກ​ຕົກ​ທອດ​ມາ​ຈາກ​ບັນ​ພະ​ບູ​ລຸດ ນັບ​ວ່າ​ເປັນ​ມໍ­ລະ­ດົກ​ອັນ​ລ້ຳ​ຄ່າ​ທີ່​ພວກ​ເຮົາ​ຮັກ ແລະ ຫວງ​ແຫນ​ທີ່​ສຸດ ພຣະ​ທາດ­ຫຼວງ ເປັນ​ສັນ­ຍາ​ລັກ​ອີກ​ອັນ​ໜຶ່ງ​ທີ່​ຊີ້​ບອກ​ວ່າ: ປະ­ຊາ­ຊົນ​ລາວ​ສ່ວນ​ຫຼາຍ ນັບ­ຖື​ພຣະ​ພຸດ​ທະ​ສາດ­ສະ­ໜາ ດັ່ງ​ທີ່​ພວກ​ເຮົາ​ຈະ​ສັງ­ເກດ​ເຫັນ​ໄດ້​ວ່າ ໃນ​ເທດ­ສະ­ການ​ບຸນ​ພຣະ​ທາດ­ຫຼວງ​ວຽງ​ຈັນ ແຕ່​ລະ​ປີ​ແມ່ນ​ໄດ້​ຈັດ​ຢ່າງ​ຍິ່ງ​ໃຫຍ່ ແລະ ຖື​ເປັນ​ງານ​ບຸນ​ສຳ­ຄັນ​ຂອງ​ຊາດ ປະ­ຊາ­ຊົນ​ລາວ ນັບ​ແຕ່​ເໜືອ​ຮອດ​ໃຕ້ ໄດ້​ເຂົ້າ​ມາ​ຮ່ວມ​ໃນ​ບຸນ​ດັ່ງ­ກ່າວ​ຢ່າງ​ຫຼວງ­ຫຼາຍ ພຣະ​ທາດ­ຫຼວງ​ວຽງ​ຈັນ ເປັນ​ມິ່ງ­ຂວັນ​ຂອງ​ຊາດ ຂອງ​ປະ­ຊາ­ຊົນ​ລາວ ເຊິ່ງ​ປະ­ຊາ­ຊົນ​ລາວ​ທັງ​ຊາດ​ເຄົາ­ລົບ ແລະ ສັກ­ກາ­ລະ​ບູ­ຊາ.
ຜູ້​ຂຽນ​ຈະ​ບໍ່​ກ່າວ​ເຖິງ​ປະ­ຫວັດ​ຄວາມ​ເປັນ​ມາ ວ່າ​ໃຜ​ເປັນ​ຜູ້​ສ້າງ ສ້າງ​ເມື່ອ​ໃດ​ແນວ­ໃດ ? ເພາະ​ຄິດ​ວ່າ​ຫຼາຍ​ທ່ານ​ຄົງ​ຈະ​ໄດ້​ຍິນ​ໄດ້​ຟັງ​ມາ​ຫຼາຍ​ແລ້ວ ຫຼື ທ່ານ​ໃດ​ທີ່​ຍັງ​ບໍ່​ໄດ້​ອ່ານ​ປະ­ຫວັດ​ຄວາມ​ເປັນ​ມາ​ຂອງ​ພຣະ​ທາດ­ຫຼວງ ກໍ​ສາ­ມາດ​ຊອກ​ຫາ​ມາ​ອ່ານ​ໄດ້ ແຕ່​ໃນ​ທີ່​ນີ້ ເພື່ອ​ໃຫ້​ພວກ​ເຮົາ​ໄດ້​ຮູ້ ແລະ ເຂົ້າ­ໃຈ​ກ່ຽວ​ກັບ​ເນື້ອ​ໃນ​ສຳ­ຄັນ​ອັນ ເປັນ​ປິດ­ສະ­ໜາ​ສ່ວນ​ໜຶ່ງ​ທີ່­ຢູ່​ໃນ​ພຣະ​ທາດ­ຫຼວງ​ນັ້ນ ຜູ້​ຂຽນ​ຂໍ​ຖອດ​ລະ­ຫັດ​ຕາມ​ຄວາມ​ໝາຍ​ທີ່​ເປັນ​ມາ​ດັ່ງ​ຕໍ່​ໄປ​ນີ້:
ພຣະ​ທາດ­ຫຼວງ ມີ​ທາດ​ນ້ອຍ​ອ້ອມ​ພຣະ​ທາດ​ໃຫຍ່ 30 ລູກ ເອີ້ນ​ຊື່​ຕາມ​ພາ­ສາ​ບາ​ລີ​ວ່າ: ສະ​ມາ​ຕິງ​ສະ​ປາ​ຣະ​ມີ ແລະ ໃນ​ນັ້ນ​ຈາ­ລຶກ​ພຣະ​ທຳ​ໄວ້​ວ່າ: ເຍ​ທັມ­ມາ​ເຫ​ຕຸ​ປັບ​ພະ­ວາ ເຕ​ສັງ​ເຫ​ຕຸງ​ຕະ​ຖາ​ຄະ​ໂຕ ເຕ​ສັນ​ຈະ​ໂຍ ນິ​ໂຣ​ໂທ ຈະ​ເອວັງ ວາ​ທິ​ມະ­ຫາ​ສະ​ມະ­ໂນ ໃນ​ທີ່​ນີ້​ສາ­ມາດ​ຖອດ​ລະ­ຫັດ​ໄດ້​ສອງ​ປະ­ເດັນ​ຄື:
1. ພຣະ​ທາດ​ນ້ອຍ 30ລູກ ໝາຍ​ເຖິງ​ຫຍັງ ? ແລະ ເປັນ​ຫຍັງ​ຈຶ່ງ​ຕ້ອງ​ມີ 30ລູກ.
2. ຄຳ​ວ່າ: ເຍ​ທັມ­ມາ​ເຫ ຕຸ​ປັບ​ພະ­ວາ ເຕ​ສັງ ເຫ​ຕຸງ ຕະ​ຖາ ຄະ​ໂຕ ເຕ​ສັນ ຈະ​ໂຍ ນິ​ໂຣ​ໂທ ຈະ​ເອວັງ ວາ​ທິ ມະ­ຫາ​ສະ​ມະ­ໂນມີ​ຄວາມ​ໝາ­ຍວ່າ​ແນວ­ໃດ ? ຄຳ​ເວົ້າ​ດັ່ງ­ກ່າວ​ນີ້​ມາ​ແຕ່​ໃສ ? ໃຜ​ເປັນ​ຄົນ​ກ່າວ ?.
ຕໍ່​ກັບ​ປະ­ເດັນ​ທີ​ໜຶ່ງ ພຣະ​ທາດ​ນ້ອຍ 30 ລູກ ໝາຍ​ເຖິງ​ປາ​ຣະ​ມີ 30 ປະ­ການ ຂໍ​ອະ­ທິ­ບາຍ​ໃຫ້​ເຂົ້າ­ໃຈ​ວ່າ: ກ່ອນ​ອື່ນ​ຕ້ອງ​ຮູ້­ຈັກ​ຄຳ​ວ່າ ປາ​ຣະ​ມີແມ່ນ​ຫຍັງ ? ຄຳ​ວ່າ ປາ​ຣະ​ມີ ແມ່ນ​ຄຸນ​ນະ​ທຳ​ທີ່​ເປັນ​ຂໍ້​ປະ­ຕິ­ບັດ ມີ 10 ປະ­ການ ດັ່ງ­ນີ້:
1. ທາ­ນະ ໝາຍ​ເຖິງ​ການ​ໃຫ້ ຫຼື ການ​ເສຍ­ສະ­ຫຼະ ໄດ້­ແກ່​ການ​ເສຍ­ສະ­ຫຼະ​ຊັບ​ສິ່ງ​ຂອງ​ທີ່​ຕົນ​ມີ ແຈກ​ແບ່ງ​ໃຫ້​ກັບ​ຜູ້​ອື່ນ​ດ້ວຍ​ຄວາມ​ຈິງ​ໃຈ ໃຫ້​ໃນ​ທີ່​ນີ້​ຈະ​ໃຫ້​ແກ່​ໃຜ​ຄົນ​ໃດ ກໍ​ມີ​ຄວາມ​ໝາ­ຍວ່າ ການ​ໃຫ້ ຫຼື ການ​ເສຍ­ສະ­ຫຼະ​ທັງ​ນັ້ນ ຂໍ​ພຽງ​ແຕ່​ເຮົາ​ໃຫ້​ດ້ວຍ​ຫົວ­ໃຈ​ຂອງ​ຄວາມ​ຢາກ​ໃຫ້​ແທ້ໆ​ເຊັ່ນ: ໃນ​ໄລ­ຍະ​ທີ່​ຜ່ານ​ມາ ພວກ​ເຮົາ​ໄດ້​ຊ່ວຍ​ກັນ​ບໍ­ລິ­ຈາກ​ຊັບ​ສິ່ງ​ຂອງ​ຕ່າງໆ ໃຫ້​ແກ່​ຜູ້​ປະ­ສົບ​ໄພ​ນ້ຳ​ຖ້ວມ ດ້ວຍ​ຄວາມ​ຈິງ​ໃຈ ໂດຍ​ບໍ່​ຫວັງ​ສິ່ງ​ໃດ​ຕອບ​ແທນ​ນີ້​ກໍ​ເອີ້ນ​ວ່າ­ການ​ໃຫ້.
2. ສິ​ລ ໝາຍ​ເຖິງ​ການ​ຮັກ­ສາ​ກາຍ ວາ­ຈາ ໃຈ ໃຫ້​ເປັນ​ປົກ­ກະ­ຕິ ຄຳ​ວ່າ ປົກ­ກະ­ຕິ ມີ​ຄວາມ​ໝາຍ​ໃນ​ທາງ​ປະ­ຕິ­ບັດ​ຄື: ການ​ປະ­ຕິ­ບັດ​ຕົນ​ໃຫ້​ຖືກ­ຕ້ອງ.
3. ເນກ­ຂັມ­ມະ ໝາຍ​ເຖິງ​ການ​ອອກ­ບວດ ການ​ຍົກ​ຕົນ​ໃຫ້​ພົ້ນ​ຈາກ​ກາມ ນີ້​ເປັນ​ແນວ­ທາງ​ປະ­ຕິ­ບັດ​ຂອງ​ນັກ­ບວດ ຜູ້​ອອກ​ຈາກ​ເຮືອນ ແຕ່​ຖ້າ​ຈະ​ກ່າວ​ໃນ​ທາງ​ປະ­ຕິ­ບັດ​ທີ່​ເປັນ​ຂອງ​ຊາວ­ບ້ານ ກໍ​ຄື​ການ​ຮູ້​ທັນ​ສະ­ພາບ​ຂອງ​ຄວາມ​ມັກ​ຄວາມ​ໃຄ່ ບໍ່​ເຖິງ​ຂັ້ນ​ວ່າ​ຕ້ອງ​ອອກ​ຈາກ​ເຮືອນ​ມາ​ບວດ​ເປັນ​ພຣະ​ກໍ​ໄດ້ ພຽງ​ແຕ່​ປະ­ຕິ­ບັດ​ສິນ​ຫ້າ​ໃຫ້​ສົມ­ບູນ ໂດຍ​ສະ­ເພາະ​ແມ່ນ​ຂໍ້​ສາມ (ກາ​ເມ) ກໍ​ດີ​ແລ້ວ.
4. ປັນ­ຍາ ໝາຍ​ເຖິງ​ຄວາມ​ຮູ້​ຄວາມ​ເຂົ້າ­ໃຈ​ໃນ​ເຫດ­ຜົນ​ຕາມ​ຄວາມ​ເປັນ​ຈິງ ປັນ­ຍາ ເປັນ​ສິ່ງ​ທີ່​ມີ​ຢູ່​ກັບ​ຄົນ​ເຮົາ ແລະ ຈຳ­ເປັນ​ຈະ​ຕ້ອງ​ໃຊ້​ຫຼາຍ ໃນ​ການ​ດຳ­ເນີນ​ຊີ­ວິດ ຈະ​ກະ­ທຳ​ສິ່ງ​ໃດ​ກໍ​ຕາມ ຖ້າ​ຂາດ​ປັນ­ຍາ​ແລ້ວ ບໍ່​ມີ​ທາງ​ຈະ​ສຳ­ເລັດ​ຜົນ​ໄດ້ ພຣະ​ພຸດ­ທະ­ເຈົ້າ​ກ່າວ​ວ່າ: ປັນ­ຍາ​ເປັນ​ແສງ​ສະ­ຫວ່າງ​ໃນ​ໂລກ.
5. ວິ​ຣິ​ຍະ ໝາຍ​ເຖິງ​ຄວາມ​ດຸ­ໝັ່ນ​ຂະ­ຫຍັນ​ພຽນ ບຸກ­ຄົນ​ໃດ​ກໍ​ຕາມ ທີ່​ມີ​ຄວາມ​ດຸ­ໝັ່ນ​ຂະ­ຫຍັນ​ພຽນ ໃນ​ການ​ເຮັດ​ວຽກ​ເຮັດ​ງານ ການ​ປະ­ກອບ​ອາ­ຊີບ​ດ້ວຍ​ຄວາມ​ສຸ​ຈະ­ລິດ ບໍ່​ກຽດ­ຄ້ານ ຍ່ອມ​ປະ­ສົບ​ຄວາມ​ສຳ­ເລັດ​ໃນ​ຊີ­ວິດ.
6. ຂັນ​ຕິ ໝາຍ​ເຖິງ​ຄວາມ​ອົດ­ທົນ ອົດ­ທົນ​ຕໍ່​ຄວາມ­ເຈັບ​ປວດ ອົດ­ທົນ​ຕໍ່​ຄວາມ​ລຳ­ບາກ ອົດ­ທົນ​ຕໍ່​ຄວາມ­ເຈັບ​ໃຈ ຫຼື ການ​ຖືກ​ກະ­ທົບ­ກະ­ເທືອນ​ທາງ​ດ້ານ​ຈິດ­ໃຈ ຄວາມ​ອົດ­ທົນ​ເປັນ​ຍອດ​ແຫ່ງ​ຄຸນ​ນະ​ທຳ.
7. ສັດ­ຈະ ໝາຍ​ເຖິງ​ຄວາມ​ຈິງ ຄື​ການ​ເວົ້າ​ໃນ​ສິ່ງ​ທີ່​ເປັນ​ຈິງ ກະ­ທຳ​ຈິງ ແລະ ຈິງ​ໃຈ.
8. ອະ​ທິດ​ຖາ­ນະ ໝາຍ​ເຖິງ​ຄວາມ​ຕັ້ງ­ໃຈ ຄື​ການ​ວາງ​ເປົ້າ​ໝາຍ​ໃນ​ການ​ກະ­ທຳ​ຂອງ​ຕົນ​ໄວ້ ແລ້ວ​ກະ­ທຳ​ຕາມ​ທີ່​ຕັ້ງ­ໃຈ​ໄວ້​ນັ້ນ ເພື່ອ​ໃຫ້​ບັນ­ລຸ​ເປົ້າ​ໝາຍ.
9. ເມດ​ຕາ ໝາຍ​ເຖິງ​ຄວາມ​ປາ­ຖະ­ໜາ​ດີ​ຕໍ່​ຄົນ​ອື່ນ ເຫັນ​ຄົນ​ອື່ນ​ເປັນ​ເພື່ອນ​ຮ່ວມ​ໂລກ​ດຽວ​ກັນ​ກັບ​ເຮົາ ຮັກ​ຄວາມ­ສຸກ​ກຽດ​ຊັງ​ຕໍ່​ຄວາມ­ທຸກ​ເໝືອນ​ກັນ​ກັບ​ເຮົາ.
10. ອຸ­ເບກ­ຂາ ໝາຍ​ເຖິງ​ການ​ວາງ­ໃຈ​ເປັນ­ກາງ ຄື​ການ​ຢຶດ​ໝັ້ນ​ໃນ​ຄວາມ​ຖືກ­ຕ້ອງ​ບໍ່​ລຳ­ອຽງ.
ປາ​ຣະ​ມີ 10 ປະ­ການ​ນີ້ ມີ​ຂັ້ນ ຫຼື ລະ­ດັບ​ການ​ປະ­ຕິ­ບັດ​ສາມ​ຂັ້ນ:
ຂັ້ນ​ທີ 1: ປາ​ຣະ​ມີ​ລະ­ດັບ​ສາ­ມັນ ເຊັ່ນ: ການ​ໃຫ້​ຊັບ​ສົມ­ບັດ​ທີ່​ເປັນ​ຂອງ​ພາຍ​ນອກ (ເງິນ ເຄື່ອງ­ໃຊ້ ...).
ຂັ້ນ​ທີ 2: ປາ​ຣະ​ມີ​ລະ­ດັບ​ກາງ ການ​ເສຍ­ສະ­ຫຼະ​ອະ​ໄວ​ຍະ​ວະ​ຂອງ​ຮ່າງ­ກາຍ​ໃຫ້​ເປັນ​ທານ ຫຼື ການ​ບໍ­ລິ­ຈາກ​ຮ່າງ­ກາຍ​ເພື່ອ​ຊ່ວຍ​ຊີ­ວິດ​ຜູ້​ອື່ນ ຫຼື ການ​ບໍ­ລິ­ຈາກ​ເລືອດ ເປັນ­ຕົ້ນ.
ຂັ້ນ​ທີ 3: ປາ​ຣະ​ມີ​ລະ­ດັບ​ສູງ ການ​ເສຍ­ສະ­ຫຼະ​ຊີ­ວິດ​ຂອງ​ຕົນ ເພື່ອ​ປະ­ໂຫຍດ​ແກ່​ຜູ້​ອື່ນ.
ທັງ​ສາມ​ລະ­ດັບ​ນີ້ (ລະ­ດັບ​ສາ­ມັນ ລະ­ດັບ​ກາງ ແລະ ລະ­ດັບ​ສູງ) ເມື່ອ​ໄປ​ບວກ​ເຂົ້າ​ກັບ​ແຕ່​ລະ​ປະ­ການ ຈຶ່ງ​ເທົ່າ​ກັບ 30 ປະ­ການ ຫຼື ເອີ້ນ​ວ່າ: ສະ​ມະ​ຕິງ​ສະ​ປາ​ຣະ​ມີ ນັ້ນ​ເອງ.
ສາ­ເຫດ​ທີ່​ຕ້ອງ​ມີ​ສາມ​ສິບ (30) ລູກ ກໍ​ເພາະ­ວ່າ ປາ​ຣະ​ມີ 30 ປະ­ການ​ນີ້ ເປັນ​ແນວ­ທາງ​ແຫ່ງ​ການ​ປະ­ຕິ­ບັດ​ເພື່ອ​ບັນ­ລຸ​ເປົ້າ​ໝາຍ​ສູງ​ສຸດ​ຂອງ​ຊີ­ວິດ​ເຊັ່ນ: ເປັນ​ພຣະ​ພຸດ­ທະ­ເຈົ້າ ເປັນ​ພຣະ​ອະ​ຣິ​ຍະ​ສາ­ວົກ ຫຼື ຖ້າ​ຈະ​ກ່າວ​ໃນ​ລະ­ດັບ​ສາ­ມັນ​ຊົນ​ດັ່ງ​ພວກ​ເຮົາ ກໍ​ແມ່ນ​ຫຼັກ​ທຳ​ໃນ​ການ​ປະ­ຕິ­ບັດ ເພື່ອ​ຄວາມ​ເປັນ​ມະ­ນຸດ​ທີ່​ສົມ­ບູນ ເພື່ອ​ຄວາມ​ມີ​ຊີ­ວິດ​ທີ່​ດີ­ງາມ.
ປະ­ເດັນ​ທີ 2 ຄຳ​ວ່າ: ເຍ​ທັມ­ມາ ເຫ​ຕຸ​ປັບ​ພະ­ວາ ເຕ​ສັງ​ເຫ​ຕຸງ ຕະ​ຖາ​ຄະ​ໂຕ ເຕ​ສັນ​ຈະ​ໂຍ ນິ​ໂຣ​ໂທ ຈະ​ເອວັງ​ວາ​ທິ​ມະ­ຫາ​ສະ​ມະ­ໂນແປ​ວ່າ: ທຳ​ເຫຼົ່າ​ໃດ​ເກີດ​ແຕ່​ເຫດ ພຣະ​ຕະ­ຖາ­ຄົດ​ຊົງ​ສະ­ແດງ​ເຫດ​ແຫ່ງ​ທຳ​ເຫຼົ່າ­ນັ້ນ ແລະ ຄວາມ​ດັບ​ແຫ່ງ​ທຳ​ເຫຼົ່າ­ນັ້ນ ພຣະ​ມະ­ຫາ​ສະ­ມະ­ນະ​ມີ​ປົກ­ກະ­ຕິ ສະ­ແດງ​ດັ່ງ­ນີ້:
ນີ້​ແມ່ນ​ຫົວ­ໃຈ​ສຳ­ຄັນ​ຂອງ​ພຣະ​ພຸດ​ທະ​ສາດ­ສະ­ໜາ ເຊິ່ງ​ຂໍ້­ຄວາມ​ດັ່ງ­ກ່າວ​ນີ້ ມີ​ຢູ່​ໃນ​ໜັງ­ສື​ພຣະ​ໄຕຣ​ປີ­ດົກ (ພຣະ​ວິ­ນັຍ ເຫຼັ້ມ 4 ມະ­ຫາ ວັກ​ໜ້າ 73).
ຜູ້​ທີ່​ເປັນ​ຄົນ​ກ່າວ​ຂໍ້­ຄວາມ​ນີ້​ແມ່ນ ພຣະ​ອັດ​ສະ​ຊີ (ອັສສ​ຊີ) ກ່າວ​ໃຫ້​ແກ່​ສາ​ຣິ​ບຸດ​ປະ​ຣິ​ພາ​ຊົກ​ຟັງ ເມື່ອ​ຄັ້ງ​ພຣະ​ອັດ​ສະ​ຊິ​ເຂົ້າ​ໄປ​ບິນ​ດະ​ບາດ ທີ່​ເມືອງ​ຣາ​ຊະ​ຄຶ​ສາ​ຣີ​ບຸດ​ປະ​ຣິ​ພາ​ຊົກ ເຫັນ​ກິ­ລິ­ຍາ​ອາ­ການ​ຂອງ​ພຣະ​ອັດ​ສະ​ຊິ ແລ້ວ​ກໍ​ເກີດ​ຄວາມ​ເຫຼື້ອມ​ໃສ ຈຶ່ງ​ລໍ­ຖ້າ​ຈົນ​ໄດ້​ໂອ­ກາດ ກໍ​ເຂົ້າ​ໄປ​ຖາມ​ກ່ຽວ​ກັບ​ຫຼັກ​ທຳ ໃນ​ສາດ­ສະ­ໜາ​ທີ່​ພຣະ​ອັດ​ສະ​ຊິ ບວດ​ຢູ່ ຈາກ​ນັ້ນ ພຣະ​ອັດ​ສະ​ຊິ ກໍ​ກ່າວ​ຫຼັກ​ທຳ​ພຽງ​ຫຍໍ້ໆ​ໃຫ້​ຟັງ​ດັ່ງ​ຂໍ້­ຄວາມ​ຂ້າງ​ເທິງ​ນັ້ນ.
ທັງ​ໝົດ​ທີ່​ກ່າວ​ມາ​ນັ້ນ ຊີ້​ໃຫ້​ພວກ​ເຮົາ​ເຫັນ​ວ່າ ໃນ​ການ​ດຳ­ເນີນ​ຊີ­ວິດ​ຂອງ​ຄົນ​ຕະ­ຫຼອດ​ໄລ­ຍະ​ທີ່​ຍັງ​ມີ​ລົມ​ຫາຍ­ໃຈ ຄື​ຍັງ​ເປັນ​ມະ­ນຸດ​ຢູ່​ຄຸນ​ນະ​ທັມ 30 ປະ­ການ ເຊັ່ນ​ຂໍ້​ໃຫຍ່ໆ 10 ປະ­ການ (ການ​ໃຫ້​ທານ ການ​ຮັກ­ສາ​ສິນ ການ​ຍົກ​ຕົນ​ໃຫ້​ພົ້ນ​ຈາກ​ກາມ ການ​ໃຊ້​ປັນ­ຍາ ຄວາມ​ດຸ­ໝັ່ນ​ຂະ­ຫຍັນ​ພຽນ ຄວາມ​ອົດ­ທົນ ຄວາມ​ຈິງ​ໃຈ ຄວາມ​ຕັ້ງ­ໃຈ ຄວາມ​ມີ​ເມດ​ຕາ​ຕໍ່​ຄົນ​ອື່ນ ແລະ ການ​ຢຶດ​ໝັ້ນ​ໃນ​ຄວາມ​ຖືກ­ຕ້ອງ) ເຫຼົ່າ​ນີ້ ເປັນ​ສິ່ງ​ທີ່​ພວກ​ເຮົາ​ທຸກ​ຄົນ​ສາ­ມາດ​ກະ­ທຳ​ໄດ້ ຄວາມ​ຈິງ​ແລ້ວ ທຳ​ມະ​ເຫຼົ່າ​ນີ້​ເປັນ​ສິ່ງ​ທີ່­ຢູ່​ໃກ້​ຕົວ​ເຮົາ ຖ້າ​ພວກ​ເຮົາ​ຫາກ​ນຳ​ມາ​ໃຊ້​ໃນ​ຊີ­ວິດ​ປະ­ຈຳ​ວັນ ຜູ້​ຂຽນ​ຂໍ​ຮັບ­ຮອງ​ໄດ້​ເລີຍ​ວ່າ: ວິດ​ຂອງ​ທ່ານ​ຈະ​ມີ​ຄວາມ­ສຸກ ແລະ ເກີດ​ຄວາມ​ເປັນ​ສິ­ລິ​ມຸງ­ຄຸນ​ຢ່າງ​ແນ່­ນອນ ອີກ​ຢ່າງ​ໜຶ່ງ ຕໍ່​ໄປ​ນີ້​ເມື່ອ​ໄປ​ທ່ຽວ​ຊົມ​ພຣະ​ທາດ­ຫຼວງ ຢ່າ​ເບິ່ງ​ແຕ່​ຄວາມ​ງາມ​ຂອງ​ພຣະ​ທາດ­ຫຼວງ​ພຽງ​ຢ່າງ​ດຽວ ຈົ່ງ​ເບິ່ງ​ຕົນ​ເອງ ແລະ ບອກ​ກັບ​ຕົນ​ເອງ​ວ່າ ຕໍ່​ໄປ​ນີ້ ເຮົາ​ຈະ​ປະ­ຕິ­ບັດ​ຕົນ​ແນວ­ໃດ ເຮົາ​ຈະ​ດຳ­ລົງ​ຊີ­ວິດ​ຢູ່​ໃນ​ໂລກ​ນີ້​ແນວ­ໃດ ອັນ​ໃດ​ຄື​ສິ່ງ​ທີ່​ສຳ­ຄັນ​ທີ່​ສຸດ​ສຳ­ລັບ​ຊີ­ວິດ​ເຮົາ ເຮົາ​ຈະ​ເຮັດ​ແນວ­ໃດ ເພື່ອ​ໃຫ້​ສົມ​ກັບ​ການ​ໄດ້​ເກີດ​ມາ​ເປັນ​ມະ­ນຸດ ແລະ ຢ່າ​ລືມ​ນຳ​ເອົາ​ທຳ​ມະ​ທີ່​ທ່ານ​ໄດ້​ຮູ້​ຈາກ​ພຣະ​ທາດ­ຫຼວງ ມາ​ນຳ​ໃຊ້​ໃຫ້​ເກີດ​ປະ­ໂຫຍດ​ກັບ​ຕົວ​ທ່ານ ຖ້າ​ທ່ານ​ເຮັດ​ໄດ້​ແນວ​ນີ້ ຜູ້​ຂຽນ​ໝັ້ນ​ໃຈ​ວ່າ ພຣະ​ທາດ­ຫຼວງ​ຈະ​ບໍ່​ເປັນ​ພຽງ​ສິ່ງ​ສັກ­ກາ­ລະ​ບູ­ຊາ ແຕ່​ຈະ​ເປັນ​ສິ່ງ​ທີ່​ສະ­ທ້ອນ ແລະ ເຕືອນ​ສະ­ຕິ​ແກ່​ປວງ​ຊົນ​ວ່າ ທີ່​ທ່ານ​ເກີດ​ມາ​ຢູ່​ໃນ​ໂລກ​ນີ້ ທ່ານ​ໄດ້​ເຮັດ​ສິ່ງ​ທີ່​ເປັນ​ປະ­ໂຫຍດ​ແລ້ວ ຫຼື ຍັງ ?.
ໂດຍ: ພຣະ ບຸນ​ເລີນ ມິ່ງ​ສະ​ໝອນ

ສູນກາງນະຄອນຫລວງ



ຕົວເມືອງໃຫມ່ທີກຳລັງສ້າງ ຂອບເຂດ ບຶງພະເທດຫລວງ ໂດຍຈະສ້າງເປັນ china town ເປັນຕົວເມືອງທີ່ຍິ່ງໃຫຍ່ ແລະ ມີສິງອຳນວຍຄວາມສະດວກທຸກປະການໃຫ້ຄົນລາວໄດ້ ຊົມໃຊ້ກັນ





Saturday, November 16, 2013

ເກັບໃຈໄວ້ໃຫ້ເຈົ້າ ແຊມ

ຕໍ່ລົມຫາຍໃຈ

ຮັກກັນວັນນີ້ ໂຈ່ໂຈ້ [Lao Pop Song]

Super One - I Own You ft. AKA G-Bloodz

Thursday, November 14, 2013

ບົດຮຽນລາຄາແພງAnnita - Bod-hian La kha Paeng [Lao Pop]

http://www.youtube.com/v/1hCVegnE7Y8?autohide=1&version=3&attribution_tag=JJ2lldAz_An7951Pyh2idw&feature=share&autoplay=1&autohide=1&showinfo=1

ລັກສະນະຂອງງ່າທີ່ຈະໂທມ




ຕົ້ນພໍ່ແມ່ພັນທີ່ປູກດ້ວຍແກ່ນ

ການຄັດເລືອກພໍ່ແມ່ພັນ,ຕົ້ນພໍ່ແມ່ພັນ, ກ້າດ້ວຍແກ່ນ ພໍ່ແມ່ພັນທີ່ປູກດ້ວຍແກ່ນ
ການຄັດເລືອກພໍ່ແມ່ພັນ,ຕົ້ນພໍ່ແມ່ພັນ, ກ້າດ້ວຍແກ່ນ ພໍ່ແມ່ພັນທີ່ປູກດ້ວຍແກ່ນ

ຄຳ​ຄົ້ນ​ຫາ: ການຄັດເລືອກພໍ່ແມ່ພັນ,ຕົ້ນພໍ່ແມ່ພັນ, ກ້າດ້ວຍແກ່ນ ພໍ່ແມ່ພັນທີ່ປູກດ້ວຍແກ່ນ

ລະດູການໃນການໂທມງ່າຫມາກກ້ຽງ

ລະດູໃນການຂະຫຍາຍພັນ,ລະດູທີ່ເຫມາະສົມໃນການຂະຫຍາຍພັນ, ລະດູຂະຫຍາຍພັນ

ປັດໃຈທີ່ມີອິດທິພົນຕໍ່ການໂທມງ່າ

ປັດໃຈຫລັກ ແລະ ສຳຄັນ ໃນການໂທມງ່າ ຄວນໄດ້ຄຳນື່ງເຖິງຫລາຍໆປັດໃຈ ເພື່ອໃຫ້ຜົນທີ່ອອກມາ ເປັນທີ່ຫນ້າເພິ່ງພໍໃຈ ແລະໄດ້ຮັບຜົນສູງສຸ ເຊິ່ງຂໍ້ຄວນປະຕິບັດມີດັ່ງຕໍ່ໄປນີ້:

ລັກສະນະທົ່ວໄປຂອງຫມາກກ້ຽງໂທມງ່າ


ລັກສະນະຂອງການໂທມງ່າ


ລະບົບຮາກ