Monday, June 24, 2013

Wednesday, June 12, 2013

ການປູກຜັກບົ້ງ, ຜັກບົ້ງໃນລາວ

ການປູກຜັກບົ້ງ, ຜັກບົ້ງ, ເຕັກນິກການປູກຜັກບົ້ງ, ວິທີການປູກຜັກບົ້ງ, ວິທີປູກຜັກບົ້ງ, ການກຽມດິນປູກຜັກບົ້ງ, ການໃຫ້ນ້ຳຜັກບົ້ງ,

ຜັກ­ບົ້ງ​ເປັນ​ຜັກ​ຊະ­ນິດ​ຫນຶ່ງທີ່​ໃຫ້​ຄຸນ​ປະ­ໂຫຍດ​ຫລາຍ​ຢ່າງໂດຍ​ສະ­ເພາະ​ໃຊ້​ເປັນ​ອາ­ຫານໄດ້​ຫລາກ​ຫລາຍ​ຮູບ​ແບບ​ເຊັ່ນ: ລວກຂົ້ວກັບ​ຕຳ​ສົ້ມ..ອີກແລະຍັງ​ໃຫ້​ວິ­ຕາ­ມິນ​ທາງ​ໂພ­ຊະ​ນາ​ການ​ສູງ,  ຜັກ­ບົ້ງສາ­ມາດ​ບໍ​ລິໂພກ​ໄດ້​ທັງ​ດິບແລະສຸກ.
    ຜັກ­ບົ້ງ​ເປັນ​ຜັກ​ທີ່​ປູກ​ງ່າຍ,  ຈະ­ເລີນ​ເຕີບ​ໂຕ​ໄວຂຶ້ນ​ໄດ້​ດີ​ໃນ​ດິນ​ທຸກ​ຊະ­ນິດມັກ​ດິນ​ຊຸ່ມ​ຊື່ແຕ່​ຕ້ອງ​ໄດ້​ຮັບ​ແສງ​ແດດ​ຢ່າງ​ເຕັມ­ທີ່​ຕະ­ຫລອດ​ມື້​ຈິ່ງ​ຈະ​ດີເປັນ​ຜັກ​ທີ່​ມີ​ອາ­ຍຸ​ຫລາຍ​ປີແລະປູກ​ໄດ້​ຕະ­ຫລອດ​ປີໄລ­ຍະ​ເວ­ລາ​ຕັ້ງ­ແຕ່​ເລີ່ມ​ຕົ້ນ​ຈົນ​ຮອດ​ມື້​ເກັບ​ກ່ຽວ​ປະ­ມານ25-30 ມື້.

ການ​ກຽມ​ດິນ 

ເນື່ອງ​ຈາກວ່າ​ຜັກ­ບົ້ງ​ເປັນ​ພືດ​ທີ່​ມີ​ລະ­ບົບ​ຮາກ​ຕື້ນ​ໃນ​ການ​ກຽມ​ດິນ​ຄວນ​ໄຖ​ຕາກ­ແດດ​ໄວ​ປະ­ມານ15-30    ມື້ແລ້ວ​ດຳ­ເນີນ​ການ​ໄຖ​ພູນແລະເຮັດ​ຫນານ​ຂະ­ຫນາດ1,5-2ແມັດ. ຍາວ10-15 ແມັດ  ຈົ່ງ​ທາງ​ຍ່າງ​ລະ­ຫວ່າງ​ຫນານ40-50 ຊັງ​ຕີ​ແມັດເພື່ອ​ສະ­ດວກ​ໃນ​ການ​ດູ​ແລ​ຮັກ­ສາການ​ໃສ່​ຝຸ່ນ​ຄອກ(ຂີ້​ຫມູຂີ້​ເປັດ,ຂີ້​ໄກ່ຂີ້​ງົວຂີ້​ຄວາຍຫລືຝຸ່ນ​ບົ່ມທີ່​ລະ­ລາຍ​ຕົວ​ດີ​ແລ້ວຄົນ​ລົງ​ໄປ​ໃນ​ດິນສັບ​ດິນ​ໃຫ້​ລະ­ອຽດ​ພໍ​ສົມ­ຄວນປັບ​ຫນ້າ​ຫນານ​ໃຫ້​ລຽບ​ສະ­ເຫມີ​ກັນຢ່າ​ໃຫ້​ເປັນ​ຂຸມ​ເປັນ​ບວກແກ່ນ​ຜັກ­ບົ້ງ​ຈະ​ບໍ່​ຂຶ້ນ​ສະ​ຫມ່ຳ​ສະ­ເຫມີ​ທັງ​ຫມົດ​ໃນ​ຫນານ​ຖ້າ​ດິນ​ປູກ​ເປັນ​ກົດຄວນ​ໃສ່​ປູນ​ຂາວ​ເພື່ອ​ປັບ​ລະ­ດັບpHຂອງ​ດິນ​ໃຫ້​ສູງ​ຂຶ້ນ.

ການປູກຜັກບົ້ງ, ຜັກບົ້ງ, ເຕັກນິກການປູກຜັກບົ້ງ, ວິທີການປູກຜັກບົ້ງ, ວິທີປູກຜັກບົ້ງ, ການກຽມດິນປູກຜັກບົ້ງ, ການໃຫ້ນ້ຳຜັກບົ້ງ,

ວິ­ທີ​ປູກ   

ກ່ອນ​ປູກ​ນຳ​ແນວ​ພັນ​ຜັກ­ບົ້ງ​ໄປ​ແຊ່​ນ້ຳ​ດົນ6-12 ຊົ່ວ­ໂມງເພື່ອ​ໃຫ້​ແກ່ນ​ຜັກ­ບົ້ງ​ດູ​ູດ​ຊັບ​ນ້ຳ​ເຂົ້າ​ໄປ​ໃນ​ແກ່ນເຮັດ​ໃຫ້​ແກ່ນ​ຜັກ­ບົ້ງ​ອອກ​ໄວ້​ຂຶ້ນແລະສະ​ຫມ່ຳ​ສະ­ເຫມີ​ກັນ​ດີແກ່ນ​ຜັກ­ບົ້ງ​ທີ່­ຢູ່​ໃນ​ນ້ຳ​ຈະ​ເປັນ​ແນວ​ພັນ​ທີ່​ບໍ່​ສົມ­ບູນບໍ່​ຄວນ​ນຳ​ມາ​ເຮັດ​ແນວ​ພັນເຖິງ​ແມ່ນ​ວ່າຈະ​ເຮັດ​ໄດ້​ແຕ່​ຈະ​ບໍ່​ສົມ­ບູນອາດ​ຈະ​ເປັນ​ແຫລ່ງ​ເຮັດ​ໃຫ້​ເກີດ​ໂລກ­ລະ­ບາດ​ໄດ້​ງ່າຍແນວ​ພັນ​ທີ່​ດີ​ຕ້ອງ​ບໍ່​ຢູ່​ໃນ​ນ້ຳ​ນຳ​ມາ​ຫວ່ານ​ໃຫ້​ທົ່ວ​ຫນານ​ໃຫ້​ແກ່ນ​ຫ່າງ​ກັນ​ເລັກ​ນ້ອຍຈາກ​ນັ້ນ​ນຳ​ເອົາ​ດິນ​ລ້ວນຫລືຂີ້​ເຖົ່າແກບ​ດຳ​ຫວ່ານ​ປົກ​ແກ່ນ​ຜັກ­ບົ້ງ​ຫນາ​ປະ­ມານ0,5 ຊັງ​ຕີ​ແມັດແຕ່​ຖ້າ​ບ່ອນ​ທີ່​ປູກ​ນັ້ນ​ມີ​ເສດ​ເຟືອງ​ຈະ​ໃຊ້​ເຟືອງ​ປົກ​ຫນານ​ປູ​ບາງໆ​ເພື່ອ​ຊ່ວຍ​ເກັບ​ຮັກ­ສາ​ຄວາມ​ຊຸ່ມ​ຊື່ນ​ຂອງ​ດິນ​ແຕ່​ບໍ່​ຄວນ​ໃຫ້​ດິນ​ແຫນ້ນ​ເກີນ​ໄປ​ຫົດ​ນ້ຳ​ດ້ວຍ​ບົວ​ຫົດ​ນ້ຳຫລືໃຊ້​ສາຍ​ຢາງ​ມັດ​ຕິດ​ກັບ​ຫົວ​ຝັກ​ບົວ​ຫົດ​ນ້ຳ​ໃຫ້​ຄວາມ​ຊຸ່ມ​ຊື່ນ​ແກ່​ຫນານ​ຜັກ­ບົ້ງ​ທຸກ​ມື້ໆ​ລະ1-2 ເທື່ອ,  ເຮັດ​ແບບ​ນີ້​ປະ­ມານ2-3  ມື້ຜັກ­ບົ້ງ​ກໍ່​ຈະ​ອອກ​ເປັນ­ຕົ້ນ.

ການປູກຜັກບົ້ງ, ຜັກບົ້ງ, ເຕັກນິກການປູກຜັກບົ້ງ, ວິທີການປູກຜັກບົ້ງ, ວິທີປູກຜັກບົ້ງ, ການກຽມດິນປູກຜັກບົ້ງ, ການໃຫ້ນ້ຳຜັກບົ້ງ,


ການ​ໃຫ້​ນ້ຳ   

ຜັກ­ບົ້ງ​ເປັນ​ພືດ​ທີ່​ມັກ​ດິນ​ປູກ​ທີ່​ຊຸ່ມ​ຊື່ນແຕ່​ບໍ່​ປຽກ​ຈົນ​ມີ​ນ້ຳ​ຂັງສະ­ນັ້ນ​ຄວນ​ຫົດ​ນ້ຳ​ຜັກ­ບົ້ງ​ຢູ່​ສະ­ເຫມີ​ທຸກ​ມື້ໆ​ລະ1-2 ເທື່ອຍົກ­ເວັ້ນ​ໄລ­ຍະ​ທີ່​ຝົນ­ຕົກຢ່າ​ໃຫ້​ຫນານ​ປູກ​ຜັກ­ບົ້ງ​ຂາດ​ນ້ຳເພາະ​ຈະ​ເຮັດ​ໃຫ້​ຜັກ­ບົ້ງ​ຢຸດ​ສະ​ງັກ​ການ​ຈະ­ເລີນ​ເຕີບ​ໂຕຄຸນ​ນະ​ພາບ​ບໍ່​ດີຕົ້ນ​ແຂງ​ກະ­ດ້າງຫນຽວບໍ່​ເປັນ­ຕາ​ຮັບ​ປະ­ທານແລະເກັບ​ກ່ຽວ​ໄດ້​ຊ້າ​ກວ່າ​ປົກ­ກະ­ຕິ.


ການ​ໃສ່​ຝຸ່ນ   

ຜັກ­ບົ້ງ​ເປັນ​ຜັກ​ທີ່​ບໍ­ລິ­ໂພກ​ໃບແລະຕົ້ນມີ​ອາ­ຍຸ​ໃນ​ການ​ເກັບ​ກ່ຽວ​ສັ້ນຖ້າ​ດິນ​ປູກ​ມີ​ຄວາມ​ອຸ­ດົມ­ສົມ­ບູນຫລືມີ​ການ​ໃສ່​ຝຸ່ນ​ຄອກ​ເຊັ່ນ: ຂີ້​ຫມູຂີ້​ເປັດແລະຂີ້​ໄກ່​ເປັນ­ຕົ້ນເຊິ່ງ​ຝຸ່ນ​ຄອກ​ດັ່ງ­ກ່າວ​ເປັນ​ຝຸ່ນ​ທີ່​ມີ​ໄນ​ໂຕ​ເຈນ​ສູງ​ຢູ່​ແລ້ວບໍ່​ຈຳ­ເປັນ​ຕ້ອງ​ໃສ່​ປຸ໋ຍ​ເຄ​ມີ​ກໍ່​ໄດ້ແຕ່​ຖ້າ​ດິນ​ປູກ​ບໍ່​ອຸ­ດົມ­ສົມ­ບູນ​ປານ­ໃດນອກ­ຈາກ​ໃຫ້​ຝຸ່ນ​ຄອກ​ແລ້ວຄວນ​ມີ​ການ​ໃສ່​ປຸ໋ຍ​ທາງ​ໃບ​ທີ່​ມີ​ໄນ​ໂຕ​ເຈນ​ສູງໂດຍ​ຫວ່ານ​ປຸ໋ຍ​ກະ­ຈາຍ​ທົ່ວ​ທັງ​ຫນານ​ກ່ອນ​ປູກແລະຫລັງ​ປູກ​ຜັກ­ບົ້ງ​ໄດ້​ປະ­ມານ7-10 ມື້ເຊິ່ງ​ການ​ໃຫ້​ປຸ໋ຍ​ເທື່ອ​ທີ່ນັ້ນຫລັງ​ຈາກ​ຫວ່ານ​ຜັກ­ບົ້ງ​ລົງ​ຫນານ​ແລ້ວຈະ​ຕ້ອງ​ມີ​ການ​ຫົດ​ນ້ຳ​ຫນານ​ປູກ​ຜັກ­ບົ້ງ​ທັນ­ທີຢ່າ​ໃຫ້​ປຸ໋ຍ​ຄ້າງ​ຢູ່​ຕາມ​ໃບຈະ​ເຮັດ​ໃຫ້​ຜັກ­ບົ້ງ​ໃບ​ໄຫມ້​ໃນ​ການ​ໃສ່​ປຸ໋ຍ​ເຄ​ມີ​ຄັ້ງ​ທີນັ້ນ​ຈະ​ໃຊ້​ວິ­ທີ​ການ​ລະ­ລາຍ​ນ້ຳ​ຫົດ3-5 ມື້​ເທື່ອ​ໃດ​ກໍ່​ໄດ້ໂດຍ​ໃຊ້​ອັດ­ຕາ​ສ່ວນ​ປຸ໋ຍ​ຢູ​ເຣຍ10 ກຣາມ​ຕໍ່​ນ້ຳ20 ລິດຈະ​ເປັນ​ການ​ຊ່ວຍ​ໃຫ້​ຜັກ­ບົ້ງ​ຈະ­ເລີນ​ເຕີບ​ໂຕແລະເກັບ​ກ່ຽວ​ໄດ້​ໄວ້​ຂຶ້ນ.


ການ​ເກັບ​ກ່ຽວ   

ເມື່ອ​ຜັກ­ບົ້ງ​ໄດ້​ປະ­ມານ20-30 ມື້​ກໍ່​ສາ­ມາດ​ເກັບ​ກ່ຽວ​ໄດ້​ແລ້ວແລະການ​ເກັບ​ກ່ຽວ​ນີ້​ເຮົາ​ສາ­ມາດ​ຕັດ​ໃຫ້​ເຫລືອ​ໃບ​ຕິດ​ກັບ​ຕົ້ນ​ໄວ້ໃບໃສ່​ຝຸ່ນ​ຄອກ​ບຳ­ລຸງ​ຕໍ່​ໄປ​ຜັກ­ບົ້ງ​ຈະ​ສາ­ມາດ​ແຕກ​ໃບ​ໃຫ້​ຕັດ​ໃຫມ່​ໄດ້​ອີກ      2-3 ເທື່ອແຕ່​ສຳ­ລັບ​ຜູ້​ທີ່​ຈະ​ປູກ​ເພື່ອ​ຈຳ­ຫນ່າຍ​ກໍ່​ຄວນ​ຫລົກ​ອອກ​ທັງ​ຕົ້ນ​ທັງ​ຮາກ​ມັດ​ລວມ​ກັນ​ເປັນ​ກຳ​ຈາກ​ນັ້ນ​ນຳ­ໄປ​ຈຳ­ຫນ່າຍ​ໄດ້​ເລີຍ.

ການປູກຜັກບົ້ງ, ຜັກບົ້ງ, ເຕັກນິກການປູກຜັກບົ້ງ, ວິທີການປູກຜັກບົ້ງ, ວິທີປູກຜັກບົ້ງ, ການກຽມດິນປູກຜັກບົ້ງ, ການໃຫ້ນ້ຳຜັກບົ້ງ,



ຂໍ້ມູນເພີ່ມເຕີມ

ການປູກເຂົ້າ, ປູກເຂົ້າ



ການດາວໂຫລດມີປັນຫາກາລຸນາ ກົດ ໂຫລດໃຫມ່

ຂໍ້ມູນເພີ່ມເຕີມ 

ໂຫນ່ງ ອານຸສອນ ຄົນວຽງຈັນ
  

ຍຸດທະສາດສຳລັບການປະຕິຮູບໂຮງຮຽນ ກະສິກຳ ແລະ ປ່າໄມ້ ເຖິງປີ 2020



ສາມາດດາວໂຫລດໄດ້ຕາມລີ້້ງດ້ານເທິງ ກໍ່ລະນີ ລີ້ງມີປັນຫາ ກົດ ດາວໂຫລດຄືນໃຫມ່

ພຽງຄຳຂອບໃຈ ຫນື່ງຄຳ ກໍ່ຖືວ່າຕໍ່ກຳລັງໃຈໃຫ້ຄົນຫາຂໍ້ມູນ



ຍຸດທະສາດສຳລັບການປະຕິຮູບໂຮງຮຽນ ກະສິກຳ ແລະ ປ່າໄມ້ ເຖິງປີ 2020

ເປັນຫຍັງຈຶ່ງຕ້ອງການມີການປະຕິຮູບໂຮງຮຽນກະສິກຳ ແລະ ປ່າໄມ້

ວິໄສທັດຂອງກະຊວງ ແມ່ນວິທີການສົ່ງເສີມແຮງງານແບບໃໝ່, ຜູ້ ທີ່ສາມາດເຮັດວຽກນຳຊາວກະສິກອນ ດ້ວຍວິທີພັດທະນາເຕັກໂນໂລຊີແບບ ມີສ່ວນຮ່ວມ. ນັກວິຊາການດ້ານກະສິກຳທີ່ມີຄວາມຊຳນານງານ ຈະເປັນ ທີ່ຕ້ອງ ການ ສຳລັບຂະແໜງການພາກເອກະຊົນ, ທີ່ລົງທຶນໃນຂະແໜງ ກະສິກຳນີ້ ຢ່າງວ່ອງໄວ.
ສິ່ງດັ່ງກ່າວນີ້ສ້າງມະໂນພາບສຳລັບບົດບາດຂອງໂຮງຮຽນກະສິກຳ ແລະ ປ່າໄມ້ ໃນອະນາຄົດ ດັ່ງເປັນເຄື່ອງຈັກສົ່ງເສີມກະສິກຳຢູ່ລາວ. ມີໂຮງຮຽນກະສິກຳ ຫ້າແຫ່ງ, ທີ່ຖືກຄຸ້ມຄອງໂດຍກະຊວງກະສິກຳ ແລະ ປ່າໄມ້, ທີ່ເປັນຜູ້ສະໜອງພະນັກງານທີ່ໄດ້ຮັບການຝຶກອົບຮົມ ທີ່ມີ ຄຸນວຸດທິ ສຳລັບຂະແໜງກະສິກຳ:
  1. ວິທະຍາໄລກະສິກຳແລະປ່າໄມ້ພາກເໜືອ, ປາກເຊືອງ, ແຂວງຫຼວງພະບາງ
  2. ໂຮງຮຽນຊົນລະປະທານ ທ່າງ່ອນ, ທ່າງ່ອນ, ນະຄອນຫຼວງວຽງຈັນ
  3. ໂຮງຮຽນກະສິກຳ ແລະ ປ່າໄມ້ ແຂວງບໍລິຄຳໄຊ, ເມືອງໃໝ່, ແຂວງບໍລິຄຳໄຊ
  4. ໂຮງຮຽນກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ, ນາແກ, ແຂວງສະຫວັນນະເຂດ
  5. ໂຮງຮຽນກະສິກຳ ແລະ ປ່າໄມ້ ແຂວງຈຳປາສັກ, ຫຼັກ 7 ປາກເຊ, ແຂວງຈຳປາສັກ
ການຝຶກອົບຮົມຕ້ອງການໃຫ້ຂະຫຍາຍຕົວຈາກການຮຽນຮູ້ຂັ້ນຮາກຖານ ຫາ ການຮຽນຮູ້ທີ່ເນັ້ນຄວາມຊຳນານງານ, ອັດຕາການເຂົ້າຮຽນຂອງແມ່ຍິງ ແລະ ຊົນເຜົ່າສ່ວນນ້ອຍ ທີ່ສູງກໍ່ເປັນສິ່ງຕ້ອງການ, ບັນດາໂຮງຮຽນ ຕ້ອງມີການເຊື່ອມຕໍ່ທີ່ດີຂຶ້ນກັບຂະແໜງພາກເອກະຊົນ ແລະ ລະບົບການສົ່ງເສີມ ກະສິກຳ.
ຍຸດທະສາດນີ້ຖືກພັດທະນາຂຶ້ນແນວໃດ: ຂະບວນການ ປຶກສາຫາລື ນຳຜູ້ມີສ່ວນກ່ຽວພັນ
ການຫັນເປັນທັນສະໄໝຂະແໜງກະສິກຳແລະປ່າໄມ້ ເປັນບູລິມະສິດຕົ້ນຕໍ ຂອງລັດຖະບານລາວ ໃນການບັນລຸການຄ້ຳປະກັນສະບຽນອາຫານ ແລະ ປັບປຸງ ຊິວິດການເປັນຢູ່ຂອງປະຊາຊົນລາວທັງໝົດໃຫ້ດີຂຶ້ນ. ບົດບາດທີ່ສຳຄັນໃນຂະແໜງກະສິກຳ ແລະ ປ່າໄມ້ ແມ່ນການເສີມສ້າງຄວາມ ເຂັ້ມແຂງ ໃນການເຮັດກະສິກຳຕາມພື້ນຖານຕະຫຼາດ, ຫຼຸດຜ່ອນ ຄວາມແຕກຕ່າງ ລະຫວ່າງ ເຂດທົ່ງພຽງ ແລະ ເຂດເນີນສູງ ແລະ ການບັງຄັບ ດຳເນີນການຄຸ້ມຄອງປ່າໄມ້ ແລະແຫຼ່ງນ້ຳ ແບບຍືນຍົງ- ແມ່ນຖືກມອບ ໝາຍໃຫ້ວິທະຍາໄລກະສິກຳແລະປ່າໄມ້ ພາກເໜືອ (NAFC), ຊຶ່ງສຸມໃສ່ການ ພັດທະນາເຂດເນີນສູງ ການສົ່ງເສີມກະສິກຳ ເປັນຍຸດທະສາດຕົ້ນຕໍຂອງລັດຖະບານລາວ ເພື່ອ ບັນລຸ ວັດຖຸປະສົງເຫຼົ່ານີ້.
ຜູ້ຮຽນຈົບຕ້ອງການຄວາມຊຳນານງານດ້ານສັງຄົມ, ເສດຖະກິດ, ການເງິນ, ການຕະຫຼາດ ແລະ ການພັດທະນາວິສາຫະກິດຂະໜາດຍ່ອມ ເພື່ອສົ່ງເສີມ ຊາວກະສິກອນ ໃນການເຊື່ອມຕໍ່ກັບຕະຫຼາດຢ່າງມີປະສິດທິຜົນ.
ໃນປີ 2006, ກະຊວງ ໄດ້ຈ້າງທີ່ປຶກສາ ເພື່ອປະເມີນບັນຫາຕົ້ນຕໍ ແລະ ຮ່າງວິທີການແກ້ໄຂດ້ານຍຸດທະສາດ ສຳລັບການປັບປຸງລະບົບການສຶກສາ ໂຮງຮຽນກະສິກຳ ແລະ ປ່າໄມ້ ໂດຍຜ່ານການປຶກສາຫາລື ນຳຜູ້ມີສ່ວນ ກ່ຽວພັນ. ໃນປີ 2007, ກະຊວງໄດ້ແຕ່ງຕັ້ງໜ່ວຍປະຕິບັດງານພາຍໃນ ເພື່ອພັດທະນາຍຸດທະສາດເຖິງປີ 2020 ສຳລັບການປະຕິຮູບໂຮງຮຽນກະສິກຳ ແລະ ປ່າໄມ້. ໜ່ວຍງານດັ່ງກ່າວ ນີ້ ໄດ້ຈັດຕັ້ງກອງປະຊຸມປຶກສາຫາລື ດ້ານວິຊາການ ເພື່ອໃຫ້ໄດ້ ຂໍ້ມູນ ຈາກຜຸ້ມີສ່ວນກ່ຽວພັນ, ໂດຍນຳໃຊ້ບົດລາຍງານ ຂອງທີ່ປຶກສາ ເປັນພື້ນຖານ ສຳລັບການສົນທະນາ ກັນເພີ່ມເຕີມ. ບັນດາກອງປະຊຸມປຶກສາຫາລືເຫຼົ່ານີ້ ໄດ້ຖືກຈັດຂຶ້ນທີ່ນະຄອນ ຫຼວງວຽງຈັນ, ຫຼວງພະບາງ, ບໍລິຄຳໄຊ, ສະຫວັນນະເຂດ ແລະ ຈຳປາສັກ. ມີຜູ້ ເຂົ້າຮ່ວມກອງປະຊຸມດັ່ງກ່າວນີ້ ທັງໝົດ 131 ຄົນ ຈາກ 9 ແຂວງ. ຜູ້ ເຂົ້າຮ່ວມເຫຼົ່ານີ້ ປະກອບມີພະນັກງານໂຮງຮຽນ, ຜູ້ຕາງໜ້າຈາກອົງ ການຕ່າງໆ ຂອງລັດຖະບານ, ບໍລິສັດກະສິກຳ ແລະ ອົງການຈັດຕັ້ງພາກລັດ ແລະ ເອກະຊົນ, ພ້ອມດຽວກັນກັບຜູ້ໃຫ້ທຶນ ແລະ NGO ທີ່ໃຫ້ການ ສະໜັບສະໜູນ ໂຄງການ ແລະ ຜູ້ທີ່ມີຄວາມອາດສາມາດບົ່ມຊ້ອນເປັນ ພະນັກງານຂອງຂະແໜງກະສິກຳ. ໜ່ວຍປະຕິບັດງານ ຈຶ່ງສະຫຼຸບສັງລວມ ໝາກຜົນ ຂອງ ກອງປະຊຸມປຶກສາຫາລືເຫຼົ່ານີ້ໃນບົດລາຍງານໜຶ່ງ, ຊຶ່ງຖືກ ນຳໃຊ້ເປັນພື້ນຖານສຳລັບຮ່າງເອກະສານຍຸດທະສາດ. ໜ່ວຍປະຕິບັດງານ ນີ້ ຍັງໄດ້ພິຈາລະນາ ກ່ຽວກັບວິທີການ ທີ່ ຍຸດທະສາດນີ້ ຈະສາມາດຖືກ ຈັດຕັ້ງປະຕິບັດດີທີ່ສຸດ. ຮ່າງຍຸດທະສາດ ໄດ້ຖືກທົບທວນຄືນ ໂດຍ ຜູ້ ກຳນົດນະໂຍບາຍ ຈາກຫຼາກຫຼາຍກົມກອງ ພາຍໃນກະຊວງ. ຜົນໄດ້ຮັບນີ້ ແມ່ນເອກະສານຍຸດທະສາດ.


ແຜນງານການຜະລິດກະສິກຳ ແລະປ່າໄມ້

  ທິດ​ທາງ​ໃນ​ການ​ພັດ​ທະນາ​ກະ­ສິ­ກຳ ແລະ ປ່າ­ໄມ້​ເປັນ​ສິນຄ້າ ແຕ່​ນີ້​ຫາ​ປີ 2015 ຂອງ​ກະຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ໄດ້ອີງ­ໃສ່​ທ່າ­ແຮງ ແລະ ຄວາມອາດ​ສາ­ມາດ​ບົ່ມ​ຊ້ອນ​ທີ່​ມີ​ໃນ ສປປ ລາວ, ເປົ້າ​ຫມາຍ​ແມ່ນ​ສຸມໃສ່​ການ​ຜະ­ລິດ​ສິນ­ຄ້າ​ທີ່​ສາ­ມາດແຂ່ງ­ຂັນ​ໄດ້ ແລະ ມີ​ທ່າ­ແຮງ​ໃນການ​ແຂ່ງ­ຂັນ​ໃນ​ສະ­ເພາະ​ຫນ້າ ແລະ ຍາວ​ນານ ໂດຍ​ເລັງ​ໃສ່​ພືດໄລ­ຍະ​ສັ້ນ, ພືດ​ໄລ­ຍະ​ກາງ ແລະ ພືດ​ໄລ­ຍະ​ຍາວ ລວມ​ທັງ​ສັດລ້ຽງ, ເຄື່ອງ​ປ່າ​ຂອງ​ດົງ ຕາມນະ­ໂຍ­ບາຍ​ໄປ​ຄຽງ​ຄູ່​ກັບ​ການຊຸກ­ຍູ້​ສົ່ງ­ເສີມ​ການ​ລົງ­ທຶນ​ໃນການ​ຜະ­ລິດ​ເປັນ​ສິນ­ຄ້າ​ທີ່​ຕະຫລາດ​ຕ້ອງ­ການ.
   ໃນ​ແຜນ​ພັດ­ທະ­ນາ​ຂະ­ແຫນງກະ­ສິ­ກຳ ແລະ ປ່າ­ໄມ້ 5 ປີ ຄັ້ງ​ທີ VII  ໄດ້​ກຳ­ນົດ​ການ​ພັດ­ທະ­ນາ​ຂະແຫນງ​ການ​ອອກ​ເປັນ 4 ເປົ້າຫມາຍ 8 ແຜນ​ງານ 14 ມາດ​ຕະການ. ການ​ຜະ­ ລິດ​ກະ­ສິ­ກຳ ແລະ ປ່າ­ໄມ້​ເປັນ​ສິນ­ຄ້າ​ແມ່ນ​ຫນຶ່ງ​ໃນເປົ້າ​ຫມາຍ​ທີ່​ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້​ໄດ້​ສຸມ​ໃສ່ ແລະ ປະເພດ​ສິນ­ຄ້າ​ທີ່​ແຂ່ງ­ຂັນ​ໄດ້​ເປັນ­ຕົ້ນພືດ​ໄລ­ຍະ​ສັ້ນ​ເຊັ່ນ: ເຂົ້າ, ສາ­ລີ, ອາ­ ຫານ​ສັດ, ຖົ່ວ​ຊະ­ນິດ​ຕ່າງໆ, ພືດ​ຜັກ...; ພືດ​ໄລ­ຍະ​ກາງ​ເຊັ່ນ: ກ້ວຍ, ອ້ອຍ, ມັນ­ຕົ້ນ, ຫມາກນັດ...; ພືດ​ໄລ­ຍະ​ຍາວ​ເຊັ່ນ: ກາເຟ, ຊາ, ຫມາກ­ແຫນ່ງ, ຢາງ​ພາລາ, ໄມ້​ໃຫ້​ຫມາກ​ຕ່າງໆ.
ນອກ­ຈາກ​ນີ້ ຍັງ​ເນັ້ນ​ໃສ່​ສັດລ້ຽງ​ໄລ­ຍະ​ຍາວ​ເຊັ່ນ: ງົວ, ຄວາຍ, ແບ້, ແກະ, ສັດ​ໄລ­ຍະກາງ-ສັ້ນ​ເຊັ່ນ: ຫມູ, ສັດ​ປີກແລະສັດ​ນ້ຳ; ນອກ​ນີ້​ເອົາ­ໃຈ­ໃສ່ຄຸ້ມ​ຄອງ-ຂຸດ​ຄົ້ນ ແລະ ພັດ​ທະນາ​ເຄື່ອງ ​ປ່າ​ຂອງ​ດົງ, ໂດຍ​ອີງໃສ່​ເງື່ອນ­ໄຂ​ທາງ​ດ້ານ​ຕະ­ຫລາດ, ຄວາມ​ຍືນ​ຍົງ​ຂອງ​ສິນ­ຄ້າ, ຕົ້ນ ທຶນ​ການ​ຜະ­ລິດ ແລະ ລັກ­ສະ­ນະ ພິ­ເສດ​ຂອງ​ສິນ­ຄ້າ.
   ໄປ​ຄຽງ​ຄູ່​ກັນ​ນັ້ນ ໃນ​ນະ​ໂຍບາຍ​ກໍ່​ຕ້ອງ​ໄດ້​ເອົາ­ໃຈ­ໃສ່​ເຊັ່ນດຽວ​ກັນ ໃນ​ການ​ຊຸກ­ຍູ້​ສົ່ງ­ເສີມການ​ຜະ­ລິດ​ພາຍ​ໃນ ແລະ ການລົງ­ທຶນ​ຂະ­ຫນາດ​ໃຫຍ່​ເຂົ້າ​ຮ່ວມຈຸດ​ພັດ­ທະ­ນາ​ການ​ຜະ­ລິດ​ຂົງ ເຂດ​ທົ່ງ­ພຽງ ແລະ ເຂດ​ເນີນ​ສູງຢ່າງ​ຕັ້ງ­ຫນ້າ​ເພື່ອ​ເຮັດ​ການ​ຜະລິດ​ເປັນ​ອັນ​ສະ­ເພາະ​ແບບ​ຄົບ​ວົງຈອນ ເພື່ອ​ຂາ​ອອກ​ເທື່ອ​ລະ​ກ້າວ ແນ­ໃສ່​ເຂົ້າ​ຮ່ວມ​ຕະ­ຫລາດ​ສາກົນ​ບາງ​ປະ­ເພດ​ສິນ­ຄ້າ​ໃນ​ອະ​ນາຄົດ.
   ຄາດ­ຫມາຍ​ຕົ້ນ­ຕໍ​ທີ່​ຈະ​ເຮັດ​ຄືການ​ປູກ​ເຂົ້າ​ແມ່ນ​ຈະ​ຊຸກ­ຍູ້​ສົ່ງເສີມ​ການ​ປູກ​ເຂົ້າ​ທີ່​ມີ​ທ່າ­ແຮງເຂົ້າ​ເຖິງ​ຕະ­ຫລາດ​ໃຫມ່​ທີ່​ມີຄວາມ​ຕ້ອງ­ການ​ສະ­ເພາະ​ເຊັ່ນ: ເຂົ້າ​ພື້ນ­ເມືອງ​ລາວທີ່​ມີ​ຄຸນ​ນະພາບ, ເຂົ້າ­ກ່ຳ, ເຂົ້າ​ໄກ່​ນ້ອຍ, ເຂົ້າ​ຕາ​ຂຽດ, ເຂົ້າ​ຫອມ, ເຂົ້າ​ພັນ ປັບ­ປຸງ​ໃຫມ່, ເຂົ້າ​ເຊ​ແອ 203, ເຂົ້າ­ທ່າ​ດອກ​ຄຳ ແລະ ອື່ນໆ. ຄາດ­ຫມາຍ​ການ​ຜະ­ລິດ​ແມ່ນ​ອີງ ໃສ່​ຄວາມ​ຕ້ອງ­ການ​ຂອງ​ຕະ ຫລາດ​ໃນ​ແຕ່​ລະ​ໄລ­ຍະ (2011-2015) ປະ­ມານ 8 ແສນ​ຫາ 1 ລ້ານ​ໂຕນ​ເຂົ້າ­ເປືອກ​ຕໍ່​ປີ.
   ການ​ຜະ­ລິດ​ພືດ ເພື່ອ​ສະຫນອງ​ຕະ­ຫລາດ​ພາຍ​ໃນ ແລະ ສົ່ງ​ອອກ​ແມ່ນ​ຈະ​ສຸມ​ໃສ່​ການ​ຂະຫຍາຍ​ເນື້ອ­ທີ່​ປູກ ແລະ ໃຫ້​ໄດ້​ຮັບຜົນ​ຜະ­ລິດ​ຕາມ​ລຳ­ດັບ​ພືດ​ສິນ­ຄ້າບຸ­ລິ­ມະ­ສິດໂດຍ​ສະ­ເພາະ​ ພືດ​ທີ່​ກຳລັງ​ນິ­ຍົມ​ປູກ​ໃນ​ທົ່ວ​ປະ­ເທດ ແລະ ເປັນ​ຕະ­ຫລາດ​ທ່າ­ແຮງ​ຂອງ​ຕະຫລາດ​ພາຍ​ໃນ ແລະ ສົ່ງ​ອອກ​ຄື: ກາ­ເຟ, ໃຫ້​ໄດ້​ເນື້ອ­ທີ່​ປູກ 65 ພັນເຮັກ­ຕາ ແລະ ຄາດ​ວ່າ​ຈະ​ມີ​ເນື້ອທີ່​ເສຍ​ຫາຍ​ແດ່ ເຊິ່ງ​ອາດ​ຈະ​ເກັບ ຜົນ​ຜະ­ລິດ​ໄດ້​ພຽງ 55.300 ໂຕນ; ສາ­ລີ​ອາ­ຫານ​ສັດ 213.300 ເຮັກ­ຕາ​ຜົນ​ຜະ­ລິດ​ຈະ​ໄດ້ 1,07 ລ້ານ​ໂຕນ; ຖົ່ວ­ເຫລືອງ​ໃຫ້​ໄດ້ເນື້ອ­ທີ່ 17.500 ເຮັກ­ຕາ ຜົນ​ຜະລິດ​ຄາດ​ຈະ​ໄດ້​ຮັບ 29.750 ໂຕນ; ຖົ່ວ­ດິນ​ໃຫ້​ໄດ້ 35 ພັນ​ເຮັກຕາ, ຫມາກ­ງາ​ໃຫ້​ໄດ້ 18 ພັນເຮັກ­ຕາຜົນ​ຜະ­ລິດ 16.200 ໂຕນ; ອ້ອຍ​ ໃຫ້​ໄດ້ 50 ພັນ​ເຮັກຕາ ຜົນ​ຜະ­ລິດ​ຈະ​ໄດ້ 2,15 ລ້ານໂຕນ, ມັນ­ຕົ້ນ​ໃຫ້​ໄດ້ 20 ພັນ​ເຮັກຕາ ຜົນ​ຜະ­ລິດ​ຄາດ​ຈະ​ໄດ້ 4 ແສນໂຕນ; ຜັກ​ຕ່າງໆ​ໃຫ້​ໄດ້ 346.200 ເຮັກ­ຕາ ຄາດ​ຜົນ​ຜະ­ລິດ​ຈະ​ໄດ້ 1.100 ລ້ານ​ໂຕນ (ໃນ​ນີ້​ ມີ​ທັງກະ​ລ່ຳ​ປີ, ຫມາກ​ນັດ, ຫມາກ​ຊູ, ຫມາກ­ກ້ວຍ, ຫມາກ­ແຕງ, ຫມາກ­ໂມ, ຂ່າ, ຂີງ...).
   ສິນ­ຄ້າ​ສັດ­ລ້ຽງ ແລະ ການປະ­ມົງ​ແມ່ນ​ຈະ​ພັດ­ທະ­ນາ​ໄປຕາມ​ຈຸດ​ພິ­ເສດ​ທ່າ­ແຮງ​ບົ່ມ​ຊ້ອນທາງ​ດ້ານ​ທຳ​ມະ​ຊາດ, ຕາມ​ລະບົບ​ນິ­ເວດ​ຂອງ​ເຂດ​ແຄວ້ນ, ມີກຳ­ນົດ​ເຂດ​ການ​ລ້ຽງ​ແບບ​ເປັນ ຟາມ, ໂດຍ​ນຳ​ໃຊ້​ແນວ​ພັນ​ໃຫມ່ເຊັ່ນ: ຫມູ​ພັນ, ໄກ່​ພັນ​ຊີ້ນ, ໄກ່​ພັນໄຂ່, ລ້ຽງ​ງົວ​ລູກ­ຊອດຢູ່​ໃນ​ເຂດ ອ້ອມ​ຊານ­ເມືອງ​ໃນ​ເຂດ​ທົ່ງ­ພຽງ ເພື່ອ​ຕອບ​ສະ­ຫນອງ​ຕະ­ຫລາດຕົວ​ເມືອງ​ໃຫຍ່, ໂຮງ­ ແຮມ ແລະ ສະ­ຫນອງ​ໃຫ້​ໂຮງ­ງານ​ປຸງ​ແຕ່ງ; ສົ່ງ­ເສີມ​ການ​ລ້ຽງ­ສັດ​ນ້ອຍ ແລະ ປາ​ທຸກ​ຮູບ​ແບບ​ໃນ​ຊົນ­ນະ­ບົດ ເພື່ອ​ການ​ບໍ­ລິ­ໂພກ​ພາຍ​ໃນ​ຄອບຄົວ ແລະ ສົ່ງ​ປ້ອນ​ຕະ­ຫລາດ​ໃນຕົວ​ເມືອງ.
ການ​ລ້ຽງ​ງົວ ແລະ ຄວາຍ​ທີ່ເປັນ​ສິນ­ຄ້າ​ປາຍ​ແຫລມ​ເພື່ອ​ສົ່ງອອກ​ຕາມ​ຊາຍ​ແດນ​ໃຫ້​ໄດ້​ປະມານ 1 ແສນ​ຫາ 1,4 ແສນ​ໂຕນ  ໃນ​ປີ 2015, ໃນ​ນີ້​ງົວ​ໃຫ້​ໄດ້ 114 ພັນ​ໂຕ, ຄວາຍ 26 ພັນ​ໂຕ, ນອກ​ນີ້ ຍັງ​ມີ​ຜະ­ລິດ​ຕະ​ພັນ​ຈາກສັດ​ເຊັ່ນ: ຫນັງ, ເຂົາ, ກະ­ດູກ, ຄິດ​ເປັນ​ມູນ​ຄ່າ​ການ​ຈະ​ສົ່ງ​ອອກໃຫ້​ໄດ້ 322 ຕື້​ກີບ.
   ພ້ອມ​ດຽວ​ກັນ​ນັ້ນ ກໍ່​ຈະ​ເອົາໃຈ​ໃສ່​ຄົ້ນ­ຄວ້າ​ພັດ­ທະ­ນາ​ລະ­ບົບການ​ລ້ຽງ­ສັດ​ປະ­ສົມ​ປະ­ສານ​ກັບເຂດ​ພັດ­ທະ­ນາ​ຊົນ​ລະ​ກະ­ເສດ​ຕັ້ງ ແຕ່​ຂອດ​ການ​ຜະ­ລິດ, ເກັບ​ຮັກສາ, ປຸງ​ແຕ່ງ ແລະ ກວດ ກາ​ຢັ້ງຢືນ​ຜະ­ລິດ​ຕະ​ພັນ ເພື່ອ​ຍົກ​ສູງ​ຄຸນນະ​ພາບ​ໃຫ້​ໄດ້​ມາດ­ຕະ­ຖານ, ຕາມ​ຫລັກ​ອະ­ນາ­ໄມ​ສາ­ກົນ (SPS) ແນ­ໃສ່​ຮັບ­ປະ­ກັນຄວາມ​ປອດ​ໄພ​ຂອງ​ຜູ້​ບໍ­ລິ­ໂພກແລະສ້າງ​ປັດ​ໄຈ​ໃຫ້​ແກ່​ປະ­ເທດ ເຮົາ​ສາ­ມາດ​ເຂົ້າ​ສູ່​ຕະ­ຫລາດ​ສັດໃນ​ຂົງ­ເຂດ​ພາກ​ພື້ນ ແລະ ສາກົນ, ໂດຍ​ອີງ­ໃສ່​ໂຄງ­ການ​ສະຫນັບ​ສະ​ຫນູນ​ດ້ານ​ການ​ລ້ຽງ­ສັດເປັນ​ສິນ­ຄ້າ.
   ສິນ­ຄ້າ​ດ້ານ​ປ່າ­ໄມ້ ນັບ​ແຕ່​ປີ 2011-2015 ການ​ເກັບ​ກູ້​ເຄື່ອງປ່າ​ຂອງ​ດົງ​ແມ່ນ​ໃຫ້​ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກ­ສາ​ຄວາມ​ສົມດຸນ​ທາງ​ດ້ານ​ນິ­ເວດ​ທຳ​ມະ​ຊາດ. ໃນ​ແຕ່​ລະ​ປີ​ຄາດ​ຄະ­ເນ​ຈະ​ມີ​ການຂຸດ​ຄົ້ນ​ຫວາຍ​ປະ­ມານ 1 ລ້ານ- 1,5 ລ້ານ​ເສັ້ນ, ໄມ້­ປ່ອງ​ປະ­ມານ 0,9-1 ລ້ານ​ລ້ານ, ຟືນ​ປະ­ມານ 10-12 ພັນ​ຫລາ, ພ້ອມ​ທັງ​ປະເພດ​ເຄືອ, ດອກ, ຫມາກ, ຮາກ, ໃບ, ເປືອກ, ນ້ຳ­ ມັນ, ຊິ້ນ​ສ່ວນ ຕ່າງໆ​ປະ­ມານ 15.20 ພັນ​ໂຕນ ຕໍ່​ປີ, ຂຸດ​ຄົ້ນ​ໄມ້​ຕາມ​ໂກ​ຕາ, ຈາກໂຄງ­ການ​ຕ່າງໆ ແລະ ການ​ກ້າ​ເບ້ຍ, ປູກ​ໄມ້​ໃຫ້​ບັນ­ລຸ​ເປົ້າ.

ຜັກກາດ



ຜັກການ ການປູກຜັກກາດ ເຕັນນິການປູກຜັກການ ວິທີການປູກຜັກກາດ ຜັກກວາງຕຸ່ງ ຜັກກາດນາ

Tuesday, June 11, 2013

ຮັກສາສຸຂະພາບດ້ວຍຫມາກໄມ້

ໝາກ​ໄມ້ສາມ​ສີ​ເປັນ​ຢາ​ພອກໜ້າຕ້ານ​ສິວ

ຜັກ​ ແລະ ໝາກ​ໄມ້ ນອກຈາກ​ຈະ​ໃຫ້​ຄຸນ​ປະ​ໂຫຍ​ດທີ່​ດີ​ຕໍ່ຮ່າງກາຍ​ຂອງ​ຄົນ​ເຮົາ​ແລ້ວ​ຜັກ ​ແລະ ໝາກ​ໄມ້​ໃນ​ກຸ່ມ​ສີ

ແດງ​ຍັງ​ມີ​ຄຸນສົມບັດ​ໃນ​ການ​ຊ່ວຍຫຼຸດຄວາມ​ມັນ​ຂັດ​ເຊ​ວຜິວ​ທີ່​ເສື່ອ​ສະພາບຫຼຸດການ​ອຸດ​ຕັນ​ຮູ​ຂົນ ​ອັນ​ເປັນສາ​ເຫດຫຼັກຂອງ​ການ​ເກີດ​ສິວ ຫຼຸດຮອຍ​ດ່າງ​ດຳ​ຂອງ​ຜິວ ພ້ອມ​ທັງ​ບຳລຸງ​ຜິວໜ້າ​ໃຫ້​ຊຸ່ມ​ຊື່ນ​ອີກ​ດ້ວຍ ໝາກ​ໄມ້​ທີ່​ເປັນ​ຢາສາມາດ ພອກໜ້າຕ້ານ​ສິວ​ໄດ້​ແກ່:
ຜັກ​ ແລະ ໝາກ​ໄມ້ ນອກຈາກ​ຈະ​ໃຫ້​ຄຸນ​ປະ​ໂຫຍ​ດທີ່​ດີ​ຕໍ່ຮ່າງກາຍ​ຂອງ​ຄົນ​ເຮົາ​ແລ້ວ​ຜັກ ​ແລະ ໝາກ​ໄມ້​ໃນ​ກຸ່ມ​ສີ  ແດງ​ຍັງ​ມີ​ຄຸນສົມບັດ​ໃນ​ການ​ຊ່ວຍຫຼຸດຄວາມ​ມັນ​ຂັດ​ເຊ​ວຜິວ​ທີ່​ເສື່ອ​ສະພາບຫຼຸດການ​ອຸດ​ຕັນ​ຮູ​ຂົນ ​ອັນ​ເປັນສາ​ເຫດຫຼັກ ຂອງ​ການ​ເກີດ​ສິວ ຫຼຸດຮອຍ​ດ່າງ​ດຳ​ຂອງ​ຜິວ ພ້ອມ​ທັງ​ບຳລຸງ​ຜິວໜ້າ​ໃຫ້​ຊຸ່ມ​ຊື່ນ​ອີກ​ດ້ວຍ ໝາກ​ໄມ້​ທີ່​ເປັນ​ຢາສາມາດ ພອກໜ້າຕ້ານ​ສິວ​ໄດ້​ແກ່:


















ໝາກ​ໂປ່ມ: (ແອບເປີ່ນ)

ໂດຍ​ນຳ​ເອົາໝາກ​ໂປ່ມ 1 ໜ່ວຍ ມາ​ບົດ​ໃຫ້​ລະອຽດປະສົມ​ກັບ​ນ້ຳ​ເຜິ້ງ 2 ບ່ວງ​ແລ້ວ ເອົາ​ມາພ​ອກ​ໃສ່​ບໍລິ​ເວນທີ່​ເປັນ​ສິວຫຼືມີ​ຮອຍ​ດ່າງ​ດຳ​ປະ​ໄວ້​ປະມານ 15 ນາທີ ​ແລ້ວ​ຈຶ່ງລ້າງ​ອອກດ້ວຍ​ນ້ຳ​ອຸ່ນ ​ແລະ ຕາມ​ດ້ວຍ​ນ້ຳ​ທຳ​ມະ​ດາ​ແລ້ວ​ເຊັດໜ້າ​ໃຫ້​ແຫ້ງ

ໂດຍ​ນຳ​ເອົາໝາກ​ໂປ່ມ 1 ໜ່ວຍ ມາ​ບົດ​ໃຫ້​ລະອຽດປະສົມ​ກັບ​ນ້ຳ​ເຜິ້ງ 2 ບ່ວງ​ແລ້ວ ເອົາ​ມາພ​ອກ​ໃສ່​ບໍລິ​ເວນທີ່​ເປັນ​ສິວຫຼືມີ​ຮອຍ​ດ່າງ​ດຳ​ປະ​ໄວ້​ປະມານ 15 ນາທີ ​ແລ້ວ​ຈຶ່ງລ້າງ​ອອກດ້ວຍ​ນ້ຳ​ອຸ່ນ ​ແລະ ຕາມ​ດ້ວຍ​ນ້ຳ​ທຳ​ມະ​ດາ​ແລ້ວ​ເຊັດໜ້າ​ໃຫ້​ແຫ້ງ











ໝາກ​ເລັ່ນ:

ສາມາດຫຼຸດຄວາມ​ມັນ​ ຂັດ​ເຊ​ວຜິວ​ທີ່​ເສື່ອ​ສະພາບ​ນຳ​ເອົາໝາກ​ເລັ່ນ 1 ໜ່ວຍບົດ​ໃຫ້​ລະ ອຽດມາ​ພອກໜ້າ​ແລ້ວ​ນວດ​ຄ່ອຍໆປະ​ໄວ້​ຈົນ​ຮູ້ສຶກ​ເຄັ່ງ​ຜິວໜ້າຈາກ​ນັ້ນຈຶ່ງ​ລ້າງ​ອອກ​ດ້ວຍ​ນ້ຳ​ສະອາດ


ສາມາດຫຼຸດຄວາມ​ມັນ​ ຂັດ​ເຊ​ວຜິວ​ທີ່​ເສື່ອ​ສະພາບ​ນຳ​ເອົາໝາກ​ເລັ່ນ 1 ໜ່ວຍບົດ​ໃຫ້​ລະ ອຽດມາ​ພອກໜ້າ​ແລ້ວ​ນວດ​ຄ່ອຍໆປະ​ໄວ້​ຈົນ​ຮູ້ສຶກ​ເຄັ່ງ​ຜິວໜ້າຈາກ​ນັ້ນຈຶ່ງ​ລ້າງ​ອອກ​ດ້ວຍ​ນ້ຳ​ສະອາດ






ໝາກ​ໂມ:   


ສາມາດ​ເພີ່ມ​ຄວາມ​ຊຸ່ມ​ຊື່ນ​ແກ່​ຜິວໜ້າ ​ໂດຍ​ປັ່ນ​ເນື້ອໝາກ​ໂມ 2 ປ່ຽງ ​ໃຫ້​ລະອຽດນຳ​ມາ​ພອກ​ໃຫ້​ທົ່ວ​ໃບໜ້າປະ​ໄວ້​ປະມານ 10 ນາທີ ​ແລ້ວ​ຈຶ່ງ​ລ້າງ​ອອກດ້ວຍ​ນ້ຳອຸ່ນ ​ແລະ ນ້ຳທຳ​ມະ​ດາ ​ແລ້ວ​ເຊັດ ໜ້າ​ໃຫ້​ແຫ້ງ ການ​ພອກໜ້າດ້ວຍ​ສູດໝາກ​ໄມ້​ທີ່​ແນະນຳນີ້​ ສະຫຼັບກັນ​ໄປ​ອາທິດ​ລະຄັ້ງກໍ່ຈະ​ເຮັດ​ໃຫ້​ຜິວໜ້າ ຂອງ​ທ່ານ​ສົດ​ໃສ​ສວຍ​ງາມ​ຂື້ນຕື່ມ.

ຫມາກ​ໂມ ສາມາດ​ເພີ່ມ​ຄວາມ​ຊຸ່ມ​ຊື່ນ​ແກ່​ຜິວໜ້າ ​ໂດຍ​ປັ່ນ​ເນື້ອໝາກ​ໂມ 2 ປ່ຽງ ​ໃຫ້​ລະອຽດນຳ​ມາ​ພອກ​ໃຫ້​ທົ່ວ​ໃບໜ້າປະ​ໄວ້​ປະມານ 10 ນາທີ ​ແລ້ວ​ຈຶ່ງ​ລ້າງ​ອອກດ້ວຍ​ນ້ຳອຸ່ນ ​ແລະ ນ້ຳທຳ​ມະ​ດາ ​ແລ້ວ​ເຊັດ ໜ້າ​ໃຫ້​ແຫ້ງ ການ​ພອກໜ້າດ້ວຍ​ສູດໝາກ​ໄມ້​ທີ່​ແນະນຳນີ້​ ສະຫຼັບກັນ​ໄປ​ອາທິດ​ລະຄັ້ງກໍ່ຈະ​ເຮັດ​ໃຫ້​ຜິວໜ້າ ຂອງ​ທ່ານ​ສົດ​ໃສ​ສວຍ​ງາມ​ຂື້ນຕື່ມ.



ປະຫວັດຄວາມເປັນມາຂອງ 450 ປີ

 ປະຫວັດຄວາມເປັນມາຂອງ  450 ປີ

ຕາມພົງສາວະດານຂອງລາວໄດ້ຂຽນວ່າ: ” ວຽງຈັນກໍ່ຕົວເປັນບ້ານນ້ອຍ ເລີ່ມຕັ້ງແຕ່ລິເວນນີ້ ຍັງເປັນບ້ານປ່າຂາດອນ ຄົນຍັງຢູ່ເຮືອນຕູບ, ມຸງຫຍ້າ, ເສົາໄມ້ໄຜ່, ໄກ່ກະຕາກ, ລູກຫຼານ, ເດັກນ້ອຍໃຫ້ກໍ່ໄດ້ຍິນກັນທົ່ວທັງບ້ານເມື່ອ ພ.ສ ລ່ວງມາ 236 ປີ ໂດຍແມ່ນ ທ້າວ ບູລິຈັນ ໄດ້ພາລູກບ້ານຫຼານ ເມືອງຂອງຕົນມາເຮັດນາໃນບໍລິເວນທາດຫຼວງ ແລະພາກັນຕັ້ງບ້ານເມືອງກັນຢູ່ໃນທີ່ນີ້ ໄດ້ໃສ່ຊື່ວ່າ” ບ້ານໜອງຄັນເທ ຜີເຮືອນ້ຳ ” ( ບ້ານໜອງຄັນເທ ຜີເຮືອນ້ຳ ສັນນິຖານວ່າ ຢູ່ຄຸ້ມສີສັງວອນ ປະຈຸບັນ ).

ເນື່ອງຈາກ ບໍລິເວນນີ້ເປັນບ່ອນດິນດຳນ້ຳຊຸ່ມ ເຮັດນາໜ້ອຍໄດ້ເຂົ້າຫຼາຍມີຊຸມຊົນເຂດອື່ນທະຍອນກັນເຂົ້າມາຢູ່ຈົນກາຍເປັນເຂດຊຸມຊົນໃຫ່ຍເປັນຕົວເມືອງເປັນນະຄອນລັດ ໂດຍນອານາຈັກ ສີໂຄດຕະບູນອັນມີສູນອຳນາດຢູ່ໃນເຂດເຊບັ້ງໄຟ ແຂວງຄຳມ່ວນໃນປະຈຸບັນ ຈາກແມ່ນ້ຳຂອງ ເລິກເຂົ້າໄປປະມານ 15 ກິໂລແມັດ ໂດຍມີພະຍາທີ່ປົກຄອງ ເມືອງນີ້ວ່າ: ສຸມິດຕະ ທຳມະວົງສາ ເຊີ່ງໄດ້ແຕ່ຕັ້ງໃຫ້ ທ້າວ ບູລີຈັນ ມາເປັນເຈົ້າເມືອງແລ້ວໃສ່ຊື່ງນີ້ວ່າ ” ວຽງຈັນ ” ຕາມຊື່ຂອງຜູ້ສ້າງໃນເວລາຕໍ່ມາ.

ພາຍຫຼັງອານາຂອມ ທີ່ເຄີຍເລື້ອງອຳນາດໃນບໍລິເວນນີ້ ໄດ້ເສື່ອມລົງ ອາຍຸທະຍາ ແລະ ສຸໂຂໄທ ກໍເຮັດເສິກຍາດດິນແດນກັນ ໃນສຸດອາຍຸດທະຍາ ເປັນຜູ້ມີໄຊຊະນະ ໃນໄລຍະເຈົ້າຟ້າງຸ່ມມະຫາລາດກໍພາໄພ່ພົນເຮັດເສິກ ຍາດເອົານະ ຄອນຫຼວງລັດຕ່າງໆ ເຕົ້າໂຮມດິນແດນ ແລະ ສະຖາປະນາອານາຈັກລ້ານຊ້າງ ເອກະພາບກັນ ໃນປີ 1353 ທີ່ມີສູນອຳນາດຢູ່ນະຄອນຊຽງທອງ ( ຫຼວງພະບາງ ).

ນະຄອນຊຽງທອງ ເປັນຣາຊະທານີຂອງອານາຈັກຊ້າງຄົງຕົວມາດ້ 200 ປີ ງການປ່ຽນແປງ, ເຈົ້າໄຊເຊດຖາ ກະສັດອານາຈັກລ້ານຊ້າງ ອົງທີ 10 ໄດ້ພິຈາລະນາວ່າ ຊຽງທອງມີຂີດຈຳກັດໃນການພັດທະນາປູກຟັງຍັງມີໜ້ອຍດ້ານໜື່ງກໍ່ເປັນທາງທຽວໄປມາຂອງທັບພະມ້າທີ່ເຂັ້ມກວ່າໂດຍຄວາມເຫັນດີຂອງພວກເສນາອຳມາດ ແລະ ປະຊາຊົນເຈົ້າໄຊເຊດຖາຕົກລົງ ຍ້າຍຣາຊະທານີຈາກຊຽງທອງມາຍູ່ວຽງຈັນ ປີ 1560 ໂດຍໃສ່ຊື່ວ່າ ” ນະຄອນຈັນທະບູລີ ສີສັດຕະນາກຄະຫຸດ ອຸດຕະມະ ຣາຊະທານີ ” ພາລະກຳລັງສຳຄັນຂອງເຈົ້າໄຊເຊດຖາ ພາຍຫຼັງວຽງຈັນ ເປັນ ຣາຊະທານີ ມີດັ່ງນີ້: ພະອົງກໍ່ໄດ້ນຳພາປະຊາຊົນບູລະນະສ້າງສາປະເທດຊາດ ແລະ ຣາຊະທານີໃໜ່ໃຫ້ມີຄວາມເຂັ້ມແຂງສວຍງາມຈະເລີນຮຸ່ງເຮື່ອງ,ກິດຈະກຳ ສຳຄັນລວມມີ:

ໄດ້ສ້າງລາຊະ ທານີ ຫຼັງໃໝ່ ທີ່ສວຍງາມ ສະງ່າອົງອາດ, ໄດ້ສ້າງທາດຫຼວງທີ່ກວມ ເອົາທາດ ລູກເກົ່າທີ່ມີມາແຕ່ເດີມຕໍ່ເຕີມໃຫ້ສູງສົ່ງ ແລະງົດງາມ, ໄດ້ຫຼໍ່ພະພຸດທະຮູບ ອົງສຳຄັນໄວ້ເປັນມິ່ງ ຂວັນຂອງ ບ້ານເມືອງເຊັ່ນ: ( ພະອົງຕື້, ພະສຸກ, ພະໃສ, ພະເສີມ ) ແລະ ໄດ້ນຳພາປະຊາຊົນສ້າງສາ ວັດວາ ອາຣາມ ແລະ ສິ່ງປຸກສ້າງທີ່ມີຊື່ສຽງທາງດ້ານປັດຕະຍາກຳ, ວິຈິດຕະກຳ, ປະຕິມາກຳ ທີ່ງົດງາມ ອ່ອນຊ້ອຍ ເປັນເອກກະລັກຂອງຊາດລາວເຊັ່ນ: ວັດຊຽງທອງ ( ຫຼວງພະບາງ ), ຫໍພະແກ້ວ ແລະ ທາດພະນົມ.







ເວັບໄຊ້ຂອງກະຊວງຕ່າງໃນລາວ

ເວັບໄຊ້ຂອງກະຊວງຕ່າງໃນລາວ/Website ministry of Laos PDR





ໂດຍ: ໂຫນ່ງ ອານຸສອນ