Thursday, November 22, 2012

ກ້ວຍໄມ້ສະກຸນຕ່າງໆ

ກ້ວຍໄມ້ລາວເຮົາ ມີຢູ່ຫລາຍກຸ່ມ, ສາຍພັນ ແຕ່ກໍ່ສາມາດລວບລວມມາເປັນສະກຸນໄດ້ດັ່ນີ້:



  1. ລອງເທົ້ານາລີ  Paphiopedilum
  2. ກ້ວຍໄມ້ສະກຸນແຄັດທຣີຢ່າ Cattleya
  3. ກ້ວຍໄມ້ສະກຸນ ແວນດາ  VANDA
  4. ກ້ວຍໄມ້ສະຫຸນຫວາຍ  DENDROBIUM
  5. ກ້ວຍໄມ້ສະກຸນເຂັມ  ASCOCENTRUM
  6. ກ້ວຍໄມ້ສະກຸນຊ້າງ  RHYNCHOSTYLIS
  7. ກ້ວຍໄມ້ສະກຸນກຸຫລາບ AERIDES
  8. ກ້ວຍໄມ້ສະກຸນຟ້າແລ່ນ PHALAENOPSIS

ລອງເທົ້ານາລີ  Paphiopedilum ກ້ວຍໄມ້ສະກຸນແຄັດທຣີຢ່າ Cattleya ກ້ວຍໄມ້ສະກຸນ ແວນດາ  VANDA ກ້ວຍໄມ້ສະຫຸນຫວາຍ  DENDROBIUM ກ້ວຍໄມ້ສະກຸນເຂັມ  ASCOCENTRUM ກ້ວຍໄມ້ສະກຸນຊ້າງ  RHYNCHOSTYLIS ກ້ວຍໄມ້ສະກຸນກຸຫລາບ AERIDES ກ້ວຍໄມ້ສະກຸນຟ້າແລ່ນ PHALAENOPSIS

Friday, November 16, 2012

ສາຍພັນກ້ວຍໄມ້

ກ້ວຍໄມ້ຕາມການສຶກສາຕົ້ນຄວ້າມາແບ່ງອອກເປັນຫລາຍສາຍພັນ ແລະ ການຈັດຈຳແນກຍັງບໍ່ທັນເປັນທີ່ເອກະພາບກັນລະຫວ່າງນັກວິຊາການ ແລະ ຊ່ຽວຊານ ແຕ່ຕາມທີ່ຂ້າພະເຈົ້າຄົ້ນມາໄດ້ ແລະ ໄດ້ແຍກຈາກຕົວອັກສອນໃນພາສາອັງກິດມີ:

ກ້ວຍໄມ້ທີ່ຕົວອັກສອນລຽງຈາກ A-Eມີ:
  1. ເອື້ອງກຸຫລາບແດງ ( Aerides crassifolia )
 

2. ກຸຫລາບເຫລືອງ  ( Aerides houlletiana )


 3.ກຸຫລາບກະເປົາປິດ ( Aerides odorata )



4. ເອື້ອງເຂັມສົດ ( Ascocentrum miniatum )


5 ເອື້ອງນ້ຳເຕົ້າ Calanthe


6. ສິງໂຕພັດແດງ  ( Cirrhopetalum curtisii)



7. ເອື້ອງສາຍຫລວງລາວ ( Dendrobium anosmum )



8. ເອື້ອງສາຍລ່ອງແລ່ງ /ເອື້ອງສາຍໄຫມ ( Dendrobium aphyllum )



9. ເອື້ອງຄຳ Dendrobium chrysotoxum



10. ແວວມະຍຸລາ Dendrobium fimbriatum



11. ຫວາຍຕາເວັນຕົກ Dendrobium fytchianum



12. ເອື້ອງສາຍມ່ວງ/ສາຍຄັ່ງຍາວ Dendrobium lituiflorum



13. ເອື້ອງເຜິ້ງ ( Dendrobium lindleyi )



14. ສາຍນ້ຳຄັ່ງ Dendrobium parishii



15. ສາຍນ້ຳເຜິງໄທ Dendrobium primulinum thai



16. ສາຍນ້ຳເຜິ້ງລາວ Dendrobium primulinum Laos



17.  ເອື້ອງຊ້າງນ້າວ Dendrobium pulchellum



18. ເອື້ອງແປງສີຟັນ Dendrobium secundum



19. ເອື້ອງໂອໂມນານູ Dendrobium superbum var.anosmum



20. ເອື້ອງຕໍຕິເລ Dendrobium tortile



21. ອໍເອນເດ ແຊເດີເລຍນາ ( Euanthe sanderiana )



ຂໍ້ມູນກ້ວຍໄມ້ທີ່ລຽງຈາກ F-J ແມ່ນຢູ່ຫົວຂໍ້ຕໍ່ໄປ

                                          ຂອບໃຈຂໍ້ມູນຈາກ http://www.orchidtropical.com


ການແບ່ງກຸ່ມຂອງກ້ວຍໄມ້


ກ້ວຍໄມ້ທີ່ແບ່ງກຸ່ມຕາມການການເກີດ ກ້ວຍໄມ້ລາວເຮົາສາມາດແບ່ງເປັນກຸ່ມຕາມສະຖານທີ່ເກີດຢ່າງງ່າຍໆເປັນ 2 ກຸ່ມໃຫຍ່ໆຄື:  1. ກຸ່ມກ້ວຍໄມ້ອີງອາໃສ(ກາຝາກ) epiphytic orchids ເຊິ່ງມີປະມານ 65% ຂອງຫ້ວຍໄມ້ທັງໝົດໄດ້ແກ່:

ຕາມການລວບລວມ ແລະ ສຶກສາມາ ສາມາດແບ່ງກຸ່ມຂອງກ້ວຍໄມ້ອອກໄດ້ດັ່ງນີ້:

  1. ກ້ວຍໄມ້ທີ່ແບ່ງກຸ່ມຕາມການການເກີດ

ກ້ວຍໄມ້ລາວເຮົາສາມາດແບ່ງເປັນກຸ່ມຕາມສະຖານທີ່ເກີດຢ່າງງ່າຍໆເປັນ 2 ກຸ່ມໃຫຍ່ໆຄື:
1. ກຸ່ມກ້ວຍໄມ້ອີງອາໃສ(ກາຝາກ) epiphytic orchids ເຊິ່ງມີປະມານ 65% ຂອງຫ້ວຍໄມ້ທັງໝົດໄດ້ແກ່:
  • ກວ້ຍໄມ້ສະກຸນຫວາຍ Dendrobium spp
  • ສະກຸນຫວາຍແດງ Renanthera spp
  • ສະກຸນັ້າມຸ່ຍ Vanda spp
  • ແລະ ອື່ນໆ
ແລະກ້ວຍໄມ້ດິນ terrestrial spp ປະມານ 35% ເຊັນ ປັດແດງ Habenaria spp, ສະກຸນເອື້ອງສີລາ Taenia spp, ສະກູນນົກຄຸ່ມໄຟ Anoectochtochilus, ເອື້ອງດິນໃບຫມາກ Spathoglottis spp ນອກນີ້ກຸ່ມຂອງກ້ວຍໄມ້ດິນຍັງສາມາດແຍກເປັນກຸ່ມຍ່ອຍໄດ້ອີກເຊັ່ນ: ກ້ວຍໄມ້ກິນຊາກ saprophytic ເຊັ່ນ ສະກຸນ ເຖົາວັນພັນດົງ Galeola spp ສະກຸນກ້ວຍປວກ Aphyllorchis spp ນອກນີ້ຍັງພົບກ້ວຍໄມ້ທີ່ເກີດຕາມຫີນ lithophytic orchids ເຊິ່ງມີທັງກ້ວຍໄມ້ອີງອາໃສ ແລະກ້ວຍໄມ້ດິນ ເຊັ່ນ: ສະກຸນ ມ້າແລ່ນ Doritis spp ການທີ່ກ້ວຍໄມ້ສາມາດເກີດໄດ້ທຸກທີ່ ແລະ ສະພາບແວດລ້ອມທີ່ຕ່າງກັນນັ້ນແມ່ນເນື່ອງມາຈາກວິວັດທະນາການ ແລະ ການປັບຕົວ ໄດ້ຢ່າງເໝາະສົມກັບສະພາບແວດລ້ອມນັ້ນໆມາເປັນເວລາດົນນານ ຈື່ງເຮັກໃຫ້ມີລະບົບຮາກ, ລຳຕົ້ນ, ໃບ ດອກ ຫມາກ ແລະ ແກ່ນ ຕະຫລອດຈົນລັກສະນະການຈະເລີນເຕີບໂຕ ທີ່ຜິດພ້ຽນແຕກຕ່າງກັນ

2 . ກ້ວຍໄມ້ທີ່ແບ່ງຕາມລັກສະນະການຈະເລີນເຕີບໂຕ

ແບ່ງຕາມການຈະເລີນເຕີບໂຕທາງລຳຕົ້ນ: ມີ 2 ກຸ່ມໃຫຍ່ຄື
1. ກຸ່ມທີ່ຈະເລີນເຕີບໂຕທາງຍອດ: ປະກອບມີ ສະກຸນເຂັມ, ສະກຸນກຸຫລາບ, ພະຍາໄຮໃບ, ຕີນເຕົ່າ, ຫວານແດງ, ໄອຍະເລດ, ເສືອໂຄ່ງ ແລະ ສະກຸນຫູຊ້າງ
2. ກຸ່ມທີ່ຈະເລີນເຕີບໂຕທາງຂ້າງ:  ປະກອບມີ  ສະກຸນ ຫາງແມງເງົາ Appendicula spp, ສິງໂຕ (Bulbophyllum spp), ນ້ຳຕົ້ນ(Calanthe), ກະເຮກະລອນ(Cymbidium spp) ສະກຸນ ຫວາຍ ແລະ  ວ່ານເພັດຫີ້ງ (Grammatophyllum speciosum) ທີ່ມີລຳຕົ້ນຫຍ່ຄືອ້ອຍ
  • ແບ່ງຕາມການຈະເລີນເຕີບໂຕທາງຮາກ:(ຂໍອະໄພທີ່ຂຽນບໍ່ທັນ ມື້ແລງຈະຂຽນຕໍ່)