google-site-verification: google0d91bc93cfc88895.html ​ການ​ລ້ຽງ​ກົບ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, September 07, 2017

​ການ​ລ້ຽງ​ກົບ

ການ​ລ້ຽງ​, ລ້ຽງ​ກົບ, ການ​ລ້ຽງ​ກົບ, ເຕັກ​ນິກ​ການ​ລ້ຽງ​ກົບ, ວິ​ທີ​ການ​ລ້ຽງ​ກົບ,ການ​ລ້ຽງ​ກົບ​ໃນ​ບໍ່​ດິ​ນ, ລ້ຽງ​ກົບ​ໃນ​ບໍ່​ດິນ, ພັນ​ກົບ, ສະ​ຖານ​ທີ່​ລຽງ​ກົບ, ສາຍ​ພັນ​ກົບ, ການລ້ຽງກົບ

ການລ້ຽງກົບເປັນອາຊີບຫນື່ງງທີ່ສາມາດສ້າງລາຍໄດ້ແຕ່ຕ້ອງເຂົ້າໃຈເຖິງວິທີການລ້ຽງທີ່ຖືກຕ້ອງກ່ອນຈິ່ງຈະປະສົບຄວາມສໍາເລັດໄດ້.ກົບເປັນສັດທີ່ລ້ຽງງ່າຍ ແລະ ມີຂັ້ນຕອນ ການ ລ້ຽງບໍ່ຫຍຸ້ງຍາກສາມາດລ້ຽງໄດ້ທັງໜອງດິນ, ໃນອ່າງຊີມັງ, ມີ ເນື້ອທີ່ໜ້ອຍກໍ່ສາມາດລ້ຽງໄດ້, ກົບເປັນສັດເສດຖະກິດຊະນິດຫນື່ງທີ່ລົງທນໜ້ອຍ, ຂາຍໄດ້ລາຄາດີ, ຕະຫຼາດທັງພາຍໃນ ແລະຕ່າງປະ ເທດກໍ່ມີຄວາມຕ້ອງການສູງ. ສໍາລັບການລ້ຽງກົບຢູ່ເຂດພາກເໜືອຂອງລາວແມ່ນ ເໝາະສົມເພາະວ່າມີອາຫານທໍາມະຊາດຫຼາຍເປັນ ຕົ້ນແມ່ນຂີ້ກະເດືອນການລ້ຽງກົບແມ່ນໃຊ້ເວລາສັ້ນພຽງແຕ່ 3-4 ເດືອນກໍ່ສາມາດໃຫຍ່ເຕັມທີ່ສາມາດຈັບຂາຍ ຫຼື ບໍລິໂພກໄດ້ແລ້ວ.

1.ລັກຊະນະ ແລະຮູບຮ່າງກົບ:

ກົບເປັນສັດເຄິ່ງບົກ, ເຄິ່ງນໍ້າສາ ມາດຫາຍໃຈໄດ້ສອງທາງຄືທາງ ປອດ ແລະຜິວໜັງ, ສາມາດປັບ ສີຂອງຜີວໜັງໄດ້ຄືກັບທໍາມະຊາດ ເພື່ອຫຼົບຫຼີກສັດຕູ. ກົບມີລໍາໂຕ ສັ້ນ, ບໍ່ມີຫາງ. ນອກຈາກຕອນ ເປັນໂຕຮວກ, ສາມາດເຄື່ອນເໜັງ ໄດ້ຢ່າງວ່ອງໄວເມື່ອຢູ່ເທິງບົກ ເພາະວ່າມີຂາທີ່ແຂງແຮງທັງສອງ ຄູ່.

2.ການຄັດເລືອກສະຖານທີ່

ຄວນເລືອກສະຖານທີ່ໃກ້ກັບບ່ອນພັກເຊົາເພື່ອສະດວກໃນການບົວ ລະບັດຮັກສາ, ເລືອກພື້ນທີ່ດິນທີ່ມີ ຄວາມຮາບພຽງດີ, ຄອກດັ່ງກ່າວບໍ່ຢູ່ໃນທີ່ມືດຈົນເກີນໄປເພາະກົບ ເປັນສັດທີ່ຕ້ອງການແສງແດດ ຫຼາຍສົມຄວນ, ເປັນບ່ອນທີ່ໃກ້ແຫຼ່ງ ນໍ້າເພື່ອສະດວກໃນການປຽ່ນຖ່າຍເທນໍ້າໃຫ້ກົບຄອກຄວນໄກຈາກ ຖະໜົນໃຫຍ່ເພື່ອບໍ່ໃຫ້ມີສຽງລົບ ກວນກົບກໍ່ຈະກິນອາຫານໄດ້ດີ ແລະໄດ້ພັກຜ່ອນ.

3.ການກຽມສະຖານທີ່

ສານກະແຕະໄມ້: ສານໃຫຍ່ ຫຼື ນ້ອຍຕາມຂະໜາດຂອງໜອງ, ຈະລ້ຽງໃນນີ້ແມ່ນ 2x2 ແມັດ ແລະຄວາມສູງແມ່ນ 1.5 ແມັດ. ປັບໜ້າດິນບ່ອນລ້ຽງໃຫ້ມີຄວາມ ເໝາະສົມ, ຂຸດຂຸມຂະໜາດມີຄວາມ ກວ້າງ, ຍາວ, ເລີກ (0.5x0.5x 0.3) ແມັດ. ຈາກນັ້ນ, ເອົາຜ້າຢາງ ຮອງ ແລະເຕັງດ້ວຍກ້ອນຫີນຢູ່ ເລາະຂອບເພື່ອບໍ່ໃຫ້ຜ້າຢາງຫຼຸດ ລົງການທີ່ເອົາຜ້າຢາງຮອງພື້ນ ເພື່ອເກັບຮັກສານໍ້ານັ້ນໃຫ້ຢູ່ໃນລະ ດັບທີ່ກົບຕ້ອງການ, ເກັບເອົາຜັກ ຕົບ ແລະຜັກບົ້ງມາໄວ້ໃສ່.
ຊະນິດຂອງຄອກທີ່ໃຊ້ລ້ຽງກົບ ຄອກດິນທີ່ໃຊ້ລ້ຽງກົບມີ 2 ຊະນິດຄື:    ຊະນິດທີ 1: ທາງດ້ານໃນຄອກຂຸດເປັນຂຸມຂະໜາດຄວາມກວ້າງ, ຍາວ, ເລິກ (1.5x1.5x0.3) ແມັດ, ໃຊ້ຊີມັງລວດບໍ່ໃຫ້ນໍ້າແຫ້ງ. ຂະໜາດຂອງຄອກມີຄວາມກວ້າງ, ຍາວ, ເລີກ (3x4 x1.2) ແມັດ ອ້ອມດ້ວຍດາງຂຽວທີ່ມີຄວາມສູງ 1,2 ແມັດໃສ່ພືດນໍ້າເຊັ່ນ: ຜັກຕົບ ຫຼື ຜັກບົ້ງກໍ່ໄດ້. ຄອກດັ່ງກ່າວສາ ມາດປ່ອຍໄດ້ 1.000 ໂຕຫຼັກເສົາ ຕ້ອງເອົາໄວ້ຢູ່ແຈນອກເພື່ອກົບຈະ ບໍ່ໄດ້ອອກຕາມແຈເສົານັ້ນຢູ່ດ້ານ ເທິງໃຊ້ໄມ້ກ່າຍ ແລະໃຊ້ພາຊະນະ ປົກ. ຖ້າບໍລິເວນໃດບໍ່ມີໝູບໍ່ໃຊ້ກະແຕະອ້ອມກໍ່ໄດ້.
ຊະນິດທີ 2: ດ້ານໃນຄອກຂຸດ ເປັນຂຸມຂະໜາດຄວາມກວ້າງ, ຍາວ, ເລີກ (0.5x0.5x0.3) ແມັດ, ໃຊ້ຜ້າຢາງປູຮອງພື້ນ ເພື່ອເກັບຮັກສານໍ້າບໍ່ໃຫ້ແຫ້ງ. ໃສ່ ພືດນໍ້າເຊັ່ນ: ຜັກຕົບ ຫຼື ຜັກບົ້ງກໍ່ໄດ້. ຂະໜາດຂອງຄອກຄວາມກວ້າງ, ຍາວ, ເລີກ (2x2x1.2) ແມັດ, ອ້ອມດ້ວຍດາງຂຽວທີ່ມີຄວາມສູງ 1,2 ແມັດ ຄອກດັ່ງກ່າວສາມາດ ປ່ອຍໄດ້ 350 ໂຕ, ຫຼັກເສົາຕ້ອງເອົາໄວ້ຢູ່ແຈທາງນອກເພື່ອກົບຈະບໍ່ໄດ້ອອກຕາມແຈເສົາ, ທາງດ້ານ ນອກຂອງຄອກແມ່ນອ້ອມດ້ວຍໄມ້ ເພື່ອກັນໝູມາດຸດຢູ່ດ້ານເທິງໃຊ້ ດາງແຫປົກເພື່ອກັນນົກເຂົ້າໄປ.
 https://hukased.blogspot.com/2017/09/blog-post_7.html

4.ແນວພັນກົບ

 ແນວພັນມີ ຫຼາຍຊະນິດໄດ້ຮັບຜົນດີແມ່ພັນກົບ ນາ ຫຼື ພັນກົບຈ່ານ. ກົບຈ່ານແມ່ນ ກົບພັນພື້ນເມືອງລາວເຮົາພົບເຫັນ ຫຼາຍໃນທົ່ວທຸກພາກຂອງລາວ, ເປັນກົບທີ່ມີຂະໜາດໃຫຍ່ປານ ກາງ, ສາມາດປັບຕົວເຂົ້າກັບສະ ພາບທໍາມະຊາດໄດ້ດີ, ມີຄວາມ ທົນທານຕໍ່ພະຍາດ, ລ້ຽງງ່າຍ ແລະໃຫຍ່ໄວ. ກົບດັ່ງກ່າວສາມາດ ກິນອາຫານໄດ້ຫຼາຍຢ່າງເຊັ່ນ: ກິນ ຂີ້ກະເດືອນ, ປວກ, ມົດ ແລະແມງ ໄມ້ຊະນິດຕ່າງໆ ແລະກໍ່ຍັງສາມາດ ກິນອາຫານສໍາເລັດຮູບໄດ້ອີກ.

5.ອາຫານທີ່ໃຊ້ເຂົ້າໃນການ ລ້ຽງກົບ

ຂີ້ກະເດືອນທີ່ມີຢູ່ໃນ ທໍາມະຊາດ (ຂີ້ກະເດືອນມີທາດ ຊີ້ນສູງເຖິງ 34,5%) ອາຫານສໍາ ເລັດຮູບຂອງປາໜັງເຊັ່ນ: ອາ ຫານຂອງປາດຸກ ຊຶ່ງມີ 3 ຂະ ໜາດຄື:
  •    ໃນຕອນກົບຍັງນ້ອຍແມ່ນ ໃຊ້ອາຫານເກືອປາດຸກນ້ອຍ.
  •    ເມື່ອກົບລ້ຽງໄດ້ 2 ເດືອນ ແມ່ນໃຊ້ອາຫານ ຂອງປາດຸກກາງ.
  •    ເມື່ອກົບລ້ຽງໄດ້ເດືອນທີ 3 ແມ່ນໄດ້ໃຊ້ອາຫານປາດຸກໃຫຍ່ ທີ່ມີທາດຊີ້ນບໍ່ຫຼຸດ 30%.

6.ການປ່ອຍ ແລະ ອັດຕາການ ປ່ອຍ

ກົບທີ່ຈະນໍາມາລ້ຽງມີອາຍຸ ປະມານ 45 ວັນ, ນໍ້າໜັກໂດຍສະ ເລ່ຍ 10,7 ກຣາມ. ກ່ອນການປ່ອຍກົບລົງໃນແຕ່ລະຄອກຕ້ອງຄັດຂະໜາດຂອງລູກກົບກ່ອນ. ການປ່ອຍກົບຄວນປ່ອຍໃນຊ່ວງອາກາດເຢັນ (ຕອນເຊົ້າ ຫຼື ແລງ) ອັດຕາການປ່ອຍກົບ: ການປ່ອຍກົບໃນແຕ່ລະຄອກແມ່ນ 87 ໂຕຕໍ່ຕາແມັດ ຫຼື ເທົ່າກັບ 350 ໂຕ ຕໍ່ຄອກ.

7.ໄລຍະເວລາໃນການລ້ຽງ

ການລ້ຽງໃຊ້ເວລາ 3-4 ເດືອນ ສາມາດເກັບກູ້ຜົນຜະລິດໄດ້ ແລະ ນໍ້າໜັກຂອງກົບໂດຍສະເລ່ຍ 5-6 ໂຕຕໍ່ກິໂລກຣາມ.ການ​ລ້ຽງ​, ລ້ຽງ​ກົບ, ການ​ລ້ຽງ​ກົບ, ເຕັກ​ນິກ​ການ​ລ້ຽງ​ກົບ, ວິ​ທີ​ການ​ລ້ຽງ​ກົບ,ການ​ລ້ຽງ​ກົບ​ໃນ​ບໍ່​ດິ​ຮ, ລ້ຽງ​ກົບ​ໃນ​ບໍ່​ດິນ, ພັນ​ກົບ, ສະ​ຖານ​ທີ່​ລຽງ​ກົບ, ສາຍ​ພັນ​ກົບ, ການລ້ຽງກົບ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ