google-site-verification: google0d91bc93cfc88895.html ໂຄງ​ການ​ເຂື່ອນ​ໄຟ​ຟ້າ ນ້ຳ​ຊໍ້ Namsor Hydroelectric power project - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, August 23, 2017

ໂຄງ​ການ​ເຂື່ອນ​ໄຟ​ຟ້າ ນ້ຳ​ຊໍ້ Namsor Hydroelectric power project


ໂຄງການເຂື່ອນໄຟຟ້າ ນໍ້າຊໍ້ ແມ່ນຕັ້ງຢູ່ສາຍນໍ້າຊໍ້ ເຊິ່ງເປັນສາຂາຂອງແມ່ນນໍ້າຍົມ ມີຈຸດກໍາເນີດຢູ່ເທິງພູມ່າງ ຢູ່ທີ່ລະ ດັບຄວາມສູງ 1,503m ທຽບໃສ່ລະດັບໜ້ານໍ້າທະເລປານກາງ. ນໍ້າຊໍ້ໄຫຼອອກຈາກທິດຕາເວັນຕົກສຽງເໜືອ ໄປຫາ ທິດຕາເວັນອອກ ແລ້ວໄຫຼປ່ອງລົງສູ່ແມ່ນນໍ້າງອມ ຢູ່ທີ່ລະດັບຄວາມສູງ 360m ເຊິ່ງຈຸດພົບກັນດັ່ງກ່າວຢູ່ຮ່າງຈາກ ບ້ານວັງໝາກ ປະມານ 10Km. ຫຼັງຈາກນັ້ນ, ນໍ້າງອມໄຫຼລົງສູ່ນໍ້າກະດິງ ແລະ ນໍ້າກະດິງໄຫຼປ່ອງລົງສູ່ແມ່ນນໍ້າຂອງ. ນໍ້າຊໍ້ມີຄວາມຍາວ 26Km ແລະ ມີເນື້ອທີ່ອ່າງໂຕ່ງນໍ້າ ເທົ່າກັບ 85Km2.  ແມ່ນໍ້າຊໍ້ມີຫ້ວຍນ້ອຍ ແລະ ໃຫຍ່ຈໍານວນໜຶ່ງໄຫຼປ່ອງລົງມາໃສ່, ປະລິມານນໍ້າໄຫຼເຂົ້າອ່າງສະເລ່ຍ (WQ) = 113,53 x 106m3.
ໂຄງການເຂື່ອນໄຟຟ້າ ນໍ້າຊໍ້ ເປັນໂຄງການກໍ່ສ້າງໂຮງໄຟຟ້າພະລັງນໍ້າຂະໜາດນ້ອຍ ທີ່ມີກໍາລັງການຕິດຕັ້ງ 5MW, ໂດຍການສ້າງຝາຍນໍ້າລົ້ນ (Weir) ເພື່ອກັ້ນ ແລະ ປ່ຽນແລ້ວນໍ້າຕາມທໍາມະຊາດ (Diversion) ໃຫ້ໄຫຼເຂົ້າສູ່ ອາຄານຮັບນໍ້າ (Intake) ແລ້ວໄຫຼຕາມ ຄອງສົ່ງນໍ້າ (Canal) ຜ່ານອ່າງນໍ້ານອນ (Forbay) ເພື່ອຫຼຸດຜ່ອນຄວາມແຮງຂອງນໍ້າ ແລະ ດັກຕະກອນ ກ່ອນຈະໄຫຼເຂົ້າສູ່ທໍ່ສົ່ງແຮງດັນ ແລະ ໄຫຼເຂົ້າສູ່ຈັກປັ່ນໄຟ (Turbine) ໃນອາຄານໂຮງໄຟຟ້າ ເຮັດໃຫ້ເກີດເປັນກະແສໄຟຟ້າ.

ໂຄງການເຂື່ອນໄຟຟ້າ ນໍ້າຊໍ້ ໄດ້ຖືກສຶກສາ ແລະ ສໍາຫຼວດ ໃນເດືອນມັງກອນ ປິ 2012 ໂດຍ ບໍລິສັດວຽງຈັນ ເຕັກໂນ່ ກໍ່ສ້າງຈໍາກັດ ແລະ ໃນວັນທີ 14/08/2012 ທ່ານ ສີສຸວັນ ແກ້ວມະນີ ປະທານ ບໍລິສັດ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບ ລັດຖະບານ ຕ່າງໜ້າໂດຍ ພະແນກແຜນການ ແລະ ການລົງທຶນ ແຂວງບໍລິຄໍາໄຊ. ນັບແຕ່ນັ້ນມາ, ບໍລິສັດ ກໍ່ໄດ້ສຶກສາ ແລະ ສໍາຫຼວດ ເພື່ອເກັບກຳຂໍ້ມູນທຸກດ້ານເຊັ່ນ: ອຸທົກະສາດ, ພູມສາດ, ທໍລະນີສາດ ແລະ ສິ່ງແວດລ້ອມ ເພື່ອສຶກສາຄວາມເປັນໄປໄດ້ມາຂຽນເປັນບົດວິພາກເສດຖະກິດເຕັກນິກຂອງໂຄງການ, ຄຽງຄູ່ໄປກັບການປະກອບເອກະສານທາງດ້ານ ນິຕິກໍາຕ່າງຂອງລັດໃຫ້ຄົບຖ້ວນ ແລະ ການຊອກຫາແຫຼ່ງທຶນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອກ້າວໄປເຖິງການພັດທະນາໂຄງການໃນອານາຄົດ.

  ເຂດທີ່ຕັ້ງຂອງໂຄງການ



ຊື່ໂຄງການ
ໂຄງການເຂື່ອນໄຟຟ້າ ນ້ຳຊໍ້
[Namsor Hydroelectric Power Project] (NHPP)
ເຈົ້າຂອງໂຄງການ
ບໍລິສັດນ້ຳຊໍ້ ໄຮໂດ ພາວເວີຈຳກັດ
[Namsor Hydro Power Co., Ltd]
ຜູ້ຖືຮຸ້ນ
ບໍລິສັດ ວຽງຈັນ ເທັກໂນ່ ກໍ່ສ້າງ ຈໍາກັດ (ສປປ ລາວ) 40%, ບໍລິສັດ V.Hydro (ໄທ) 4%, ບໍລິສັດ Precise (ໄທ) 28% ແລະ ບໍລິສັດ CSS (ໄທ) 28%
ຜູ້ໃຫ້ກູ້ຢືມ
ທະນາຄານ ກະຊິກອນໄທ ໃຫ້ກູ້ຢືມ 7,000,000 USD
ທີ່ປຶກສາໂຄງການ
ບໍລິສັດ ວຽງຈັນເຕັກໂນ່ ຄອນຊາວຕິງ ຈໍາກັດ
[Vientiane Techno Consulting Co., Ltd.]
ຜູ້ຮັບເຫມົາກໍ່ສ້າງ
ບໍລິສັດນ້ຳຊໍ້ ໄຮໂດ ພາວເວີຈຳກັດ
[Namsor Hydro Power Co., Ltd]
ທີ່ຕັ້ງໂຄງການ
ບ້ານມີໄຊ ເມືອງ ວຽງທອງ ແຂວງ ບໍລິຄຳໄຊ
ເລີ່ມລົງມືກໍ່ສ້າງ
08/03/2017
ໄລຍະເວລາການກໍ່ສ້າງ
16 ເດືອນ
ຊ່ວງ​​ເວລາໂຄງການ
8th March, 2017 to 30th Jun., 2018
ມູນຄ່າໂຄງການ
10,000,000 US$ (ສິບລ້ານດອນລາສະຫາລັດ)
ເວລາເຄື່ອນຍ້າຍກໍາລັງພົນ, ເຄື່ອງມື-ອຸປະກອນ ແລະ ກົນຈັກມາສະໜາມ
9th March, 2017
ມື້ເປີດໄຟຢ່າງເປັນທາງການ (SCOD)
1st July, 2018


 ຂໍ້ມູນພື້ນຖານດ້ານເຕັກນິກ


ລ/ດ
ລາຍການ
ລາຍລະອຽດ
1
ປະເພດໂຄງການ
Run off river
2
ອ່າງໂຕ່ງ
ເນື້້ອທີ່ : 85Km2, ປະລິມານນໍ້າຝົນເຂດອ່າງໂຕ່ງສະເລ່ຍລາຍປີ : 2,400mm,
ປະລິມານນໍ້າໄຫຼໜ້າດິນສະເລ່ຍ : 3.6m3/sec, ບໍລິມາດນໍ້າໄຫຼເຂົ້າອ່າງ WQ = 113,53 106m3
3
ອ່າງເກັບ
ກັກນໍ້າ
ເນື້ອທີ່ : 39.5 ha, ລະດັບ : 530 m.asl
ບໍລິມາດນໍ້າໃນອ່າງ : 2.59 x 106 m3, ລະດັບ : 530 m.asl
ບໍລິມາດນໍ້າຊົມໃຊ້ : 2.57 x 106 m3, ລະດັບ : 530 – 518 m.asl
ບໍລິມາດນໍ້າຕາຍ : 0.02 x 106 m3, ລະດັບ : 518 m.asl
4
ຫົວງານ
ຊະນິດເຂື່ອນ : ຝ່າຍນໍ້າໜັກໂຄງສ້າງແກ່ນຫີນໃຫຍ່ປະສົມຄອນກຣີດ ລອບນອກໂອບດ້ວຍເບຕົງເສີມເຫຼັກ, ລະດັບສັນເຂື່ອນ : 530 m.asl
ຄວາມສູງຂອງເຂື່ອນ : 17m, ຍາວ : 44m, ແລະ ກວ້າງ : 44m,
ລະບາຍນໍ້າໄດ້ (Qmax) : 485m3/s
5
ຄອງສົ່ງນໍ້າ
ປະເພດ : ຄອງຄອນກຣິດມີຝາປິດ, ຂະໜາດ : ກວ້າງ 2m x ສູງ 1.85m
ຄວາມຄ່ອຍ : 1/1,000, ແລະ ຍາວ 1,230.7m, ປະລິມານນໍ້າໄຫຼສູງສຸດ (Q): 6m3/s
6
ອ່າງນໍ້ານອນ
ຂະໜາດ : ກວ້າງ 8m x ຍາວ 20m x ສູງ 3m, ທໍ່ລະບາຍຕະກອນ : Ф 40cm, , ບ່ອນລະບາຍນໍ້າລົ້ນ : ກວ້າງ 15m
7
ທໍ່ສົ່ງແຮງດັນ
ທໍ່ເຫຼັກຍາວ : 700m, ຂະໜາດ Φ : 1.30m, ຄວາມໜ້າ : 12mm, ບໍລິມາດນໍ້າໄຫຼອອກແບບສູງສຸດ : 5.2 m3/s
8
ເຮືອນຈັກ
ຂະໜາດ : ກວ້າງ 14.8m, ຍາວ 24.8m, ສູງ 6.60m, ລະດັບພື້ນ : 392.00 m.asl,
Head(gross, static) : 128.00m, Net Head : 122.7m
ກໍາລັງຕິດຕັ້ງ : 5MW (2x2.5MW), Plant Factor : 54.49%,
While firm capacity : 0.6 – 1MW
ພະລັງງານທີ່ຜະລິດ : 23.87GWh/yr
9
ຊົນລະປະທານ
ນໍ້າທ້າຍເຂື່ອນສະໜອງຊົນລະປະທານ : 100 – 120ha


ຊ່ວງ​ກໍ່​ສ້າງ​ເດືອນ 6-8


ຄະ​ນະ​ຮັບ​ຜິດ​ຊອບ​ visit site


Owner visited site

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ