google-site-verification: google0d91bc93cfc88895.html ການທາບງ່າ The grafted cuttings. - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, February 10, 2017

ການທາບງ່າ The grafted cuttings.


http://hukased.blogspot.com/2017/02/grafted-cuttings.html


ການທາບງ່າ

ການທາບງ່າແມ່ນການນຳເອົາພືດ 2 ຕົ້ນມາເປັນຕົ້ນດຽວກັນ ໂດຍພາກສ່ວນຕົ້ນຕໍທີ່ນຳມາທາບງ່າຈະເຮັດໜ້າທີ່ເປັນ
ລະບົບຮາກເພື່ອຫາອາຫານໃຫ້ກິ່ງພັນດີ. ໂດຍມີຂັ້ນຕອນປະຕິບັດຕົວຈິງດັ່ງລຸ່ມນີ້.
ວັດສະດຸ ແລະ ອຸປະກອນ

  • ກິ່ງພັນດີ.
  • ຕົ້ນຕໍ
  • ມີດຕັດກິ່ງພັນ.
  • ເຊືອກຟາງ.
  • ກາບໝາກພ້າວສັບລະອຽດ.
  • ເຊືອກພັນກິ່ງ

ຂັ້ນຕອນການປະຕິບັດ

ກ. ການກະກຽມຕົ້ນຕໍ: ຕົ້ນຕໍມີອາຍຸປະມານ 8-12 ເດືອນ ມີລະບົບຮາກທີ່ແຂງແຮງສົມບູນ ແລະ ເປັນຊະນິດດຽວ
ກັບກິ່ງພັນດີ, ນໍາຕົ້ນຕໍທີ່ຂຸດອອກຈາກໜານມາຕັດຮາກແກ້ວອອກໃຫ້ສັ້ນ ຫຼື ຍາວປະມານ 10 ຊັງຕີແມັດ. ຕັດຮາກ
ຝອຍອອກແລ້ວນຳໄປໃສ່ຖົງຢາງ. ຈາກນັ້ນ ນໍາກາບໝາກພ້າວມາໃສ່ຖົງຢາງຈົນເຕັມ ແລະ ນໍາເອົາຕົ້ນຕໍກໍ່ໃສ່ລົງ
ໄປແລ້ວໃຊ້ເຊືອກຟາງມັດໄວ້.
ຂ. ເລືອກກິ່ງພັນດີ ຄວນເລືອກເອົາຈາກຕົ້ນແມ່ພັນດີທີ່ແຂງແຮງ, ໄດ້ຮັບໝາກຜົນຫຼາຍ (ໄມ້ໃຫ້ໝາກ). ເປັນກິ່ງທີ່
ຮັບແສງສະຫວ່າງພຽງພໍ, ມີມູມອ່ຽງ 45 ອົງສາ, ກິ່ງບໍ່ອ່ອນ ແລະ ບໍ່ແກ່ເກີນໄປ.
ຄ. ໃຊ້ມີດປາດໄປຕາມລວງຍາວຂອງກິ່ງງ່າຂອງຕົ້ນໄມ້ຍາວປະມານ 5-8 ຊັງຕີແມັດ.
ງ. ຕົ້ນຕໍຍາວປະມານ 15-18 ຊັງຕີແມັດ. ນໍາຕົ້ນຕໍມາປາດຍາວສະຫຼຽງຂ້າງໜຶ່ງ ແລະ ປາດລັດທີ່ປາຍອີກດ້ານໜຶ່ງ
ຈ. ໃຊ້ເທບຄຽນອ້ອມຮອບບໍລິເວນປາກບາດໃຫ້ແໜ້ນ
ສ. ໃຊ້ມີດປາດລັດກ້ວາງປະມານ 1 ຊັງຕີແມັດ ແລ້ວລອກເອົາເປືອກອອກເພື່ອເປັນການຕັດທໍ່ລໍາລຽງອາຫານ
ຊ. ປະໄວ້ປະມານ 45 ວັນ ກ່ໍຈະເຫັນຮາກຂອງຕົ້ນຕໍນັ້ນອອກມາຈົນກວ່າຈະມີຮາກຫຼາຍ ແລ້ວຈິ່ງຕັດເອົາຕົ້ນໄມ້ດັ່ງ
ກ່າວນັ້ນມາຊຳໄດ້.
http://hukased.blogspot.com/2017/02/grafted-cuttings.html


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ