google-site-verification: google0d91bc93cfc88895.html ບຸນຫໍ່ເຂົ້າສະຫຼາກ ฺBoun-Hor-kao-sa-lark - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, September 04, 2016

ບຸນຫໍ່ເຂົ້າສະຫຼາກ ฺBoun-Hor-kao-sa-lark

http://hukased.blogspot.com/2016/09/boun-hor-kao-sa-lark.html
ບຸນຫໍ່ເຂົ້າສະຫຼາກ ฺBoun-Hor-kao-sa-lark

ບຸນຫໍ່ເຂົ້າສະຫຼາກ

ຊາວພຸດທັງຫຼາຍ ຈັດບຸນຫໍ່ເຂົ້າສະຫຼາກ ຫຼັງບຸນຫໍ່ເຂົ້າປະດັບດິນ ໃນມື້ເພັງ 15 ຄ່ຳເດືອນ 10 (ເດືອນ10 ເພັງ). ວິທີເຮັດບຸນຫໍ່ເຂົ້າສະຫຼາກກໍມີອັນຄ້າຍໆກັບການເຮັດບຸນອື່ນ : ເມື່ອເຖິງ ວັນຂຶ້ນ 14 ຄ່ຳ ຂອງເດືອນ 10 ຜູ້ຄົນທັງຫຼາຍ ເຊ່ິງໃນທາງສາສະໜາພຸດ ມັກເອີ້ນກັນວ່າ “ອອກຕົນ ຍາດໂຍມ” ກໍ່ພາກັນຫ້າງຫາກະກຽມເຄ່ືອງຂອງທ່ີຈະນຳໄປທານ ເຊັ່ນວ່າ ຫໍ່ເຂົ້າຕົ້ມ ໄສ້ເປັນໝາກກ້ວຍ ຫຼື ໄສ້ຖົ່ວຂຽວ ຫຼື ອ່ືນໆ,ນອກຈາກນັ້ນ ກໍຍັງ ມີອາຫານຄາວ ອາຫານຫວານຕ່າງໆ ຕາມກຳລັງ ສັດທາຂອງຕົນ, ແຕ່ສ່ວນຫຼວງຫຼາຍ ໃນໂອກາດນີ້ ຜູ້ຄົນມັກກຽມເປັນພາເຂົ້າທິບ ຊຶ່ງປະກອບດ້ວຍ ທັງອາຫານຄາວ ທັງອາຫານຫວານ ໂດຍສະເພາະ ແມ່ນສິ່ງທີ່ ຜູ້ເພິ່ນກຳລັງເຮັດທານຫາ ມັກເປັນພິເສດໃນຍາມເພິ່ນໄດ້ມີຊີວິດຢູ່.ສ່ິງຂອງຕ່າງໆ ນອກຈາກພາເຂົ້າ ຫຼື ເອີ້ນວ່າ “ວັດຖຸທານ” ເພ່ິນມັກ ຈະຕົບແຕ່ງເຂົ້າໃນກວາຍໄມ້, ແຕ່ໃນປັດຈຸບັນ ໃນຕົວເມືອງເພິ່ນມີທ່າອ່ຽງ ນຳໃຊ້ຂຸຢາງແທນກວາຍໄມ້.ໃນກວາຍ ເພ່ິນຈະຂຽນສະຫຼາກຕິດໃສ່ ວ່າຂອງທານເຫຼ່ົານີ້ ຈະທານ ຫຼື ອຸທິດໄປໃຫ້ຍາດໂຍມຄົນໃດແດ່ ທ່ີລ່ວງລັບ ໄປແລ້ວ. ນອກ ຈາກນັ້ນ ເພ່ິນກໍຍັງອຸທິດຫາ ສ່ິງມີຊີວິດອ່ືນໆ ທ່ີເພ່ິນອາດຈະ ໄດ້ຂ້າ ຫຼື ໄດ້ທຳລາຍແຕ່ເກົ່າຄືນຫຼັງມາ ເພ່ືອໃຫ້ສ່ິງມີຊີວິດເຫຼ່ົານັ້ນ ໄດ້ຢູ່ດີມີສຸກ ແລະ ບໍ່ໃຫ້ມີຄວາມແຄ້ນເຄືອງ ຫຼື ມີກຳມີເວນຕໍ່ກັນ. ພໍຕ່ືນເຊົ້າຂຶ້ນມາ ເປັນມື້ເພັງ 15ຄ່ຳ ເດືອນ 10 (ເປັນວັນພະຈັນເຕັມດວງ) ອອກຕົນຍາດໂຍມທັງຫຼາຍກໍນຳເອົາວັດຖຸທານຕ່າງໆທ່ີໄດ້ຫ້າງຫາກະກຽມໄວ້ນັ້ນໄປສູ່ວັດ ແລະ ຖວາຍໃຫ້ແກ່ ພະພິກຂຸສົງ ແລ້ວກໍມີການໄຫ້ວພະ ຮັບສິນ ແລະ ໃສ່ບາດ. ເມື່ອພິທີຕັກບາດ
ສຳເລັດແລ້ວ ສາລະວັດກໍ່ຮິບໂຮມເອົາໃບສະຫຼາກ ທີ່ພວກເພິ່ນໄດ້ຂຽນໄສ່ໃນກວາຍນັ້ນໄວ້ ເພື່ອໃຫ້ພະພິກຂຸສົງ ໄດ້ຈົກສະຫຼາກ. ຖ້າຖືກສະຫຼາກຂອງເຈົ້າ ສັດທາຄົນໃດກໍຮັບຂອງທານ ຂອງເຈົ້າສັດທາຄົນນັ້ນໄປ ແລ້ວຈຶ່ງອຸທິດບຸນກຸສົນໄປໃຫ້ຍາດຕິພີ່ນ້ອງ ທີ່ໄດ້ລະບຸຊື່ໄວ້ໃນສະຫຼາກ. ຄຳຖາມ ມີຢູ່ວ່າ: ເປັນຫຍັງຊາວພຸດຕ້ອງເຮັດບຸນຫໍ່ ເຂົ້າ ສະຫຼາກ ຈົນເປັນປະເພນີສືບຕໍ່ກັນມາແຕ່ບູຮານນະການຈົນເຖິງປັດຈຸບັນ.ມີ ນິທານເລ່ືອງໜ່ຶງ ທ່ີກ່າວເຖິງທ່ີມາຂອງບຸນເຂົ້າສະຫຼາກວ່າ: ໃນອະດີດຕະການຄັ້ງໜ່ຶງ ຄັ້ງເມ່ືອພະສຳມາສຳພຸດທະເຈົ້າ ຊົງປະທັບຢູ່ໃນວັດປ່າ ເຊຕະວັນ, ແມ່ເຖົ້າຄົນໜຶ່ງໄດ້ຫາເມຍໃຫ້ ລູກຊາຍຂອງລາວ. ສອງຜົວເມຍຢູ່ກິນ ຮ່ວມກັນເປັນເວລາ

ບຸນຫໍ່ເຂົ້າສະຫຼາກ ฺBoun-Hor-kao-sa-lark
ຮູບກວາຍເຂົ້າສະຫຼາກ ແລະ ເຄື່ອງທານ


ເຂົ້າໄປ ເພາະວ່າຢ້ານອຳນາດ ຂອງຄຸນພະທ່ີກຳລັງສະແດງພະທຳມະເທດສະໜາໃຫ້ແກ່ຜູ້ຄົນທັງຫຼາຍຢູ່. ໃນເມ່ືອ ພະພຸດທະເຈົ້າຮັບຮູ້ເລ່ືອງແລ້ວ ພະອົງກໍໃຫ້ ພະອານົນທ່ີເປັນຜູ້ຕິດຕາມພະອົງ ອອກໄປເອີ້ນນາງຍັກຂີນີເຂົ້າມາຫາ ແລ້ວພະອົງກໍບອກໃຫ້ນາງ ຍັກຂີນີ ແລະ ນາງກຸຣະທິດາ ຮູ້ວ່າທັງສອງ ເປັນຄູ່ກຳຄູ່ເວນກັນມາແຕ່ຊາດປາງຫຼັງ ແລະ ໄດ້ຕັກເຕືອນ ພວກນາງທັງສອງ ບໍ່ໃຫ້ຈ່ອງກຳຈ່ອງເວນແກ່ກັນ ແລະ ກັນຕໍ່ໄປໂດຍພະອົງໄດ້ກ່າວວ່າ “ການຜູກກຳຈ່ອງເວນກັນນີ້ ຍ່ອມບໍ່ແລ້ວກັນເປັນຈັກເທ່ືອເໝືອນ ໜູກັບແມວ, ງູກັບຈອນຟອນ ດ່ັງນີ້;ສ່ວນເວນນັ້ນ ຈະລະງັບລົງດ້ວຍການບໍ່ຜູກເວນຕໍ່ກັນ”. ເມ່ືອ ພະພຸດທະເຈົ້າເທດສະໜາຈົບລົງ ນາງທັງສອງກໍຍິນດີປະຕິບັດຕາມແລະ ທັງຮັກສາສິນ. ພະພຸດທະເຈົ້າໄດ້ ບອກໃຫ້ນາງກຸຣະທິດາ ເອົານາງຍັກຂີນີໄປລ້ຽງໄວ້. ທັງສອງຜົວເມຍກໍຮັບເອົານາງຍັກຂີນີມາລ້ຽງ ໂດຍໄດ້ໄປ ປຸກຫໍໃຫ້ຢູ່ກາງນາທ່ີພວກເຮົາ ເອີ້ນກັນວ່າ “ຜີຕາແຮກ” ນາງຍັກຂີນີ ກໍຍິນດີໄປຢູ່. ນາງຍັກຂີນີນັ້ນ ເປັນຜູ້ຮູ້ດີກ່ຽວກັບດິນຟ້າອາກາດ ປີໃດຝົນຈະຕົກຫຼາຍ ກໍ ບອກໃຫ້ນາງກຸຣະທິດາ ໄປເຮັດນາໂພນ,ປີໃດຝົນຈະແລ້ງ ກໍບອກໃຫ້ ນາງ ກຸຣະທິດາ ໄປເຮັດນາໜອງ. ສະນັ້ນ ນາງກຸຣະທິດາ
ເຮັດນາໄດ້ເຂົ້າ ຫຼາຍທຸກປີ. ເມ່ືອຄົນທັງຫຼາຍເຫັນ ດັ່ງນັ້ນ ກໍເອົາອາຫານຕ່າງໆມາລ້ຽງນາງຍັກຂີນີ ແລ້ວ ນາງຍັກກໍບອກເລ່ືອງດິນຟ້າອາກາດໃຫ້ແກ່ຄົນທັງຫຼາຍ. ເມ່ືອຄົນທັງຫຼາຍເຮັດນາໄດ້ເຂົ້າຫຼາຍທຸກປີ ກໍພາກັນເອົາອາຫານຕ່າງໆມາລ້ຽງນາງຍັກຂີນີຫຼາຍຂຶ້ນເຮັດໃຫ້ນາງ ມີອາຫານການກິນຢ່າງລົ້ນເຫຼືອ. ສະນັ້ນ ນາງຈ່ຶງແບ່ງ ຖວາຍທານ
ໃຫ້ແກ່ພະພິຂຸສົງ ໂດຍເຮັດເປັນສະຫຼາກ ອົງໃດມາຮັບກ່ອນ ກໍໃຫ້ ຫໍ່ທີ 1, ອົງ ມາທີ 2ກໍໃຫ້ຮັບຫໍ່ທີ 2 ເປັນລຳດັບໄປ. ໃນເມື່ອມີພະສົງມາຮັບພ້ອມກັນຫຼາຍໆອົງ ກໍໃຫ້ຈັບສະຫຼາກເອົາ ອົງໃດຖືກເລກໃດ ກໍຖວາຍໃຫ້ຕາມເລກນັ້ນ. ດ້ວຍເຫດນີ້ພວກເຮົາຈ່ຶງໄດ້ເຮັດບຸນຫໍ່ເຂົ້າສະຫຼາກ ໂດຍຖືເອົາຕາມ ການປະຕິບັດການຖວາຍທານຕາມ ນາງຍັກຂີນີສືບຕໍ່ມາຈົນເທົ່າທຸກວັນນີ້ແລ.
            ວັດຖຸທານ” ຢູ່ໃນກວາຍ ມີ ສີໄຄ, ຕົ້ນຂີງ, ຕົ້ນຂ່າ, ໝາກອຶ, ໝາກກ້ຽງ, ໝາກບົກ,ໝາກຂຽບ, ເຂົ້າຕົ້ມ, ເຂົ້າໜົມ, ເຂົ້າຕອກແຕກ, ຄຳໝາກ ຄຳພູ ກອກຢາ,.… ດອກບົວຫຼວງ ທູບທຽນ. ດອກໄມ້ທີ່ເພິ່ນມັກນຳໃຊ້ ເຂົ້າໃນພິທີບຸນເຂົ້າສະຫຼາກ ກໍແມ່ນດອກໄມ້ທີ່ມີສີຂາວ ເປັນສ່ວນຫຼາຍ ດັ່ງ ດອກພຸດ, ດອກອິນທະຫວາ, ດອກຊ້ອນ,ແລະ ສີອື່ນເຊັ່ນວ່າ: ດອກດາວເຮືອງ …. ດັ່ງນີ້ເປັນຕົ້ນ ສຳລັບໃສ່ຂັນຫ້າ ຂັນແປດ,ໃສ່ບ້າງ ໃສ່ຊວຍ, ເອ້ໝາກເບັງ. ພິເສດ ດອກໄມ້ທີ່ຊາວພຸດມັກໃສ່ໃນບາດສະຫວັນໃນໂອກາດບຸນນີ້ ແລະ ບູຊາພະ ແມ່ນ ດອກບົວຫຼວງ.

http://hukased.blogspot.com/2016/09/boun-hor-kao-sa-lark.html
ວັດຖຸທານໃສ່ໃນກວາຍ


  1. ຂ່າ
  2. ຂີງ
  3. ຫົວສີໄຄ
  4. ອ້ອຍ
  5. ຫມາກບົກ
  6. ຖົ່ວດິນ
  7. ປາ
  8. ຊີ້ນແຫ້ງ
  9. ຫມາກນຳ້
  10. ເຜືອກ
  11. ຫມາກອຶ
  12. ມັນດ້າງ
  13. ເຄື່ອງຄຳຫມາກ
  14. ເຂົ້າເປືອກ ແລະເຂົ້າຕອກແຕກ
  15. ຫມາກກ້ວຍ
  16. ຫົວກອຍ
  17. ຫມາກເຄັງ
  18. ຫມາກສີດາ
  19. ຫມາກສົ້ມມໍ
  20. ຫມາກຂ້າມປ້ອມ
  21. ຫມາກຈັບ
  22. ຫມາກຄໍ້ຂຽວ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ