google-site-verification: google0d91bc93cfc88895.html ປັດ​ໃຈ​ທີ່​ມີ​ອິດ​ທິ​ພົນ​ຕໍ່​ການ​ຈະ​ເລີນ​ເຕີບ​ໂຕ​ຂອງ​ອ້ອຍ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, June 24, 2016

ປັດ​ໃຈ​ທີ່​ມີ​ອິດ​ທິ​ພົນ​ຕໍ່​ການ​ຈະ​ເລີນ​ເຕີບ​ໂຕ​ຂອງ​ອ້ອຍ

ແສງແດດ (Sunlight)  ສະພາບແວດລ້ອມ ທີ່ເໝາະສົມໃນການຈະເລີນເຕີບໂຕຂອງອ້ອຍ ປັດໃຈຕ່າງໆທີ່ກ່ຽວຂ້ອງກັບການຈະເລີນເຕີບໂຕ ແລະ ຜົນຜະລິດຂອງອ້ອຍມີດັ່ງນີ້: ອຸນຫະພູມ

ສະພາບແວດລ້ອມ ທີ່ເໝາະສົມໃນການຈະເລີນເຕີບໂຕຂອງອ້ອຍ

ປັດໃຈຕ່າງໆທີ່ກ່ຽວຂ້ອງກັບການຈະເລີນເຕີບໂຕ ແລະ ຜົນຜະລິດຂອງອ້ອຍມີດັ່ງນີ້:

ແສງແດດ (Sunlight)

ອ້ອຍເປັນພືດທີ່ຕ້ອງການແສງແດດຫລາຍກວ່າພືດອື່ນໆ ແສງແດດຕ້ອງເປັນແສງແດດກ້າ ປາສະຈາກເມກປົກຄຸມ ແລະ ໄດ້ຮັບເປັນເວລາດົນດ້ວຍ  ແສງແດດເຮັດໃຫ້ອ້ອຍຈະເລີນເຕີບໂຕດີ ໃຫ້ຜົນຜະລິດ ແລະ ຄຸນນະພາບສູງ ຖ້າໄດ້ຮັບແສງແດດບໍ່ເຕັມທີ່ເຊັ່ນ: ປູກໃນຮົ່ມໃຫຍ່ ຫລື ປູກໜາແໜ້ນເກີນໄປ ກໍ່ຈະເຮັດໃຫ້ຜົນຜະລິດຕົກຕ່ຳ ອ້ອຍ ແລະ ພືດສີຂຽວອື່ນໆ ຕ້ອງການແສງແດດເພື່ອສ້າງນ້ຳຕານຈາກວັດຖຸດິບງ່າຍໆຄື: ຄາບອນໄດອອກໄຊຈາກອາກາດ ແລະ ນ້ຳຈາກດິນ.

ອຸນຫະພູມ (Temperature)

ໃນຊ່ວງຈະເລີນເຕີບໂຕ ຄືຕັ້ງແຕ່ປູກ ຈົນເຖິງອາຍຸ 8 ເດືອນ ອ້ອຍຕ້ອງການອຸນຫະພູມສູງ ຫລາຍກວ່າ 30 ອົງສາເຊ ໂດຍສະເພາະກາງເວັນ ຕອນກາງຄືນອາກາດເຢັນ ຈະເຮັດໃຫ້ອ້ອຍ ເຕີບໂຕດີ ໃນຊ່ວງການຈະເລີນເຕີບໂຕນີ້ ນ້ຳຕານທີ່ອ້ອຍສ້າງສ່ວນໃຫຍ່ຈະໃຊ້ໃນການສ້າງໃບ ແລະ ລຳຕົ້ນ ຫລັງຈາກນັ້ນກໍ່ຈະເລີ່ມສະສົມນ້ຳຕານຫລາຍຂຶ້ນ ຈາກກົກສູ່ຍອດ ໃນຊ່ວງນີ້ຕ້ອງ ການອາກາດຂ້ອນຂ້າງເຢັນ ໂດຍສະເພາະໃນຕອນກາງຄືນ ປະມານ 18-22 ອົງສາເຊ ຕິດຕໍ່ກັນເປັນເວລາ 2-3 ເດືອນ ກໍ່ຈະເຮັດໃຫ້ອ້ອຍສະສົມນ້ຳຕານຫລາຍຂຶ້ນ ຈົນເຖິງເວລາຕັດອ້ອຍ ເປັນຊ່ວງທີ່ຫວານຫລາຍທີ່ສຸດ.

ນ້ຳ ແລະ ຄວາມຊຸ່ມຊື່ນ (Water, Moisture)

ນ້ຳເປັນປັດໃຈທີ່ສຳຄັນທີ່ສຸດທີ່ຄວບຄຸມການຜະລິດ ປີໃດຝົນຕົກດີພຽງພໍ ກໍ່ຈະໄດ້ອ້ອຍ ຫລາຍ ແຕ່ວ່າປີໃດຝົນບໍ່ຕົກ ຜົນການຜະລິດອ້ອຍກໍ່ຫລຸດລົງ ອ້ອຍຕ້ອງການນ້ຳເໝາະສົມເພື່ອໃຊ້ໃນການສ້າງນ້ຳຕານ ແລະ ການຈະເລີນເຕີບໂຕ ຄວາມຕ້ອງການນ້ຳຂອງອ້ອຍຂຶ້ນຢູ່ກັບໄລຍະການຈະເລີນເຕີບໂຕຂອງອ້ອຍ ແລະ ສະພາບແວດລ້ອມ. ເມື່ອປູກອ້ອຍໃໝ່ ອ້ອຍບໍ່ຕ້ອງການນ້ຳຫລາຍປານໃດ ດິນມີຄວາມຊຸ່ມຊື່ນ ພຽງແຕ່ກຳດິນຕິດກັນກໍ່ປູກໄດ້ແລ້ວ ຫລັງຈາກນັ້ນອ້ອຍຕ້ອງ ການນ້ຳຫລາຍຂຶ້ນເລື້ອຍໆ ຈົນເຖິງປະມານ 5 - 6 ເດືອນ ແມ່ນຕ້ອງການນ້ຳຫລາຍຈົນໃບຊົນກັນ ອ້ອຍຈະມີຄວາມຕ້ອງການນ້ຳຫລາຍທີ່ສຸດ ໄລຍະນີ້ຖ້າຫາກເກີດການຂາດນ້ຳ ແລະ ປຸຍໃນໂຕເຈນ ຈະເຮັດໃຫ້ອ້ອຍປ້ອງສັ້ນ, ຜົນຜະລິດຫລຸດລົງ ຈົນເຖິງຊ່ວງເວລາເກັບກ່ຽວແມ່ນຕ້ອງການນ້ຳໜ້ອຍທີ່ສຸດ ຫລື ຢູ່ໃນສະພາບຂາດນ້ຳໜ້ອຍໜຶ່ງກໍ່ຈະເຮັດໃຫ້ອ້ອຍຫວານຂຶ້ນ. ສະນັ້ນຄວນປູກອ້ອຍໃຫ້ເໝາະສົມ ແລະ ຖືກເວລາ ເພື່ອຈະໄດ້ຮັບປະລິມານນ້ຳຝົນພຽງພໍ .

ອາກາດ

ໃນອາກາດມີຄາບອນໄດອອກໄຊ ( Co2 ) ເປັນວັດຖຸດິບໃນການສ້າງນ້ຳຕານ ອ້ອຍເປັນພືດທີ່ຕ້ອງການ ຄາບອນໄດອອກໄຊຫລາຍ ຈຶ່ງເປັນພືດທີ່ວິເສດຫລາຍ ເຊ່ິງຊ່ວຍຫລຸດປະລິມານ ຄາບອນໄດອອກໄຊໃນອາກາດລົງ ຕາມປົກກະຕິໃນອາກາດທີ່ບໍ່ມີມົນລະພິດ ຈະມີຄາບອນໄດອອກໄຊ ປະມານ 0,03 % ເມື່ອເພີ່ມຄາບອນໄດອອກໄຊ ຈະເຮັດໃຫ້ການສັງເຄາະແສງເພີ່ມຂຶ້ນ. ໃນດິນທີ່ໜາແໜ້ນ ຫລື ມີນ້ຳຫລາຍເກີນໄປ ຮາກອ້ອຍຈະຂາດອອກຊີເຈນ ເຮັດໃຫ້ການດູດນ້ຳແລະ ແຮ່ທາດອາຫານຖືກຈຳກັດ ຖ້າຂາດນ້ຳຫລາຍອ້ອຍຈະເຫລືອງ ແລະ ຕາຍໄປໃນທີ່ສຸດ. ສະນັ້ນເຫັນໄດ້ວ່າ ດິນສວນຜຸຜຸ່ຍ ແລະ ຖ່າຍເທອາກາດໄດ້ດີ ຈຶ່ງຈຳເປັນ ແລະ ເໝາະສົມສຳລັບການປູກອ້ອຍໃຫ້ໄດ້ຮັບຜົນດີ.

ດິນ (Soil)


ດິນເປັນບ່ອນທີ່ຢູ່ອາໄສຂອງພືດ ແລະ ພືດຈະເລີນເຕີບໄດ້ດີກໍ່ແມ່ນຍ້ອນດິນ, ດິນເປັນ ບ່ອນໃຫ້ທາດອາຫານ, ນ້ຳ ແລະ ອົກຊີເຈນແກ່ພືດ  ດິນທີ່ດີຄືດິນທີ່ມີຄຸນສົມບັດທາງເຄມີທີ່ເໝາະສົມ ມີຄວາມເປັນກົດເປັນດ່າງ (PH  5 - 6,5) ມີທາດອາຫານຢ່າງພຽງພໍ, ມີອາກາດ ແລະ ນ້ຳທີ່ເໝາະສົມ  ແລະ ມີຈຸລິນຊີ ທີ່ເປັນປະໂຫຍດແກ່ພືດດ້ວຍ ດິນທີ່ເໝາະສົມແກ່ການປູກອ້ອຍທີ່ສຸດແມ່ນດິນຮ່ວນປົນຊາຍ, ລະບາຍນ້ຳໄດ້ດີ ແລະ ອິນຊີວັດຖຸບໍ່ຕ່ຳກ່ວາ 2 % ການປັບປຸງດິນກໍ່ເປັນສ່ິງສຳຄັນ ແລະ ຈຳເປັນຈະຕ້ອງໄດ້ປະຕິບັດ ເພື່ອໃຫ້ໄດ້ຜົນດີ ແລະ ຍາວນານຄືການເພີ່ມອົກຊີວັດຖຸໃຫ້ແກ່ດິນຢູ່ສະເໜີ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ