google-site-verification: google0d91bc93cfc88895.html ສາລະຫນ້າຮູ້ ສ​ະໝຸນ​ໄພ​ເບິ່ງ​ແຍງ​ຜິວ​ພັນ​ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, May 04, 2016

ສາລະຫນ້າຮູ້ ສ​ະໝຸນ​ໄພ​ເບິ່ງ​ແຍງ​ຜິວ​ພັນ​




ສ​ະໝຸນ​ໄພ​ເບິ່ງ​ແຍງ​ຜິວ​ພັນ​

- ນ້ຳ​ມັນ​ງາ​ ນຳ​ງາ​ດິບ​ປະ​ມານ​ 1 ຖ້ວຍ​ ຕຳໃຫ້​ລະອຽດ​ບີບ​ເອົາ​ນ້ຳ​ມັນ​ຈາກ​ງາ​ເກັບ​ໄວ້​ໃນ​ຂວດ​ທາ​ຜິວ​ຕອນ​ເຊົ້າ​ແລະ​ກ່ອນ​ນອນ​ ນ້ຳ​ມັນ​ງາ​ຈະ​ຊ່ວຍ​ໃຫ້​ຜິວ​ຊຸ່ມ​ຊື່ນ​ ຫຼຸດ​ອາ ການ​ແຫ້ງ​ແຕກ​ແລະ​ຄັນ.​
- ຂີ້​ມິ້ນ ມີສັບພະຄຸນຊ່ວຍ​ຫຼຸດ​ອາການ​ຄັນ​ແລະ​ຊ່ວຍ​ຫຼຸດ​ອາການ​ຜົດ​ຜື່ນ​ຕາມ​ຜິວ​ໜັງ​ ພຽງ​ນຳ​ຂີ້​ມິ້ນ​​ສົດ​ມາ​ລ້າງ​ໃຫ້​ສະ​ອາດ​ ຕຳໃຫ້​ລະອຽດ​ບີບ​ນ້ຳ​ທີ່​ໄດ້​ນຳ​ມາ​ທາ​ຜິວ​ຫຼັງ​ອາບ​ນ້ຳ​ເຊົ້າ​-ແລງ​ ແຕ່​ອາດຈະ​ມີ​ສີ​ຂອງ​ຂີ້ມິ້ນ​ຕິດ​ຕາມ​ເສື້ອ​ຜ້າ​ທີ່​ໃສ່.​
- ຜິວ​ໝາກ​ກູດ​ ນ້ຳ​ມັນ​ທີ່​ຜິວ​ຂອງ​ໝາກ​ນາວ​ແລະ​ໝາກ​ກູດ​ ຈະ​ຊ່ວຍ​ເຄືອບ​ຜິວ​ ໃຫ້​ຊຸ່ມ​ຊື່ນ,​ ຫຼຸດດ​ອາການ​ຄັນ,​ ຫຼຸດ​ການ​ອັກ​ເສບໂດຍ​ນຳ​ໝາກ​ນາວ​ທີ່​ໃຊ້​ແລ້ວ​ ສ່ວນ​ບໍລິເວນ​ຜິວ​ດ້ານ​ນອກ​ຂອງ​ໝາກ​ນາວ​ມາ​ທາ​ຜິວ​ບໍລິເວນ​ທີ່​ແຫ້ງ​ຄັນ ເຊົ້າ​-ເແລງ​ ກໍ່ຈະ​ຊ່ວຍ​ຫຼຸດ​ອາ ການ​ຄັນ​ໄດ້.​

ການ​ເບິ່ງ​ແຍງ​ສຸຂະພາບ​ດ້ວຍ​ການ​ອາບ​ສ​ະໝຸນ​ໄພ​

ການ​ອາບ​ນ້ຳ​ອຸ່ນ​ໃນ​ລະດູ​ໜາວ​ຈະ​ຊ່ວຍ​ໃຫ້​ການ​ໄຫຼ​ວຽນ​ຂອງເລືອດ​ດີ​ຂຶ້ນ​ ເພາະ​ໃນ​ລະດູ​ໜາວ​ ຄົນ​ສ່ວນ​ໃຫຍ່​ມັກ​ຈະ​ເປັນ​ຫວັດ​ແລະ​ຄັນ​ຕາມ​ຜິວ​ໜັງ​ ຊຶ່ງ​ຫາກ​ນຳ​ສະ​ໝຸນ​ໄພ​ທີ່​ມີສັບພະຄຸນ​ຊ່ວຍ​ຫຼຸດ​ອາການ​ຄັນ​ມາ​ຕົ້ມ​ອາບ​ແທນ​ນ້ຳ​ກໍ່​ຈະ​ຊ່ວຍ​ບັນ​ເທົາ​ອາການ​ຄັນ​ໄດ້​ດີ​ ສະ​ໝຸນ​ໄພທີ່​ຫາ​ໄດ້​ງ່າຍທີ່​ຄວນ​ນຳ​ມາ​ຕົ້ມ​ມີ​ດັ່ງ​ນີ້.​

- ຍອດ​ຜັກ​ບົ່ງ​ ຈຳນວນ​ 5 ຍອດ​ ໃຊ້​ຮັກສາ​ອາການ​ຄັນ​
- ໃບ​ໝາກ​ກູດ​ ຈຳນວນ​ 3-5 ໃບ​ ແກ້​ວິນວຽນ​ ຊ່ວຍ​ໃຫ້​ຫາຍ​ໃຈ​ສະບາຍ​
- ຕົ້ນຫົວສີໄຄ​ ຈຳນວນ​ 3 ຕົ້ນ​ ບຳ​ລຸງ​ທາດ​ໄຟ​
- ຫົວ​ໄພ​ ຈຳນວນ​ 2-3 ຫົວ​ ຫຼຸດ​ອາການ​ອັກ​ເສບ​ ປວດ​ ບວມ​
- ໃບ​ໜາດ​ ຈຳນວນ​ 3-5 ໃບ​ ຊ່ວຍ​ບຳ​ລຸງ​ ແກ້​ພະຍາດ​ຜິວ​ໜັງ​ ນ້ຳ​ເຫຼືອງ​
- ຫົວ​ຂີ້​ມິ້ນ​ ຈຳນວນ​ 2-3 ຫັວ​ ຊ່ວຍ​ສ​ະມານ​ແຜ ແກ້​ຄັນ​ຕາມ​ຜິວ​ໜັງ​
- ກາລະ​ບູນ​ ຈຳນວນ​ 15 ກຣາມ​ ຊ່ວຍ​ບຳ​ລຸງ​ຫົວ​ໃຈ​
- ຫົວ​ຫອມ​ແດງ​ ຈຳນວນ​ 3-5 ຫົວ​ ແກ້​ຫວັດ​​


         ພຽງ​ນຳ​ສະ​ໝຸນໄພ ທັງ​ໝົດ​ມາ​ຕົ້ມ​ໃສ​ກັນ​ປະສົມ​ນ້ຳ​ເຍັນ​ໃຫ້​ພໍ​ອຸ່ນແລ້ວ​ນຳ​ມາ​ອາບ​ສັບພະຄຸນ​ຂອງ​ສ​ະໝຸນ​ໄພ​ກໍ່​ຈະ​ຊ່ວຍ​ກະຕຸ້ນ​ການ​ໄຫຼ​ວຽນ​ຂອງ​ເລືອດ​ ຫຼຸ​ດອາການ​ຄັນ​ຕາມ​ຜິວ​ໜັງ​ ຊ່ວຍ​ໃຫ້​ຫາຍ​ໃຈ​ໂລ່ງ​ ພຽງເທົ່າ​ນີ້​ສາວ​ໆ​ກໍ່​ຈະ​ຮູ້ສຶກ​ສະບາຍ​ຕົວ​ບໍ່​ຕ້ອງ​ກັງ​ວົນ​ກັບ​ລະດູ​ໜາວ​ແລ້ວ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ