google-site-verification: google0d91bc93cfc88895.html ປະໂຫຍດຂອງການດືມ ເບຍ beer - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, May 03, 2016

ປະໂຫຍດຂອງການດືມ ເບຍ beer



ເບຍມີສານຕ່າງໆກ່ວາ 1000 ຊະນິດມີວິຕາມິນ ແລະ ເກືອແຮ່ຊ່ວຍໃຫ້ເສັ້ນປະສາດ ແລະ ກ້າມເນື້ອແຂງແຮງ,ແຕ່ເຖິ່ງຢ່າງ ໃດຄວນດື່ມພໍປະມານຈິ່ງມີປະໂຫຍດເຫດຜົນກໍ່ຄືເບຍມີສານຕ່າງໆກ່ວາ 1000 ຊະນິດລວມທັງວິຕາມິນແລະເກືອແຮ່ເຊັ່ນ: ສັງກະສີ,ແມັກນິຊຽມ, ເຫຼັກ ແລະ ແຮ່ທາດທີ່ຈຳເປັນເຊິ່ງຊ່ວຍໃຫ້ເສັ້ນປະສາດ ແລະ ກ້າມຊີ້ນແຂງແຮງ ແລະ ຍັງມີອີກຫຼາຍ ຢ່າງອີກເຊັ່ນ:


– ປ້ອງກັນໂລກຫົວໃຈ
ຈາກການສຶກສາຂອງວິຊາການພົບວ່າ:ຜູ້ທີ່ດື່ມເບຍມີຄວາມສ່ຽງຕໍ່ໂລກຫົວໃຈໜ້ອຍກ່ວາຜູ້ທີ່ບໍ່ດື່ມເບຍ 40-60% ແຕ່ ຄວນດື່ມບໍ່ເກີນເຄິ່ງລິດຕໍ່ວັນ
– ຊ່ວຍຫລຸດຄວາມສ່ຽງຕໍ່ໂລກອຳມະພຶດ ອຳມະພາດໄດ້
– ຊ່ວຍຫລຸດຄວາມດັນເລືອດ : ແພດຊາວຮອນແລນ ແລະ ຈາກມະຫາວິທະຍາໄລຫາວາຣຄົ້ນພົບວ່າ: ການດື່ມເບຍຊ່ວຍ ຫລຸດຄວາມດັນເລືອດສູງໄດ້.
– ປ້ອງກັນເບົາຫວານ ມີຈຳນວນໜ້ອຍປ່ວຍເປັນໂລກເບົາຫວານ ເຫດຜົນກໍ່ຄືເບຍເຮັດໃຫ້ຮ່າງກາຍສາມາດປັບຮໍໂມນອິນ ຊູລີນເຮັດໃຫ້ຈື່ຈຳໄດ້ດີ ສະນັ້ນນັກດື່ມເບຍຈິ່ງບໍ່ເປັນໂລກອັນໄຊເມີ.
– ຊ່ວຍໃຫ້ກະດູກແຂງແຮງ: ເບຍມີຜົນດີຕໍ່ກະດູກສາມາດຊ່ວຍປ້ອງກັນໂລກກະດູກຜຸໄດ້ແຕ່ໄດ້ຜົນຕໍ່ໜຸ່ມສາວເທົ່ານັ້ນ
– ຊ່ວຍໃຫ້ອາຍຸຍືນ: ຈາກການສຶກສາຫຼາຍກ່ວາ 50 ບ່ອນພົບວ່າ:ຜູ້ທີ່ດື່ມເບຍວັນລະ 1-2 ຈອກມັກມີອາຍຸຍືນຍາວ ເນື່ອງ ຈາກເບຍມີສານປົກປ້ອງຫົວໃຈ
– ປ້ອງກັນໂລກຖອກທ້ອງ: ໂມເລກູນໃນເບຍມີສ່ວນປະກອບຄືກັບກົດນົມ ແລະ ນ້ຳສົ້ມສາຍຊູ ສານທີ່ວ່ານີ້ຂັດຂວາງເຊື້ອ ໂລກໃນລຳໄສ້ທີ່ເປັນສາເຫດຂອງການຖອກທ້ອງ.
– ຕ້ານຄວາມຄຽດ: ນັກວິຊາການຈາກມະຫາວິທະຍາໄລ MONTREAL ຄົ້ນພົບວ່າ: ຄົນເຮັດວຽກທີ່ໄດ້ດື່ມເບຍເປັນຄັ້ງຄາວ ມີຄວາມຄຽດໜ້ອຍກ່ວາຜູ້ທີ່ບໍ່ໄດ້ດື່ມເບຍ.
    ປ້ອງກັນຫນິ້ວໃນຖົງນ້ຳບີແລະໃນໄຕ: ນັກວິຊາການຈາກເມືອງເຮລຊິງກິປະເທດຟິນແລນຄົ້ນພົບວ່າ:ການດື່ມເບຍມື້ລະ 1 ຂວດ ກໍ່ຈະໄດ້ຮັບແມັກນີຊຽມ ເຊຶ່ງຈະຊ່ວຍຫລຸດຄວາມສ່ຽງໂລກຫນິ້ວໃນໄຕໄດ້ເຖິງ 40%
– ປ້ອງກັນໂລກນອນບໍ່ຫລັບ: ສານຈາກດອກ HOPS ໃນເບຍປຽບເໝືອນຢານອນລັບຈາກທຳມະຊາດຊ່ວຍໃຫ້ປະສາດ ຜ່ອນຄາຍ, ດັ່ງນັ້ນການດືມເບຍ 1 ຈອກໃນຕອນແລງຈິ່ງເໝືອນກັບການກິນຢານອນຫັລບ.
– ຊ່ວຍຕ້ານມະເຮັງ:ເບຍມີສານໂຟລີຟີນອຍທີ່ຈະຊ່ວຍປ້ອງກັນມະເຮັງໂດຍການດັກຈັບອະນຸມູນອິດສະຫລະຕົວຮ້າຍອອກ ຈາກຮ່າງກ່າຍ, ສານໂຟລີຟີນອຍຫຼັກກໍ່ຄື: XANTHOHUNOL ເຊິ່ງມີຂໍ້ດີຄື:ຊ່ວຍສະກັດກັ້ນໂປຼຮຕີນທີ່ຈະຊ່ວຍໃນການພັດ ທະນາຂອງມະເຮັງ
– ຊ່ວຍໃຫ້ຜິວງາມ: ໃນເບຍມີວິຕາມິນສູງເຊັ່ນ: PANTOTHENIC ACID, ວິຕາມິນບີ 3 ແລະ ໄນອາຊິນ ເຊິ່ງຈະຊ່ວຍກະຕຸ້ນ ການຜະລິດເຊວຜິວໃຫ່ມ, ຊ່ວຍສ້າງຄໍລາເຈນ ແລະ ເມັດສີຈິ່ງເປັນເຫດເຮັດໃຫ້ຜິວລຽບນຽນ ແລະ ອ່ອນນຸ້ມ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ