google-site-verification: google0d91bc93cfc88895.html ຖົ່ວຍາວ Vigina unguiculata - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, February 10, 2016

ຖົ່ວຍາວ Vigina unguiculata

ຖົ່ວຍາວ
Vigina unguiculata



ຄຸນຄ່າທາງໂພຊະນາການ
ຖົ່ວຍາວເປັນແຫຼ່ງຂອງໂປຣຕີນທີ່ດີ. ປະກອບດ້ວຍວິຕາມິນເອ, ວິຕາມີນຊີ ແລະ ແຮ່ທາດທີ່ສໍາຄັນຕ່າງໆ. ຖົ່ວຍາວເປັນອາຫານປະກອບໄດ້ເປັນຢ່າງດີ!

ວິທີການກິນຖົ່ວຍາວ
ຖົ່ວຍາວສາມາດກິນດິບ ຫຼື ສຸກກໍ່ໄດ້. ສາມາດກິນໝາກຖົ່ວດິບເປັນອາຫານຫ່ວາງ ຫຼື ຕົ້ມໃສ່ແກງ, ຂົ້ວ ແລະ ໃສ່ກັບຂົ້ວໄຂ່.

ຄໍາແນະນໍາ ສໍາລັບການຂະຫຍາຍພັນ
ເອົາແກ່ນຖົ່ວຍາວ ໄປແຊ່ນໍ້າປະມານໜຶ່ງຊົ່ວໂມງ ຈາກນັ້ນເອົາໄປປູກໂດຍກົງ ໃສ່ໜານທີ່ກຽມໄວ້ເລີຍ ໂດຍເຮັດເປັນຖັນຫ່າງກັນປະມານ 5 ຊັງຕີແມັດຢູ່ກ້ອງຮ້ານທີ່ກຽມໄວ້. ປົກກະຕິຖົ່ວຍາວຈະເລີ່ມອອກໜໍ່ໃນໜຶ່ງຫາສອງອາທິດ.

ວິທີເບິ່ງແຍງຮັກສາ
ຖົ່ວຍາວ ບໍ່ຕ້ອງການຝຸ່ນຫຼາຍ. ພວກມັນມີຮາກທີ່ພິເສດ ທີ່ສາມາດດູດເອົາທາດໄນໂຕຣເຈັນ ຈາກອາກາດ ເຊິ່ງພືດຊະນິດອືື່ນ ຕ້ອງເອົາທາດໄນໂຕຣເຈັນຈາກມູນສັດ ຫຼື ຝຸ່ນບົ່ມ. ຄວນເສຍຫຍ້າອ້ອມຕົ້ນ. ໃນຍາມຮ້ອນ ຄວນຫົດນໍ້າເປັນປົກກະຕິ, ປະມານໜຶ່ງ ຫຼື ສອງເທື່ອ ຕໍ່ອາທິດ. ເນື່ອງຈາກວ່າ ຖົ່ວຍາວເປັນຖົ່ວປະເພດປີນໄຕ່, ສະນັ້ນ ທ່ານຄວນເຮັດຮ້ານໃຫ້ມັນ ສູງປະມານສອງແມັດ.

ບັນຫາທີ່ອາດຈະເກີດຂຶ້ນ
ຖ້າຝັງແກ່ນໝາກຖົ່ວເລິກໂພດ, ດິນແໜ້ນ ຫຼື ແຫ້ງແລ້ງເກີນໄປ, ຫຼື ຫົດນໍ້າປຽກໂພດ ຈະເປັນການຂັດຂວາງການຈະເລີນເຕີບໂຕຂອງໝາກຖົ່ວ. ພະຍາດສາມາດເກີດຂຶ້ນຈາກດິນ ທີ່ມີຕົ້ນຖົ່ວຍາວທີ່ເຄີຍປູກໃສ່, ສະນັ້ນ ບໍ່ຄວນປູກຖົ່ວຍາວ ໃສ່ບ່ອນດຽວກັນໃນປີຕໍ່ໄປ. ຖ້າພົບເຫັນຕົ້ນຖົ່ວຍາວທີ່ຕິດພະຍາດ ຄວນທໍາລາຍມັນຖິ້ມ.

ການເກັບກ່ຽວ
ດີທີ່ສຸດຄວນເກັບກ່ຽວຖົ່ວຍາວ ກ່ອນທີ່ພວກມັນຈະເຕີບໂຕເຕັມທີ່. ຖົ່ວທີ່ແຫ້ງສາມາດນໍາໄປຕົ້ມ. ເວລາເກັບຖົ່ວຍາວບໍ່ຄວນເດັດເອົາຕາທີ່ຢູ່ເໜືອ ໝາກຖົ່ວ ເພາະວ່າມັນຍັງສາມາດອອກໝາກຖົ່ວໄດ້ອີກຫຼາຍ ໃນກ້ານດຽວກັນ. ຕາມທໍາມະດາ, ທ່ານສາມາດເກັບໝາກຖົ່ວຍາວໄດ້ທຸກໆວັນ.

ໄລຍະເວລາ
ຖົ່ວຍາວຈະເລີ່ມຕົ້ນອອກໝາກ ຫຼັງຈາກປູກໄດ້ປະມານສອງເດືອນ. ໜຶ່ງຕົ້ນຈະອອກຜົນຜະລິດປະມານ 100 ກຣາມ ຕໍ່ອາທິດ.

ການນໍາໃຊ້ດ້ານອື່ນໆ
ຖົ່ວຍາວ ແລະ ຖົ່ວ ແມ່ນສ່ວນປະກອບທີ່ສໍາຄັນຂອງການປູກພືດໝູນວຽນ ເພາະພວກມັນຈະສົ່ງທາດໄນໂຕຼເຈັນ ຄືນສູ່ດິນ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ