google-site-verification: google0d91bc93cfc88895.html ດອກດາວເຮືອງ Tagetes erecta - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 11, 2016

ດອກດາວເຮືອງ Tagetes erecta

ດອກດາວເຮືອງ

Tagetes erecta

ຄຸນຄ່າ   ເຖິງແມ່ນວ່າທ່ານບໍ່ສາມາດກິນດອກໄມ້ເຫຼົ່ານີ້ໄດ້, ແຕ່ດອກໄມ້ເຫຼົ່ານີ້ມີຄຸນຄ່າຫຼາຍ. ດອກໄມ້ນອກຈາກງາມແລ້ວ ຍັງສາມາດດຶງດູດແມງໄມ້ ລວມທັງເຜິ້ງ, ແມງກະເບື້ອ ແລະ ແມງໄມ້ທີ່ເປັນປະໂຫຍດອື່ນໆ. ທ່ານສາມາດດຶງດູດແມງໄມ້ເຂົ້າມາໃນສວນ ໄດ້ຫຼາຍເທົ່າໃດ ກໍຈະເປັນການສ້າງຄວາມສົມດຸນລະຫ່ວາງ ສັດຕູພືດ ແລະ ແມງໄມ້  ທີ່ເປັນປະໂຫຍດໄດ້ຫຼາຍເທົ່ານັ້ນ.    ວິທີການນໍາໃຊ້ ດອກໄມ້  ທ່ານສາມາດຊື່ນຊົມຄວາມງາມຂອງດອກໄມ້ເຫຼົ່ານີ້ໃນສວນຂອງທ່ານ ຫຼື ຕາມອາຄານໂຮງຮຽນ. ທ່ານສາມາດເດັດເອົາດອກໄມ້ໄປປະດັບຫ້ອງຮຽນປະດິດເປັນສາຍຄໍ, ເຮັດຊໍ່ດອກໄມ້ເປັນຂອງຂວັນມອບໃຫ້ຄູ ຫຼື ນໍາເອົາດອກໄມ້ໄປໃຊ້ໃນງານບຸນຕ່າງໆ.    ຄໍາແນະນໍາ ສຳລັບການຂະຫຍາຍພັນ  ດອກໄມ້ທັງສາມຊະນິດນີ້ ລ້ວນແຕ່ຕ້ອງການແສງສະຫ່ວາງເພື່ອການແຕກໜໍ່. ວິທີທີ່ດີທີ່ສຸດກໍຄື ກ້າແກ່ນໃສ່ຖາດ. ປົກຫຸ້ມແກ່ນໄວ້ດ້ວຍດິນ, ຝຸ່ນບົ່ມ, ແກບ ຫຼື ດິນຊາຍ ເປັນຊັ້ນບາງໆ. ດອກໄມ້ຈະແຕກໜໍ່ພາຍໃນ 1 - 2 ອາທິດ ແລະ ສາມາດນໍາໄປປູກໄດ້ພາຍໃນ 3 - 5 ອາທິດ ພາຍຫຼັງທີ່ກ້າແກ່ນ. ທ່ານສາມາດຫວ່ານແກ່ນໃສ່ໜານໂດຍກົງເລີຍກໍໄດ້, ແຕ່ຕ້ອງເລັມໃຫ້ມັນບາງລົງ ພາຍຫຼັງທີ່ຫວ່ານແກ່ນໄດ້ປະມານ 3 - 5 ອາທິດ.    ວິທີເບິ່ງແຍງຮັກສາ  ເພື່ອເຮັດໃຫ້ຕົ້ນດອກໄມ້ຂອງທ່ານ ອອກດອກຕະຫຼອດ ແລະ ເຕີບໃຫຍ່ຂຶ້ນເລື້ອຍໆ, ທ່ານຕ້ອງຕັດດອກໄມ້ທີ່ແກ່ແລ້ວອອກເລື້ອຍໆ ເພື່ອໃຫ້ຕົ້ນໄມ້ໃຊ້ພະລັງງານຂອງມັນໃນການຜະລິດດອກໃໝ່ ແທນການຜະລິດແກ່ນ.

ຄຸນຄ່າ 

ເຖິງແມ່ນວ່າທ່ານບໍ່ສາມາດກິນດອກໄມ້ເຫຼົ່ານີ້ໄດ້, ແຕ່ດອກໄມ້ເຫຼົ່ານີ້ມີຄຸນຄ່າຫຼາຍ. ດອກໄມ້ນອກຈາກງາມແລ້ວ ຍັງສາມາດດຶງດູດແມງໄມ້ ລວມທັງເຜິ້ງ, ແມງກະເບື້ອ ແລະ ແມງໄມ້ທີ່ເປັນປະໂຫຍດອື່ນໆ. ທ່ານສາມາດດຶງດູດແມງໄມ້ເຂົ້າມາໃນສວນ ໄດ້ຫຼາຍເທົ່າໃດ ກໍຈະເປັນການສ້າງຄວາມສົມດຸນລະຫ່ວາງ ສັດຕູພືດ ແລະ ແມງໄມ້ທີ່ເປັນປະໂຫຍດໄດ້ຫຼາຍເທົ່ານັ້ນ.

ວິທີການນໍາໃຊ້ ດອກໄມ້

ທ່ານສາມາດຊື່ນຊົມຄວາມງາມຂອງດອກໄມ້ເຫຼົ່ານີ້ໃນສວນຂອງທ່ານ ຫຼື ຕາມອາຄານໂຮງຮຽນ. ທ່ານສາມາດເດັດເອົາດອກໄມ້ໄປປະດັບຫ້ອງຮຽນປະດິດເປັນສາຍຄໍ, ເຮັດຊໍ່ດອກໄມ້ເປັນຂອງຂວັນມອບໃຫ້ຄູ ຫຼື ນໍາເອົາດອກໄມ້ໄປໃຊ້ໃນງານບຸນຕ່າງໆ.

ຄໍາແນະນໍາ ສຳລັບການຂະຫຍາຍພັນ

ດອກໄມ້ທັງສາມຊະນິດນີ້ ລ້ວນແຕ່ຕ້ອງການແສງສະຫ່ວາງເພື່ອການແຕກໜໍ່. ວິທີທີ່ດີທີ່ສຸດກໍຄື ກ້າແກ່ນໃສ່ຖາດ. ປົກຫຸ້ມແກ່ນໄວ້ດ້ວຍດິນ, ຝຸ່ນບົ່ມ, ແກບ ຫຼື ດິນຊາຍ ເປັນຊັ້ນບາງໆ. ດອກໄມ້ຈະແຕກໜໍ່ພາຍໃນ 1 - 2 ອາທິດ ແລະ ສາມາດນໍາໄປປູກໄດ້ພາຍໃນ 3 - 5 ອາທິດ ພາຍຫຼັງທີ່ກ້າແກ່ນ. ທ່ານສາມາດຫວ່ານແກ່ນໃສ່ໜານໂດຍກົງເລີຍກໍໄດ້, ແຕ່ຕ້ອງເລັມໃຫ້ມັນບາງລົງ ພາຍຫຼັງທີ່ຫວ່ານແກ່ນໄດ້ປະມານ 3 - 5 ອາທິດ.

ວິທີເບິ່ງແຍງຮັກສາ

ເພື່ອເຮັດໃຫ້ຕົ້ນດອກໄມ້ຂອງທ່ານ ອອກດອກຕະຫຼອດ ແລະ ເຕີບໃຫຍ່ຂຶ້ນເລື້ອຍໆ, ທ່ານຕ້ອງຕັດດອກໄມ້ທີ່ແກ່ແລ້ວອອກເລື້ອຍໆ ເພື່ອໃຫ້ຕົ້ນໄມ້ໃຊ້ພະລັງງານຂອງມັນໃນການຜະລິດດອກໃໝ່ ແທນການຜະລິດແກ່ນ.

ບັນຫາທີ່ອາດຈະເກີດຂຶ້ນ

ດອກໄມ້ປະດັບເຫຼົ່ານີ້ ອາດຈະຖືກທໍາລາຍໂດຍສັດຕູພືດ. ແຕ່ກໍໂຊກດີ, ເພາະທ່ານອາດຈະບໍ່ສູນເສຍຜົນຜະລິດຂອງມັນ ທ່ານອາດຈະກໍາຈັດ ສັດຕູພືດກໍໄດ້, ແຕ່ດີແທ້ ຄວນປ່ອຍໃຫ້ດອກໄມ້ດຶງດູດ ແລະ ລ້ຽງເກືອແມງໄມ້ທີ່ເປັນປະໂຫຍດ ແລະ ສ້າງຄວາມສົມດຸນລະຫ່ວາງ ສັດຕູພືດ ແລະ ແມງໄມ້ທີ່ເປັນປະໂຫຍດດ້ວຍຕົວມັນເອງ.

ການເກັບກ່ຽວ

ເວລາທີ່ດີທີ່ສຸດໃນການເກັບກ່ຽວດອກໄມ້ແມ່ນຕອນເຊົ້າ ໃນເວລາທີ່ອຸນຫະພູມຍັງຕໍ່າຢູ່. ຄວນໃຊ້ມີດຕັດທີ່ແຫຼມ ແລະ ຄົມຕັດເອົາດອກໄມ້ ແລະ ເອົາດອກໄມ້ໃສ່ໃນໂຖດອກໄມ້ (ຫຼື ຂວດແກ້ວ) ທັນທີ ແລະ ເອົານໍ້າໃສ່ ຈາກນັ້ນກໍເອົາໄປວາງໄວ້ບ່ອນຮົ່ມ. ເຮົາເອົາດອກໄມ້ໄປໄວ້ໃນບ່ອນທີ່ເຢັນເທົ່າໃດ ດອກໄມ້ທີ່ຕັດໄປກໍຈະຄົງຄວາມງາມໄດ້ດົນເທົ່ານັ້ນ. ເວລາຜ່ານໄປໄລຍະໜຶ່ງ ຕົ້ນດອກໄມ້ກໍຈະອ່ອນແອລົງ ແລະ ດອກໄມ້ທີ່ພວກມັນອອກກໍຈະໜ້ອຍລົງ ແລະ ນ້ອຍລົງ. ສະນັ້ນ ບໍ່ຄວນຕັດດອກໄມ້ທັງໝົດ, ຄວນປະດອກໄມ້ຂອງຊຸດທໍາອິດທີ່ແຂງແຮງ, ມີຂະໜາດໃຫຍ່ ແລະ ມີສີທີ່ສົດໃສດີ ໄວ້ປະມານ 1 - 2 ດອກ, ປະໃຫ້ພວກມັນອອກແກ່ນ ແລະ ເອົາແກ່ນໄປກ້າ ເພື່ອທ່ານຈະໄດ້ເບ້ຍດອກໄມ້ທີ່ແຂງແຮງໄປປູກໃໝ່.

ໄລຍະເວລາ

ເບ້ຍດອກໄມ້ ສາມາດນໍາໄປປູກໄດ້ ພາຍຫຼັງກ້າແກ່ນໄດ້ປະມານ 3 - 5 ອາທິດ. ແລະ ດອກໄມ້ຊຸດທໍາອິດຈະປະກົດຂຶ້ນພາຍຫຼັງທີ່ປູກໄດ້ 10 - 12 ອາທິດ.

ການນໍາໃຊ້ດ້ານອື່ນໆ

ດອກທີ່ແກ່ແລ້ວ ຫຼື ເສດດອກທີ່ທ່ານຕັດ ສາມາດເອົາໄປໃສ່ຄອກຝຸ່ນບົ່ມ ຫຼື ເອົາໄປເຮັດນໍ້າສະກັດຊີວະພາບ.
ຄຸນຄ່າ   ເຖິງແມ່ນວ່າທ່ານບໍ່ສາມາດກິນດອກໄມ້ເຫຼົ່ານີ້ໄດ້, ແຕ່ດອກໄມ້ເຫຼົ່ານີ້ມີຄຸນຄ່າຫຼາຍ. ດອກໄມ້ນອກຈາກງາມແລ້ວ ຍັງສາມາດດຶງດູດແມງໄມ້ ລວມທັງເຜິ້ງ, ແມງກະເບື້ອ ແລະ ແມງໄມ້ທີ່ເປັນປະໂຫຍດອື່ນໆ. ທ່ານສາມາດດຶງດູດແມງໄມ້ເຂົ້າມາໃນສວນ ໄດ້ຫຼາຍເທົ່າໃດ ກໍຈະເປັນການສ້າງຄວາມສົມດຸນລະຫ່ວາງ ສັດຕູພືດ ແລະ ແມງໄມ້  ທີ່ເປັນປະໂຫຍດໄດ້ຫຼາຍເທົ່ານັ້ນ.    ວິທີການນໍາໃຊ້ ດອກໄມ້  ທ່ານສາມາດຊື່ນຊົມຄວາມງາມຂອງດອກໄມ້ເຫຼົ່ານີ້ໃນສວນຂອງທ່ານ ຫຼື ຕາມອາຄານໂຮງຮຽນ. ທ່ານສາມາດເດັດເອົາດອກໄມ້ໄປປະດັບຫ້ອງຮຽນປະດິດເປັນສາຍຄໍ, ເຮັດຊໍ່ດອກໄມ້ເປັນຂອງຂວັນມອບໃຫ້ຄູ ຫຼື ນໍາເອົາດອກໄມ້ໄປໃຊ້ໃນງານບຸນຕ່າງໆ.    ຄໍາແນະນໍາ ສຳລັບການຂະຫຍາຍພັນ  ດອກໄມ້ທັງສາມຊະນິດນີ້ ລ້ວນແຕ່ຕ້ອງການແສງສະຫ່ວາງເພື່ອການແຕກໜໍ່. ວິທີທີ່ດີທີ່ສຸດກໍຄື ກ້າແກ່ນໃສ່ຖາດ. ປົກຫຸ້ມແກ່ນໄວ້ດ້ວຍດິນ, ຝຸ່ນບົ່ມ, ແກບ ຫຼື ດິນຊາຍ ເປັນຊັ້ນບາງໆ. ດອກໄມ້ຈະແຕກໜໍ່ພາຍໃນ 1 - 2 ອາທິດ ແລະ ສາມາດນໍາໄປປູກໄດ້ພາຍໃນ 3 - 5 ອາທິດ ພາຍຫຼັງທີ່ກ້າແກ່ນ. ທ່ານສາມາດຫວ່ານແກ່ນໃສ່ໜານໂດຍກົງເລີຍກໍໄດ້, ແຕ່ຕ້ອງເລັມໃຫ້ມັນບາງລົງ ພາຍຫຼັງທີ່ຫວ່ານແກ່ນໄດ້ປະມານ 3 - 5 ອາທິດ.    ວິທີເບິ່ງແຍງຮັກສາ  ເພື່ອເຮັດໃຫ້ຕົ້ນດອກໄມ້ຂອງທ່ານ ອອກດອກຕະຫຼອດ ແລະ ເຕີບໃຫຍ່ຂຶ້ນເລື້ອຍໆ, ທ່ານຕ້ອງຕັດດອກໄມ້ທີ່ແກ່ແລ້ວອອກເລື້ອຍໆ ເພື່ອໃຫ້ຕົ້ນໄມ້ໃຊ້ພະລັງງານຂອງມັນໃນການຜະລິດດອກໃໝ່ ແທນການຜະລິດແກ່ນ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ