google-site-verification: google0d91bc93cfc88895.html ພືດສະໝຸນໄພ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, February 09, 2016

ພືດສະໝຸນໄພ

ພືດສະໝຸນໄພ
ຜັກກະເພົາ, ຫອມປ້ອມ, ຜັກຊີ, ຫອມລາບ
Ocimum sanctum, Coriandrum sativa,
Anethum graveolens, Metha cordifolia



ຄຸນຄ່າທາງໂພຊະນາການ
ໃບຂອງພືດສະໝຸນໄພທຸກຊະນິດ ອຸດົມດ້ວຍ ວິຕາມິນເອ, ບີ, ຊີ ແລະ ແຮ່ທາດຕ່າງໆ ເຊັ່ນ: ທາດເຫຼັກ ແລະ ແຄລຊຽມ ເຊິ່ງທາດເຫຼົ່ານີ້ມີຄວາມສໍາຄັນຫຼາຍໂດຍສະເພາະແມ່ນ ຕໍ່ແມ່ຍິງ ແລະ ເດັກນ້ອຍ.

ວິທີການກິນ ພືດສະໝຸນໄພ
ພືດສະໝຸນໄພ ສາມາດເອົາມາປະສົມໃນການປຸງອາຫານຫຼາຍຢ່າງ ເຊັ່ນ: ຍຳສະຫຼັດ, ຕົ້ມ, ຂົ້ວ, ອົບ, ແກງ ແລະ ອາຫານປະເພດອື່ນໆ ທີ່ກິນກັບອາຫານຫຼັກໆ (ເຊັ່ນ ເຂົ້າ ຫຼື ມັນຝຣັ່ງ). ພືດສະໝຸນໄພເຫຼົ່ານີ້ ນອກຈາກຈະເພີ່ມລົດຊາດໃຫ້ອາຫານແລ້ວ ພວກມັນຍັງເພີ່ມຄຸນຄ່າທາງໂພຊະນາການນໍາອີກ.

ຄໍາແນະນໍາ ສຳລັບການຂະຫຍາຍພັນ
ກ່ອນຈະປູກຕ້ອງກະກຽມດິນໜານ ພ້ອມປະສົມມູນສັດ ແລະ ຝຸ່ນບົ່ມສາກ່ອນ. ພືດສະໝຸນໄພບາງຊະນິດ ປູກດ້ວຍການຫວ່ານແກ່ນຈະງ່າຍທີ່ສຸດ (ເຊັ່ນ: ຜັກກະເພົາ, ຜັກຊີ ແລະ ຫ້ອມປ້ອມ), ແຕ່ບາງຊະນິດກໍສາມາດປູກດ້ວຍການຕັດງ່າ ຫຼື ຊຳງ່າ (ເຊັ່ນ: ຈໍາພວກຫອມລາບ). ສະນັ້ນ, ພຽງແຕ່ ເອົາງ່າທີ່ແຕກອອກນັ້ນ ໄປປູກໃສ່ດິນທີ່ຊຸ່ມດີ ບໍລິເວນທີ່ມີຮົ່ມ ປະໄວ້ 2 - 3 ອາທິດ ແລ້ວກໍ່ຫົດນໍ້າຢ່າງເປັນປົກກະຕິ.

ວິທີເບິ່ງແຍງຮັກສາ
ສາມາດປູກພືດຈໍາພວກນີ້ ໃສ່ໜານຍົກສູງໃນບໍລິເວນມຸມຂອງສວນ ທີ່ມີຖ້ານກໍາບັງ ແລະ ແສງແດດສາມາດສ່ອງຖືກໄດ້. ພືດສະໝຸນໄພສາມາດປູກລວມກັບ ພືດອື່ນໆຢູ່ໃນສວນເພື່ອຊ່ວຍຂັບໄລ່ສັດຕູພືດໄດ້. ເອົາເຫຍື່ອຝຸ່ນບົ່ມປົກຫຸ້ມ ເພື່ອປ້ອງກັນບໍ່ໃຫ້ຫຍ້າຂຶ້ນ ແລະ ຮັກສາຄວາມຊຸ່ມຂອງດິນ.

ບັນຫາທີ່ອາດຈະເກີດຂຶ້ນ
ພືດສະໝຸນໄພ ຈະບໍ່ມີສັດຕູພືດ ແລະ ພະຍາດ. ຄວາມຈິງແລ້ວ, ກິ່ນຫອມຂອງພືດສະໝຸນໄພໝົດທຸກຊະນິດ ຈະຂັບໄລ່ແມງໄມ້ສະນັ້ນມັນຈຶ່ງ ເປັນການດີ ທີ່ຈະປູກພືດສະໝຸນໄພໃສ່ໃນສວນຂອງທ່ານ.

ການເກັບກ່ຽວ
ສາມາດເກັບກ່ຽວໝົດທັງຕົ້ນ ດ້ວຍການຕັດງ່າທີ່ບໍລິເວນໃກ້ກັບໜ້າດິນ ແລະ ລ້າງດິນທີ່ຕິດມານໍາ ອອກ. ຫຼື ບໍ່ດັ່ງນັ້ນ ກໍ່ສາມາດບິດເອົາແຕ່ໃບ ແລະ ຍອດຂອງມັນກໍໄດ້.

ໄລຍະເວລາ ແລະ ການອອກຜົນຜະລິດ
ທ່ານສາມາດປູກພືດສະໝຸນໄພໄດ້ຕະຫຼອດປີ, ຫຼັງຈາກປູກແລ້ວ ທ່ານສາມາດເດັດໃບຂອງມັນໄດ້ ເມື່ອເວລາມັນມີອາຍຸໄດ້ສີ່ອາທິດ ສະໝຸນໄພ ສິບຕົ້ນຈະສາມາດຜະລິດຜົນໄດ້ປະມານ ໜຶ່ງມັດຂອງພືດສະໝຸນໄພ ທີ່ຕ້ອງການສໍາລັບເຮືອນຄົວໃນແຕ່ລະວັນ. ພາຍຫຼັງ ທີ່ເກັບເອົາໃບໄປໄດ້ໄລຍະໜຶ່ງ, ຕົ້ນຂອງມັນກໍຈະເລີ່ມອ່ອນແອລົງ ແລະ ເມື່ອເຖິງເວລານັ້ນ ມັນກໍເປັນໂອກາດດີທີ່ສຸດ ທີ່ຈະເລີ່ມຕົ້ນປູກຕົ້ນໃໝ່ອີກ. ບໍ່ຄວນເກັບກ່ຽວສະໝຸນໄພທັງໝົດ ທີ່ປູກໃນເດືອນກຸມພາ, ຄວນປະດອກຈໍານວນໜຶ່ງໄວ້ ແລະ ປ່ອຍໃຫ້ມັນອອກແກ່ນ. ທ່ານສາມາດເກັບກ່ຽວຕົ້ນທີ່ປະໄວ້ນັ້ນເພື່ອເອົາແກ່ນມາເຮັດສວນໂຮງຮຽນໃນສົກຮຽນຕໍ່ໄປ. ໃນລະຫວ່າງລະດູເກັບກ່ຽວ, ທ່ານຈະສາມາດເກັບໃບກະເພົາ, ຫອມປ້ອມແລະ ຜັກຊີ ຈໍານວນ 100 ກຣາມ ຕໍ່ອາທິດ. ພືດຈໍາພວກຫອມລາບ ຈະເຕີບໃຫຍ່ໄວກ່ວາໝູ່, ແລະ ທ່ານກໍຈະສາມາດເກັບຜົນລະປູກຂອງຫອມຊະນິດນີ້ໄດ້ສອງເທົ່າ ຂອງພືດສະໝຸນໄພຊະນິດອື່ນໆ (ໄດ້ປະມານ 200 ກຣາມ ຕໍ່ອາທິດ).

ການນໍາໃຊ້ດ້ານອື່ນໆ
ເສດຂອງໃບ ແລະ ກ້ານ ສາມາດເອົາໄປເກືອສັດ, ເອົາໄປໃສ່ຄອກຝຸ່ນບົ່ມ, ເຮັດນໍ້າສະກັດຊີວະພາບ, ຫຼື ເອົາໄປຫວ່ານຕາມສວນກ້າເບ້ຍເພື່ອຂັບໄລ່ສັດຕູພືດກໍໄດ້.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ