google-site-verification: google0d91bc93cfc88895.html ພະຍາດ ກ້ວຍໄມ້ ໂລກກ້ວຍໄມ້ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, January 28, 2016

ພະຍາດ ກ້ວຍໄມ້ ໂລກກ້ວຍໄມ້





1. ໂລກ​ຮາກ​ເນົ່າ (Phytophthora palmivora Butt)
    ລັກ​ສະ​ນະ​ອາ​ການ ໃບ​ຈະ​ມີ​ຈຸດ​ສີ​ນ້ຳ​ຕານ ແລະ ຈະ​ປ່ຽນ​ເປັນ​ສີ​ດຳ​ໃນ​ທີ່​ສຸດ ໂຄນ​ຕົ້ນ​ຈະ​ເນົ່າ ດອກ​ເນົ່າ ເກີດ​ຈາກ​ສະ​ພາບ​ຄວາມ​ຊື້ນ​ສູງ​ເກີນ​ໄປ ຝົນ​ຕົກ​ຫ​ນັກ ຫລື ອາ​ກາດ​ປ່ຽນ​ລະ​ດູ
2. ໂລກ​​ຈຸດຂີ້​ຫມ້ຽງ (Curvalaria eraqostidis)
    ລັກ​ສະ​ນະ​ອາ​ການ ກີບ​ໃບ ກີບດອກ ຈະ​ເປັນ​ຈຸດ​ສີ​ນ້ຳ​ຕານ​ຄື​ກັບ​ຂີ້​ຫມ້ຽງ
3. ໂລກ​ເນົ່າ​ແຫ້ງ ລາ​ເມັດ​ຜັດ​ກາດ (Sclerotium rotist Sacc.)
     ລັກ​ສະ​ນະ ຈະ​ທຳ​ລາຍ​ບໍ​ລິ​ເວນ​ຮາກ ໂຄນ​ຕົ້ນ ແລະ ຍອດ ເປັນ​ເມັດ​ຄ້າຍ​ເມັດ​ຜັກ​ກາດ​ລັກ​ສະ​ນະ​ຕົ້ນ​ເຫມືອນ​ມີ​ແປ້ງ​ໂຮຍ​ໃຍ​ສີ​ຂາວ​ຂຸ້ນ​ເປັນ​ເສັ້ນ​ຫ​ຍາບ ຈາກ​ການ​ສັງ​ເກດ​ຈະ​ເກີດ​ຈາກ ເຄື່ອງ​ປູກ​ເຊື່ອມ​ຄຸນ​ນະ​ພາບ ອາ​ກາດ​ຮ້ອນ ຄວາມ​ຊື້ນ​ສູງ ຖ້າ​ພົບ​ເຫັນ​ໃຫ້​ທຳ​ລາຍ​ຖິ້ມ​ທັງ​ຫມົດ​ໃນ​ຕົ້ນ​ເລີຍ ເພາະ​ໂລກ​ນີ້​ຈະ​ແພ່​ກະ​ຈາຍ​ຢ່າງກວ້າງ​ຂວາງ ແລະ ໄວ​ວາ
4. ໂລກ​ໃບ​ຜື່ນ​ເຫລືອງ (Pseudocercos poro dendrobil)
     ​ອາ​ການ ໃບ​ແກ່​ໃບ​ທີ່​ໂຄນ​ຕົ້ນ​ຈະ​ເຫລືອງ​ເປັນ​ຜື່ນ ມີ​ຜົງ​ສີ​ດຳ​ຄ້າຍ​ກັບ​ຂີ້​ສໍດຳ ກະ​ຈາຍ​ຢູ່​ຖ້າ​ປ່ອຍ​ໄວ້​ໃບ​ຈະ​ເຫລືອງ​ດຳ​ທັງ​ໃບ​ແລະ ຫລຸດ​ຫລົ່ນ​ຈາກ​ຕົ້ນ ເຊິ່ງ​ມັກ​ຈະ​ລະ​ບາດ​ໃນ​ຊ່ວງ​ຢ່າງ​ເຂົ້າ​ລະ​ດູ​ຫ​ນາວ ຄວນ​ນຳ​ໃບ​ທີ່​ຫລົ່ນ​ນິ້ນ​ໄປ​ເຜົາ​ໄຟ​ຖີ້ມ
5. ໂລກ​ຂີ້​ລາກ (Phyllosticta sp.)
     ເລີມ​ເກີດ​ຂື້ນ​ຈາກ​ປະ​ເທດ​ໄທ ຈິງ​ຫວັດ​ລາດ​ຊະ​ບູ​ລີ ລັກ​ສະ​ນະ​ເປັນ​ຈຸດ​ແຜ​ສີ​ນ້ຳ​ຕານ​ດຳ​ຄື​ເມັດ​ເຂົ້າ ກະ​ແຈກ​ກະ​ຈາຍ​ເທິງ​ໃບ​ຈົນ​ກາຍ​ເປັນ​ຜື່ນ​ສີ​ນ້ຳ​ຕານ
6. ໂລກ​ແອນ​ແທກ​ໂນ​ສ (Colletotrichum sp.)
     ປາຍ​ໃບ​ແຫ້ງ​ບາດ​ເປັນ​ວົງ​ໆ ສີ​ນ້ຳ​ຕານ ຊ້ອນ​ກັນ​ຫລາຍໆ​ຊັ້ນ ເຊິ່ງ​ຈະ​ລາມ​ລາມ​ຈາກ​ປາຍ​ໃບ​ເຖິງ​ໂຄນ​ໃບ
7. ໂລກ​ໃບ​ຈຸດ (Alternaria sp.)
     ອາ​ການ ໃບ​ຈຸດ​ດຳ​ທົ່ວ​ທັ້ງ​ໃບ ແລະ ຈະ​ດຳ​ແບບນວມໆ
8. ໂລກ​ລາ​ດຳ (Cladosporium sp.)
    ລັກ​ສະ​ນະ​ເປັນ​ປື້ນ​ສີ​ດຳ ເປັນ​ແຖວ ເປື້ອນ​ຕາມ​ກາບ​ໃບ​ລະ​ຫວ່າງ​ລຳ​ຕົ້ນ ຈະ​ເກີດ​ໃນ​ຊ່ວງ​ປາຍ​ລະ​ດູ​ຝົນ ເຂົ້າ​ລະ​ດູ​ຫ​ນາວ
9. ໂລກ​ໂຄນ​ເນົ່າ​ດຳ (Fusarium sp.)
    ໂຄນ​ຕົ້​ນ​ຈະ​ເນົ່າ​ດຳ ສາ​ເຫດ​ເກີດ​ຈາກ​ເຄື່ອງ​ປູກ​ເຊື່ອມ​ຄຸນ​ນະ​ພາບ​ໂຫມກ​ຈັບ​ຫ​ນ້າ ເຊື່ອ​ລາ​ເຂົ້າ​ທາງ​ຮາກ​ເຮັດ​ໃຫ້​ໂຄນ​ເນົ່າ ແລະ ໃບ​ແຫ່ວ ຄວນ​ປ່ຽນ​ເຄື່ອງ​ປູກ​ໃຫມ່
10. ໂລກ​ລາ​ຂາວ (Rhizoctonia sp.)
       ອາ​ການ​ເລີ່ມ​ຕົ້ນ​ຈະ​ເນົ່າ​ທີ່​ປາຍ​ຮາກ​ມາ​ຫາ​ໂຄນ​ຕົ້ນ​ຄື​ກິບ​ວ່າ​ມີ​ແປ້ງ​ມາ​ໂຮຍ​ໃບ​ຈືດ​ເຫລືອງ​ເກີດ​ຈາກ​ເຄື່ອງ​ປູກ​ບໍ່​ໄດ້​ຄຸນ​ນະ​ພາບ​ໂດຍ​ສະ​ເພາະ​ແມ່ນ ກາບ​ຫມາກ​ພ້າວ​ຍັງ​ບໍ້​ແກ້​ພໍ
11. ໂລກ​ເນົ່າ​ເລະ (Pseudomonas gladioli)
       ເກີດ​ຈາກ​ເຊື້ອ​ແບດ​ທີ​ເລຍ ໃບ​ເນົ່າ​ບວມ​ນ້ຳ ລຳ​ລູກ​ເນົ່າ​ໃບ​ຫລູດ​ຫລົ່ນ ໂດຍ​ສະ​ເພາະ ຊ່ວງ​ລະ​ດູ​ຝົນ ຫລື ອາ​ກາດ​ມີ​ຄວາມ​ຮ້ອນ​ຂື້ນ​ສູງ ອົບ​ເອົ້າ
12. ໂລກ​ໄວ​ຣັດ (Cymbidium Mosaic virus, Tobacco Mosaic virus, Bacilliform
 ດອກ​ຈະ​ດ່າງ ແລະ ມີ​ອາ​ການ​ບິດ​ບ້ຽວ​ສີ​ເຂັ້ມ​ສະ​ຫລັບ​ສີ​ອ່ອນ ໃບ​ຍອດ​ບິດ ໃບ​ດ່າງ​ເປັນ​ຈ້ຳໆ ຂຽວ​ອ່ອນ​ສະ​ຫ​ລັບ​ຂຽວ​ເຂັ້​ມ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ