google-site-verification: google0d91bc93cfc88895.html ກາ​ນກໍານົດເປົ້າໝາຍ ແລະ ຄາດໝາຍສູ້ຊົນຮອດປີ 2025 - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, August 02, 2015

ກາ​ນກໍານົດເປົ້າໝາຍ ແລະ ຄາດໝາຍສູ້ຊົນຮອດປີ 2025

http://aciar.gov.au/files/

ກາ​ນກໍານົດເປົ້າໝາຍ ແລະ ຄາດໝາຍສູ້ຊົນຮອດປີ 2025

ເປົ້າໝາຍ (ແຜນງານ) ທີ 1: ການຜະລິດສະບຽງ

ສືບຕໍ່ຮັບປະກັນດ້ານໂພຊະນາການຂອງປະຊາຊົນ​​ໃຫ້ໄດ້ຮັບພະລັງງານ ບໍ່ຕໍ່າກວ່າ 2.600 ກິໂລກາ ລໍຣີຕໍ່ຄົນຕໍ່ວັນ, ໃນນີ້ ເຂົ້າ ແລະ ທາດແປ້ງ ກວມປະມານ 54%, ຊີ້ນ, ໄຂ່ ແລະ ປາ ປະມານ 13%, ປະເພດ ພືດຜັກ, ໝາກໄມ້ ແລະ ປະເພດຖົ່ວ ກວມປະມານ 8% ແລະ ປະເພດ ໄຂມັນ/ນໍ້າມັນ, ນ້ຳຕານ ແລະ ນໍ້ານົມ ກວມປະມານ 25% ໂດຍຕ້ອງຮັບປະກັນດ້ານ ສະບຽງອາຫານ ແຕ່ລະປະເພດ ເພື່ອບໍລິໂພກ ໃນແຕ່ລະປີ ໃຫ້ໄດ້ ຢ່າງໜ້ອຍ ຄືດັ່ງລາຍລະອຽດລຸ່ມນີ້ [1]:
-        ​​ເຂົ້າສານ140 ກິໂລ/ຄົນ/ປີ (ຫຼື ເທົ່າກັບປະມານ 234 ກິໂລເຂົ້າເປືອກ/ຄົນ/ປີ).
-        ທາດແປ້ງ 4,5 ກິໂລ/ຄົນ/ປີ.
-        ປະເພດຊີ້ນ, ປາ ແລະ ໄຂ່ 79 ກິໂລ/ຄົນ/ປີ; ໃນນີ້ເປັນຊີ້ນໝູ 18 ກິໂລ/ຄົນ/ປີ, ຊີ້ນສັດປີກ 10 ກິໂລ/ຄົນ/ປີ, ຊີ້ນອື່ນໆ 10 ກິໂລ/ຄົນ/ປີ, ໄຂ່ 8 ກິໂລ/ຄົນ/ປີ ແລະ ປາ 33 ກິໂລ/ຄົນ/ປີ.
-        ພືດຜັກ 80 ກິໂລ/ຄົນ/ປີ.
-        ປະເພດຖົ່ວ-ງາ (ແຫ້ງ) 2 ກິໂລ/ຄົນ/ປີ.
-        ສາລີ 2 ກິໂລ/ຄົນ/ປີ.
-        ປະເພດ ພືດເປັນຫົວ (ເຜືອກ, ມັນ ຕ່າງໆ...) 2,1 ກິໂລ/ຄົນ/ປີ.
-        ໝາກໄມ້ 40 ກິໂລ/ຄົນ/ປີ.
-        ນ້ຳຕານ 1,5 ກິໂລ/ຄົນ/ປີ.
-        ນ້ຳນົມ  5 ກິໂລ/ຄົນ/ປີ.
-        ປະເພດໄຂມັນ/ນໍ້າມັນ 25 ກິໂລ/ຄົນ/ປີ.
​​
ຕ້ອງສູ້ຊົນຜະລິດ​ ​ແລະ ສະໜອງ ເຂົ້າ, ພືດຜັກ, ປະເພດຖົ່ວ-ງາ, ໝາກໄມ້, ນ້ຳຕານ, ຊີ້ນ-​ປາແລະໄຂ່ ໃຫ້ພຽງພໍ ແລະ ມີສ່ວນແຮໄວ້ ຊຶ່ງຕ້ອງ​ໄດ້ເອົາໃຈໃສ່ ການຜະລິດສະບຽງທີ່ສຳຄັນດັ່ງນີ້:

1) ສູ້ຊົນຜະລິດເຂົ້າເປືອກລວມ ບໍ່ໃຫ້ຫຼຸດ 5 ລ້ານໂຕນ, ຕາມອັດຕາສ່ວນ ​ເຂົ້າໜຽວ 70%ແລະ ເຂົ້າຈ້າວ 30%, ຊຶ່ງປະກອບມີລາຍ ລະອຽດ ຄື:
·      ເຂົ້າສໍາລັບຄໍ້າປະກັນສະບຽງອາຫານ ປະມານ 2,5 ລ້ານໂຕນ (ເຂົ້າເປືອກ) ຊຶ່ງປະກອບມີ:
-        ເຂົ້າບໍລິໂພກປະມານ 2,1 ລ້ານໂຕນ (9 ລ້ານຄົນ X 234 ກິ​ໂລ​ເຂົ້າ​ເປືອກ/ຄົນ/ປີ)​​.
-        ຄັງແຮເຂົ້າປະມານ 400.000ໂຕນ (​ເຂົ້າ​​ສານ 240.000 ​ໂຕນ; ກຸ້ມໄດ້ປະມານ 2-3 ເດືອນ).
-        ແນວພັນເຂົ້າປະມານ 100.000 ​ໂຕນ.
·      ສຳລັບ​​ປຸງແຕ່ງພາຍໃນປະມານ 500.000 ຫາ 600.000 ໂຕນ.
·      ເຂົ້າເປັນສິນຄ້າພາຍໃນ ແລະ ສົ່ງອອກບໍ່ໃຫ້ຫຼຸດ 1,5 ລ້ານໂຕນ.

2) ຜົນຜະລິດພືດຜັກ, ຖົ່ວ-ງາ ແລະ ໝາກໄມ້ສຳລັບບໍລິໂພເຊັ່ນ: ສາລີຫວານ ໃຫ້ໄດ້ ປະມານ 306.000 ໂຕນ, ເຜືອກ-ມັນ ໃຫ້ໄດ້ປະມານ 327.000 ໂຕນ, ປະເພດໄມ້ໃຫ້ໝາກ ໃຫ້ໄດ້ ປະມານ 825.000 ໂຕນ ແລະ ພືດຜັກອື່ນໆ ໃຫ້ໄດ້ປະມານ 1,57 ລ້ານໂຕນ.

3) ສູ້ຊົນຜະລິດຊີ້ນ, ປາ ແລະ ໄຂ່ ລວມໃຫ້ໄດ້ 711.000 ໂຕນ (ໃນນັ້ນ, ຊີ້ນ ແລະ ໄຂ່ໃຫ້ໄດ້ 414.000 ໂຕນ, ປາ ​ແລະ ສັດ​ນ້ຳ​ໃຫ້ໄດ້ 297.000 ໂຕນຕໍ່ປີ) ເພື່ອຕອບສະໜອງອັດຕາການບໍລິໂພກ ລວມສະເລ່ຍ ໃຫ້ໄດ້ 79 ກິໂລຕໍ່ຄົນຕໍ່ປີ

http://www.adb.org/sites/default/files/video/41858/








2.4.3.2 ເປົ້າໝາຍ (ແຜນງານ) ທີ 2: ການຜະລິດສິນຄ້າກະສິກໍາ

ຕ້ອງສູ້ຊົນເຮັດ​ໃຫ້ການຜະລິດສິນຄ້າກະສິກໍາ ມີການຂະຫຍາຍຕົວ ເພື່ອຮັບປະກັນທັງປະລິມານ ແລະ ຄຸນນະພາບ ແນໃສ່ໃຫ້ເຂົ້າ​​ເຖິງຕະຫຼາດ ພາຍໃນ, ພາກພື້ນ ແລະ ສາກົນ ໂດຍໃຫ້ຕິດພັນກັບການ ປັບປຸງ ກຸ່ມຊາວກະສິກອນ, ສະມາຄົມ​​ຜູ້ຜະລິດ ແລະ ປຸງແຕ່ງກະສີກໍາຢ່າແຂງແຮງໂດຍຕ້ອງ ສູ້ຊົນເຮັດໃຫ້ການ ຜະລິດກະສິກໍາເປັນສິນຄ້າທີ່ສໍາຄັນ ສືບຕໍ່ຂະຫຍາຍຕົວ ດັ່ງລຸ່ມນີ້:

1) ໃນຈໍານວນຄາດໝາຍຜົນຜະລິດເຂົ້າລວມທັງໝົດ; ຜະລິດເຂົ້າເປັນສິນຄ້າພາຍໃນ ແລະ ສົ່ງອອກ ​​ໃຫ້ໄດ້ປະມານ 1,5 ລ້ານໂຕນເຂົ້າເປືອກ ໃນປີ 2025ໄປຄຽງຄູ່ກັບການສົ່ງເສີມ ການປູກເຂົ້າທີ່ມີທ່າແຮງ ຂອງແຕ່ລະທ້ອງຖີ່ເປັນຕົ້ນ: ເຂົ້າກໍ່າ, ເຂົ້າໄກ່ນ້ອຍ, ເຂົ້າຫອມໃນເຂດທີ່ມີທ່າແຮງ ແລະ ມີເງື່ອນໄຂ, ແລະ ສົ່ງເສີມເຂົ້າພັນ ປັບປຸງໃໝ່ທີ່ມີຄຸນນະພາບແລະເປັນທີ່ຕ້ອງການຂອງຕະຫຼາດ ເປັນຕົ້ນ:ເຂົ້າທ່າດອກຄໍາ, ​ເຂົ້າທ່າສະໂນ, ​ເຂົ້າໂພນງາມແລະເຂົ້າຫອມອື່ນໆໃນເຂດທົ່ງພຽງຕ່າງໆ. ຮັກສາສັດສ່ວນ ການປູກເຂົ້າຈ້າວໃຫ້ກວມເອົາ 30% ຂອງຜົນຜະລິດທັງໝົດ, ໃນນັ້ນ ເລັ່ງໃສ່ຜະລິດເຂົ້າ ເພື່ອສົ່ງອອກໃນມາດຕະຖານ ກະສິກຳທີ່​ດີ (GAP) ໂດຍເລ່ັງໃສ່ຕະຫຼາດພາກພື້ນ ແລະ ສາກົນ. ສຳລັບຢູ່ບັນດາທົ່ງພຽງ ນ້ອຍ ແລະ ທົ່ງພຽງກາງ ຂອງແຂວງພາກເໜືອ ແມ່ນສຸມໃສ່ ຜະລິດເຂົ້າເປັນສິນຄ້າ ເພື່ອສະໜອງໃຫ້ ສ.ປ.ຈີນ ແລະ ປະເທດໃກ້ຄຽງ ໂດຍນຳໃຊ້ແນວພັນເຂົ້າ ທີ່ຕະຫຼາດຕ້ອງການ.

2) ສໍາລັບພືດຕ່າງໆ: ສູ້ຊົນຜະລິດສາລີອາຫານສັດ ໃຫ້ບັນລຸປະມານ 1,4 ລ້ານໂຕນ, ກາເຟ ໃຫ້ໄດ້ ປະມານ 280.000 ໂຕນ (ອີງໃສ່ຍຸດທະສາດການພັດທະນາກາເຟລາວ), ອ້ອຍ ໃຫ້ໄດ້ຫຼາຍກ່ວາ 2,4 ລ້ານໂຕນ, ມັນຕົ້ນ ໃຫ້ໄດ້ປະມານ 1,6 ລ້ານໂຕນ, ຖົ່ວເຫຼືອງ ໃຫ້ໄດ້ປະມານ 52.000 ໂຕນ. ນອກນັ້ນ ກໍສູ້ຊົນ ຜະລິດພືດສິນຄ້າອື່ນໆທີ່ມີທ່າແຮງໄດ້ປຽບ ຕາມທີ່ຕະຫຼາດຕ້ອງການ ເພື່ອເປັນສິນຄ້າພາຍໃນ ແລະ ສົ່ງອອກ.

3) ສຳລັບການລ້ຽງສັດ: ສູ້ຊົນຫັນການລ້ຽງສັດແບບທຳມະຊາດ ໄປສູ່ການລ້ຽງແບບເປັນຟາມ ໃຫ້ສາ ມາດສະໜອງຜົນຜະລິດ ຈາກຟາມໃຫ້ໄດ້ 35% ຂຶ້ນໄປຂອງຜົນຜະລິດສັດທັງໝົດ. ສຸມໃສ່ການລ້ຽງສັດ ພັນ ປັບປຸງ ເພື່ອເປັນສິນຄ້າ ສະໜອງ ຕະຫລາດພາຍໃນ ໃຫ້ພຽງພໍ ແລະ ສູ້ຊົນສືບຕໍ່ສົ່ງອອກສັດໃຫຍ່ ປະເພດ ງົວ, ຄວາຍ ໄປປະເທດໃກ້ຄຽງ ໂດຍຄິດໄລ່ເປັນນ້ຳຫນັກຊີ້ນ ຢ່າງຕໍ່າໃຫ້ໄດ້ 15.000 ໂຕນ ໃນປີ 2025.



[1] ແຫຼ່ງຂໍ້ມູນ: ຍຸດທະສາດຄໍ້າປະກັນສະບຽງອາຫານ ສປປລາວ ໄລຍະ 2001-2010 ທີ່ຖືກຮັບຮອງຈາກລັດຖະບານ ໃນວັນທີ 3/2/2004, ຂໍ້ມູນຈາກ: Lao Expenditure and Consumption Survey (2002/03 and 2007/08 LECS) ແລະ ຂໍ້ມູນຈາກອົງການ  FAO.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ