google-site-verification: google0d91bc93cfc88895.html ການປູກຫມາກເລັ່ນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, May 21, 2015

ການປູກຫມາກເລັ່ນ








ຫມາກ​ເລັ່ນ​ສາ­ມາດ​ຈະ­ເລີນ​ເຕີບ​ໂຕ​ໄດ້​ທາງ​ດ້ານ​ລຳ­ຕົ້ນ, ໃບ ແລະ ອອກ­ດອກ​ໄດ້​ຕະ­ຫລອດ​ທັງ​ປີແຕ່​ການ​ທີ່​ຫມາກ​ຈະ​ຕິດແມ່ນ​ຕ້ອງ­ການ​ສະ­ພາບ​ອາ­ກາດ​ຂ້ອນຂ້າງ​ເຢັນ, ອຸນ­ຫະ­ພູມ​ໃນ​ໄລ­ຍະກາງ­ເວັນ​ທີ່​ເຫມາະ​ສົມ​ຢູ່​ລະ­ຫວ່າງ 25Œ30 ອົງ­ສາ​ເຊ ອຸນ­ຫະ­ພູມ​ກາງ­ຄືນ​ປະ­ມານ 16Œ20 ອົງ­ສາ​ເຊ ຖ້າ​ອຸນ­ຫະ­ພູມ​ກາງ­ຄືນ​ສູງ​ກວ່າ 22 ອົງ­ສາ​ເຊ ຈະ​ເຮັດ​ໃຫ້​ຫມາກ​ເລັ່ນ​ບໍ່​ຕິດ​ຫມາກ ຫລື ຕິດ​ກໍ່​ຕິດ​ຫນ້ອຍ ຝົນ ແລະ ຄວາມ​ຊຸ່ມ​ສູງ​ເປັນ​ສາ­ເຫດ​ສຳ­ຄັນ​ທີ່​ເຮັດ​ໃຫ້​ພະ­ຍາດ​ທາງ​ໃບ ແລະ ຮາກ​ລະ­ບາດ​ຮຸນ​ແຮງ ດັ່ງ­ນັ້ນ​ລະ­ດູ​ປູກ​ທີ່​ເຫມາະ​ສົມ​ທີ່​ສຸດ​ຈິ່ງ​ຢູ່​ໃນ​ໄລ­ຍະ​ລະ­ດູ​ຫນາວໂດຍ​ມີ​ໄລ­ຍະ​ຢອດ​ແກ່ນ​ເພາະ​ກ້າ​ຢູ່​ລະ­ຫວ່າງ​ເດືອນ​ຕຸ­ລາ ຫາ ເດືອນ​ທັນ­ວາ ເຊິ່ງ​ສະ­ພາບ​ອາ­ກາດ​ຈະ​ເຫມາະ​ຕໍ່​ການ​ຕິດ​ຫມາກເຮັດ​ໃຫ້​ໄດ້­ຜົນ​ຜະ­ລິດ​ສູງ​ແລ້ວ​ຍັງ​ມີ​ສັດ­ຕູ​ພືດ​ລົບ​ກວນ​ຫນ້ອຍຕົ້ນ​ທຶນ​ການ​ຜະ­ລິດ​ຈິ່ງ​ຕ່ຳ​ກວ່າ​ການ​ປູກ​ໃນ​ລະ­ດູ​ອື່ນ. 

ການ​ປູກ: ແມ່ນ​ສາ­ມາດ​ປູກ​ໄດ້ 2 ວິ­ທີ​ຄື:


ວິທີທີ 1 

ກ້າ​ເບ້ຍ​ແລ້ວ​ຍ້າຍ​ປູກ
         ໂດຍການ​ກຽມ​ຫນານ​ກ້າ​ຍົກ​ຫນານສູງ​ຂຶ້ນ​ປະ­ມານ 1 ຄືບ ເອົາ​ຝຸ່ນ​ຄອກ ຫລື ປຸ໋ຍ​ຫມັກ​ມາ​ຄົນ​ກັບ​ດິນປະ­ມານ 1Œ2 ບຸງ ຕໍ່ 1 ຕາ​ແມັດ, ໃຊ້​ແກ່ນ​ປະ­ມານ 30Œ40 ກຣາມ, ຢອດ​ລົງ​ໃນ​ຫນານ​ທີ່​ຍາວ 10 ແມັດ, ກວ້າງ 1 ແມັດ ຈະ​ໄດ້​ເບ້ຍ​ຫມາກ​ເລັ່ນ​ພໍ​ສຳ­ລັບ​ປູກ​ໃນ​ພື້ນ​ທີ່ 1 ໄລ່ ການ​ຢອດ​ເມັດ​ຄວນ​ຢອດ​ເປັນ​ແຖວ​ຫ່າງ​ກັນປະ­ມານ 10 ຊັງ​ຕີ​ແມັດ, ເລິກ​ບໍ່​ເກີນ 1 ຊັງ​ຕີ​ແມັດ. ເມື່ອ​ຢອດ​ເມັດ​ແລ້ວ​ປົກ​ດ້ວຍ​ດິນ​ປະ­ສົມ​ປຸ໋ຍ​ຫມັກ ແລະ ປົກ​ຫນານ​ດ້ວຍ​ເຟືອງ ຫລື ຫຍ້າ​ແຫ້ງ​ບາງໆ. ໃນ​ໄລ­ຍະ 3 ມື້​ທຳ​ອິດໃຫ້​ຫົດ​ນ້ຳ​ສະ​ຫມ່ຳ​ສະ­ເຫມີ​ຢ່າ​ໃຫ້​ຜິວ​ຫນ້າ­ດິນ​ແຫ້ງ ຖ້າ​ແດດ​ຮ້ອນ​ຫລາຍ ຫລື ຝົນ­ຕົກ​ແຮງ​ຕ້ອງ​ປົກ​ຫນານ​ດ້ວຍ​ຜ້າ​ໄນ​ລອນ ຫລື ຜ້າ​ຢາງເພື່ອ​ປ້ອງ​ກັນ​ເມັດ​ຝົນ​ຖືກ​ລຳ­ຕົ້ນ ຫລື ໃບ ຈະ​ເປັນ​ຮອຍ​ຊ້ຳເຊິ່ງ​ເປັນ​ສາ­ເຫດ​ຂອງ​ການ​ເກີດ​ພະ­ຍາດ​ຕ່າງໆ​ໄດ້​ງ່າຍ. 



ພະ­ຍາດ​ທີ່​ສຳ­ຄັນ​ໃນ​ຫນານ​ກ້າ​ແມ່ນ
        ພະ­ຍາດ​ກົກ​ເນົ່າໂດຍ​ສະ­ເພາະ​ໃນ​ເວ­ລາ​ຝົນ­ຕົກ​ຕິດ­ຕໍ່​ກັນ​ເປັນ​ເວ­ລາ​ຫລາຍ​ວັນ ເຮັດ​ໃຫ້​ຄວາມ​ຊຸ່ມ​ໃນ​ອາ­ກາດ ແລະ ດິນ​ສູງ​ແຕ່​ກໍ່​ມີ​ວິ­ທີ​ການ​ປ້ອງ​ກັນ​ໂດຍ​ນຳ​ເອົາ​ເສດ​ເຟືອງ ຫລື ຫຍ້າທີ່​ປົກ​ຫນານ​ອອກ​ໃຫ້​ຫມົດເພື່ອ​ໃຫ້​ຫນານ​ກ້າ​ໂປ່ງ ແລະ ລະ­ບາຍອາ­ກາດ​ໄດ້​ດີແລ້ວ​ສີດ​ພົ່ນ​ຢາ​ກັນ​ເຊື້ອ​ລາໃນ​ໄລ­ຍະ​ທີ່​ເບ້ຍ​ຫມາກ​ເລັ່ນ​ອາ­ຍຸ​ປະ­ມານ 17Œ22 ວັນ ຄວນ​ຫລຸດ​ປະ­ລິ­ມານ​ການ​ໃຫ້​ນ້ຳ​ລົງ ແລະ ໃຫ້​ເບ້ຍ​ຫມາກ​ເລັ່ນ​ໄດ້​ຮັບ​ແສງ​ແດດ​ຢ່າງ​ເຕັມ­ທີ່, ເບ້ຍ​ຫມາກ​ເລັ່ນ​ຈະ​ແຂງ­ແຮງ, ຫນຽວ, ບໍ່​ບວມ​ນ້ຳເຊິ່ງ​ມີ​ຜົນເຮັດ​ໃຫ້​ເບ້ຍ​ຫມາກ​ເລັ່ນ​ລອດ​ຕາຍສ່ວນ​ການ​ຍ້າຍ​ເບ້ຍໂດຍ​ທົ່ວ​ໄປ​ການ​ຍ້າຍ​ເບ້ຍ​ລົງ​ຫນານ​ປູກມັກ​ຈະ​ໃຊ້​ເບ້ຍ​ທີ່​ມີ​ອາ­ຍຸ​ປະ­ມານ 21Œ25 ວັນ  ຫລັງ​ຈາກ​ຢອດ​ເມັດ ຫລື ເມື່ອ​ເບ້ຍ​ມີ​ໃບ​ຈິງ 3Œ4 ໃບ. 

ວິທີທີ່ 2

ຢອດ​ເມັດ​ລົງ​ຫນານ​ປູກ​ໂດຍ​ກົງ
ໃຊ້​ໃນ​ກໍ­ລະ­ນີ​ທີ່​ສາມາດ​ໃຫ້​ນ້ຳ​ໄດ້​ງ່າຍ​ແຕ່​ຈະ​ເສຍ ເວ­ລາ ແລະ ແຮງ​ງານ​ໃນ​ການ​ດູ​ແລ​ຮັກ­ສາ​ຫລາຍ​ອີກ​ທັງ​ຍັງ​ຕ້ອງ​ໃຊ້​ເມັດ​ພັນ​ຫລາຍ​ຂຶ້ນ​ເປັນ 80-100 ກຣາມ​ຕໍ່​ໄລ່ ສຳ­ລັບ​ໄລ­ຍະ​ປູກ​ທີ່​ເຫມາະ​ສົມ​ແມ່ນ 25-50 ຊັງ​ຕີ​ແມັດ. ປູກ1ຕົ້ນ​ຕໍ່​ຂຸມ ຖ້າ​ໄລ­ຍະ​ປູກ​ຖີ່​ຈະ​ໄດ້­ຜົນ​ຜະ­ລິດ​ຕໍ່​ພື້ນ​ທີ່​ຫລາຍ​ຂຶ້ນແຕ່​ການ​ຄວບ​ຄຸມ​ໂລກ ແລະ ອື່ນໆ​ຈະ​ຫຍຸ້ງ­ຍາກ​ຂຶ້ນ. ໃນ​ລະ­ດູ­ແລ້ງ​ຄວນ​ປູກ​ຖີ່ສ່ວນ​ໃນ​ລະ­ດູ­ຝົນ​ຄວນ​ປູກ​ຫ່າງເນື່ອງ​ຈາກ​ຫມາກ​ເລັ່ນ​ຈະ­ເລີນ​ເຕີບ​ໂຕ​ດີມີ​ຊົງ​ພຸ່ມ​ສູງ​ໃຫຍ່​ກວ່າ​ລະ­ດູ​ອື່ນໆ. 





ການ​ດູ​ແລ​ຮັກŒສາ
ການ​ຄຸມ​ຫນານ​ດ້ວຍ​ເຟືອງ ຫລື ຫຍ້າ​ແຫ້ງ: ເພື່ອ​ເປັນ​ການ​ຮັກŒສາ​ຄວາມ​ຊຸ່ມ​ຂອງ​ດິນ ແລະ ເປັນ​ການ​ປ້ອງ​ກັນ​ການ​ເຊາະ​ລ້າງ​ຂອງ​ຫນ້າŒດິນ​ເວŒລາ​ຝົນ­ຕົກ ຫລື ຫົດ​ນ້ຳ ນອກŒຈາກ​ນີ້​ຍັງ​ຊ່ວຍ​ຫລຸດ​ອັດ­ຕາ​ສ່ວນ​ການ​ເນົ່າ ແລະ ການ​ລະŒບາດ​ຂອງ​ພະŒຍາດ​ໃບ ເຊິ່ງ​ຈະ​ຊ່ວຍ​ໃຫ້​ຜົນ​ຜະŒລິດ​ເພີ່ມ​ປະŒມານ​ຂຶ້ນ 20Œ40% ແຕ່​ເຟືອງ​ມັກ​ຈະ​ມີ​ເຊື້ອ​ລາ ສະ​ໂຄ​ໂລ​ດຽມ​ຕິດ​ມາ​ພ້ອມ​ເຮັດ​ໃຫ້​ເກີດ​ພະŒຍາດ​ຫ່ຽວ​ຕົ້ນ​ແຫ້ງ​ຕາຍ​ໄປການ​ປົກ​ເຟືອງ​ຄວນ​ປົກ​ໃຫ້​ຫ່າງ​ຕີນ​ຕົ້ນເພື່ອ​ບໍ່​ໃຫ້​ຕີນ​ຕົ້ນ​ມີ​ຄວາມ​ຊຸ່ມ​ສູງ​ເກີນ​ໄປ. 

ການ​ກຳŒຈັດ​ວັດ​ສະ​ພືດ
ໃຊ້​ສານ​ເຄ​ມີ​ຊື່ ເມ​ຕິ​ບູ​ຊິນ ຫລື ຊື່​ການ​ຄ້າ​ວ່າ: ເຊງ​ຄໍ ປະŒລິ​ມານ 80Œ1-20 ກຣາມ (ເນື້ອ​ສານ​ບໍ​ລິŒສຸດ) ຫລື 115-Œ170 ກຣາມ, ສານ​ເຊງ​ຄໍ 70% ຕໍ່​ພື້ນ​ທີ່ 1 ໄລ່ ສີດ​ຫລັງ​ຈາກ​ຍ້າຍ​ເບ້ຍຂະŒນະ​ທີ່​ດິນ​ມີ​ຄວາມ​ຊຸ່ມ​ຢູ່​ຈະ​ສາŒມາດ​ຄວບ​ຄຸມ​ວັດ​ສະ​ພືດ​ໃບ​ແຄບ ແລະ ໃບ​ກວ້າງ​ບາງ​ຊະŒນິດ​ໄດ້ແຕ່​ຫລັງ​ຈາກ​ມີ​ການ​ພວນ​ດິນ, ພູນ​ກົກ, ໃສ່​ປຸຍ​ໄດ້ 20 ແລະ 40 ວັນ ກໍ່​ບໍ່​ຈຳŒເປັນ​ໃຊ້​ສານ​ຄວບ​ຄຸມ​ວັດ​ສະ​ພືດ. 
ການ​ໃສ່​ປຸຍ
1. ປຸຍ​ຮອງ​ພື້ນ​ໃຊ້​ປຸຍ 15-15-15, ອັດŒຕາ​ສ່ວນ 30ກິ​ໂລ​ຕໍ່​ໄລ່ ຮອງ​ກົ້ນ​ຂຸມ​ພ້ອມ​ກັບ​ປຸຍ​ຄອກ ຫລື ປຸຍ​ຫມັກ 2.000ກິ​ໂລ​ຕໍ່​ໄລ່ ແລະ ໂບ​ແລກ 4ກິ​ໂລ​ຕໍ່​ໄລ່. 
2. ເມື່ອ​ອາŒຍຸ​ເບ້ຍ​ຫມາກ​ເລັ່ນ​ໄດ້ 7-10ວັນ ຫລັງ​ຈາກ​ຍ້າຍ​ປູກໃຊ້​ປຸຍ 46-0-0ຫລື 21-0-0ອັດŒຕາ​ສ່ວນ 10ຫລື 20ກິ​ໂລ​ຕໍ່​ໄລ່ ຖ້າ​ປ່ຽນ​ຫນານ​ປູກ​ທີ່​ເຄີຍ​ປູກ​ຜັກ​ກິນ​ໃບ​ເຊັ່ນ: ຜັກ­ຫອມŒປ້ອມ​ມາ​ກ່ອນ​ຄວນ​ໃຊ້​ປຸຍ 13-13-21ແທນ. 
3. ອາŒຍຸ 21-25ວັນ​ຫລັງຈາກ​ຍ້າຍ​ປູກໃຊ້​ປຸຍ 15-15-15ໃນ​ອັັດ​ຕາ​ສ່ວນ 30ກິ​ໂລ​ຕໍ່​ໄລ່. 
4. ອາŒຍຸ 40ວັນ ຫລັງ​ຈາກ​ຍ້າຍ​ປູກໃຊ້​ປຸຍ 13-13-21ໃນ​ອັດ­ຕາ​ສ່ວນ 30ກິ​ໂລ​ຕໍ່​ໄລ່. 
5. ອາŒຍຸ 60ວັນ ຫລັງ​ຈາກ​ຍ້າຍ​ປູກ​ໃຊ້​ປຸຍ 13-13-21ໃນ​ອັດ­ຕາ​ສ່ວນ 30ກິ​ໂລ​ຕໍ່​ໄລ່ ແຕ່​ຖ້າ​ສະŒພາບ​ຕົ້ນ​ຫມາກ​ເລັ່ນ​ຂ້ອນ​ຂ້າງ​ມີ​ຫມາກ​ຫນ້ອຍ​ກໍ່​ບໍ່​ຈຳŒເປັນ​ໃສ່​ປຸຍ​ຄັ້ງ​ທີ 5.
ໃນ​ສະŒພາບ​ອາ­ກາດ​ທີ່ເຫມາະ​ສົມ​ເຊັ່ນ: ຮ້ອນ​ເກີນ​ໄປ ຫລື ມີ​ຝົນ​ຫລາຍ​ເຮັດ​ໃຫ້​ຕົ້ນຫມາກ​ເລັ່ນ​ບໍ່​ຄ່ອຍ​ສົມŒບູນ ຫລື ມີອາŒການ​ໃບ​ດ່າງສາŒມາດ​ຊ່ວຍໄດ້​ໂດຍ​ການ​ສີດ​ພົ່ນ​ປຸຍ​ທາງ​ໃບ​ສູດ​ຕ່າງໆຕາມ​ໄລŒຍະ​ການ​ຈະŒເລີນ​ເຕີບ​ໂຕ​ເຊັ່ນ: ໄລŒຍະ​ທີ່​ຍັງ​ບໍ່​ອອກŒດອກ​ອາດ​ໃຊ້​ປຸຍ​ໃບ​ສູດ​ສະ​ເຫ​ມີ​​ເຊັ່ນ: 25-Œ25-Œ25 ສ່ວນໃນ​ໄລŒຍະ​ອອກŒດອກ​ແລ້ວ​ຄວນໃຊ້​ປຸຍ​ໃບ​ທີ່​ມີ​ຟົດ​ສະ​ຟໍ ແລະ ໂປ​ເຕ​ຊຽມ​ສູງ​ເຊັ່ນ: 10-Œ23-Œ20 ຫລື 10-Œ30-Œ20 ເປັນ­ຕົ້ນ. ນອກŒຈາກ​ນີ້ຍັງ​ມີ​ປຸຍ​ໃບ​ທີ່​ມີ​ທາດ​ອາŒຫານ​ຮອງ​ຫລາຍ​ຊະŒນິດ​ຢູ່​ນຳ​ເຊັ່ນ: ແມັງ​ກາ​ນັດ, ເຫລັກ, ສັງ­ກະ­ສີ, ໂບ​ລອນ ຈະ​ຊ່ວຍ​ໃຫ້​ຕົ້ນ​ຫມາກ​ເລັ່ນ​ສົມŒບູນ​ຍິ່ງ​ຂຶ້ນ. 
    ການ​ໃຫ້​ນ້ຳ:
ໄລŒຍະ​ທີ່​ຫມາກ​ເລັ່ນ​ຕ້ອງການ​ນ້ຳ​ຫລາຍ​ຄື: ໄລ­ຍະ​ທຳ​ອິດ​ຂອງ​ການ​ເຕີບ​ໂຕ ແລະ ໄລ­ຍະ​ຫມາກ​ທີ່​ກຳŒລັງ​ຂະ­ຫຍາຍ (ປະມານ 35-Œ50 ວັນ​ຫລັງ​ຈາກ​ຍ້າຍ​ເບ້ຍ) ສຳŒລັບ​ໄລ­ຍະ​ທີ່​ກຳລັງ​ຫມາກ​ຕິດ (20Œ-35 ວັນ) ບໍ່​ຕ້ອງŒການ​ນ້ຳ​ຫລາຍແຕ່​ຕ້ອງການ​ການ​ພວນ​ດິນ​ເພື່ອ​ໃຫ້​ຮາກ​ຈະŒເລີນ​ເຕີບ​ໂຕ​ໄປ​ໄດ້​ເລິກ ແລະ ຮາກ​ກະŒຈາຍ​ທາງ​ດ້ານ​ຂ້າງ​ໄດ້​ສະŒດວກ. 
    ການ​ປັກ​ຄ້າງ:
ມີ​ຄວາມ​ຈຳŒເປັນ​ຫລາຍ​ເມື່ອ​ປູກ​ຫມາກ​ເລັ່ນ​ໃນ​ລະŒດູŒຝົນ ຫລື ປູກ​ດ້ວຍ​ພັນ​ທີ່​ມີ​ການ​ຈະŒເລີນ​ເຕີບ​ໂຕ​ແບບ​ເຄືອການ​ປັກ​ແບບ​ຄ້າງ​ດ່ຽວ ຫລື ແບບ​ກະŒໂຈມ​ຈະ​ຊ່ວຍ​ໃຫ້​ຜົນ​ຜະŒລິດ​ຂອງ​ຫມາກ​ເລັ່ນ​ສູງ​ຂຶ້ນ​ກວ່າ​ການ​ບໍ່​ປັກ​ຄ້າງ 20% ແລະ ເຮັດ​ໃຫ້Œການ​ສີດ​ຢາ​ປ້ອງ​ກັນ​ສັດŒຕູ​ພືດ, ການ​ເກັບ​ກ່ຽວ ແລະ ການ​ປະŒຕິŒບັດ​ງານ​ອື່ນໆ​ໃນ​ຫນານ​ສະŒດວກ​ຂຶ້ນນອກŒຈາກ​ປັກ​ຄ້າງ​ແລ້ວ​ຕ້ອງ​ຫມັ່ນ​ມັດ​ຕົ້ນ​ຫມາກ​ເລັ່ນ​ຕິດ​ກັບ​ຄ້າງ. ບໍ່​ດັ່ງŒນັ້ນ​ແຫນງ​ທີ່​ເກີດ​ໃຫມ່​ຈະŒເລີນ​ເຕີບ​ໂຕ​ເລືອ​ໄປ​ຕາມ​ດິນ​ເຮັດ​ໃຫ້​ຫມາກ​ເນົ່າ​ເສຍ​ຫາຍ. 

ການ​ປ້ອງ​ກັນ​ພະ­ຍາດ:
1. ພະ­ຍາດ​ໃບ​ໄຫມ້: ເນື່ອງຈາກ​ເຊື້ອ Alternaria ແລະ  Cercospora ລະ­ບາດ​ໄວຫລາຍ​ໃນ​ອຸນ­ຫະ­ພູມ ແລະ ຄວາມຊຸ່ມ​ສູງ​ໂດຍ​ສະ­ເພາະ​ໃນ​ລະ­ດູຝົນ​ທີ່​ມີ​ຝົນ­ຕົກ​ຕິດ­ຕໍ່​ກັນ​ຫລາຍວັນ​ການ​ເດັດ​ໃບ​ດ້ານ​ລຸ່ມ​ທີ່​ເປັນພະ­ຍາດ​ຖິ້ມ​ຈະ​ຊ່ວຍ​ໃຫ້­ການ​ລະບາດ​ຂອງ​ພະ­ຍາດ​ຊ້າ​ລົງ. 
2. ພະ­ຍາດ​ໃບ​ກູດ: ຈາກ​ເຊື້ອ​ໄວ​ຣັດ​ເກີດ​ໄດ້​ທຸກ​ລະ­ດູ​ໂດຍ​ມີ​ແມງ​ຫມີ່​ຂາວ ແລະ ເພ້ຍ​ອ່ອນ​ເປັນ​ພາ­ຫະ​ນຳ​ເຊື້ອ. 
3. ພະ­ຍາດ​ໃບ​ແຫ່ວ: ຈາກ​ເຊື້ອ​ສະ​ເຄີ​ໂລ​ດຽມ ເກີດ​ຫລາຍ​ເມື່ອ​ດິນ​ມີ​ຄວາມ​ຊຸ່ມ​ສູງ​ຈະ​ພົບ​ເຊື້ອ​ລາ​ສີ­ຂາວ​ທຳ­ລາຍ​ຜິວ​ສ່ວນ​ກົກ​ຂອງ​ຕົ້ນ​ຫມາກ​ເລັ່ນ​ທີ່​ຕິດ​ກັບ​ດິນ ແລະ ໃນ​ໄລ­ຍະ​ຕໍ່​ມາ​ຈະ​ເຫັນ​ສະ​ປໍ​ຄ້າຍ​ແກ່ນ​ຜັກ​ກາດ​ທີ່​ກົກ​ຕົ້ນການ​ປ້ອງ​ກັນ​ໃຊ້​ສານ​ເຄ​ມີ​ຊື່: ໄວ​ຕາ​ແວກ​ລາດ ຫລື ໃຊ້​ປູນ​ຂາວ​ປະ­ມານ​ເຄິ່ງ​ກຳ­ມື ຫລື ໃຊ້​ເຊື້ອ​ລາ​ໄຕ​ໂຄ​ເດິ​ລາໂຮຍ​ຕິດ​ກົກ​ຕົ້ນ. 
4. ພະ­ຍາດ​ໃບ​ແຫ່ວ: ທີ່​ເກີດ​ຈາກ​ແບັກ​ທີ​ເລຍຫມາກ​ເລັ່ນ​ແຫ່ວ​ຕາຍ​ຢ່າງ​ໄວ­ວາ​ໃນ​ຂະ­ນະ​ທີ່​ລຳ­ຕົ້ນ ແລະ ໃບ​ຍັງ​ຂຽວ​ຢູ່ ບໍ່​ມີ​ຢາ​ປ້ອງ​ກັນ​ຕ້ອງ​ໃຊ້​ຖ້າ​ພົບ​ຕົ້ນ​ໃດ​ເປັນ​ພະ­ຍາດ​ໃຫ້​ຫລົກ​ຖິ້ມ ຫລື ເຜົາ​ຖິ້ມ​ທັນ­ທີ. 

ການ​ປ້ອງ​ກັນ ແລະ ກຳ­ຈັດ​ພະ­ຍາດ ແລະ ແມງ­ໄມ້:
1. ໃນ​ຂະ­ນະ​ທີ່​ຍັງ​ບໍ່­ເກີດ​ພະຍາດ​ຄວນ​ສີດ​ຢາ​ປ້ອງ​ກັນ​ທຸກໆ 7-10ວັນ ໂດຍ​ໃຊ້​ສານ​ເຄ​ມີ​ທົ່ວ​ໄປ​ເຊັ່ນ: ແຄບ​ແທນ, ໄດ​ເທນ​ແອມ 45, ຄອບ​ເປີ​ອອກ​ຊີ​ຄໍ​ໄລ, ຄູ​ປາ​ວິດ. 
2. ເມື່ອ​ເລີ່ມ​ເກີດ​ພະ­ຍາດ​ລະບາດ​ຈົນ​ສັງ­ເກດ​ເຫັນ​ຄວນ​ໃຊ້​ສານ​ເຄ​ມີ​ປະ­ເພດ​ດູດ​ຊຶມ​ເຊັ່ນ:  ເບນ​ເລດ​ໂອ​ສິ, ບາ​ວິ​ຊານ, ຣໍພັດ,  ດາ​ໂຄ​ນິດ ແຕ່​ບໍ່​ຄວນ​ໃຊ້​ຕິດ­ຕໍ່​ກັນ​ເກີນ 3ຄັ້ງ ເພາະ​ຈະ​ເຮັດ​ໃຫ້​ເຊື້ອ​ພະ­ຍາດ​ລຶ້ງ​ຢາ. 
ສຳ­ລັບ​ບົ້ງ​ເຈາະ​ຫມາກ​ຕ້ອງກຳ­ຈັດ​ຕັ້ງ­ແຕ່​ຍັງ​ນ້ອຍ​ກ່ອນ​ທີ່ເຈາະ​ທຳ­ລາຍ​ເຂົ້າ​ໄປ​ໃນ​ຫມາກໂດຍ​ສັງ­ເກດ​ຈາກ​ໄຂ່​ທີ່​ແມງ​ກະເບື້ອ​ກາງ­ຄືນ​ມາ​ໄຂ່​ໃສ່​ຕາມ​ຍອດອ່ອນ ຫລື ກີບ​ດອກ​ຖ້າ​ພົບ​ໄຂ່​ໃນ​ປະ­ລິ­ມານ​ໄຂ່​ທີ່​ຫລາຍ​ຕ້ອງ​ສີດ​ຢາ​ພາຍ​ໃນ 1Œ2 ວັນສານ​ເຄ​ມີ​ທີ່​ໃຊ້​ເປັນ​ປະ­ເພດ​ທີ່​ຖືກແລ້ວ​ຕາຍ​ເຊັ່ນ: ແລນ​ເນດ ຫລື ສານ​ໄພ​ລີ​ທອຍ ແລະ ຫມັ່ນ​ເກັບ​ຫມາກ​ເລັ່ນ​ທີ່​ຖືກ​ບົ້ງ​ເຈາະ​ທຳ­ລາຍ​ອອກ​ຈາກ​ຫນານ​ນຳ​ມາ​ເຜົາ​ໄຟ​ເພາະ​ບົ້ງ​ທີ່­ຢູ່​ໃນ​ຫມາກ​ຈະ​ອອກ​ມາ​ທຳ­ລາຍ​ຫມາກ​ທີ່­ຢູ່​ໃນ​ຊໍ່ດຽວ​ກັນ​ໃຫ້​ເສຍ​ຫາຍ​ຫລາຍຂຶ້ນ. 

ການ​ເກັບ​ຫມາກ​ສົດ:
ເລີ່ມ​ເກັບ​ຜົນ​ຜະ­ລິດ​ໄດ້​ເມື່ອອາ­ຍຸ​ປະ­ມານ 55ວັນ​ຫລັງ​ຈາກ​ການ​ຍ້າຍ​ບົງ​ໂດຍ​ເກັບ​ຫມາກ​ທີ່​ເລີ່ມ​ປ່ຽນ​ສີ​ເພື່ອ​ຫລີກ­ເວັ້ນ ຫມາກ​ແຕກ ແລະ ສຸ​ເກີນ​ໄປ. 




ການ​ເກັບ​ເມັດ​ພັນ​ໄວ້​ປູກ​ຕໍ່ໄປ. 
ສາ­ມາດ​ເຮັດ​ໄດ້​ເມື່ອ​ພັນ​ທີ່​ປູກ​ບໍ່​ແມ່ນ​ພັນ​ລູກ​ປະ­ສົມການ​ເລືອກ​ເກັບ​ເມັດ​ພັນ​ຄວນ​ເລືອກ​ເກັບ​ຈາກ​ຫນານ​ທີ່​ປູກ​ໃນ​ລະ­ດູ ຫນາວ​ເທົ່າ​ນັ້ນ ແລະ ເລືອກ​ເກັບ​ຈາກ​ຕົ້ນ​ທີ່​ສົມ­ບູນ​ແຂງ­ແຮງ, ມີ​ລັກ­ສະ­ນະ​ຫມາກ​ຕາມ​ທີ່​ຕະ­ຫລາດ​ຕ້ອງ­ການ​ຈິ່ງ​ຈະ ໄດ້​ເມັດ​ທີ່​ສົມ­ບູນ, ແຂງ­ແຮງ, ມີ​ອັດ­ຕາ​ສ່ວນ​ໃນ​ການ​ແຕກ​ງອກ​ສູງ. ການ​ຜະ­ລິດ​ເມັດ​ພັນ​ສາ­ມາດ​ເຮັດ​ໄດ້​ງ່າຍ​ໂດຍ​ເກັບກ່ຽວ​ຫມາກ​ທີ່​ສຸກ​ແດງ​ຜ່າ​ກາງຫມາກ, ບີບ​ແກ່ນ​ອອກ,  ຫມັກປະ​ໄວ້​ໃນ​ພາ­ຊະ­ນະ​ພາ​ສ​ຕິກ 24-Œ36 ຊົ່ວ­ໂມງ (2Œ-3 ວັນ), ເອົາ​ໄປ​ລ້າງ​ນ້ຳ​ຫລາຍໆ​ຄັ້ງ, ເມັດ​ພັນ​ທີ່​ດີ​ຈະ​ຈົມ​ລົງ, ເມັດ​ພັນ​ທີ່​ບໍ່​ສົມ­ບູນ​ຈະ​ລອຍ​ຂຶ້ນເມື່ອ​ແກ່ນ​ສະ­ອາດ​ດີ​ແລ້ວ​ນຳ­ໄປ​ຕາກ­ແດດ 2-Œ3 ວັນ​ຈົນ​ແກ່ນ​ແຫ້ງ​ຈິ່ງ​ບັນຈຸ​ແກ່ນ​ເຂົ້າ​ໃນ​ຖົງ​ພາ​ສ​ຕິກ​ຫນາ ຫລື ໃນ​ກະ​ປ໋ອງ​ທີ່​ປິດ​ສະ​ນິດ​ແລ້ວ​ນຳໄປ​ເກັບ​ຮັກ­ສາ​ໄວ້​ໃນ​ບ່ອນ​ທີ່​ເຢັນ​ໂດຍ​ວິ­ທີ​ການ​ນີ້​ສາມາດ​ເກັບ​ແກ່ນ​ໄວ້​ຢ່າງ​ນ້ອຍ 2Œ-3 ປີ.







No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ