google-site-verification: google0d91bc93cfc88895.html ຫຍ້າ​ມູ​ລາໂຕ II - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, February 27, 2015

ຫຍ້າ​ມູ​ລາໂຕ II



​ຫຍ້າ​ມູ​ລາໂຕ II
ຫຍ້າ​ມູ​ລາ​ໂຕ II ເປັນຫຍ້າ​ອາ­ຫານ​ສັດ​ເຂດ​ຮ້ອນ​ພັນໃຫມ່​ທີ່​ມີ​ຄຸນ​ນະ​ພາບ​ດີ (ໂປຣ​ຕີນ 14%) ໃຫ້​ຜົນ​ຜະ­ລິດ​ສູງ ແລະ ເປັນ​ຫຍ້າ​ທີ່​ສາ­ມາດ​ປັບ​ຕົວ​ເຂົ້າກັບ​ສະ­ພາບ​ແວດ​ລ້ອມ​ໄດ້​ດີ.
ການ​ເລືອກ​ພື້ນ​ທີ່​ປູກ
 ຄວນເລືອກ​ທີ່​ສູງ​ບໍ່​ມີ​ນ້ຳ​ຖ້ວມ​ຂັງ, ດິນບໍ່​ເປັນ​ກົດ​ຈັດ ຫລື ດິນ​ເຄັມ.
ໄລ­ຍະ​ເວ­ລາ​ປູກ 
ໄລ­ຍະ​ເວ­ລາ​ປູກ​ທີ່​ເຫມາະ​ສົມ​ໃນ​ໄລ­ຍະ​ເດືອນພຶດ­ສະ­ພາ ຫາ ເດືອນ​ມິ­ຖຸ­ນາ.
ການ​ປູກ
ກຽມ​ພື້ນ​ທີ່​ໂດຍການ​ໄຖ​ດິນ​ຕາກ 3 ອາ­ທິດ ແລ້ວ​ໄຖ​ພວນ​ດິນ​ອີກ​ເພື່ອ​ກຳ­ຈັດວັດ​ສະ​ພືດ ຈາກ​ນັ້ນ 1 ອາ­ທິດຄາດ​ດິນ​ໃຫ້​ແຕກ​ມຸ່ນ ແລະ ຮາບພຽງ​ດີເພື່ອ​ເຫມາະໃນ​ການ​ຝັງ​ຕົວຂອງ​ເມັດ​ພັນ, ໃສ່​ປຸ໋ຍ​ສູດ 15-15-15 ໃນ​ອັດ­ຕາ 50 ກິ​ໂລ​ຕໍ່​ໄຮ່ (16.0002) ເປັນ​ປຸ໋ຍ​ຮອງ​ພື້ນ ຫລື ອາດ​ຈະ​ປະ­ສົມ​ກັບ​ຝຸ່ນ​ຄອກເພື່ອ​ເພີ່ມ​ອິນ​ຊີ​ວັດ­ຖຸ​ໃນ​ດິນ.
ຖ້າ​ປູກ​ເພື່ອ​ລ້ຽງ­ສັດ​ຢອດເມັດ​ຫລຸມ​ລະ 5-6 ເມັດ​ໄລ­ຍະຫ່າງ 70-70 ຊັງ​ຕີ​ແມັດ
ຖ້າ​ປູກ​ເພື່ອ​ເກັບ​ເມັດ​ພັນຢອດເມັດ​ຫລຸມ​ລະ 5-6 ເມັດ ໄລຍະ​ຫ່າງ 80 ຊັງ​ຕີ​ແມັດ​ິ່ ລະຫວ່າງ​ແຖວ 5-6 ເມັດ ໄລ­ຍະ ຫ່າງ100 ຊັງ​ຕີ​ແມັດ.
ການ​ກຳ­ຈັດ​ວັດ​ສະ​ພືດ
ກຳຈັດ​ວັດ​ສະ​ພືດ​ຫລັງ​ຈາກ​ປູກ​ຫຍ້າແລ້ວ 3–4 ອາ­ທິດ ແລະ ຄັ້ງ ຕໍ່ໆ​ໄປ​ຕາມ​ຄວາມ​ຈຳ­ເປັນ.
ການ​ນຳ​ໃຊ້​ປະ­ໂຫຍດ
ເລີ່ມຕັດ​ໃຫ້​ສັດ​ກິນ​ເທື່ອ​ທຳ​ອິດ​ເມື່ອຫຍ້າ​ມີ​ອາ­ຍຸ​ປະ­ມານ 45-50 ວັນ ຫລັງ​ຈາກ​ປູກ ແລະ ຕັດ​ເທື່ອຕໍ່​ໄປ​ທຸກໆ 35-40 ວັນ ໂດຍຕັດ​ສູງ​ຈາກ​ຫນ້າ­ດິນ​ປະ­ມານ 10-12 ຊັງ​ຕີ​ແມັດ ແລ້ວ​ໃສ່​ປຸ໋ຍ​ຢູ​ເຣຍ (46-0-0) ອັດ­ຕາ 10 ກິ​ໂລຕໍ່​ໄຮ່ ຫລັງ​ຈາກ​ການ​ຕັດ​ທຸກ​ຄັ້ງ ຖ້າ​ປູກ​ໃນ​ພື້ນ​ທີ່ທີ່​ອາ­ໄສ​ນ້ຳ​ຝົນຢ່າງ​ດຽວ​ຈະ​ໃຫ້​ຜົນ​ຜະ­ລິດ​ນ້ຳຫນັກ​ຫຍ້າ​ສົດ 6-8 ໂຕນ​ຕໍ່​ໄຮ່​ຕໍ່​ປີ.
ການ​ຕັດ​ປັບ​ສະ­ພາບ​ເພື່ອ​ເກັບເມັດ​ພັນ
ເພື່ອ​ເຮັດ​ໃຫ້​ຫຍ້າ​ອອກດອກ​ຢ່າງ​ສະ​ຫມ່ຳ​ສະ­ເຫມີ​ອາດຕັດ​ຫຍ້າ​ໃຫ້​ສັດ​ກິນ​ກ່ອນ 1 ຮອບກ່ອນ​ສິ້ນ​ເດືອນ​ກໍ­ລະ­ກົດ ເພາະຫຍ້າ​ຕ້ອງ­ການ​ໄລ­ຍະ​ເວ­ລາ​ໃນການ​ຈະ­ເລີນ​ເຕີບ​ໂຕ​ກ່ອນ​ອອກ ດອກ​ໃນ​ເດືອນ​ຕຸ­ລາ​ປະ­ມານ  106-124 ວັນ.

ການ​ເກັບ​ກ່ຽວ​ເມັດ​ພັນ
ເມື່ອຫຍ້າ​ອອກ­ດອກ​ຄວນ​ກະ­ກຽມການ​ເກັບ​ເມັດ​ໂດຍ​ໃຊ້​ເຊືອກຟາງ​ມັດ​ຊໍ່​ດອກ​ເຂົ້າ​ຫາ​ກັນ​ເພື່ອສະ­ດວກ​ໃນ​ການ​ເກັບ​ເມັດ​ຫຍ້າຈະ​ເລີ່ມ​ແກ່​ຫລັງ​ຈາກ​ອອກ­ດອກປະ­ມານ 22-29 ວັນ ໃນ​ໄລຍະ​ນີ້​ໃຫ້​ຫມັ່ນ​ສັງ­ເກດ ແລະ ເລີ່ມເກັບ​ເມັດ​ທັນ­ທີ​ເມື່ອ​ເມັດ​ແກ່​ໂດຍການ​ເຄາະ​ຮວງ​ຄື: ເຄາະ 1 ເທື່ອແລ້ວ​ເວັ້ນ 2 ມື້ ກັບ​ມາ​ເຄາະອີກ​ເລື້ອຍໆ​ໄປ​ຈົນ​ຫມົດ. ເມັດ​ພັນທີ່​ໄດ້​ໃຫ້​ນຳ­ໄປ​ຕາກ​ໃນ​ບ່ອນ​ຮົ່ມ2ວັັນເພື່ອ​ລົດ​ຄວາມ​ຊຸ່ມ​ແລ້ວນຳ​ອອກ​ມາ​ຕາກ­ແດດ​ອີກ1ວັນການ​ຕາກ​ເມັດ​ຄວນ​ເຂ່ຍ​ປີ້ນ​ກັບເມັດ​ເລື້ອຍໆ​ເພື່ອ​ໃຫ້​ເມັດ​ແຫ້ງຢ່າງ​ສະ​ຫມ່ຳ​ສະ­ເຫມີ ຫລັງ​ຈາກນັ້ນ​ທຳ​ຄວາມ​ສະ­ອາດ​ໂດຍ​ການ ໃຊ້​ກະ­ດົ້ງ​ຝັດ​ສິ່ງ​ເຈືອ​ປົນ​ອອກ​ໄປ. ຜົນ​ຜະ­ລິດ​ເມັດ​ຈະ​ໄດ້​ປະ­ມານ40ກິ​ໂລ​ຕໍ່​ໄຮ່ຂຶ້ນ​ຢູ່​ກັບ​ຄວາມ​ອຸ­ດົມ­ສົມ­ບູນ​ຂອງ​ດິນ, ການ​ໃສ່​ຝຸ່ນ ແລະ ການ​ບົວ­ລະ­ບັດ​ຮັກ­ສາ.
ການ​ເກັບ​ຮັກ­ສາ​ເມັດ​ພັນ
ຄວນ​ເກັບ​ເມັດ​ພັນ​ໄວ້​ໃນ​ຮົ່ມ ແລະ ແຫ້ງ​ເມັດ​ພັນ​ຈະ​ມີ​ໄລ­ຍະ​ການພັກ​ຕົວ​ຫລັງ​ຈາກ​ເກັບ​ກ່ຽວ​ປະມານ 4 ເດືອນ ຫມາຍ​ຄວາມ​ວ່າຖ້າ​ຈະ​ນຳ​ເມັດ​ພັນ​ດັ່ງ­ກ່າວ​ໄປ​ປູກຄວນ​ໃຫ້​ເມັດ​ພັນ​ໄດ້​ພັກ​ຕົວ​ຫລັງເກັບ​ກ່ຽວ 4 ເດືອນ ຈິ່ງ​ຈະ​ໄດ້​ຮັບຜົນ​ດີ.
 

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ