google-site-verification: google0d91bc93cfc88895.html ການ​ປູກ​ຊາ (ຫົວ​ນົກ​ເຄົ້າ) - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, November 25, 2014

ການ​ປູກ​ຊາ (ຫົວ​ນົກ​ເຄົ້າ)

ຊາ ຫລື ກັນ​ຊາ ມີ​ຊື່ ວິ​ທະ​ຍາ​ສາດ​ວ່າ Cannabis indica ເຊຶ່ງ​ເປັນ​ຊື່​ຂອງ​ພືດ​ລົ້ມ​ລຸກ​ສະ​ນິດ​ຫນຶ່ງ ໂດຍ​ທົ່ວ​ໄປ ຊາ​ຈະ​ມີ​ລຳ​ຕົ້ນ​ສູງ​ປະ​ມານ 2-5 ຊັງ​ຕີ​ແມັດ ມີ​ອາ​ຍຸ​ປະ​ມານ 6-10 ເດືອນ ຈື່ງ​ຈະ​ຂື້ນ​ຫົວ ເປັນ​ຫົວ​ນົກ​ເຄົ້າ, ເມື່ອ​ໃຫຍ່​ເຕັມ​ທີ່ ຕົ້ນ​ຊາ​ຈະ​ມີ​ກິ່ງ​ງ່າ​ແຈກ​ອອກ​ແຕ່ 5-9 ງ່າ
ໃບ​ຊາ ມີ​ລັກ​ສະ​ນະ​ເປັນ​ແຊກ ເລີ່ມ​ແຕ່ 4 -7 ແຊກ ເປັນ​ໃບ​ສີ​ຂຽວ​ແກ່ ມີ​ລິດ ບ່​ຮ້າຍ​ແຮງ ສ່ວນ​ທີ່​ມີ​ສານ​ກະ​ຕຸ້ນ​ແມ່ນ​ຢູ່​ສ່ວນ​ທີ່​ເອີ້ນ ກັນ​ວ່າ​ຫົວ​ນົກ​ເຄົ້າ ຈະ​ມີ​ສານ​ກະ​ຕຸ້ນ​ເຮັດ​ໃຫ້ ມີ​ອາ​ລົມ​ດີ​ຜິດ​ປົກ​ກະ​ຕິ ເຮັດ​ໃຫ້​ສະ​ຕິ​ຊ້າ​ລົງ​ກວ່າ​ປົກະ​ຕິ.










ວິ​ທີ​ການ​ກ້າ​ແກ່ນ​ຊາ:
  1.       ກຽມ​ຊາມ​ຫລື ຖາດ​ຢາງ ຫລື ກະ​ຕ່າ​ໄມ້ ຫລື ຂຸດ​ກິນ​ໃຫ້​ເປັນ​ຫນານ
  2.       ນຳ​ຊາຍ​ຫຍາບ​ລົງ​ໃນ ຖາດ​, ອື່ນໆ ຕາມ​ທີ່​ກຽມ​ໄວ້
  3.       ຫົດ​ນ້ຳ​ໃຫ້​ປຽກ
  4.       ຢາຍ​ແກ່ນ​ຊາ​ລົງ​ຫນ້າ​ດິນ​ຊາຍ ດ້ວຍ​ໄລ​ຍະ​ຫ່າງໆ
  5.       ຝັກ​ກາບ​ຫມາກ​ພ້າວ​ທີ່​ຜ່ານ​ການ​ຕົ້ມ ໃຫ້​ມຸ່ນ​ຕັດ​ເປັນ​ຕ່ອນໆ ແລະ ມຸ່ນ​ດີ ປົກ​ຫຸ້ມ​ແກ່ນ​ຫນາ​ປະ​ມານ 2-3 ຊັງ​ຕີ​ແມັດ
  6.        ຫົດ​ນ້ຳ​ໃຫ້​ຊຸ້ມ


  •           ໃຊ້​ຜ້າ​ຢາງ​ປົກ​ຫຸ້ມ​ໄວ້ 1 ວັນ 1 ຄືນ ຈຶ່ງ​ເປີດ​ຜ້າ​ອອກຕິດ​ຕາມ​ຫົດ​ນ້ຳ​ເຊົ້າ​ແລງ ປະ​ມານ 5-15 ວັນ ກໍ່​ຈະ​ເຫັນ​ຕົ້ນ​ອ່ອນ​ເກີດ​ຂື້ນ​ມາ
  •            ປະ​ໃຫ້​ຕົ້ນ​ອ່ອນ​ສູງ​ປະ​ມານ 3-5 ຊັງ​ຕີ ຈຶ່ງ​ຍາຍ​ໄປ​ໃສ່​ເບົ້າ
  •       ລ້ຽງ​ໄວ້​ທີ່​ເບົ້າ ປະ​ມານ 1-2 ອາ​ທິດ ກໍ່​ສາ​ມາດ​ນຳ​ລົງ​ໄປ​ປຼກ​ໃສ່​ດິນ​ໃດ
  •      ຂໍ້​ຄວນ​ລະ​ວັງ ໄລ​ຍະ​ກ້າ​ແກ່ນ ຫ້າມ​ບໍ່​ໃຫ້​ຖືກ​ແສງ​ແດດ ພາຍ​ຫລັງ​ເປັນ​ຕົ້ນ​ອ່ອນ​ຈື່ງ​ຍ້ານ​ມາ​ໄວ້​ບ່ອນ​ທີ່​ຖືກ​ແສງ​ແດດ​ໃນ​ຊ່ວງ​ແລງ






No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ