google-site-verification: google0d91bc93cfc88895.html ປູກດອກ​ໄມ້​ສ້າງ​ລາຍ​ຮັບ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, November 20, 2014

ປູກດອກ​ໄມ້​ສ້າງ​ລາຍ​ຮັບ

ນາງ ວິໄລພອນ ຄູນສົມບັດ ປະຊາຊົນບ້ານ ດົງຊຽງດີ

ເມືອງ ນາຊາຍທອງ ນະຄອນຫລວງວຽງຈັນ

ປູກດອກພຸດຂາຍ ສ້າງລາຍຮັບບໍ່ຕໍ່າກວ່າ ລ້ານ/ເດືອນ

ປູກດອກ​ໄມ້​ສ້າງ​ລາຍ​ຮັບ

              ດັ່ງຄອບຄົວຂອງນາງ ວິໄລພອນ ຄູນສົມບັດ ປະຊາຊົນຢູ່ບ້ານດົງຊຽງດີເມືອງນາຊາຍທອງ ທີ່ປູກດອກພຸດ ຂາຍມາໄດ້ 10 ປີແລ້ວ ສາມາດສ້າງລາຍຮັບໄດ້ 4 ລ້ານກີບ/ເດືອນ ເບື້ອງຕົ້ນກ່ອນຈະຫັນມາເຮັດ ສວນ ດອກ ໄມ້ລາວໄດ້ເຮັດສວນປູກພືດຜັກມາກ່ອນ ແຕ່ລາຍໄດ້ບໍ່ດີ ແລະ ການປູກກໍຍາກດັ່ງນັ້ນ ຈິ່ງຫັນມາປູກດອກໄມ້ຂາຍ ຊຶ່ງມີລາຍໄດ້ດີກ່ວາ ແລະ ການປູກກໍງ່າຍບວກກັບຄວາມຕ້ອງການ  ຈິ່ງເຮັດໃຫ້ ການ ຈຳໜ່າຍຄ່ອງດີ ແລະ ຂາຍ ໄດ້ຕະຫລອດປີ ຊຶ່ງລາວຈະເກັບຂາຍໃນທຸກໆວັນສິນ ສະເລ່ຍເດືອນ 1 ຂາຍໄດ້ 4 ຄັ້ງ ປະມານ 200-400 ກກ
ສ່ວນ ລາຄາໃນຍາມແລ້ງຈະແພງກວ່າຍາມຝົນ ຊຶ່ງຕໍ່າສຸດ 10.000 ກີບ/ກກ ແລະ ສູງສຸດ 50.000/ກກ ເຮັດ ໃຫ້ມີ ລາຍຮັບ ສະເລ່ຍເດືອນໜຶ່ງໆບໍ່ຫລຸດ4 ລ້ານກີບ ຈາກເນື້ອທີ່ສວນຂອງລາວພຽງ 2 ໄລ່ ໂດຍສ່ວນໃຫ່ຍຈະມີແມ່ຄ້າ ມາຮັບຊື້ຢູ່ກັບສວນ ນອກນັ້ນ ລາວກໍໄດ້ໄປສົ່ງໃຫ້ແກ່ແມ່ຄ້າຢູ່ຕະຫລາດທົ່ງຂັນຄຳ ແລະ ວັດສີເມືອງ ເພື່ອເຮັດໝາກ ເບັງຂາຍ.ໃນການປູກດອກພຸດນີ້ ລາວໄດ້ບອກໃຫ້ຮູ້ວ່າ ປູກງ່າຍກ່ວາດອກໄມ້ຊະນິດອື່ນແລະ ລົງທຶນບໍ່ຫລາຍ ເພາະ ວ່າດອກພຸດປູກຄັ້ງດຽວ ແຕ່ສາມາດເກັບດອກຂາຍໄດ້ອີກຫລາຍ 10 ປີ ແລະ ການບົວລະບັດຮັກສາກໍງ່າຍ ພຽງແຕ່ຫົດນໍ້າໃນຍາມແລ້ງເປັນປະຈຳ ດຸໝັ່ນເສຍຫຍ້າ ລະວັງແມງໄມ້ທຳລາຍດອກແລະ ໃສ່ຝຸ່ນຊີວະພາບ ພ້ອມ ດ້ວຍຝຸ່ນບຳລຸງດອກຕື່ມອີກ ກໍຈະເຮັດໃຫ້ດອກພຸດອອກດອກງອກງາມຕະຫລອດປີ. ຜ່ານການເຮັດສວນດອກ ໄມ້ ເປັນ ເວລາຫລາຍປີມານີ້ ເຈົ້າຂອງສວນບອກວ່າ ໄດ້ພາໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນຫລາຍ ເຮັດ ໃຫ້ມີເງິນທ້ອນເກັບຢ່າງເປັນກອບເປັນກຳສິ່ງສຳຄັນ ແມ່ນບໍ່ໄດ້ໄປຊອກວຽກເຮັດງານທຳຢູ່ຂ້າງນອກ ເຮັດໃຫ້ມີເວ ລາ ເບິ່ງແຍງຄອບຄົວຫລາຍກ່ວາເກົ່າ.ການປູກດອກໄມ້ຂາຍ ໂດຍສະເພາະ ດອກພຸດ ບໍ່ແມ່ນເລື່ອງທຳມະ ດາທີ່ຈະ ປູກເພື່ອຈະໃຫ້ແຕ່ຄວາມງາມເໝືອນຜ່ານມາອີກແລ້ວ ແຕ່ປັດຈຸບັນໄດ້ກາຍເປັນສິນຄ້າເສດຖະກິດທີ່ມີ ຕະຫລາດ ຄອຍ ຮອງຮັບຢ່າງກ້ວາງຂວາງດັ່ງນັ້ນ ຖ້າຫາກເຮັດຢ່າງຈິງຈັງ ແລະ ປູກໃຫ້ຫລາຍ ກາຍເປັນສິນຄ້າເຊື່ອແນ່ວ່າ ດອກໄມ້ຊະນິດນີ້ ຈະສ້າງເງິນສ້າງລາຍໄດ້ໃຫ້ກັບທ່ານເປັນຢ່າງດີ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ