google-site-verification: google0d91bc93cfc88895.html ລຳຕົ້ນ (stem) ລຳຕົ້ນພືດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, June 21, 2014

ລຳຕົ້ນ (stem) ລຳຕົ້ນພືດ



1. ລຳຕົ້ນ(stem)
        ​ແມ່ນ​ອະ​ໄວ​ຍະ​ວະ​ໜື່ງຂອງ​ພືດ​ເຊິ່ງ​ເປັນ​ສ່ວນ​ສຳຄັນ​ຂອງ​ພື​ດ ​ເປັນ​ບ່ອນ​ທີ່​ໃບ ​ແລະ ດອກ​ເກີດ​ຂື້ນ​ການຈະ​ເລີ​ນ​ເຕີບ​ໂຕ​ຂອງ​ລຳຕົ້ນ​ແມ່ນ​ມີ​ການ​ຂະຫຍາຍ​ໄປ​ທາງ​ທິດ​ກົງກັນຂ້າມ​ກັບ​ຮາກ​ລຳຕົ້ນ​ຈະ​ມີ​ຂະ ໜາດ​ຮູບ​ຮ່າງ ​ແລະ ລັກສະນະ​ຕ່າງ​ກັນ​ສ່ວນ​ຫຼາຍ​ປະກອບ​ດ້ວຍ​ແກນ​ກາງ​ທີ່​ມີ​ຮູບຊົງ​ກະບອກ, ມີ​ຂໍ້, ປ້ອງ ​ແລະ ຕາ​ເຊິ່ງ​ເປັນ​ທີ່​ເກີດ​ຂອງ​ກິ່ງ​ໃບ, ດອກ, ໝາກ​ນອກຈາກ​ນີ້​ຍັງ​ເປັນ​ຕົວ​ກາງ​ໃນ​ການ​ລຳລຽງ​ນ້ຳ ແລະ ​ແຮ່​ທາດ​ຕ່າງ​ຈາກ​ສ່ວນ​ຮາກ​ໄປ​ສູ່​ສ່ວນ​ຕ່າງ​ຂອງ​ພືດ

2. ລັກສະນະ​ຂອງ​ລຳຕົ້ນ
       ລຳຕົ້ນ​ປະກອບ​ດ້ວຍ​ຂໍ້(node), ​ເຊິ່ງ​ເປັນ​ບໍລິ​ເວນ​ທີ່​ຕາ(bud)​, ​ໃບ​ເກີດ​ຂື້ນ ແລະ ປ້ອງ(ບໍລິ​ເວນ​ລະຫວ່າງ​ຂໍ້ ແລະ ລຳຕົ້ນ), ຄວາມ​ຍາວ​ຂອງ​ປ້ອງ​ຈະ​ແຕກ​ຕ່າງ​ກັນ​ໄປ​ຂື້ນ​ກັບ​ຊະນິດ​ຂອງ​ພືດ​, ລຳຕົ້ນ​ຂອງ​ພືດ​ໃບ​ລ້ຽງ​ດ່ຽວ ​ແລະ ພືດ​ໃບ​ລ້ຽງ​ຄູ່​ທີ່​ເປັນ​ພືດ​ລົ້ມລຸກ​ຈະ​ເຫັນ​ຂໍ້ ແລະ ປ້ອງ​ຢ່າງ​ຈະ​​ແຈ້ງສ່ວນ​ລຳຕົ້ນ​ຂອງ​ພືດ​ໃບ​ລ້ຽງ​ຄູ່​ທີ່​ເປັນ​ໄມ້​ຟຸ່ມ ​ແລ​ະ​ໄມ້​ໃຫຍ່​ຈະ​ເຫັນ​ຂໍ້ ປ້ອງ​ບໍ່​ຈະ​ແຈ້ງ ຈະ​ເຫັນ​ແຈ້ງ​ແຕ່​ເມື່ອ​ເວລາ​ພືດ​ຍັງ​ນ້ອຍ
ນອກ​ນັ້ນລຳຕົ້ນ​ຍັງ​ປະກອບ​ມີ​ຕາ​ເຊ່ນ:

2.1 ຕາ​ທີ່​ແບ່ງ​ຕາມ​ເນື້ອ​ເຍື່ອ ຫຼື ແພ​ຈຸ​ລັງ​ໄດ້​ແກ່:
      •  ຕາ​ທີ່​ຂະຫຍາຍຕົວ​ໄປ​ເປັນ​ໃບ Leaf bud


      •  ຕາ​ທີ່​ຂະຫຍາຍ​ໄປ​ເປັນ​ດອກ Flower bud



      •  ຕາ​ທີ່​ຂະຫຍາຍ​ໄປ​ເປັນ​ທັງ​ໃບ ​ແລະ ດອກ mixed bud


2.2 ຕາ​ທີ່​ແບ່ງ​ໄປ​ຕາມ​ທີ່ຢູ່​ຂອງ​ການ​ເກີດ​ໄດ້​ແກ່:
•        ຕາຍ​ອດ(Apical or terminal bud): ​ເປັນຕາ​ທີ່ຢູ່ບໍລິເວນຍອດຂອງກີ່ງງ່າທີ່ຈະຈະເລີນ​ເຕີ​ບ​ໂຕໄປເປັນຍອດ​ພືດ​, ຕາຍອດ​ເປັນຕາ​ທີ່ແຂງ​ແຮງມີ​ການຈະ​ເລີ​ນ​ເຕີບ​ໂຕ​ຢ່າງ​ໄວວາ
•        ຕາ​ຂ້າງ(Axially or lateral bud): ​ເປັນຕາ​ທີ່​ຈະ​ເລີ​ນຢູ່​ລະຫວ່າງ​ກ້ານ​ໃບ​ກັບ​ກິ່ງ​ງ່າ​ໃນ​ການ​ຕິດຕາ​ແມ່ນ​ເພີ່ນ​ຈະ​ມັກ​ໃຊ້​ຕາ​ແບບ​ນີ້



•        ຕາ​ເສີມ(Accessory bud): ​ເປັນຕາ​ທີ່​ມີ​ຫຼານ​ກ່ວາ​ໜື່ງຕາ​ຂື້ນ​ໄປ​ມັນ​ຈະ​ຢູ່​ຮວມກັນ​ກັບ​ຕາ​ຂ້າງ​ມັນ​ຈະ​ຂະຫຍາຍ​ໄປ​ເປັນ​ກິ່ງ​ງ່າ ຫຼື ໃບ




•        ຕາ​ພິ​ເສດ(Adventitious bud): ​ເປັນຕາ​ທີ່​ເກີດ​ຂື້ນ​ບໍລິ​ເວນ​ອື່ນໆ​ທີ່​ບໍ່​ແມ່ນ​ບໍລິ​ເວນ​ຂໍ້ ຫຼື ປາຍ​ຍອດ​ບໍ່​ມີ​ຕຳ​ແນ່​ງທີ່​ແນ່​ນອນ​ມັນ​ອາດ​ເກີດ​ຂື້ນ​ບ່ອນ​ທີ່​ລຳຕົ້ນ​ໄດ້​ຮັບ​ອັນຕະລາຍ​ ຫຼື ຖືກ​ຕັດ


3. ຊະນິດ​ຂອງ​ລຳຕົ້ນ
        ລຳຕົ້ນ​ຂອງ​ພືດ​ສ່ວນ​ຫຼາຍ​ແລ້ວ​ແມ່ນ​ມີ​ການຈະ​ເລີ​ນ​ເຕີບ​ໂຕ​ຢູ່ເທິ່ງໜ້າດິນ​ແຕ່​ກໍ່​ມີ​ລຳຕົ້ນ​ພືດ​ບາງ​ຊະນິດ​ທີ່​ເກີດ​ຢູ່​ໃຕ້​ດິນ, ດັ່ງນັ້ນຈື່ງ​ມີ​ການ​ແບ່ງ​ຊະນິດ​ຂອງ​ລຳຕົ້ນ​ອອກ​ເປັນ 2 ຊະນິດ​ຄື:
    3.1 ລຳຕົ້ນ​ເທິງ​ໜ້າດິນ: ​ເພິ່ນ​ແບ່ງ​ອອກ​​ໄດ້​ຫຼາຍ​ປະ​ເພດ​​ເຊິ່ງຂື້ນ​ກັບ​ເກນ(ຫຼັກການ)ທີ່​ໃຊ້​ພິຈາລະນາ​ດັ່ງນີ້:
         3.1.1 ພິຈາລະນາ​ຈາກ​ໃບ​ລ້ຽງ​ແບ່ງ​ໄດ້:
                1. ລຳຕົ້ນ​ພວກ​ພືດບໍ່​ມີ​ໃບລ້ຽງ​ໄດ້​ແກ່​ຕົ້ນສົນ
                2. ລຳຕົ້ນ​ພືດ​ໃບ​ລ້ຽງ​ຄູ່​ໄດ້​ແກ່: ໝາກມ່ວງ, ຖົ່ວ
                3. ລຳຕົ້ນ​ພືດ​ໃບ​ລ້ຽງ​ດ່ຽວ​ໄດ​້ແກ່: ​ເຂົ້າ, ສາລີ

    3.1.2 ພິຈາລະນາ​ຈາກ​ໂຄງ​ສ້າງ​ພາຍ​ໃນ​ແບ່ງ​ໄດ້:
           1. ລຳຕົ້ນ​ມີ​ເນື້ອ​ໄມ້​ເຊັ່ນ: ຕົ້ນສົນ, ລຳຕົ້ນ​ພວກ​ຕົ້ນ​ໄມ້​ໃຫຍ່ ແລະ ລຳຕົ້ນ​ພວກ​ໄມ້​ຟຸ່ມ
           2. ລຳຕົ້ນ​ທີ່​ບໍ່​ມີ​ເນື້ອ​ໄມ້​ເຊັ່ນ: ລຳຕົ້ນ​ຂອງ​ພືດ​ລົ້ມລຸກ​ທົ່ວ​ໄປ
     3.1.3 ພິຈາລະນາ​ຈາກ​ຮູບ​ຮ່າງ ຫຼື ໂຄງ​ສ້າງພາຍ​ນອກ​ຂອງ​ພືດ​ແບ່ງ​ໄດ້:
           1. ລຳຕົ້ນ​ເປັນ​ຮູບ​ຈວຍ ​ເປັນ​ລຳຕົ້ນ​ໄມ້​ໃຫຍ່
           2. ລຳຕົ້ນ​ຮູບ​ຊີ​ແລງ​ເຊັ່ນ: ຕົ້ນ​ພ້າວ, ຕົ້ນ​ໝາກ, ຕົ້ນ​ຕານ, ຕົ້ນ​ປາມ ​ແລະ ອື່ນໆ
           3. ລຳຕົ້ນ​ໂຄ່ງ​ເຊັ່ນ: ​ໄມ້​ໄຜ່
           4. ລຳຕົ້ນ​ເປັນ​ເຄືອ​ເຊັ່ນ: ​ເຄືອ​ຫຍາ​ຍ, ຢາ​ນາງ, ​ເຄືອຫວາຍ​ດິນລຳຕົ້ນ​ເປັນ​ຫົວ​ເຊັ່ນ: ມັນຝຣັງ, ຜັກກາດ
    3.1.4 ພິຈາລະນາ​ຈາກ​ລັກສະນະ​ຂອງ​ລຳຕົ້ນ​ຂອງ​ພືດ​ແບ່ງ​ໄດ້
           1. ໄມ້​ຢືນ​ຕົ້ນ: ມີ​ລຳຕົ້ນ​ດ່ຽວ​ຂະໜາດ​ໃຫຍ່​ມີ​ການ​ແຕກ​ກິ່ງ​ງ່າ​ຈຳນວນ​ຫຼາຍປົກະຕິ​ຈະ​ມີ​ລຳຕົ້ນ​ສູງມີ​ເນື້ອ​ໄມ້​ແຂງ
           2. ໄມ້​ຟຸ່ມ: ລຳຕົ້ນມີເນື້ອໄມ້ທີ່ແຂງຄືກັບໄມ້ຢືນຕົ້ນແຕ່ຂະໜາດຈະນ້ອຍກ່ວາ ແລະ ຕ່ຳກ່ວາມີການ ແຕກກິ່ງງ່າໄກ້ກັບໜ້າດິນ ແລະ ມີ​ອາຍຸ​ຍືນ​ຄື​ກັບ​ໄມ້​ຢືນ​ຕົ້ນ
           3. ໄມ້​ລົ້ມລຸກ: ລຳຕົ້ນ​ບໍ່​ມີ​ເນື້ອ​ໄມ້ມີ​ອາຍຸ​ສັ້ນ, ​ເມື່ອ​ອອກດອກ​ຫ ​ແລະ ໝາກ​ແລ້ວ​ກໍ່​ຈະ​ຕາຍ ​ແລະ ​ເນົ່າ​ເປື່ອຍ​ໄປ​ແຕ່​ບາງ​ຊະນິດ​ທີ່​ມີ​ລຳຕົ້ນ​ໃຕ້​ດິນ​ເມື່ອ​ສ່ວນ​ທີ່ຢູ່​ເທິງ​ໜ້າດິນ​ຕາຍ​ໄປ​ສ່ວນ​ທີ່ຢູ່​ໃຕ້​ດິນ​ກໍ່ຈະ​ງອກ​ເປັນ​ສ່ວນ​ເທິງ​ໜ້າດິນ​ອີກ​ຕໍ່​ໄປ.
   3.1.5 ລຳຕົ້ນ​ທີ່​ປ່ຽນແປງ​ໄປ​ເພື່ອ​ເຮັດ​ໜ້າ​ທີ່​ພິ​ເສດ: ພືດ​ບາງ​ຊະນິດ​ຈະ​ມີ​ບາງ​ສ່ວນ​ຂອງ​ລຳຕົ້ນ ຫຼື ທັງ​ໝົດ​ຂອງ​ລຳຕົ້ນ​ທີ່​ປ່ຽນ​ແປງ​ໄປ​ເພື່ອ​ເຮັດ​ໜ້າ​ທີ່​ພິ​ເສດ​ຄື: ຂະຫຍາຍ​ພັນ, ຢຶດ​ເກາະ, ສັງ​ເຄາະ​ແສງ ​ແລະ ສະ​ສົມ​ອາຫານ​ເປັນຕົ້ນ.
3.2 ລຳຕົ້ນ​ໃຕ້​ດິນ: ລຳຕົ້ນ​ໃຕ້​ດິນ​ຂອງ​ພືດ​ບາງ​ຊະນິດ​ເຮັດ​ໜ້າ​ທີ່​ສະ​ສົມ​ອາຫານ, ຂະຫຍາຍ​ພັນ ລຳຕົ້ນ​ເຫຼົ່າ​ນີ້​ໄດ້​ແກ່:
      1. ແໜງ(rhizome) ຫຼື ເຫງົ້າ(root stock): ​ເປັນ​ລຳຕົ້ນ​ທີ່ຢູ່​ໃຕ້​ດິນ​ມີ​ຂໍ້, ມີ​ປ້ອງຕາມ​ຂໍ້​ມີ​ໃບ​ເກັດ​ທີ່​ມີຄຣໍ​ໂຣຟີ​ລ໌ ແລະ ມີ​ຮາກ​ອອກ​ມາທີ່​ໃບຈະ​ມີ​ຕາ​ເກີດ​ຢູ່​ຕານີ້ຈະ​ຂະຫຍາຍ​ໄປ​ເປັນ​ໜໍ່​ຂື້ນ​ໄປ​ເທິງ​ໜ້າດິນ​ເຊ່ນ: ຂີງ, ຂ່າ, ຂີ້​ໝິ້ນ​ເປັນຕົ້ນ​ສ່ວນ​ລຳຕົ້ນ​ທີ່​​ເປັນ​ເຫງົ້າ​ຈະຕັ້ງຊື່​ເຊັ່ນ: ກ້​ວຍ
      2. ແບບທູ​ເບີ່(Tuber): ​ເປັນ​ລຳຕົ້ນ​ໃຕ້​ດິນທີ່​ມີ​ລັກສະນະ​ເປັນ​ຫົວ​ເຮັດ​ໜ້າ​ທີ່​ສະ​ສົມ​ອາຫານ, ຈະ​ມີ​ຂໍ້ ແລະ ປ້ອງ​ແຕ່​ຈະ​ເຫັນ​ບໍ່​ຊັດ, ບໍ່​ມີ​ໃບ​ແຕ່​ມີ​ຕາ​ເຊັ່ນ: ມັນຝຣັງ, ຫຍ້າ​ແຫ້ວ​ໝູ, ມັນ​ມື​ເສືອ(ມັນ​ອ້ອນ), ມັນ​ກອຍ​ເປັນຕົ້ນ.
      3. ແບບ​ບັລບ(bulb): ​ເປັນ​ລຳຕົ້ນ​ໃຕ້​ດິນ​ທີ່​ບາງ​ຄັ້ງອາດ​ໂພ່​ຂື້ນ​ມາ​ໜ້າດິນ, ​ເປັນ​ລຳຕົ້ນ​ສັ້ນໆມີ​ໃບ​ເກັດ​ຢູ່​ຕາມ​ຂໍ້​ຊ້ອນ​ກັນ​ຫຼາຍໆ​ຊັ້ນມີ​ຕາ​ເກີດ​ຢູ່​ລະຫວ່າງ​ຫຼືບ ຫຼື ໃບ, ​ໃບ​ເກັດ​ນີ້​ມີໜ້າ​ທີ່​ສະ​ສົມ​ອາຫານ​ສ່ວນ​ລຳຕົ້ນ​ຈະ​ບໍ່​ມີ​ອາຫານ​ສະ​ສົມ​ຢູ່​ເຊັ່ນ: ຫອມ​ຫົວ​ໃຫຍ່, ຫອມ​ບົ່ວ, ກະທຽມ​ເປັນຕົ້ນ
      4. ແບບ​ຄອຣ໌ມ(corm): ​ເປັນ​ລຳຕົ້ນ​ໃຕ້​ດິນ​ທີ່​ຕັ້ງຊື່​, ຂໍ້​ປ້ອງ​ເບິ່ງ​ເຫັນ​ຈະ​ແຈ້ງ​ຕາມ​ຂໍ້​ມີ​ໃບ​ເກັດ​ມີ​ໜໍ່​ຂະຫຍາຍ​ຂື້ນໄປ​ໜ້າດິນ​ເຮັດ​ໜ້າ​ທີ່​ສະ​ສົມ​ອາຫານ​ເຊັ່ນ: ​ເຜຶອກ, ​ແຫ້ວ​ເປັນຕົ້ນ

4. ໂຄງ​ສ້າງ​ພາຍ​ໃນ​ຂອງ​ລຳຕົ້ນ
4.1 ໂຄງ​ສ້າງ​ຂອງ​ພືດ​ໃບ​ລ້ຽງ​ຄູ່: ປະກອບ​ດ້ວຍ​ເນື້ອ​ເຍື່ອ 4 ຊັ້ນຄື:
    1. ເອພີ​ເດີ​ມີ​ສ(Epidermis)​ເປັນ​ເນື້ອ​ເຍື່ອທີ່ຢູ່​ຂ້າງ​ນອກ​ສຸດຂອງ​ລຳຕົ້ນ
    2. ຄໍ​ເທັກ(Cortex) ຢູ່​ຖັດຈາກ​ຊັ້ນ​ເອພີ​ເດີ​ມີ​ສ​ເຂົ້າ​ໄປ
    3. ສະຕິ​ລ(stele) ເປັນ​ເນື້ອ​ເຍື່ອທີ່​ປະກອບ​ດ້ວຍ​ກຸ່ມ​ທໍ່​ລຳລຽງ ມີ​ການ​ລຽງ​ຕົວ​ເປັນ​ວົງມົນ​ອ້ອມ​ຮອບ​ລຳ ຕົ້ນ​ຢ່າງ​ເປັນ​ລະບຽບ
    4. ພີ​ທ(pith)​ເປັນ​ເນື້ອ​ເຍື່ອຊັ້ນ​ໃນ​ສຸດ​ຂອງ​ລຳຕົ້ນ​ມີ​ການ​ສະ​ສົມ​ອາຫານ​ໃນ​ພືດ​ບາງ​ຊະນິດ​ຈະ​ມີ​ສານ​ລິກນິນ​ສະ​ສົມ​ຢູ ເຮັດ​ໃຫ້​ຈຸ​ລັງ​ແຂງ​ຕົວແລ້ວຕາຍໄປທັ້ງທີ່ຕົ້ນໄມ້ຍັງມີຊີວິດຢູ່ຊື່ງເຮົາເອີ້ນວ່າແກນ

4.2 ໂຄງສ້າງຂອງພືດໃບລ້ຽງດ່ຽວ: ປະກອບດ້ວຍເນື້ອເຍື່ອ 3 ຊັ້ນມີການປະກອບສ້າງຄ້າຍຄືພືດໃບລ້ຽງ ຄູ່​ແຕ່​ຈະ​ຕ່າງ​ກັນ​ຢູ່​ຊັ້ນສຸດ​ທ້າຍຄື: ພືດ​ໃບ​ລ້ຽງ​ຄູ່​ຈະ​​ແມ່ນຊັ້ນພິທດ ສ່ວນ​ພືດ​ໃບ​ລ້ຽງ​ຄູ່​ຈະ​ແມ່ນ​ກຸ່ມ​ທໍ່​ລຳລຽງ​
          ວົງ​ປີ ຫຼື ວົງ​ເຕີບ​ໃຫຍ່:
​ແມ່ນ​ເກີ​ດຈາກ​ການຈະ​ເລີ​ນ​ເຕີບ​ໂຕ​ຂອງ​ໄຊ​ເລັມ​​ເຊິ່ງມີ​ອັດຕາ​ການ​ເຕິ​ບ​ໂຕ​ແຕກ​ຕ່າງ​ກັນ​ໃນ​ແຕ່ ລະ​ລະດູ​ເຊັ່ນ: ລະດູຝົນ​ພືດ​ຈະ​ດູດ​ນ້ຳ​ຫຼາຍ​ຈຶ່ງ​ເຮັດ​ໃຫ້​ມີ​ສີ​ຈາງ​ເນື່ອງ​ຈາກ​ຈຸ​ລັງ​ຈະ​ບາງ ​ແລະ ບໍ່​ແຂງ​ແຮງ, ລະດູ​ແລ້ງ​ນ້ຳ​ໃນ​ດິນ​ຈະ​ມີ​ໜ້ອຍ​ໃບ​ກໍ່​ຫຼົ່ນ​ຈື່ງ​ເຮັດ​ໃຫ້ການ​ສັງ​ເຄາະ​ແສງ​ໜ້ອຍ​ລົງ​ຈຸ​ລັງ​ຈະ​ຂາດ​ນ້ຳ​ເຈ້ຍ​ຫຸ້ມ​ຈຸ​ລັງ​ໜາ​ຈຶ່ງ​ເຮັດ​ໃຫ້​ຈຸ​ລັງ​ແຂງ​ແຮງ​ໄມ້​ສ່ວນ​ນີ້​ຈະ​ມີ​ສີ​ເຂັ້ມດັ່ງນັ້ນຕົ້ນ​ໄມ້​ທີ່​ເກີດ​ຄົບ 2 ລະດູ​ຈຶ່ງມີ​ໜຶ່ງ​ວົງ​ປີ


          ມອກ(Sapwood)
​ເປັນ​ເນື້ອ​ໄມ້​ສ່ວນ​ນອກ​ທີ່​ມີ​ສີ​ຈາງ​ກ່ວາ​ສ່ວນ​ໃນ​ມັນ​ເປັນ​ເນື້ອ​ໄມ້, ມີໜ້າ​ທີ່​ລຳລຽງ​ນ້ຳ ແລະ ​ແຮ່​ທາດ​ໄດ້​ດີ​ໃນ​ມອກ​ມີ​ສານ​ຕ່າງໆ​ສະ​ສົມ​​ໃນ​ເຈ້ຍ​ຫຸ້ມ​ຈຸ​ລັງ​ໜ້ອຍ ​ເນື້ອ​ໄມ້​ຈຶ່ງ​ມີ​ສີ​ຈາງ ​ແລະ ບໍ່​ແຂງ​ແຮງ​ເມື່ອ​
ຕົ້ນ​ໄມ້​ມີ​ອາຍຸ​ຫຼາຍ​ຂື້ນ​ມອກ​ກໍ່​ຄ່ອຍໆ​ກາຍ​ເປັນ​ແກນ ແລະ ສ່ວນ​ເນື່ອ​ໄມ້​ສ່ວນ​ນອກ​ກໍ່​ຈະ​ກາຍ​ເປັນ​ມອກ​ຕໍ່ໆ​ໄປ



          ​ແກນ(Heart wood)
​ເປັນ​ເນື້ອ​ໄມ້ ຫຼື ໄຊ​ເລັມ​ທີ່​ເກີດ​ກ່ອນ​ມີ​ການ​ສະ​ສົມ​ສານ​ຕ່າງໆ​ໃນ​ເຈ້ຍ​ຫຸ້ມ​ຈຸ​ລັງ​ເຊັ່ນ: ນ້ຳ​ຢາງ, ນ້ຳມັນ ກົດ​ອິນ​ຊີ ແທນ​ນິນ​ ​ເຣຊິນ ແລະ ອື່ນໆ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ສະນັ້ນຈື່ງ​ເກິ​ດການ​ອຸດ​ຕັນ​ຂອງ​ທໍ່​ລຳລຽງ​ເນື້ອ​ໄມ້​ຈື່ງ​ມີ​ສີ​ເຂັ້ມ​ແຂງ​ແຮງ​ມີ​ຄວາມ​ທົນ​ທານ​ຕໍ່​ການ​ກັດ​ເຈາະ​ຂອງ​ແມງ​ໄມ້




5. ໜ້າ​ທີ່​ຫຼັກ​ຂອງ​ລຳຕົ້ນ
ລຳຕົ້ນ​ມາ​ໜ້າ​ທີ່​ຫຼັກ​ຢູ່ 3 ຢ່າງ​ຄື:
      1.  ຊ່ວຍ​ຄ້ຳ​ຊູ​ກິ່ງ​ງ່າ, ​ໃບ, ດອກ, ໝາກ ​ແລະ ​ແກ່ນ​ເພື່ອ​ຊ່ວຍ​ໃຫ້​ໃບ​ໄດ້​ສຳຜັດ​ກັບ​ອາກາດ ​ແລະ ຮັບ​ແສງ​ແດດ​ໃຫ້​ຫຼາຍ​ທີ່​ສຸດ​ເພື່ອ​ການ​ສັງ​ເຄາະ​ແສງ, ຊ່ວຍ​ຊູດ​ອກ​ໃຫ້​ມີ​ການ​ຖ່ານ​ເທ​ລະອອງ​ເກສອນ​ໃຫ້​ໄດ້​ສະດວກ​ລວມ​ໄປ​ເຖິງ​ການ​ກະຈາຍ​ເມັດ​ພັນ​ໄປ​ໄດ້​ໄກ.
      2. ຊ່ວຍ​ລຳລຽງ​ນ້ຳ ເກືອ ​ແຮ່​ທາດທີ່​ໄດ້​ຈາກ​ການ​ດູດ​ຂອງ​ຮາກ​ສົ່ງ​ໄປ​ຫາ​ລຳຕົ້ນ ແລະ ​ໃບ​ເພື່ອ​ສ້າງ​ອາຫານ​ໂດຍ​ການ​ສັງ​ເຄາະ​ແສງ
      3. ສ້າງ​ເນື້ອ​ເຍື່ອ​ໃຫມ່​ຂື້ນ​ເພື່ອ​ໃຫ້​ລຳຕົ້ນ​ມີ​ຄວາມ​ໃຫຍ່ ແລະ ສູງ​ຂື້ນ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ