google-site-verification: google0d91bc93cfc88895.html ຮາກພືດ root - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, June 19, 2014

ຮາກພືດ root


ຄວາມໝາຍຂອງຮາກ
​ເປັນ​ສ່ວນໜຶ່ງຂອງ​ພືດ​ທີ່​ມີ​ທໍ່​ລຳລຽງ​ເກືອບໝົດ ຮາກ​ສ່ວນ​ໃຫຍ່​ຈະ​ຢູ່​ໃຕ້ດິນ​ແຕ່​ມີ​ຮາກ​ພືດ​ບາງ​ຊະ ນິດທີ່​ຂະຫຍາຍ​ຕົວ​ຢູ່​ເທິງໜ້າດິນ​ເຊັ່ນ: ຮາກ​ເກາະ, ຮາກ​ຫານ​ໃຈ, ຮາກ​ຄ້ຳ​ຊູ, ຮາກ​ສັງ​ເຄາະ​​ແສງ​ເປັນຕົ້ນ​ຮາກ​ອາດ​ມີ​ຮູບ​ຮ່າງລັກສະນະ​ແຕກ​ຕ່າງ​ກັນໄປ​ແລ້ວ​ແຕ່​ຊະນິດ​ທົ່ວໆ​ໄປ​ຈະ​ຄື​ກັນ​ເຊັ່ນ: ດູດ​ນ້ຳ ແລະ ​ແຮ່​ທາດ, ​ເປັນ​ທາງ​ລຳລຽງ​ນ້ຳ ແລະ ​ແຮ່​ທາດສົ່ງ​ຕໍ່​ໃຫ້​ທໍ່​ລຳລຽງ​ຂອງ​ລຳ​ຕົ້ນ ແລະ ຢຶດ​ເກາະ​ພື້ນ​ດິນ​ເພື່ອ​ຄ້ຳ​ຊູ​ລຳ​ຕົ້ນ

ລັກ​ສະນະ​ຂອງ​ຮາກ
ຮາກບໍ່​ມີ​ຂໍ້, ບໍ່​ມີ​ປ້ອງ ​ແລະ ບໍ່​ມີ​ຕາ​ຍົກ​ເວັ້ນພືດ​ບາງ​ຊະນິດ​ທີ່​ມີ​ຕາ​ເຊັ່ນ: ມັນ​ດ້າງ, ຮາກ​ຜັກ​ບົ້ງ ​ແລະ ຮາກ​ຂອງ​ຫຍ້າ​ບາງ​ຊະນິດ​ຊຶ່ງ​ຕາ​ເຫຼົ່ານີ້​ຈະ​ຊ່ວຍ​ໃນ​ການ​ຂະຫຍາຍ​ພັນ​.

ຊະນິດ​ຂອງ​ຮາກ
1 ຊະນິດ​ຂອງ​ຮາກ​ພິຈາລະນາ​ຈາກ​ລຳ​ຕົ້ນ​ແບ່ງ​ເປັນ 3 ຊະນິດ​ຄື:
1.1 ຮາກ​ແກ້ວ(tap root): ​ເປັນ​ຮາກ​ທຳ​ອິດ​ທີ່​ຈະ​ເລີນ​ເຕີບ​ໂຕ​ຈາກ radicle ຂອງ Embryo ຈະ​ມີ​ການ​ຂະຫຍາຍ​ຕົວ​ລົງ​ໄປ​ໃຕ້ດິນ​ບໍລິ​ເວນ​ກົກ​ຮາກ​ຈະ​ມີ​ຂະໜາດ​ໃຫຍ່ ແລະ ຮຽວ


1.2 ຮາກ​ຝອຍ lateral root: ​ເປັນ​ຮາກ​ທີ່​ຈະ​ເລີນອອກ​ມາ​ຈາກ​ຮາກ​ແກ້ວ ຫຼື ອອກ​ມາ​ຈາກ​ແໜງທີ່​ມີ​ການຈະ​ເລີນ​ເຕີບ​ໂຕ​ເຕັມທີ່, ຮາກຊະນິດ​ນີ້​ຈະ​ຂະຫຍາຍ​ຂະໜານ​ໄປ​ກັບ​ພື້ນ​ດິນ _ແລະ​ພ ​ແຜ່​ກະຈາຍ​ອ້ອມ​ຮ້ອບຂອງ​ລຳ​ຕົ້ນ.


1.3 ຮາກ​ແອດ​ເວນ​ທີ​ຊຽດ (Adventitious root): ​ເປັນ​ຮາກ​ທີ່​ເກີດ​ຈາກ​ສ່ວນ​ໃດ​ສ່ວນໜື່ງຂອງ​ລຳ​ຕົ້ນ​ພືດ​ເຊັ່ນ: ລຳ​ຕົ້ນ, ກິ່ງ​ງ່າ, ​ໃບ...​ເຊິ່ງມັນ​ບໍ່​ໄດ້​ເກີດ​ຈາກ radicle ຫຼື ຮາກ​ແກ້​ວ​ໂດຍ​ກົງ, ຮາກ​ຊະນິດ​ນີ້​ຈະ​ຂະຫຍາຍ​ຂະໜານກັບ​ພື້ນ​ດິນ​ຄື​ກັບ​ຮາກ​ຝອຍ.



3.2 ຊະນິດ​ຂອງ​ຮາກ​ພິຈາລະນາ​ຈາກໜ້າທີ່​ພິ​ເສດ
          ຮາກ​ຄ້ຳ​ຊູ(prop root): ​ເປັນ​ຮາກ​ທີ່​ງອກ​ອອກ​ມາ​ຈາກ​ຂໍ້​ຂອງລຳ​ຕົ້ນ​ແລ້ວ​ແທງ​ລົງ​ໄປ​ໃນ​ດິນ​ເພື່ອ​ຊ່ວຍ​ຄ້ຳ​ຊູ​ລຳ​ຕົ້ນ​ເຊັ່ນ: ຮາກ​ສາລີ, ຮາກ​ໄຮ, ຮາກ​ເຕີຍ...


          ຮາກ​ເກາະ(climbing root ) ເປັນ​ຮາກ​ທີ່​ງອກ​ອອກ​ມາ​ຈາກ​ຂໍ້​ຂອງລຳ​ຕົ້ນໃຊ້​ເກາະ​ກັບຫຼັກ, ຫີນ ຫຼື ຕົ້ນ​ພືດ​ເພື່ອ​ຊູ​ລຳ​ຕົ້ນ​ເຊັ່ນ: ຮາກ​ພູ, ພິກ​ໄທ, ກ້ວຍ​ໄມ້ ແລະ ​ເຄືອ​ຕ່າງໆ


          ຮາກ​ສັງ​ເຄາະ​ແສງ(photosynthesis root): ​ເປັນ​ຮາກ​ທີ່​ມີ​ສີ​ຂຽວ​ເພາະ​ມີ​ຄໍ​ໂຣຟີ​ນຈຶ່ງ​ສາມາດ​ເຮັດໜ້າທີ່​ສັງ​ເຄາະ​ແສງ​ໄດ້​ເຊັ່ນ: ຣາກກ້ວຍ​ໄມ້


          ຮາກ​ຫາຍ​ໃຈ(respiratory root): ​ເປັນ​ຮາກ​ທີ່​ເຮັດໜ້າທີ່​ໃນ​ການ​ຫາຍ​ໃຈ​ອາດ​ເປັນ​ຮາກ​ທີ່​ຢູ່​ໃຕ້ດິນ​ທີ່​ແຕກ​ແໜງ​ແລ້ວ​ພົ້ນ​ຂື້ນມາ​ເທິ່ງໜ້າດິນ ຫຼື ຮາກ​ທີ່​ເກີດ​ຢູ່​ໃຕ້ນ້ຳ​ເຊັ່ນ: ຜັກ​ປອດ, ຜັກ​ກະ​ເສດ, ຮາກ​ພືດ​ສ່ວນ​ທີ່​ຢູ່​ເທິງ​ທີ່​ມີ​ສີ​ຂຽວ​ຈະ​ມີ​ລັກສະນະ​ເປັນ​ນວມ​ສີ​ຂາວ​ສ່ວນ​ນີ້​ຈະ​ຊ່ວຍ​ໃນ​ການ​ຫາຍ​ໃຈ, ຊ່ວຍ​ດູດ​ອາຍ​ນ້ຳ​ໃນ​ອາກາດ ​ແລະ ​ເກັບ​ຄວາມ​ຊຸ່ມ​ອີກ​ດ້ວຍ


          ຮາ​ກກາ​ຝາກ(parasite root): ​ເປັນ​ຮາກ​ທີ່​ງອກ​ອອກ​ມາ​ຈາກ​ລຳ​ຕົ້ນ​ທີ່​ເລືອ​ໄປ​ຕາມ​ລຳ​ຕົ້ນ ຫຼື ກິ່ງ​ໄມ້​ອື່ນ ແລ້ວ​ງອກ​ຮາກ​ຝອຍ​ເສັ້ນນ້ອຍໆອອກ​ມາ​ເພື່ອ​ແທງ​ເຂົ້າ​ໄປ​ລຳ​ຕົ້ນ​ຈົນ​ເຖິງ​ທໍ່​ລຳລຽງ​ຂອງ​ພືດ​ຕົ້ນ​ອື່ນທີ່​ມັນ​ເກາະ​ຢູ່​ເພື່ອ​ດູດ​ນ້ຳ ແລະ ອາຫານ​ຈາກ​ພືດ​ທີ່​ມັນ​ເກາະ​ເຊັ່ນ: ​ເຂືອງ​ຄຳ



          ຮາກໜາມ(thorn root): ​ເປັນ​ຮາກ​ທີ່​ມີ​ເປືອກ​ແຂງ​ຄືໜາມງອກ​ມາ​ຈາກຮອບໆ​ກົກປາມບາງ​ຊະນິດ​ຮາກ​ນີ້​ຊ່ວຍ​ປ້ອງ​ກັນ​ໃຫ້​ແກ່​ກົກ​ຂອງ​ຕົ້ນ​ພືດ


          ຮາກ​ສະ​ສົມ​ອາຫານ(storage root): ຮາກ​ສະ​ສົມ​ອາຫານ​ມີ​ທັງ​ຮາກ​ແກ້ວ ​ແລະ ຮາກ​ຝອ​ຍ, ຮາກ​ສະ​ສົມ​ອາຫານ​ທີ່​ເປັນ​ຮາກ​ແກ້ວ​ໄດ້​ແກ່: ​ແຄຣອດ, ຫົວ​ຜັກ​ກາດ​ເປັນຕົ້ນ, ສ່ວນ​ຮາກ​ສະ​ສົມ​ອາຫານ​ທີ່​ເປັນ​ຮາກ​ຝອຍ​ໄດ້​ແກ່: ຫົວ​ມັນ​ດ້​າງ, ມັນ​ເພົາ, ມັນ​ຕົ້ນ, ຖົ່ວ​ພູ​ເປັນຕົ້ນ​ອາຫານ​ທີ່​ສະ​ສົມ​ໃນ​ຮາກ​ສ່ວນ​ໃຫຍ່​ຈະ​ແມ່ນ​ຄາ​ໂບຮາ​ຍ​ເດຣດ​ໂດຍ​ສະ​ເພາະ​ແມ່ນ​ທາດ​ແປ້ງ ​ແລະ ນ້ຳຕານ.


ຊະນິດ​ຂອງ​ຮາກ​ພິຈາລະນາ​ຈາກ​ຮາກ​ທີ່ປ່ຽນ​ແປງ​ໄປ​(modified root)
 ຮາກຄອນ​ແທຼກ​ໄທ​ລ໌(contractile root): ການ​ຢຶດລຳ​ຕົ້ນຂອງ​ຮາກ​ພືດ​ໂດຍ​ຮາກ​ກຽ່ວຂ້ອງ​ກັບ​ການ​ຫົດ​ຕົວ​ຂອງ​ຮາກ​ທີ່​ເກີດ​ການ​ດຶງ​ລຳ​ຕົ້ນ​ໃຫ້​ຕິດ​ກັບ​ດິນ​ ຫຼື ຈົມລົງໄປໃນດິນການຫົດຕົວຂອງຮາກນີ້ຈະ​ເກີດ​ຂື້ນບາງ​ຮາກ​ ​ແລະ ບາງ​ສ່ວນ​ຂອງ​ຮາ​ກ​ເທົ່າ​ນັ້ນຮາກ​ທີ່​ມີ​ບາງສ່ວນ​ນີ້​ເອີ້ນ​ວ່າ: ຮາກ​ຄອນ​ແທຼກ​ໄທ​ລ໌


 ຮາກ​ໄມ​ຄໍ​​ໄຣຊາ(mycorrhizal root): ​ເປັນ​ຮາກ​ຂອງ​ພືດ​ທີ່​ມີ​ເຊື້ອ​ລາ​ເກາະ​ຕິດ​ຢູ່ ແລະ ມີ​ຄວາມ​ສຳ​ພັນ​ກັນ​ໂດຍ​ເສັ້ນ​ໃຍ​ຂອງ​ຮາກ​ຈະ​ສອດ​ແຊກ​ເຂົ້າ​ໄປ​ໃນ​ຊ່ອງ​ວ່າງ​ລະຫວ່າງ​ຈຸ​ລັງພ້ອມກັນນັ້ນຮາກ​ດັ່ງ​ກ່າວ​ຍັງ​ຊ່ວຍ​ດູດ​ນ້ຳ, ​ແຮ່​ທາດ​ໃຫ້​ແກ່​ຮາກ​ພືດ​ການ​ຢູ່​ຮ່ວມ​ກັນ​ແບບ​ນີ້​ມີ​ປະ​ໂຫຍ​ດຢ່າງ​ຫຼວງຫຼາຍຕໍ່​ພືດ​ທີ່​ມີ​ຮາກ​ແບບ​ນີ້.



 ເບົ້າ​ຮາກ(root nodule): ​ເປັນ​ຮາກ​ທີ່​ມີ​ເບັດ​ທີ່​ເຣຍທີ່​ສາມາດ​ຈັບ ​ແລະ ດູດ​ໄນ​ໂຕຼ​ເຈນ​ຈາກ​ອາກາດ​ເຊິ່ງ​ເປັນ​ປະ​ໂຫຍ​ດຕໍ່​ການຈະ​ເລີນ​ເຕຣບ​ໂຕ​ຂອງ​ພືດ​, ບໍລິ​ເວນ​ທີ່​​ແບກ​ທີ​ເຣຍອາ​ໃສ​ຢູ່​ຈະ​ປັນ​ຕີ່​ງ(​ເບົ້າ)​ເຊັ່ນ: ​ແບກ​ທີ​ເຣຍ Rhizobium ທີ່​ມີ​ໃນ​ເບົ້າ​ຮ!ກຂອງ​ພືດ​ຕະກຸນ​ຖົ່ວ ​ແລະ actinomycets, ທີ່​ມີ​ໃນ​ເບົ້າ​ຮາກ​ຂອງ​ພືດ​ທີ່​ບໍ່​ແມ່ນ​ພືດ​ຕະກຸນ​ຖົ່ວ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ