google-site-verification: google0d91bc93cfc88895.html ດອກພືດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, June 19, 2014

ດອກພືດ

1. ຄວາມໝາຍຂອງດອກ

ດອກຄືກິ່ງທີ່ປ່ຽນແປງໄປເພື່ອເຮັດໜ້າທີ່ສຶບພັນແບບອາໃສເພດຊຶ່ງມີການຈະເລີນເຕີບໂຕກາຍເປັນໝາກ ແລະ ແກ່ນ, ດອກມີຫລາຍຂະໜາດມີສີສັນ ແລະ ຮູບຮ່າງແຕກຕ່າງກັນໄປ, ດອກແຕ່ລະດອກປະກອບສ້າງ ຂື້ນດ້ວຍກຸ່ມ​ຂອງ​ໃບ​ປ່ຽນ​ຮູບ​ທີ່​ເຮັດໜ້າທີ່​ພິ​ເສດ​ມີ​ການ​ລຽງ​ຕົວ​ແບບ​ມີ​ສູນ​ກາງ​ຮ່ວມ​ກັນ

2. ການ​ເກີ​ດ ​ແລະ ການຈະ​ເລິນ​ເຕີບ​ໂຕ​ຂອງ​ດອກ

ການ​ເກີດ​ດອກ​ຂອງ​ພືດ​ຕ້ອງ​ອາ​ໃສ​ຂະ​ບວນການ​ຕ່າງໆ​ທາງ​ດ້ານ​ສະ​ລິ​ລະວິ​ທະຍາ​ທີ່​ສະຫລັບ​ຊັບຊ້ອນ​ໂດຍ​ມີ​ປັດ​ໃຈ​ທາງ​ດ້ານ​ສະພາບ​ແວດ​ລ້ອມ​ພາຍ​ໃນ​ເຊັ່ນ: ອຸ​ນະ​ພູມ ​ແສງ ນ້ຳ ປະລິມານ​ທາດ​ອາຫານ​ໃນ​ພືດ ສານ​ເຄມີ ແລະ ສະພາບ​ພາຍ​ໃນ​ຂອງ​ພືດ​ເຊັ່ນ: ອາຍຸ ​ແລະ ຄວາມ​ພ້ອມ​ຂອງ​ພືດ, ລັກສະນະ​ທາງກຳມະ​ພັນ ແລະ ຮໍ​ໂມນ​ພາຍ​ໃນ​ພືດຈະ​ຊ່ວຍ​ໃນ​ການ​ເກີດ​ຕາດ​ອກຈົນ​ກາຍ​ເປັນ​ດອກ​ທີ່​ສົມບູນດອກ​ກຳ​ເນີ​ດມາ​ ຈາກ​ຕາດ​ອກ ຫລື ຕາ​ປະສົມ​ທີ່​ຢູ່​ບໍລິ​ເວນ​ປາຍ​ຍອດ ປາຍ​ກິ່ງ ຫລື ລຳ​ຕົ້ນ, ​ເຊິ່ງມີ​ການ​ຂະຫຍາຍ​ຕົວ ​ແລະ ພັດທະນາ​ໄປ​ເປັນ​ສ່ວນ​ຕ່າງ​ຂອງ​ດອກ, ພາກ​ສ່ວນກີບ​ລ້ຽງ​ຈະ​ເກີດ​ກ່ອນ​ສ່ວນ​ອື່ນໆ ແລະ ຕໍ່ດ້ວຍ​ກີບ​ດອກ​ເກສອນ​ຜູ້ ແລະ ​ເກສອນ​ແມ່ຕາມ​ລຳດັບ, ວິທີ​ສັງ​ເກດ​ເບິ່ງ​ວ່າ​ກິ່ງ​ນັ້ນສ້າງ​ດອກ​ຫລື​ບໍ່​ໃຫ້​ເບິ່ງ​ຈາກ​ການຈະ​ເລີນ​ເຕີບ​ໂຕ​ຂອງ​ຕາ​ຂ້າງຂອງ​ກິ່ງ​ທີ່​ສ້າງ​ຕາດ​ອກທີ່​ປາຍ​ກິ່ງ​ຕາ​ຂ້າງ​ຈະ​ມີ​ການຈະ​ເລີນ​ເຕີບ​ໂຕ​ເພີ່ມ​ຂື້ນ

3. ໂຄງ​ສ້າງ​ຂອງ​ດອກ​ The floral structure

3.1 ກີບ​ລ້ຽງ sepal 

ເປັນ​ສ່ວນ​ຂອງ​ດອກ​ທີ່​ຢູ່​ນອກ​ສຸດ​ຂະຫຍາຍ​ປ່ຽນ​ແປງ​ມາ​ຈາກ​ໃບສ່ວນ​ຫລາຍ​ມີ​ສີ​ຂຽວ​ມີໜ້າທີ່່ຫຸ້ມ​ຫໍ່ປ້ອງ​ກັນ​ສ່ວນ​ໃນ​ຂອງ​ດອກ​ທີ່​ກຳລັງ​ຈະ​ເລີນ​ເຕີບ​ໂຕນ​ອກນີ້​ຍັງ​ຊ່ວຍ​ໃນ​ການ​ສັງ​ເຄາະ​ແສງ ​ໃນ​ພືດ​ບາງ​ຊະນິດ​ກີບ​ລ້ຽງ​ອາດ​ມີ​ສີ​ຕ່າງໆ​ທີ່​ເຮັດໜ້າທີ່​ໃນ​ການ​ລໍ້​ແມ​ງ​ໄມ້​ໃນ​ການ​ປະສົມ​ເກສອນ


3.2 ກີບ​ດອກ petal

ປັນ​ສ່ວນຂອງ​ດອກ​ທີ່​ຢູ່​ຖັດຈາກ​ກີບ​ລ້ຽງ​ເຂົ້າ​ໄປ​ເຂົ້າ​ຂ້າງ​​​ໃນມີ​ກິ່ນ​ຫອມ, ມີ​ນ້ຳ​ຫວານ ແລະ ສີ​ຕ່າງໆ​ທີ່ສວຍ​ງາມ​ເຊິ່ງປະກອບ​ດ້ວຍ​ສານ​ແອນ​ໂທ​ໄຊ​ຍາ​ນິນ​ເຊິ່ງ​ເຮັດ​ໃຫ້​ດອກ​ມີ​ສີຕ່າງໆເຊັ່ນ: ສີມ່ວງ, ສີແດງ, ສີຟ້າ ຫລື ອາດມີສີແຄໂລທິນອຍ໌ carotenoid ທີ່ເຮັດໃຫ້ດອກມີສີເຫລືອງ ຫລື ສີແສດສຳລັບດອກສີ ຂາວ ຫລື ບໍ່ມີສີແມ່ນບໍ່ໄດ້ຮັບສານຈຳພວກນີ້.


3.3 ເກສອນຜູ້ stamen

ເປັນສ່ວນດອກທີ່ຢູ່ຖັດຈາກກີບດອກເຂົ້າໄປມີຄວາມຈຳເປັນສຳລັບການສຶບພັນເພດຜູ້ ເກສອນແຕ່ລະອັນຈະປະກອບດ້ວຍກ້ານເກສອນຕົວຜູ້, ຖົງລະອອງເກສອນ ແລະ ລະອອງເກສອນ, ໜ້າທີ່ສຳ ຄັນຂອງເກສອນຜູ້ແມ່ນສ້າງລະອອງເກສອນແຕ່ພືດບາງຊະນິດຈະສ້າງນ້ຳຫອມເພື່ອລໍ້ແມງໄມ້, ແຕ່ພືດບາງຊະ ນິດອາດຈະເປັນອາຫານໃຫ້ແມງໄມ້ໂດຍກົງ.


3.4 ເກສອນແມ່ Pistil or carpel 

ເປັນພາກສ່ວນທີ່ຢູ່ໃນສຸດມີໜ້າທີ່ໃນການສ້າງຈຸລັງສືບພັນແມ່ເກສອນແມ່ ແຕ່ລະຕົວຈະປະກອບດ້ວຍສ່ວນທີ່ສຳຄັນ 4 ສ່ວນຄື: ຮັງໄຂ່ ovary ກ້ານຊູເກສອນແມ່style ຍອດເກສອນແມ່ stigma ໄຂ່ Ovule ໃນດອກບາງຊະນິດອາດຈະບໍ່ມີກ້ານຊູເກສອນ


3.5 ຖານຮອງດອກ Receptacle 

ເປັນສ່ວນປາຍສຸດຂອງກ້ານດອກເພື່ອຮອງຮັບສ່ວນຕ່າງໆຂອງດອກທີ່ ແຕກຕ່າງກັນໄປຫລາຍແບບ 



3.6 ກ້ານ​ດອກ peduncle 

ເປັນສ່ວນ​ທີ່​ຕໍ່​ກັບ​ລຳ​ຕົ້ນ ຫລື ກິ່ງ​ງ່າ​ມີໜ້າທີ່​ໃນ​ການ​ຮອງ​ຮັບ​ທຸກໆ​ສ່ວນ​ຂອງ​ດອກ


4. ປະ​ເພດ​ຂອງ​ດອກ

​ເພີ່​ນຈຳ​ແນ​ກ​ປະ​ເພດ​ຂອງ​ດອກ​ໄດ້ 5 ຊະນິດ​ຄື:

4.1 ຈຳ​ແນ​ກຕາມ​ສ່ວນ​ປະກອບ​ຂອງ​ດອກ

1. ດອກ​ສົ​ມບູນ complete flower

ແມ່ນດອກ​ທີ່​ມີ​ສ່ວນ​ປະກອບ​ຄົບ 4 ຢ່າງ​ຄື: ກີບ​ລ້ຽງ, ກີບ​ດອກ, ​ເກສອນ​ຜູ້ ແລະ​ ​ເກສອນ​ແມ່​ເຊັ່ນ: ດອກ​ກຸຫລາບ, ໝາກ​ເຂືອ...


2. ດອກ​ບໍ່​ສົມບູນ Incomplete flower

ເປັນດອກ​ທີ່ມີ​ສ່ວນ​ປະກອບ​ບໍ່​ຄົບ​ໃນ 4 ສ່ວນອາດຂາດສ່ວນໃດສ່ວນໜຶ່ງ ຫລື ຫລາຍກ່ວາສ່ວນໜຶ່ງຕົວຢ່າງດອກຕຳນິນ, ດອກໝາກອຶ


4.2 ຈຳແນກຕາມລັກລະນະເພດ

1. ດອກສົມບູນເພດ perfect flower or bisexual flower

ແມ່ນດອກທີ່ມີຖົງເກສອນຜູ້ ແລະ ເກສອນແມໃນ ດອກດຽວ​ເຖິງ​ແມ້ນ​ວ່າ​ຊັ້ນອື່ນ​ຈະ​ຄົບ ຫລື ບໍ່​ຄົບ​ກໍ່ຕາມ​ເຊັ່ນ: ຖົ່ວ, ກຸຫລາບ...

2. ດອກບໍ່​ສົມບູນ​ເພດimperfect flower or bisexual flower 

ເປັນດອກ​ທີ່​ມີ​ສະ​ເພາະ​ເກສອນ​ຜູ້ ຫລື ເກ ສອນ​ແມ່​ເທົ່າ​ນັ້ນ, ຖ້າ​ມີເກສອນ​ຜູ້​ເອີ້ນ​ວ່າ: ດອກ​ຜູ້ staminate flower ຖ້າ​ມີ​ເກສອນ​ແມ່​ເອີ້ນ​ວ່າ: ດອກ​ແມ່ pistillate flower ເຊັ່ນ: ໝາກ​ເຂືອ, ໝາກ​ແຕງ, ໝາກບວບ

 3. ດອກ​ໝັນ Neutral or sterile flower 

ບໍ່​ມີດ​ອກທີ່​ມີ​ເກສອນ​ຜູ້ ແລະ ​ແມ່

4.3 ຈຳ​ແນ​ກຕາມ​ຈຳນວນ​ດອກ

1. ດອກ​ດ່ຽວ Solitary or Single flower 

ເປັນດອກ​ທີ່​ເກີດ​ເທິງ​ກ້ານ​ດອກ​ທີ່​ເກີດ​ເທິງ​ກ້ານຂອງ​ດ່ຽວ



2.ດອກ​ລວມ ຫລື ຊໍ່​ດອກ inflorescence flower
ເປັນ​ດອກ​ທີ່​ເກີດ​​ເປັນ​ກຸ່ມ​ຢູ່​ເທິງ​ກ້ານ​ດອກ​ໃຫຍ່​ອັນ​ດຽວ​ກັນ​ແຕ່​ປະກອບ​ດ້ວຍ​ຫລາຍ​ດອກ​ຍ່ອຍ floret ຫລາຍ​ດອກ​ແຕ່​ລະດອກ​ມີ​ກ້ານ​ດອກ​ຍ່ອຍ Pedicel


4.4 ຈຳ​ແນ​ກຕາມ​ຕຳ​ແໜ່​ງຂອງ​ຮັງ​ໄຂ່​ໃນ​ຖານ​ດອກ

1. ດອກ​ໄຮ​ໂພ​ຈີ​ນັສ hypogynous flower 

ເປັນ​ດອກ​ທີ່​ມີ​ຕຳ​ແໜ່​ງຂອງ​ຮັງ​ໄຂ່​ສູງ​ກວ່າ​ສ່ວນ​ອື່ນໆ ຫລື ສ່ວນ​ຂອງ​ຖານ​ດອກ​ສູງ​ຂື້ນ​ເຊັ່ນ: ດອກ​ໝາກ​ເຂ​ືອ, ໝາກເຜັດ, ຖົ່ວ, ໝາກຫຸ່ງ, ໝາກເລັ່ນ, ໝາກກ້ຽງ...
 2. ດອກເອພີຈີນັສ Epigenous flower 
ເປັນດອກທີ່ມີຕຳແໜ່ງຮັງໄຂ່ຢູ່ລຸ່ມສ່ວນອື່ນໆໂດຍທີ່ກີບລ້ຽງກີບດອກ ແລະ ເກສອນຜູ້ຕິດກັບຖານຮອງດອກບໍລິເວນສູງກວ່າຮັງໄຂ່ເພາະຖານຮອງດອກມີຂອບໂຄ້ງຂື້ນໄປຫຸ້ມຮັງໄຂ່ ເອົາໄວ້ຕົວ​ຢ່າງ​ດອກໝາກອຶ, ​ແຕງ​ກວາ, ສີດາ, ນ້ຳ​ເຕົ້າ,ບວບ ​ແລະ ໝາກຈຽງ


3. ດອກ​ເພີຣີຈີ​ນັສ Perigynous flower 

ເປັນ​ດອກ​ທີ່​ມີ​ຮັງ​ໄຂ່​ຢູ່​ສູງ​ກວ່າ​ສ່ວນ​ອື່ນຖານ​ຂອງ​ເກສອນ​ຜູ້​ກີບ​ລ້ຽງ ​ແລະ ກີບ​ດອກ​ຕິດ​ກັບ​ຖານ​ຮອງ​ດອກ​ບໍລິ​ເວນ​ອ້ອມ​ຮອບ​ກັນ​ເຊັ່ນ: ດອກ​ກຸຫລາບ
4.5 ຈຳ​ແນ​ກຕາມ​ລັກສະນະ​ສົມ​ມາດ​ຂອງ​ດອກ(ມາດສ່ວນ)

1.  ດອກ​ປົກະຕິ Radial flower Regular flower or Actinomorphic flower 

ເປັນ​ດອກ​ທີ່​ມີ​ການ​ຈັດ​ລຽງ ​ແລະ ອົງ​ປະກອບ​ຊັ້ນຕ່າງໆໄດ້​ສົມ​ມາດ(ສົມ​ສ່ວນ)ກັນ​ໃນ​ແນວ​ລັດສະໝີສາມາດ​ແບ່ງ​ອອກ​​ເປັນ 2 ສ່ວນ​ເທົ່າ​ກັນ ແລະ ຄື​ກັນໃນເວລາຜ່າຕາມລັດສະມີຂອງດອກຫລາຍໆລວງເຊັ່ນ: ດອກບົວ, ຈຳປີ, ດອກກຸຫລາບ...

2. ດອກຜິດປົກະຕິ Irregular flower or Zygomorphic flower 

ເປັນ​ດອກ​ທີ່​ມີ​ສ່ວນ​ປະກອບໜຶ່ງຊັ້ນ ຫລື ຫລາຍ​ຊັ້ນມີ​ຮູບ​ຮ່າງ ​ແລະ ຂະໜາດບໍ່​ເທົ່າ​ກັນ, ການ​ຈັກ​ລະບຽບ​ຂອງ​ດອກ​ບໍ່​ເປັນ​ລັດສະໝີ, ຖ້າ​ຜ່າ​ເປັນ 2 ສ່ວນ​ໃຫ້​ຄື​ກັນ ແລະ​ ເທົ່າ​ກັນສາມາດ​ຜ່າ​ໄດ້​ແຕ່​ລວງ​ດຽວ​ເຊັ່ນ: ດອກ​ກ້ວຍ​ໄມ້, ດອກ​ແຄ, ຖົ່ວ...

5. ການ​ສຶບພັນ​ຂອງພືດ​ດອກ​ມີ

ພືດ​ມີດ​ອກຈະສາມາດ​ສືບ​ພັນ​ໄດ້​ຕ້ອງ​ປະກອບ​ດ້ວຍການຈະ​ເລີນ​ເຕີບ​ໂຕ​ຂອງ​ລະອອງ​ເກສອນ ແລະ ​ໄຂ່​ແກ່​ເຕັມທີ່, ຈາກ​ນັ້ນຈຶ່ງ​ມີ​ການ​ຖ່າຍ​ລະອອງ​ເກສອນ Pollination ແລ້ວກໍ່​ເກີດ​ການ​ປະຕິສົນ​ທີ່​ຢູ່​ໃນ​ດອກ​ພືດ
ການ​ຖ່າຍ​ລະອອງ​ເກສອນໝາຍ​ເຖິງ​ລະອອງ​ເກສອນ​ຂອງ​ເກສອນຜູ້​ຈະ​ຕົກ​ເທິງ​ຍອດ​ເກສອນ​ແມ່​ຂອງ​ພືດ​ຊະນິດ​ດຽວ​ກັນ​ເຊິ່ງມັນ​ອາດ​ປິວ​ໄປ​ດ້ວຍ: ນ້ຳ, ລົມ, ​ແມງ​ໄມ້, ສັດ ​ແລ​ະ ຄົນ ເມື່ອ​ລະອອງ​ເກສອນຕົກ​ໃສ່​ຍອດ​ເກສອນ​ແມ່ມັນ​ຈະ​ຕິດ​ກັນໜຽວ​ແຫນ້ນ, ຂົນ​ທີ່​ເກາະລະ​ອອງ​ເກສອນ​ອັນໜຶ່ງມີ​ອກາດ​ງອກ ​ແລະ ສ້າງ​ສະ​ເປີຣ໌ມ​ເພື່ອ​ປະສົມ​ກັບ​ໄຂ່ 1ຈຸ​ລັງ​ຕໍ່ 1ລະອອງ​ເກສອນ​ເທົ່າ​ນັ້ນ.

ການ​ຖ່າ​ຍລະອອງ​ເກສອນ​ແມ່ນ​ເກີດ​ໄດ້ 2 ລັກ​ສະ​ນະຄື:

1. ການ​ປະສົມ​ແບບ​ທາງ​ກົງ: ​ເປັນ​ການ​ຖ່າຍ​ລະອອງ​ເກສອນ(ປະສົມ​ເກສອນ) ທີ່​ເກີດ​ຂື້ນ​ໃນ​ພືດ​ສາຍ​ດຽວ​ກັນ​ອາດ​ຈະ​ແມ່ນ​ໃນ​ດອກ​ດຽວ​ກັນ ຫລື ຕ່າງ​ດອກ​ແຕ່​ຢູ່​ໃນ​ຕົ້ນ​ດຽວ​ກັນ

1 comment:

  1. ຂອບໃຈບົດຂຽນທີ່ມີປະໂຫຍດ

    ReplyDelete

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ