google-site-verification: google0d91bc93cfc88895.html ລະດູການປູກອ້ອຍ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, June 13, 2014

ລະດູການປູກອ້ອຍ


          ການ​ເລືອກ​ເວລາ​ປູກ​ໃຫ້​ເໝາະ​ສົມ ນັບ​ວ່າ​ມີ​ຄວາມ​ສຳຄັນ​ຫລາຍ ​ເພາະ​ເວລາ​ປູກ​ມີ​ຜົນ​ເຖິງການ​ກຽມ​ດິນ, ການ​ບົວລະບັດ​ຮັກສາ, ຜົນ​ຜະລິດ ​ແລະ ​ເວລາ​ຕັດອ້ອຍ​ອີກ​ດ້ວຍ.
ປັດ​ໃຈ​ສຳຄັນ​ທີ່​ຄວບ​ຄຸມ​ເວລາ​ປູກ​ ໃນບໍລິ​ເວນ​ທີ່​ບໍ່ມີ​ນ້ຳ​ຊົນລະປະທານ​ຄື: ການ​ອາ​ໄສນ້ຳ​ຝົນ, ບໍລິ​ເວນ​ທີ່​ມີ​ນ້ຳ​ຊົນລະປະທານ​ ອາດ​ຈະ​ປູກ​​ໄດ້​ເກ​ືອບຕະຫລອດ​ປີ ຍົກ​ເວັ້ນ​ໃນ​ຊ່ວງ​ທີ່​ມີ​ຝົນຕົກ​ໜັກ​ເກີນ​ໄປ​ຄື: ປະມານ​ເດືອນ​ກັນຍາ​ຫາ​ເດືອນ​ຕຸລາ​ເທົ່າ​ນັ້ນ. ​ແນວ​ໃດ​ກໍ່ຕາມ​ ການ​ປູກ​ອ້ອຍ​ໃນ​ປະ​ເທ​ດເຮົາ ​ແມ່ນ​ອາ​ໄສ​ນ້ຳ​ຝົນປະມານ 80%. ດັ່ງນັ້ນ​ເວລາ​ປູກ​ຈຶ່ງ​ຂຶ້ນຢູ່​ກັບ​ຝົນ​ເປັນກົດ​ເກນ ​ເຊິ່ງ​ໃນ ປະຈຸບັນ ​ເພິ່ນສາມາດ​ແບ່ງ​ລະດູ​ການປູກ​ອ້ອຍ​ເປັນ 2 ລະດູ​ຄື:
2.1.       ການ​ປູກ​ອ້ອຍ​ຕົ້ນ​ລະດູຝົນ:
ຂຶ້ນຢູ່​ກັບ​ຝົນ​ຟ້າ​ຕົກ ​ໂດຍ​ທົ່ວ​ໄປ​ຈະ​ປູກ​ປະມານ ​ເດືອນ​ເມສາ​ ຫາ​ທ້າຍ​ເດືອນ​ມີ​ຖຸນາ ຖ້າ​ປູກ​ຊ້າ​ກ່ວານີ້ ຈະ​ເຮັດ​ໃຫ້​ອ້ອຍ​ແກ່​ບໍ່ທັນ​ເກັບ​ກ່ຽວ​ໃນ​ລະດູ​ຕໍ່ມາ.  ຄວາມ​ຈິງ​ການ​ປູກ​ອ້ອຍ​ຕົ້ນ​ລະດູ ຝົນ​ມີ​ບັນຫາ​ຫລາຍ​ຢ່າງ, ນັບ​ຕັ້ງ​ແຕ່​ການ​ກຽມ​ດິນ, ການກຳຈັດ​ວັດ​ຊະ​ພືດ ທັງ​ນີ້​ເພາະ​ມີ​ນ້ຳ​ອຸ​ດົມ ສົມ​ບູນ ​ເມື່ອ​ປູກ​ອ້ອຍ​ຈົນ​ກ່ວາ​ອ້ອຍ​ຈະ​ຂະຫຍາຍ​ຕົວ​ໃຫຍ່ຄຸມດິນ​ ກໍ່ກິນ​ເວລາ​ເປັນ​ເດືອນ, ​ເພາະ​ອ້ອຍ​ຂະຫຍາຍຕົວ​ຊ້າ ​ໃນ​ຊ່ວງ 1 - 2 ​ເດືອນ​ທຳ​ອິດ ​ເວລາ​ດັ່ງ​ກ່າວ​ດົນ​ພໍ​ທີ່​ຈະ​ເຮັດ​ໃຫ້​ວັດ​ຊະ​ພືດ  ເຕີບໂຕ​ຂຶ້ນຫລາຍ ​ເຮັດ​ໃຫ້​ຕ້ອງ​ເສຍ​ເວ​ລາ ​​ແລະ ຄ່າ​ໃຊ້​ຈ່າຍ​ຕື່ມອີກ.
2.2. ການ​ປູກອ້ອຍ​ທ້າຍ​ລະດູຝົນ ຫລື ປູກ​ຂ້າມ​ແລ້ງ:
​ແມ່ນ​ປູກ​ຫລັງ​ຈາກ​ໝົດ​ຝົນ​ແລ້ວ​ ໃນຊ່ວງເວລາ​ຕັ້ງ​ແຕ່ ​ເດືອນຕຸລາ​ ຫາ​ເດືອນ​ມັງກອນ ​ເວ ລາ​ປູກ​​ໃນ​ຊ່ວງ​ນີ້​ໃຫ້​ແນ່​ໃຈ​ວ່າຝົນ​ໝົດ​ແທ້ໆບໍ່, ຖ້າ​ປູກ​ແລ້ວ​ຝົນຕົກ​ລົງ​ມາ​ຈະ​​ເກີ​ດບັນຫາ​ຫລາຍ​ ທັງດ້ານວັດ​ຊະ​ພືດ ​ແລະ ດິນ​ທີ່​ປົກ​ໜາ​ ອ້ອຍ​ຈະ​ເກີດ​ບໍ່ງາມ ຖ້າ​ຝົນຕົກ​​ຈະ​ຕ້ອງ​ມີ​ການ​ພວນ​ດິນ ເພື່ອ​ເອົາ​ດິນ​ອອກ​ຈາກ​​ເຫົ້ງາ​ອ້ອຍ, ​ເຊິ່ງ​ເປັນ​ການ​ເຮັດ​ໃຫ້​ດິນ​ຜຸ​ຜຸ່ຍ ​ແລະ ​ກໍ່​ເປັນ​ບັນຫາ​ໜຶ່ງ​ ທີ່ຈະ​ຊ່ວຍ​ໃຫ້​ອ້ອຍ​​ໜໍ່ພົ້ນອອກ​ຈາກ​ດິນ​ໄດ້​ໄວ​ຂຶ້ນ.
            ທັງ​ສອງ​ລະດູ​ນີ້ ການ​ປູກ​ທ້າຍ​ລະດູຝົນ​ ຫລື ຂ້າມ​ແລ້ງ ​ໄດ້ຜົນ​ດີ​ກ່ວາ​ການ​ປູກ​ຕົ້ນ​ລະດູຝົນ
 ນັບທັງ​ດ້ານ​ຜົນ​ຜະລິດ ​ແລະ ຄຸນ​ນະພາ​ບຂອງ​ອ້ອຍ ທີ່​ສຳຄັນ​ຄື: ​ເສຍຄ່າ​ໃຊ້​ຈ່າຍ​ໃນ​ການ​ປູກ ແລະ ການດູ​ແລ​ຮັກສາ, ການ​ກຳຈັດ​ວັດ​ຊະ​ພືດໜ້ອຍ​ກ່ວາ ​ແລະ ​ໄດ້​ກຳ​ໄລ​ຫລາຍ​ກ່ວາ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ