google-site-verification: google0d91bc93cfc88895.html ພະທາດຫລວງວຽງຈັນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, November 29, 2013

ພະທາດຫລວງວຽງຈັນ

ພະທາດຫລວງວຽງຈັນ, ທາດຫລວງ

ພະທາດຫລວງວຽງຈັນ, ທາດຫລວງ


ພຣະ​ທາດ­ຫຼວງ ແມ່ນ​ປູ­ຊະ­ນີ­ຍະ­ສະ­ຖານ​ຂອງ​ຊາດ​ລາວ​ເຮົາ ເຊິ່ງ​ພວກ​ເຮົາ​ໄດ້​ຮັບ​ມໍ­ລະ­ດົກ​ຕົກ​ທອດ​ມາ​ຈາກ​ບັນ​ພະ​ບູ​ລຸດ ນັບ​ວ່າ​ເປັນ​ມໍ­ລະ­ດົກ​ອັນ​ລ້ຳ​ຄ່າ​ທີ່​ພວກ​ເຮົາ​ຮັກ ແລະ ຫວງ​ແຫນ​ທີ່​ສຸດ ພຣະ​ທາດ­ຫຼວງ ເປັນ​ສັນ­ຍາ​ລັກ​ອີກ​ອັນ​ໜຶ່ງ​ທີ່​ຊີ້​ບອກ​ວ່າ: ປະ­ຊາ­ຊົນ​ລາວ​ສ່ວນ​ຫຼາຍ ນັບ­ຖື​ພຣະ​ພຸດ​ທະ​ສາດ­ສະ­ໜາ ດັ່ງ​ທີ່​ພວກ​ເຮົາ​ຈະ​ສັງ­ເກດ​ເຫັນ​ໄດ້​ວ່າ ໃນ​ເທດ­ສະ­ການ​ບຸນ​ພຣະ​ທາດ­ຫຼວງ​ວຽງ​ຈັນ ແຕ່​ລະ​ປີ​ແມ່ນ​ໄດ້​ຈັດ​ຢ່າງ​ຍິ່ງ​ໃຫຍ່ ແລະ ຖື​ເປັນ​ງານ​ບຸນ​ສຳ­ຄັນ​ຂອງ​ຊາດ ປະ­ຊາ­ຊົນ​ລາວ ນັບ​ແຕ່​ເໜືອ​ຮອດ​ໃຕ້ ໄດ້​ເຂົ້າ​ມາ​ຮ່ວມ​ໃນ​ບຸນ​ດັ່ງ­ກ່າວ​ຢ່າງ​ຫຼວງ­ຫຼາຍ ພຣະ​ທາດ­ຫຼວງ​ວຽງ​ຈັນ ເປັນ​ມິ່ງ­ຂວັນ​ຂອງ​ຊາດ ຂອງ​ປະ­ຊາ­ຊົນ​ລາວ ເຊິ່ງ​ປະ­ຊາ­ຊົນ​ລາວ​ທັງ​ຊາດ​ເຄົາ­ລົບ ແລະ ສັກ­ກາ­ລະ​ບູ­ຊາ.
ຜູ້​ຂຽນ​ຈະ​ບໍ່​ກ່າວ​ເຖິງ​ປະ­ຫວັດ​ຄວາມ​ເປັນ​ມາ ວ່າ​ໃຜ​ເປັນ​ຜູ້​ສ້າງ ສ້າງ​ເມື່ອ​ໃດ​ແນວ­ໃດ ? ເພາະ​ຄິດ​ວ່າ​ຫຼາຍ​ທ່ານ​ຄົງ​ຈະ​ໄດ້​ຍິນ​ໄດ້​ຟັງ​ມາ​ຫຼາຍ​ແລ້ວ ຫຼື ທ່ານ​ໃດ​ທີ່​ຍັງ​ບໍ່​ໄດ້​ອ່ານ​ປະ­ຫວັດ​ຄວາມ​ເປັນ​ມາ​ຂອງ​ພຣະ​ທາດ­ຫຼວງ ກໍ​ສາ­ມາດ​ຊອກ​ຫາ​ມາ​ອ່ານ​ໄດ້ ແຕ່​ໃນ​ທີ່​ນີ້ ເພື່ອ​ໃຫ້​ພວກ​ເຮົາ​ໄດ້​ຮູ້ ແລະ ເຂົ້າ­ໃຈ​ກ່ຽວ​ກັບ​ເນື້ອ​ໃນ​ສຳ­ຄັນ​ອັນ ເປັນ​ປິດ­ສະ­ໜາ​ສ່ວນ​ໜຶ່ງ​ທີ່­ຢູ່​ໃນ​ພຣະ​ທາດ­ຫຼວງ​ນັ້ນ ຜູ້​ຂຽນ​ຂໍ​ຖອດ​ລະ­ຫັດ​ຕາມ​ຄວາມ​ໝາຍ​ທີ່​ເປັນ​ມາ​ດັ່ງ​ຕໍ່​ໄປ​ນີ້:
ພຣະ​ທາດ­ຫຼວງ ມີ​ທາດ​ນ້ອຍ​ອ້ອມ​ພຣະ​ທາດ​ໃຫຍ່ 30 ລູກ ເອີ້ນ​ຊື່​ຕາມ​ພາ­ສາ​ບາ​ລີ​ວ່າ: ສະ​ມາ​ຕິງ​ສະ​ປາ​ຣະ​ມີ ແລະ ໃນ​ນັ້ນ​ຈາ­ລຶກ​ພຣະ​ທຳ​ໄວ້​ວ່າ: ເຍ​ທັມ­ມາ​ເຫ​ຕຸ​ປັບ​ພະ­ວາ ເຕ​ສັງ​ເຫ​ຕຸງ​ຕະ​ຖາ​ຄະ​ໂຕ ເຕ​ສັນ​ຈະ​ໂຍ ນິ​ໂຣ​ໂທ ຈະ​ເອວັງ ວາ​ທິ​ມະ­ຫາ​ສະ​ມະ­ໂນ ໃນ​ທີ່​ນີ້​ສາ­ມາດ​ຖອດ​ລະ­ຫັດ​ໄດ້​ສອງ​ປະ­ເດັນ​ຄື:
1. ພຣະ​ທາດ​ນ້ອຍ 30ລູກ ໝາຍ​ເຖິງ​ຫຍັງ ? ແລະ ເປັນ​ຫຍັງ​ຈຶ່ງ​ຕ້ອງ​ມີ 30ລູກ.
2. ຄຳ​ວ່າ: ເຍ​ທັມ­ມາ​ເຫ ຕຸ​ປັບ​ພະ­ວາ ເຕ​ສັງ ເຫ​ຕຸງ ຕະ​ຖາ ຄະ​ໂຕ ເຕ​ສັນ ຈະ​ໂຍ ນິ​ໂຣ​ໂທ ຈະ​ເອວັງ ວາ​ທິ ມະ­ຫາ​ສະ​ມະ­ໂນມີ​ຄວາມ​ໝາ­ຍວ່າ​ແນວ­ໃດ ? ຄຳ​ເວົ້າ​ດັ່ງ­ກ່າວ​ນີ້​ມາ​ແຕ່​ໃສ ? ໃຜ​ເປັນ​ຄົນ​ກ່າວ ?.
ຕໍ່​ກັບ​ປະ­ເດັນ​ທີ​ໜຶ່ງ ພຣະ​ທາດ​ນ້ອຍ 30 ລູກ ໝາຍ​ເຖິງ​ປາ​ຣະ​ມີ 30 ປະ­ການ ຂໍ​ອະ­ທິ­ບາຍ​ໃຫ້​ເຂົ້າ­ໃຈ​ວ່າ: ກ່ອນ​ອື່ນ​ຕ້ອງ​ຮູ້­ຈັກ​ຄຳ​ວ່າ ປາ​ຣະ​ມີແມ່ນ​ຫຍັງ ? ຄຳ​ວ່າ ປາ​ຣະ​ມີ ແມ່ນ​ຄຸນ​ນະ​ທຳ​ທີ່​ເປັນ​ຂໍ້​ປະ­ຕິ­ບັດ ມີ 10 ປະ­ການ ດັ່ງ­ນີ້:
1. ທາ­ນະ ໝາຍ​ເຖິງ​ການ​ໃຫ້ ຫຼື ການ​ເສຍ­ສະ­ຫຼະ ໄດ້­ແກ່​ການ​ເສຍ­ສະ­ຫຼະ​ຊັບ​ສິ່ງ​ຂອງ​ທີ່​ຕົນ​ມີ ແຈກ​ແບ່ງ​ໃຫ້​ກັບ​ຜູ້​ອື່ນ​ດ້ວຍ​ຄວາມ​ຈິງ​ໃຈ ໃຫ້​ໃນ​ທີ່​ນີ້​ຈະ​ໃຫ້​ແກ່​ໃຜ​ຄົນ​ໃດ ກໍ​ມີ​ຄວາມ​ໝາ­ຍວ່າ ການ​ໃຫ້ ຫຼື ການ​ເສຍ­ສະ­ຫຼະ​ທັງ​ນັ້ນ ຂໍ​ພຽງ​ແຕ່​ເຮົາ​ໃຫ້​ດ້ວຍ​ຫົວ­ໃຈ​ຂອງ​ຄວາມ​ຢາກ​ໃຫ້​ແທ້ໆ​ເຊັ່ນ: ໃນ​ໄລ­ຍະ​ທີ່​ຜ່ານ​ມາ ພວກ​ເຮົາ​ໄດ້​ຊ່ວຍ​ກັນ​ບໍ­ລິ­ຈາກ​ຊັບ​ສິ່ງ​ຂອງ​ຕ່າງໆ ໃຫ້​ແກ່​ຜູ້​ປະ­ສົບ​ໄພ​ນ້ຳ​ຖ້ວມ ດ້ວຍ​ຄວາມ​ຈິງ​ໃຈ ໂດຍ​ບໍ່​ຫວັງ​ສິ່ງ​ໃດ​ຕອບ​ແທນ​ນີ້​ກໍ​ເອີ້ນ​ວ່າ­ການ​ໃຫ້.
2. ສິ​ລ ໝາຍ​ເຖິງ​ການ​ຮັກ­ສາ​ກາຍ ວາ­ຈາ ໃຈ ໃຫ້​ເປັນ​ປົກ­ກະ­ຕິ ຄຳ​ວ່າ ປົກ­ກະ­ຕິ ມີ​ຄວາມ​ໝາຍ​ໃນ​ທາງ​ປະ­ຕິ­ບັດ​ຄື: ການ​ປະ­ຕິ­ບັດ​ຕົນ​ໃຫ້​ຖືກ­ຕ້ອງ.
3. ເນກ­ຂັມ­ມະ ໝາຍ​ເຖິງ​ການ​ອອກ­ບວດ ການ​ຍົກ​ຕົນ​ໃຫ້​ພົ້ນ​ຈາກ​ກາມ ນີ້​ເປັນ​ແນວ­ທາງ​ປະ­ຕິ­ບັດ​ຂອງ​ນັກ­ບວດ ຜູ້​ອອກ​ຈາກ​ເຮືອນ ແຕ່​ຖ້າ​ຈະ​ກ່າວ​ໃນ​ທາງ​ປະ­ຕິ­ບັດ​ທີ່​ເປັນ​ຂອງ​ຊາວ­ບ້ານ ກໍ​ຄື​ການ​ຮູ້​ທັນ​ສະ­ພາບ​ຂອງ​ຄວາມ​ມັກ​ຄວາມ​ໃຄ່ ບໍ່​ເຖິງ​ຂັ້ນ​ວ່າ​ຕ້ອງ​ອອກ​ຈາກ​ເຮືອນ​ມາ​ບວດ​ເປັນ​ພຣະ​ກໍ​ໄດ້ ພຽງ​ແຕ່​ປະ­ຕິ­ບັດ​ສິນ​ຫ້າ​ໃຫ້​ສົມ­ບູນ ໂດຍ​ສະ­ເພາະ​ແມ່ນ​ຂໍ້​ສາມ (ກາ​ເມ) ກໍ​ດີ​ແລ້ວ.
4. ປັນ­ຍາ ໝາຍ​ເຖິງ​ຄວາມ​ຮູ້​ຄວາມ​ເຂົ້າ­ໃຈ​ໃນ​ເຫດ­ຜົນ​ຕາມ​ຄວາມ​ເປັນ​ຈິງ ປັນ­ຍາ ເປັນ​ສິ່ງ​ທີ່​ມີ​ຢູ່​ກັບ​ຄົນ​ເຮົາ ແລະ ຈຳ­ເປັນ​ຈະ​ຕ້ອງ​ໃຊ້​ຫຼາຍ ໃນ​ການ​ດຳ­ເນີນ​ຊີ­ວິດ ຈະ​ກະ­ທຳ​ສິ່ງ​ໃດ​ກໍ​ຕາມ ຖ້າ​ຂາດ​ປັນ­ຍາ​ແລ້ວ ບໍ່​ມີ​ທາງ​ຈະ​ສຳ­ເລັດ​ຜົນ​ໄດ້ ພຣະ​ພຸດ­ທະ­ເຈົ້າ​ກ່າວ​ວ່າ: ປັນ­ຍາ​ເປັນ​ແສງ​ສະ­ຫວ່າງ​ໃນ​ໂລກ.
5. ວິ​ຣິ​ຍະ ໝາຍ​ເຖິງ​ຄວາມ​ດຸ­ໝັ່ນ​ຂະ­ຫຍັນ​ພຽນ ບຸກ­ຄົນ​ໃດ​ກໍ​ຕາມ ທີ່​ມີ​ຄວາມ​ດຸ­ໝັ່ນ​ຂະ­ຫຍັນ​ພຽນ ໃນ​ການ​ເຮັດ​ວຽກ​ເຮັດ​ງານ ການ​ປະ­ກອບ​ອາ­ຊີບ​ດ້ວຍ​ຄວາມ​ສຸ​ຈະ­ລິດ ບໍ່​ກຽດ­ຄ້ານ ຍ່ອມ​ປະ­ສົບ​ຄວາມ​ສຳ­ເລັດ​ໃນ​ຊີ­ວິດ.
6. ຂັນ​ຕິ ໝາຍ​ເຖິງ​ຄວາມ​ອົດ­ທົນ ອົດ­ທົນ​ຕໍ່​ຄວາມ­ເຈັບ​ປວດ ອົດ­ທົນ​ຕໍ່​ຄວາມ​ລຳ­ບາກ ອົດ­ທົນ​ຕໍ່​ຄວາມ­ເຈັບ​ໃຈ ຫຼື ການ​ຖືກ​ກະ­ທົບ­ກະ­ເທືອນ​ທາງ​ດ້ານ​ຈິດ­ໃຈ ຄວາມ​ອົດ­ທົນ​ເປັນ​ຍອດ​ແຫ່ງ​ຄຸນ​ນະ​ທຳ.
7. ສັດ­ຈະ ໝາຍ​ເຖິງ​ຄວາມ​ຈິງ ຄື​ການ​ເວົ້າ​ໃນ​ສິ່ງ​ທີ່​ເປັນ​ຈິງ ກະ­ທຳ​ຈິງ ແລະ ຈິງ​ໃຈ.
8. ອະ​ທິດ​ຖາ­ນະ ໝາຍ​ເຖິງ​ຄວາມ​ຕັ້ງ­ໃຈ ຄື​ການ​ວາງ​ເປົ້າ​ໝາຍ​ໃນ​ການ​ກະ­ທຳ​ຂອງ​ຕົນ​ໄວ້ ແລ້ວ​ກະ­ທຳ​ຕາມ​ທີ່​ຕັ້ງ­ໃຈ​ໄວ້​ນັ້ນ ເພື່ອ​ໃຫ້​ບັນ­ລຸ​ເປົ້າ​ໝາຍ.
9. ເມດ​ຕາ ໝາຍ​ເຖິງ​ຄວາມ​ປາ­ຖະ­ໜາ​ດີ​ຕໍ່​ຄົນ​ອື່ນ ເຫັນ​ຄົນ​ອື່ນ​ເປັນ​ເພື່ອນ​ຮ່ວມ​ໂລກ​ດຽວ​ກັນ​ກັບ​ເຮົາ ຮັກ​ຄວາມ­ສຸກ​ກຽດ​ຊັງ​ຕໍ່​ຄວາມ­ທຸກ​ເໝືອນ​ກັນ​ກັບ​ເຮົາ.
10. ອຸ­ເບກ­ຂາ ໝາຍ​ເຖິງ​ການ​ວາງ­ໃຈ​ເປັນ­ກາງ ຄື​ການ​ຢຶດ​ໝັ້ນ​ໃນ​ຄວາມ​ຖືກ­ຕ້ອງ​ບໍ່​ລຳ­ອຽງ.
ປາ​ຣະ​ມີ 10 ປະ­ການ​ນີ້ ມີ​ຂັ້ນ ຫຼື ລະ­ດັບ​ການ​ປະ­ຕິ­ບັດ​ສາມ​ຂັ້ນ:
ຂັ້ນ​ທີ 1: ປາ​ຣະ​ມີ​ລະ­ດັບ​ສາ­ມັນ ເຊັ່ນ: ການ​ໃຫ້​ຊັບ​ສົມ­ບັດ​ທີ່​ເປັນ​ຂອງ​ພາຍ​ນອກ (ເງິນ ເຄື່ອງ­ໃຊ້ ...).
ຂັ້ນ​ທີ 2: ປາ​ຣະ​ມີ​ລະ­ດັບ​ກາງ ການ​ເສຍ­ສະ­ຫຼະ​ອະ​ໄວ​ຍະ​ວະ​ຂອງ​ຮ່າງ­ກາຍ​ໃຫ້​ເປັນ​ທານ ຫຼື ການ​ບໍ­ລິ­ຈາກ​ຮ່າງ­ກາຍ​ເພື່ອ​ຊ່ວຍ​ຊີ­ວິດ​ຜູ້​ອື່ນ ຫຼື ການ​ບໍ­ລິ­ຈາກ​ເລືອດ ເປັນ­ຕົ້ນ.
ຂັ້ນ​ທີ 3: ປາ​ຣະ​ມີ​ລະ­ດັບ​ສູງ ການ​ເສຍ­ສະ­ຫຼະ​ຊີ­ວິດ​ຂອງ​ຕົນ ເພື່ອ​ປະ­ໂຫຍດ​ແກ່​ຜູ້​ອື່ນ.
ທັງ​ສາມ​ລະ­ດັບ​ນີ້ (ລະ­ດັບ​ສາ­ມັນ ລະ­ດັບ​ກາງ ແລະ ລະ­ດັບ​ສູງ) ເມື່ອ​ໄປ​ບວກ​ເຂົ້າ​ກັບ​ແຕ່​ລະ​ປະ­ການ ຈຶ່ງ​ເທົ່າ​ກັບ 30 ປະ­ການ ຫຼື ເອີ້ນ​ວ່າ: ສະ​ມະ​ຕິງ​ສະ​ປາ​ຣະ​ມີ ນັ້ນ​ເອງ.
ສາ­ເຫດ​ທີ່​ຕ້ອງ​ມີ​ສາມ​ສິບ (30) ລູກ ກໍ​ເພາະ­ວ່າ ປາ​ຣະ​ມີ 30 ປະ­ການ​ນີ້ ເປັນ​ແນວ­ທາງ​ແຫ່ງ​ການ​ປະ­ຕິ­ບັດ​ເພື່ອ​ບັນ­ລຸ​ເປົ້າ​ໝາຍ​ສູງ​ສຸດ​ຂອງ​ຊີ­ວິດ​ເຊັ່ນ: ເປັນ​ພຣະ​ພຸດ­ທະ­ເຈົ້າ ເປັນ​ພຣະ​ອະ​ຣິ​ຍະ​ສາ­ວົກ ຫຼື ຖ້າ​ຈະ​ກ່າວ​ໃນ​ລະ­ດັບ​ສາ­ມັນ​ຊົນ​ດັ່ງ​ພວກ​ເຮົາ ກໍ​ແມ່ນ​ຫຼັກ​ທຳ​ໃນ​ການ​ປະ­ຕິ­ບັດ ເພື່ອ​ຄວາມ​ເປັນ​ມະ­ນຸດ​ທີ່​ສົມ­ບູນ ເພື່ອ​ຄວາມ​ມີ​ຊີ­ວິດ​ທີ່​ດີ­ງາມ.
ປະ­ເດັນ​ທີ 2 ຄຳ​ວ່າ: ເຍ​ທັມ­ມາ ເຫ​ຕຸ​ປັບ​ພະ­ວາ ເຕ​ສັງ​ເຫ​ຕຸງ ຕະ​ຖາ​ຄະ​ໂຕ ເຕ​ສັນ​ຈະ​ໂຍ ນິ​ໂຣ​ໂທ ຈະ​ເອວັງ​ວາ​ທິ​ມະ­ຫາ​ສະ​ມະ­ໂນແປ​ວ່າ: ທຳ​ເຫຼົ່າ​ໃດ​ເກີດ​ແຕ່​ເຫດ ພຣະ​ຕະ­ຖາ­ຄົດ​ຊົງ​ສະ­ແດງ​ເຫດ​ແຫ່ງ​ທຳ​ເຫຼົ່າ­ນັ້ນ ແລະ ຄວາມ​ດັບ​ແຫ່ງ​ທຳ​ເຫຼົ່າ­ນັ້ນ ພຣະ​ມະ­ຫາ​ສະ­ມະ­ນະ​ມີ​ປົກ­ກະ­ຕິ ສະ­ແດງ​ດັ່ງ­ນີ້:
ນີ້​ແມ່ນ​ຫົວ­ໃຈ​ສຳ­ຄັນ​ຂອງ​ພຣະ​ພຸດ​ທະ​ສາດ­ສະ­ໜາ ເຊິ່ງ​ຂໍ້­ຄວາມ​ດັ່ງ­ກ່າວ​ນີ້ ມີ​ຢູ່​ໃນ​ໜັງ­ສື​ພຣະ​ໄຕຣ​ປີ­ດົກ (ພຣະ​ວິ­ນັຍ ເຫຼັ້ມ 4 ມະ­ຫາ ວັກ​ໜ້າ 73).
ຜູ້​ທີ່​ເປັນ​ຄົນ​ກ່າວ​ຂໍ້­ຄວາມ​ນີ້​ແມ່ນ ພຣະ​ອັດ​ສະ​ຊີ (ອັສສ​ຊີ) ກ່າວ​ໃຫ້​ແກ່​ສາ​ຣິ​ບຸດ​ປະ​ຣິ​ພາ​ຊົກ​ຟັງ ເມື່ອ​ຄັ້ງ​ພຣະ​ອັດ​ສະ​ຊິ​ເຂົ້າ​ໄປ​ບິນ​ດະ​ບາດ ທີ່​ເມືອງ​ຣາ​ຊະ​ຄຶ​ສາ​ຣີ​ບຸດ​ປະ​ຣິ​ພາ​ຊົກ ເຫັນ​ກິ­ລິ­ຍາ​ອາ­ການ​ຂອງ​ພຣະ​ອັດ​ສະ​ຊິ ແລ້ວ​ກໍ​ເກີດ​ຄວາມ​ເຫຼື້ອມ​ໃສ ຈຶ່ງ​ລໍ­ຖ້າ​ຈົນ​ໄດ້​ໂອ­ກາດ ກໍ​ເຂົ້າ​ໄປ​ຖາມ​ກ່ຽວ​ກັບ​ຫຼັກ​ທຳ ໃນ​ສາດ­ສະ­ໜາ​ທີ່​ພຣະ​ອັດ​ສະ​ຊິ ບວດ​ຢູ່ ຈາກ​ນັ້ນ ພຣະ​ອັດ​ສະ​ຊິ ກໍ​ກ່າວ​ຫຼັກ​ທຳ​ພຽງ​ຫຍໍ້ໆ​ໃຫ້​ຟັງ​ດັ່ງ​ຂໍ້­ຄວາມ​ຂ້າງ​ເທິງ​ນັ້ນ.
ທັງ​ໝົດ​ທີ່​ກ່າວ​ມາ​ນັ້ນ ຊີ້​ໃຫ້​ພວກ​ເຮົາ​ເຫັນ​ວ່າ ໃນ​ການ​ດຳ­ເນີນ​ຊີ­ວິດ​ຂອງ​ຄົນ​ຕະ­ຫຼອດ​ໄລ­ຍະ​ທີ່​ຍັງ​ມີ​ລົມ​ຫາຍ­ໃຈ ຄື​ຍັງ​ເປັນ​ມະ­ນຸດ​ຢູ່​ຄຸນ​ນະ​ທັມ 30 ປະ­ການ ເຊັ່ນ​ຂໍ້​ໃຫຍ່ໆ 10 ປະ­ການ (ການ​ໃຫ້​ທານ ການ​ຮັກ­ສາ​ສິນ ການ​ຍົກ​ຕົນ​ໃຫ້​ພົ້ນ​ຈາກ​ກາມ ການ​ໃຊ້​ປັນ­ຍາ ຄວາມ​ດຸ­ໝັ່ນ​ຂະ­ຫຍັນ​ພຽນ ຄວາມ​ອົດ­ທົນ ຄວາມ​ຈິງ​ໃຈ ຄວາມ​ຕັ້ງ­ໃຈ ຄວາມ​ມີ​ເມດ​ຕາ​ຕໍ່​ຄົນ​ອື່ນ ແລະ ການ​ຢຶດ​ໝັ້ນ​ໃນ​ຄວາມ​ຖືກ­ຕ້ອງ) ເຫຼົ່າ​ນີ້ ເປັນ​ສິ່ງ​ທີ່​ພວກ​ເຮົາ​ທຸກ​ຄົນ​ສາ­ມາດ​ກະ­ທຳ​ໄດ້ ຄວາມ​ຈິງ​ແລ້ວ ທຳ​ມະ​ເຫຼົ່າ​ນີ້​ເປັນ​ສິ່ງ​ທີ່­ຢູ່​ໃກ້​ຕົວ​ເຮົາ ຖ້າ​ພວກ​ເຮົາ​ຫາກ​ນຳ​ມາ​ໃຊ້​ໃນ​ຊີ­ວິດ​ປະ­ຈຳ​ວັນ ຜູ້​ຂຽນ​ຂໍ​ຮັບ­ຮອງ​ໄດ້​ເລີຍ​ວ່າ: ວິດ​ຂອງ​ທ່ານ​ຈະ​ມີ​ຄວາມ­ສຸກ ແລະ ເກີດ​ຄວາມ​ເປັນ​ສິ­ລິ​ມຸງ­ຄຸນ​ຢ່າງ​ແນ່­ນອນ ອີກ​ຢ່າງ​ໜຶ່ງ ຕໍ່​ໄປ​ນີ້​ເມື່ອ​ໄປ​ທ່ຽວ​ຊົມ​ພຣະ​ທາດ­ຫຼວງ ຢ່າ​ເບິ່ງ​ແຕ່​ຄວາມ​ງາມ​ຂອງ​ພຣະ​ທາດ­ຫຼວງ​ພຽງ​ຢ່າງ​ດຽວ ຈົ່ງ​ເບິ່ງ​ຕົນ​ເອງ ແລະ ບອກ​ກັບ​ຕົນ​ເອງ​ວ່າ ຕໍ່​ໄປ​ນີ້ ເຮົາ​ຈະ​ປະ­ຕິ­ບັດ​ຕົນ​ແນວ­ໃດ ເຮົາ​ຈະ​ດຳ­ລົງ​ຊີ­ວິດ​ຢູ່​ໃນ​ໂລກ​ນີ້​ແນວ­ໃດ ອັນ​ໃດ​ຄື​ສິ່ງ​ທີ່​ສຳ­ຄັນ​ທີ່​ສຸດ​ສຳ­ລັບ​ຊີ­ວິດ​ເຮົາ ເຮົາ​ຈະ​ເຮັດ​ແນວ­ໃດ ເພື່ອ​ໃຫ້​ສົມ​ກັບ​ການ​ໄດ້​ເກີດ​ມາ​ເປັນ​ມະ­ນຸດ ແລະ ຢ່າ​ລືມ​ນຳ​ເອົາ​ທຳ​ມະ​ທີ່​ທ່ານ​ໄດ້​ຮູ້​ຈາກ​ພຣະ​ທາດ­ຫຼວງ ມາ​ນຳ​ໃຊ້​ໃຫ້​ເກີດ​ປະ­ໂຫຍດ​ກັບ​ຕົວ​ທ່ານ ຖ້າ​ທ່ານ​ເຮັດ​ໄດ້​ແນວ​ນີ້ ຜູ້​ຂຽນ​ໝັ້ນ​ໃຈ​ວ່າ ພຣະ​ທາດ­ຫຼວງ​ຈະ​ບໍ່​ເປັນ​ພຽງ​ສິ່ງ​ສັກ­ກາ­ລະ​ບູ­ຊາ ແຕ່​ຈະ​ເປັນ​ສິ່ງ​ທີ່​ສະ­ທ້ອນ ແລະ ເຕືອນ​ສະ­ຕິ​ແກ່​ປວງ​ຊົນ​ວ່າ ທີ່​ທ່ານ​ເກີດ​ມາ​ຢູ່​ໃນ​ໂລກ​ນີ້ ທ່ານ​ໄດ້​ເຮັດ​ສິ່ງ​ທີ່​ເປັນ​ປະ­ໂຫຍດ​ແລ້ວ ຫຼື ຍັງ ?.
ໂດຍ: ພຣະ ບຸນ​ເລີນ ມິ່ງ​ສະ​ໝອນ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ