google-site-verification: google0d91bc93cfc88895.html ແຜນງານການຜະລິດກະສິກຳ ແລະປ່າໄມ້ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, June 12, 2013

ແຜນງານການຜະລິດກະສິກຳ ແລະປ່າໄມ້

  ທິດ​ທາງ​ໃນ​ການ​ພັດ​ທະນາ​ກະ­ສິ­ກຳ ແລະ ປ່າ­ໄມ້​ເປັນ​ສິນຄ້າ ແຕ່​ນີ້​ຫາ​ປີ 2015 ຂອງ​ກະຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ໄດ້ອີງ­ໃສ່​ທ່າ­ແຮງ ແລະ ຄວາມອາດ​ສາ­ມາດ​ບົ່ມ​ຊ້ອນ​ທີ່​ມີ​ໃນ ສປປ ລາວ, ເປົ້າ​ຫມາຍ​ແມ່ນ​ສຸມໃສ່​ການ​ຜະ­ລິດ​ສິນ­ຄ້າ​ທີ່​ສາ­ມາດແຂ່ງ­ຂັນ​ໄດ້ ແລະ ມີ​ທ່າ­ແຮງ​ໃນການ​ແຂ່ງ­ຂັນ​ໃນ​ສະ­ເພາະ​ຫນ້າ ແລະ ຍາວ​ນານ ໂດຍ​ເລັງ​ໃສ່​ພືດໄລ­ຍະ​ສັ້ນ, ພືດ​ໄລ­ຍະ​ກາງ ແລະ ພືດ​ໄລ­ຍະ​ຍາວ ລວມ​ທັງ​ສັດລ້ຽງ, ເຄື່ອງ​ປ່າ​ຂອງ​ດົງ ຕາມນະ­ໂຍ­ບາຍ​ໄປ​ຄຽງ​ຄູ່​ກັບ​ການຊຸກ­ຍູ້​ສົ່ງ­ເສີມ​ການ​ລົງ­ທຶນ​ໃນການ​ຜະ­ລິດ​ເປັນ​ສິນ­ຄ້າ​ທີ່​ຕະຫລາດ​ຕ້ອງ­ການ.
   ໃນ​ແຜນ​ພັດ­ທະ­ນາ​ຂະ­ແຫນງກະ­ສິ­ກຳ ແລະ ປ່າ­ໄມ້ 5 ປີ ຄັ້ງ​ທີ VII  ໄດ້​ກຳ­ນົດ​ການ​ພັດ­ທະ­ນາ​ຂະແຫນງ​ການ​ອອກ​ເປັນ 4 ເປົ້າຫມາຍ 8 ແຜນ​ງານ 14 ມາດ​ຕະການ. ການ​ຜະ­ ລິດ​ກະ­ສິ­ກຳ ແລະ ປ່າ­ໄມ້​ເປັນ​ສິນ­ຄ້າ​ແມ່ນ​ຫນຶ່ງ​ໃນເປົ້າ​ຫມາຍ​ທີ່​ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້​ໄດ້​ສຸມ​ໃສ່ ແລະ ປະເພດ​ສິນ­ຄ້າ​ທີ່​ແຂ່ງ­ຂັນ​ໄດ້​ເປັນ­ຕົ້ນພືດ​ໄລ­ຍະ​ສັ້ນ​ເຊັ່ນ: ເຂົ້າ, ສາ­ລີ, ອາ­ ຫານ​ສັດ, ຖົ່ວ​ຊະ­ນິດ​ຕ່າງໆ, ພືດ​ຜັກ...; ພືດ​ໄລ­ຍະ​ກາງ​ເຊັ່ນ: ກ້ວຍ, ອ້ອຍ, ມັນ­ຕົ້ນ, ຫມາກນັດ...; ພືດ​ໄລ­ຍະ​ຍາວ​ເຊັ່ນ: ກາເຟ, ຊາ, ຫມາກ­ແຫນ່ງ, ຢາງ​ພາລາ, ໄມ້​ໃຫ້​ຫມາກ​ຕ່າງໆ.
ນອກ­ຈາກ​ນີ້ ຍັງ​ເນັ້ນ​ໃສ່​ສັດລ້ຽງ​ໄລ­ຍະ​ຍາວ​ເຊັ່ນ: ງົວ, ຄວາຍ, ແບ້, ແກະ, ສັດ​ໄລ­ຍະກາງ-ສັ້ນ​ເຊັ່ນ: ຫມູ, ສັດ​ປີກແລະສັດ​ນ້ຳ; ນອກ​ນີ້​ເອົາ­ໃຈ­ໃສ່ຄຸ້ມ​ຄອງ-ຂຸດ​ຄົ້ນ ແລະ ພັດ​ທະນາ​ເຄື່ອງ ​ປ່າ​ຂອງ​ດົງ, ໂດຍ​ອີງໃສ່​ເງື່ອນ­ໄຂ​ທາງ​ດ້ານ​ຕະ­ຫລາດ, ຄວາມ​ຍືນ​ຍົງ​ຂອງ​ສິນ­ຄ້າ, ຕົ້ນ ທຶນ​ການ​ຜະ­ລິດ ແລະ ລັກ­ສະ­ນະ ພິ­ເສດ​ຂອງ​ສິນ­ຄ້າ.
   ໄປ​ຄຽງ​ຄູ່​ກັນ​ນັ້ນ ໃນ​ນະ​ໂຍບາຍ​ກໍ່​ຕ້ອງ​ໄດ້​ເອົາ­ໃຈ­ໃສ່​ເຊັ່ນດຽວ​ກັນ ໃນ​ການ​ຊຸກ­ຍູ້​ສົ່ງ­ເສີມການ​ຜະ­ລິດ​ພາຍ​ໃນ ແລະ ການລົງ­ທຶນ​ຂະ­ຫນາດ​ໃຫຍ່​ເຂົ້າ​ຮ່ວມຈຸດ​ພັດ­ທະ­ນາ​ການ​ຜະ­ລິດ​ຂົງ ເຂດ​ທົ່ງ­ພຽງ ແລະ ເຂດ​ເນີນ​ສູງຢ່າງ​ຕັ້ງ­ຫນ້າ​ເພື່ອ​ເຮັດ​ການ​ຜະລິດ​ເປັນ​ອັນ​ສະ­ເພາະ​ແບບ​ຄົບ​ວົງຈອນ ເພື່ອ​ຂາ​ອອກ​ເທື່ອ​ລະ​ກ້າວ ແນ­ໃສ່​ເຂົ້າ​ຮ່ວມ​ຕະ­ຫລາດ​ສາກົນ​ບາງ​ປະ­ເພດ​ສິນ­ຄ້າ​ໃນ​ອະ​ນາຄົດ.
   ຄາດ­ຫມາຍ​ຕົ້ນ­ຕໍ​ທີ່​ຈະ​ເຮັດ​ຄືການ​ປູກ​ເຂົ້າ​ແມ່ນ​ຈະ​ຊຸກ­ຍູ້​ສົ່ງເສີມ​ການ​ປູກ​ເຂົ້າ​ທີ່​ມີ​ທ່າ­ແຮງເຂົ້າ​ເຖິງ​ຕະ­ຫລາດ​ໃຫມ່​ທີ່​ມີຄວາມ​ຕ້ອງ­ການ​ສະ­ເພາະ​ເຊັ່ນ: ເຂົ້າ​ພື້ນ­ເມືອງ​ລາວທີ່​ມີ​ຄຸນ​ນະພາບ, ເຂົ້າ­ກ່ຳ, ເຂົ້າ​ໄກ່​ນ້ອຍ, ເຂົ້າ​ຕາ​ຂຽດ, ເຂົ້າ​ຫອມ, ເຂົ້າ​ພັນ ປັບ­ປຸງ​ໃຫມ່, ເຂົ້າ​ເຊ​ແອ 203, ເຂົ້າ­ທ່າ​ດອກ​ຄຳ ແລະ ອື່ນໆ. ຄາດ­ຫມາຍ​ການ​ຜະ­ລິດ​ແມ່ນ​ອີງ ໃສ່​ຄວາມ​ຕ້ອງ­ການ​ຂອງ​ຕະ ຫລາດ​ໃນ​ແຕ່​ລະ​ໄລ­ຍະ (2011-2015) ປະ­ມານ 8 ແສນ​ຫາ 1 ລ້ານ​ໂຕນ​ເຂົ້າ­ເປືອກ​ຕໍ່​ປີ.
   ການ​ຜະ­ລິດ​ພືດ ເພື່ອ​ສະຫນອງ​ຕະ­ຫລາດ​ພາຍ​ໃນ ແລະ ສົ່ງ​ອອກ​ແມ່ນ​ຈະ​ສຸມ​ໃສ່​ການ​ຂະຫຍາຍ​ເນື້ອ­ທີ່​ປູກ ແລະ ໃຫ້​ໄດ້​ຮັບຜົນ​ຜະ­ລິດ​ຕາມ​ລຳ­ດັບ​ພືດ​ສິນ­ຄ້າບຸ­ລິ­ມະ­ສິດໂດຍ​ສະ­ເພາະ​ ພືດ​ທີ່​ກຳລັງ​ນິ­ຍົມ​ປູກ​ໃນ​ທົ່ວ​ປະ­ເທດ ແລະ ເປັນ​ຕະ­ຫລາດ​ທ່າ­ແຮງ​ຂອງ​ຕະຫລາດ​ພາຍ​ໃນ ແລະ ສົ່ງ​ອອກ​ຄື: ກາ­ເຟ, ໃຫ້​ໄດ້​ເນື້ອ­ທີ່​ປູກ 65 ພັນເຮັກ­ຕາ ແລະ ຄາດ​ວ່າ​ຈະ​ມີ​ເນື້ອທີ່​ເສຍ​ຫາຍ​ແດ່ ເຊິ່ງ​ອາດ​ຈະ​ເກັບ ຜົນ​ຜະ­ລິດ​ໄດ້​ພຽງ 55.300 ໂຕນ; ສາ­ລີ​ອາ­ຫານ​ສັດ 213.300 ເຮັກ­ຕາ​ຜົນ​ຜະ­ລິດ​ຈະ​ໄດ້ 1,07 ລ້ານ​ໂຕນ; ຖົ່ວ­ເຫລືອງ​ໃຫ້​ໄດ້ເນື້ອ­ທີ່ 17.500 ເຮັກ­ຕາ ຜົນ​ຜະລິດ​ຄາດ​ຈະ​ໄດ້​ຮັບ 29.750 ໂຕນ; ຖົ່ວ­ດິນ​ໃຫ້​ໄດ້ 35 ພັນ​ເຮັກຕາ, ຫມາກ­ງາ​ໃຫ້​ໄດ້ 18 ພັນເຮັກ­ຕາຜົນ​ຜະ­ລິດ 16.200 ໂຕນ; ອ້ອຍ​ ໃຫ້​ໄດ້ 50 ພັນ​ເຮັກຕາ ຜົນ​ຜະ­ລິດ​ຈະ​ໄດ້ 2,15 ລ້ານໂຕນ, ມັນ­ຕົ້ນ​ໃຫ້​ໄດ້ 20 ພັນ​ເຮັກຕາ ຜົນ​ຜະ­ລິດ​ຄາດ​ຈະ​ໄດ້ 4 ແສນໂຕນ; ຜັກ​ຕ່າງໆ​ໃຫ້​ໄດ້ 346.200 ເຮັກ­ຕາ ຄາດ​ຜົນ​ຜະ­ລິດ​ຈະ​ໄດ້ 1.100 ລ້ານ​ໂຕນ (ໃນ​ນີ້​ ມີ​ທັງກະ​ລ່ຳ​ປີ, ຫມາກ​ນັດ, ຫມາກ​ຊູ, ຫມາກ­ກ້ວຍ, ຫມາກ­ແຕງ, ຫມາກ­ໂມ, ຂ່າ, ຂີງ...).
   ສິນ­ຄ້າ​ສັດ­ລ້ຽງ ແລະ ການປະ­ມົງ​ແມ່ນ​ຈະ​ພັດ­ທະ­ນາ​ໄປຕາມ​ຈຸດ​ພິ­ເສດ​ທ່າ­ແຮງ​ບົ່ມ​ຊ້ອນທາງ​ດ້ານ​ທຳ​ມະ​ຊາດ, ຕາມ​ລະບົບ​ນິ­ເວດ​ຂອງ​ເຂດ​ແຄວ້ນ, ມີກຳ­ນົດ​ເຂດ​ການ​ລ້ຽງ​ແບບ​ເປັນ ຟາມ, ໂດຍ​ນຳ​ໃຊ້​ແນວ​ພັນ​ໃຫມ່ເຊັ່ນ: ຫມູ​ພັນ, ໄກ່​ພັນ​ຊີ້ນ, ໄກ່​ພັນໄຂ່, ລ້ຽງ​ງົວ​ລູກ­ຊອດຢູ່​ໃນ​ເຂດ ອ້ອມ​ຊານ­ເມືອງ​ໃນ​ເຂດ​ທົ່ງ­ພຽງ ເພື່ອ​ຕອບ​ສະ­ຫນອງ​ຕະ­ຫລາດຕົວ​ເມືອງ​ໃຫຍ່, ໂຮງ­ ແຮມ ແລະ ສະ­ຫນອງ​ໃຫ້​ໂຮງ­ງານ​ປຸງ​ແຕ່ງ; ສົ່ງ­ເສີມ​ການ​ລ້ຽງ­ສັດ​ນ້ອຍ ແລະ ປາ​ທຸກ​ຮູບ​ແບບ​ໃນ​ຊົນ­ນະ­ບົດ ເພື່ອ​ການ​ບໍ­ລິ­ໂພກ​ພາຍ​ໃນ​ຄອບຄົວ ແລະ ສົ່ງ​ປ້ອນ​ຕະ­ຫລາດ​ໃນຕົວ​ເມືອງ.
ການ​ລ້ຽງ​ງົວ ແລະ ຄວາຍ​ທີ່ເປັນ​ສິນ­ຄ້າ​ປາຍ​ແຫລມ​ເພື່ອ​ສົ່ງອອກ​ຕາມ​ຊາຍ​ແດນ​ໃຫ້​ໄດ້​ປະມານ 1 ແສນ​ຫາ 1,4 ແສນ​ໂຕນ  ໃນ​ປີ 2015, ໃນ​ນີ້​ງົວ​ໃຫ້​ໄດ້ 114 ພັນ​ໂຕ, ຄວາຍ 26 ພັນ​ໂຕ, ນອກ​ນີ້ ຍັງ​ມີ​ຜະ­ລິດ​ຕະ​ພັນ​ຈາກສັດ​ເຊັ່ນ: ຫນັງ, ເຂົາ, ກະ­ດູກ, ຄິດ​ເປັນ​ມູນ​ຄ່າ​ການ​ຈະ​ສົ່ງ​ອອກໃຫ້​ໄດ້ 322 ຕື້​ກີບ.
   ພ້ອມ​ດຽວ​ກັນ​ນັ້ນ ກໍ່​ຈະ​ເອົາໃຈ​ໃສ່​ຄົ້ນ­ຄວ້າ​ພັດ­ທະ­ນາ​ລະ­ບົບການ​ລ້ຽງ­ສັດ​ປະ­ສົມ​ປະ­ສານ​ກັບເຂດ​ພັດ­ທະ­ນາ​ຊົນ​ລະ​ກະ­ເສດ​ຕັ້ງ ແຕ່​ຂອດ​ການ​ຜະ­ລິດ, ເກັບ​ຮັກສາ, ປຸງ​ແຕ່ງ ແລະ ກວດ ກາ​ຢັ້ງຢືນ​ຜະ­ລິດ​ຕະ​ພັນ ເພື່ອ​ຍົກ​ສູງ​ຄຸນນະ​ພາບ​ໃຫ້​ໄດ້​ມາດ­ຕະ­ຖານ, ຕາມ​ຫລັກ​ອະ­ນາ­ໄມ​ສາ­ກົນ (SPS) ແນ­ໃສ່​ຮັບ­ປະ­ກັນຄວາມ​ປອດ​ໄພ​ຂອງ​ຜູ້​ບໍ­ລິ­ໂພກແລະສ້າງ​ປັດ​ໄຈ​ໃຫ້​ແກ່​ປະ­ເທດ ເຮົາ​ສາ­ມາດ​ເຂົ້າ​ສູ່​ຕະ­ຫລາດ​ສັດໃນ​ຂົງ­ເຂດ​ພາກ​ພື້ນ ແລະ ສາກົນ, ໂດຍ​ອີງ­ໃສ່​ໂຄງ­ການ​ສະຫນັບ​ສະ​ຫນູນ​ດ້ານ​ການ​ລ້ຽງ­ສັດເປັນ​ສິນ­ຄ້າ.
   ສິນ­ຄ້າ​ດ້ານ​ປ່າ­ໄມ້ ນັບ​ແຕ່​ປີ 2011-2015 ການ​ເກັບ​ກູ້​ເຄື່ອງປ່າ​ຂອງ​ດົງ​ແມ່ນ​ໃຫ້​ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກ­ສາ​ຄວາມ​ສົມດຸນ​ທາງ​ດ້ານ​ນິ­ເວດ​ທຳ​ມະ​ຊາດ. ໃນ​ແຕ່​ລະ​ປີ​ຄາດ​ຄະ­ເນ​ຈະ​ມີ​ການຂຸດ​ຄົ້ນ​ຫວາຍ​ປະ­ມານ 1 ລ້ານ- 1,5 ລ້ານ​ເສັ້ນ, ໄມ້­ປ່ອງ​ປະ­ມານ 0,9-1 ລ້ານ​ລ້ານ, ຟືນ​ປະ­ມານ 10-12 ພັນ​ຫລາ, ພ້ອມ​ທັງ​ປະເພດ​ເຄືອ, ດອກ, ຫມາກ, ຮາກ, ໃບ, ເປືອກ, ນ້ຳ­ ມັນ, ຊິ້ນ​ສ່ວນ ຕ່າງໆ​ປະ­ມານ 15.20 ພັນ​ໂຕນ ຕໍ່​ປີ, ຂຸດ​ຄົ້ນ​ໄມ້​ຕາມ​ໂກ​ຕາ, ຈາກໂຄງ­ການ​ຕ່າງໆ ແລະ ການ​ກ້າ​ເບ້ຍ, ປູກ​ໄມ້​ໃຫ້​ບັນ­ລຸ​ເປົ້າ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ