google-site-verification: google0d91bc93cfc88895.html ປະຫວັດຄວາມເປັນມາຂອງ 450 ປີ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, June 11, 2013

ປະຫວັດຄວາມເປັນມາຂອງ 450 ປີ

 ປະຫວັດຄວາມເປັນມາຂອງ  450 ປີ

ຕາມພົງສາວະດານຂອງລາວໄດ້ຂຽນວ່າ: ” ວຽງຈັນກໍ່ຕົວເປັນບ້ານນ້ອຍ ເລີ່ມຕັ້ງແຕ່ລິເວນນີ້ ຍັງເປັນບ້ານປ່າຂາດອນ ຄົນຍັງຢູ່ເຮືອນຕູບ, ມຸງຫຍ້າ, ເສົາໄມ້ໄຜ່, ໄກ່ກະຕາກ, ລູກຫຼານ, ເດັກນ້ອຍໃຫ້ກໍ່ໄດ້ຍິນກັນທົ່ວທັງບ້ານເມື່ອ ພ.ສ ລ່ວງມາ 236 ປີ ໂດຍແມ່ນ ທ້າວ ບູລິຈັນ ໄດ້ພາລູກບ້ານຫຼານ ເມືອງຂອງຕົນມາເຮັດນາໃນບໍລິເວນທາດຫຼວງ ແລະພາກັນຕັ້ງບ້ານເມືອງກັນຢູ່ໃນທີ່ນີ້ ໄດ້ໃສ່ຊື່ວ່າ” ບ້ານໜອງຄັນເທ ຜີເຮືອນ້ຳ ” ( ບ້ານໜອງຄັນເທ ຜີເຮືອນ້ຳ ສັນນິຖານວ່າ ຢູ່ຄຸ້ມສີສັງວອນ ປະຈຸບັນ ).

ເນື່ອງຈາກ ບໍລິເວນນີ້ເປັນບ່ອນດິນດຳນ້ຳຊຸ່ມ ເຮັດນາໜ້ອຍໄດ້ເຂົ້າຫຼາຍມີຊຸມຊົນເຂດອື່ນທະຍອນກັນເຂົ້າມາຢູ່ຈົນກາຍເປັນເຂດຊຸມຊົນໃຫ່ຍເປັນຕົວເມືອງເປັນນະຄອນລັດ ໂດຍນອານາຈັກ ສີໂຄດຕະບູນອັນມີສູນອຳນາດຢູ່ໃນເຂດເຊບັ້ງໄຟ ແຂວງຄຳມ່ວນໃນປະຈຸບັນ ຈາກແມ່ນ້ຳຂອງ ເລິກເຂົ້າໄປປະມານ 15 ກິໂລແມັດ ໂດຍມີພະຍາທີ່ປົກຄອງ ເມືອງນີ້ວ່າ: ສຸມິດຕະ ທຳມະວົງສາ ເຊີ່ງໄດ້ແຕ່ຕັ້ງໃຫ້ ທ້າວ ບູລີຈັນ ມາເປັນເຈົ້າເມືອງແລ້ວໃສ່ຊື່ງນີ້ວ່າ ” ວຽງຈັນ ” ຕາມຊື່ຂອງຜູ້ສ້າງໃນເວລາຕໍ່ມາ.

ພາຍຫຼັງອານາຂອມ ທີ່ເຄີຍເລື້ອງອຳນາດໃນບໍລິເວນນີ້ ໄດ້ເສື່ອມລົງ ອາຍຸທະຍາ ແລະ ສຸໂຂໄທ ກໍເຮັດເສິກຍາດດິນແດນກັນ ໃນສຸດອາຍຸດທະຍາ ເປັນຜູ້ມີໄຊຊະນະ ໃນໄລຍະເຈົ້າຟ້າງຸ່ມມະຫາລາດກໍພາໄພ່ພົນເຮັດເສິກ ຍາດເອົານະ ຄອນຫຼວງລັດຕ່າງໆ ເຕົ້າໂຮມດິນແດນ ແລະ ສະຖາປະນາອານາຈັກລ້ານຊ້າງ ເອກະພາບກັນ ໃນປີ 1353 ທີ່ມີສູນອຳນາດຢູ່ນະຄອນຊຽງທອງ ( ຫຼວງພະບາງ ).

ນະຄອນຊຽງທອງ ເປັນຣາຊະທານີຂອງອານາຈັກຊ້າງຄົງຕົວມາດ້ 200 ປີ ງການປ່ຽນແປງ, ເຈົ້າໄຊເຊດຖາ ກະສັດອານາຈັກລ້ານຊ້າງ ອົງທີ 10 ໄດ້ພິຈາລະນາວ່າ ຊຽງທອງມີຂີດຈຳກັດໃນການພັດທະນາປູກຟັງຍັງມີໜ້ອຍດ້ານໜື່ງກໍ່ເປັນທາງທຽວໄປມາຂອງທັບພະມ້າທີ່ເຂັ້ມກວ່າໂດຍຄວາມເຫັນດີຂອງພວກເສນາອຳມາດ ແລະ ປະຊາຊົນເຈົ້າໄຊເຊດຖາຕົກລົງ ຍ້າຍຣາຊະທານີຈາກຊຽງທອງມາຍູ່ວຽງຈັນ ປີ 1560 ໂດຍໃສ່ຊື່ວ່າ ” ນະຄອນຈັນທະບູລີ ສີສັດຕະນາກຄະຫຸດ ອຸດຕະມະ ຣາຊະທານີ ” ພາລະກຳລັງສຳຄັນຂອງເຈົ້າໄຊເຊດຖາ ພາຍຫຼັງວຽງຈັນ ເປັນ ຣາຊະທານີ ມີດັ່ງນີ້: ພະອົງກໍ່ໄດ້ນຳພາປະຊາຊົນບູລະນະສ້າງສາປະເທດຊາດ ແລະ ຣາຊະທານີໃໜ່ໃຫ້ມີຄວາມເຂັ້ມແຂງສວຍງາມຈະເລີນຮຸ່ງເຮື່ອງ,ກິດຈະກຳ ສຳຄັນລວມມີ:

ໄດ້ສ້າງລາຊະ ທານີ ຫຼັງໃໝ່ ທີ່ສວຍງາມ ສະງ່າອົງອາດ, ໄດ້ສ້າງທາດຫຼວງທີ່ກວມ ເອົາທາດ ລູກເກົ່າທີ່ມີມາແຕ່ເດີມຕໍ່ເຕີມໃຫ້ສູງສົ່ງ ແລະງົດງາມ, ໄດ້ຫຼໍ່ພະພຸດທະຮູບ ອົງສຳຄັນໄວ້ເປັນມິ່ງ ຂວັນຂອງ ບ້ານເມືອງເຊັ່ນ: ( ພະອົງຕື້, ພະສຸກ, ພະໃສ, ພະເສີມ ) ແລະ ໄດ້ນຳພາປະຊາຊົນສ້າງສາ ວັດວາ ອາຣາມ ແລະ ສິ່ງປຸກສ້າງທີ່ມີຊື່ສຽງທາງດ້ານປັດຕະຍາກຳ, ວິຈິດຕະກຳ, ປະຕິມາກຳ ທີ່ງົດງາມ ອ່ອນຊ້ອຍ ເປັນເອກກະລັກຂອງຊາດລາວເຊັ່ນ: ວັດຊຽງທອງ ( ຫຼວງພະບາງ ), ຫໍພະແກ້ວ ແລະ ທາດພະນົມ.







No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ